ຂຽນເມື່ອ: ກ.ຍ.. 19, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
|
ຂຽນເມື່ອ: ມ.ນ.. 19, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ຕອນຍັງນ້ອຍ ເຮືອນຂ້ອຍລ້ຽງແມວແມ່ຕົວໜື່ງ, ມັນຖືພາທ້ອງໃຫຍ່ ແລ້ວ ຕໍ່ມາກໍ່ເກີດລູກແມວອອກມາ 6 ໂຕ, ຕໍ່ມາແມ່ແມວໄດ້ຖືກສານໜູ, ນອນຮ້ອງຢູ່ແມວໆໆໆ ຄອບຄົວຂອງຂ້ອຍກໍ່ບໍ່ຮູ້ຊິເຮັດຫຍັງ ເອົານັ້ນເອົານີ້ໃຫ້ມັນກິນເພື່ອໃຫ້ຫາຍ, ແຕ່ມັນກໍ່ຮ້ອງດ້ວຍຄວາມເຈັບປວດແລະໜ້າສົງສານ, ໂຕຂອງມັນໄດ້ແຂງກະດ້າງເຊົ້າເລື້ອຍໆ, ພວກຂ້ອຍທັງຖອກນ້ຳກັບແປ້ງນົວໃສ່ປາກເພື່ອໃຫ້ມັນຫາຍ, ຟອດນ້ຳລາຍໄດ້ອໄຫຼອກຈາກປາກຂອງມັນ ແລ້ວມັນກໍ່ແຂງກະດ້າງ ແລ້ວກໍ່ລັບໄປ, ສວ່ນແມວລູກນ້ອຍຂອງມັນ ທີ່ຍັງບໍ່ທັນມືນຕາໄດ້ໆຮ້ອງກິນນົມແມ່ດ້ວຍຄວາມໂຫຍຫິວ, ພວກຂ້ອຍໄດ້ພະຍາຍາມຊື່ນົມ ແລະ ນ້ຳຕານປ້ອນໃສ່ປາກໃຫ້ມັນກິນ ແຕ່ມັນກໍ່ບໍ່ເຊົາຮ້ອງ, ພໍ່ຂອງຂ້ອຍໄດ້ບອກວ່າ: ເອົາແມວນ້ອຍໃສ່ກະຕິບ(ກະຕ່າ) ເລາະບ້ານ, ຖ້າເຮືອນໃດມີແມວແມ່ລູກອອ່ນລະເອົາໃຫ້ແມ່ແມວນັ້ນເດີ, ຂ້ອຍກັບເອື້ອຍກໍ່ປະຕິບັດຕາມ, ເລາະໄປຕາມບ້ານຊອກແມວແມ່ລູກອອ່ນ ພ້ອມທັງຟັງສຽງແມວນ້ອຍຮ້ອງ ດ້ວຍຄວາມສົງສານ, ເມື່ອເອົາມືແຍ່ໃສ່ແມວນ້ອຍ ແມວນ້ອຍກໍ່ຈະລຸມໃສ່ມືເຮົາເພື່ອຊອກຫານົມຂອງແມ່ມັນ, ເວລາຜ່ານໄປທີ່ເລາະຊອກຫາແມວແມ່ລູກອອ່ນ ກໍ່ໄປພົບເຮືອນໜື່ງທີ່ມີແມວແມ່ລູກອ່ອນ ແຕ່ລູກຂອງມັນໃຫຍ່ແລ້ວ ມັນຈິ່ງບໍ່ໃຫ້ແມວນ້ອຍອອ່ນນັ້ນກິນນົມມັນ, ເມື່ອເປັນໄປແນວນັ້ນຂ້ອຍກັບເອື້ອຍກໍ່ພາກັນຍ່າງກັບບ້ານດ້ວຍຄວາມໂສກເສົ້າ ແລະ ສົງສານແມວນ້ອຍແຕ່ບໍ່ຮູ້ຊິເຮັດແນວໃດ, ເມື່ອໄປຮອດບ້ານ ກໍ່ປະແມວນ້ອຍໄວ້ແລ້ວບອກເອື້ອຍ ເອົາເຂົ້າໄປເກືອໄກ່ກ່ອນ ເອື້ອຍກໍ່ເວົ້າວ່າ: ເອື້ອຍຊິໜື້ງເຂົ້າເດີ, ພໍຍ່າງໄປຮອດສວນນ້ຳຕາຂ້ອຍກໍ່ໄຫຼອອກບໍ່ຮູ້ເມື່ອ ຮ້ອງໄຫ້ ອິກໆໆ ເພາະສົງສານແມວນ້ອຍ, ຂ້ອຍບໍ່ໄດ້ສັງເກດດີ ວ່າເອື້ອຍຂ້ອຍກໍ່ໄຫ້ຄືກັນເພາະອົດບໍ່ໄດ້, ພໍດີຕອນນັ້ນມີ ຜົວເມຍໜື່ງຍ່າງຜ່ານເຮືອນມາ ເຫັນເອື້ອຍນ້ອງໄຫ້ຍ້ອນແມວນ້ອຍ ເພິ່ນເລີຍບອກວ່າ: ເອົາແມວນ້ອຍໃຫ້ປ້າໄປລ້ຽງຢູ່ເຮືອນສາ ເພາະມີແມວແມ່ລູກອອ່ນ, ຕໍ່ມາເພິ່ນກໍ່ໃຫ້ຂ່າວມາວ່າ: ແມວນ້ອຍຕາຍໝົດແລ້ວ ເພາະແມວແມ່ໂຕນັ້ນບໍ່ໃຫ້ກິນນົມ ເພາະມັນຮູ້ວ່າບໍ່ແມ່ນລູກຂອງມັນ, ຂ້ອຍກັບເອື້ອຍກໍ່ມາສົນທະນາວ່າ: ທໍລະມານໃຈເນາະທີ່ເຫັນແມວນ້ອຍໃນສະພາບນັ້ນ, ຖ້າເຫັນມັນຕາຍຕໍ່ໜ້າແຮ່ງທໍລະມານໃຈກວ່າໄດ້ຍິນຂ່າວວ່າຕາຍທີ່ອື່ນ.
|
ຂຽນເມື່ອ: ມ.ນ.. 3, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ຈາກ: ຊ່ອງ PSI ນັກວິທະຍາສາດວິໄຈສັດພົບວ່າ: ອັນດັບ 8: ໝູ ອັນດັບ 7: ມ້າ ອັນດັບ 6: ລິງຫິມະ (ມັນເຫັນຄົນລົງແຊ່ບໍ່ນ້ຳຮ້ອນ, ມັນກໍ່ລົງແຊ່ ເພື່ອຄາຍໜາວ), ຮູ້ຈັກການທຳຄວາມສະອາດໃຫ້ຄອບຄົວ ດ້ວຍການເກັບເຫັບໃນຕົວ ແລ້ວ ຍິກ. ອັນດັບ 5: ນົກກາ (ນົກກາເຮັດໃຫ້ຄົນຢ້ານທີ່ສຸດ), ນົກກາສະຫຼາດ, ມັນຢາກກິນຖົ່ວແຕ່ເປືອກແຂງ, ມັນໂຍນລົງພື້ນດິນ, ແຕ່ຖ້າຍັງບໍ່ແຕກ ມັນກໍ່ເອົາໄປວາງທີ່ທາງມ້າລາຍໃຫ້ຄົນຢຽບ ເມື່ອຢຽບແຕກແລ້ວ ຮອດໄຟຂຽວມັນກໍ່ ໄປຄາບເອົາ. ອັນດັບ 4: ປາມືກຍັກ, ມັນເກັບຂໍ້ມູນຕ່າງໆຈາກໜວດຂອງມັນ, ມັນກ້ຽວນັກດຳນ້ຳເພື່ອສຳຫຼວດ, ສາມາດຮຽນຮູ້ໄວທີ່ສຸດ, ເມື່ອເອົາກຸ້ງໃສ່ຂວດແລ້ວອັດຝາຢ່ອນລົງໃຫ້ມັນ, ມັນໄຂຝາອອກແລ້ວເອົາກຸ້ງ. ອັນດັບ 3: ໂລມາ, ມັນຕ້ອນປາເຂົ້າໃກ້ຝັ່ງໃຫ້ຄົນໃສ່ແຫ, ແລ້ວມັນຈະໄດ້ອາຫານແທນ, ເປັນອາຊີບທີ່ເຮັດສືບທອດມາ, ມັນຮຽນຮູ້ຄ້າຍຄືມະນຸດ, ໂລມາມີໜ້າທີ່ຜະລິດຄື້ນສຽງ, ມັນສົ່ງສຽງຄື້ນໂຊນາ ອັນຕ້ຣາ ເພື່ອໃຫ້ກະທົບໃສ່ເຫຍື່ອແລ້ວສະທ້ອນກັບຫາມັນ, ມີສະໝອງທີ່ໃຫຍ່, ອັນດັບ2: ລີງຊິມແພນຊີ, ມີພັນທຸກຳຮ່ວມກັບຄົນເຖິງ 98%, ລູກລີງຄ້າຍຄືລູກຄົນ ເຊີ່ງສາມາດຈື່ສຽງຄົນລ້ຽງໄດ້ ແລະ ຈຳແນກສີຂອງວັດຖຸ, ລູກລີງຂະຫຍາຍຕົວໄວກວ່າລູກຄົນແຕ່ເມື່ອເຖີງ 1 ປີ ການຂະຫຍາຍຂອງສະຕິປັນຍາ ເລີ່ມຂະຫຍາຍຊ້າ, ມັນຮູ້ຜະລິດເຄື່ອງມືຫາກິນ ດ້ວຍຫີນ, ມັນມັກເລື່ອງເກມ ແລະ ອາຫານ. ອັນດັບ 1: ນົກແກ້ວພີອາ, ຢູ່ເທືອກເຂົາທາງໃຕ້ຂອງນິວຊີແລ່ນ, ມັນຊຸກຊົນແລະ ສະຫຼາດ, ນົກແກ້ວຊື່ ອາເລັກ ມັນໄດ້ເຂົ້າມະຫາວິທະຍາໄລ, ສາມາດໄຈ້ແຍກສິ່ງຂອງຕ່າງໆ ແລະ ເວົ້າອອກມາໄດ້.
|
ຂຽນເມື່ອ: ມ.ນ.. 1, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ຈາກຊ່ອງ PSI ຄົນປະກອບດ້ວຍນ້ຳຄື: - ໃນເລືອດ 80% ຂອງເລືອດ - ໃນສະໝອງມີ 70% ຂອງສະໝອງ - ໃນຕົວຕົນ ມີ 60% ຂອງຕົວຕົນ. ເຊິ່ງໃນໂລກມີນ້ຳທີ່ກິນໄດ້ພຽງ0.007% ຂອງນ້ຳທັງໝົດໃນໂລກ ປັດຈຸບັນນີ້ ນ້ຳກຳລັງມີບັນຫາ, ການໃຊ້ນ້ຳເພີ່ມຂື້ນ, ສະເລ່ຍທຸກໆ 15 ນາທີ ຈະມີ 1 ຄົນໃນໂລກຕາຍຍ້ອນການຂາດແຄນນ້ຳ, ການລະລາຍຂອງນ້ຳກ້ອນຂົ້ວໂລກ ແລະການຂາດນ້ຳ ເຮັດໃຫ້ພື້ນທີ່ການຜະລິດເສຍຫາຍ, ຂາດພື້ນທີ່ການຜະລິດ, ໂລກຊາດນ້ຳ, ອຸດສາຫະກຳຂາດນ້ຳ, ຄົນເປັນຜູ້ຂາດນ້ຳ. ຈົ່ງຮວ່ມກັນປະຢັດນ້ຳເພື່ອຫຼີກລຽງການຂາດນ້ຳ
|
ຂຽນເມື່ອ: ມ.ນ.. 1, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ຈາກ: ຊ່ອງສາລະຄະດີ PSI.
