ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ເລື່ອງມັນເລີ່ມຈາກມື້ວັນທີ 24 ຕ້ອງໃຊ້ດອກໄຟ 110v ແຕ່ໄຟບ້ານເຮົາເປັນໄຟ 220v ດັ່ງນັ້ນຈຶ່ງຕ້ອງໃຊ້ໝໍ້ແປງໄຟ ເຊິ່ງຂະນະນັ້ນມີພຽງໝໍ້ດຽວ ເປັນໝໍ້ແປງໄຟ 1 KVA ເຊິ່ງຍັງບໍ່ພໍເທື່ອ ຕ້ອງໄປຫາມາເພີ່ມ... ໃນເບື້ອງຕົ້ນກໍຈັດແຈງໂທຫາຄົນຮູ້ຈັກວ່າມີບໍ່ ແລະແນ່ນອນວ່າໄດ້ໂທໄປຖາມອາວພະນົມສິນ (www.pnomsin.com) ເຊິ່ງເພິ່ນກໍແນະນຳໃຫ້ໄປຫາຢູ່ຕະຫຼາດຈີນ ທຳອິດກໍຕອບນຳເພິ່ນວ່າ ຕະຫຼາດຈີນເຄີຍຊື້ແລ້ວໃຊ້ບໍ່ໄດ້ ແຕ່ສຸດທ້າຍກໍເປັນອັນວ່າ ຕ້ອງໄປຊື້ຢູ່ຕະຫຼາດຈີນ...

ໄປຮອດຕະຫຼາດຈີນມັນມີແບບ 1500 VA ລາຄາ 450,000 ຕໍ່ຮອງໄດ້ 310,000 ກີບ ກໍຈັດການທົດລອງໃຊ້ກັບໄຟເບິ່ງ ປາກົດວ່າໃຊ້ໄດ້ ຈາກນັ້ນຈຶ່ງກັບມາໃຊ້ວຽກ.

ພໍໃຊ້ໄດ້ໄປປະມານ 5 ນາທີ ພົບວ່າມີຄວັນຂຶ້ນ ແລະມີກິ່ນໄໝ້ລອຍມາ ຫຼຽວໄປເບິ່ງໝໍ້ແປງໄຟຈີນຈຶ່ງຮູ້ວ່າມັນເປັນສາຍເຫດຂອງຄວັນແລະກິ່ນໄໝ້ດັ່ງກ່າວ.. ຕອນນັ້ນກໍເປັນເວລາປະມານ 8 ໂມງປາຍຕອນກາງຄືນ ຮ້ານຄ້າຈີນກໍປິດແລ້ວ ອີກທັງຄາວຽກແດ່ ຈຶ່ງບໍ່ໄດ້ເອົາໄປສົ່ງຄືນຮ້ານ.

ມື້ຕໍ່ມາວັນທີ 25 ໄປວຽກໝົດມື້ ເອົາໝໍ້ແປງໄຟຈີນນັ້ນໄປນຳ ໃຊ້ເທື່ອໃດຄວັນຂຶ້ນເທື່ອນັ້ນ ສຸດທ້າຍກໍບໍ່ໄດ້ໃຊ້ ເກັບມ້ຽນໄວ້ ກະວ່າຊິໄປສົ່ງໃນມື້ຖັດໄປ.

ຮອດວັນທີ 26 ກະວ່າໄປສົ່ງຕອນ 5 ໂມງແລງ ກໍບໍ່ທັນ ໄປຮອດຕອນ 7 ໂມງ ຮ້ານເຂົາປິດກ່ອນ..

ເລື່ອນມາຮອດວັນທີ 27 ເລີກການແລ້ວເອົາໄປສົ່ງຕອນ 5 ໂມງແລງ ພວກຈີນຂາຍເຄື່ອງບອກວ່າ ສົ່ງບໍ່ໄດ້ ມັນຕັ້ງເປັນແບບນັ້ນ ບໍ່ຮັບຄືນ ຊື້ໄປແລ້ວເດ້ ຊິສົ່ງຄືນໄດ້ແນວໃດ ກໍຕອບວ່າ ອ້າວ ແນວມັນໃຊ້ບໍ່ໄດ້ເດ້ເນາະ ໃຊ້ໄດ້ບໍ່ຮອດ 5 ນາທີລະຄວັນຂຶ້ນ ແບບນີ້ຊິຂາຍໃຫ້ຂ້ອຍເຮັດຫຍັງ. ຈີນກໍຕອບວ່າ ບໍ່ຮູ້ເດ້ ມັນກໍໃຊ້ໄດ້ແຕ່ແບບນັ້ນ ມັນແປງໄຟ 220v ເປັນ 110v ກໍຖືກແລ້ວ ບໍ່ຮັບຄືນ ມັນໃຊ້ໄດ້.

ຖຽງກັນໄປມາຢູ່ດົນເຕີບ ຈີນກໍບໍ່ຍອມຮັບເຄື່ອງເພິ່ນຄືນ ເພິ່ນອ້າງວ່າ ຫຼອດໄຟທີ່ເຮົາໃຊ້ແມ່ນ 700w ແຕ່ໝໍ້ແປງໄຟມັນແມ່ນ 110v ຟັງແລ້ວກໍງົງ .. ພວກຈີນນີ້ມັນຮູ້ເລື່ອງໄຟບໍ່ນິ -*-

ຜ່ານໄປອີກເຕີບນຶ່ງ ຍັງລົມກັນບໍ່ຮູ້ເລື່ອງ ຈີນກໍບໍ່ຍອມທ່າດຽວ ແນວໃດກໍບໍ່ຮັບຄືນ ເພິ່ນວ່າຂອງເພິ່ນໃຊ້ໄດ້ ມັນຕັ້ງເປັນແບບນັ້ນ .. ຄວາມຈິງຫຼອດໄຟເປັນຫຼອດທີ່ໃຊ້ກຳລັງໄຟ 750w ເຊິ່ງໄດ້ລອງໃຊ້ກັບໝໍ້ແປງໄຟລຸ້ນ 1 KVA ທີ່ມີຢູ່ ໃຊ້ໄດ້ບໍ່ມີບັນຫາ ໃຊ້ເປັນຊົ່ວໂມງກໍຍັງບໍ່ມີບັນຫາຫຍັງ ແຕ່ອັນໝໍ້ແປງໄຟຈີນມັນຂາຍນີ້ເປັນໝໍ້ແປງໄຟ 1500 VA ແທ້ໆ ໃຊ້ໄດ້ 4 ນາທີແລ້ວຄວັນຂຶ້ນ.

