ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

..............................ກາບກອນ: ຊີວິດຕ້ອງເດີນໜ້າ.................................. ແຕ່ງໂດຍ: ພາສຸກ (^.^)

 

 ອັນວ່າ ຄວາມຮັກນີ້..................ຄວາມຮັກມີຫຼາຍແບບ

ມີທັງເຈັບແສບໃຈ.....................ກິ່ນຫອມຫວານກໍ່ຫຼາຍຫຼົ້ນ

ຄົນເຮົາໜີບໍ່ພົ້ນ........................ຄວາມຮັກເກີດກໍ່

ຍາມຮັກເກີດແລ້ວ....................ຕ້ອງມີແປ້ວບໍ່ຫວານກໍ່ແສບ!


ດັ່ງຊີວິດເຊັ່ນນີ້..........................ມີສຸກ ມີທຸກໂສກ

ຍາມຊີວິດໂໝກມົວ...................ຢ່າຖອຍຕົວຄິດສັ້ນ

ພະຍາຍາມອົດກັ້ນ....................ເວລາຈະຊ່ວຍເສີມກໍ່

ພະຍາຍາມຕໍ່ຕັ້ງ.......................ຫາຫວັງໃໝ່ດີກວ່ານັ້ນ ເຖີດນ໋າ!


ອັນວ່າ ເລື່ອງອາດີດນັ້ນ............ຂໍໃຫ້ກັບກາຍເປັນບົດຮຽນ

ໃຫ້ເຮົາພາກພຽນ....................ຈົ່ງຢູ່ເພື່ອປັດຈຸບັນນີ້

ອາດີດຜ່ານມາແຕ່ກີ້................ເຈັບຊ້ຳໃຫ້ອົດກ່ອນ

ຕັ້ງຄວາມຫວັງໄປຕໍ່ທ້ອນ.........ຢູ່ຍ້ອນມີຄວາມຫວັງ ແທ້ແລ້ວ!


ຄວາມພະຍາຍາມບຸກໝັ້ນ........ບໍ່ນານວັນກໍ່ເຫັນຜົນ

ໃຫ້ອົດທົນບືນໄປ....................ບໍ່ນານໄກຊິເຫັນທາງແຈ້ງ

ໃນຫົນທາງມີແກ້ງ...................ມີຫີນມີຕາດ

ອົດກັ້ນບືນບາດກ້າວ................ໄປທ້ອນຜົນສຳເລັດຍັງລໍຢູ່ ແທ້ນ໋າ 



 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ທີ່ມາ:

http://webboard.sanook.com/forum/?topic=3346336

ພໍ່: ຮູ້ບໍ່ເປັນຫຍັງນ້ຳຕົກຈິ່ງງາມ ແລະມີສະເໜ?
ລູກ: ກໍ່ຍ້ອນວ່າແມ່ນມັນນ້ຳຕົກເດ ພໍ່.
ພໍ່: ບໍ່ແມ່ນດອກລູກ.  
ທີ່ນ້ຳຕົກງາມນະເປັນຍ້ອນນ້ຳຕົກບໍ່ຍອມເກັບນ້ຳ ໄວ້ໃນຊັ້ນຂອງຕົວເອງຕ່າງຫາກ 
ລູກ: ໝາຍຄວາມວ່າແນວໃດພໍ່?
ພໍ່: ລູກສັງເກດບໍ່ລະວ່າ: ເວລານ້ຳຕົກລົງອີກຊັ້ນໜຶ່ງກໍ່ຈະສົ່ງຕໍ່ໄປອີກຊັ້ນໜຶ່ງທັນທີ ເປັນວິທີທີ່ນ້ຳຕົກບໍ່ເຫັນແກ່ຕົວ, ລູກກໍ່ຢ່າລືມນະ ຫາກມີສິ່ງດີໆຢ່າເກັບໄວ້ຄົນດຽວ ຕ້ອງຮຽນຮູ້ທີ່ຈະແບ່ງປັນໃຫ້ຄົນອື່ນ.






