ນັກປະພັນໃນອຸດົມຄະຕິ (1)
ໂດຍ ບຸນທັນ ພົງພິຈິດ
“ຖ້າຂ້ອຍເປັນນົກຂ້ອຍຈະຕິດຕາມເຈົ້າໄປທຸກຫົນທຸກແຫ່ງເຖິງວ່າໃນລະຫວ່າງທາງທີ່ບິນໄປນັ້ນຕົວຂ້ອຍຈະຖືກລູກທະນູ ຂ້ອຍກໍຈະອົດສາປະຄອງຕົວບິນໄປຕາຍຕໍ່ໜ້າຕັກເຈົ້າເພື່ອໃຫ້ຍອດຮັກໄດ້ເຊັດເລືອດແລະນໍ້າຕາໃຫ້ຂ້ອຍຈັກເທື່ອໜຶ່ງແລ້ວຂ້ອຍກໍຈະຕາຍຕາຫລັບ
ດ້ວຍຄວາມເປັນສຸກ” ອັນນີ້ແມ່ນໜຶ່ງໃນປະໂຫຍກກິນໃຈໃນນະວະນິຍາຍເລື່ອງ “ສົງຄາມຊີວິດ” ຂອງທ່ານກຸຫລາບ ສາຍປຣະດິດ ນັກປະພັນທີ່ຢູ່
ໃນດວງໃຈຂອງຂ້າພະເຈົ້າ.ຄວາມຈິງແລ້ວຂ້າພະເຈົ້າກໍມັກແນວທາງການຂຽນຂອງນັກປະພັນຫລາຍຄົນຢູ່ເຊັ່ນມັກການຂຽນເລື່ອງແນວປະຈົນໄພຂອງ
ແຈກລອນດອນ(ອາເມລິກາ), ຮູບແບບການຂຽນໃກ້ຄວາມຈິງຂອງແຮມມິງເວຍ໌(ອາເມລິກາ), ຄວາມຮັກຫວານຊື່ນຂອງຕວກເກເນຟ (ລັດເຊຍ), ການຂຽນທີ່ແຝງດ້ວຍປຣັດຊະຍາຊີວິດແລະພາສາທີ່ສູງສົ່ງຂອງຣາພິນດຣານາດທາຄຣໍ(ອິນເດຍ), ແນວປະຕິວັດແບບລູຊິ່ນ(ປະເທດຈີນ) ແລະນັກປະ
ພັນຄົນອື່ນໆ. ແຕ່ສໍາລັບທ່ານກຸຫລາບສາຍປຣະດິດແລ້ວຂ້າ ພະເຈົ້າໄດ້ມີໂອກາດສຶກສາດ້ານການຂີດຂຽນຈາກຜົນງານຂອງເພິ່ນຫລາຍກວ່າຄົນອື່ນ.
ເປັນຍ້ອນຟ້າລິຂິດຫລືເປັນເລື່ອງບັງເອີນກໍບໍ່ຮູ້ຕອນສະໄໝທີ່ເປັນນັກຮຽນຢູ່ຊັ້ນມັດທະຍົມແຂວງຫລວງພະບາງພວກເຮົາມັກອ່ານປຶ້ມແຕ່ປຶ້ມເປັນ
ພາສາລາວບໍ່ມີຫລາຍສະນັ້ນພວກເຮົາຈຶ່ງພະຍາຍາມຊອກຢືມປຶ້ມຢູ່ທຸກຫົນທຸກແຫ່ງເທົ່າທີ່ຈະສາມາດຊອກໄດ້ບໍ່ວ່າຈະເປັນຫ້ອງສະໝຸດຢູ່ໃນໂຮງຮຽນ, ຫ້ອງສະໝຸດແຂວງຫລືຫ້ອງສະໝຸດຢູ່ວັດ. ມີຄັ້ງໜຶ່ງພວກເຮົາຮູ້ວ່າມີຫ້ອງສະໝຸດຢູ່ວັດທາດພວກເຮົາຈຶ່ງເຂົ້າໄປເບິ່ງມີລຸງຄົນໜຶ່ງເປັນຄົນເຝົ້າຫ້ອງສະໝຸດນີ້ຢູ່ເພິ່ນຊື່ມະຫາຈັນທີ. ເພິ່ນເລົ່າເລື່ອງຄວາມສໍາຄັນຂອງປຶ້ມຕ່າງໆທີ່ມີຢູ່ໃນຫ້ອງສະໝຸດໃຫ້ພວກເຮົາຊາວໜຸ່ມຟັງ. ຕໍ່ມາເພິ່ນໄດ້ແນະນໍາພວກເຮົາວ່າພວກເຮົາເປັນຄົນໜຸ່ມນ້ອຍກໍາລັງມີຄວາມກະຫາຍຄວາມຮູ້ຕ້ອງຊອກຫາອ່ານວັນນະກໍາທີ່ກ້າວໜ້າຂອງສຣີບູຣະພາຊຶ່ງແມ່ນນັກປະພັນຂອງໄທແຕ່ໜ້າເສຍດາຍຢູ່ໃນຫ້ອງສະໝຸດຂອງເພິ່ນບໍ່ມີວັນນະກໍາຂອງນັກປະພັນຄົນນີ້ເລີຍແຕ່ຂ້າພະເຈົ້າກໍຍັງຈົດ
ຈໍາຊື່ນີ້ໄວ້ເຖິງວ່າຕົນເອງຈະໄດ້ໄປສຶກສາຢູ່ຕ່າງປະເທດເປັນເວລາຫລາຍປີກໍຍັງບໍ່ມີຫລົງລືມຊື່ນີ້ໄດ້ເລີຍຈົນກະທັ້ງຮອດເວລາກັບຕ່າວສູ່ບ້ານ
ເກີດເມືອງນອນຈຶ່ງໄດ້ມີໂອກາດໄດ້ສໍາຜັດຂໍ້ຂຽນແລະວັນນະກໍາຂອງເພິ່ນ.
