ຂ້າພະເຈົ້າໄດ້ເອົາບົດຄວາມໃນບົດນີ້ຕອນໜຶ່ງໄປຖາມໃນແບບສຳຫຼວດລະຫວ່າງ ຫົວລ້ານລື່ນຄູ ຫຼື ຄວາມຄິດສ້າງສັນ ຂອງບັກຈັນດີ ໂຕລະຄອນໃນເລື່ອງນີ້ ທີ່
http://punlao.com/love4nut/polls/6846/
ແຕ່ແທ້ຈິງແລ້ວນັ້ນ ເລື້ອງນີ້ຂ້າພະເຈົ້າຖອດບົດມາຈາກປຶ້ມເລື່ອງ “ລູກອີສານ” ຂອງອາຈານຄຳພູນ ບຸນທະວີ ມີຢູ່ໃນບົດທີ່ ໙ ຫົວຂໍ້ຫຼວງພໍ່ເຄນອາລະວາດ
ເນື້ອໃນບົດມີຢູ່ວ່າ...
........................................................................................................................
ຫຼວງພໍ່ເຄນອາລະວາດ
ເມື່ອຄູໃຫຍ່ລາວໄດ້ອົບລົມເດັກນ້ອຍໃນໂຮງຮຽນດົນພໍສົມຄວນແລ້ວ ກໍ່ໃຫ້ຄູນ້ອຍເວົ້ານຳ ຄູທອງເວົ້າວ່າ ໂຕ໊ະຮອງຂຽນທຸກຊັ້ນຮຽນນັ້ນ ນັກຮຽນນັ່ງຮອງຂຽນໄດ້ສາມຄົນ ໃຫ້ເດັກນັກຮຽນຜູ້ຍິງນັ່ງຢູ່ຂ້າງໜ້ານັກຮຽນຊາຍ ເວລາຮຽນມີສາມຕອນ ຄືຕອນເຊົ້າໜຶ່ງຕອນກັບຕອນບ່າຍອີກສອງຕອນ ຄືເລີ່ມສາມໂມງເຊົ້າເຖີງທ່ຽງຕອນໜຶ່ງ ແລ້ວຈາກສີ່ໂມງແລງອີກຕອນໜຶ່ງ ລະຫວ່າງພັກຮຽນເວລາບ່າຍສາມໂມງເຖີງບ່າຍສາມໂມງເຄີ່ງເອີ້ນວ່າ “ພັກນ້ອຍ” ແລະຕອນນີ້ຫ້າມນັກຮຽນເມືອບ້ານຫຼືວ່າອອກຈາກເຂດບໍລິເວນວັດ
ນັກຮຽນທຸກຄົນເຊື່ອຟັງຄູກັບຫຼວງພໍ່ເຄນ ແລະມັກຟັງແຕ່ສຽງລະຄັງເພາະແຜ່ນເຫລັກທີ່ໃຊ້ເປັນລະຄັງແຜ່ນນີ້ເປັນຂອງສັກສິດຄືຫຼວງພໍ່ເຄນຍ່າງໄປຂໍເຂົາເຈົ້າມາຈາກອຳເພີ
ໃຜຈະອອກຈາກຫ້ອງຮຽນຕ້ອງແຈ້ງລາຄູສາກ່ອນ ແລະຕອນນີ້ໃຫ້ ປ.໓ ປ.໔ ຂຶ້ນໄປຊ່ອຍກັນຈັດຫ້ອງຮຽນ ສ່ວນນັກຮຽນເຂົ້າໃໝ່ກັບ ປ.໑ ແລະ ປ.໒ ໃຫ້ຫຼິ້ນຢູ່ລຸ່ມ ເມື່ອໄດ້ຍິນສຽງລະຄັງຈັ່ງຂຶ້ນໄປເຂົ້າຮຽນຕໍ່
ພໍຄູທອງເວົ້າຈົບ ນັກຮຽນ ປ.໓ ປ.໔ ກໍ່ແລ່ນຂຶ້ນໄປເທີງໂຮງຮຽນ ຂະນະນັ້ນຫຼວງພໍ່ເຄນກໍ່ຍ່າງໄຫວ່ໆ ມາທີ່ເສົາທຸງຊາດ ແລ້ວຍົກມືຂຶ້ນເວົ້າວ່າ
: ນັກຮຽນເຂົ້າໃໝ່ກັບນັກຮຽນ ປ.໑ ນັ່ງລົງກ່ອນ ສິເວົ້ານິທານໃຫ້ຟັງຈັກໜ່ອຍ
