ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2016 | ມີ 3 ຄຳເຫັນ ແລະ 0 trackback(s)

ບໍ່ໄດ້ຂຽນບັນຍາຍແບບບ້າບໍມາດົນ ເລີຍມາຂຽນຫຼິ້ນໆລະບາຍແດ່ເນາະ ແຮແຮ

ເປົ້າໝາຍແມ່ນຫຍັງແຮະ? ແມ່ນສິ່ງທີ່ເຮົາະຕ້ອງບັນລຸຜ່າຟັນໃຫ້ໄປເຖິງ ເຊິ່ງເປົ້າໝາຍຈະເປັນຄວາມຝັນທີ່ດີ ກ້າວໄປຫາແລ້ວບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນ ແລະ ທົນທຸກກັບຕົວເຮົາ, ກ້າວໄປຢ່າງມີຄວາມສຸກ ອາດມີທຸກປົນແດ່ ເພາະມັນເປັນການຕໍ່ສູ້ອຸປະສັກທີ່ໜ້າຕື່ນເຕັ້ນ ທີ່ຕ້ອງດຳເນີນໄປ, ເຖິງວ່າເປົ້າໝາຍຍັງມີມືດໝອກມົວບັງຕາ ເຮັດໃຫ້ເຮົາບໍ່ສາມາດແນມໄປເຫັນເປົ້າໝາຍ ປາຍທາງແຫ່ງຄວາມຝັນ, ແຕ່ເຮົາກໍສາມາດລົງມືເຮັດໄປຕາມທິດທີ່ຖືກຕ້ອງ ເຊື່ອໝັ້ນໃນສິ່ງທີ່ເຮົາເຮັດໄປ ຜິດພາດຖືເປັນບົດຮຽນ, ເຮັດໃນສິ່ງທີ່ຕົນເອງຮັກ ເຮັດໃຫ້ດີທີ່ສຸດ ແລ້ວຈະມີຄວາມສຸກ ແລະ ມ່ວນຊື່ນກັບມັນ ຄວາມສຳເລັດຈະນຳມາ ພ້ອມກັບຄາບເຫື່ອ ອາດມີຄາບນໍ້າຕາ ຄາບເປື້ອນ ຄວາມທໍ້ ພຽງຢ່າຖອຍ ເພາະຄວາມສຳເລັດ ອ້າແຂນລໍຖ້າຕ້ອນຮັບຢູ່ຂ້າງໜ້າ ຈົ່ງກ້າວໄປຫາມັນ ເພາະມັນ ຄື ເປົ້າໝາຍຂອງເຈົ້າ ທີ່ຈະໄປເຖິງ ແລະ ເຊື່ອວ່າ ເຈົ້າຈະໄປເຖິງແນ່ນອນ ວັນນັ້ນ ວັນທີ່ ເຈົ້າປະສົບຜົນສຳເລັດ ຂັ້ນໄດດັ່ງກ່າວມີທັງ ຂວາກໜາມ ເຫວຊັນ ປ່າໜາ ດົງຕຶບ ໝອກຄຸມ ຝົນນອງ ແຕ່ເຈົ້າຜ່າມັນໄປໄດ້ ເຈົ້າຄືຜູ້ຊະນະ !!! :)

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2014 | ມີ 8 ຄຳເຫັນ ແລະ 0 trackback(s)

laughຮູ້ສຶກບ້າໆບໍໆ ລະມາຂຽນລະບາຍຊື່ໆ ແຮໆ ບໍ່ຮູ້ຊິໄປລະບາຍຢູ່ໃສ!!!...

ວ່າຊິນອນ ແຕ່ຍັງນອນບໍ່ຫຼັບ ສົງໄສເປັນນຳນອນເວັນຫຼາຍຫຸຫຸ

ອັນແບບວ່າ: ມັນມີຄຳຖາມໃນຫົວຫຼາຍ ເລີຍຊິຖາມຕົວເອງ ແລ້ວ ຫາຄຳຕອບ ວ່າມັນແມ່ນຫຍັງ!?

ບາງທີເຮົາຄາໃຈ ຢາກລະບາຍ: ຖ້າເວົ້າແຕ່ແນວດີໆຫຼາຍ ຢ້ານຄົນເຂົາສົມເພດເອົາວ່າ: ຂີ້ດຽດເດ ຊີວິດຊິບໍ່ມີແນວຮ້າຍເລີຍບໍ ຮາຮາ

ຖ້າຊິເວົ້າແຕ່ແນວຂີ້ຮ້າຍ ຢ້ານເຂົາເຈົ້າສົມນ້ຳຫນ້າ ແລະ ເສົ້າເກີນ ຮາຮາ

ອ້າວ! ຢ່າບອກນະວ່າ: ຂ້ອຍລືມແລ້ວວ່າ ຊິຂຽນເລື່ອງຫຍັງ?!

ອໍ! ວ່າຊິຖາມຕົວເອງວ່າ: ເປັນຫຍັງບາງຄັ້ງເຮົາຈິ່ງອ່ອນແອ ຄືກັບວ່າຍູ້ຫຼັງຕົວເອງໄປບໍ່ໄດ້ ຄອຍເອື່ອຍອິງໃສ່ແຕ່ຜູ້ອື່ນ! ຄິດແນວນັ້ນ ຄືຊິບໍ່ມີທາງອອກນີ້ລະ! ແຕ່ວ່າແມ່ນແລ້ວຄົນເຮົາຕ້ອງອົດທົນ, ເວລາປ່ຽນເກືອບວ່າທຸກຢ່າງກໍປ່ຽນ. ແມ່ນແລ້ວຄົນເຮົາຕ້ອງຕາມຫາຄວາມຝັນ ບໍ່ແມ່ນວ່າ ຖ້າໃຫ້ມີຫມູ່ໄປນຳຈິ່ງໄປ ເພາະວ່າຄວາມຝັນຂອງຄົນເຮົາບໍ່ຄືກັນ...

ເວົ້າໄປຫຼາຍມັນຊິຍາວ...

ຈັກຊິເວົ້າຫຍັງອີກລືມແລ້ວ

ອໍແນວເພິ່ນວ່າ: ຢ່າຢຶດຕິດສິ່ງໃດວ່າແນ່ນອນ ເພາະບໍ່ມີຫຍັງແນ່ນອນ ແມ່ນກະທັ້ງໃຈເຮົາເອງ...

ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2013 | ມີ 20 ຄຳເຫັນ ແລະ 0 trackback(s)