“ຖ້າຂ້ອຍເປັນນົກຂ້ອຍຈະຕິດຕາມເຈົ້າໄປທຸກຫົນທຸກແຫ່ງເຖິງວ່າໃນລະຫວ່າງທາງທີ່ບິນໄປນັ້ນຕົວຂ້ອຍຈະຖືກລູກທະນູ ຂ້ອຍກໍຈະອົດສາປະຄອງຕົວບິນໄປຕາຍຕໍ່ໜ້າຕັກເຈົ້າເພື່ອໃຫ້ຍອດຮັກໄດ້ເຊັດເລືອດແລະນໍ້າຕາໃຫ້ຂ້ອຍຈັກເທື່ອໜຶ່ງແລ້ວຂ້ອຍກໍຈະຕາຍຕາຫລັບ
ດ້ວຍຄວາມເປັນສຸກ” ອັນນີ້ແມ່ນໜຶ່ງໃນປະໂຫຍກກິນໃຈໃນນະວະນິຍາຍເລື່ອງ “ສົງຄາມຊີວິດ” ຂອງທ່ານກຸຫລາບ ສາຍປຣະດິດ ນັກປະພັນທີ່ຢູ່
ໃນດວງໃຈຂອງຂ້າພະເຈົ້າ.ຄວາມຈິງແລ້ວຂ້າພະເຈົ້າກໍມັກແນວທາງການຂຽນຂອງນັກປະພັນຫລາຍຄົນຢູ່ເຊັ່ນມັກການຂຽນເລື່ອງແນວປະຈົນໄພຂອງ
ແຈກລອນດອນ(ອາເມລິກາ), ຮູບແບບການຂຽນໃກ້ຄວາມຈິງຂອງແຮມມິງເວຍ໌(ອາເມລິກາ), ຄວາມຮັກຫວານຊື່ນຂອງຕວກເກເນຟ (ລັດເຊຍ), ການຂຽນທີ່ແຝງດ້ວຍປຣັດຊະຍາຊີວິດແລະພາສາທີ່ສູງສົ່ງຂອງຣາພິນດຣານາດທາຄຣໍ(ອິນເດຍ), ແນວປະຕິວັດແບບລູຊິ່ນ(ປະເທດຈີນ) ແລະນັກປະ
ພັນຄົນອື່ນໆ. ແຕ່ສໍາລັບທ່ານກຸຫລາບສາຍປຣະດິດແລ້ວຂ້າ ພະເຈົ້າໄດ້ມີໂອກາດສຶກສາດ້ານການຂີດຂຽນຈາກຜົນງານຂອງເພິ່ນຫລາຍກວ່າຄົນອື່ນ.
