ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ເມຍຄືໂທລະທັດ ແຕ່ແຟນຄືມືຖື

ໂທລະທັດໄວ້ເບີງຢູ່ເຮືອນ ແຕ່ມືຖືໄວ້ຖືອອກບ້ານ
ໂທລະທັດໄວ້ແກ້ເຫົງາ ແຕ່ມືຖືຕ້ອງຕັ້ງໃຈຫລີ້ນ
ໂທລະທັດເບີງຟຮີຕະຫລອດຊີີວີດ ... ແຕ່ມືຖືລືມຈ່າຍຍາມໃດໝົດໂປຼໂມຊັນທັນທີ
ໂທລະທັດໃຫຍ່ໜັກເກົ່າ ແຕ່ມືຖືງາມບາງ ຖືໄປໄດ້ທຸກເວລາ

ໂທລະທັດຄ່າແປງກະບໍ່ແພງ  ແຕ່ມືຖືແປງກະແພງ ແຖມເພ່ງ່າຍ
ໂທລະທັດໃຊ້ຣີໂມດຢູ່ໄກ່ໆໆກະເບີງໄດ້ ແຕ່ມືຖືຕ້ອງໄລຍະໃກ້ໆເທົ່ານັ້ນ

ມືຖືສາມາດເວົ້າແລະຟັງໄດ້ ແຕ່ໂທລະທັດຟັງຢ່າງດຽວ ຈະຖຽງກັບກະບໍ່ໄດ້
ໂທລະທັດນັ້ນສະອາດປາສະຈາກເຊື້ອ ແຕ່ມືຖືໃຜໆກະຮູ້ວ່າມີໄວຣັດສ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ແປກບໍ່...ຄົນທີທ່ານບອກວ່າວ່າແຕ່ກັບປ່ອຍໃຫ້ເພີ່ນຢູ່ຄົນດຽວ

ແປກບໍ່...ທີເຮົາມີເວລາແຊັດກັບຄົນອື່ນ ແຕ່ເຮົາກັບບອກວ່າບໍ່ມີເວລາໂທຫາພໍ່ແມ່

ແປກບໍ່...ວັນທີເຮົາເກີດເປັນມື້ທີພໍ່ແມ່ດີໃຈ ແຕ່ເຮົາກັບໄປກີນເຂົ້າກັບຄົນອືນ

ແປກບໍ່...ທີທ່ານໄປລ້ຽງເຂົ້າຄົນອືນຕອນທ່ານຈົບປະລີນຍາ ແຕ່ທ່ານກັບບໍ່ໄດ້ໄປລ້ຽງຄົນທີສ່ົງທ່ານມາຮຽນຈົນຈົບປະລີນຍາ

ແປກບໍ່..ທີເຮົາຮັກເພືອນທີເຄີຍລ້ຽງເຂົ້າເຮົາພຽງຄັ້ງດຽວ ແຕ່ເຮົາກັບບໍ່ເຄີຍສົ່ງເງີນໃຫ້ກັບຄົນທີລ້ຽງເຮົາມາ25ປີ

ແປກບໍ່..ທີເຮົາຮັກໃຜບາງຄົນ ຄົນທີບໍ່ກ້າແມ້ແຕ່ຊີຊັກກາງເກງໃນຂອງເຮົາ ແຕ່ເຮົາກັບເບື່ອສຽງເຕືອນຂອງຄົນ ທີລ້າງກົ້ນໃຫ້ເຮົາໄດ້

ແປກບໍ່..ທີເພືອນໂທມາຊວນເຮົາເວລາໃດເຮົາກະອອກໄປ ແຕ່ພໍ່ແມ່ຊີມາຫາເຮົາກັບບອກວ່າບໍ່ວ່າງ

ແປກບໍ່..ທີເຮົາເຮັດຫລາຍໆຢ່າງເພືອໃຜບາງຄົນ ແຕ່ເຮົາບໍ່ເຄີຍເຮັດສີ່ງທີພໍ່ແມ່ແອບດີໃຈ

ແປກບໍ່..ທີເຮົາຕ້ອງເວົ້າມ່ວນໆເພືອໃຫ້ເຂົາຍອມຮັບ ແຕ່ເຮົາບໍ່ໄດ້ເວົ້າມ່ວນກັບພໍ່ແມ່ຕົນເອງ

ແປກບໍ່..ທີເຮົາຍັງຖ້າທີຈະທຳບຸນກັບທ່ານ ໃນວັນທີທ່ານບໍ່ຢູ່

^_^

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຜູ້ຍີງບໍ່ມັກຄົນດີ ບາງຄັ້ງຄຳເວົ້າວັກນີ້ອາດເປັນຄຳເວົ້າທີຖືກຕ້ອງ

ມື້ນີ້ເປັນມື້ທີໃຫ້ເຮົາຮູ້ຈັກກັບຄຳວ່າກຽມຕົວ

ກຽມຕົວທີຈະຕັ້ງຮັບກັບບັນຫາທີຈະເກີດຂື້ນ

ບໍ່ວ່າເຫດນັ້ນຈະເກີດຂື້ນດ້ວຍເຫດຜົນໃດໆໆກະຕາມເຊີ່ງບາງຄັ້ງເຫດນັ້ນ

ເປັນເຫດທີເຮົາບໍ່ມີສ່ວນຫຍັງເລີຍທັ້ງໆໆທີເຮົາກະເຮັດດີມາໂດຍຕະຫລອດ

ໂລກນີ້ມັນບໍ່ແນ່ນອນ

ບາງຄັ້ງກະບໍ່ສົມເຫດສົມຜົນ

ແລະຍັງສອນໃຫ້ຮູ້ວ່າຄົນເຮົາຄວນຈະມີຄວາມຫວັງແຕ່ບໍ່ຄວນທີຈະມີຄວາມຫວັງສູງເກີນໄປ

ເພາະຖ້າຕົກລົງມາຈະເຮັດໃຫ້ເຮົາເຈັບແຮງ

ແບບບໍ່ທັນຕັ້ງໂຕ

ໃນເມືອບັນຫາເກີດຂື້ນແລ້ວເຮົາກະບໍ່ຄວນຈະຈົ່ມຢູ່ກັບບັນຫາ

ຄວນຈະຫາທາງແກ້ໄຂເພືອເດີ່ນໄປຂ້າງໜ້າ

ຊີວີດຄືການເດີນທາງ

ບໍ່ວ່າທາງນັ້ນຈະຫຍຸ້ງຍາກພຽງໃດກະຄວນໄປໃຫ້ເຖີ່ງ

ການໄດ້ຮັກໃຜຄົນໜື່ງກະແມ່ນການຮຽນຮູ້ຢ່າງໜື່ງໃນຊີວີດ

ເຮັດໃຫ້ໄດ້ພົບກັບສີ່ງໃໝ່ທີຫາບໍ່ໄດ້ຈາກໂຮງຮຽນ

ແຕ່ໂລກນີ້ບໍ່ມີສີ່ງໃດແນ່ນອນ

ມີພົບກະຕ້ອງມີຈາກເປັນເລື່ອງທຳມະດາ

ຢ່າລືມວ່າເຮົາເກີດມາບໍ່ໄດ້ຖືຫຍັງມານຳ

ສະນັ້ນໃນໂລກນີ້ບໍ່ມີຫຍັງເປັນຂອງເຮົາ

ເປັນພຽງສີ່ງທີຜ່ານເຂົ້າມາໃນຊີວີດ

ສຸດເຮົາຈາກໂລກນີ້ໄປກະໄປແຕ່ໂຕເປົ່າ....