 ນອນເວັນຝັນວ່າ: ໄປທີ່ວຽງໄຊ, ຫົວພັນ ມີງານບຸນສະຫຼອງໃຫຍ່

ຝັນວ່າ: ມີຄົນເອີ້ນຂ້ອຍວ່າ: ມາໄວໆໄປອາບນ້ຳ, ມື້ນີ້ມີຄົນໄປອາບນ້ຳຫຼາຍໆ, ຂ້ອຍກໍ່ແລ່ນອອກມາ, ເປັນແບບວ່າ: ທ້ອງຟ້າເປັນສີແດດອ່ອນໆພໍອຸ່ນໆ, ຝົນຕົກໂປຍປາຍແບບຄ່ອຍໆແຕ່ບໍ່ເປັນເມັດ, ຄົນແລ່ນໄປແລ່ນມາດ້ວຍຄວາມເບີກບານມ່ວນຊື່ນຕາມທາງຫຼາຍໆ ຈັກວ່າເດັກນ້ອຍຜູ້ເຖົ້າ ຜູ້ໜຸ່ມ, ເຫັນພວກເຂົາຍື່ນມືອອກມາກາງໃສ່ສາຍຝົນ, ໜ້າແຫງນຂຶ້ນໄປເທິງທ້ອງຟ້າ ເບິ່ງຄືວ່າເຂົາຊື່ນຊົມກັບແສງແດດ ແລະ ສາຍຝົນເອົາແທ້ເອົາວ່າ, ຫຼາຍຄົນກໍ່ເອົາຕີນຢຽບນ້ຳຝົນຫຼິ້ນທີ່ໄຫຼຜ່ານແຄມທາງ ເຊິ່ງເປັນນ້ຳໃສໆ, ຂ້ອຍກໍ່ສະອອນນຳເຂົາ, ມີຄົນຫຼາຍໆປານງານບຸນໃຫຍ່ຫຍັງຈັກຢ່າງ ( ແຕ່ວ່າລົດບໍ່ຕິດ ບໍ່ມີຂີ້ຝຸ່ນ ເຊິ່ງເຫັນແຕ່ຮອຍຍິ້ມ ແລະ ໜ້າອັນເບີກບານມ່ວນຊື່ນຂອງຄົນທີ່ຂີ່ລົດໄປໆມາໆ ແລະ ແລ່ນ, ຍ່າງ ໄປມາ, ຂ້ອຍເຫັນວ່າ: ໂອຍ! ຄືວ່າບັນຍາກາດດີແບບນີ້ ຂ້ອຍຊິເອົາໂທລະສັບມາຖ່າຍຮູບເອົາໄປລົງເຟສບຸກກ່ອນວ່າຊັ້ນ ( ຝັນໃດຫັ້ນ ຮາໆ ) ແລ້ວຂ້ອຍກໍ່ຖ່າຍຮູບໄປຕະຫຼອດທາງ ຂ້ອຍກໍ່ມ່ວນຫຼາຍເຕີບທີ່ເຫັນບັນຍາກາດແບບນັ້ນ, ຂ້ອຍຍ່າງໄປຮອດແຄມໜອງ ຄົນກໍ່ຫຼາຍໆ, ຂ້ອຍກໍ່ຍ່າງໄປຮອດເດີ່ນບານວຽງໄຊ, ເຫັນວ່າເຂົາເຈົ້າກຽມເຄື່ອງຮ່າງຮ້ານກຳລັງຈະເປີດງານບຸນ, ເຫັນພໍ່ຂ້ອຍໃສ່ຊຸດຫຼໍ່ຂອງເພິ່ນຫັນລະ ຢືນທັກທາຍກັບຫຼາຍຄົນປະມານວ່າ: ສະບາຍດີ, ຍິນດີທີ່ມາຮ່ວມ, ມີການກຽມເຄື່ອງດົນຕີ ຫຼາຍຢ່າງຢູ່ບ່ອນນັ້ນ, ອີກຢ່າງໜຶ່ງແມ່ນກຳລັງເປີດໂຕປະຊຸມຫຍັງຈັກຢ່າງ ໂດຍຈັດເວທີຂຶ້ນຄັກແນ່ ໂດຍມີບັນດານາຍບ້ານຕ່າງໆເຂົ້າມາຮ່ວມ ເຊິ່ງລຸງຂ້ອຍກໍ່ເຂົ້າຮ່ວມໃນນັ້ນ. ຂ້ອຍຍ່າງຜ່ານໄປຮອດໂຮງແຮມທີ່ຢູ່ແຄມໜອງ, ເຂົາວ່າ: ມີການສາຍຮູບເງົາທີ່ນັ້ນ ງານເປີດອະລັງການຂະໜາດ ໂຮງແຮມໃກ້ຖ້ຳອີກ, ປານງານຮາໂລວີນອີ່ຫຍັງຈັກຢ່າງ, ຂ້ອຍກໍ່ເຂົ້າໄປເຫັນຄົນຫຼາຍໆກຳລັງນັ່ງເບິ່ງຮູບເງົາຢູ່ຢ່າງຫຼູຫຼາ ແບບວີໄອພີ ແຖມມີສຽງດັງຕືງຕາງ ແລະ ພົ່ນອາຍນ້ຳອອກໃສ່ກາງວົງຮູບເງົາອີກ ຂ້ອຍຍັງໂຮ່ນຳເຂົາເຈົ້າທີ່ນັ່ງເບິ່ງຮູບເງົາ,  ຂ້ອຍວ່າຊິເຂົ້າໄປເບິ່ງຮູບເງົາແລ້ວ ແຕ່ຂ້ອຍສົນໃຈຫ້ອງອື່ນໆທີ່ມັນເປັນຂັ້ນໄດກ້ຽວໄປກ້ຽວມາ ຂ້ອຍເລີຍຍ່າງເລາະໄປເລາະມາຕາມຊັ້ນຂັ້ນໄດນັ້ນ ໃນນັ້ນກໍ່ມີຄົນສົນໃຈແບບຂ້ອຍ ແລະ ຍ່າງໄປແບບຂ້ອຍ ຂະນະທີ່ຍ່າງໄປຍ່າງມານັ້ນ ມີຄົນທີ່ຍ່າງບຸອອກມາຈາກຖ້ຳ ພ້ອມກັບພາຍໜ້າ ພາຍຖະນູອອກມານຳເຊິ່ງກໍ່ເປັນຄົນຮູ້ຈັກຫັ້ນລະ ( ແຕ່ຮູ້ຈັກໃນນະຄອນຫຼວງ ບາດຝັນລະໄປເຫັນຢູ່ວຽງໄຊ ອິອິ) ນຸ່ງເຄື່ອງໄປປ່າແບບບຸປ່າຫັ້ນລະ ອອກມາແລ້ວມາຍິ້ມໃສ່ເຮົາ, ແລ້ວເຮົາກໍ່ຖາມວ່າ: ໄປໃສມາ? ບໍ່ມາເບິ່ງຮູບເງົານຳບໍ? ເຂົາເຈົ້າກໍຍິ້ມໃສ່ແບບອາຍໆເພາະວ່າຫາກໍ່ບຸອອກມາຈາກຖ້ຳຈາກປ່າ ຫາກໍ່ໄປຍິງນົກຍິງໜູມາ, ເມື່ອຂ້ອຍຫຼົງ ຂ້ອຍກໍ່ບໍ່ໄດ້ເບິ່ງຮູບເງົາ ເພາະເມົາແຕ່ຍ່າງໄປຍ່າງມາຢູ່ກາງຖ້ຳ, ຂ້ອຍກໍ່ອອກມາຈາກຖ້ຳ ເລາະຖ່າຍຮູບຕໍ່ ຂ້ອຍໄປຖ່າຍເອົາຜາແມ່ໝ້າຍທີ່ມີໝອກປົກຄຸມຢູ່ເທິງຈອມ ຂ້ອຍວ່າ: ໂອພາບນີ້ງາມໆ ຂ້ອຍຊິເອົາລົງເຟສບຸກ ໃສ່ຊື່ອາລະບ້ຳວ່າ:  Today in Viengxay... ຂ້ອຍຊວາດຕື່ນຂຶ້ນມາ: ອ້າວ! ນອນເວັນຄືຝັນຍາວແທ້ ເຮົາຢູ່ໃສລະບັດນີ້ ອ້າວ! ບໍ່ໄດ້ຢູ່ວຽງໄຊ, ຢູ່ນະຄອນຫຼວງພີ້ນະ! ອ້າວແມ່ນຫວາ? ເບິ່ງຝາເຮືອນກ່ອນ ແມ່ນຢູ່ໃສແທ້ ໂອ ແມ່ນແລ້ວ ບໍ່ໄດ້ຢູ່ວຽງໄຊ, ຍ້ອນຄິດຮອດຫຼາຍຈິ່ງຝັນເຫັນແບບນີ້ເກືອບຕະຫຼອດ :)
 
ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2013 | ມີ 12 ຄຳເຫັນ ແລະ 0 trackback(s)