ເປັນຍ້ອນຟ້າລິຂິດຫລືເປັນເລື່ອງບັງເອີນກໍບໍ່ຮູ້ຕອນສະໄໝທີ່ເປັນນັກຮຽນຢູ່ຊັ້ນມັດທະຍົມແຂວງຫລວງພະບາງພວກເຮົາມັກອ່ານປຶ້ມແຕ່ປຶ້ມເປັນ
ພາສາລາວບໍ່ມີຫລາຍສະນັ້ນພວກເຮົາຈຶ່ງພະຍາຍາມຊອກຢືມປຶ້ມຢູ່ທຸກຫົນທຸກແຫ່ງເທົ່າທີ່ຈະສາມາດຊອກໄດ້ບໍ່ວ່າຈະເປັນຫ້ອງສະໝຸດຢູ່ໃນໂຮງຮຽນ, ຫ້ອງສະໝຸດແຂວງຫລືຫ້ອງສະໝຸດຢູ່ວັດ. ມີຄັ້ງໜຶ່ງພວກເຮົາຮູ້ວ່າມີຫ້ອງສະໝຸດຢູ່ວັດທາດພວກເຮົາຈຶ່ງເຂົ້າໄປເບິ່ງມີລຸງຄົນໜຶ່ງເປັນຄົນເຝົ້າຫ້ອງສະໝຸດນີ້ຢູ່ເພິ່ນຊື່ມະຫາຈັນທີ. ເພິ່ນເລົ່າເລື່ອງຄວາມສໍາຄັນຂອງປຶ້ມຕ່າງໆທີ່ມີຢູ່ໃນຫ້ອງສະໝຸດໃຫ້ພວກເຮົາຊາວໜຸ່ມຟັງ. ຕໍ່ມາເພິ່ນໄດ້ແນະນໍາພວກເຮົາວ່າພວກເຮົາເປັນຄົນໜຸ່ມນ້ອຍກໍາລັງມີຄວາມກະຫາຍຄວາມຮູ້ຕ້ອງຊອກຫາອ່ານວັນນະກໍາທີ່ກ້າວໜ້າຂອງສຣີບູຣະພາຊຶ່ງແມ່ນນັກປະພັນຂອງໄທແຕ່ໜ້າເສຍດາຍຢູ່ໃນຫ້ອງສະໝຸດຂອງເພິ່ນບໍ່ມີວັນນະກໍາຂອງນັກປະພັນຄົນນີ້ເລີຍແຕ່ຂ້າພະເຈົ້າກໍຍັງຈົດ
ຈໍາຊື່ນີ້ໄວ້ເຖິງວ່າຕົນເອງຈະໄດ້ໄປສຶກສາຢູ່ຕ່າງປະເທດເປັນເວລາຫລາຍປີກໍຍັງບໍ່ມີຫລົງລືມຊື່ນີ້ໄດ້ເລີຍຈົນກະທັ້ງຮອດເວລາກັບຕ່າວສູ່ບ້ານ
ເກີດເມືອງນອນຈຶ່ງໄດ້ມີໂອກາດໄດ້ສໍາຜັດຂໍ້ຂຽນແລະວັນນະກໍາຂອງເພິ່ນ.
ການທີ່ຂ້າພະເຈົ້າຫລົງໄຫລແລະນິຍົມຊົມຊອບຜົນງານຂອງເພິ່ນກໍຍ້ອນວ່າລັກສະນະການເລົ່າເລື່ອງໜ້າສົນໃຈສໍານວນໂວຫານຄົມຄາຍແລະລີລາການຂຽນເປັນໜ້າຈັບໃຈແຝງໄປດ້ວຍຄວາມຄິດສະຫລາດປາດເປື່ອງແລະອຸດົມຄະຕິອັນສູງສົ່ງ. ຍາມໃດທີ່ຈັບປຶ້ມຂອງເພິ່ນຂຶ້ນມາອ່ານໜ້າທໍາອິດກໍຊວນໃຫ້ຢາກອ່ານຕໍ່ໄປໃຫ້ຈົບເຖິງໜ້າສຸດທ້າຍ.ເຖິງຈະມີວຽກອື່ນເຮັດຫລາຍປານໃດກໍຕາມສະນັ້ນຂ້າພະເຈົ້າຈະພະຍາຍາມອ່ານນະວະນິຍາຍຂອງເພິ່ນໃຫ້ແລ້ວພາຍໃນສອງຫລືສາມມື້. ດ້ວຍແຮງບັນດານໃຈນີ້ເອງທີ່ເຮັດໃຫ້ຂ້າພະເຈົ້າຊອກຄົ້ນຫາແລະຊອກຊື້ວັນນະກໍາຂອງເພິ່ນບໍ່ວ່າຈະຍາກລໍາບາກພຽງໃດບໍ່ວ່າຈະຢູ່ແຫ່ງຫົນ
ໃດບໍ່ວ່າຖືກຫລືແພງກໍຫາມາ
ຄອບຄອງໃຫ້ໄດ້ດັ່ງປາຖະໜາ. ແຕ່ວ່າວັນນະກໍາຂອງເພິ່ນບໍ່ແມ່ນຈະຫາໄດ້ງ່າຍເພາະໃນອະດີດຜົນງານຂອງເພິ່ນຖືກຫ້າມເຜີຍແຜ່ສະນັ້ນມີພຽງນັກຮຽນຮູ້ແລະຜູ້ທີ່ສົນໃຈວັນນະກໍາຂອງນັກປະພັນທີ່ກ້າວໜ້າອີຫລີຈຶ່ງພະຍາຍາມຊອກຫາມາສະສົມໄວ້ເພື່ອເປັນການພັດທະນາປັນຍາ.ຍາມໃດທີ່ມີໂອກາດໄດ້ໄປກຸງເທບຂ້າພະເຈົ້າມັກຊອກເວລາໄປຕະຫລາດສວນຈັດຕຸຈັກໄປຊອກຊື້ປຶ້ມອ່ານເກົ່າໆທີ່ຫາຍາກໂດຍສະເພາະແລ້ວມັກຈະໄປຮ້ານຂາຍປຶ້ມຂອງແມ່ຈິນດາເພາະເພິ່ນສະສົມປຶ້ມເກົ່າຫາຍາກໄວ້ຫລາຍກວ່າຮ້ານອື່ນ.