ໝົດສຽງຫຼວງພໍ່ ສຽງແຊວກັນຢູ່ກະມິດອິ່ມຊິ່ມ
: ເອົ້າ ນັ່ງລົງປົນກັນກະໄດ້ ຖືກະດານດິນສໍໄວ້ໃຫ້ດີ ຢ່າໃຫ້ຖືກຂີ້ດິນ ຫຼວງພໍ່ວ່າອີກ
ບັກຈັນດີໝູ່ຂອງຄູນນັ່ງລົງ ຖອນຫາຍໃຈຢ່າງຍາວແລ້ວເວົ້າກັບຄູນຄ່ອຍໆ ວ່າ
: ບໍ່ເຫັນຫຼວງພໍ່ຖືແສ້ມາ ກະໄຄແໜ່
ຫຼວງພໍ່ເຄນລາວຊີ້ມືໄປຫາເດັກນ້ອຍຜູ້ຊາຍຄົນໜຶ່ງໜ້າຕາມອມແມມ ແລະມີຜ້າຂາວມ້າພັນແອວ
: ນັ່ນລູກທິດລິງແມ່ນບໍ່ ຍືນຂຶ້ນ ປີນີ້ໄດ້ຂຶ້ນຊັ້ນ ປ.໑ ແລ້ວແມ່ນບໍ່
: ອື້ອ ເດັກນ້ອຍຄົນນັ້ນວ່າພ້ອມກັບຍືນຂຶ້ນ
: ເວົ້າ ‘ครับ’ ດູ້ ນັກຮຽນຍິງວ່າ ‘ค่ะ’ ເວົ້າໃໝ່
: ครับ!!! ລູກທິດລິງວ່າດັງໆ
: ນັ່ນອີຫຍັງຢູ່ໃນຜ້າຂາວມ້າພັນແອວຮັ່ນ
: ຫໍ່ຂ້າວກັບລາບປາແດກ ເດັກນ້ອຍຜູ້ນັ້ນວ່າແລ້ວຫັນໜ້າຊ້າຍຂວາຄືຈະອວດວ່າມີແນວກິນດີໆ
: ດີແລ້ວ ພໍ່ມຶງຢາກຍ້າຍເຮືອນໄປຢູ່ຟາກໂຄກອີແຫລວ ກະໃຫ້ຕື່ນແຕ່ເຊົ້າເຂົ້າມາໂຮງຮຽນໃຫ້ທັນເດີ້
: ครับ
: ອອກມາຍືນຂ້າງໜ້າກ່ອນ ເບີ່ງໜ້າມຶງຄືສິບໍ່ໄດ້ອາບນ້ຳມາ ໓ ປີ ມີແຕ່ໂຕ ກໍ.ໄກ່ ເຖີງ ຮໍ.ນົກຮູກ ເຕັມໜ້າມຶງໄປໝົດ
ເມື່ອລູກຊາຍທິດລິງອອກມາຍືນຂ້າງໜ້າ ຫຼວງພໍ່ກະເອີ້ນເດັກຊາຍຫ້າຄົນ ເດັກຍິງສອງຄົນອອກມາຍືນຢູ່ໃກ້ໆກັນ ແລ້ວລ້ວງຜ້າສີແດງປຽກນ້ຳອອກມາຈາກຂ້າງແອວ ຍ່າງເຂົ້າຫາລູກຊາຍທິດລິງກ່ອນ ຈັບຫົວລູກຊາຍທິດລິງໂດຍມືຊ້າຍ ເອົາຜ້າສີແດງໃນມືຂວາເຊັດແລະຖູຕາມໃບໜ້າຈົນທົ່ວ ແລ້ວບອກໃຫ້ນັ່ງລົງ ຕໍ່ຈາກນັ້ນຫຼວງພໍ່ກະເຊັດຖູໃບໜ້າຂອງເດັກຜູ້ຖັດມາຈົນຄົບທຸກຄົນ ແລ້ວຈັ່ງບອກນັ່ງລົງ
: ແຕ່ມື້ນີ້ເປັນຕົ້ນໄປ ໄຜສິມາໂຮງຮຽນຕ້ອງສ່ອງແວັ່ນສາກ່ອນ ໄຜມີຂີ້ມູກແຫ້ງຕິດນຳແກ້ມກັບມືສິຖືກຕີສິບເທື່ອ ມີສຽງຄັບກັບຄ່ະຂຶ້ນພ້ອມໆກັນ
: ຍາມມີຂີ້ມູກໄຫຼອອກມາ ຢ່າເອົາມືເຊັດໄປປ້າຍກັບກົ້ນ ໃຫ້ສັ່ງອອກໃຫ້ໝົດ ຈື່ໄວ້