                                                                            ຄວນກຽມພ້ອມທີຈະປະເຊີນກັບບັນຫາ


 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]>Normal07.8 pt02falsefalsefalseEN-USZH-CNLAOMicrosoftInternetExplorer4<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.5pt;mso-bidi-font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:DokChampa;mso-bidi-theme-font:minor-bidi;mso-font-kerning:1.0pt;}<![endif]-->

ຫາກເຮົາໄດ້ພົບກັບຄວາມພ່າຍແພ້

ບໍ່ໄດ້ໝາຍຄວາມວ່າຊີວີດເຮົາພ່າຍແພ້

ພຽງແຕ່ເຮົາຍັງເຮັດມັນບໍ່ສຳເລັດ

ເມືອເຮົາພ່າຍແພ້

ຢ່າງນ້ອຍ...ເຮົາກະໄດ້ຮຽນຮູ້ບາງຢ່າງຈາກສີ່ງທີເຮົາເຮັດ

ເມືອເຮົາພ່າຍແພ້ບໍ່ໄດ້ໜາຍຄວາມວ່າເຮົາໂງ່

ແຕ່ເຮົາໝັ່ນໃຈແລະເຕັມໃຈທີຈະລອງຕ່າງຫາກ

ຄວາມພ່າຍແພ້ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງຕ່ຳ

ມັນພຽງບອກເຮົາວ່າເຮົາບໍ່ສົມບູນແບບ(ກະຄືກັບຄົນທົ່ວໄປ)

ຄວາມພ່າຍແພ້ບໍ່ໄດ້ເຮັດໃຫ້ເຮົາເສຍເວລາໄປລ້າງໆ

ແຕ່ເປັນເຫດຜົນທີດີໃນການເລີ່ມຕົ້ນສີ່ງໃໝ່ໆ

ຄວາມພ່າຍແພ້ບໍ່ໄດ້ບອກໃຫ້ເຮົາຍອມແພ້

ມັນບອກເຮົາໃຫ້ພະຍາຍາມຫລາຍຂື້ນ

ຄວາມພ່າຍແພ້ບໍ່ໄດ້ໝາຍຄວາມວ່າເຮົາບໍ່ມີທາງເຮັດໄດ້

ມັນພຽງບອກວ່າຕ້ອງໃຊ້ເວລາແດ່

                                                         ຈາກ http://www.tamdee.net

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!-- /* Font Definitions */ @font-face {font-family:宋体; panose-1:2 1 6 0 3 1 1 1 1 1; mso-font-alt:SimSun; mso-font-charset:134; mso-generic-font-family:auto; mso-font-pitch:variable; mso-font-signature:3 135135232 16 0 262145 0;}@font-face {font-family:"Cambria Math"; panose-1:2 4 5 3 5 4 6 3 2 4; mso-font-charset:1; mso-generic-font-family:roman; mso-font-format:other; mso-font-pitch:variable; mso-font-signature:0 0 0 0 0 0;}@font-face {font-family:Calibri; panose-1:2 15 5 2 2 2 4 3 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-1610611985 1073750139 0 0 159 0;}@font-face {font-family:Tahoma; panose-1:2 11 6 4 3 5 4 4 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:1627400839 -2147483648 8 0 66047 0;}@font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;}@font-face {font-family:"@宋体"; panose-1:2 1 6 0 3 1 1 1 1 1; mso-font-charset:134; mso-generic-font-family:auto; mso-font-pitch:variable; mso-font-signature:3 135135232 16 0 262145 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-unhide:no; mso-style-qformat:yes; mso-style-parent:""; margin:0cm; margin-bottom:.0001pt; text-align:justify; text-justify:inter-ideograph; mso-pagination:none; font-size:10.5pt; mso-bidi-font-size:11.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:宋体; mso-fareast-theme-font:minor-fareast; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Times New Roman"; mso-bidi-theme-font:minor-bidi; mso-font-kerning:1.0pt;}.MsoChpDefault {mso-style-type:export-only; mso-default-props:yes; mso-bidi-font-family:"Times New Roman"; mso-bidi-theme-font:minor-bidi;} /* Page Definitions */ @page {mso-page-border-surround-header:no; mso-page-border-surround-footer:no;}@page Section1 {size:595.3pt 841.9pt; margin:72.0pt 90.0pt 72.0pt 90.0pt; mso-header-margin:42.55pt; mso-footer-margin:49.6pt; mso-paper-source:0; layout-grid:15.6pt;}div.Section1 {page:Section1;}--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.5pt;mso-bidi-font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-font-kerning:1.0pt;}<![endif]-->

ເວລາ24ຊົ່ວໂມງ

ພະພຸດທະເຈົ້າເຄີຍອົບຮົມສັ່ງສອນມະນຸດໄວ້ວ່າ


ຊັບສີນທີ່ໄດ້ຈາກການປະກອບກີດຈະກຳການງານຕ່າງໆນັ້ນ


ຄວນແບ່ງອອກເປັນ4ກອງເທົ່າໆກັນ

 

ກອງທຳອີດ ເກັບສະສົມໄວ້ໃຊ້ຍາຍຂາດເຂີນ


ກອງທີ່ສອງ ໃຊ້ຈ່າຍເພື່ອທົດແທນຜູ້ມີພະຄູນ


ກອງທີ່ສາມ ໃຊ້ເພື່ອຄວາມສຸກສ່ວນຕົວ


ກອງທີ່ສີ່ ໃຊ້ເພື່ອສ້າງຄວາມດີງາມໃຫ້ແກ່ສັງຄົມ


ແລ້ວການເຮັດວຽກຂອງມະນຸດເດ


ຫລາຍຄົນຍັງມົວແຕ່ການເຮັດວຽກ ໂດຍບໍ່ຍອມແບ່ງ


ເວລາຫລຽວຫລັງເບີ່ງບຸກຄົນທີ່ຮັກແລະຫວ່ງໃຍຕົນເອງເລີຍບໍ່?