ຊີວິດແລະຜົນຂອງທ່ານ ກຸຫລາບສາຍປຣະດິດນັ້ນໜ້າສຶກສາຢ່າງຍິ່ງ.ຕະຫລອດໄລຍະທີ່ເພິ່ນໃຊ້ຊີວິດເປັນຄິດນັກໜັງສືພິມແລະນັກປະພັນໃນລະຫວ່າງປີ 1928-1958 ນັ້ນເພິ່ນໄດ້ສ້າງສັນວັນນະກໍາທີ່ມີຄຸ່ນຄ່າທັງຮ້ອຍແກ້ວແລະຮ້ອຍກອງຈໍານວນນັບບໍ່ຖ້ວນໄວ້ໃຫ້ແກ່ສັງຄົມໄທແລະແກ່ໂລກ.ໃນເວລານີ້ເອງທີທ່ານໄດ້ພິສູດທາດແທ້ຂອງອາຊີບການເປັນນັກໜັງສືພິມແລະນັກປະພັນໂດຍໃຊ້ປາຍປາກຕໍ່ສູ້ກັບສິ່ງທີ່ບໍ່ເປັນທໍາການເອົາລັດເອົາປຽບຢູ່ໃນສັງຄົມການໃຊ້ອໍານາດທີ່ບໍ່ຖືກຕ້ອງຂອງຜະເດັດການທີ່ກົດຂີ່ຂູດຮີດປະຊາຊົນຈົນຖືກຝ່າຍທີ່ມີອໍານາດໃສ່ຮ້າຍປ້າຍສີວ່າເປັນພວກນິຍົມຊ້າຍເຂົ້າຂ້າງຝ່າຍຄອມມູນິສ.ທ່ານຖືກທາງການຂົ່ມຂູ່ແລະຖືກຈັບເຂົ້າຄຸກຫລາຍເທື່ອໃນທີ່ສຸດທ່ານຕ້ອງຈໍາໃຈໄປຂໍລີ້ໄພຢູ່ສາທະລະນະລັດປະຊາຊົນຈີນແລະໄດ້ເສຍຊີວິດຢູ່ທີ່ນັ້ນໃນວັນທີ 16 ມີຖຸນາ ປີ 1974. ຊີວິດຂອງທ່ານເຕັມໄປດ້ວຍການຕໍ່ສູ່ ດັ່ງທີ່ທ່ານໄດ້ຂຽນໄວ້ໃນນະວະນິຍາຍ“ຜະຈົນບາບ” ວ່າ “ຊີວິດບໍ່ແມ່ນເວທີຂອງນັກເຕັ້ນລໍາແຕ່ຫາກແມ່ນເວທີຂອງນັກຕໍ່ສູ້ ຊຶ່ງເປັນທໍາມະດາເມື່ອທຸກຄົນໄດ້ຍ່າງຂຶ້ນມາເວທີນີ້ແລ້ວກໍຈະຕ້ອງໄດ້ຮັບບາດເຈັບບໍ່ຫລາຍກໍໜ້ອຍ”
ເນື່ອງຈາກທ່ານ ກຸຫລາບສາຍປຣະດິດໄດ້ສ້າງຜົນງານດ້ານການຂຽນໄວ້ຢ່າງຫລວງຫລາຍພາຍມາກມີບົດຄວາມແລະສາລະຄະດີກ່ຽວກັບການເມືອງ ສາດສະໜາ ປຣັດຊະຍາ ສັງຄົມ ວິຊາການນະວະນິຍາຍ ເລື່ອງສັ້ນ ເລື່ອງແປແລະບົດກະວີ.ມີຫລາຍເລື່ອງໄດ້ຮັບການພິມຊໍ້າຫລາຍເທື່ອຈົນຮອດປັດຈຸບັນແລະມີຜູ້ແປເປັນຫລາຍພາສາ. ຕອນທີ່ເພິ່ນມີຊີວິດຢູ່ນັ້ນຊື່ສຽງຮຽງນາມຂອງເພິ່ນບໍ່ມີຄົນຮູ້ຈັກຫລາຍປານໃດເພາະປະເທດໄທຢູ່ໃນຍຸກຜະເດັດການ ແຕ່ເມື່ອເພິ່ນຈາກໂລກນີ້ໄປແລ້ວປະກອບກັບມີການເປີດກວ້າງວຽກສື່ສານມວນຊົນ ນັກຮຽນຮູ້ນັກສຶກສາປັນຍາຊົນເຫັນວ່າຜົນງານຂອງເພິ່ນມີຄຸນຄ່າຄວນແກ່ການສຶກສາຢ່າງຍິ່ງຈຶ່ງເອົາມາພິມເຜີຍແຜ່ ເຮັດໃຫ້ທັງຄົນໄທແລະຄົນຕ່າງປະເທດສົນໃຈ.ສະຫລຸບແລ້ວຖານະຂອງທ່ານກຸຫລາບສາຍປຣະດິດໃນໂລກວັນນະກໍາຂອງໄທໃນຍຸກປັດຈຸບັນສູງກວ່າໃນຊ່ວງເວລາທີ່ທ່ານມີຊີວິດຢູ່.ໃນທີ່ສຸດໃນປີ 2003 ອົງການອຸຍເນສໂກໄດ້ປະກາດຍ້ອງຍໍທ່ານກຸຫລາບສາຍປຣະດິດເປັນບຸກຄົນສໍາຄັນແລະມີຜົນງານດີເດັ່ນ.
