ຂຽນເມື່ອ: ມ.ນ.. 30, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ຂຽນຕາມຄວາມຄິດຂອງຂ້ອຍເດີ! (ຜິດພາດຂໍອະໄພ ອິໆ): ເຮີ! ຄິດມາລະເມື່ອຍກັບຊີວິດເນາະ! ຈະເຮັດແນວໃດໃຫ້ຊີວິດດີຂື້ນ ແຕ່ກໍ່ຈະພະຍາຍາມຕໍ່ໄປເລື້ອຍໆ, ເອົາສຸພາສິດນີ້ມາອ້າງສາບາດນີ້: ດຸໝັ່ນ ຊື່ສັດ ປະຢັດ ແລະ ອົດທົນ ຈະເປັນຄົນພົ້ນທຸກ, ລອງທຽບໃສ່ຕົນເອງກ່ອນ: ດຸໝັ່ນ=ຍັງບໍ່ປານໃດ ຮາໆໆ, ຊື່ສັດ= ອັນນີ້ໃຫ້ຄົນອື່ນຕັດສິນ(ເຂົ້າຂ້າງໂຕເອງບໍ່ໄດ້ ຮາໆໆ), ປະຢັດ= ໂຕເອງນີ້ບໍ່ປານໃດ ຟູມເຟືອຍຕະຫຼອດ(ບໍ່ມີເງິນເກັບເລີຍ ຮາໆໆ), ແລະ ອົດທົນ= ອົດທົນນີ້ ຕ້ອງອົດທົນຢູ່ແລ້ວ, ເຊື່ອວ່າທຸກຄົນກໍ່ເປັນຄົນອົດທົນ ແຕ່ຄວາມອົດທົນມີຂອບເຂດ, ຈະເຮັດແນວໃດນໍ! ໃຫ້ຊີວິດດີຂື້ນ! ເຄີຍໄຝ່ຝັນ ຢາກຮຽນນັ້ນນີ້ ເປັນອາຊີບນັ້ນນີ້! ແຕ່ຊີວິດຄົນເຮົາບໍ່ແມ່ນວ່າຊິເລືອກທາງເດີນໄດ້ສະເໝີໄປ, ທາງເດີນອາດມີອຸປະສັກຈົນເຮົາບໍ່ອາດຜ່າໄປໄດ້, ເໝືອນດັ່ງປ່າຂວາກໜາມທີ່ແຂງ ເຮົາກໍ່ບຸກໄປບໍ່ໄດ້ ເຮົາກໍ່ອາດຕ້ອງຄ່ອຍໆ ຖາກຖາງອອກເທື່ອລະນ້ອຍ ຈິ່ງຄ່ອຍໆໄປໄດ້, ຖ້າເຮົາເອົາໄຟຈູດບາດດຽວ ອາດເປັນໂທດໃສ່ຕົນເອງ ຢ່າງຫາໂອກາດແກ້ຕົວໄດ້ຍາກ, (ເວົ້າໄປຊັ້ນ ຮິໆໆ ຕາມທິດສະດີ ທີ່ຄິດເອົາເອງ ຂໍອະໄພຫາກເຮັດໃຫ້ທ່ານຜູ້ອ່ານລຳຄານ), ຈະພະຍາຍາມ ບຸກບືນຜ່ານຜ່າອຸປະສັກທີ່ໜັກຍິ່ງກວ່າຂວາກໜາມອັນຕືບຕັນສາຫັດ, ຈະພະຍາຍາມສ້າງຝັນອັນນ້ອຍໆໃຫ້ຄ່ອຍໆເຕີບໃຫຍ່ຂື້້ນເທື່ອລະນ້ອຍ ເຖີງແມ່ນຕ້ອງອົດທົນຜ່ານຜ່າບັນຫາຕ່າງໆ, ຖ້າເຮົາຝັນໄວ້ ແລະ ພ້ອມໃຈທີ່ຈະສ້າງຝັນວັນນີ້ຄົງບໍ່ສາຍເກີນໄປ, ຊີວິດຄົນເຮົາບໍ່ໄດ້ ຢູ່ໄປຊົ່ວກາລະນາ, ຄົ້ນຄວ້າໄຝ່ຫາສິ່ງທີ່ຕົວເອງຝັນໄຝ່ດ້ວຍຄວາມເປັນທຳ, ຝັນໄວ້... ສັກວັນ ຝັນນັ້ນຄົງມາເຖີງຫາກຕັດສິນໃຈຜ່ານຜ່າທີ່ຈະໄປຫາຝັນໃຫ້ໄດ້ ຂໍພຽງແຕ່ຢ່າທໍ້ໃຈໜັກໜາໃນຍາມອຸປະສັກກ້ຽວມາເຕັມຕົວຈົ່ງສູ້ຕໍ່ໄປດ້ວຍພະລັງໃຈທີ່ຢຶດໝັ້ນ ດ້ວຍຄວາມດີ ຍຸດຕິທຳ, ອົດທຸກ ອົດຍາກ ເພື່ອ ແລກປ່ຽນຄວາມຝັນທີ່ດີ ໃນອານາຄົດ ຈົ່ງຢ່າທໍ້ແທ້, ຂ້ອຍຂໍເປັນກຳລັງໃຈໃຫ້ ແລະ ອົດທົນຜ່ານຜ່າອຸປະສັກໄປທຸກໆໆ ມື້ ເຮີ