 

ມະນຸດບາງຄົນທຸ້ມເຖເວລາທັງໝົດໃຫ້ແກ່ໜ້າທີການງານ


ພ້ອມກັບຄີດວ່າ ການກະທທຳເຊັ່ນນີ້ເປັນເລືີ່ອງທີຖືກຕ້ອງແລ້ວ

 

ແຕ່ນັ້ນຄືການກະທຳທີ່ໂງ່ທີ່ສຸດ

 

ທຸກຄົນມີເວລາມື້ລະ 24 ຊົ່ວໂມງເທົ່າໆກັນ

 

ແຕ່ຜຸ້ໃດທີ່ທຸ້ມເຖເວລາທັງໝົດໃຫ້ກັບວຽກງານ ໂດຍບໍ່ຍອມ

 

ແບ່ງປັນເວລາໃຫ້ແກ່ຜູ້ໃດ ແມ້ກະທັ້ງຕົນເອງຖືວ່າເປັນມະນຸດ

 

ທີ່ໂງ່ທີ່ສຸດ ເບົາປັນຍາທີສຸດ ບໍລີຫານບໍ່ໄດ້ແມ້ກະທັ້ງເວລາ 24

 

ຊົ່ວໂມງຂອງຕົວເອງໃນແຕ່ລະມື້ແລ້ວ ມະນຸດຜູ້ນັ້ນຈະບໍລີຫານຫຍັງໄດ້

 

ເປັນຫຍັງມະນຸດຜູ້ສະຫລຽວສະຫລາດຈື່ງບໍ່ແບ່ງປັນເວລາ

 

ໃຫ້ຄືກັບການແບ່ງປັນກອງເງີນ ຕາມຄຳສັ່ງສອນຂອງພະພຸດທະເຈົ້າ

 

ບໍ່ຕ້ອງແບ່ງເວລາໃຫ້ເປັນ4ກອງເທົ່າໆໆກັນດອກ

 

ພຽງແຕ່ແບ່ງປັນເວລາໃນແຕ່ລະສ່ວນໃຫ້ ເໝາະສົມເທົ່ານັ້ນ

 

8 ຊົ່ວໂມງສຳລັບການເຮັດວຽກງານເພື່ອຄວາມກ້າວໜ້າໝັ່ນຄົງ

 

ໃນຊີວີດ

 

8ຊົ່ວໂມງສຳລັບການພັກຜ່ອນເກັບເຫື່ອແຮງໄວ້ຕໍ່ສູ້ກັບໜ້າທີການງານແລະອູປະສັກໃນມື້ຕໍ່ໄປ

 

5 ຊົ່ວໂມງສຳລັບການເດີນທາງ ເພື່ອປະກອບກີດຈະກຳຕ່າງໆ

 

2 ຊົ່ວໂມງສຳລັບໂລກສ່ວນຕົວຂອງຕົນເອງ

 

59 ນາທີ ສຳລັບດູແລແລະຮັກສາຄວາມສະອາດຂອງທີຢູ່ອາໄສ

 

ແລະຊ່ວຍເຫລື້ອສັງຄົມ

 

ແລະ1ນາທີຂອງທ່ານທີມອບໃຫ້ກັບຄົນທີ່ຮັກແລະຫ່ວງໃຍທ່ານ

 

ໂດຍບໍ່ນຳເວລາອື່ນໆໆເຂົ້າມາກ່ຽວຂ້ອງ

 

ເພາະພຽງ 1 ນາທີນີ້ມັນມີຄຸນຄ່າຫລາຍກ່ວາທ່ານຈະນັບໄດ້

 

ໃນຄວາມຮູ້ສືກຂອງຄົນຄົນນັ້ນ

 

ຈັ່ງຢ່າກ່າວວ່າ “ ບໍ່ມີເວລາ .....“

 

ເພາະເວລາເປັນສີ່ງທີຍຸດຕີທຳທີ່ສຸດ ໃນໂລກທີມີໃຫ້ແກ່ມະນຸດ

 

ມະນຸດທຸກຄົນມີເວລາມື້ລະ 24 ຊົ່ວໂມງເທົ່າໆໆກັນ

 

ບໍ່ມີໃຜມີເວລາຫລາຍ ແລະ ບໍ່ມີໃຜມີເວລານອ້ຍກ່ວານີ້

 

24 ຊົ່ວໂມງໃນ 1 ມື້ບໍ່ວ່າເສດຖີ ຫລືຄົນຂໍທານ ມີເທົ່າທຽມກັນ

 

ບໍ່ຂາດບໍ່ເກີນແມ້ແຕ່ນ້ອຍ

 

ດ້ວຍເຫດນີ້ ມະນຸດຜູ້ໃດທີ່ກ່າວວ່າ “ ບໍ່ມີເວລາ “

 

ຈື່ງເປັນຜູ້ຫລົ້ມຈົ່ມໃນການບໍລີຫານເວລາ 24 ຊົ່ວໂມງ

 

ໃນແຕ່ມື້ຂອງຕົນເອງຢ່າງສີ້ນເຊີງ

 

ມະນຸດຜູ້ທີສະຫລາດແລະປະສົບຄວາມສຳເລັດໃນຊີວີດຈື່ງບໍ່ແມ່ນຜູ້ທີເກັ່ງແຕ່ເຮັດວຽກຢ່າງດຽວ

 

ແຕ່ມະນຸດຜູ້ທີສະຫລາດແລະປະສົບຄວາມສຳເລັດໃນຊີວີດ

 

ຕ້ອງເປັນຜູ້ທີຮູ້ຈັກແບ່ງສັດສ່ວນ ເວລາມື້ລະ 24 ຊົ່ວໂມງຂອງ

 

ຕົນເອງໄດ້ຢ່າງລົງໂຕ

 

ມື້ລະ24ຊົ່ວໂມງຂອງຕົນເອງ ທີ່ມີໄວ້ສຳລັບການເຮັດວຽກ

 

ການພັກຜ່ອນ ການເດີນທາງ ມີດຕະພາບ ຄວາມຮັກ ຄວາມອົບອຸ່ນ

 

ຄວາມຫວ່ງໃຍ ແລະອື່ນໆໆ

 

ໂດຍບໍ່ຂາດຕົກບົກພ່ອງແມ້ແຕ່ສີ່ງໃດສີ່ງໜື່ງທີເຂົ້າມາກ່ຽວຂ້ອງໃນຊີວີດ

 

ນີ້ແລ ຄືມະນຸດຜູ້ຊານສະຫລາດທີ່ຮູ້ຈັກ“ໃຊ້ເວລາ “

 

ແລ້ວມື້ນີ້ທ່ານຈະອ້າງວ່າ “ ບໍ່ມີເວລາ “ ອີກບໍ່?

 

ຈົ່ງປ່ຽນຄວາມຄີດຂອງທ່ານຕັ້ງແຕ່ບັດນີ້

 

 ຂໍຂອບໃຈຂໍ້ຄວາມດີໆໆຈາກ www.tamdee.net

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ເດັກຜູ້ໂຊກຮ້າຍຄົນນີ້ມີນາວ່າ   Juliana Wetmore ເກີດມາພ້ອມຄວາມຜີດປົກກະຕີທາງຍຢີນ
ເກີດຂື້ນກັບເດັກ 1ໃນ 10,000
ເບີ່ງແລ້ວຈະໄດ້ຮູ້ສືກໂຊກດີເທົ່າໃດທີເຮົາເກີດມາຄົບຖ້ວນ
ບໍ່ຫລໍ່ບໍ່ງາມ ຢ່າໄປນ້ອຍໃຈ ທ່ານໂຊກດີຫວ່າເດັກຄົນນີ້
alt
alt
alt