 ມື້ນີ້ໄປຫຼິ້ນທາງຕາດຍາວ ( ເມືອງນາຊາຍທອງ ), ຮອດສາມແຍກປ້າຍທາງເຂົ້າຕາດຍາວ, ລ້ຽວຊ້າຍລົງໄປໜ້ອຍໜຶ່ງ, ຍັງບໍ່ທັນມີປ້າຍ ເຂົາເຈົ້າເຮັດເປັນແບບຄອບຄົວ, ຂ້ອຍເອີ້ນເອງວ່າ: ສວນອຸທິຍານອັດສະຈັນ :) ພໍແຕ່ໄປຮອດກໍ່ກິນປີ້ງປານິນ, ປາດຸກ, ປາບູ່ໃຫຍ່ ເຂົາເຈົ້າປີ້ງໄວ້ແລ້ວ, ແກງໜໍ່ໄມ້ ທີ່ຫາມາຈາກບ່ອນນັ້ນ, ກິນເບຍໜ້ອຍໜຶ່ງ ເພາະກິນຫຼາຍບໍ່ໄດ້ ຢ້ານເມົາ ແຮໆ, ໄປນຳເອື້ອຍຮັກ, ໝູ່ຂອງເພິ່ນຕ້ອນຮັບຢ່າງດີ, ເປັນກັນເອງ ແລະ ເຮັດໃຫ້ຮູ້ສຶກດີທີ່ສຸດ, ຫຼັງຈາກກິນເຂົ້າແລ້ວຂ້ອຍກໍ່ຍ່າງລົງໄປເລາະເບິ່ງແຖວລຸ່ມ, ມີໜອງປາ ມີປາຫຼາຍໆ, ມີຄືຕາດນ້ອຍໆ ນ້ຳໄຫຼຜ່ານຫີນ, ມີໄກ່, ໄກ່ຕັອກ, ມີເປັດ, ນົກກະທາ, ສະອອນປາຫຼາຍໆລອຍເປັນຝູງໄປມາ, ນ້ຳໃສໆ, ຂ້ອຍຍ່າງໄປຕໍ່ ອ້າວ! ມີນົກຍາງຢູ່ຄີມໜອງ ແຕ່ເປັນນົກຍາງປັ້ນງາມໆ, ຂ້ອຍປະທັບໃຈຫຼາຍ, ຂ້ອຍຫຼຽວເບິ່ງທີ່ຕູບທີ່ງົດງາມ ມີດອກໄມ້ອ້ອມໄປໝົດ, ຂ້ອຍແອບຖ່າຍຮູບເອົາໂຕເປັດສອງ-ສາມໂຕທີ່ຍ່າງໄປມາເທິງຕູບອັນງົດງາມ ປານພະລາດຊະວັງຂອງມັນ ອິອິ, ຂ້ອຍຍ່າງໄປອີກ ເຫັນຊ້າງນ້ອຍປັ້ນ, ເຫັນກວາງປັ້ນ, ຂ້ອຍຍ່າງເລາະລົງໄປແຖວປ່າໃກ້ກວາງປັ້ນ ຂ້ອຍເຫັນຕໍຕົ້ນໄມ້ໃຫຍ່ຕົ້ນໜຶ່ງ ໂດກແລ້ວ ເຫຼືອແຕ່ຕໍ ຂ້ອຍຍ່າງເຂົ້າໄປຢ້ຽມເບິ່ງກາງຕໍ ມີດອກໄມ້ງາມປົ່ງຂຶ້ນກາງຕໍໄມ້ນັ້ນ ແຕ່ເອະ ຂ້ອຍແປກໃຈ ຂ້ອຍເຫັນໄຂ່ໜ່ວຍໜຶ່ງສ່ຳໄຂ່ໄກ່ ວາງຢູ່ກາງຕໍໄມ້, ບຶດໜຶ່ງຂ້ອຍກໍ່ຂ້າມຂົວໄປເບິ່ງນົກກະທານ້ອຍ ໜ້າຮັກ ໜ້າຮັກ ມີໂຕຂາວ ໂຕລາຍ ແລະ ມີໄຂ່ນຳອີກ, ຂ້ອຍຍ່າງກັບມາເລົ່າສູ່ເຂົາເຈົ້າຟັງ, ເຂົາເຈົ້າເວົ້າວ່າ: ອໍ ໄຂ່ນັ້ນແມ່ນເປັນບິນຂຶ້ນໄປໄຂ່ໃສ່ :), ແຕ່ກີ້ແຕ່ກ່ອນບ່ອນນັ້ນເປັນປ່າດົງ ບໍ່ເປັນຕາຢູ່ດອກ ເບິ່ງຄືເປັນຕາຢ້ານ ແຕ່ຍ້ອນເຫື່ອແຮງຜົວເມຍຕຳຫຼວດບຸກເບີກຂຸດແປງ, ຕົບແຕ່ງຈົນງາມເກືອບວ່າປານອຸທິຍານໃນຝັນ, ຕອນນີ້ຍັງບໍ່ທັນຂຶ້ນປ້າຍເທື່ອ ຖ້າຂຶ້ນປ້າຍຊິບອກວ່າສວນຫຍັງ, ບອກໄດ້ວ່າໄປທາງຕາດຍາວ ຢູ່ໃກ້ປ້າຍສາມແຍກ ແຕ່ຕອນນີ້ເຂົາເຈົ້າເຮັດເປັນແບບຄອບຄົວ ( ບອກໄດ້ວ່າຂ້ອຍປະທັບໃຈຫຼາຍກັບທີ່ນີ້ ບໍ່ຕ້ອງໄປທ່ຽວໄກ ແຕ່ກໍ່ປະທັບໃຈໄດ້ ) ຖາມເຈົ້າຂອງສວນວ່າ: ຖ້າພາຫຼາຍຄົນມາທ່ຽວຈະມີການຂາຍເຄື່ອງແບບໃດ? ເພິ່ນຕອບວ່າ: ສ່ວນຫຼາຍເຂົາເຈົ້າກໍ່ຈະກຽມເຄື່ອງຂອງມາເອງ ແລ້ວທາງເຮົາກໍ່ຈະລົງເອົາປາໃຫ້ ຂາຍເປັນກິໂລລະສິບຫ້າພັນກີບ ( ຖືກດີ ເປັນປາທຳມະຊາດ ແຊບດີ :)

ຍ້ອນການອອກແຮງສູ້ຊົນຂອງຄອບຄົວນີ້ຈິ່ງເຮັດໃຫ້ໄດ້ຮັບການຍ້ອງຍໍເປັນຄອບຄົວແບບຢ່າງຈາກ ພັກ-ລັດ ແລະ ກົມກອງ :)
 
ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ເປັນຄວາມຮູ້ສຶກສ່ວນຕົວຂອງຂ້ອຍ ໃຫ້ພິຈາລະນາຍານໃນການອ່ານ :)ຂ້ອຍເກີດທີ່ ບ້ານນາຄາວ, ເມືອງວຽງໄຊ, ແຂວງຫົວພັນ ( ເຊິ່ງຫ່າງຈາກຕົວເມືອງວຽງໄຊປະມານ 10 ປາຍ ກິໂລແມັດ )ອາຍຸໄດ້ປະມານປີປາຍ, ພໍ່ແມ່ກໍ່ຍ້າຍຄອບຄົວມາຕັ້ງຢູ່ເມືອງວຽງໄຊ, ແຂວງຫົວພັນ ( ເຮືອນຂ້ອຍໃກ້ໆກັບຫ້ອງການປົກຄອງເມືອງວຽງໄຊເລີຍ )ແນ່ນອນ: ຄວາມຜູກພັນທີ່ຂ້ອຍຢູ່ໃນເມືອງວຽງໄຊແມ່ນແໜ້ນແພ້ນງົດງາມສົດໃສ ຫາອັນປຽບບໍ່ໄດ້ຈົນເທົ່າທຸກວັນນີ້ຄິດວ່າທຸກຄົນກໍ່ຄົງຈະມີຄວາມຜູກພັນກັບບ້ານເກີດເມືອງນອນຂອງຕົນເອງຄືຂ້ອຍຄິດເຖິງມັນຈະດົນນານມາແລ້ວ, ແຕ່ຄວາມຊົງຈຳອັນດີໆບໍ່ເຄີຍຈາງຫາຍໄປໃສ, ຫຼາຍຄັ້ງ ຫຼາຍຄືນ ທີ່ຝັນເຫັນແຕ່ບ້ານເກີດເມືອງນອນທີ່ນັ້ນຕອນຍ້າຍມາຕົວເມືອງວຽງໄຊໃໝ່ໆ ພໍ່ແມ່ໄດ້ໄປພັກຢູ່ເຮືອນໃກ້ໂຮງແຮມຄີມໜອງເຂດເມືອງວຽງໄຊເຊິ່ງໜອງເຂດນັ້ນ ເປັນໜອງທີ່ຊາວບ້ານຊາວເມືອງເຮັດບຸນຊ່ວງເຮືອໃສ່ທຸກປີທຳມະຊາດແສນງາມ ແລະ ຄວາມຜູກພັນທີ່ນັ້ນ ບໍ່ຊ່າງຊິອະທິບາຍ:ຄວາມເຢັນຊົດຊື່ນຂອງປ່າໄມ້, ຄວາມງົດງາມຂອງຝາຫີນ, ຄວາມຫງຽບສະຫງົບຂອງບ້ານເມືອງ ເຮັດໃຫ້ສ່ອງເຫັນແຕ່ທຳມະຊາດອັນງົດງາມທຸກເຊົ້າຄ່ຳຍາມແລງຢູ່ໃກ້ໂຮງແຮມຂ້າງໜອງເຂດນັ້ນ, ຄອບຄົວພວກຂ້ອຍມີໜອງປາ ເຊິ່ງຢູ່ຕໍ່ໜ້າຜາຫີນ ຈະມີຖໍ້າເຂົ້າໄປໃນນັ້ນຫວ່າງໆພວກຂ້ອຍກໍ່ພາກັນຍ່າງເຂົ້າໄປຫຼິ້ນຖ້ຳຢູ່ຂ້າງໜອງປາ: ສຽງນໍ້າຕົກຍອດຜາ ດັງປັອກໆແປັກໆ, ຄວາມເຢືອກເຢັນສົດຊື່ນກໍ່ຢູ່ທີ່ນັ້ນຫວ່າງໆພວກຂ້ອຍກໍ່ພາກັນໄປເກືອປາ, ເອົາເບັດ, ເອົາແຫໄປພ້ອມເພື່ອໄປຫາປານຳກັນມ່ວນຫຼາຍເລີກແລ້ວກໍ່ພາກັນມາກິນຊຸມແຊວຢູ່ເຮືອນ :)ຄອບຄົວຍ້າຍມາຢູ່ເຮືອນໃກ້ຫ້ອງການຕອນຍັງນ້ອຍໆຮຽນອານຸບານ-ປະຖົມຄວາມຜູກພັນກໍ່ຢູ່ຂອບເຂດນັ້ນ, ແຕ່ລະມື້ກໍ່ແລ່ນອ້ອມຢອກກັນຢູ່ແຖວຫ້ອງການປົກຄອງ, ມີດອກໄມ້ຫຼາຍຊະນິດກໍ່ພາກັນໄປເບິ່ງໄປແນມ ໄປຊື່ນຊົມ,ດົນໆຍາດພີ່ນ້ອງພໍ່ແມ່ກໍ່ຈັບໄປຖ່າຍຮູບ :) ຕອນນັ້ນ ຢ້ານທີ່ສຸດແມ່ນຢ້ານແມ່ຈັບໄປສັກຢາກັນພະຍາດຈະໄປລີ້ຢູ່ໃສແມ່ກໍ່ຮູ້ໝົດ, ແມ່ຈັບໄປໃຫ້ແພດຈັບສັກຢາ: ກໍ່ທັງໄຫ້ ທັງດ່າແພດໄປນຳ ຄຳຮ້າຍໃດຄິດອອກກໍ່ດ່າແພດຜູ້ໃຫຍ່ທັງຫຼາຍກໍ່ມີແຕ່ພາກັນຫົວຂວັນເຮົາຍ້ອນພໍ່ແມ່ເຮັດວຽກຢູ່ທີ່ຫ້ອງການປົກຄອງ, ຈິ່ງໄດ້ແຕ່ນຳພໍ່ ນຳແມ່ໄປທີ່ຫ້ອງການ, ບຶດກໍ່ໄປຫຼິນຫ້ອງພໍ່, ບຶດກໍ່ໄປຫຼິ້ນຫ້ອງແມ່ຢຽບຕັ່ງພໍ່ຂຶ້ນໄປນັ່ງ, ເຂົ້າໄປນອນໃນຕູ້ຫ້ອງການແມ່ ແລ້ວກໍ່ອັດປະຕູໄວ້, ແມ່ຈົນລືມ, ຫຼັງຈາກເລີກການກັບບ້ານແລ້ວ ກໍ່ກັບມາໄຂປະຕູເອົາເຮົາ ທີ່ນອນຢູ່ໃນຕູ້ຫ້ອງການ,ຫ້ອງການປົກຄອງເມືອງວຽງໄຊ ກໍ່ເປັນຫຼັງໃຫຍ່ສອງຊັ້ນ ບໍ່ແນ່ໃຈສ້າງຂຶ້ນປີໃດ, ແຕ່ກໍ່ງາມສະຫງ່າບໍ່ຄືໃຜ ຕັ້ງຢູ່ໃກ້ອານຸສາວະລີຊາດຈາລຶກບຸນຄຸນທຸກມູມມອງ ທຸກແຈໃນຫ້ອງການ ຂ້ອຍກໍ່ໄດ້ຍ່າງເລາະໄປຫຼິ້ນໄປໆມາໆໝົດແລ້ວແຕ່ສະໄໝຍັງນ້ອຍພຸ້ນ,ຍາມນອນຈະມັກນອນຝັນເຫັນໄດ້ໄປແລ່ນຫຼິ້ນທີ່ຫ້ອງການ, ແຕ່ກາງຄືນມາຈະຢ້ານຫ້ອງການນັ້ນ, ເພາະເວລາເວົ້າ ສຽງຈະດັງກ້ອງຄືກັນກັບເຂົ້າໄປຫຼິ້ນໃນຖໍ້າຕ່າງໆໃນເມືອງວຽງໄຊ ດອກໄມ້ສວຍສົດງົດງາມເຕັມກະຈາຍໄປທົ່ວຕໍ່ໜ້າຜາຫີນ, ດອກໄມ້ສີເຫຼືອງສີແດງເຊິ່ງສີແດງແທນໃຫ້ເລືອດນັກຮົບ, ມັນຊ່າງງົດງາມເຫຼືອເກີນ, ງົດງາມເກີນທີຈະພັນລະນາ, ແຕ່ຄວາມງົດງາມອັນຍິ່ງໃຫຍ່ ແລະ ແທ້ຈິງແມ່ນ:ຄວາມງົດງາມຂອງຄວາມຜູກພັນໃນໃຈທີ່ບໍ່ເຄີຍຈາງຫາຍໄປໃສເວລາຫວ່າງໆ ພວກຂ້ອຍກໍ່ພາກັນໄປອາບນໍ້າ, ຕອນທຳອິດຍ້ອນບໍ່ຮູ້ລອຍນໍ້າແດ່ ກິນນໍ້າເຂົ້າໄປຫຼາຍເຕີບ ເລີຍມີອ້າຍຮັກໄປຊ່ວຍຄວາມຊົງຈຳຕອນຍັງນ້ອຍມັນຊ່າງງົດງາມ ແລະ ມ່ວນຊື່ນໃຜລະ ຈະຮູ້ວ່າໃຫຍ່ມາຫຼັງຈາກຈົບມໍປາຍ ຕ້ອງໄດ້ເຂົ້າໄປໃນເມືອງເພື່ອສຶກສາຮ່ຳຮຽນ ພົບກັບສິ່ງແວດລ້ອມອັນໃໝ່ໆທີ່ຕົນເອງບໍ່ຄຸ້ນເຄີຍພົບກັບຄົນແປກໜ້າທີ່ບາງຄັ້ງເຮົາກໍ່ຄິດວ່າໃຈດີ ແຕ່ກັບເປັນຄົນບໍ່ໄດ້ຄິດດີໆນຳ, ບາງຄັ້ງເຮົາເຫັນຄົນຄິດວ່າບໍ່ດີ ແຕ່ພາຍໃນຕິດໃຈກໍ່ດີຊີວິດໃນຕົວເມືອງໃຫຍ່ຊ່າງສັບສົນວຸ້ນວາຍ ແອບແຝງ, ເຊິ່ງກໍ່ຄືບໍ່ຄ່ອຍມີຄວາມຮູ້ສຶກດີໆໃຫ້ປານໃດ ເຖິງຈະສີວິໄລແຕ່ກໍ່ບໍ່ໄດ້ມີຄວາມຊົງຈຳດີໆຫຍັງໃຫ້ບັນທຶກລົງໄວ້ໃນໃຈປານໃດ, ສ່ວນຫຼາຍກໍ່ເຫັນແຕ່ຄົນແຂ່ງກັນຈົນລືມຄວາມຮັກແພງກັນໄປສາແລ້ວ....
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

ອະແຮ້ມ ແຫ໋ມ ອະແຮມ! ບໍ່ໄດ້ຂຽນໄດອາດີ່ມາດົນລະ ຢາກມາຂຽນໄດອາດີ່ອີກກ່ອນ ອິອິ 

( ຂໍອະໄພເດີ ຖ້າຜິດພາດປະການໃດ ອິອິ, ຊິສະຫຼຸບບັນຊີລາຍຈ່າຍຂອງຕົວເອງໄປນຳ ອິອິ )

- ຕອນແລງມື້ນີ້:

ນ້ອງສາວ ແລະ ເອື້ອຍເວົ້າວ່າ: ອາບນ້ຳໄວໆແນ່ເດີ! ຊິພາໄປເບິ່ງພີ່ນ້ອງເຈັບຢູ່ໂຮງໝໍ, ແລ້ວຊິພາໄປເລາະບຸນທາດຫຼວງມື້ສຸດທ້າຍນີ້, ຖ້າຊ້າຊິໄປກ່ອນໃດ!