ໂທຫາຄົນຮູ້ຈັກ ຖາມຫາເບີຕຳຫຼວດເຂດຊຽງທອງວ່າ ຮູ້ຈັກເບີຫ້ອງການຕຳຫຼວດເຂດນີ້ບໍ່ ເພິ່ນກໍຕອບວ່າ ຫ້ອງການນັ້ນບໍ່ມີເບີຕັ້ງໂຕະ .. ອ້າວ.. ກໍເລີຍໂທໄປຫາຄົນຮູ້ຈັກ ຖາມຫາເບີນາຍບ້ານຂອງຕະຫຼາດຈີນ ນາຍບ້ານໃຫ້ເບີມາ ບອກວ່າເປັນເບີຫົວໜ້າຕຳຫຼວດເຂດ ກໍໂທໄປຂໍຄຳແນະນຳຈາກເພິ່ນ ເພິ່ນກໍຕອບວ່າ ໃຫ້ໄປຫາ ຕມ ...

ເຊິ່ງກໍແນ່ນອນວ່າ ຕມ ປິດແລ້ວ ເນື່ອງຈາກເວລານັ້ນເປັນເວລາ 6 ໂມງແລງ ຕມ ປິດໄປແຕ່ດົນ ພວກຈີນກໍໄລ່ອອກຮ້ານ ບອກວ່າໄປເອີ້ນຕຳຫຼວດມາພ້ອມກັນກ່ອນ ຄ່ອຍມາຫາໃໝ່ ບໍ່ຕ້ອງມາກີດຮ້ານເພິ່ນ. ລອງໂທຫາ 191 ໃຊ້ເບີ Tigo ໂທ ຜັດບອກວ່າ Your number is restricted... ອ້າວວວ .. -_-' ຖ້າໃຜມີເລື່ອງແລ້ວຄຶດຊິໂທຫາ 191 ແບບໃນໜັງ ບໍ່ຕ້ອງໂທເດີ້ພີ່ນ້ອງ ໂທບໍ່ໄດ້ດອກ ~_~

ກັບມາເຂົ້າເລື່ອງຕໍ່ .. ລົມໄປລົມມາ ບາດນີ້ວ່າເອົາໂຕອື່ນມາລອງ ເພິ່ນກັບໄປບ້ານ ໄປເອົາໂຕ 1200 VA ມາລອງ ລອງເປີດເບິ່ງ ເປີດບໍ່ຂຶ້ນ ປັບໄຟເປັນ 110v ບໍ່ໄດ້ ກໍກັບໄປໃໝ່ ໄປເອົາຢູ່ອີກຮ້ານມາ ເປັນໝໍ້ແປງໄຟ 1500 VA ຄືກັນ ແຕ່ຄົນລະຍີ່ຫໍ້.. ລອງເປີດໃຊ້ໄຟໄປໄດ້ 4 ນາທີ ຄວັນຂຶ້ນອີກແລ້ວ ທັງຄວັນທັງກິ່ນໄໝ້. ຄົນຂາຍກໍບອກວ່າ ມັນຊິຄວັນຂຶ້ນກໍຢ່າ ປ່ຽນບໍ່ໄດ້ ບໍ່ໃຫ້ປ່ຽນ ເຈົ້າເອົາໄປ 3 ມື້ແລ້ວ ຖ້າຊື້ໄປມື້ດຽວແລ້ວມາຄືນໄດ້ຢູ່ ກໍອະທິບາຍວ່າ ມື້ທີ່ມາຊື້ມາຄ່ຳແລ້ວ ຖ້າກັບໄປເຈົ້າກໍປິດຮ້ານຄືເກົ່າ ມື້ຕໍ່ມາພວກຂ້ອຍກໍໄປວຽກໝົດມື້ເດ້ ແລ້ວມື້ຄືນນີ້ກໍມາແຕ່ປິດຮ້ານອີກ ກໍຈຶ່ງໄດ້ມາມື້ນີ້ ອີກຢ່າງນຶ່ງ ຂະໜາດເຈົ້າເອົາອັນໃໝ່ໆ ມາມັນຍັງເປັນຄືກັນ.

ອະທິບາຍໄປປານນັ້ນ ເຈົ້າຂອງຮ້ານແລະລູກຊາຍກໍຍັງປະຕິເສດບໍ່ໃຫ້ປ່ຽນ ສຸດທ້າຍໝູ່ທີ່ໄປນຳກໍສະເໜີວ່າ ຄັນຊັ້ນ ພວກຂ້ອຍຊື້ມາ 310,000 ກີບ ຂໍຄືນ 250,000 ກີບສາ ຈີນກໍບໍ່ຍອມ ໃຫ້ 200,000 ກີບ ຕໍ່ຮອງກັນໄປມາຈັກໜ່ອຍກໍຍອມ ໃຫ້ຄືນ 250,000 ຖືວ່າເຮົາຂາດທຶນ 60,000 ກີບໄປລ້າໆ ເສຍຄ່າໂງ່ໃຫ້ເຂົາເຈົ້າໄປ.

