![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ພ.ຈ.. 25, 2008
| ມີ
6 ຄຳເຫັນ
ແລະ
0 trackback(s)
ບ່າຍສອງໂມງຂອງວັນທີ່ ໒໔ ພະຈິກ...
ສຽງໂທລະສັບຂອງພັນລະຍາຂ້າພະເຈົ້າດັງຂຶ້ນ ພັນລະຍາຂອງຂ້າພະເຈົ້າໄປຮັບສາຍ
ພັນລະຍາ: ຮັນໂຫຼ...
ປາຍສາຍ: ເຈົ້າ ສະບາຍດີ ອັນນີ້ແມ່ນໂທມາຈາກລາວໂທລະຄົມ ເບີຂອງທ່ານຈະໝົດອາຍຸການໃຊ້ບໍລິການພາຍໃນວັນທີ່ ... ກະລຸນາຕື່ມມູນຄ່າໂທກ່ອນທີ່ຈະຖືກລະງັບການໃຊ້ງານ (ເວົ້າຕິດກັນປານລະບົບຕອບຮັບອັດຕະໂນມັດແບບທີ່ໂທໄປເບີ ໑໒໑)
ພັນລະຍາ: ເຈົ້າ... ແລ້ວຊິຕື່ມເງິນເດີ້
ປາຍສາຍ: ເຈົ້າ ແລ້ວທ່ານຮູ້ຫຼືຍັງບໍ່ວ່າລາວໂທລະຄົມມີໂປຣໂມຊັ່ນແຈກລົດຟຣີ ແລະຂອງລາງວັນອື່ນ ໆ ອີກຫຼາຍຢ່າງ
ພັນລະຍາ: ຍັງບໍ່ຮູ້ເທື່ອ ມີຫຍັງບໍ?
ປາຍສາຍ: ລາວໂທລະຄົມມີໂປຣໂມຊັ່ນແຈກລົດ Fino ແຈກ ບລາ ໆ ໆ ໆ ໆ ໆ ໆ
ພັນລະຍາ: ໂອ... ເຈົ້າ ຂອບໃຈ
ປາຍສາຍ: ເຈົ້າ ຂອບໃຈທີ່ໃຊ້ບໍລິການ
...
ເຊົ້າວັນທີ່ ໒໕ ພະຈິກ ເວລາ ໘ ໂມງ...
ສຽງໂທລະສັບຂອງຂ້າພະເຈົ້າດັງຂຶ້ນ...
au8ust: ຮັນໂຫຼ...
ປາຍສາຍ: ເຈົ້າ ສະບາຍດີ ອັນນີ້ແມ່ນ ... ໂທມາຈາກລາວໂທລະຄົມ ອ້າຍແມ່ນເຂົ້າຂອງເບີ 5080xxx ບໍ?
au8ust: ເຈົ້າ, ແມ່ນແລ້ວ
ປາຍສາຍ: ອ້າຍເປັນເຈົ້າຂອງເບີບໍ?
au8ust: ...ເຈົ້າ, ແມ່ນແລ້ວ
ປາຍສາຍ: ຂໍແຈ້ງໃຫ້ຊາບວ່າ ເລກໝາຍຂອງອ້າຍຈະໝົດອາຍຸການໃຊ້ງານພາຍໃນມື້ນີ້ ກະລຸນາຕື່ມມູນຄ່າໂທ ບໍ່ດັ່ງນັ້ນຈະບໍ່ສາມາດໂທອອກໄດ້
au8ust: ເຈົ້າ ແລ້ວຊິໄປຕື່ມເງິນ...
ປາຍສາຍ: ອ້າຍຮູ້ແລ້ວບໍວ່າລາວໂທລະຄົມມີໂປຣໂມຊັ່ນແຈກລົດຟຣີ
au8ust: ອ່າ... ຮູ້ແລ້ວ
ປາຍສາຍ: ອ້າຍຮູ້ແລ້ວບໍ?
au8ust: ....
au8ust: ເຈົ້າ, ຮູ້ແລ້ວ ມື້ວານໂທມາບອກແລ້ວ...
ປາຍສາຍ: ມີຄົນຈາກລາວໂທລະຄົມໂທມາບອກບໍ?
au8ust: ເຈົ້າແມ່ນແລ້ວ ບອກມື້ວານນີ້ ໃຫ້ໄປຕື່ມເງິນ ແລ້ວກໍ່ຖາມວ່າຮູ້ຫຼືຍັງວ່າມີໂປຣຯ ແຈກລົດ
ປາຍສາຍ: ໂອ... (ສົງໄສຊິງົງ)
au8ust: (ເຮົາກໍ່ງົງ)
ປາຍສາຍ: ເຈົ້າ ໆ ຂອບໃຈຫຼາຍ ໆ ອ້າຍ ທີ່ໃຊ້ບໍລິການລາວໂທລະຄົມ
au8ust: ເຈົ້າ ໆ ໆ
ວາງສາຍ... ກຣຶບ....
au8ust: ລືມບອກລາວວ່າ ມື້ວານໂທເຂົ້າເບີເມຍຊັ້ນດອກ (-_-)a
ງົງ
ດຽວນີ້ລາວໂທລະຄົມຄືມາໝັ່ນແທ້ ເດືອນແລ້ວກໍ່ໂທມາບອກໃຫ້ຕື່ມເງິນ ເດືອນນີ້ກໍ່ໂທມາອີກ ໂທທັງເບີເມຍ ທັງເບີຜົວ ຖ້າຝ່າຍເຕັກນິກເພິ່ນໝັ່ນໂທມາຖາມວ່າ “ເນັດມື້ນີ້ໄວບໍ່” ຫຼືຝ່າຍການຕະຫຼາດໂທຖາມວ່າ “ລາຄາອິນເຕີເນັດຮັບໄດ້ບໍ່” ແບບນີ້ຄືຊິມີປະໂຫຍດຫຼາຍ ໕໕໕+