ທ່ານ ກຸຫລາບ ສາຍປຣະດິດເລີ່ມຕົ້ນອາຊີບເປັນນັກຂຽນໃຫ້ໜັງສືພິມລາຍວັນແລະວາລະສານຕ່າງໆດ້ວຍການຂຽນເລື່ອງຈິງແລະເລື່ອງແຕ່ງຂຶ້ນຈາກຈິນຕະນາການເປັນປະເພດເລື່ອງສັ້ນແລະນະວະນິຍາຍ. ການພິມເຜີນແຜ່ເຮັດຢູ່ໃນວົງແຄບມັກມີບັນຫາດ້ານການເງິນຢູ່ເລື້ອຍໆ.ເຖິງວ່າໃນຂະນະນັ້ນໜັງສືພິມແລະວາລະສານມີແນວໂນ້ມທີ່ຈະຂະຫຍາຍຕົວແຕ່ນັກຂຽນໄດ້ຄ່າຈ້າງຕໍ່າ ບາງເທື່ອກໍບໍ່ໄດ້ເລີຍ.ນັກຂຽນຕ້ອງຫາອາຊີບອື່ນເພີ່ມເຕີມ ດັ່ງທ່ານ ກຸຫລາບ ສາຍປຣະດິດຈະໄປຮັບຈ້າງສອນພາສາອັງກິດ. ຍ້ອນຢາກໃຫ້ນັກຂຽນ ນັກປະພັນແລະນັກອ່ານໄທໄດ້ຊຶມຊັບແລະເຂົ້າໃຈແນວທາງແລະຮູບແບບການຂຽນເລື່ອງໃນລະດັບສາກົນທ່ານກຸຫລາບ ສາຍປຣະດິດຈຶ່ງໄດ້ແປນະວະນິຍາຍລັດເຊຍ ເລື່ອງ "ແມ່" ຂອງມັກຊິມ ກອກກີ, ໂຮມເລື່ອງສັ້ນຂອງ ເຊຄອຟ ຊຸດ “ເນລະເທດ”, “ເຂົາຖືກບັງຄັບໃຫ້ເປັນໂຈນ” ອັດຕະຊີວະປະຫວັດຂອງເນດ ເຄລລີ ຕໍານານວິລະຊົນໃນປະຫວັດສາດອົດສະຕຣາລີແລະອື່ນໆຫລາຍເລື່ອງ. ຕໍ່ມາກໍມີຜູ້ເອົາແບບຢ່າງຂອງເພິ່ນໂດຍການແປວັນນະກໍາໂລກຈາກຫລາຍພາສາມາເປັນພາໄທເຮັດໃຫ້ຄົນໄທໄດ້ອ່ານຢ່າງກວ້າງ ຂວາງ ຈົນເກີດມີນັກຂຽນນັກປະພັນແລະນັກແປຮຸ່ນໃໝ່ແຈ້ງເກີດຢ່າງຫລວງຫລາຍພາຍມາກ.ຖ້າພວກເຮົາເປີດໃຈກວ້າງ ສົນໃຈສຶກສາຮໍ່າຮຽນສິ່ງທີ່ດີໆຈາກປະເທດໄທເຮົາກໍບໍ່ຕ້ອງເສຍເວລາໄປອ່ານວັນນະກໍາເປັນພາສາອັງກິດ ຝຣັ່ງ ຍີ່ປຸ່ນເກົາຫລີ ເຢຍລະມັນ ແອສປາຍໂຍນແລະອື່ນໆເພາະຢູ່ປະເທດໃກ້ຄຽງນີ້ເຂົາເຈົ້າແປໄວ້ໃຫ້ແລ້ວ.