- ຂ້ອຍຕອບວ່າ: ເອີ! ຫິວເຂົ້າປານນີ້! ກິນເຂົ້າກ່ອນແມ໋!

ຫຼັງຈາກຂ້ອຍກິນເຂົ້າແລ້ວ, ຂ້ອຍກໍ່ຊອກໝາກໄມ້ມາປອກກິນຫຼິ້ນຢູ່.

- ເອື້ອຍ ກັບ ນ້ອງສາວ ກໍ່ເວົ້າວ່າ: ຊິໄປລະເດີ ບໍ່ຖ້າລະເດີ

ຂ້ອຍກໍ່ໄປອາບນ້ຳ ແລ້ວມານຸ່ງເຄື່ອງ ຍັງບໍ່ທັນແລ້ວ

- ເອື້ອຍ ກັບ ນ້ອງສາວກໍ່ເວົ້າວ່າ: ໄປລະເດີນີ້ ໄວໆແນ່

ເມຍຂອງຫົວໜ້າກໍ່ໂທມາວ່າ: ຫົວໜ້າຊິໄປຕ່າງແຂວງໃດ ມາເອົາກ່ອນເດີເງິນເດືອນນີ້

- ຂ້ອຍກໍ່ຕອບເພິ່ນໄປວ່າ: ໂດຍໆ ຊິໄປດຽວນີ້ລະ ຖ້າອີກປະມານ ສິບ ຫາ ສິບຫ້ານາທີ.

ແມ່ກໍ່ເວົ້າຂຶ້ນວ່າ: ໄວໆແນ່ ໃຫ້ເຂົາຖ້າດົນແທ້.

- ຂ້ອຍກໍ່ຮ້ອງກັບໄປວ່າ: ໃຫ້ເຂົາເຈົ້າໄປກ່ອນໂລດ ໄປເອົາເງິນເດືອນກ່ອນ.

ຂ້ອຍກໍ່ຮີບກຽມຕົວອອກໄປ

- ສ່ວນເອື້ອຍ ແລະ ນ້ອງສາວ ເອົາລົດຈັກຄັນໜຶ່ງອອກໄປກ່ອນແລ້ວ

ໄປເອົາເງິນແລ້ວ ຂ້ອຍກໍ່ຮີບເລັ່ງລົດຈັກໄປໂຮງໝໍມິດຕະພາບ ( 150 ຕຽງ ) ເພື່ອໄປນຳເອື້ອຍ, ນ້ອງສາວ ແລະ ໄປເບິ່ງພີ່ນ້ອງເຈັບເລີຍ

- ຂະນະຂີ່ລົດໄປຕາມທາງ ຂ້ອຍກໍ່ຄິດວ່າ: ຊື້ນົມໄປໃຫ້ ລູກຊາຍຊອງປ້າທີ່ນອນເຈັບໃນໂຮງໝໍເລີຍສາ ( ເພິ່ນເຮັດລົດຈັກຕຳກັນ ເລີຍກະທົບທີ່ຫົວ )

ຂະນະທີ່ຂ້ອຍແວ່ຊື້ນົມ ສອງແພັກ 30.000 ກີບ, ຕຳໝາກຫຸ່ງ ຄົກ 8000 ກີບ, ເພື່ອໄປກິນຊຸມເຂົາເຈົ້າເລີຍ.

- ຂ້ອຍລໍຖ້າຕຳໝາກຫຸ່ງ, ຂ້ອຍເຫັນໝາສອງໂຕ ( ໂຕໜຶ່ງພັນຂົນຫຍຸຍ, ອີກໂຕພັນລາດທຳມະດາ ), ຂ້ອຍຖາມເຈົ້າຂອງຮ້ານວ່າ: ໝາເຈົ້າບໍ? ລາວຕອບວ່າແມ່ນແລ້ວ.

ໝາໂຕຂົນຫຍຸຍຍິ່ງແຂ້ວໃສ່ໝາພັນລາດຢູ່, ຂ້ອຍຖາມເຈົ້າຂອງຮ້ານວ່າ: ອຸຍ! ມັນຊິກັດກັນຫວາ? ເຈົ້າຂອງຮ້ານເວົ້າວ່າ:

- ບໍ່ແມ່ນມັນຊິກັດກັນ, ໝາຫຍຸຍຫັ້ນຫ້າມບໍ່ໃຫ້ໝາລາດອອກທາງ, ຖ້າໝາລາດອອກທາງຢ້ານລົດຊິຕຳເອົາ, ໝາຫຍຸຍຍິ່ງແຂ້ວໃສ່ໝາລາດ, ໝາລາດກໍ່ເຂົ້າມາເຮືອນ, ແລ້ວໝາຫຍຸຍກໍ່ເຂົາຍິ່ງແຂ້ວ.

ຂ້ອຍເວົ້າວ່າ: ອຸຍ! ມັນຄືສະຫຼາດແທ້ ໝາຫຍຸຍໂຕນັ້ນ ຂົນກໍ່ຟູໜ້າຮັກແທ້ວ່າເນາະ! ແປກອີ່ຫຼີ ໝາຄືສະຫຼາດແທ້ ອິອິ

- ຫຼັງຈາກຊື້ນົມ ແລະ ຕຳໝາກຫຸ່ງແລ້ວ ຂ້ອຍກໍ່ຂີ່ລົດຈັກໄປໂຮງໝໍຕໍ່, ໄປຮອດແລ້ວຊັ້ນທີ່ 5, ພີ່ນ້ອງຂ້ອຍລາວຢູ່ຫ້ອງລາວ, ໃນຫ້ອງມີ 5 ຕຽງ

ລຸງທາງຂ້າງຫັ້ນ ຕົກຕົ້ນໝາກມ່ວງ ກະດູກສັນຫຼັງຫັກ ຕ້ອງນອນສາມເດືອນເພື່ອນໃຫ້ກະດູກຕໍ່, ຕຽງຕໍ່ໄປທາງກົງກັນຂ້າມແມ່ນຜູ້ຊາຍອາຍຸສາມສິບປາຍຕົກເຮືອນຫຼັງຫັກເຊັ່ນກັນ,

ຕຽງຕໍ່ໄປແມ່ນຜູ້ບ່າວລົດຕຳ ກະທົບທີ່ຫົວ ເພາະບໍ່ໄດ້ໃສ່ໝວກກັນກະທົບແດ່, ຕຽງຕໍ່ໄປແມ່ນເດັກນ້ອຍລາວສູງລົກຈັກຕຳ ຫຍິບທີ່ຫົວເກົ້າເຂັມ,

ສ່ວນລູກຊາຍປ້າຂ້ອຍແມ່ນເຂົາເຈົ້າເຮັດລົກຈັກຕຳ ແລ້ວເຂົາກໍ່ໜີ, ກະທົບທີ່ຫົວ ເພາະບໍ່ໃສ່ໝວກກັນກະທົບແດ່ ເມົາແດ່ເພິ່ນວ່າ: ຫາກໍ່ອອກຈາກຮ້ານເບຍມາ ( ທີ່ເມືອງຫຼວງພະບາງ ),

ຕຳຫຼວດຈາລະຈອນໂທລົດໂຮງໝໍໄປສົ່ງໂຮງໝໍ, ແລ້ວຈິ່ງສົ່ງມາວຽງພີ້, ຕອນນີ້ອາການໄຄຂຶ້ນແລ້ວ, ຈື່ໄດ້ແລ້ວ.

- ຂະນະເບິ່ງພີ່ນ້ອງໃນຫ້ອງນັ້ນຂ້ອຍກໍ່ເລາະຖາມເຂົາເຈົ້າໄປໝົດວ່າໃຜເປັນຫຍັງແດ່ :)

ປ້າຊວນກິນເຂົ້ານຳ ພວກຂ້ອຍກໍ່ກິນນຳ, ສ່ວນຂ້ອຍຫາກໍ່ກິນເຂົ້າແລ້ວ ເລີຍກິນແຕ່ຕຳໝາກຫຸ່ງໜ້ອຍດຽວ

( ເລື່ອງຕະລົກກໍ່ຄື ຂ້ອຍບໍ່ຮູ້ວ່າ: ເຂົາກຳລັງເຮັດຫຍັງກັນ, ຂ້ອຍເຫັນລູກຊາຍປ້າລຸກຂຶ້ນນັ່ງ, ຂ້ອຍກໍ່ແລ່ນໄປທາງໜ້າແລ້ວຖາມວ່າ: ຈື່ຂ້ອຍໄດ້ບໍ?