 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ຂຽນຕາມຄວາມຄິດຂອງຂ້ອຍເດີ! (ຜິດພາດຂໍອະໄພ ອິໆ): ເຮີ! ຄິດມາລະເມື່ອຍກັບຊີວິດເນາະ! ຈະເຮັດແນວໃດໃຫ້ຊີວິດດີຂື້ນ ແຕ່ກໍ່ຈະພະຍາຍາມຕໍ່ໄປເລື້ອຍໆ,​ ເອົາສຸພາສິດນີ້ມາອ້າງສາບາດນີ້: ດຸໝັ່ນ ຊື່ສັດ ປະຢັດ ແລະ ອົດທົນ ຈະເປັນຄົນພົ້ນທຸກ, ລອງທຽບໃສ່ຕົນເອງກ່ອນ: ດຸໝັ່ນ=ຍັງບໍ່ປານໃດ ຮາໆໆ, ຊື່ສັດ= ອັນນີ້ໃຫ້ຄົນອື່ນຕັດສິນ(ເຂົ້າຂ້າງໂຕເອງບໍ່ໄດ້ ຮາໆໆ), ປະຢັດ= ໂຕເອງນີ້ບໍ່ປານໃດ ຟູມເຟືອຍຕະຫຼອດ(ບໍ່ມີເງິນເກັບເລີຍ ຮາໆໆ), ແລະ ອົດທົນ= ອົດທົນນີ້ ຕ້ອງອົດທົນຢູ່ແລ້ວ, ເຊື່ອວ່າທຸກຄົນກໍ່ເປັນຄົນອົດທົນ ແຕ່ຄວາມອົດທົນມີຂອບເຂດ, ຈະເຮັດແນວໃດນໍ! ໃຫ້ຊີວິດດີຂື້ນ! ເຄີຍໄຝ່ຝັນ ຢາກຮຽນນັ້ນນີ້ ເປັນອາຊີບນັ້ນນີ້! ແຕ່ຊີວິດຄົນເຮົາບໍ່ແມ່ນວ່າຊິເລືອກທາງເດີນໄດ້ສະເໝີໄປ, ທາງເດີນອາດມີອຸປະສັກຈົນເຮົາບໍ່ອາດຜ່າໄປໄດ້, ເໝືອນດັ່ງປ່າຂວາກໜາມທີ່ແຂງ ເຮົາກໍ່ບຸກໄປບໍ່ໄດ້ ເຮົາກໍ່ອາດຕ້ອງຄ່ອຍໆ ຖາກຖາງອອກເທື່ອລະນ້ອຍ ຈິ່ງຄ່ອຍໆໄປໄດ້, ຖ້າເຮົາເອົາໄຟຈູດບາດດຽວ ອາດເປັນໂທດໃສ່ຕົນເອງ ຢ່າງຫາໂອກາດແກ້ຕົວໄດ້ຍາກ, (ເວົ້າໄປຊັ້ນ ຮິໆໆ ຕາມທິດສະດີ ທີ່ຄິດເອົາເອງ ຂໍອະໄພຫາກເຮັດໃຫ້ທ່ານຜູ້ອ່ານລຳຄານ), ຈະພະຍາຍາມ ບຸກບືນຜ່ານຜ່າອຸປະສັກທີ່ໜັກຍິ່ງກວ່າຂວາກໜາມອັນຕືບຕັນສາຫັດ, ຈະພະຍາຍາມສ້າງຝັນອັນນ້ອຍໆໃຫ້ຄ່ອຍໆເຕີບໃຫຍ່ຂື້້ນເທື່ອລະນ້ອຍ ເຖີງແມ່ນຕ້ອງອົດທົນຜ່ານຜ່າບັນຫາຕ່າງໆ, ຖ້າເຮົາຝັນໄວ້ ແລະ ພ້ອມໃຈທີ່ຈະສ້າງຝັນວັນນີ້ຄົງບໍ່ສາຍເກີນໄປ, ຊີວິດຄົນເຮົາບໍ່ໄດ້ ຢູ່ໄປຊົ່ວກາລະນາ, ຄົ້ນຄວ້າໄຝ່ຫາສິ່ງທີ່ຕົວເອງຝັນໄຝ່ດ້ວຍຄວາມເປັນທຳ, ຝັນໄວ້... ສັກວັນ ຝັນນັ້ນຄົງມາເຖີງຫາກຕັດສິນໃຈຜ່ານຜ່າທີ່ຈະໄປຫາຝັນໃຫ້ໄດ້ ຂໍພຽງແຕ່ຢ່າທໍ້ໃຈໜັກໜາໃນຍາມອຸປະສັກກ້ຽວມາເຕັມຕົວຈົ່ງສູ້ຕໍ່ໄປດ້ວຍພະລັງໃຈທີ່ຢຶດໝັ້ນ ດ້ວຍຄວາມດີ ຍຸດຕິທຳ, ອົດທຸກ ອົດຍາກ ເພື່ອ ແລກປ່ຽນຄວາມຝັນທີ່ດີ ໃນອານາຄົດ ຈົ່ງຢ່າທໍ້ແທ້, ຂ້ອຍຂໍເປັນກຳລັງໃຈໃຫ້ ແລະ ອົດທົນຜ່ານຜ່າອຸປະສັກໄປທຸກໆໆ ມື້ ເຮີ