 

alt

ຂໍ້ຄວາມດີໆໆຈາກ tamdee.net(ຊ້ຳຂອງໃຜແລ້ວ ກະຂໍໂທດຫລາຍໆໆເດີ)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທ່ານເຄີຍຖາມຕົນເອງຫລືບໍ່ ວ່າສີ່ງທີດີທີ່ສຸດໃນຊີວີດຂອງທ່ານຄື່ສີ່ງໃດ

ຄຳຕອບສຳລັບຄຳຖາມນີ້ແຕ່ລະຄົນອາດແຕກຕ່າງກັນເຊັ່ນ

ສີ່ງທີ່ດີທີ່ສຸດຄື່ການໄດ້ພົບຄົນທີ່ເຮົາຮັກທີສຸດ

ມີລູກທີ່ດີມີເພື່ອນທີ່ດີໄດ້ເຮັດວຽກທີ່ດີໄດ້ເລື່ອນຕຳແໜ່ງ

ມີກີດຈະການເປັນຂອງຕົນເອງ ຖືກຫວຍລາງວັນທີ່1

ແລະອື່ນໆໆ

ແຕ່ມີໃຜເຄີຍຄີດບໍ່ວ່າ

ການທີ່ຄົນເຮົາໄດ້ເກີດມາໃນໂລກໃບນີ້ນີ້ຫລະຖືເປັນເລື່ອງທີ່ດີທີ່ສຸດແລ້ວ

ຄວາມມະຫັດສະຈັນຂອງຊີວີດເກີດຂື້ນເມື່ອເຮົາມື່ນຕາເບີ່ງໂລກ

ເຖີງແມ້ວ່າບາງຄົນຈະບອກວ່າຄົນເຮົາເກີດມາໃຊ້ກຳ ແຕ່ນອກຈາກໃຊ້ແລ້ວ

ເຮົາຍັງສາມາດສ້າງສັນສີ່ງດີໆໃຫ້ເກີດຂື້ນອີກໄດ້ຫລາຍຢ່າງ

ຄີດເບີ່ງ ການທີ່ເຮົາໄດ້ເກີດມາບອ່ນໂລກນີ້

ເຮົາບໍ່ໄດ້ເອົາຫຍັງຕີດຕົວມາເລີຍແມ້ແຕ່ຢ່າງດຽວ ເຮົາເກີດໂຕເປົ່າ

ດັ່ງນັ້ນຊີວີດຫລັງຈາກນີ້ບໍ່ວ່າຈະເກີດຫຍັງຂື້ນກັບເຮົາ

ກໍ່ຂໍໃຫ້ຖືວ່າມັນຄື່ກຳໄລຊີວີດ

ເຖີ່ງແມ່ນວ່າເລື່ອງຕ່າງໆທີ່ໄດ້ພົບຈະເຮັດໃຫ້ເຮົາຮ້ອງໄຫ້ຜີດຫວັງພຽງໃດກໍ່ຕາມ

ແຕ່ມັນກະເຮັດໃຫ້ເຮົາເຂັ້ມແຂງແລະກ້າທີ່ຈະຍອມຮັບຄວາມຈີງ

ນັ້ນຄື່ບົດທົດສອບ ມັນເຮັດໃຫ້ຄວາມເປັນຄົນຂອງເຮົາສົມບູນຍີ່ງຂື້ນ

ທຸກຢ່າງຖື່ເປັນກຳໄລທັ້ງ*********ນ ບໍ່ມີຄຳວ່າຂາດທືນ

ເສັງຕົກກະກຳໄລ ເຮັດໃຫ້ເຮົາພະຍາຍາມຫລາຍຂື້ນ

ຖືກອາຈານຕຳໜີກໍ່ກຳໄລ ເຮັດໃຫ້ເຮົາພະຍາຍາມຫລາຍຂື້ນ

ຜີດຫວັງຈາກຄວາມຮັກກະກຳໄລ ເຮັດໃຫ້ເຮົາຮູ້ຄູນຄ່າຂອງຄວາມຮັກຫລາຍຂື້ນ

ຮູ້ຫລືບໍ່ວ່າ ຊີວີດໃຫ້ຂອງຂວັນຫຍັງກັບເຮົາ

ທຸກຄົນໄດ້ຮັບຂອງຂັວນໂດຍເທົ່າທຽມກັນ ບໍ່ເວັ້ນແມ້ແຕ່ຄົນດຽວ

ມື້ອື່ນຫັ້ນເດມື້ໃໝ່ ການເລີ່ມຕົ້ນໃໝ່ ທຸກຄົນເລີ່ມຕົ້ນໃໝ່ໄດ້ສະເໝີໄດ້ທຸກມື້

ທຸກຄັ້ງທີ່ເມື່ອຍທໍ້ໃຈ ຜີດຫວັງ ເມື່ອດວງຕາເວັນຂື້ນຍາມເຊົ້າ

ເຮົາຈະພົບກຳໄລອີກຢ່າງໜື່ງ ນັ້ນຄື່ຄວາມຫວັງ

ເມື່ອມື້ໃໝ່ເລີ່ມຕົ້ນ ຄວາມຫວັງກໍ່ຄົງຍັງຢູ່ກັບເຮົາ

ບໍ່ມີວັນເຊົາ ຈົນກວ່າຊີໝົດລົມຫາຍໃຈ

ໂປດຢ່າກຳນົດຊີວີດຕົນເອງດ້ວຍການຈາກໂລກນີ້ໄປ

ຢ່າຕັດສີນໃຈຢ່າງນັ້ນ ເພາະທ່ານກຳລັງຊີຖີ້ມຂອງຂວັນທີ່ດີທີ່ສຸດຂອງທ່ານ

ຖີ້ມຄວາມຫວັງ ຖີ້ມກຳໄລຊີວີດຖ້າທ່ານເຮັດແບບນັ້ນ ທ່ານຈະບໍ່ຮູ້ວ່າມື້ໃໝ່ນີ້ຈະເປັນແນວໃດ

ໃນເມື່ອເຮົາເກີດມາແລ້ວຂໍໃຫ້ຢູ່ຈົນວີນາທີສຸດທ້າຍຂອງຊີວີດເຖີດ

ຈົນກວ່າທ່ານຈະໝົດແຮງສ້າງສັນສີ່ງດີໆໆໃຫ້ກັບຊີວີດ

ມັນນ້າເສຍດາຍຫລາຍ ຖ້າທ່ານບໍ່ໄດ້ເຫັນມື້ໃໝ່ຂອງທ່ານ

ບໍ່ໄດ້ຮັບຮູ້ສີ່ງທີ່ກຳລັງຈະເກີດກັບຊີວີດ

ບໍ່ວ່າຈະເກີດຂື້ນດ້ານບວກຫລືລົບ ຂໍໃຫ້ຮຽນຮູ້ທີ່ຈະກ້າວຜ່ານໄປໃຫ້ໄດ້ໃ

                                                    ຂໍຂອບໃຈຂໍ້ຄວາມດີໆໆຈາກ tamdee.net

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ຮູ້ຮອບບຕົວຫລາຍ                       ແຕ່ບໍ່ຮູ້ດີຮູ້ຊົ່ວ

