ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ຈາກ: ຊ່ອງ PSI

ອົງການແພດອັງກິດກໍ່ໄດ້ຮັບຮອງແລະນຳໃຊ້ປີງເຂົ້າໃນວົງການແພດ ແລະ ເພາະລ້ຽງປີງໃຫ້ເຕີບໃຫຍ່ຂະຫຍາຍຕົວໃນຫ້ອງພິເສດຍົກຕົວຢ່າງ: ການປິ່ນປົວຊາຍຄົນໜື່ງຍ້ອນອາການເຈັບຫົວ ຍ້ອນການໄຫຼວຽນຂອງເລືອດບໍ່ສະດວກ, ລາວເອົາປີງຕົວນ້ອຍໄປຈັບຂະໝັບຫົວຂອງລາວ, ລາວໄດ້ປ່ອຍໃຫ້ປີງໂຕນັ້ນດູດເລືອດຂອງລາວຈົນມັນອີ່ມ ແລະ ໂຕໃຫຍ່ຂື້ນ ຈົນຕີງບໍ່ໄດ້ ແລ້ວປີງນັ້ນ ກໍ່ຫຼົ່ນລົງພື້ນເພື່ອທຳການຍ່ອຍ. ໃນກໍລະນີຂອງສາວນ້ອຍຜູ້ໜື່ງທີ່ເກດອຸປະຕິເຫດຍ້ອນຕົກມ້າເຮັດໃຫ້ຂາຫັກ, ໝໍໄດ້ທຳການຜ່າຕັດຕໍ່ກະດູກ ແລະ ເສັ້ນເລືອດໃຫຍ່. ແຕ່ກໍ່ຍັງມີເສັ້ນເລືອດນ້ອຍອີກຫຼາຍທີ່ຂາດ. ເຊິ່ງໃນບາດແຜນັ້ນຈະມີເລືອດໄຫຼວຽນມາ ແຕ່ໄຫຼກັບຄືນບໍ່ໄດ້, ສະນັ້ນໝໍໄດ້ໃຊ້ປີງເຂົ້າໄປຊ່ວຍໃນການຂັບຖ່າຍເລືອດອອກເຮັດໃຫ້ເລືອດໝູນວຽນສະດວກຂື້້ນ, ເຮັດໃຫ້ສາວນ້ອຍຄົນນັ້ນຫາຍດີໄວຂື້້ນ. ນອກຈາກນັ້ນປີງຍັງຊ່ວຍໃນການຜ່າຕັດສະໝອງໃຫ້ເລືອດໝູນວຽນດີກວ່າເກົ່າ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ຈາກ: ສາລະຄະດີຊ່ອງ PSI.

    ນັກວິທະຍາສາດໄດ້ຄົ້ນພົບວ່າ:

ໜອນແມງວັນໄດ້ສາມາດປິ່ນປົວຄົນທີ່ມີບາດແຜໃຫຍ່ ແລະ ເນົ່າເປື່ອຍໃຫ້ດີຂຶ້ນ, ເຊິ່ງສູນການແພດອັງກິດໄດ້ຮັບຮອງແລະນຳໃຊ້ຕົວຈິງໃນການແພດອັງກິດໄດມີການລ້ຽງແລະເພາະພັນແມງວັນໄວ້ເພື່ອໃຫ້ເກີດໜອນແມງວັນປິ່ນປົວຄົນໄຂ້, ຜົນສະຫຼຸບແມ່ນດີຫຼາຍ ແລະ ສາມາດເຮັດໃຫ້ບາດແຜດີຂື້້ນໄວກວ່າປົກກະຕິ, ຫຼັງຈາກແມງວັນໄຂ່ອອກມາແລ້ວເຂົາເຈົ້າໄດ້ເກັບໄຂ່ຂອງມັນຢ່າງຕ່ຳ ມື້ລະ 4000 ຟອງ, ຫຼັງຈາກນັ້ນໄດ້ທຳການຂ້າເຊື້ອໂດຍການເອົາໜອນລ້າງໃນນ້ຳເກືອຂະເຢົ່າໃນກ່ອງ ແລ້ວຖອກລົງຜ້າຕາໜ່າງປົກບາດແຜ ແລ້ວ ງວາມລົງບາດແຜ, ຕອນທຳອິດໜອນແມງວັນຈະໂຕນ້ອຍສຳ່ປາຍໄມ້ຈີ້ມແຂ້ວ, ແຕ່ຫຼັງຈາກມັນຮັກສາຄົນໄຂ້ດ້ວຍການກິນເນື້້ອເຍື່ອທີ່ຕາຍໃນບາດແຜແລ້ວ, ມັນຍັງກິນ ແລະ ຍ່ອຍເຊື້ອແບດເຕີເລຍກັບພະຍາດທີ່ຢູ່ໃນບາດແຜອີກ ເຮັດໃຫ້ບາດແຜທີ່ກ້ວາງໃຫຍ່ແລະເປື່ອຍຄ່ອຍໆຍຸບດີຂື້້ນ ແລະ ຕົວໜອນແມງວັນກໍ່ໃຫຍ່ກວ່າເກົ່າເກີນ 5 ເທົ່າ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ທ່ານຮູ້ບໍ່ວ່າ: ສັດທີ່ສະຫຼາດທີ່ສຸດໃນໂລກແມ່ນສັດປະເພດໃດ?

ນັກວິທະຍາສາດໂລກໄດ້ ພິສູດ ແລະ ຄົ້ນຄວ້າວິໄຈພົບວ່າ: ສັດທີ່ສະຫຼາດທີ່ສຸດໃນໂລກມີຄື:

ອັນດັບ 1 ແມ່ນ: ນົກແກ້ວ (ນົກແກ້ວໃຫຍ່ ມີຄວາມສະຫຼາດໃນການຈື່ຈຳເທົ່ກັບເດັກນ້ອຍອາຍຸ 6 ປີ).

ອັນດັບ 2 ແມ່ນ: ລິງຊິມແພນຊີ ( ມີຄວາມສະຫຼາດເທົ່າກັບເດັກນ້ອຍອາຍຸ 4 ປີ).

ອັນດັບ 3 ແມ່ນ: ປາໂລມາ

     ຕາມທີ່ເບິ່ງໃນລາຍການສາລະຄະດີ ໃນໂທລະທັດມາ ນະ ຈື່ໄດ້ 3 ອັນດັບນີ້ລະ ອິອິອິ