ກ່ອນຊິກັບ ຄົນຈີນເວົ້າວ່າ ບໍ່ເປັນຍັງ ບໍ່ເປັນຫຍັງ ຮັກແພງກັນໄວ້ ... (ຄຶດໃນໃຈ ຢ່າວ່າແຕ່ຮັກແພງເລີຍ ມາຢຽບຮ້ານເຈົ້າຂ້ອຍກໍຊິບໍ່ມາຢຽບອີກ -*-)

ຂຽນທຳອິດຄຶດວ່າສັ້ນໆ ຂຽນຈົບແລ້ວຍາວເຕີບເນາະ ເລື່ອງນີ້ເປັນປະສົບການສອນໃຫ້ຮູ້ວ່າ:

  1. ຖ້າຢາກໄດ້ຂອງທີ່ຊື້ມາແລ້ວໃຊ້ໄດ້ ຢ່າໄປຊື້ຢູ່ຕະຫຼາດຈີນ.
  2. ຖ້າຈຳເປັນຕ້ອງໄປຊື້ແທ້ໆ ໃຫ້ມີໃບບິນການຊື້ຂາຍຄັກແນ່ ແລະທົດລອງໃຊ້ອຸປະກອນນັ້ນໃຫ້ດີກ່ອນວ່າມັນໃຊ້ໄດ້ແທ້ບໍ່ ແລະໃຊ້ໄດ້ດົນຊ່ຳໃດກ່ອນອາດຈະເກີດບັນຫາ.
  3. ຢ່າໂທຫາ 191 ເພາະເບີນີ້ມີແຕ່ໃນໜັງ.
  4. ເລື່ອງແບບນີ້ຕຳຫຼວດອາດຊ່ວຍທ່ານບໍ່ໄດ້ເທົ່າທ່ານຊ່ວຍຕົວຂອງທ່ານເອງ.

ຈົບດີກວ່າ ຂໍຂອບໃຈ :D

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ວ່າຊິຂຽນແຕ່ມື້ນັ້ນລະ ແຕ່ວ່າຍັງບໍ່ທັນຂຽນເທື່ອ ເລື່ອນມາຂຽນມື້ນີ້ແທນເນາະ

ວັນທີ 19 ຕຸລາ 2009 .. ຄະນະຂອງພວກເຮົາ ເຊິ່ງປະກອບມີ ຂ້າພະເຈົ້າ ແລະທ່ານ TINO ກໍໄດ້ເດີນທາງໄປໂຮງຮຽງເດັກກຳພ້າຫຼວງພະບາງ ເພື່ອໄປຮ່ວມງານມອບຄອມພິວເຕີຈຳນວນ 10 ໜ່ວຍໃຫ້ກັບທາງໂຮງຮຽນ. ການຕິດຕໍ່ມາຄັ້ງນີ້ແມ່ນຜ່ານທາງທ່ານ Urko Masse ຈາກ LaoUbuntu.com ໃນກະທູ້ http://laoubuntu.com/forum/index.php?topic=144 ເຊິ່ງເພິ່ນຕິດຕໍ່ມາຈາກໂຮງຮຽນນານາຊາດແຫ່ງນຶ່ງໃນນະຄອນໂຮຈິມິນ ປະເທດຫວຽດນາມ. ໃນຕອນຕົ້ນນັ້ນ ກໍກະວ່າຈະມີທ່ານ Devsmudger ເຊິ່ງເປັນເວັບມາສເຕີ LaoUbuntu.com ມານຳ ແຕ່ບັງເອີນເພິ່ນຕິດພາລະກິດເປັນໝູ່ເຈົ້າບ່າວຢູ່ງານດອງຂອງໝູ່ເພິ່ນ ຈຶ່ງມາບໍ່ໄດ້. ງານນີ້ຈຶ່ງມີພຽງຂ້າພະເຈົ້າແລະ ທ່ານ TINO ດັ່ງທີ່ໄດ້ກ່າວປໃນຕອນຕົ້ນ.

ກໍໄປຮັບຊົມພາບກັນເລີຍເນາະ...

alt

ທຳອິດໄປຮອດ ມີແຕ່ຄົນທີ່ສອງນັບຈາກຂວາມາຊ້າຍ ຄົນເສື້ອສີໝາກຄໍ້ ຄົນນັ້ນຊື່ Mike (ຖ້າຈື່ບໍ່ຜິດ) ມາກ່ອນ ກໍລົມກັນ ແລ້ວຄົນອື່ນໆ ກໍຕາມມາພາຍຫຼັງ ມີເດັກນ້ອຍມານຳ ລູກເຂົາເຈົ້າມາທ່ຽວ..

 


alt

ຖ່າຍຮູບຮວມບາດນຶ່ງ ແຕ່ບໍ່ມີຮູບຂ້າພະເຈົ້າເດີ້ ອິອິ ທາງຊ້າຍມືສຸດແມ່ນ TINO ຕາມດ້ວຍຄະນະຈາກຫວຽດນາມ

 


alt

ມຸມນຶ່ງຂອງໂຮງຮຽນເດັກກຳພ້າ... ເພິ່ນບອກວ່າ ຕອນນີ້ຕຶກສຳລັບຮຽນຍັງບໍ່ພໍ ກະວ່າຖ້າງົບປະມານມາຮອດ ຊິສ້າງອີກຕຶກນຶ່ງສຳລັບນັກຮຽນ ມ 4

 

 

alt

ພໍດີວ່າ ຕອນທີ່ໄປນັ້ນ ທາງໂຮງຮຽນກຳລັງປະຊຸມກັນຢູ່ ກໍເລີຍມາເລາະຫ້ອງຮຽນກ່ອນ ເວລານັ້ນອາຈານບໍ່ຢູ່ໄປປະຊຸມກັນໝົດ ຄະນະຈາກຫວຽດນາມກໍຮ້ອງເພງ ABC ໃຫ້ນັກຮຽນ ປ 3 ຟັງ .. ມີແບບເປັນຄລິບວິດີໂອນຳ ສາມາດເບິ່ງໄດ້ຈາກ http://punlao.com/au8ust/videos/3913

 


alt
alt
alt
alt

ຕອນທີ່ໄປກັນເປັນເວລາເຊົ້າ ປະມານ 8 ໂມງປາຍໆ ແດດກຳລັງມາ ..

 


alt
alt

ພາບໃນຫ້ອງປະຊຸມຫຼັງຈາກທີ່ຄູອາຈານອອກໄປແລ້ວ.. ຄອມພິວເຕີກໍກະວ່າຈະມາຕັ້ງໄວ້ຫ້ອງນີ້ກ່ອນ ດັ່ງທີ່ບອກໄປແລ້ວວ່າ ທາງ ຮຮ ບໍ່ມີຕຶກພຽງພໍ ດັ່ງນັ້ນ ຫ້ອງຄອມພິວເຕີກໍຍັງບໍ່ມີເຊັ່ນກັນ ..

 


alt
alt

ຄອມພິວເຕີທີ່ນຳມາບໍລິຈາກໃນຄັ້ງນີ້ປະກອບດ້ວຍ 10 ເຄື່ອງ ເປັນຄອມພິວເຕີມືສອງທີ່ຍັງມີສະພາບດີ (ແກະເບິ່ງແລ້ວ ປະກັນຂຽນວ່າ ຊື້ປີ 2008)

 


alt

ຜູ່ຊາຍຄົນທາງຂວາຄື ອຳນວຍການ ເພິ່ນກຳລັງທັກທາຍກັບຄະນະຯ

 

 


alt

ກໍພານັກຮຽນມາຈັດແຈງໂຕະຕັ່ງສຳລັບຕັ້ງວາງຄອມ...

 

 


alt
alt
alt

ຫຼັງຈາກນັ້ນກໍລົມກັນວ່າ ຊິເອົາແນວໃດກັນດີ ...

 


alt
alt
alt

ຄົນນີ້ເປັນຄົນຂັບລົດພາຄະນະຯ ມາ..

 

 


alt

ຈໍທີ່ບໍລິຈາກມາເປັນຈໍ LCD 15" ຍີ່ຫໍ້ Samsung

 


alt
alt
alt

ໂຮງຮຽນນີ້ໄດ້ຮັບລາງວັນຫຼາຍຍຍຍຍ

 


alt
alt

ກໍຈັດແຈງເອົາຄອມອອກມາຈາກແກັດ

 


alt

ຈັດການປະກອບໜ້າຈໍໃຫ້ຮຽບຮ້ອຍ..

 


alt
alt

ພາ TINO ໄປ ກາຍເປັນວ່າໃຫ້ໄປປະກອບຄອມຊ້ຳ ໂອ.. ປະກອບສ່ວນຊ່ວຍກັນເນາະ ^_^

 


alt
alt
alt

ເຫັນປລັກໄຟຢູ່ໂຮງຮຽນແລ້ວຂົນໜາວແຕກ 555

 

 


alt
alt
alt
alt

ນີ້ລະເຂົາເອີ້ນ “ໜ້າຈໍ”

 


alt

ປາກົດວ່າ ສາຍໄຟບໍ່ພໍ ຕ້ອງໄດ້ໄປຊື້ມາເພີ່ມອີກ..

 


alt
alt
alt

ອີກມຸມນຶ່ງຂອງຖ້ວຍລາງວັນຕ່າງໆ ..

 

 

 


alt
alt
alt
alt

TINO ບອກວ່າ ເອົາ Mouse ມາແດ່ ຄົນຕ່າງປະເທດຜັດເວົ້າວ່າ ເອົາ Mice ມາແດ່ ຕົກລົງມັນ Mouse ຫຼື Mice ນິ ອິອິ ໂຕນ້ອຍເປັນ Mouse ສາເນາະ

 

 


alt
alt

ຈາກໂຮງຮຽນ Saigon South International School

 


alt

ຮູບແຕ້ມທາດໝາກໂມຕິດຢູ່ຂ້າງປ່ອງຢ້ຽມ..

 

 


alt

ແລ້ວ Ubuntu ກໍຖືກ boot ຂຶ້ນມາ..

 

 


alt

ຄອມທີ່ນຳມາບໍລິຈາກນີ້ ເປັນ Intel Pentium 4 ແລະມີ RAM ທັງໝົດ 1GB ເປັນ DDR2 400 ຈຳນວນ 4 ແຖວ ແຖວລະ 256MB

alt

ຫາກຍັງຈື່ກັນໄດ້ ຄອມທີ່ນຳມາທັງໝົດມີ 10 ເຄື່ອງ ແຕ່ບັງເອີນວ່າ ເພໄປເຄື່ອງນຶ່ງໃນລະຫວ່າງທີ່ຂົນສົ່ງມາທາງອາກາດ ເນື່ອງຈາກພັດລົມທີ່ CPU ມັນເດັ້ງອອກ ແຕ່ທີ່ແປກປະຫຼາດກໍຄື ຂາຂອງ CPU ທັງໝົດນັ້ນ ມັນໄປຕິດກັບ CPU tray ທັງໝົດເລີຍ!!! ຂາທີ່ຢູ່ບ່ອນ CPU ຫາຍໝົດ .. ຈາກ 10 ກໍເລີຍເຫຼືອພຽງ 9 ເຄື່ອງເທົ່ານັ້ນທີ່ໃຊ້ໄດ້.

 

 


alt

ຫຼັງຈາກທີ່ຊ່ວຍກັນປະມານ 1 ຊມ ກໍສາມາດລຸລ່ວງໄປໄດ້ດ້ວຍດີ ແຕ່ ເອ.. ມີເຄື່ອງພິມ All-In-One ເຄື່ອງນຶ່ງນຳ ແຕ່ລືມຖ່າຍຮູບມານຳ -_-'

 

ກໍເປັນອັນວ່າ ວຽກໃນມື້ນັ້ນສຳເລັດລຸລ່ວງໄປດ້ວຍດີ ແຕ່ກໍມີບັນຫາຢູ່ບາງປະການ .. ເລື່ອງມັນມີຢູ່ວ່າ ເດີມທີນັ້ນ ຕັ້ງໃຈຈະບໍລິຈາກຄອມພວກນີ້ ແລະຕິດຕັ້ງ Ubuntu ມານຳ ແຕ່ປາກົດວ່າ Ubuntu ມີບັນຫາກັບພາສາລາວ ພິມ ຢົດ ບໍ່ໄດ້ ພິມໃນ Ubuntu ແລ້ວມັນກາຍເປັນ ຢຍດ ແທນ ແລະມີບັນຫາອື່ນໆນຳເຊັ່ນ ພິມ ກາຍເປັນ ເປັນຕົ້ນ .. ກໍຫາທາງແກ້ໄຂກັນຢູ່.