ລຽງແຕ່ອັນດັບ 7 ຫາ ອັນດັບ 1. ອັນດັບ 7: ຕັກແຕນກະໂດດໄດ້ສູງເຖີງ 1 ແມັດ ຫຼື ເທົ່າກັບ 20 ເທົ່າ ຂອງຄວາມຍາວຕົວ, ຕັກແຕນຕົວຜູ້ຈະນ້ອຍກວ່າຕົວແມ່ຈະຕູ້ຍໃຫຍ່. ອັນດັບ 6: ຈິ່ງໂຈ້ແລ່່ນໄວກວ່ານັກແລ່ນແຊມໂລກ ໂອລີມປິກ 2 ເທົ່າ, ຈິ່ງໂຈ້ແລ່ນໄປໄວໄປໄກແຕ່ກໍ່ປະຢັດພະລັງງານໄວ້ ເພື່ອເພີ່ມຄວາມໄວໃນການແລ່ນ ຈິ່ງໂຈ້ໄດ້ເພີ່ມໄລຍະການກະໂດດ, ແຕ່ຄົນຈະເພີ່ມບາດກ້າວ ເຮັດໃຫ້ເສຍພະລັງງານຂື້້ນເຕີ່ມຫຼາຍ. ອັນດັບ 5: ໜູຈິ່ງໂຈ້(ໜູທະເລຊາຍ), ມີຂາຫຼັງຍາວຄ້າຍຈິງໂຈ້,ກະໂດດໄດ້ສູງເຖີງ45ເທົ່າຂອງຄວາມຍາວຕົວ, ເທົ່າ4.5 ແມັດ. ອັນດັບ 4: ລະມັ່ງ(ທຼິບສະຕິກເກີ) ສາຢານັກເຕັ້ນລະບຳມາຫຼາຍລ້ານປີ, ກະໂດດສູງເຖິງ 7 ແມັດ, ເທົ່າ 75 ເທົາຂອງຄວາມຍາວຕົວ. ອັນດັບ 3: ແມງມຸມກະໂດດ, ມີສາຍຕາພິເສດ ສາມາດເບິ່ງອາຫານໄດ້ດີ, ກະໂດດຂື້້ນສູງໄດ້ 2 ແມັດ, ເທົ່າກັບ 100 ເທົ່າຂອງຄວາມຍາວຕົວ(ຖ້າທຽບໃສ່ມະນຸດແມ່ນສາມາດກະໂດດຂ້າມເຄື່ອງບິນໄດ້ 2 ເຄື່ອງ), ສາມາດຈັບແມງທີ່ບິນໄດ້ ໂດຍໃຊ້ໃຍນິລະໄພປ້ອງກັນຕົວ, ເຊິ່ງມັນສາມາດກິນໃຍໄໝຂອງມັນໄດ້ອີກ. ອັນດັບ 2: ກົບ ສາມາດກະໂດດໄດ້ 15 ແມັດຈາກຕົ້ນໄມ້ຫາຕົ້ນໄມ້. ອັນດັບ 1: ໂຕມັດ ສາມາດກະໂດດໄດ້ 150 ເທົ່າຂອງຕົວມັນ, ດ້ວຍພະລັງໃນຕົວຂອງມັນເອງ, ສະນັ້ນມັນຈິ່ງເປັນສັດທີ່ ສຸດຍອດທີ່ສຸດ ຂອງນັກກະໂດດສັດທີ່ສຸດຍອດໃນໂລກ.
|
ຂຽນເມື່ອ: ກ.ພ.. 2, 2010
| ມີ
11 ຄຳເຫັນ
ແລະ
0 trackback(s)
ສັງເກດເບິ່ງໜ້າທ່ານວ່າບ່ອນໃດ ມີສິວສ້ຽນແຍ່ອອກມາ, ການລ້າງໜ້າທຸກຄັ້ງດ້ວຍໂຟມ ແມ່ນໃຫ້ເອົາມືເກົາຄ່ອຍໆບ່ອນທີ່ມີສິວສ້ຽນຫຼາຍ(ເລັບມື ຕ້ອງບໍ່ຄົມ), ການເກົາເປັນການບໍລິຫານຜິວໜ້າ ເຮັດໃຫ້ກ້າມເນື້ອຜິວໜ້າ ແລະ ເລືອດໃນຜິວໜ້າໄຫຼວຽນໄດ້ສະດວກ, ເຮັດໃຫ້ໜ້າມີອຸນຫະພູມຮ້ອນຂື້ນ, ຮູຂຸມຂົນເປີດ ເມື່ອຜິວຮ້ອນ, ສິວສ້ຽນຈະຫຼຸດອອກຕອນນັ້ນ, ການລ້າງໜ້າຕ້ອງລ້າງຊ້ຳກັນຢ່າໜ້ອຍ 2 ຫຼື 3 ຄັ້ງ. ເພາະຈະສາມາດລ້າງເຫື່ອ, ໄຂມັນ, ຝຸ່ນລອງ ແລະ ສິ່ງອຸດຕັນໃຫ້ອອກໄດ້ດີ, ຫຼັງຈາກລ້າງໜ້າດ້ວຍການເກົາສິວແລ້ວທ່ານຈະສັງເກດເຫັນວ່າ ບ່ອນທີ່ມີສິວສ້ຽນຫຼາຍໆ ຈະຫຼຸດອອກແດ່, ຮັດໃຫ້ໜ້າໃສ ອົມຊົມພູຂື້ນກວ່າເກົ່າ.