ຕໍ່ຈາກນັ້ນຫຼວງພໍ່ກະບອກວ່າ ມື້ນີ້ໂອ່ງນ້ຳກິນເທີງໂຮງຮຽນຍັງບໍ່ມີ ຕ້ອງຖ່າໃຫ້ຂະບວນກວຽນຂາຍໝໍ້ຂາຍໄຫບ້ານອື່ນມາເຖີງ ຈັ່ງຈະມີໂອ່ງໃສ່ ກິນນ້ຳເທີງກຸດໄປກ່ອນແຕ່ຢ່າຕັກນ້ຳຫຼາຍ ໃຫ້ກິນພໍອິ່ມພໍຢາກ ເພາະນ້ຳກິນຫາຍາກ ພວກເດັກວັດຫຼືເນນນ້ອຍຕ້ອງໄປຫາຕັກມາແຕ່ໄກໆ ສ່ວນກະໂປ໋ຕັກນ້ຳນັ້ນວາງໃຫ້ດີ ລະວັງຢ່າໃຫ້ມັນຕົກແຕກເພາະວ່າກະໂປ໋ໝາກພ້າວມັນຫາຍາກ
ເມື່ອຫຼວງພໍ່ບອກເລີກແຖວຮຽບຮ້ອຍ ພໍ່ຂອງບັກຄູນກັບພໍ່ຂອງບັກຈັນດີກໍ່ລົງມາຈາກເທີງໂຮງຮຽນ ບອກວ່າຈະກັບບ້ານກ່ອນ ຖ້າຢາກຂ້າວກໍ່ໃຫ້ແລ່ນກັບໄປກິນຢູ່ເຮືອນ ຈັນດີຖາມພໍ່ວ່າບໍ່ເອົາສະຕາງໄວ້ໃຫ້ກິນຂະໜົມຫວາ ລຸງເຂັ້ມພໍ່ຂອງບັກຈັນດີກໍ່ບອກວ່າ ແມ່ຄ້າຂາຍຂອງກິນບ້ານເຮົາບໍ່ມີແລ້ວ ລູກສາວຄົນຍວນມາໃໝ່ທີ່ເຄີຍຫາບຂອງຂາຍກະໄປອຳເພີຍັງບໍ່ທັນໄດ້ກັບ ແລ້ວພໍ່ກັບລຸງເຂັ້ມກະພາກັນກັບໄປ
ດວງຕະເວັນລອຍສູງຂຶ້ນຫຼາຍແລ້ວ ເມື່ອສຽງລະຄັງດັງ ເຜັ່ງໆ ຄູນກະຊວນ ຈັນດີຂຶ້ນໄປເທີງໂຮງຮຽນພ້ອມກັບຫົວໃຈທີ່ເຕັ້ນແຮງ ຈັນດີເວົ້າວ່າເທີງໂຮງຮຽນບໍ່ມີຝາກັ້ນທັ້ງສີ່ຂ້າງຈັ່ງຊີ້ ຍາມຝົນຕົກລົມພັດມາມັນບໍ່ປຽກໝົດຫວາ ຄູນບອກວ່າ ລົມກັບຝົນມັນສິມາແຕ່ໃສ ຈັນດີກໍ່ບໍ່ວ່າອີຫຍັງອີກ
ພໍເລີຍຄັນໄດໄມ້ກົມຂຶ້ນໄປ ຄູທອງກະຍ່າງມາດັກໜ້າ ບອກວ່າຊັ້ນມູນຢູ່ທາງຂວາມື ຈັນດີກັບຄູນຍ່າງນຳໜ້າໝູ່ໄປ ໂຕ໊ະຮອງຂຽນຊັ້ນມູນມີຢູ່ສີ່ແຖວ ແຖວລະສາມໂຕ ຄູທອງຍ່າງຕາມໄປຈັດໃຫ້ນັກຮຽນຍິງສີ່ຄົນນັ່ງຂ້າງໜ້າເປັນຄູ່ໆ ໃນໂຕ໊ະຮອງຂຽນສອງໂຕ ອີກໂຕໜຶ່ງວ່າງໄວ້ ສ່ວນຄູນກັບຈັນດີກໍ່ໄດ້ນັ່ງຄູ່ກັນຕິດກັບແຖວນັກຮຽນຍິງ ໂຕຂວາມືກະເປັນທີ່ນັ່ງຂອງເດັກນ້ອຍຜູ້ຊາຍອີກຄູ່ໜຶ່ງ ແລະອີກຄູ່ໜຶ່ງນັ່ງຂ້າງຫລັງຄູນກັບຈັນດີ ໂຕທີ່ວ່າງ ຄູທອງບອກວ່າເອົາໄວ້ໃຫ້ຜູ້ທີ່ບໍ່ທັນມີ ຕອນນີ້ຈະໄດ້ນັ່ງສະບາຍເພາະວ່າຂໍ້ສອກສິໄດ້ບໍ່ຕຳກັນແລ້ວຕີກັນ