ລາວຕອບວ່າ: ໄດ້, ຂ້ອຍຈັບໜ້າລາວ: ຮູ້ສຶກຫຍັງບໍ? ລາວວ່າບໍ່ຮູ້ສຶກເຈັບ, ຂ້ອຍວ່າ: ບໍ່ຮູ້ສຶກເຈັບແທ້ ເພາະບໍ່ໄດ້ຢິກ, ບຶດໜຶ່ງເມຍຂອງລາວກໍ່ເວົ້າວ່າ: 

ພໍເນາະ! ລາວກໍ່ຕອບວ່າ: ອືມ, ເມຍລາວກໍ່ຖອດບັ້ງຍ່ຽວອອກກ້ອງຂາ, ຂ້ອຍເລີຍຫາກໍ່ຮູ້ວ່າ: ລາວກຳລັງໄປສົນທະນາຕອນລາວຍ່ຽວຢູ່, ຂ້ອຍກໍ່ເລີຍຍ່າງອອກໄປລະບຽງ

ຂ້ອຍກໍ່ເຫັນເອື້ອຍກັບນ້ອງສາວ: ຫົວຂວັນຂ້ອຍຢູ່, ຂ້ອຍກໍ່ເວົ້າວ່າ: ຂ້ອຍບໍ່ໄດ້ຮູ້ໃດວ່າລາວກຳລັງຍ່ຽວ )

ຫຼັງຈາກນັ້ນກໍ່ຄອບລາເຂົາເຈົ້າວ່າ: ກັບກ່ອນເດີ! ມື້ໜ້າຊິມາຫຼິ້ນນຳໃໝ່, ລູກຊາຍປ້າກໍ່ເວົ້າວ່າ: ມາແທ້ເດີ!

ເອື້ອຍ ແລະ ນ້ອງສາວກໍ່ຂີ່ລົດຈັກອີກຄັນໜຶ່ງ, ຂ້ອຍກໍ່ຂີ່ລົດຈັກຄັນໜຶ່ງອອກໄປ, ພະເຈົ້າຈ໋ອດ! ລົດຕິດໆໆໆໆໆໆໆໆໆ, ໄປເທື່ອລະຄືບລະວາ ກວ່າຊິໄປຮອດແຖວໃກ້ໆທາດຫຼວງ

ຝົນກໍ່ຕົກໂຮຍຮຳຕົກມາແລ້ວ ໜາວເຢັນເຢືອກໆ, ຍ້ອນລົດຕິດ, ເຮັດໃຫ້ ຂ້ອຍນຳ ເອື້ອຍ ແລະ ນ້ອງສາວບໍ່ທັນ, ໂທຫາກັນກໍ່ບໍ່ຊ່າງຊິຊອກ, ຂ້ອຍຄິດວ່າຢ່າລະ ມື້ນີ້ເລາະຄົນດຽວ ອິອິ

- ໄປຮອດໃກ້ແຖວທາດຫຼວງແລ້ວຂ້ອຍກໍ່ແນມເຫັນປ້າຍໃຫຍ່ວ່າ: ຮັບຝາກລົດໃຫຍ່ - ລົດຈັກ, ຂ້ອຍກໍ່ເຂົ້າໄປ, ໂອຍ! ຈັ່ງແມ່ນຄົນຫຼາຍໆໆໆສົນລະວົນກັນ

ຂ້ອຍເລີ່ມງົງວ່າຈະໄປທາງໃດ, ໃສລະບ່ອນຮັບຝາກລົດຈັກ, ຂ້ອຍຕັດສິນໃຈຫັນໄປຖາມປ້າຂາຍເຂົ້າຫຼາມຢູ່ຂ້າງທາງວ່າ: ແມ່ໆ ຂໍຖາມແດ່! ເຂົາເຈົ້າຮັບຝາກລົດຈັກຢູ່ໃສນະ?

ເພິ່ນຕອບວ່າ: ພຸ້ນເດລູກ! ຂ້າມທາງໄປພຸ້ນເດີ! ທ່າມກາງຄົນຫຼາຍໆ ຂ້ອຍກໍ່ຂັບລົດຈັກແຍ່ໆໆໆໆ ໄປແລ້ວກໍ່ໄປຈອດຢູ່ບ່ອນຝາກລົດນັ້ນ, ຂ້ອຍຖາມວ່າ: ຝາກລົດຈັກທໍ່ໃດ?

ເຂົາຕອບວ່າ: ສິບພັນກີບ, ຂ້ອຍຖາມຕໍ່ວ່າ: ອ້າວຕິດປ້າຍຄືວ່າ: ຫ້າພັນກີບ, ເຂົາຕອບວ່າ: ສິບພັນໝົດມື້ນີ້ນະ ຖາມກຳມະການກໍ່ໄດ້, ຂ້ອຍເວົ້າວ່າ: ອໍ ຄ່າຝາກລົດ 10.000 ກໍ່ໄດ້

ຂ້ອຍກໍ່ເອົາກະແຈໄຂກົ້ນລົດຈັກ ເອົາໝວກກັນນັອກເຂົ້າເກາະໃສ່ບ່ອນອານລົດ, ຍັງບໍ່ທັນໄດ້ເອົາກະແຈອອກ, ຜູ້ຊາຍທີ່ຮັບຝາກລົດດັນຍ່າງມາທາງຫຼັງຂ້ອຍແລ້ວຍູ້ລົດຈັກຂ້ອຍຈັກໄປຈອດໄວ້ແຈໃດ

ຂ້ອຍຍັງບໍ່ທັນເອົາກະແຈອອກນ໋າ, ຂ້ອຍກໍ່ໄປເລາະຊອກ ໂອຍບ່ອນຝາກລົກບັກກວ້າງໆ ຂ້ອຍຊິໄປຊອກແຈໃດ ຂ້ອຍກໍ່ຮ້ອງເຂົາມາຊອກນຳ, ແລ້ວຂ້ອຍກໍ່ເຫັນລົດຈັກຂ້ອຍ

ໄປຢ້ຽມເບິ່ງ ອ້າວຄືບໍ່ເຫັນກະແຈ, ກະແຈລົດໄປໃສບັດນີ້, ຂ້ອຍກໍ່ໄປຖາມຜູ້ຊາຍທີ່ຮັບຝາກລົດ, ລາວເວົ້າວ່າ: ອໍ ໃຫ້ຄົນມ້ຽນໄວ້ໃຫ້ແລ້ວ ຢ້ານເຂົາເຈົ້າເອົາໄປກ່ອນ

ເອົາກະແຈແລ້ວ ຂ້ອຍກໍ່ຍ່າງເລາະຄົນດຽວ ສາຍດ່ຽວມື້ນີ້ ຮາໆໆ, ເອື້ອຍຂ້ອຍກໍ່ໂທຫາ, ຂ້ອຍຕອບວ່າ: ເອີໆ ໄປໂລດ ໄປຖ້າຢູ່ບູດໃດໜຶ່ງກໍ່ໄດ້, ຂ້ອຍຄືວ່າເລີ່ມຫິວ ໄປຊອກອັນກິນດີກວ່າ

ໄປເຫັນຄົນລໍ້ຍູ້ຂາຍຂຽບຍີ່ປຸ່ນ: ຂ້ອຍຖາມວ່າ: ທໍ່ໃດ? ລາວຕອບວ່າ: ຂຽບຍີ່ປຸ່ນ 8000 ກີບ, ຂ້ອຍເວົ້າວ່າ: ເອົາລົດເຄັມເດີ! ແລ້ວຂ້ອຍກໍ່ກິນຂຽບຍີ່ປຸ່ນຍ່າງໄປເລາະເສີຍ ຝົນກໍ່ໂຮຍລົງມາແດ່

ທ່າມກາງຝູງຄົນຈຳນວນຫຼາຍທີ່ພາກັນແຫ່ມາຫຼິ້ນບຸນພະທາດຫຼວງມື້ສຸດທ້າຍ, ກິນຂຽບຍີ່ປຸ່ນແລ້ວກໍ່ໄປເລາະຊີ້ນ້ຳ ເພາະຫິວນ້ຳ, ຢາກກິນນ້ຳສາລີສຳເລັດຮູບ

ແຕ່ມື້ນີ້ຊອກບໍ່ເຫັນ, ເລີຍຊື້ແປບຊີ 5000 ກີບ ມາດື່ມ ຂ້ອຍເລີຍຄິດຂຶ້ນມາວ່າ: ອຸຍ! ຂ້ອຍບໍ່ເຄີຍຂີ່ຊິງຊາສະຫວັນ ເພາະຜ່ານມາໄປນຳເຂົາເຈົ້າ ຊວນໃຜຂີ່

