ຂຽນເມື່ອ: ຕ.ລ.. 14, 2008
| ມີ
3 ຄຳເຫັນ
ແລະ
0 trackback(s)
ວັນອອກພັນສາ ເປັນວັນທີ່ພຸດທະບໍລິສັດທັງຊາວວັດແລະຊາວບ້ານ ໄດ້ພ້ອມໃຈກັນກະທຳບຸນກຸສົນຕ່າງ ໆ ຕາມຄະຕິປະເພນີທີ່ເຄີຍຍຶດຖືປະພຶດປະຕິບັດສືບ ໆ ກັນມາແຕ່ບູຮານນະການ ເຊັ່ນມີການຕັກບາດ ເປັນຕົ້ນ “ວັນອອກພັນສາ” ມີສາເຫດເນື່ອງມາຈາກ “ວັນເຂົ້າພັນສາ” ທີ່ມີມາແລ້ວເມື່ອວັນແຮມ ໑ ຄ່ຳເດືອນ ໘ ອັນເປັນວັນທີ່ພະພິກສຸທັງຫລາຍອະທິຖານໃຈເຂົ້າຢູ່ພັນສາຄົບໄຕມາດ ຄື ໓ ເດືອນ ຕາມພະພຸດທະບັນຍັດ ໂດຍບໍ່ໄປຄ້າງແຮມຄ້າງຄືນນອກສະຖານທີ່ທີ່ທ່ານຕັ້ງໃຈຢູ່ໄວ້ ເມື່ອມີວັນເຂົ້າພັນສາກໍຈຳເປັນຕ້ອງມີວັນອອກພັນສາ ເຊິ່ງວັນອອກພັນສານັ້ນກົງກັບວັນຂຶ້ນ ໑໕ ຄ່ຳເດືອນ ໑໑ (ເພັງເດືອນ ໑໑) ຂອງທຸກປີ ວັນອອກພັນສາ ເປັນວັນສຸດທ້າຍແຫ່ງການຈຳພັນສາຂອງພະພິກສຸສົງ ໝາຍເຖິງພະພິກສຸສົງໄດ້ຈຳພັນສາຄົບກຳນົດໄຕມາດ ຕາມພະພຸທົດບັດແລ້ວ ທ່ານມີສິດທີ່ຈະຈາລຶກໄປພັກຄ້າງຄືນບ່ອນອື່ນໄດ້ ບໍ່ຜິດພະພຸທົດບັນຍັດ ແລະຍັງໄດ້ຮັບອານິສົງ ຄື:
໑. ໄປໃສບໍ່ຕ້ອງບອກລາ
໒. ບໍ່ຕ້ອງຖືຜ້າໄຕຄົບຊຸດ
໓. ວັດຖຸທານທີ່ເກິດຂື້ນແກ່ທ່ານມີສິດຮັບໄດ້
໔. ມີໂອກາດໄດ້ອະນຸໂມຖະນາກະຖິນ ແລະໄດ້ຮັບອານິສົງຄືໄດ້ຮັບການຂະຫຍາຍເວລາຂອງອານິສົງນັ້ນອອກໄປອີກ ໔ ເດືອນ
ອີກປະການໜຶ່ງ ມີຊື່ເອີ້ນວັນອອກພັນສາອີກຢ່າງໜຶ່ງວ່າ "ວັນປະວາຣະນາ ຫລື ວັນມະຫາປະວາຣະນາ" ມີຄວາມຫມາຍວ່າພະພິກສຸທັງຫລາຍທັງພະຜູ້ໃຫຍ່ ແລະພະຜູ້ນ້ອຍຕ່າງເປີດໂອກາດອະນຸຍາດແກ່ກັນແລະກັນ ໃຫ້ວ່າກ່າວຕັກເຕືອນກັນໄດ້ ມີຄຳກ່າວປະວາຣະນາເປັນພາສາລີ ວ່າ "ສັງຄຳພັນເຕ ປະວາເຣມິ ທິດເຖນະ ວາ ສຸເຕນະ ວາປະຣິສັງກາຍະ ວາ ວະທັນຕຸ ມັງ ອາຍັດສະສະມັນໂຕ ອະນຸກັດປັງ ອຸປາທາຍະ ປັດສັນໂຕ ປະຕິກະຣິດສາມິ"
ແປວ່າ ຂ້າແຕ່ພະສົງຜູ້ຈະເລີນ ຂ້າພະເຈົ້າຂໍປະວາຣະນາຕໍ່ສົງ ດ້ວຍໄດ້ເຫັນຫລືໄດ້ຟັງກໍຕາມ ຂໍທ່ານທັງຫລາຍໂປດອະນຸເຄາະ ວ່າກ່າວຕັກເຕືອນຂ້າພະເຈົ້າດ້ວຍ ເມື່ອຂ້າພະເຈົ້າເບິ່ງເຫັນແລ້ວ ຈະປະພຶດຕົວໃໝ່ໃຫ້ດີ