ກຸຫລາບສາຍປຣະດິດແມ່ນຊື່ແທ້ຂອງເພິ່ນສ່ວນສຣີບູຣະພາແມ່ນນາກປາກກາ. ສຣີແປວ່າ “ຍິ່ງໃຫຍ່” ສ່ວນ “ບູຣະພາ” ແປວ່າ “ທິດບົວລະພາ”. ໃນການຂຽນນະວະນິຍາຍສ່ວນຫລາຍເພິ່ນຈະໃຊ້ນາມປາກກາ “ສຣີບູຣະພາ”. ຍາມໃດທີ່ຂຽນບົດຄວາມກ່ຽວກັບການເມືອງ ເພິ່ນຈະໃສ່ຊື່ຈິງ. ສ່ວນການຂຽນປະເພດອື່ນໆນັ້ນບາງຄັ້ງໃສ່ນາມປະກາຕັ້ງສີ່ຊື່ ແລະບາງເທື່ອກໍໃສ່ປະສົມກັນ ລະຫວ່າງຊື່ແທ້ແລະນາມປາກກາ.ທ່ານ ສ. ສິວະຣັກ ນັກວິພາກວິຈານສັງຄົມຂຽນໄວ້ວ່າ“ກຸຫລາບໝາຍເຖິງຕົ້ນໄມ້ທີ່ດອກມີກິ່ນຫອມຫວນ ດົມກໍໄດ້ ຊົມຄວາມງາມກໍດີເຮັດຢາກໍໄດ້ ເອົາໃສ່ນໍ້າເພື່ອໃຫ້ຊື່ນອົກຊື່ນໃຈກໍໄດ້ແຕ່ໃນຂະນະດຽວກັນກໍມີໜາມທີ່ແຫລມຄົມພ້ອມທີ່ຈະສຽບແທງຝ່າຍອະທໍາແລະນັກຜະເດັດການ. ຖ້າທ່ານ ກຸຫລາບສາຍປຣະດິດຍັງມີຊີວິດຢູ່ເທົ້າປັດຈຸບັນທ່ານກໍຈະເປັນສິລິມຸງຄຸນຂອງພວກເຮົາໃນໂລກຕະເວັນອອກ”
ເພື່ອວິເຄາະຮູບແບບການຂຽນຂອງທ່ານກຸຫລາບສາຍປຣະດິດ ຂ້າພະເຈົ້າຂໍເລີ່ມຕົ້ນດ້ວຍການຂຽນນະວະນິຍາຍເພາະຜົນງານດ້ານນີ້ໄດ້ສ້າງຊື່ສຽງໃຫ້ເພິ່ນແລະຈະຂໍຍົກຕົວຢ່າງນະວະນິຍາຍທີ່ໂດດເດັ່ນບາງເລື່ອງຊຶ່ງສະທ້ອນໃຫ້ເຫັນການພັດທະນາທາງດ້ານຄວາມຄິດຂອງນັກປະພັນຜູ້ນີ້.ໃນຍຸກວັນນະກໍາໄທກໍາລັງເບັ່ງບານ ຄືລະຫວ່າງທົດສະວັດທີສາມສິບຫາສີ່ສິບ. ທ່ານ ກຸຫລາບສາຍປຣະດິດໄດ້ຂຽນນະວະນິຍາຍຫລາຍເລື່ອງທີ່ໄດ້ຮັບການຍົກຍ້ອງແລະເປັນທີ່ຊື່ນຊົມຂອງຜູ້ອ່ານ ເຊັ່ນ ເລື່ອງ"ລູກຜູ້ຊາຍ", “ປາບພະຍົດ”, “ຫົວໃຈປາຖະໜາ”, “ປ່າໃນຊີວິດ”, “ແສນຮັກແສນແຄ້ນ”, “ມານມະນຸດ”, “ຜະຈົນບາບ", “ສົງຄາມຊີວິດ”, “ຈົນກວ່າເຮົາຈະພົບກັນອີກ", “ແລໄປຂ້າງໜ້າ” ແລະອື່ນໆ.
ໃນປີ 1928 ທ່ານໄດ້ພິມນະວະນິຍາຍ ເລື່ອງ"ລູກຜູ້ຊາຍ" ອອກສູ່ສັງຄົມຊຶ່ງນັກວິຊາການຖືວ່າເປັນນະວະນິຍາຍເລື່ອງທໍາອິດຂອງປະເທດໄທ.ຜູ້ປະພັນຍອມຮັບວ່າເພິ່ນບໍ່ໄດ້ສຶກສາແລະບໍ່ໄດ້ຮູ້ກົດເກນຫລືຫລັກການແຕ່ງນະວະນິຍາຍເລີຍເພິ່ນເອງກໍເລີ່ມຮຽນບິນໃໝ່ຢູ່ໃນແວດວົງວັນນະກໍາ.ເຖິງແນວໃດພວກເຮົາກໍຮູ້ໄດ້ວ່າເພິ່ນເລີ່ມການຂີດຂຽນດ້ວຍເລື່ອງປະເພດຈິນຕະນິຍົມ ຄືເລື່ອງຄວາມຮັກຫວານຊື່ນ (Romantism) ຂອງໜຸ່ມສາວ. ເນື້ອເລື່ອງນະວະນິຍາຍ“ລູກຜູ້ຊາຍ” ເນັ້ນສັກສີຂອງລູກຜູ້ຊາຍຄົນໜຶ່ງຊຶ່ງຕ້ອງຕໍ່ສູ້ຜ່ານຜ່າອຸປະສັກຕ່າງໆໃນຊີວິດ ຄື ດ້ານຄວາມຮັກດ້ານຄວາມບໍ່ເທົ່າທຽມກັນຢູ່ສັງຄົມ ຄວາມອິດສາລິດສະຫຍາຄວາມຊິງດີຊິງເດັ່ນກັນ.