ກໍ່ບໍ່ມີຄົນຂີ່ນຳ, ມື້ນີ້ໄປຂີ່ດີກວ່າ: ໄປຊື້ປີ້ຂີ່ຊິງຊາສະຫວັນລາຄາ 8000 ກີບ, ແລ້ວເຂົາກໍ່ເປີດປະຕູໃຫ້ຂ້ອຍເຂົ້ານັ່ງຂີ່ຊິງຂາຜູ້ດຽວ ຜ່ານໄປສອງສາມຮອບ, ຊິງຊາຈອດ, ຂ້ອຍຄິດວ່າຊິລົງ

ແຕ່ຜູ້ຍາມຊິຊາຈັບບ່າຂ້ອຍໄວ້ ຍັງບໍ່ທັນລົງເທື່ອສາວ, ແລ້ວເຂົາກໍ່ເອົາທ້າວນ້ອຍປະມານສິບປີມານັ່ງຊິຊານຳຂ້ອຍ ອິອິ, ຂີ່ໄປຫຼາຍຮອບເຕີບ ( ງາມເນາະວິວຊິງຊາສະຫວັນນີ້ ອິອິ)

ແລ້ວກໍ່ໄປ ຊື້ໝວກ 10.000 ກີບ ( ເພາະວ່າຝົນຕົກ ຢ້ານເປັນຫວັດເປັນໄອ ອີກ ອິອິ )

ຍ່າເລາະຊື້ເຄື່ອງໜ້ອຍໜຶ່ງ: ໄດ້ ດອກໄຟນ້ຳຫອມ 45.000 ກີບ, ເກີບເລ ຄູ່ 10.000 ກີບ ( ຮາໆ ), ເສື້ອໄໝເລ 50.000 ກີບ, 2 ຢ່າງ 5000 ກີບ, ຊຸດນອນ 15.000 ກີບ,

ແຮງເຢີ 3 ແກ້ວລາຄາ 4000 ກີບ, ໂສ້ງ 30.000 ກີບ, ເສື້ອຊ້ອນ 30.000 ກີບ ( ອາຍເດ ບັນລະຍາຍໄປໝົດ ຮາໆໆໆ )

ແລ້ວກໍ່ໄປເລາະເບິ່ງເຂົາສະແດງຢູ່ເວທີສະແດງວັດທະນາທຳໜ້ອຍໜຶ່ງເພາະຝົນຕົກເຂົາກໍ່ເລີຍພັກຜ່ອນ, ໄປບູດບຸດທິສັກເບິ່ງໜຸ່ມຫຼໍ່ :), ໄປບູດອີທີເອລ ເບິ່ງເຂົາຮ້ອງເພງ

ໄປບູດແຮງເຢີ ເບິ່ງເຂົາງັດກ້າມ, ຍ່າງກັບມາບ່ອນຝາກລົດຈັກ ຝົນຕົກເລີ່ມແຮງ ທາງຍ່າງກໍ່ເປື້ອນໆບັດນີ້, ຂາກໍ່ເລີ່ມເມື່ອຍລະ

ໜັກຫິ້ວເຄື່ອງແມ່ນໜັກນຳແຮງເຢີ ສາມແກ້ວລວມ ສີ່ພັນກີບຫັ້ນ ຮາໆໆໆໆໆໆໆໆໆໆໆໆ

ມາຮອດເຮືອນກໍ່ໂສຫົວກັນເອົາແທ້ເອົາວ່າ: ແມ໋! ຊື້ເສື້ອໄໝເລລາຄາຫ້າສິບພັນມານຸ່ງເປັນຕາຫົວເອົາແທ້ເອົາວ່າ ໂຕໃຫຍ່ໂພດ ( ຊິໄດ້ໃຫ້ແມ່ຕັດແປງໃໝ່ລະ ) ອິອິ

ໄດອາດີ່ນີ້ຂໍຈົບລົງທໍ່ນີ້ກ່ອນແລ້ວ ອິອິອິ 

( ຂໍຂອບໃຈທ່ານຜູ້ອ່ານ ຢ່າຫົວຂວັນເດີ ຄົນບໍ່ລວຍ ເງິນເດືອນບໍ່ຫຼາຍ ກໍ່ແນວນີ້ລະ ອິອິ )

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 19 ຄຳເຫັນ ແລະ 0 trackback(s)

 