ເມື່ອນັ່ງລົງຮຽບຮ້ອຍ ຄູທອງກໍ່ບອກວ່າ ຊັ້ນຂ້າງໜ້າຄື ປ.໑ ກັບ ປ.໒ ສ່ວນດ້ານຊ້າຍມືຊຶ່ງມີທີ່ວ່າງຄັ່ນກາງຄື ປ.໓ ກັບ ປ.໔ ແລະມື້ຕໍ່ໄປໃຫ້ນັກຮຽນຫາຂວດໃສ່ນ້ຳກິນມາ ຫຼືໃສ່ກະບອກໄມ້ໄຜ່ມາກະໄດ້ ເພື່ອຈະໄດ້ກິນຫຼືວ່າໃຊ້ລຶບກະດານ ຢ່າເອົາມືລຶບ ສ່ວນໄມ້ບັນທັດຂອງບາງຄົນນັ້ນທີ່ເຮັດຈາກແກ່ນໄມ້ແດງກະດີແລ້ວ ມັນເປັນເງົາ ງາມດີ ບໍ່ຈຳເປັນຕ້ອງຊື້ໃໝ່ ແຕ່ຢ່າເອົາເຄາະຫົວກັນຫຼິ້ນເພາະມັນແຂັງຫຼາຍ ສ່ວນຂອງຄູນ ພໍ່ກະເຮັດໃຫ້ຈາກແກ່ນໄມ້ຄືກັນ ນຶກຢາກສິໄດ້ຄືຢູ່ຮ້ານຄົນຍວນທີ່ເປັນສີເຫຼືອງໆ ແຕ່ພໍ່ບອກວ່າຕັ້ງແຕ່ພໍ່ເຂົ້າໂຮງຮຽນຈົນຈົບ ປ.໔ ບໍ່ເຄີຍຊື້ໄມ້ບັນທັດຈັກອັນ ເລີຍບໍ່ກ້າຂໍ
ຄູທອງບອກວ່າມື້ໜ້າຈັ່ງຈະມີການເອີ້ນຊື່ ໃຜຖືກເອີ້ນຊື່ໃຫ້ຍືນຂຶ້ນຂານແລ້ວຈັ່ງນັ່ງລົງ ແລະຕໍ່ໄປນີ້ຈະມີການເລືອກຫົວໜ້າຊັ້ນຊ່ອຍເປັນຫູເປັນຕາຄູກັບຫຼວງພໍ່ ໃຜຢາກຈະເປັນຫົວໜ້າຊັ້ນກະໃຫ້ຍົກມືຂຶ້ນຍືນ
: ຂ້ອຍຢາກເປັນ ຈັນດີວ່າຢ່າງແຮງ ແລ້ວລຸກທະລຶ່ງຂຶ້ນຍືນ
: 'ผม' สิ ว่าใหม่ว่า 'ผม' ຄູທອງບອກ
: ผมอยากเป็นครับ!! ຈັນດີວ່າ
ຄູທອງຖາມວ່າມີໃຜຢາກເປັນແດ່ ກະບໍ່ມີໃຜລຸກຂຶ້ນ ຄູທອງເລີຍບອກວ່າຕໍ່ໄປນີ້ຫົວໜ້າຊັ້ນຂອງເຮົານັ້ນແມ່ນ ເດັກຊາຍຈັນດີ ເມື່ອບອກໜ້າທີ່ໃຫ້ຈັນດີແລ້ວກະເວົ້າວ່າການເປັນຫົວໜ້າຊັ້ນນີ້ບໍ່ມີການກຳນົດ ຄູອາດຈະເອົາຄົນໃໝ່ມາແທນມື້ໃດ໋ກະໄດ້ ຖ້າຈັນດີຢາກເປັນດົນໆ ກະໃຫ້ເຮັດໂຕດີໆ ຈັນດີບອກວ່າ 'ครับ' ແລ້ວກະນັ່ງລົງ
ຕໍ່ຈາກນັ້ນຄູທອງຫັນໄປຢິບຊັອກໃນຫີບກະດາດສີເຫຼືອງອ່ອນ ແລ້ວເວົ້າວ່າມື້ນີ້ຈະສອນໃຫ້ຫັດແຕ້ມຮູບໄຮ່ນາຢ່າງດຽວ ມື້ອື່ນຈັ່ງສິຮຽນວິຊາໃໝ່ ໃຜແຕ້ມເສັດແລ້ວໃຫ້ເອົາໄປວາງສົ່ງຄູໄວ້ເທີງໂຕ໊ະຂອງຄູ ແລ້ວກະພັກທ່ຽງໄປໂລດ ຕອນບ່າຍຂຶ້ນຫ້ອງຮຽນຄູຈະມາກວດໃຫ້ຄະແນນ ຄູວ່າຈັ່ງສັ້ນແລ້ວກໍ່ວາດຮູບໄຮ່ນາເປັນຕາລາງສີ່ຫຼ່ຽມຕິດກັນຫົກຊ່ອງລົງໃນກະດານດຳໃຫ້ເດັກນັກຮຽນເບີ່ງ ພໍເສັດແລ້ວກໍ່ຍ່າງໄປຊັ້ນ ປ.໑ ແລະ ປ.໒
ນັກຮຽນຍິງຫັນໜ້າໄປມາໃສ່ກັນແລ້ວຫັນມາທາງຫຼັງເທື່ອແປັບໜຶ່ງ ຈຶ່ງກົ້ມລົງຂີດໃນກະດານຂອງເຈົ້າຂອງ ສ່ວນບັກຄູນນັ້ນກະເພີ່ງໄດ້ຈັບດິນສໍກັບກະດານເທື່ອນີ້ເປັນເທື່ອທຳອິດ ສ່ວນຈັນດີກະງຶກໆງັກໆ ຄືກັນ ຈັນດີເວົ້າຂຶ້ນຢ່າງແຮງວ່າ