ບັນຫາຕໍ່ມາກໍຄື ບັນດາຄູອາຈານຄຶດວ່າ ຄອມພິວເຕີທີ່ນຳມາລົງນີ້ເປັນລະບົບປະຕິບັດການ Windows ແຕ່ຄວາມຈິງມັນບໍ່ແມ່ນ ເພາະມັນເປັນ Ubuntu ດ້ວຍເຫດຜົນວ່າ ທາງຜູ່ບໍລິຈາກນັ້ນ ເຫັນວ່າ ຫາກໃຊ້ Windows ກໍຈະເປັນ Windows ເຖື່ອນ ລະເມີດລິຂະສິດ ແລະທີ່ສຳຄັນໄປກວ່ານັ້ນແມ່ນບັນຫາ Virus ເຊິ່ງມັນອາດເຮັດໃຫ້ຄອມບໍ່ສາມາດໃຊ້ໄດ້ ກໍເລີຍລົງ Ubuntu ມາແທນ.

ອີກບັນຫາແມ່ນ ຫາກວ່າສອນນັກຮຽນ ແລະອາຈານໃຫ້ໃຊ້ Ubuntu ໄດ້ ເຂົາເຈົ້າກໍບໍ່ສາມາດນຳຄວາມຮູ້ບ່ອນນີ້ໄປໃຊ້ໃນວຽກງານໂຕຈິງໄດ້ ເພາະວຽກງານໂຕຈິງ ເວລາໄປພິມເອກະສານ ຫຼືໄປໃຊ້ຄອມພິວເຕີບ່ອນອື່ນ ຈະເປັນ Windows ບໍ່ແມ່ນ Ubuntu ແລະໂປຣແກຣມພິມເອກະສານໃນ Ubuntu ນັ້ນແມ່ນ OpenOffice ບໍ່ແມ່ນ Microsoft Office ຄືໃນ Windows. ບ່ອນນີ້ມັນເປັນບັນຫາສຳລັບຂ້າພະເຈົ້າຢູ່ພໍສົມຄວນ ເຊິ່ງຕອນນີ້ກໍໄດ້ຕິດຕໍ່ກັບໄປຫາທ່ານ Urko Masse ວ່າຈະເຮັດແນວໃດດີ.

ຢ່າງໃດກໍຕາມ ໂດຍພາບຮວມແລ້ວ ກໍຖືວ່າການບໍລິຈາກໃນຄັ້ງນີ້ສຳເລັດລຸລ່ວງໄປດ້ວຍດີ ແລະຂໍສະແດງຄວາມຍິນດີກັບໂຮງຮຽນເດັກກຳພ້າແຂວງຫຼວງພະບາງ ທີ່ມີຄອມພິວເຕີເພີ່ມຂຶ້ນ 9 ເຄື່ອງ ຈາກທີ່ມີຢູ່ແລ້ວ 2 ເຄື່ອງ ຕອນນີ້ທັງໝົດມີ 11 ເຄື່ອງແລ້ວ. ຫາກມີເງື່ອນໄຂພຽງພໍ ໃນປີໜ້າຈະມີຫ້ອງຮຽນສຳລັບສອນຄອມພິວເຕີໃຫ້ນັກຮຽນນຳອີກ ກໍເປັນທີ່ໜ້າດີໃຈນຳເນາະ.

ສຸດທ້າຍນີ້ຕ້ອງຂໍຂອບໃຈຄະນະຄູອາຈານຈາກໂຮງຮຽນ Saigon South International School ທີ່ບໍລິຈາກຄອມພິວເຕີມາ ນະ ໂອກາດນີ້ພ້ອມ.

20 ຕຸລາ 2009,
ນິນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

ນອນພັກກາງເວັນຕື່ນມາເອົາຕອນ 4:28 PM ໂດຍປະມານ ລ້າງໜ້າຮຽບຮ້ອຍ ໜ້າຍັງບໍ່ທັນແຫ້ງກໍຍ່າງລົງມາຊັ້ນລຸ່ມກະກຽມໄປເຝົ້າຮ້ານ ໄລຍະນີ້ແຂກຄົນຂ້ອນຂ້າງຈະມີໜ້ອຍ ອາດຈະດ້ວຍເຫດວ່າເປັນຍາມຝົນ, ເປັນໄລຍະ low-season ຫຼືເປັນຍ້ອນເສດຖະກິດຝືດເຄືອງ ແມ່ນຫຍັງກໍວ່າກັນໄປ ສະຫຼຸບແລ້ວແມ່ນ ລາຍໄດ້ບໍ່ຄ່ອຍມີ ມີແຕ່ລາຍຈ່າຍ ເນື່ອງຈາກລູກຄ້າໜ້ອຍ.

ລົງມາຮອດຊັ້ນລຸ່ມກວດກາຄວາມຮຽບຮ້ອຍທົ່ວໄປ ຈັກໜ່ອຍກໍມີຊາຍໜຸ່ມຄົນນຶ່ງຍ່າງເຂົ້າມາໃນຮ້ານ ຫຼັງຈາກໂອ້ລົມປາໄສທັກທາຍກັນເລັກນ້ອຍເຖິງປານກາງ ກໍພໍຈະຈັບໃຈຄວາມໄດ້ວ່າ ມາຈາກໄວໜຸ່ມລາວ ຈະມາຂາຍວາລະສານໄວໜຸ່ມ ຈະມາຂາຍປື້ມດ້ານລຸ່ມນີ້ vvv

 

alt

 

(ຮອຍຂັ້ນໄດທາງຂວາມືຢ່າໄປສົນໃຈ ຕັດໃນໂປຣແກຣມຊື່ ໆ)