ຮູ້ຫລີກງູຫລີກເສື່ອ          ແຕ່ບໍ່ຮູ້ເວັ້ນອາບາຍ

ຮູ້ພາສາຕ່າງປະເທດ                     ແຕ່ບໍ່ຮູ້ຄູນຄ່າພາສາລາວ

ຮູ້ຕອບຄຳຖາມ                              ແຕ່ບໍ່ຮູ້ຕອບແທນບູນຄູນແຜ່ນດີນ

ຮູ້ບ່ອນກີນບ່ອນທ່ຽວ          ແຕ່ບໍ່ຮູ້ບ່ອນຕໍ່າບ່ອນສູງ

ຮູ້ວັນເດື່ອນປີເກີດ          ແຕ່ບໍ່ຮູ້ກະລະເທສາ

ຮູ້ພະຍາກອນອາກາດ                   ແຕ່ບໍ່ຮູ້ວ່າຊີວີດມີຂື້ນມີລົງ

ຮູ້ຈັກຄົນຫລາຍໆຄົນ          ແຕ່ບໍ່ຮູ້ຈັກຕົນເອງ

ຮູ້ຈັກບໍລີຫານຄົນບໍລີຫານວຽກ          ແຕ່ບໍ່ຮູ້ຈັກບໍລີຫານໃຈ

ຮູ້ວີທີຊອກເງີນ                ແຕ່ບໍ່ຮູ້ບໍລີຫານເງີນ

ຮູ້ຈັກສ້າງຕືກສູງຫລາຍຊັ້ນ          ແຕ່ບໍ່ຮູ້ຝືກໃຈໃຫ້ສູງ

ຮູ້ຄູນຂອງເງີນທອງ             ແຕ່ບໍ່ຮູ້ຄູນຂອງພໍ່ແມ່

ຮູ້ຈັກຄຽດ          ແຕ່ບໍ່ຮູ້ຈັກໃຫ້ອະໄພ

ຮູ້ກົດກະຕີກາມາລະຍາດ          ແຕ່ບໍ່ຮູ້ກົດແຫ່ງກຳ

ຮູ້ຈັກໃສ່ໂມງແພງໆ          ແຕ່ບໍ່ຮູ້ຈັກຄູນຄ່າຂອງເວລາ

ຮູ້ທີ່ຈະມີລູກ                    ແຕ່ບໍ່ຮູ້ຈັກລ້ຽງລູກ

ຮູ້ທີ່ຈະຮັກ                        ແຕ່ບໍ່ຮູ້ຈັກຮັບຜີດຊອບ

ຮູ້ທີ່ຈະເວົ້າ                    ແຕ່ບໍ່ຮູ້ຈັກສີນລະປະການເວົ້າ

ຮູ້ວ່າມື້ໜື່ງຈະຕ້ອງຕາຍ          ແຕ່ບໍ່ຮູ້ວີທີກຽມໂຕຕາຍ

                                                                              ຂອບໃຈຂໍ້ຄວາມດີໆຈາກ tamdee.net

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຢ່າເຮັດວຽກຈົນປວ່ຍຕາຍ

ຢ່າມີຄວາມສຸກທີ່ຜີດສີນທັມ

ຢ່າຈື່ແຕ່ເລື່ອງທີ່ໂຫດຮ້າຍ

ຢ່າສະບາຍຈົນລືມໂຕ

ຢ່າຢ້ານທີ່ຈະກ້າວໄປຂ້າງໜ້າ

ຢ່າຖ້າໃຫ້ພະເຈົ້າມາຊ່ວຍ

ຢ່າເປັນຄົນທີ່ເຫັນແຕ່ໄດ້

ຢ່າໃຊ້ຄົນບໍ່ເໝາະກັບວຽກ

ຢ່າຂາຍສັກສີແຫ່ງຄວາມເປັນມະນຸດ

ຢ່າສົນໃຈແຕ່ເລື່ອງຂອງຕົນເອງ

ຢ່າເກັ່ງຢູ່ຄົນດຽວ

ຢ່າທ່ຽວເກີນຂອບເຂດ

ຢ່າຊຳນານໃນເລື່ອງຊົ່ວໆ

ຢ່າສະໜັບສະໜູນຄົນພານ

ຢ່າຍົກເງີນຂື້ນເປັນພະເຈົ້າ

                                                      ຂໍ້ຄວາມດີຈາກ ລືມແລ້ວ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ມີເລື່ອງເລົ່າວ່າ....ມີພະອົງໜື່ງ.....ມັກເຮັດສີ່ງແປກໆໆ
ມີມື້1ພະອົງນີ້ກະເອີ້ນເດັກວ່າມາ.....ແລ້ວບອກໃຫ້ເອົາຕອນຊີ້ນກັບເຊືອກມານຳ...

ແລ້ວເພີ່ນກະເອົາຕອນຊີ້ນມັດກັບຫລັງໝາ....ມັດແລ້ວກະປ່ອຍໝາ

ເມືອໝາເຫັນຕອນຊີ້ນບອ່ນຫລັງກະໄລ່ງັບ....ແຕ່ພໍຫົວໂດດງັບໂຕມັນກະໝູນໜີ....ເພາະໝາກັດຫລັງຕົນເອງບໍ່ເຖີ່ງ

ຍີ່ງໂດດງັບ ຕ່ອນຊີ້ນກະຍີ່ງໜີ

ຍີ່ງໂດດໄວ...ຕອນຊີ້ນກະຍີ່ງໜີໄວ

ໂດດບໍ່ຢຸດ......ຕ່ອນຊີ້ນກະໜີບໍ່ຢຸດ....ນ້າສົງສານຫລາຍ

ໝາໄລ່ງັບຢູ່ດົນເຕີບ...ຕ່ອນຊີ້ນກະບໍ່ເຂົ້າປາກຈັກເທືອ

ຜູ້ຄົນບ່ອນສາລາກະພາກັນຫົວຂັວນ

ແຖມຍັງເວົ້າວ່າມັນຄື່ໂງ່ແທ້

ໄລ່ງັບກີນຕອ່ນຊີ້ນທີ່ຕົນເອງບໍ່ມີທາງໄລ່ທັນຕະຫລອດຊີວີດ

ຫລັງກະນັ້ນພະອົງນັ້ນກະແກ້ເຊືອກ ແລ້ວຫັນມາເວົ້າກັບຍາດໂຍມວ່າ:

ມະນຸດເຮົາ...ມີຄວາມຮູ້ສືກວ່າ...ຕົນເອງຍັງບໍ່ເຕັມ...ຕອ້ງໄດ້ຕື່ມຕະຫລອດເວລາ

ຕື່ມບໍ່ຢຸດ...ຕື່ມເພື່ອໃຫ້ຕົນເອງເຕັມ

ເຮົາຢາກງາມ..ຢາກທັນສະໄໝ...ກະໄປຊອກຊື້ເສື້ອຜ້າທີງາມ..ທີທັນສະໄໝໃສ່

ດີໃຈເດື່ອນດຽວ...ມີລຸ້ນໃໝ່ອອກອີກແລ້ວ...ງາມກ່ວາທັນສະໄໝກ່ວາ...

ຢາກໄດ້ໂທລະສັບມືຖືລຸ້ນໃໝ່....ຊື້ໄດ້2ເືອນ...ລຸ້ນໃໝ່ອອກອີກແລ້ວ

  ........................................