: ນາຜີບ້າກູບໍ່ຢາກແຕ້ມ ມັນບໍ່ມີຝົນຕົກລົງມາໃຫ້ຈັກເທື່ອ
ເດັກນ້ອຍທີ່ນັ່ງຕົງຂ້າມກັບຈັນດີຫັນມາເຮັດຕາແວ໋ວຄືສິຍິ້ມແຕ່ບໍ່ຍິ້ມ ແລ້ວກະຫັນກັບໄປ
ຄູນຈັບໄມ້ບັນທັດຂຶ້ນວາງທາບກະດານ ແລ້ວຂີດໄປຊ້າໆ ຕາກະຫຼຽວເບີ່ງກະດານດຳໄປເລື້ອຍໆ ແຕ່ກະໆ ຂີດໆ ຫຼາຍເທື່ອ ເມື່ອ ຄູທອງ ຍ່າງຜ່ານມາບອກວ່າ
: ໃກ້ຈະເຖີງເວລາພັກທ່ຽງແລ້ວເດີ້!!!
ຄູນກັບຈັນດີຈຶ່ງຟ້າວລົງມືຂີດອີກ ຢ່າງຕັ້ງໃຈ ພໍຄູນຂີດຕາລາງໄດ້ຄົບຫົກຄືຈັ່ງຂອງຄູ ກະຄວ່ຳກະດານຂອງຄູນໄວ້ ເມື່ອເບີ່ງຂອງບັກຈັນດີແຕ້ມເສັດແລ້ວ ແຕ່ມີຮູບຂີດໜາໆ ຢູ່ຕົງກາງເປັນວົງກົມ ກະເລີຍສົງສັຍຖາມວ່ານັ່ນມັນແມ່ນຮູບອີຫຍັງ ຈັນດີບອກວ່າ
: ນີ່ແມ່ນຈອມໂພນຈອມໃຫຍ່ຢູ່ກາງນາກູ
: ຄູບໍ່ໃຫ້ແຕ້ມ ໃນກະດານຄູກະບໍ່ມີ ຄູນບອກມັນ
: ແຕ່ນາຂອງກູມີ ກູຕ້ອງແຕ້ມ
ຈັນດີວ່າແລ້ວກະລຸກຂຶ້ນພາໄປວາງໄວ້ເທີງໂຕ໊ະຄູທອງ ແລ້ວກະຍ່າງໄປໜ້າຊັ້ນຮຽນບອກກັບໝູ່ນັກຮຽນທຸກຄົນວ່າ
: ຂອງຜູ້ຍິງຜູ້ຊາຍວາງໄວ້ຄົນລະບ່ອນ ຢ່າໃຫ້ມັນປົນກັນເດີ້!!
ເມື່ອມີສຽງລະຄັງພັກທ່ຽງ ຄູນກັບຈັນດີກະພາກັນໄປຕະລຸ່ມກ່ອນໝູ່ ບັກຄູນຄຶດໃນໃຈບໍ່ເຊົາວ່າ ທີ່ບັກຈັນດີວາດຈອມໂພນລົງນຳນັ້ນ ມັນຄືສິໄດ້ຄະແນນຫຼາຍກວ່າເຮົາເປັນແນ່ນອນເລີຍ ຢາກສິວາດລົງໄປຄືກັນ ແຕ່ໃນໄຮ່ຂອງຄູນມັນກະບໍ່ມີຈອມໂພນ
ຄວາມຕື່ນເຕັ້ນແລະດີໃຈເຮັດໃຫ້ຄູນກັບຈັນດີບໍ່ກັບໄປກິນຂ້າວທ່ຽງຢູ່ເຮືອນ ພາກັນເບີ່ງນັກຮຽນຊຸມຜູ້ໃຫຍ່ໆ ວິ່ງປ້ຽວກັບຕີ່ຈັບແຂ່ງກັນຢູ່ລານວັດຢ່າງມ່ວນຊື່ນ ເມື່ອຍ່າງໄປເຫັນພວກລູກຄູໃຫຍ່ກັບລູກເຈັກອູ໋ເວົ້າກັນເລື່ອງສົ່ງໃໝ່ກັບເຂັມຂັດໃໝ່ກະແຫ່ງເຮັດໃຫ້ຄູນຍືນຟັງຢ່າງສົນໃຈ ຈັນດີຍ່າງເຂົ້າໄປຫາລູກຊາຍເຈັກອູ໋ທີ່ຄ້ຽວຂະໜົມແຫ້ງຢູ່ ກຸ້ບ!!ໆ ແລ້ວກະຖາມວ່າ
: ເຂັມຂັດລູກເສືອກັບເສື້ອໃສ່ມາໂຮງຮຽນ ບ້ານມຶງມີບໍ່