ກໍປະມານວ່າ ຢາກໃຫ້ສົ່ງເສີມວາລະສານດັ່ງກ່າວຂ້າງເທິງ ຊ່ວຍເທົ່າໃດກໍໄດ້ ຂໍແຕ່ຊ່ວຍ ຫົວນຶ່ງກໍຍັງດີ ຕອນນັ້ນກໍບໍ່ໄດ້ເບິ່ງນຳເຂົາເຈົ້າ ໃຫ້ເມຍເບິ່ງແທນ ເມຍກໍບໍ່ໄດ້ຫຼິ້ນພັນລາວ ລາວເລີຍບໍ່ຮູ້ວ່າ ວາລະສານແບບດຽວກັນນີ້ແຫຼະ ສະດັບດຽວກັນເລີຍ ທີ່ຖືກໄປເລາະຂາຍທົ່ວປະເທດມາແລ້ວ!! ມີິຄົນລົງໄວ້ກ່ອນໜ້ານີ້ຕັ້ງແຕ່ເດືອນແລ້ວມາລະ ອ່ານໄດ້ໃນ http://punlao.com/November/diary/5728/

ເປັນອັນວ່າ ຊ່ວຍເພິ່ນ 10,000 ກີບ ເພື່ອຊື້ວາລະສານເຫຼືອຂາຍມາອ່ານ

ແລ້ວເປັນຫຍັງເອີ້ນວ່າວາລະສານເຫຼືອຂາຍລະ? ກໍຍ້ອນມັນເຫຼືອແລ້ວຈຶ່ງເອົາມາຂາຍໃຫ້ນີ້ເດ້ ຈັກມັນວາລະສານພິມແຕ່ຍາມໃດ ມີຮອດຂ່າວອັນວ່າຊອກຫາດີເຈເບຍລາວ ມັນແລ້ວໄປແຕ່ສາມເດືອນກ່ອນແລ້ວ ລະຍັງມີຂ່າວໂປງລາງສະອອນຊິມາທົວຄອນເສີດຢູ່ລາວ ອັນນີ້ໝູ່ຂ້າພະເຈົ້າໄປເບິ່ງມາແຕ່ເດືອນໃດພຸ້ນແລ້ວ ຊິມາບອກເຮັດຫຍັງຍາມນີ້

ເປີດອ່ານແລ້ວກໍບໍ່ມີຫຍັງຊິປະດັບສະໝອງນ້ອຍ ໆ ຂອງ ຂພຈ ໄດ້ເລີຍ ອັນຂ່າວໄອທີເພິ່ນ ບອກວ່າ Sony ໄດ້ລາງວັນດ້ານການອອກແບບຜະຫລິດຕະພັນລະດັບໂລກ ເອີ ແລ້ວມັນກ່ຽວຫຍັງກັບຂ້ອຍນໍ້ ຂ້ອຍຊິໄດ້ຫຍັງນຳມັນນໍ້ ບໍ່ເຂົ້າໃຈ ອັນຂ່າວແນວນີ້ກໍຊິເອົາມາລົງ ອ່ານໄປອີກຂ່າວ Cisco ນຳສະເໜີນະວັດຕະກຳໄຣ້ສາຍ ເບິ່ງເນື້ອຂ່າວລະແມ່ນວ່າ Cisco ອອກ Access Point ລຸ້ນໃໝ່ເທົ່ານັ້ນ ຈົບ ໂອຍ ແບບນີ້ມັນບໍ່ໄດ້ເອີ້ນນະວັດຕະກຳເດີ້ພີ່ນ້ອງ ມັນມີມາດົນແລ້ວອັນນີ້ຫັ້ນ ບໍລິສັດອື່ນເຂົາກໍມີ ອັນແນວນີ້ກໍເອົາມາເປັນຂ່າວໄອທີ ຄົນອ່ານໄດ້ປະໂຫຍດຫຍັງນໍ້ ບໍ່ເຂົ້າໃຈນຳ ບ.ກ.

ຂ່າວກິລາ ບອກວ່າ “ຢູຟ່າແຊ້ມປ້ຽນລີກ ປະກົບສຸດມັນ!” ອືມມມ ຂ້າພະເຈົ້າບໍ່ໄດ້ສົນໃຈເລື່ອງເຕະບານ ແຕ່ເຊື່ອວ່າອັນລີກນີ້ມັນແລ້ວໄປແຕ່ດົນລະເດ ວ່າແລ້ວກໍເປີດຕໍ່ໄປ ກໍມີແຕ່ໂຄສະນາອີກຫຼາຍໜ້າຕິດກັນ ຈະບໍ່ມີໜ້າໃດທີ່ທ່ານບໍ່ພົບໂຄສະນາ!

ຈົນໄປຮອດບົດຂຽນເລື່ອງ “ເປັນຫຍັງມະນຸດເຮົາຈຶ່ງບໍ່ສາມາດຫາຍໃຈໃນນ້ຳໄດ້” ອັນນີ້ກໍເອົາມາຂຽນ ຖ້າບໍ່ເອົາມາຂຽນບອກ ຂພຈ ຄືຊິບໍ່ຮູ້ວ່າເປັນຫຍັງມະນຸດຫາຍໃຈໃນນ້ຳບໍ່ໄດ້ເນາະ ເອີ ດີດີດີ ມີປະໂຫຍດ ເອົາເຂົ້າໄປ ສະບັບໜ້າເອົາເລື່ອງ “ເປັນຫຍັງປາຈຶ່ງບໍ່ສາມາດຢູ່ເທິງບົກໄດ້” ມາຂຽນແດ່ເດີ ຖ້າອ່ານ!

ເປີດມາຮອດໜ້າເຫຼືອງ ໆ ລະອຸກໃຈ ເພາະມັນຕອກຢ້ຳວ່າເຮົາອ່ານຂ່າວເກົ່າ ມັນເປັນຂ່າວຄົ້ນຫາດີເຈຄົນໃໝ່ຂອງເບຍລາວ ດັ່ງນີ້ໄດ້ກ່າວໄປແລ້ວວ່າ ອັນດີເຈເບຍລາວນີ້ເຂົາຊອກໄດ້ແຕ່ດົນແລ້ວ ຈັກເດືອນມາແລ້ວ...

ເປີດໄປອີກສອງສາມໃບ ກໍເປັນຮູບສອງໜຸ່ມສາວຢູ່ໜ້າປົກ ພ້ອມໂຄສະນາເສື້ອຜ້າຂອງບໍລິສັດ brandname ແຫ່ງນຶ່ງທີ່ຂຶ້ນຕົ້ນດ້ວຍຄຳວ່າ play.... ອັນວ່າໂຄສະນາເພາະເຂົາໂຄສະນາອີ່ຫລີ ມີຮອດບອກລາຄາ ພ້ອມລະບຸເບີໂທທີ່ສາມາດຕິດຕໍ່ຊື້ໄດ້! ສະດວກສະບາຍຫຼາຍເນາະດຽວນີ້...