ຊ່ວງນີ້ຮູ້ສຶກບໍ່ດີ
ຈັກເປັນຫຍັງ
ຫຼືເຮົາເຮັດຫຍັງຜິດ
ບໍ່ຢາກຄິດຫຼາຍ
ຮູ້ສຶກວ່າເດີນທາງຜິດ
ແຕ່ບໍ່ມີໃຜຊ່ວຍເຮົາໄດ້
ໄດ້ແຕ່ຄິດ
ນີ້ນໍຊີວິດເຮົາ
ບໍ່ມີໃຜເຂົ້າໃຈໄດ້
ແຕ່ຕ້ອງທົນສູ້ຕໍ່ໄປ
ໂລກນີ້ບໍ່ມີຫຍັງໄດ້ມາງ່າຍໆ
ແຕ່ກໍ່ພະຍາຍາມໄຂ່ວຄວ້າຫາມັນ
ບາງຄັ້ງເມື່ອຍທໍ້ ແຕ່ຕ້ອງເດີນຕໍ່ໄປ
ເຖີງອຸປະສັກຈະໜັກໜາພຽງໃດ
ເຖີງໃຈຈະຫວັ່ນ ຂ້ອຍນັ້ນຍັງສູ້
ບໍ່ຮູ້ວ່າເມື່ອຍໃດຫົວໃຈຊິເຊົາເມື່ອຍລ້າ
ບໍ່ມີໃຜນ໋າຊ່ວຍເຮົາໄດ້ແທ້ຈິງ
ຄອບຄົວຄືສິ່ງສຳຄັນ ມີໄວ້ນັ້ນອົບອຸ່ນທີ່ສຸດ
ທຸກກາຍໃຈ ທຸກຢູ່ແຫ່ງຫົນໃດ ຍັງດິ້ນລົນໄປໄດ້
ປັດຈຸບັນຈະຍາກທໍ້ ຂໍສູ້ຕໍ່ໄປ
ອຸປະສັກໜັກໜາພຽງໃດ ເຖີງໃຈຫວັ່ນຈະສູ້
ເລື່ອງຮັກແທ້ ຫາແນ່ບໍ່ມີ
ຖ້າຫາກມີຊິມາບອກເອງ
ຢູ່ຮຽນມາຫຼາຍປີ ແຕ່ສິ່ງທີ່ເຂົ້າທ່າທີພັດບໍ່ແມ່ນ
ຈະເຮັດແນວໃດນໍ ທັງສູ້ແລະ ທໍ້
ອຸກໃຈໜັກ ບໍ່ຄັກຈະຜ່ານ
ເຂົ້າມານີ້ມື້ນີ້ຂໍລະບາຍ
ຂໍຈັກວັນພາຍພາກໜ້າມີອັນວ່າປ່ຽນແປງ
ໂລກນີ້ເປັນຕາຢ້ານຍິ່ງກວ່າອາຖັນ
ຄວາມສຸກຫາຍາກຫຼາຍກວ່າສິ່ງໃດ
ເງິນຄຳເປັນຂອງນອກກາຍ ກໍ່ຫາຍາກລ້ຳ
ຄັນບໍ່ທຸ່ມເທ່ເຫື່ອອອກເປັນນ້ຳ ຢ່າຫວັງຊິໄດ້ຫຍັງງ່າຍໆ
ທຸກຍາກລ້ຳພຽງໃດຈິ່ງປະສົບຜົນສຳເລັດ
ທຸກພຽງໃດຈິ່ງເປັນທີ່ຍອມຮັບຂອງສັງຄົມ
ທຸກຢ່າງຍາກ
ຍາກ
ຍາກທີ່ເຈົ້າຈະອ່ານໃຫ້ຈົບ ເພາະມັນຈະຍາວ
ຍາວເທົ່າທີ່ຂ້ອຍຈະພິມລະບາຍ ອິອິອິ
ຖ້າໃຜອ່ານມາຮອດນີ້ ຂໍໂທດຖ້າເຮັດໃຫ້ເມື່ອຍ
ແຕ່ຂ້ອຍກໍ່ເມື່ອຍອີ່ຫຼີ ແລະ ຢາກລະບາຍມານານ
ບໍ່ຮູ້ຈະໄປລະບາຍໃສ
ຫາກເຈົ້າຄລິກມາໂໄດອາດີ່ຂອງຂ້ອຍຂ້ອຍເຈົ້າອາດຈະອ່ານ
ອ່ານມາເລື້ອຍໆອິອິອິ
ເຈົ້າຍັງທົນອ່ານໄດ້ຕໍ່ໄປເນາະ ອິອິອິ
ຂ້ອຍກໍ່ຈະຂຽນຕໍ່ໄປ
ຂຽນໄປເລື້ອຍໆ ຈົນກວ່າຂ້ອຍຈະເມື່ອຍຂຽນ
ຂ້ອຍເມື່ອຍ ເມື່ອຍຄິດ
ເມື່ອຍກາຍ
ເມື່ອຍຫຼາຍຢ່າງ
ອາຍຸ ກໍ່ປານນີ້ ແຕ່ການປະສົບຜົນສຳເລັດໃນຊີວິດຍັງເບິ່ງບໍ່ເຫັນ
ເຂົາວ່າຄົນເຮົາເກີດມາຕ້ອງເຮັດໃນສິ່ງທີ່ຕົນເອງຮັກຈິ່ງມີຄວາມສຸກ
ແຕ່ຂ້ອຍໆຍັງບໍ່ໄດ້ເຮັດຫຍັງໃນສິ່ງທີ່ຕົນມັກເປັນງານເປັນງານຈັກເທື່ອ
ຍ້ອນຫຍັງ? ຍ້ອນໂອກາດ ຊັບສິນບໍ່ພຽງພໍ
ແຕ່ຂ້ອຍກໍ່ສູ້ມາເຖີງມື້ນີ້
ແລະຂ້ອຍຈະສູ້ຕໍ່ໄປ ຂ້ອຍຮູ້ດີ ບໍ່ມີໃຜຊ່ວຍຂ້ອຍໄດ້ແທ້ຈິງ
ມີແຕ່ຄອບຄົວຄ້ຳຈູນໜູນຊູຕະຫຼອດມາ
ຂ້ອຍເຮັດບໍ່ໄດ້ຄືບາງຄົນທີ່ໄປມັກຄົນເຖົ້າເອົາເງິນເຂົາໄປຮຽນສູງໆ ແລ້ ກໍ່ມີຊັບສິນທຸກຢ່າງ
ຂ້ອຍແຄສື່ທາງສັງຄົມ ແຄທຸກຢ່າງ
ແຕ່ຄົນນັ້ນລາວບໍ່ແຄຫຍັງທັງນັ້ນຂໍພຽງລາວສະບາຍໃນພາຍພາກໜ້າ
ຂ້ອຍເຮັດແນວນັ້ນບໍ່ໄດ້
ຂ້ອຍຖ້າໄດ້ຮັກໃຜຮັກແທ້ ແຕ່ຂ້ອຍບໍ່ເຄີຍພົບຮັກແທ້
ຂ້ອຍພົບແຕ່ຄົນຂີ້ຕວະວ່າຮັກ ສຸດທ້າຍເຮົາກໍ່ຮູ້ວ່າເຂົາມີຄົນອື່ນ ເຮີ່ເນາະ ໜ້າເບື່ອຫຼາຍ
ຈັກມື້ໜຶ່ງເທາະ
ມື້ໜຶ່ງຄົງເປັນຂອງຂ້ອຍ ເຖີງແມ໋ ບໍ່ມີໃຜເຫັນໃຈຂ້ອຍກໍ່ຕາມ
ຂ້ອຍຈະສູ້ ຂ້ອຍຮູ້ດີຄົນດູຖູກຢຽບຢາມນ້ຳໃຈມັນເປັນແນວໃດ
ສຸດທ້າຍແລ້ວເປັນແນວໃດ ຄວາມຮູ້ສຶກມັນບໍ່ໄດ້ດີປານໃດ ແຕ່ຄົນຜູ້ນັ້ນກໍ່ເປັນພຽງເສດສ້ຽວຂອງສັງຄົມທີ່ສຳນຶກຜິດ
ມັນບໍ່ແມ່ນເລື່ອງໃຫຍ່ຫຍັງເລີຍ
ໜ້າສັງເວດ ກັບມະນຸດບາງຄົນ ອິອິອິ
ຄົນເຮົາເຂົ້າໃຈກັນຍາກ ແມ່ນ ເບິ່ງກັນພຽງໜ້າຕາບໍ່ໄດ້
ໂລກນີ້ອັນຕະລາຍສຸດໆ ໃຜກໍ່ຄົງຮູ້
ໜ້າເສຍດາຍຄົນເຮົາເກີດມາຕ້ອງຕາຍວາຍວອດກັນໝົດ
ບາງຄົນກໍ່ຢາກມີຊີວິດ ບາງຄົນກໍ່ຢາກຕາຍ
ແຕ່ຂ້ອຍຈະສູ້
ເຖີງແມ່ນບໍ່ມີໃຜຮູ້ກໍ່ຕາມ
ເຖີງເມື່ອຍລ້າກໍ່ຕາມ ....................
ເຈົ້າອ່ານມາຮອດນີ້ເມື່ອຍບໍ່ ອິອິອິ
ຂ້ອຍເມື່ອຍພິມໜ້ອຍໜຶ່ງ
ຂ້ອຍມີຫຍັງຈະເວົ້າອີກບໍ່ນໍ? ຄິດເບິ່ງກ່ອນ
ຄິດຮອດບາງສະຖານທີ່ ບ້ານເກີດຂ້ອຍເອງ: ເມືອງວຽງໄຊ ແຂວງຫົວພັນ ທີ່ນັ້ນ ຄວາມຊົງຈຳດີໆບໍ່ເຄີຍລືມ ມີໂອກາດຊິໄປຢາມອີກ ຖ້າເປັນໄປໄດ້ ມີເງິນລະຊິໄປພັດທະນາ
ແຕ່ມີເງິນໜ້ອຍນີ້ພັດທະນາບໍ່ໄດ້ດອກ
ຍາກຫຼາຍ
ຂ້ອຍໄຝ່ຝັນຢາກຮຽນພາສາອັງກິດໃຫ້ເກັ່ງໆ ແຕ່ຂ້ອຍຍັງບໍ່ເກັ່ງດອກ
ພາສາອັງກິດສຳຄັນໃນການສື່ສານຄົນທົ່ວໂລກ ແລະ ວຽກງານຫຼາຍຢ່າງກໍ່ຕ້ອງການພາສາອັງກິດ
ແຕ່ຂ້ອຍຍັງຈະຮຽນເລື້ອຍໆ ຄິດວ່າແນວນັ້ນ!
ຊີວິດການເປັນຢູ່ໃນປັດຈຸບັນ ຍັງອາໄສຢູ່ນຳພໍ່ແມ່
ຂ້ອຍຍັງບໍ່ກຸ້ມຕົນເອງເທື່ອດອກ ຄິດວ່າຍັງອີກດົນ
ບໍ່ຄືໝູ່ບາງຄົນ ສົ່ງເສີມພໍ່ແມ່ເປັນໃຫຍ່ເປັນໂຕພຸ້ນ
ຂ້ອຍໄຝ່ຝັນຢາກມີ ຢາກເປັນໃນສິ່ງທີ່ຂ້ອຍມັກ ແຕ່ກໍ່ຍັງອີກດົນ
ຕອນນີ້ຂ້ອຍບໍ່ເປັນໂຕຂອງໂຕເອງເລີຍ
ຢູ່ໃນສະຖານທີ່ໆບໍ່ທະນັດປານໃດ ................
ປານໃດເດ ຕົວເອງຈະສາມາດສຳເລັດຝັນ ນໍ!!!!!!!!!!!!
ຄິດມາຍິ່ງເມື່ອຍ ແຕ່ຈະຂໍເດີນໜ້າຜ່າຫຼັງ ລະວັງຂ້າງ ຫັນເບິ່ງຟ້າ ກົ້ມໜ້າລົງດິນ ປີນຕົ້ນໄມ້ ເບິ່ງທາງ ອິອິອິ
ມາຮອດນີ້ ຂໍລາລົງກ່ອນ ມີໂອກາດຈະມາເວົ້າເລື່ອງໃໝ່ ອິອິອິ
ມຶນຕຶບແທ້ເດເສັ້ນທາງຊີວິດເອີຍ!!!!!!!!!!!