ລັກສະນະຄວາມກ້າວໜ້າຂອງນະວະນິຍາຍເລື່ອງນີ້ ຄືການໃຫ້ຄວາມສໍາຄັນແກ່ການກໍານົດຊີວິດມະນຸດດ້ວຍຕົວເຂົາເອງບໍ່ແມ່ນດ້ວຍປັດໄຈພາຍນອກ ເຊັ່ນ ວົງຕະກຸນ ຊັບສິນແລະຖານະທາງສັງຄົມ.ນະວະນິຍາຍເລື່ອງນີ້ເປັນບັນທຶກທັດສະນະຄວາມມີສັດທາຕໍ່ມະນຸດທໍາມະດາສາມັນໃນຍຸກສະໄໝທີ່ຄົນສ່ວນໃຫຍ່ເຂົ້າໃຈວ່າຄຸນຄ່າຂອງມະນຸດວັດກັນດ້ວຍສົມບັດພາຍນອກຫລາຍກວ່າສົມບັດພາຍໃນ. ມາໂນດຕົວລະຄອນເອກຂອງເລື່ອງແມ່ນລູກຊ່າງໄມ້ທີ່ທຸກຍາກແລະກໍາພ້າແມ່ແຕ່ດຸໝັ່ນຂະຫຍັນຮຽນ ຈຶ່ງໄດ້ໄປສຶກສາຕໍ່ຢູ່ຕ່າງປະເທດແລ້ວກັບມາຮັບໜ້າທີ່ການງານທີ່ມີກຽດຢູ່ໃນວົງລັດຖະການແລະສາມາດໄຕ່ເຕົ້າຂຶ້ນມາຢູ່ຄຽງບ່າຄຽງໄຫລ່ກັບພວກ “ຜູ້ດີ” ໄດ້.ລູກຜູ້ຊາຍຕ້ອງມີຄວາມດີ ຄວາມຍຸຕິທໍາແລະຄິດເຖິງສ່ວນຮວມດັ່ງທີ່ຜູ້ປະພັນຂຽນວ່າ“ຂ້ອຍເກີດມາເພື່ອໂລກ…ບໍ່ແມ່ນເພື່ອຕົວເອງ…ຖ້າຂ້ອຍຈະມີຊີວິດຢູ່ໃນໂລກນີ້ດ້ວຍຄວາມດີບໍ່ໄດ້ກໍຈະບໍ່ຂໍຢູ່ດ້ວຍຄວາມຊົ່ວຫາກມີຫຍັງມາບັງຄັບໃຫ້ຂ້ອຍຕ້ອງຢູ່ດ້ວຍຄວາມຊົ່ວເມື່ອນັ້ນຂ້ອຍຈະເລືອກຂ້າງຄວາມບໍ່ມີຊີວິດ…”
“ປາບພະຍົດ” ແມ່ນໜຶ່ງໃນບົດປະພັນຂອງ ທ່ານກຸຫລາບສາຍປຣະດິດທີ່ມີການນໍາມາຖ່າຍທອດເປັນລະຄອນໂທລະພາບຊຶ່ງເປັນຜົນງານທີ່ເພິ່ນຂຽນຂຶ້ນໃນປີ 1938. ເລື່ອງນີ້ກໍແມ່ນເລື່ອງກ່ຽວກັບຄວາມຮັກຂອງໜຸ່ມສາວທີ່ງອນໃສ່ກັນຕ່າງຝ່າຍຖືວ່າຕົນເດັ່ນກວ່າອີກຝ່າຍໜຶ່ງ ແລະພະຍາຍາມເອົາຊະນະກັນໃຫ້ໄດ້ເປັນເລື່ອງຮັກເບົາສະໝອງ ແຕ່ສອດແຊກປຣັດຊະຍາຂອງຜູ້ຂຽນໃສ່ໃນບົດປະພັນເພື່ອໃຫ້ຜູ້ອ່ານໄດ້ຂໍ້ຄິດ.
ນະວະນິຍາຍເລື່ອງນີ້ເວົ້າເຖິງ ຊາຍໜຸ່ມຄົນໜຶ່ງ ຊື່ໂກມົນ ທີ່ພໍ່ສົ່ງມາຮຽນວິຊາກົດໝາຍຢູ່ເມືອງຫລວງແຕ່ແທນທີ່ຈະມາຮຽນໜັງສື ເຂົາມາຫຍຸ້ງເລື່ອງຄວາມຮັກເພື່ອຢາກເອົາຊະນະແລະປາບຄວາມໂອ້ອວດແລະທະນົງຕົວຂອງຍິງສາວຄົນໜຶ່ງຊື່ ຍວນໃຈ.ຍາວນໃຈມີຊືື່ສຽງໂດງດັງແລະມີພອນສະຫວັນໃນການສ້າງຄວາມເຈັບປວດໃຫ້ແກ່ຊາຍໜຸ່ມທັງຫລາຍທີ່ມາຫລົງຮັກນາງ.ຊາຍໜຸ່ມຫລາຍຄົນເວົ້າວ່າ “ເຖິງວ່ານາງຈະບໍ່ຮູ້ຈັກຮັກໃຜກໍຕາມແຕ່ນາງກໍຍິນດີໃຫ້ຄົນມາຮັກ. ເວລາທີ່ນາງມີຄວາມສຸກທີ່ສຸດແມ່ນເວລາທີ່ຜູ້ຊາຍມາຂໍຄວາມຮັກຈາກນາງແລະເວລາທີ່ມີຄວາມສຸກຍິ່ງກວ່ານັ້ນອີກ ຄືຕອນທີ່ນາງບອກປະຕິເສດດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສວ່ານາງບໍ່ຮັກໃຜ”