ເປີດມາອີກ ເອົາອີກແລ້ວ ຂ່າວເກົ່າ ຂ່າວໂປງລາງສະອອນມາທົວລາວ ຖັດຈາກນັ້ນກໍຂ່າວບັນເທີງທົ່ວໄປ ເອົາດາລາເກົາຫລີມາລົງ ແລະອື່ນ ໆ ແລະແນ່ນອນ ມີໂຄສະນາປະກອບສະເໝີ

ຂ້າພະເຈົ້າລອງເປີດເບິ່ງໃຫ້ຄັກ ໆ ວ່າມັນມີໂຄສະນາຈັກຈຸດກັນແທ້ ປາກົດວ່າ...

ຕັ້ງແຕ່ໜ້າປົກ ຈົນຮອດໜ້າສຸດທ້າຍ ມີໂຄສະນາທັງໝົດ 36 ຈຸດ ແລະມີເນື້ອຫາທີ່ບໍ່ແມ່ນໂຄສະນາທັງໝົດ 24 ຈຸດ ຖ້ານັບເປັນໜ້າໄດ້ບໍ່ຮອດ 10 ໜ້າຊ້ຳ! (ວາລະສານນີ້ມີ 44 ໜ້ານັບທັງໜ້າປົກແລະຫຼັງປົກ)

ອັນແບບນີ້ຍັງເຮັດມາຂາຍເນາະ ອ່ານເບິ່ງແຕ່ລະໜ້າ ບໍ່ມີອັນໃດເລີຍທີ່ນຳໃຊ້ໄດ້ໃນຊີວິດປະຈຳວັນ ເພິ່ນຕັ້ງເຮັດມາໃຫ້ເບິ່ງແທ້ ໆ ເນາະ ເພາະມີແຕ່ໂຄສະນາອີ່ຫລີ

ຖ້າວ່າຢາກໃຫ້ຊຸກຍູ້ ເປັນຫຍັງຄືບໍ່ເຮັດແນວດີ ໆ ມີສາລະໄດ້ປະໂຫຍດມາແດ່ນໍ້ທ່ານ ອີກຢ່າງ ບໍ່ເຂົ້າໃຈຖ້າມັນຂາຍບໍ່ໝົດ ເປັນຫຍັງບໍ່ພິມໃຫ້ໜ້ອຍລົງເອົາ ເປັນຫຍັງຕ້ອງພິມຫຼາຍ ໆ ໃຫ້ມັນຂາຍບໍ່ໝົດແລ້ວເອົາຂອງເກົ່າມາໃຫ້ຊື້

ຈົບດີກວ່າ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ຕໍ່ຈາກຕອນກ່ອນໜ້ານີ້ແມ່ນ series ຈົ່ມ ຕອນທີ່ ໑: ຊື່ສະກົດຜິດ ບາດນີ້ກໍແມ່ນຕອນທີ່ ໒ ມີຊື່ວ່າ “ເຄື່ອງສຳຄັນ

ເລື່ອງມັນມີຢູ່ວ່າ ໝູ່ຂອງອ້າຍຂ້າພະເຈົ້າເດີນທາງຈາກຫຼວງພະບາງໄປວຽງຈັນໃນຕອນຄ່ຳ ຖ້ຽວໂດຍສານປະມານ 8 ໂມງກາງຄືນ ໄປຮອດວຽງຈັນປະມານ 3 ໂມງເຊົ້າຂອງມື້ໃໝ່ ເຊິ່ງການເດີນທາງຄັ້ງນີ້ແມ່ນ ຂພຈ ໄດ້ຝາກເຄື່ອງໄປໃຫ້ອ້າຍຂອງ ຂພຈ ນຳ

ເມື່ອໄປຮອດວຽງຈັນແລ້ວ ໝູ່ຄົນນັ້ນກໍໂທຫາໃຫ້ໝູ່ອີກຄົນໄປຮັບ ເຊິ່ງປາກົດວ່າໄປບໍ່ໄດ້ ເພາະເວລານັ້ນແມ່ນ 3 ໂມງກາງຄືນ ບໍ່ສາມາດເອົາລົດອອກໄດ້ ດຽວແມ່ຊິຮ້າຍ ແລະລາວກໍເປັນຜູ່ຍິງ.. ແຕ່ຢ່າງໃດກໍຕາມ ສຸດທ້າຍແລ້ວກໍອອກໄປໃນເຄິ່ງ ຊມ ຕໍ່ມາ .. ເມື່ອໄປຮອດ ກາຍເປັນວ່າ ໝູ່ຂອງອ້າຍທີ່ໄປນັ້ນ ໄດ້ຂີ່ລົດກັບຫຼວງພະບາງແລ້ວ ເພາະມີເຫດດ່ວນໃຫ້ຕ້ອງກັບ ແລະໄດ້ຝາກເຄື່ອງທີ່ຝາກໄປຈາກຫຼວງພະບາງນັ້ນ ຝາກໄວ້ກັບຄົນຂາຍປີ້ທີ່ສະຖານນີຂົນສົ່ງ

ເມື່ອໝູ່ອີກຄົນທີ່ໄປຮັບນັ້ນ ໄປສອບຖາມກັບທາງຄົນທີ່ຮັບຝາກແລ້ວ ປາກົດວ່າ ເຂົາເຈົ້າໄລ່ຄ່າຝາກ 250,000 ກີບສຳລັບການຝາກບໍ່ຮອດ 1 ຊົ່ວໂມງນັ້ນ! ເມື່ອສອບຖາມລະອຽດແລ້ວ ຜູ່ຮັບຝາກບອກວ່າ ຜູ່ທີ່ມາຝາກເຄື່ອງລະບຸວ່າ ໃນກະເປົາມີ Passport ແລະກະແຈສຳລັບຕູ Safe ດັ່ງນັ້ນ ຈຶ່ງຕ້ອງເກັບຄ່າຝາກແພງ ເພາະເປັນເຄື່ອງສຳຄັນ ຖ້າເສຍຂຶ້ນມາ ພວກເຂົາຕ້ອງຮັບຜິດຊອບ ຄ່າຝາກຈຶ່ງແມ່ນ 250,000 ກີບ!!!