: ມີຫຼາຍ ເອົາກວຽນໄປຂົນກະບໍ່ໝົດ ລູກເຈັກອູ໋ບອກ
: ກູສິຊື້ໃຫ້ໄດ້ໃນໄວໆ ນີ້ລ່ະ ຈັນດີວ່າ
: ລາງຄົນເກັບຄັ່ງໄປຂາຍໄດ້ຊື້ເສື້ອໃໝ່ເດ້! ລູກຊາຍໝໍລຳວ່າ
: ເອົາໄປຂາຍບ່ອນໃດ໋ ຈັນດີຕາວາວ
: ຢູ່ຮ້ານເຈັກອູ໋
: ຂາຍຈັ່ງໃດ໋ ຈັນດີຖາມໄວໆ
: ຄັ່ງສົດກະປ໋ອງນົມລະສາມສະຕາງ ຄັ່ງແຫ້ງສະຕາງດຽວ ລູກເຈັກອູ໋ບອກ
ຈັນດີງຶກຫົວແລ້ວດຶງມືບັກຄູນຍ່າງໜີໄປ ບອກກັບບັກຄູນວ່າມື້ອື່ນຕ້ອງໄປຫາເກັບຄັ່ງໄປຂາຍໃຫ້ໄດ້ ທີ່ເຮົາຄຶດວ່າສິຖ່າໃຫ້ອີ່ພໍ່ຊື້ເສື້ອໃໝ່ໃຫ້ຄືສິຖ່າໄປອີກຫຼາຍມື້ ແລະບອກວ່າ ເຮົາຕ້ອງໄປເກັບນຳກາງທົ່ງນານຳກັນ ຄູນກະຮັບປາກວ່າ ສິໄປແນ່ນອນ ເພາະຍາມເຫັນກາງເກງກັບເຂັມຂັດລູກເສືອຂອງພວກລູກຊາຍໝໍລຳແລ້ວ ເຮັດໃຫ້ກູກິນນ້ຳລາຍຢູ່ທຸກເທື່ອ
ເມື່ອມີສຽງລະຄັງຂຶ້ນຮຽນຕອນບ່າຍນັກຮຽນກະແລ່ນ ບາງຄົນກະຍ່າງ ບາງຄົນໄປທາງຄັນໄດທາງຂຶ້ນຂອງໂຮງຮຽນເປັນໝູ່ໆ ຄັນໄດຂຶ້ນໂຮງຮຽນມີຢູ່ສອງທີ່ ຄືຂ້າງໜ້າກັບທາງຂ້າງທາງຂວາມື ຂະນະທີ່ນັກຮຽນແຕ່ລະຊັ້ນກຳລັງເຂົ້າທີ່ນັ່ງ ຫຼວງພໍ່ເຄນລາວກະຍ່າງນຳໜ້າເນນນ້ອຍຂຶ້ນມາພ້ອມກັບອາການທີ່ຮ່ຳຮອນ ບໍ່ດົນເນນນ້ອຍອົງນັ້ນກະໄປຈັບແຂນເດັກນັກຮຽນຊາຍໃນຊັ້ນ ປ.໑ ກັບ ປ.໒ ມາໄດ້ສີ່ຄົນ ເມື່ອມາເຖີງຫຼວງພໍ່ກະໃຫ້ຍືນຢູ່ບ່ອນທາງຍ່າງ ທີ່ຄັ່ນກາງລະຫວ່າງຊັ້ນສອງຂ້າງ ສ່ວນຄູໃຫຍ່ກັບຄູທອງນັ້ນກະນັ່ງສູບຍາຢູ່ເທີງເກົ້າອີ້ໃກ້ໆ ແລ້ວສຽງຂອງຫຼວງພໍ່ທີ່ຖາມເດັກຊາຍເທື່ອລະຄົນກະດັງກັງວານຂຶ້ນ
: ບັກຫຳນ້ອຍ ນີ້ເວົ້າມາຊື່ໆ ເດີ້ ເປັນຫຍັງໄປຍືນຍ່ຽວຢູ່ຮິມສິມ ຫຼວງພໍ່ຖາມຄົນຕໍ່ມາ
: ບັກສີທາຍາດຜົມຈະກິນນ້ຳກ່ອນ ກະໂປ໋ເລີຍເຫ່ຍ ຫຼວງພໍ່ຖາມເດັກຊາຍຄົນໜຶ່ງ ເດັກນ້ອຍຄົນນັ້ນຫຼຽວໄປທີ່ເນນນ້ອຍຄືສິຄຽດຢ່າງແຮງ ແລ້ວຄ່ອຍໆ ບອກຫຼວງພໍ່ວ່າ
: ຂ້ອຍ.... ຜົມປວດຫຼາຍ ແລ່ນຂຶ້ນໂຄກບໍ່ທັນ
: ບັກນ້ອຍນີ້ລ່ະ ເຮັດກະໂປ໋ຕັກນ້ຳເຫ່ຍລົງແຕກແມ່ນບໍ່? ຫລວງພໍ່ງຶກຫົວແລ້ວຖາມເດັກນ້ອຍຄົນຖັດມາ