ເຮົາຕ້ອງກົ້ມໜ້າກົ້ມຕາ...ເຮັດວຽກທັ້ງວັນທັ້ງຄືນ...ຫາເງີນມາເພື່ອໃຫ້ຕົນເອງທັນສະໄໝ

ຊື້ເສື້ອໃໝ່...ມື່ຖືໃໝ່...ລົດໃໝ່

ເມື່ອຍສຸດທີ່ເມື່ອຍເພື່ອເຮັດໃຫ້ຕົນເອງບໍ່ຕົກລຸ້ນ

ປັດຈຸບັນເຮົາກຳລັງໄລ່ງັບຄວາມທັນສະໄໝ...ຄື່ກັບໝາທີ່ໄລ່ງັບຕ່ອນຊີ້ນບ່ອນຫລັງຂອງມັນ

ທັ້ງທີ່ຮູ້ວ່າໄລ່ງັບທັ້ງຊີວີດ...ກໍ່ບໍ່ມີທາງໄລ່ທັນ...ນ້າສົງສານບໍ່ໂຍມ

ຄົນເຕັມສາລາ....ຫວ່າງກີ້ຫົວຂວັນ....ວ່າໝາມັນໂງ່

ດຽວນີ້ມີດຫງຽບ...ຄື່ກັບບໍ່ມີຄົນຢູ່

ບໍ່ຮູ້ວ່າ...ກຳລັງສົງສານໝາຫລື...ກຳລັງທົບທວນຄວາມໂງ່ຂອງຕົນເອງ

(ຂອບໃຈຫລາຍໆທີ່ອ່ານ)

 

ຂອບໃຈຂໍ້ຄວາມດີໆໆຈາກ palungjit.com

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ຊັບສົມບັດທີ່ໄດ້ຈາກການປະກອບອາຊີບຫລືວ່າຈາກການປະກອບກີດຈະການຕ່າງໆ

ຄວນແບ່ງອອກເປັນ4ກອງຄື່:

   ກອງທີ1  ເກັບສະສົມໄວ້ໃຊ້ໃນຍາມຂາດແຄນ
         ກອງທີ2  ໃຊ້ເພື່ອທົດແທນຜູ້ມີພະຄູນ
         ກອງທີ3  ໃຊ້ເພື່ອຄວາມສຸກສວ່ນຕົວ

   ກອງທີ4 ໃຊ້ເພື່ອສ້າງຄວາມດີງາມໃຫ້ແກ່ສັງຄົມ

ຂໍຂອບໃຈຂໍ້ຄວາມດີໆຈາກ www.pantown.com

 

 

 

 

 

 


ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ສ່ວນປະກອບຂອງເຫຼົ້າລວມມີ5ຢ່າງດວ້ຍກັນຄື່:

1. ເລື່ອດເສືອ...ດື່ມເຂົ້າໄປແລ້ວຈະເປັນຄົນທີຮ້າຍກາດ...ມື່ງຫາມ******ໄປຕີກັບມັນແດ່ດຸ.....(ເກັ່ງອີຫລີ)

2. ເລື່ອດງູ...ດື່ມແລ້ວຍ່າງບໍ່ທ່ຽງ...ຄົດໄປຄົດມາ...

3. ເລື່ອດນົກ...ດື່ມແລ້ວລົມໄດ້ທັ້ງເວັນທັ້ງຄື່ນ...ບໍ່ຮູ້ເອົາເລື່ອງຫຍັງມາເວົ້າ...

4. ເລື່ອດໝູ..ດື່ມແລ້ວນອນບ່ອນໃດກະໄດ້...ໝາເລ່ຍປາກຍັງບໍ່ຮູ້ສືກເລີຍ...

5. ເລື່ອດໝາ...ດື່ມແລ້ວເຫົາເປັນ...ແຖມລູກເມຍກະຍັງຊີກັດອີກ....

(ຊ້ຳກັບເພື່ອນໆຄົນໃດກະຂໍໂທດນຳເດີ!!!)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

ມີ ດັ່ງນີ້

ຕ້ອງໝັ່ນຟັງ

ຕ້ອງຄີດຕາມ

ຕ້ອງສອບຖາມເມື່ອສົງໄສ

ຂຽນຈາລືກບັນທືກໄວ້

" ຈື່ດີກວ່າຈົດ ຖ້າຈື່ບໍ່ໝົດ ຈົດດີກວ່າຈື່ "

" ຟັງໃຫ້ໝົດ ຈົດໃຫ້ຫລາຍ ປາກຕ້ອງໄວ ໃຈຕ້ອງຄີດ "

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

ຂໍ້ດີຂອງຄວາມທຸກມີດັ່ງນີ້

1.ເຮັດໃຫ້ເຮົາເຂັ້ມແຂງ

2.ເຮັດໃຫ້ເຮົາຮູ້ຄ່າຂອງຄວາມສຸກ

3.ເຮັດໃຫ້ເຮົາມີຄວາມສາມາດຫລາຍຂື້ນ

4.ເຮັດໃຫ້ເຮົາມີປະສົບການໃນການແກ້ບັນຫາຫລາຍຂື້ນ

5.ເຮັດໃຫ້ເຮົາມີຄວາມອົດທົນຫລາຍຂື້ນ

6.ເຮັດໃຫ້ເຮົາເຫັນໄດ້ວ່າໃຜຄື່ຄົນທີ່ເປັນທີ່ເພີ່ງຍາມຍາກຂອງເຮົາ

7.ເຮັດໃຫ້ເຮົາຮູ້ວ່າມີໃຜແດ່ທີ່ຫ່ວງເຮົາ

8.ເຮັດໃຫ້ເຮົາຮູ້ວ່າມີໃຜແດ່ທີ່ເປັນມີດແທ້ຂອງເຮົາ

9.ເຮັດໃຫ້ເຮົາຮູ້ວ່າມີຄົນທີ່ຮັກເຮົາແທ້ບໍ່

10.ເຮັດໃຫ້ເຮົາຄົ້ນຫາຂໍ້ດີຂອງຄວາມທຸກ

11.ເຮັດໃຫ້ເຮົາມີຄວາມລະມັດລະວັງຫລາຍຂື້ນ

12.ເຮັດໃຫ້ເຮົາມີແຮງບັນດານໃຈໃນຊີວີດ

13.ສ້າງພູມຄຸ້ມກັນໃຫ້ຕົວເອງ

14.ບໍ່ຢ້ານກົວຕໍ່ບັນຫາ

15.ເຫັນຄູນຄ່າຂອງເພື່ອນ

16.ຮູ້ວີທີ່ການໃຊ້ຊີວີດ

ເພື່ອນໆມີຕື່ມກະເພີ່ມໃຫ້ແດ່ເດີ ^_^

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ຜົນດີຂອງການດື່ມນ້ຳເມົາມີ :