ສະຫຼຸບແລ້ວຕ້ອງເສຍເງິນ 250,000 ກີບສຳລັບການຝາກເຄື່ອງບໍ່ຮອດ 1 ຊົ່ວໂມງທີ່ຄິວລົດສາຍເໜືອ

ອັນເລື່ອງແບບນີ້ຂ້າພະເຈົ້າຟັງແລ້ວກໍຈັກຊິເວົ້າແນວໃດ ເຄີຍໄດ້ຍິນຫຼາຍຄົນຈົ່ມວ່າມາຫຼວງພະບາງແລ້ວຖືກໂກງຄ່ານັ້ນຄ່ານີ້.. ອັນທີ່ຈິງ ໃນຄວາມຄຶດຂອງ ຂພຈ ນັ້ນ ໄປໃສກໍມີໂອກາດຖືກໂກງໄດ້ໝົດຫັ້ນລະ .. ຂພຈ ເຄີຍໄປຈຳປາສັກ ເໝົາລົດຕູ້ໄປຄອນພະເພັງ ເທື່ອນັ້ນກໍຖືກໂກງລາຄາຄ່າໂດຍສານຄືກັນ ແຕ່ກໍບໍ່ຈັກຊິວ່າແນວໃດ ຖ້າບໍ່ໄປກໍບໍ່ໄດ້ ມັນຈຳເປັນມີວຽກດ່ວນ .. ອັນຂຶ້ນຊື່ວ່າຄວາມໂລບ ມັນມີທຸກຄົນຫັ້ນລະເນາະ ເຫັນຄົນອື່ນບໍ່ຮູ້ ກໍພ້ອມທີ່ຈະເອົາປຽບ... ແຕ່ກໍຄຶດບໍ່ທຸກຄົນດອກ... ຍັງມີຄົນດີ ໆ ຢູ່ຫຼາຍແມ່ນບໍ່ທ່ານຜູ່ອ່ານ :D

ກໍລະນີຂອງການຝາກເຄື່ອງນີ້ ບໍ່ຮູ້ຊິໂທດໃຜ ຖ້າໂທດຜູ່ຝາກ ລາວກໍຟ້າວກັບ ຖ້າໂທດໝູ່ທີ່ໄປຮັບ ລາວກໍໄປບໍ່ໄດ້ອີ່ຫລີ ໄປຕອນສາມໂມງກາງຄືນມັນກໍຍາກ ແຕ່ຖ້າວ່າ ຄົນເຮົາຮູ້ຈັກເຫັນໃຈກັນແລະກັນແລ້ວ ຫຼຸດຜ່ອນຄວາມຢາກໄດ້ໄດ້ມີໃຫ້ໜ້ອຍລົງແດ່ ກໍຄືຊິເຮັດໃຫ້ທຸກຢ່າງດີຂຶ້ນຫຼາຍ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2009 | ມີ 44 ຄຳເຫັນ ແລະ 0 trackback(s)

ເຫດເກີດຄືນວັນທີ 25 ເມສາ 2009 ມີຄົນໂທມາກາງເດິກ ດ້ວຍສຽງອັນເມົາມາຍ ຖາມວ່າອັນນີ້ເບີໃຜ? ຟັງແລ້ວບໍ່ຄືຄົນຮູ້ຈັກເລີຍຈັກຄົນ ສຽງແບບຜູ່ເຖົ້າ ແລ້ວກໍຄ້າຍຄົນເມົາ ມີສຽງແຊວ ໆ ອ້ອມຂ້າງ ເລີຍຕອບໄປວ່າ ເຈົ້າໂທຜິດແລ້ວເດີ ໂທໃໝ່ເບິ່ງ ແລ້ວກໍວາງສາຍ ຄົນຊິນອນ ຈັກໂທມາຫຍັງພວກນີ້

ຈັກໜ່ອຍໂທມາອີກ ໂອຍ ລຳຄານ ກົດປິດ

ຈັກໜ່ອຍກໍໂທອີກລະ ເລີຍຮັບສາຍ ບອກວ່າ ເຈົ້າໂທຜິດແລ້ວ ເພິ່ນບໍ່ຍອມ ເພິ່ນຖາມວ່າ ເຈົ້າແມ່ນໃຜ? ກໍເລີຍຖາມກັບວ່າ ແລ້ວເຈົ້າຫັ້ນຊິລົມກັບໃຜ ເພິ່ນຕອບວ່າ ຊິລົມກັບໝູ່ຂອງຂ້ອຍ .. ຂພຈ ເລີຍຕອບໄປວ່າ ຊັ້ນເຈົ້າໂທຜິດແລ້ວ ຂ້ອຍບໍ່ແມ່ນໝູ່ເຈົ້າ ຕອບໄປປະມານນີ້ ປາຍສາຍກໍຖາມວ່າ ບໍ່ນາ ຂ້ອຍຢາກຮູ້ວ່າເຈົ້າຫັ້ນແມ່ນໃຜ .. ອ້າວ ອີຕານີ້ ເມົາລະບໍນິ

ລົມຕໍ່ບໍ່ພໍຄຳ ເພິ່ນລະດ່າວ່າ ກ..ຢາກຮູ້ວ່າມ...ແມ່ນໃຜນີ້ນາ ມ...ຄືມາຈ້າແທ້ @#!()DSW))#(#!#W)_#!($ ບລາ ໆ ໆ ໆ ແລ້ວກໍວາງສາຍ ພ້ອມມີສຽງຫົວອ້ອມຂ້າງຈາກປາຍສາຍດັງຂຶ້ນ

ງົງ

ເອີ້ .. ສະໄໝນີ້

 

ປ.ລ. ຂໍປະຈານແດ່ຈັກໜ່ອຍ ເບີນັ້ນແມ່ນ 4171197