ຂຽນເມື່ອ: ມ.ນ.. 19, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ຕອນຍັງນ້ອຍ ເຮືອນຂ້ອຍລ້ຽງແມວແມ່ຕົວໜື່ງ, ມັນຖືພາທ້ອງໃຫຍ່ ແລ້ວ ຕໍ່ມາກໍ່ເກີດລູກແມວອອກມາ 6 ໂຕ, ຕໍ່ມາແມ່ແມວໄດ້ຖືກສານໜູ, ນອນຮ້ອງຢູ່ແມວໆໆໆ ຄອບຄົວຂອງຂ້ອຍກໍ່ບໍ່ຮູ້ຊິເຮັດຫຍັງ ເອົານັ້ນເອົານີ້ໃຫ້ມັນກິນເພື່ອໃຫ້ຫາຍ, ແຕ່ມັນກໍ່ຮ້ອງດ້ວຍຄວາມເຈັບປວດແລະໜ້າສົງສານ, ໂຕຂອງມັນໄດ້ແຂງກະດ້າງເຊົ້າເລື້ອຍໆ, ພວກຂ້ອຍທັງຖອກນ້ຳກັບແປ້ງນົວໃສ່ປາກເພື່ອໃຫ້ມັນຫາຍ, ຟອດນ້ຳລາຍໄດ້ອໄຫຼອກຈາກປາກຂອງມັນ ແລ້ວມັນກໍ່ແຂງກະດ້າງ ແລ້ວກໍ່ລັບໄປ, ສວ່ນແມວລູກນ້ອຍຂອງມັນ ທີ່ຍັງບໍ່ທັນມືນຕາໄດ້ໆຮ້ອງກິນນົມແມ່ດ້ວຍຄວາມໂຫຍຫິວ, ພວກຂ້ອຍໄດ້ພະຍາຍາມຊື່ນົມ ແລະ ນ້ຳຕານປ້ອນໃສ່ປາກໃຫ້ມັນກິນ ແຕ່ມັນກໍ່ບໍ່ເຊົາຮ້ອງ, ພໍ່ຂອງຂ້ອຍໄດ້ບອກວ່າ: ເອົາແມວນ້ອຍໃສ່ກະຕິບ(ກະຕ່າ) ເລາະບ້ານ, ຖ້າເຮືອນໃດມີແມວແມ່ລູກອອ່ນລະເອົາໃຫ້ແມ່ແມວນັ້ນເດີ, ຂ້ອຍກັບເອື້ອຍກໍ່ປະຕິບັດຕາມ, ເລາະໄປຕາມບ້ານຊອກແມວແມ່ລູກອອ່ນ ພ້ອມທັງຟັງສຽງແມວນ້ອຍຮ້ອງ ດ້ວຍຄວາມສົງສານ, ເມື່ອເອົາມືແຍ່ໃສ່ແມວນ້ອຍ ແມວນ້ອຍກໍ່ຈະລຸມໃສ່ມືເຮົາເພື່ອຊອກຫານົມຂອງແມ່ມັນ, ເວລາຜ່ານໄປທີ່ເລາະຊອກຫາແມວແມ່ລູກອອ່ນ ກໍ່ໄປພົບເຮືອນໜື່ງທີ່ມີແມວແມ່ລູກອ່ອນ ແຕ່ລູກຂອງມັນໃຫຍ່ແລ້ວ ມັນຈິ່ງບໍ່ໃຫ້ແມວນ້ອຍອອ່ນນັ້ນກິນນົມມັນ, ເມື່ອເປັນໄປແນວນັ້ນຂ້ອຍກັບເອື້ອຍກໍ່ພາກັນຍ່າງກັບບ້ານດ້ວຍຄວາມໂສກເສົ້າ ແລະ ສົງສານແມວນ້ອຍແຕ່ບໍ່ຮູ້ຊິເຮັດແນວໃດ, ເມື່ອໄປຮອດບ້ານ ກໍ່ປະແມວນ້ອຍໄວ້ແລ້ວບອກເອື້ອຍ ເອົາເຂົ້າໄປເກືອໄກ່ກ່ອນ ເອື້ອຍກໍ່ເວົ້າວ່າ: ເອື້ອຍຊິໜື້ງເຂົ້າເດີ, ພໍຍ່າງໄປຮອດສວນນ້ຳຕາຂ້ອຍກໍ່ໄຫຼອອກບໍ່ຮູ້ເມື່ອ ຮ້ອງໄຫ້ ອິກໆໆ ເພາະສົງສານແມວນ້ອຍ, ຂ້ອຍບໍ່ໄດ້ສັງເກດດີ ວ່າເອື້ອຍຂ້ອຍກໍ່ໄຫ້ຄືກັນເພາະອົດບໍ່ໄດ້, ພໍດີຕອນນັ້ນມີ ຜົວເມຍໜື່ງຍ່າງຜ່ານເຮືອນມາ ເຫັນເອື້ອຍນ້ອງໄຫ້ຍ້ອນແມວນ້ອຍ ເພິ່ນເລີຍບອກວ່າ: ເອົາແມວນ້ອຍໃຫ້ປ້າໄປລ້ຽງຢູ່ເຮືອນສາ ເພາະມີແມວແມ່ລູກອອ່ນ, ຕໍ່ມາເພິ່ນກໍ່ໃຫ້ຂ່າວມາວ່າ: ແມວນ້ອຍຕາຍໝົດແລ້ວ ເພາະແມວແມ່ໂຕນັ້ນບໍ່ໃຫ້ກິນນົມ ເພາະມັນຮູ້ວ່າບໍ່ແມ່ນລູກຂອງມັນ, ຂ້ອຍກັບເອື້ອຍກໍ່ມາສົນທະນາວ່າ: ທໍລະມານໃຈເນາະທີ່ເຫັນແມວນ້ອຍໃນສະພາບນັ້ນ, ຖ້າເຫັນມັນຕາຍຕໍ່ໜ້າແຮ່ງທໍລະມານໃຈກວ່າໄດ້ຍິນຂ່າວວ່າຕາຍທີ່ອື່ນ.