1.ຄົນຂາຍລວຍຂື້ນ ພະນັກງານໃນໂຮງງານມີລາຍໄດ້

2.ທ່ານໝໍມີວຽກຫລາຍຂື້ນ

3.ບໍລີສັດຢາແລະເຄື່ອງມື່ແພດມີລາຍໄດ້ສູງຂື້ນ

4.ຕຳຫລວດມີວຽກຫລາຍຂື້ນ

5.ໜັງສື່ພີມຢູ່ໄດ້ຍອ້ນຂ່າວທີ່ມາຈາກນ້ຳເມົານີ້ລະ ປຸ້ນຂ້າຂົ່ມຂືນ

6.ເຫຼົ້າເຮັດໃຫ້ພໍ່ຕາຍຈາກລູກໃນຮູບແບບຕ່າງໆ ເດັກໃນຄອບຄົວກໍ່ຈະຮູ້ຈັກສູ້ຊີວີດຫລາຍຂື້ນ

7.ເຮັດໃຫ້ເຮົາເຫັນຄວາມຮັກອັນສູງສົ່ງທີ່ແມ່ມີຕໍ່ລູກ ຫລາຍຄັ້ງທີ່ແມ່ຖືກລູກເມົາເຫຼົ້າ ເຕາະຕີ ແຕ່ແມ່ກະຍັງຮັກລູກ

8.ເຮັດໃຫ້ປະຊາກອນໂລກນ້ອຍລົງ ຖ້າບໍ່ມີນ້ຳເມົາໂລກຂອງເຮົາຄື່ຊີມີຄົນຫລາຍເກີນໄປ

9.ເປັນອູປະກອນສາກົນທີ່ເຮັດໃຫ້ລາວຈີນເມກາລົມກັນເຂົ້າໃຈໂດຍບໍ່ຕ້ອງແປ

10.ເຮັດໃຫ້ກ້າສະແດງອອກ ກ້າເວົ້າກ້າເຮັດ ສະແດງອອກເຖີ່ງເສລີພາບ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

               (ບໍ່ຮູ້ວ່າມີໝູ່ເພື່ອນເຄີຍເອົາມາລົງຫລື່ບໍ່ຖ້າມີກະຂໍໂທດຂໍອະໄພນຳ)

Normal0falsefalsefalseEN-USZH-CNTHMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}

ໂທດຂອງການດື່ມນ້ຳເມົາມີຢູ່ 6 ປະການຄື່ :

1. ເສຍຊັບ ເພາະຕອ້ງຊື້ນ້ຳເມົາມາດື່ມເອງ ແລະ ຕອ້ງລ້ຽງໝູ່ແດ່ ງານການກະບໍ່ໄດ້ເຮັດ.

2. ເຮັດໃຫ້ເກີດການທະເລາະວີວາດ ເພາະດື່ມນ້ຳເມົາແລ້ວຂາດສະຕີ,ບໍ່ສາມາດຄວມຄຸມຕົນເອງໄດ້.

3. ເຮັດໃຫ້ເກີດໂລກຫລາຍຢ່າງ ທັ້ງໂລກຕັບແຂງ,ໂລກກະເພາະ,ໂລກຫົວໃຈ ເປັນຕົ້ນ.

4. ເຮັດໃຫ້ເສຍຊື່ສຽງ ເພາະໄປເຮັດໃນສີ່ງທີ່ບໍ່ດີ.

5. ເຮັດໃຫ້ສະແດງກີລີຍາທີ່ບໍ່ດີຂາດຄວາມລະອາຍ ເພາະເມົາແລ້ວອັນໃດທີ່ບໍ່ກ້າເຮັດກະເຮັດໄດ້.

6. ເຮັດໃຫ້ສະຕີປັນຍາເຊື່ອມຖອຍເພາະເມົາແລ້ວ ພໍເມົາແລ້ວຈະຄີດຍັງບໍ່ອອກ.

ການດື່ມນ້ຳເມົານັ້ນອາດສ້າງຄວາມສຸກໄດ້ແດ່ສຳລັບຄົນທີ່ຕີດ ແຕ່ເປັນຄວາມສຸກຫລອກໆບອ່ນຄວາມທຸກ

ນ້ຳເມົາເຮັດໃຫ້ເຜີດເພີນແຕ່ເປັນຄວາມເຜີດເພີນໃນເລື່ອງເສົ້າ

(ຖ້າມີນອກເໜື່ອຈາກ6ຂໍ້ນີ້ກະເພີ່ມໄດ້ເດີ....)

                       ຂໍຂອບໃຈຂໍ້ຄວາມດີໆຈາກ(ລືມແລ້ວ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

              (ບໍ່ຮູ້ວ່າມີໝູ່ເພື່ອນເຄີຍເອົາມາລົງຫລື່ບໍ່ຖ້າມີກະຂໍໂທດຂໍອະໄພນຳ)

         Normal0falsefalsefalseEN-USZH-CNTHMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Alice0 2000","sans-serif";}

 ອາຊີບທີຕ້ອງຫ້າມມີ 5 ຢ່າງຄື່ :

1.      ຄ້າຂາຍອາວຸດ

2.      ຄ້າຂາຍມະນຸດ

3.      ຄ້າຂາຍສັດເພື່ອນຳໄປຂ້າ

4.      ຄ້າຂາຍຂອງເມົາ

5.      ຄ້າຂາຍຢາພີດ

# ຄ້າຂາຍອາວຸດໝາຍເຖີ່ງຂາຍອາວຸດທີ່ນຳໄປໃຊ້ການປະຫັດປະຫານເຊີ່ງກັນແລະກັນ ເລີ່ມຕັ້ງແຕ່ເຄື່ອງຈັບສັດ,ທະນູ,ປືນໄປຈົນເຖີ່ງລະເບີດລົດຖັງ ແລະອາວຸດສົງຄາມທຸກຊະນີດເປັນຕົ້ນ.

# ຂ້າມະນຸດໝາຍເຖີ່ງນຳມະນຸດມາຂາຍໃຫ້ຜູ້ອື່ນເພື່ອເອົາໄປໃຊ້ເປັນປະໂຫຍດຕາມທີ່ຜູ້ຊື້ຕ້ອງການເຊັ່ນ : ນຳໄປເປັນທາດຮັບໃຊ້, ນຳໄປເປັນຍີງໂສເພນີ ເປັນຕົ້ນ

# ຄ້າສັດເພື່ອນຳໄປຂ້າໝາຍເຖີ່ງ ຂາຍສັດທີ່ມີຊີວີດເພື່ອໃຫ້ຄົນອື່ນນຳໄປຂ້າເພື່ອເຮັດອາຫານຫຼືນຳໄປຂ້າເພື່ອປະໂຫຍດອື່ນໆ

# ຄ້ານ້ຳເມົາໝາຍເຖີ່ງ ຂາຍເຫຼົ້າເບຍ,ຢາສູບລວມໄປເຖີ່ງສີ່ງເສບຕີດໃຫ້ໂທດທຸກຊະນີດ

# ຄ້າຢາພີດໝາຍເຖີ່ງຂາຍຢາພີດເຊັ່ນຂາຍຢາຂ້າແມງໄມ້,ຂາຍຢາສານພີດທີ່ມີພີດເບື່ອເມົາເຮັດໃຫ້ຄົນຫຼືສັດທີ່ດົມຫຼືກີນເຂົ້າໄປ ເຖີ່ງຄວາມຕາຍ ລວມໄປເຖີ່ງສານເຄມີທີ່ນຳໄປໃຊ້ທຳລາຍຜູ້ອື່ນທຸກຊະນີດ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