ໂກມົນສະໝັກເຂົ້າເຮັດວຽກຢູ່ຮ້ານຂາຍປຶ້ມຊຶ່ງຢູ່ພາຍໃຕ້ການຄວບຄຸມຂອງຍວນໃຈ.ໃນຂະນະນັ້ນມີຂຸນນາງຮູບຫລໍ່ຄົນໜຶ່ງມາສະໜິດສະໜົມກັບຍວນໃຈຕະຫລອດເວລາ.ແຕ່ໂກມົນກໍບໍ່ເກງກົວສັກສີຂອງຂຸນຂາງຄົນນັ້ນເລີຍກົງກັນຂ້າມເຂົາຍິ່ງມີຄວາມມຸ່ງໝັ້ນທີ່ຈະເອົາຊະນະຄວາມຍະໂສໂອຫັງຂອງຍວນໃຈໃນທີ່ສຸດໂກມົນກໍເອົາຊະນະຂຸນນາງຄົນນັ້ນໄດ້.ໂກມົນລະບາຍຄວາມໂກດແຄ້ນທີ່ມີຕໍ່ຍວນໃຈ ດ້ວຍຄວາມເວົ້າທີ່ບາດໃຈວ່າ“ຄົນທີ່ມັກຫລິ້ນກັບໄຟ ຖ້າບໍ່ຖືກໄຟໄໝ້ແດ່ ມັກບໍ່ເຫັນໂທດຂອງໄຟມັກຄິດວ່າໄຟໃຫ້ແຕ່ຄຸນປະໂຫຍດຢ່າງດຽວ. ເມື່ອທຽບກັບເຈົ້າແລ້ວກໍບໍ່ແຕກຕ່າງກັນເລີຍ.ເຈົ້າເຄີຍຄິດວ່າການຄົບຫາຜູ້ຊາຍມີແຕ່ໄດ້ກໍາໄລ ຫລືທໍ່ທຶນການຂາດທຶນບໍ່ອາດເກີດຂຶ້ນໄດ້. ບັດນີ້ເຈົ້າເຫັນແລ້ວບໍເຈົ້າຂາດທຶນບໍ່ໜ້ອຍເລີຍ. ແມ່ຍິງທີ່ຄົບຫາຜູ້ຊາຍຢ່າງອິດສະລະຈະໜີພົ້ນຄໍານິນທາບໍ່ໄດ້ດ໋ອກ.ແມ່ຍິງບາງຄົນອາດຈະຍົກໄຫລ່ບໍ່ສະດຸ້ງສະເທືອນເມື່ອໄດ້ຍິນຄໍານິນທາເລັກໆນ້ອຍໆ.ເຈົ້າເອງກໍສະແດງອາການແບບນີ້ອອກມາແດ່ແລ້ວ ແມ່ນຄວາມຂ້ອຍບໍ່ ຍວນໃຈ?” ນີ້ຄືຄໍາກ່າວຫາທີ່ໂກມົນມອບໃຫ້ຍວນໃຈຈົນເຮັດໃຫ້ນາງລະຄວາມພະຍົດຂອງຕົນເອງລົງຍ້ອນນາງທໍາຕົວເປັນຄົນມັກຕິດຜູ້ບ່າວຊຶ່ງເປັນພຶດຕິກໍາທີ່ບໍ່ເໝາະສົມແກ່ຄວາມເປັນສຸພາບສະຕຣີບໍ່ວ່າຈະແມ່ນຍຸກໃດສະໄໝໃດກໍຕາມ.
ນະວະນິຍາຍເລື່ອງ "ລູກຜູ້ຊາຍ" ແລະ “ປາບພະຍົດ” ສະແດງໃຫ້ເຫັນຄວາມຄິດແລະແນວທາງການຂຽນນະວະນະຍາຍຍຸກເລີ່ມຕົ້ນທີ່ ທ່ານກຸຫລາບສາຍປຣະດິດກ້າວເຂົ້າສູ່ວົງການວັນນະກໍາຊຶ່ງຈະເນັ້ນໃສ່ຄວາມຮັກຂອງບ່າວສາວ ຄວາມຊິງຮັກຫັກສະຫວາດການແຂ່ງດີແຂ່ງເດັ່ນກັນ ແຕ່ຄວາມຮັກນັ້ນບໍ່ແມ່ນຈະເຈັບປວດສເໝີໄປບາງຄັ້ງຄວາມຮັກທີ່ມີໃຫ້ກັນກໍບໍ່ຈືດຈາງ ຍັງຈາລືກໄວ້ຢູ່ໃນຫ້ວງຫົວໃຈຈົນໃນທີ່ສຸດສະຫວັນກໍບັນດານໃຫ້ຄວາມຮັກນັ້ນສົມຫວັງກໍມີ.
(ອ່ານຕໍ່ສະບັບໜ້າ)
From: www.laostory.com