: ແລ້ວບັກນີ່ລ່ະ ເລື່ອງອັນຫຍັງຈັ່ງຖ່າຍບໍ່ລົງຮ່ອງຖານມັນ
: ຂ້ອຍເຈັບທ້ອງຫຼາຍ ໄປເກືອບບໍ່ທັນນັ່ງ
: ມຶງກິນອີຫຍັງມາ ຫຼວງພໍ່ຖາມແລ້ວຍິ້ມໄປທາງຄູໃຫຍ່
: ຂ້ອຍກິນຂ້າວກັບຕຳໝາກຫຸ່ງ
: ແລ້ວບັກນ້ອຍນີ່ໄປລັກຂຶ້ນໝາກຂາມຫວານຂອງພໍ່ໃຫຍ່ສິນແມ່ນບໍ່? ຫຼວງພໍ່ຖາມເດັກນ້ອຍຄົນສຸດທ້າຍ
ຫຼວງພໍ່ຍ່າງເອົາມືຂັດຫຼັງຍ່າງໄປຍ່າງມາບາດໜຶ່ງ ແລ້ວຮ້ອງຂຶ້ນວ່າ ການໄປລັກຂອງເຂົາໂດຍເຈົ້າຂອງເຂົາບໍ່ໃຫ້ມັນເປັນບາບ ມັນຈະເສຍຊື່ຮອດພໍ່ແມ່ວ່າລູກໃຜຫຼານໃຜ ແລະການໄປຍ່ຽວໃສ່ສິມກະເປັນບາບ ຈະຮຽນຫນັງສືບໍ່ທັນໝູ່ ສ່ວນເດັກທີ່ຖ່າຍເຫ່ຍບໍ່ຖືກຮ່ອງກະຖືວ່າມີຄວາມຜິດ ທັ້ງໆ ທີ່ຄູບອກໄວ້ແລ້ວຕັ້ງແຕ່ມື້ເຊົ້ານີ້ ແລະຄົນທີ່ເຮັດກະໂປ໋ຕັກນ້ຳເຫ່ຍແຕກກະຖືວ່າເປັນຄົນບໍ່ລອບຄອບ ໃຫຍ່ຂຶ້ນມາສິເປັນຄົນທຸກຄົນຍາກ
ເມື່ອຫຼວງພໍ່ວ່າຈົບແລ້ວກະສັ່ງເນນນ້ອຍວ່າ
: ຄຸມສີ່ຄົນນີ້ໄປເກັບໃບໂພກັບໃບໝາກມ່ວງແຫ້ງໃຫ້ໄດ້ຄົນລະສອງກຳມືແລ້ວເອົາຂຶ້ນມາໃຫ້ເບີ່ງ
ເມື່ອຫຼວງພໍ່ເວົ້າເທົ່ານັ້ນແລ້ວ ເນນນ້ອຍກະຍ່າງນຳໜ້າເດັກນ້ອຍສີ່ຄົນລົງໄປ ຕໍ່ຈາກນັ້ນໃນຊັ້ນມູນຂອງຄູນກະມິດອິ່ມຊິ່ມອິກເທື່ອໜຶ່ງ ເພາະຫຼວງພໍ່ລາວຍ່າງຈ໊ອກໆ ມານັ່ງລົງຢູ່ເກົ້າອີ້ໂຕ໊ະໜ້າຊັ້ນ ແລ້ວຫຍິບກະດານຂອງເດັກນ້ອຍນັກຮຽນທີ່ວາງກອງທັບກັນຢູ່ເທີງໂຕ໊ະຂອງຄູທອງ ຂຶ້ນມາເບີ່ງເທື່ອລະອັນ
: ແຕ້ມໃຊ້ໄດ້ກັນທຸກຄົນນໍ້! ງາມຫຼາຍເນາະ ຫຼວງພໍ່ວ່າ ພ້ອມກັບຕວດເບີ່ງໄປເລື້ອຍໆ
ຂະນະທີ່ຄູນກັບຈັນດີຍິ້ມໃຫ້ກັນ ຫຼວງພໍ່ກະຮ້ອງຂຶ້ນວ່າ
: ຕາຍແລ້ວ ພຸດໂທ! ທັມໂມ! ຮູບນາຂອງຜູ້ໃດ໋ມີຮູບອີຫຍັງຕົງກາງນໍ້ໜິ ຫຼວງພໍ່ວ່າ ພ້ອມຍົກກະດານແຜ່ນນັ້ນຂຶ້ນ ຄູນຮູ້ຄັກວ່າກະດານແຜ່ນນັ້ນແມ່ນຂອງບັກຈັນດີໝູ່ມັນນັ້ນເອງ ຈັນດີນັ່ງຫັນຊ້າຍຫັນຂວາໄປຂ້າງໆ ຍັງບໍ່ໄດ້ເວົ້າຫຍັງ ກະມີສຽງຫຼວງພໍ່ເວົ້າອີກວ່າ
: ຂອງໄຜ ບອກມາໄວໆ
ເທື່ອນີ້ບັກຈັນດີລຸກຂຶ້ນບອກດັງໆ ວ່າ
: ຂອງຜົມຄັບ!!