          (ບໍ່ຮູ້ວ່າມີໝູ່ເພື່ອນເຄີຍເອົາມາລົງຫລື່ບໍ່ຖ້າມີກະຂໍໂທດຂໍອະໄພນຳ)

    ການບູຊາຄືການສະແດງຄວາມເຄົາລົບບຸກຄົນທີ່ເຮົານັບຖື, ຍົກຍ້ອງ, ເລື່ອມໃສໃນບຸກຄົນໆນັ້ນ ເຊິ່ງການບູຊາແບ່ງອອກເປັນ ສອງຢ່າງຄື:
1. ອາມິດສະບູຊາ: ຄືການບູຊາດ້ວຍສິ່ງຂອງເຊັ່ນ: ການເອົາເງິນໃຫ້ພໍ່ແມ່ໄວ້ໃຊ້ຈ່າຍ, ການເອົາຊັບສິນໃຫ້ພໍ່ແມ່ ລວມເອົາທັງການນຳເອົາດອກໄມ້ທູບທຽນບູຊາພະ ກໍ່ຖືເປັນ ອາມິດສະບູຊາ
2. ປະຕິບັດບູຊາ: ຄືການບູຊາດ້ວຍການຈະເລີນສະມາທິພາວະນາ, ການຝຶກໃຈໃຫ້ສະຫງົບບໍ່ກະວົນກະວາຍ, ເຫັນຄວາມຈິງໃນຄວາມເປັນໄປຂອງໂລກ

    ບຸກຄົນທີ່ຄວນບູຊາມີດັ່ງນີ້:

1. ພະພຸດທະເຈົ້າ
2. ພະສົງໃນພຸດທະສາສະໜາ
3. ເຈົ້າຊີວິດຜູ້ຕັ້ງຢູ່ໃນທຳ
4. ບິດາ ມານດາ
5. ຄູ ອາຈານ ທີ່ມີຄວາມຮູ້ດີ ມີຄວາມສາມາດ ແລະ ການປະພຶດດີ
6. ຜູ້ບັງຄັບບັນຊາ ທີ່ມີຄວາມປະພຶດດີຕັ້ງຢູ່ໃນທຳ

                                                         ຂໍຂອບໃຈຂໍ້ຄວາມດີໆຈາກ mahasan.com(ລູກນ້ຳຂອງ)

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

Normal 0 false false false EN-US ZH-CN TH MicrosoftInternetExplorer4 /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin-top:0cm; mso-para-margin-right:0cm; mso-para-margin-bottom:10.0pt; mso-para-margin-left:0cm; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}

ກຳລັງໃຈດີໆໃຫ້ຕົນເອງ

ບໍ່ມີໃຜເກີດມາໄຮ້ຄ່າແມ້ແຕ່ຄົນທີ່ໂງ່ທີສຸດກະຍັງສະຫລາດໃນບາງເລື່ອງ

ແລະຄົນທີ່ສະຫລາດທີ່ສຸດກະຍັງໂງ່ໃນບາງເລື່ອງ

ບໍ່ມີຫຍັງເສຍເວລາຫລາຍກວ່າການຄີດທີ່ຈະຍອ້ນໄປແກ້ໄຂອະດີດ

ບໍ່ເຄີຍຊ້າເກີນໄປທີ່ຈະເຮັດໃນສີ່ງທີ່ຕົນຝັນ

ຄົນທີ່ບໍ່ຫີວກໍ່ຍອ່ມບໍ່ຮູ້ເຖີ່ງລົດຊາດຂອງຄວາມອີ່ມ

ຄວາມສຳເລັດທີ່ຜ່ານຄວາມຫລົ້ມແຫຼວຍອ່ມຫອມຫວານກວ່າເດີມ

ອັນຕະລາຍທີ່ສຸດຂອງຊີວີດຄື່ການຄາດຫວັງຢ່າງຍອມແພ້ ທັ້ງໆທີ່ຍັງບໍ່ໄດ້ພະຍາຍາມຢ່າງເຕັມທີ່

ເຫດຜົນຂອງຄົນຄົນໜື່ງ ອາດຈະບໍ່ແມ່ນເຫດຜົນຂອງຄົນອີກຄົນໜື່ງ

ຖ້າເຮົາບໍ່ລອງກ້າວ ເຮັາຈະບໍ່ຮູ້ເລີຍວ່າທາງຂ້າງໜ້າເປັນແນວໃດ

ຍີນດີກັບສີ່ງທີ່ໄດ້ມາ ຍອມຮັບກັບສີ່ງທີ່ເສຍໄປ

ຫລັງພະຍຸຜ່ານໄປ ຟ້າຍອ່ມສົດໃສສະເໝີ

ຄົນເຮົາບໍ່ຈຳເປັນເກັ່ງ ທຸກເລື່ອງແຕ່ຈົ່ງສະໜຸກກັບວຽກທີ່ໄດ້ເຮັດ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

 

ຄຳຂອບໃຈ
ຂອບໃຈຄວາມບໍ່ມີທີ່ເຮັດໃຫ້ຮູ້ວີທີລຸກຂື້ນສູ້
ຂອບໃຈຄວາມຍາກຈົນທີ່ເຮັດໃຫ້ເປັນຄົນມຸ້ງມະນາ
ຂອບໃຈຄວາມຫລົ້ມຈົ່ມທີ່ເຮັດໃຫ້ເກີດຄວາມຊຳນານ
ຂອບໃຈຄວາມຜີດພາດທີ່ເຮັດໃຫ້ເປັນສະຫລາດກວ່າເກົ່າ
ຂອບໃຈຄວາມລີດສະຍາທີ່ເຮັດໃຫ້ກ້າສ້າງສັນສີ່ງໃໝ່
ຂອບໃຈຄວາມບໍ່ຮູ້ທີ່ເຮັດຮູ້ຈັກຄູຊື່ປະສົບການ
ຂອບໃຈຄວາມຜີດຫວັງທີ່ເຮັດຕັ້ງສະຕີເພື່ອລຸກຂື້ນມາໃໝ່
ຂອບໃຈສັດຕູທີ່ແຂງແກງທີ່ເຮັດໃຫ້ເຮົາຮູ້ວ່າເຮົາຍັງບໍ່ແມ່ນມືອາຊີບ
ຂອບໃຈຄວາມເຈັບເປັນທີ່ເຮັດເຮົາໃຫ້ຕັ້ງໃຈເບີ່ງແຍງສຸຂະພາບ
ຂອບໃຈຄວາມທຸກທີ່ເຮັດໃຫ້ຮູ້ວ່າຄວາມສຸກມີຄ່າພຽງໃດ
ຂອບໃຈຄວາມພັດພາກທີ່ເຮັດໃຫ້ສະຫຼະຈາກຄວາມຍືດຕີດ
ຂອບໃຈຄວາມຕາຍທີ່ເຮັດໃຫ້ບັ້ນທ້າຍຂອງຊີວີດສົມບູນແບບ