ການທີ່ພະທ່ານກ່າວປະວາຣະນາ (ຍອມໃຫ້ວ່າກ່າວຕັກເຕືອນ) ກັນໄວ້ ໃນເມື່ອຕ່າງອງຕ່າງຕ້ອງຈາກກັນໄປອົງລະທິດລະທາງ ທ່ານຢ້ານວ່າອາດມີຂໍ້ປະພຶດ ປະຕິບັດທີ່ບໍ່ດີບໍ່ງາມເກີດຂຶ້ນ ໂດຍຕົວທ່ານເອງຮູ້ເທົ່າບໍ່ເຖິງການ ຫລືເບິ່ງບໍ່ເຫັນດັ່ງຝຸ່ນເຂົ້າຕາຕົວເອງ ແມ່ນວ່າຝຸ່ນຜົງຈະຢູ່ຊິດຕິດກັບແກ່ນຕາ ເຮົາກໍບໍ່ສາມາດເບິ່ງເຫັນຝຸ່ນຜົງນັ້ນໄດ້ ຈຳເປັນຕ້ອງໄຫວ້ວານຂໍຮ້ອງຜູ້ອື່ນໃຫ້ມາຊ່ວຍເບິ່ງ ຫລືຕ້ອງໃຊ້ແວ່ນແຍງສ່ອງເບິ່ງ ເພາະສະນັ້ນ ພະທ່ານຈຶ່ງໃຊ້ວິທີການກ່າວປະວາຣະນາຕັດໄວ້ ເພື່ອໃຫ້ພະສົງຮູບອື່ນໄດ້ເຫັນຫລືແມ່ນແຕ່ ໄດ້ຍິນໄດ້ຟັງ ເລື່ອງດີບໍ່ດີບໍ່ງາມຫຍັງກໍຕາມໃຫ້ກ່າວແນະນຳຕັກເຕືອນໄດ້ ໂດຍບໍ່ຕ້ອງເກງໃຈກັນ ທັງຜູ້ໃຫຍ່ແລະຜູ້ນ້ອຍດ້ວຍເຈດນາດີຕໍ່ກັນ ຄື ພະຜູ້ໃຫຍ່ກໍກ່າວຕັກເຕືອນພະຜູ້ນ້ອຍໄດ້ ແລະພະຜູ້ມີອາວຸໂສນ້ອຍກໍ່ສາມາດກ່າວ ຊີ້ແນະເຖິງຂໍ້ບໍ່ດີຂອງພະຜູ້ໃຫຍ່ໄດ້ເຊັ່ນກັນ ໂດຍທີ່ພະຜູ້ໃຫຍ່ຄືຜູ້ມີອາວຸໂສທ່ານ ກໍ່ບໍ່ໄດ້ສຳຄັນຕົນຜິດຄິດວ່າທ່ານເຮັດຫຍັງແລ້ວ ຖືກໄປຫມົດທຸກຢ່າງ
ການກ່າວປະວາຣະນາ ເທົ່າກັບເປັນການຊ່ວຍລະມັດລະວັງຂໍ້ປະພຶດປະຕິບັດທີ່ບໍ່ດີຂອງພະຮູບໜຶ່ງ ເຊິ່ງເປັນຈຸດນ້ອຍ ໆ ນີ້ທີ່ຈະລຸກາມກໍ່ຄວາມເສື່ອມເສຍໄປເຖິງພະໝູ່ຫລາຍ ແລະລຸກລາມໄປເຖິງພະພຸດທະສາດສະໜາອັນເປັນຈຸດສູນໃຫຍ່ໄດ້ ທ່ານຈຶ່ງໃຊ້ວິທີປ້ອງກັນໄວ້ກ່ອນ ດີກວ່າການແກ້ໄຂໃນພາຍຫລັງ
ຕົວຢ່າງ ວັນອອກພັນສາ ຫລືວັນມະຫາປະວາຣະນາທີ່ພະພິກສຸທັງຫລາຍກະທຳເຊັ່ນນີ້ ເປັນເຄື່ອງມືຊີ້ໃຫ້ເຫັນວິທີການສັງວອນ ຄື ຕາມລະວັງ ບໍ່ປະມາດ ບໍ່ຍອມໃຫ້ຄວາມຮ້າຍແຮງເກີດຂຶ້ນໄດ້ ເປັນການກັນໄວ້ດີກວ່າແກ້ພາຍຫຼັງ ບໍ່ວ່າຈະຢູ່ໃນບຸນເຂົ້າພັນສາຫລືອອກພັນສາ ພະທ່ານຈະປະພຶດດີ ປະຕິບັດມັກຕາມລະບອບຂອງພະທຳວິໄນຢູ່ຕະຫລອດເວລາ
ແປ ແລະຮຽບຮຽງຈາກ http://www.dhammajak.net/budday/pansa2.php