: ນີ່ມັນແມ່ນຮູບອີຫຍັງຂອງມຶງ ຫຼວງພໍ່ເຮັດໜ້າຕຶງໆ
: ຮູບຈອມໂພນນາຂ້ອຍ ຈັນດີບອກຢ່າງຊັດຄຳ
: ໃນກະດານດຳຂອງຄູທອງມີບໍ່!!! ຫຼວງພໍ່ຖາມແຮງກວ່າເກົ່າ
: ບໍ່ມີ ແຕ່ກາງນາຜົມມີເດ້ະ
: ລູກບັກເຂັ້ມຫົວໝໍເອີ້ຍ!! ມຶງຈັ່ງແມ່ນຫົວລ້ານລື່ນຄູນໍ້ ໃຜບອກໃຫ້ແຕ້ມລົງໄປ
: ຜົມແຕ້ມເອງ ຈັນດີບອກແລ້ວກົ້ມໜ້າ
ຫຼວງພໍ່ຖືກະດານຂອງຈັນດີໄປຫາຄູທອງ ບໍ່ດົນກະກັບມາບອກໃຫ້ຈັນດີຍືນຂຶ້ນອີກ
: ແຕ້ມໄດ້ດີທຸກຄົນ ຂອງເດັກຊາຍຈັນດີກະໃຊ້ໄດ້ ແຕ່ແຕ້ມຮູບຈອມໂພນລົງໄປຖືວ່າຜິດ ຜິດທີ່ເຮັດເກີນຄຳສັ່ງຂອງຄູ ຍອມຮັບຜິດບໍ່
: ຍອມຄັບ!! ຈັນດີຕອບຢ່າງສຽງດັງຟັງຊັດ
: ດີແລ້ວ ເຮັດຜິດຕ້ອງຍອມຮັບຜິດ ແຕ່ຈະຕ້ອງມີການລົງໂທດ ໃຫ້ແຕ້ມໃໝ່ສີ່ຮູບ
ຫຼວງພໍ່ວ່າແລ້ວກະເອີ້ນໃຫ້ຈັນດີໄປເອົາກະດານຄືນມາ ສັ່ງວ່າຖ້າແຕ້ມບໍ່ແລ້ວຫ້າມລົງໄປພັກນ້ອຍ ຫຼືກັບບ້ານບໍ່ໄດ້ຈົນກວ່າສິແຕ້ມແລ້ວ ພໍຫຼວງພໍ່ໄປຊັ້ນ ປ.໑ ຈັນດີກະລົງມືແຕ້ມຮູບທັນທີ
ຈັນດີແຕ້ມຮູບນາ ລົງໃນກະດານຢ່າງຕັ້ງໃຈ ໂດຍແຕ້ມລົງໜ້າລະສອງຮູບ ເມື່ອເສັດຈາກໜ້າທຳອິດກະຈັບພິກຂຶ້ນແລ້ວຂີດກະດານສຽງກີດ!!ໆ ຈັນດີເຮັດຢູ່ແບບນັ້ນຈົນລະຄັງພັກນ້ອຍພໍດີຈັ່ງເສັດ ແລ້ວຈັນດີກະພາໄປສົ່ງຫຼວງພໍ່ຢູ່ທີ່ຊັ້ນ ປ.໔ ບໍ່ດົນຈັນດີກະຍິ້ມເປີ້ຍໆ ກັບມາ ຄູນຖາມມວ່າຫຼວງພໍ່ວ່າຈັ່ງໃດ໋ ຈັນດີບອກວ່າ...
: ຍາພໍ່ ວ່າກູແຕ້ມໄດ້ງາມຫຼາຍ ງາມກວ່າທຸກຄົນໃນຊັ້ນນີ້ ແຫະໆໆ..
...................... (ຮັກແພງ,.) ຈົບບົດທີ່ ໙ ສະບາຍດີ ......................