|
ຂຽນເມື່ອ: ມ.ກ.. 28, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
(ຕອນນັ້ນເຮືອນພໍ່ແມ່ຢູ່ ເມືອງວຽງໄຊ ແຂວງຫົວພັນ, ແຕ່ຮຽນຮອດມໍ 6 ເລີຍຢາກໄປຮຽນຢູ່ເມືອງຊຳເໜືອເລີຍຕັດສິນໃຈໄປຢູ່ນຳນ້າສາວ ທີ່ ເມືອງຊຳເໜືອ, ວຽງໄຊ ແລະ ຊຳເໜືອ ຫ່າງກັນ ຊາວ ກວ່າ ກິໂລແມັດ) ຕອນນັ້ນຂ້ອຍຮຽນຢູ່ມໍ 6, ພໍດີຕອນນັ້ນເທີມສຸດທ້າຍ, ຊວ່ງນັ້ນກໍ່ພະຍາຍາມຄິດວ່າເຮັດແນວໃດໃຫ້ເສັງໄດ້ ແລະ ເຮັດແນວໃດຊິໄດ້ຄະແນນດີຄືໝູ່, ຊວ່ງນີ້ຕ້ອງຕັ້ງໃຈຮຽນແນ່, ຄຳ່ມາຕ້ອງໄດ້ອ່ານ ແລະ ທົບທວນບົດຮຽນຄືນ, ພໍດີມື້ນັ້ນ ມີກາບກອນຕະຫຼົກຫຼາຍ ເລີຍເອົາມາອ່ານ, ຮຽນໄປ ອ່ານກອນໄປນຳ ເລີຍເກີດ ອາການຢາກຫົວຂື້ນມາ ເລີຍນັ່ງຫົວຢູ່ຜູ້ດຽວ, ນ້າສາວຄິໃນໃຈວ່າ:ເອ໋ ມັນຄືຫົວຢູ່ຜູ້ດຽວ ສົງໄສ ເປັນບ້າແລ້ວ, ນ້າສາວກໍ່ເລີ່ມຢ້ານ ແລະ ໂທບອກແມ່. ຮຸ່ງເຊົ້າມາຂ້ອຍໄປໂຮງຮຽນ ແຕ່ມື້ນັ້ນມີອາການ ວິນຫົວ ຟັງອາຈານອະທິບາຍບໍ່ເຂົ້າໃຈ, ວິນຫົວອີ່ຫຼີ ກໍ່ເລີຍໝູບຫົວລົງໂຕະ ແລ້ວ ບໍ່ຮູ້ວ່ານ້ຳຕາເຮົາໄຫຼມາແຕ່ໃສ ສຽງສະອື້ນ ອືກໆ ກໍ່ໄດ້ດັງຂື້ນທົ່ວຫ້ອງ, ປື້ມຂຽນທີ່ວາງໄວ້ເທິງໂຕະກໍ່ຕົກຊະລົງມາ ໝູ່ກໍ່ພາກັນຫຼຽວມາເບິ່ງ ຜ່ານໄປບຶດໜຶ່ງອາຈານກໍ່ເຊົາສອນ ໝູ່ກໍ່ພາກັນຫຸ້ມມາວ່າເປັນຫຍັງໆໆໆ: ບໍ່ໄດ້ເປັນຫຍັງ, ໄປສກໍ່ໄປສ໋າ, ຮອດເວລາພັກຜ່ອນ ກໍ່ເລີຍຕັດສິນໃຈກັບບ້ານສາກ່ອນ, ເລີຍ ຍ່າງກັບໄປຫານ້າສາວທີ່ຕະຫຼາດ, ພໍດີຫຼຽວໄປເຫັນແມ່, ເລີຍຖາມວ່າ: ອ້າວແມ່ມາເຮັດຫຍັງ? ແມ່ຕອບວ່າ: ມາຮັບລູກຫັ້ນລະ. ອ້າວ ເຮົາກໍ່ຄິດງົງໃນໃຈ ແຕ່ກໍ່ຢ່າສະ, ແມ່ກໍ່ເວົ້າວ່າ: ໄປກັບບ້ານ. ຂ້ອຍ: ກັບກໍ່ກັບລະເນາະ, ແມ່ກໍ່ພາຂື້ນລົດເມກັບບ້ານ, ຕອນຊິກັບເຫັນໝູ່ຜູ້ໜຶ່ງມາຢືນເບິ່ງເຮົາຂື້ນລົດຢູ່ ( ທ່າທາງລາວທຳທ່າອຸກຈແທນເຮົາ ຫຍັງຈັກຢ່າງ ), ແຕ່ເຮົາກໍ່ບໍ່ຮູ້ ແລະ ບໍ່ສົນໃຈ, ຕອນນັ້ນ ອີກ ສອງເດືອນ ກໍ່ເສັງຈົບຊັ້ນມໍ ຫົກ ແລ້ວ, ພໍດີແມ່ພາໄປຮອດບ້ານ ບືດໜື່ງກໍ່ມີຄົນຫຼັ່ງໄຫຼມາເຮືອນ: ມາຢ້ຽມຂ້ອຍແບບຢ້ານໆກົວໆ, ຂ້ອຍກໍ່ສົນໃຈ ແລະ ລຳຄານວ່າເອ໋ ເຂົາເຈົ້າມາເຮັດຫັຍງກໍ່ເລີຍຮ້າຍເຂົາເຈົ້າວ່າ: ມາເບິ່ງຫຍັງ? ເຂົາເຈົ້າກໍ່ພາກັນແລ່ນໜີ(ທີ່ແທ້ແມ່ນແມ່ກັບນ້າສາວ ບອກເຂົາເຈົ້າວ່າຂ້ອຍເປັນບ້າ ບໍ່ຮູ້ວ່າຖືກຢາບ້າຫຼືຖືກຂອງເຂົາເຈົ້າ), ແຕ່ຄວາມຈິງຂ້ອຍຈື່ໝົດທຸກຢ່າງ, ຜ່ານມາ ຂ້ອຍບໍ່ເຄີຍຂາດຮຽນ ບໍ່ເຄີຍເສັງຕົກ, ແຕ່ມື້ນັ້ນແມ່ຂ້ອຍເອົາມາຢູ່ບ້ານ ທັງໆທີ່ໝູ່ກຽມເສັງຈົບມໍປາຍ, ຂ້ອຍເລີຍຄິດໃນໃຈວ່າ: ບໍ່ໃຫ້ຂ້ອຍໄປຮຽນອີກແລ້ວຫວານີ້, ຕໍ່ມາກໍ່ແມ່ນບຸນສົງການ : ໝູ່ຢູ່ຊຳເໜືອກໍ່ພາກັນທະຍອຍມາຫຼິ້ນວຽງໄຊ, ໝູ່ຜູ້ໜຶ່ງກໍ່ມາກ່ອມເກ່ຍຂ້ອຍວ່າ: ໄປກັບໄປເສັງສ໋າ ໄປຮຽນໃຫ້ມັນຈົບ, ແຕ່ພໍ່ແມ່ຂ້ອຍບໍ່ໃຫ້ໄປອີກເພາະເປັນຫວ່ງ, ແຕ່ລະມື້ຂ້ອຍເຊັງ, ບໍ່ວ່າຂ້ອຍຊິຍ່າງເລາະໄປໃສ ພໍ່ແມ່ກໍ່ບອກໃຫ້ຄົນໄປນຳຫາຂ້ອຍໝົດຈົນທົ່ວ, ຖ້າຂ້ອຍບໍ່ຢາກກິນເຂົ້າກໍ່ບັງຄັບໃຫ້ກິນ, ແມ່ຕູ້ຂ້ອຍເຫັນຂ້ອຍໄປຍ່າງຫຼິ້ນກໍ່ໄລ່ນຳຂ້ອຍແລ້ວເອົາເຂົ້າໄລ່ນຳໃຫ້ຂ້ອຍກິນ ເພິ່ນເປັນຫວ່ງຂ້ອຍ, ຕອນນັ້ນຂ້ອຍລຳຄານຫຼາຍ ເລີຍເວົ້າໃຫ້ເພິ່ນວ່າ: ຊິໄລ່ນຳມາເຮັດຫຍັງ? ບໍ່ຢາກກໍ່ບໍ່ຢາກຕີ, ເພິ່ນກໍ່ຍັງຄິດຄຽດໃຫ້, ຄືຊິນແມ່ໄປຖາມໄທບ້ານວ່າຊິເຮັດແນວໃດ? ບາດນີ້ກໍ່ເຫັນເພິ່ນນຳໝໍຜີມາເຮືອນ, ໄທບ້ານນຳມາເບິ່ງຫຼາຍໆ, ເພິ່ນວ່າຊິເຮັດພິທີໄລ່ຜີອອກຈາກຕົວຂຍວ່າຊັ້ນ: ຈັກແມ່ນເປົ່ແຄນ ຕີກອງຕີຄ້ອງອີ່ຫຍັງ ອ້າເຂົ້າອ້າ ຂວັນ ຈັບດາບຈັບງ້າວໄລ່ ໄປໄລ່ມາ ແລ້ວເອົາໄກ່ນ້ອຍ ມາປາດຄໍ ເລືອດໄຫຼລົງມາ ລະເອົາເລືອດມາຢອດໃສ່ຫົວຂ້ອຍ, ແຕ່ຂ້ອຍກໍ່ບໍ່ສົນໃຈເຂົາເຈົ້າດອກ, ຕອນນັ້ນຄືຮູ້ສຶກວ່າ: ໄທບ້ານເລົ່າລືໄປດັງເຕີບວ່າ: ບາງຄົນກໍ່ວ່າ: ຜີເຂົ້າ, ບາງຄົນກໍ່ວ່າ ຖືກຢາບ້າ, ຂ້ອຍມາຄິດໃນໃຈວ່າ: ເອ໋ ຂ້ອຍໄປຖືກຢາບ້າເຂົາຕອນໃດ, ເອ໋ ຫຼືວ່າໄປວັນເກີດ ໝູ່ມື້ນັ້ນເຂົາເຈົ້າໃສ່ເຄື່ອງກິນໃຫ້ກິນ, ເລື່ອງຈັ່ງແມ່ນຊ່າລືໄປໄກ, ຈັ່ງແມ່ນຫຼາຍຄົນທະຍອຍມາເບິ່ງຂ້ອຍ, ເຈົ້າແຂວງກໍ່ລົງມາເບິ່ງ, ເຈເມືອງກໍ່ມາເບິ່ງ, ບາງຄົນເຮົາຈັບໃສ່ ກໍ່ສັ່ນຈົນຊິຮ້ອງໄຫ້ ຈັກແມ່ນເຂົາຢ້ານ ແຕ່ບາງຄົນກໍ່ບໍ່ຢ້ານ. ບາງມື້ເຫັນແມ່ນັ່ງໄຫ້ຢູ່ ເລີຍຖາມເຂົາເຈົ້າວ່າ ລາວໄຫ້ເຮັດຫຍັງ? ເຂົາເຈົ້າຕອບວ່າ: ກະໄຫ້ຍ້ອນເຈົ້າເປັນບ້າຫັ້ນເດ໋, (ຕາຍໆໆໆ ຄິດໃນໃຈ ຂ້ອຍເປັນບ້າແລ້ວຫວານີ້) ທ່ານ ໝໍ ຫຼາຍຄົນໃນເມືອງວຽງໄຊ ກໍ່ພາກັນມາຫຼິ້ນເຮືອນຂ້ອຍ, ແຕ່ລະມື້ນະ ພໍ່ແມ່ໃຫ້ທ່ານໝໍ ສົ່ງນ້ຳ ໃສ່ໃຫ້ຂ້ອຍທຸກມື້, ຈົນມື້ທີ່ 6 ຂ້ອຍແລ່ນໜີ ເພາະບໍ່ຢາກໃສ່ອີກແລ້ວ, ພໍ່ໍກໍ່ຂີ່ລົດຈັກໄລ່ນຳ ຮອດຕະຫຼາດ ພໍດີຫຼາຍຄົນຫັນມາເບິ່ງຂ້ອຍກັບພໍ່, ຂ້ອຍຢາກຮ້າຍ ເລີຍເວົ້າໃຫ້ພໍ່ວ່າ: ກັບແມ້ ຊິນຳມາເຮັດຫຍງ? ພໍ່ກໍ່ເວົ້າວ່າ: ກັບບ້ານນໍລູກ, ຂ້ອຍກໍ່ທັງເວົ້າທັງຮ້ອງໄຫ້ວ່າ: ຊິກັບໄປເຮັດຫຍັງ? ມື້ໃດກໍ່ສົ່ງນ້ຳ ຈັກສົ່ງອີ່ຫຍັງ ກະດັກກະດໍ້, ໝູ່ຂ້ອຍໃນຕະຫຼາດກໍ່ບອກວ່າ: ບບໃດຖຽງພໍ່ນະ ກັບບ້ານແມ້, ພໍ່ຂ້ອຍກໍ່ຊິມາດືງແຂນຂ້ອຍຂື້ນລົດ, ຂ້ອຍບໍ່ຍອມ ຂ້ອຍກໍ່ເລີຍຈັບກ້ອນຫີນໜື່ງມາ ແລ້ວເວົ້າວ່າ: ເຂົ້າມາແມ້ຊິຖິ້ມກ່ອນຫີນໃສ່, ພໍ່ຂ້ອຍກໍ່ທຳທ່າຊິຍ່າງມາ ຂ້ອຍກໍ່ຖິ້ມໝາກຫີນໃສ່ ແຕ່ຕັ້ງໃຈຖິ້ມແບບບໍ່ໃຫ້ຖືກເພິ່ນດອກ, ເພິ່ນຊິເຮັດແນວໃດຂ້ອຍກໍ່ ເລີຍຂີ່ລົດກັບບ້ານ ໄປບອກແມ່ຂ້ອຍໃຫ້ໄປນຳຂ້ອຍ, ແມ່ຂ້ອຍກໍ່ຂີ່ລົດນຳຂ້ອຍມາອີກ ງໍ້ຈັ່ງໃດຂ້ອຍກໍ່ບໍ່ເວົ້ານຳ ແລະ ຂ້ອຍກໍ່ທຳທ່າຍ່າງໄປທາງໄປເມືອງຊຳເໜືອຫັ້ນລະ, ແມ່ຂ້ອຍກໍ່ເລີຍເວົ້າວ່າ: ມາແມ້ມ່ຊິໄປສົ່ງ, ເວົ້າຫຍັງມາຂ້ອຍກໍ່ບໍ່ຟັງ ແລະ ບໍ່ສົນ ຍ່າງໄປເລື້ອຍໆ, ແມ່ກໍ່ເລີຍໄປນຳພໍ່ສ່ຽວວ່າ: ໄປສົ່ງລູກຂ້ອຍໄປເຮືອນນ້າສາວແດ່ເດີ, ມັນວ່າຊິໄປຊຳເໜືອ, ພໍ່ສ່ຽວກໍ່ເລີຍໄປຮັບຂ້ອຍໄປສົ່ງ, ຕໍ່ມາພໍ່ມ່ກໍ່ເອົາຂ້ອຍໄປທ່ຽວຫວຽດນາມ, ຫຼິ້ນທະເລຊຳເຊິນ ແທງຮວາກັບພໍ່ສ່ຽວ ແມ່ສ່ຽວ, ຕໍ່ມາຮອດເດືອນ 9 ເປີດເທີມໃໝ່ ພໍ່ແມ່ກໍ່ ໃຫ້ຂ້ອຍຮຽນມໍ 6 ອີກ ທີ່ ມສ ອານຸ ວຽງໄຊ ຈົນຈົບ, ຂ້ອຍກໍ່ມາຮຽນຕໍ່ທີ່ນະຄອນຫຼວງວຽງຈັນ 3 ປີ ຈົບຊັ້ນສູງແລ້ວ ເຮັດວຽງແລ້ວ ຄິດຢາກໄປຮຽນຕໍ່ຢູ່ ຫາທຶນກ່ອນ ພໍ່ແມ່ກໍ່ຍມານະຄອນຫຼວງແລ້ວ ບໍ່ໄດ້ກັບໄປເມືອງວຽງໄຊ ເກືອບ 6 ປີ ແລ້ວ ຄິດຮອດຫຼາຍໆ, ເມືອງວຽໄຊ ເມືອງແຫ່ງສັນຍາລັກ ການຕໍ່ສູ້ ປະຫວັດສາດລາວຖ້ຳນຜູ້ນຳ ຫຼາກຫຼາຍງາມຕາ ທຳມະຊາດສວຍງາມ.
|
|
|