![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ພ.ຈ.. 25, 2008
| ມີ
25 ຄຳເຫັນ
ແລະ
0 trackback(s)
ເພື່ອບໍ່ໃຫ້ເປັນການເສຍເວລາ ເຂົ້າເລື່ອງກັນເລີຍດີກວ່າ :D ໄລຍະຫຼັງມານີ້ ປະກົດວ່າ ເກີດມີກະແສຄວາມນິຍົມໃນການຂຽນໄດອາຣີ່ ແລະຕັ້ງແບບສຳຫຼວດກັນຢ່າງອຶກກະທຶກ ຈົນເປັນເຫດໃຫ້ໄດອາຣີ່ ແລະແບບສຳຫຼວດນັ້ນ ຕົກໄປໄວໂພດ ຈົນບາງຄົນອ່ານບໍ່ທັນ ຫຼືບໍ່ມີໂອກາດໄດ້ເຫັນເລີຍວ່າມັນເຄີຍມີໄດອາຣີ່ ຫຼືແບບສຳຫຼວດໃດໜຶ່ງຖືກຕັ້ງຂຶ້ນມາ
ເພື່ອແກ້ບັນຫານີ້ ທາງພັນລາວຈຶ່ງໄດ້ຈັດໝວດໜຶ່ງຂຶ້ນມາໃໝ່ ເຊິ່ງໝວດດັ່ງກ່າວຈະປະກົດຂຶ້ນໃນໜ້າທຳອິດ ເອີ້ນວ່າ “ເລື່ອງເດັ່ນພັນລາວ” ຕາມຮູບດ້ານລຸ່ມ...
![ເລື່ອງເດັ່ນພັນລາວ](http://img.laoupload.com/images/58nzw8i0acq9d7rsl8rb.jpg)
ໃນເບື້ອງຕົ້ນນັ້ນ ເນື່ອງຈາກວ່າ ຍັງເປັນລະບົບທົດລອງຢູ່ ດັ່ງນັ້ນແລ້ວການທີ່ບົດຄວາມໃດໜຶ່ງ ຈະຖືກນຳຂຶ້ນສະແດງໃນ “ເລື່ອງເດັ່ນພັນລາວ” ແມ່ນຈະຖືກຄັດສັນໂດຍທີມງານພັນລາວເອງ ໂດຍອີງໃສ່ວ່າ ໄດອາຣີ່ ຫຼືແບບສຳຫຼວດນັ້ນ ມີເນື້ອຫາດີ ໃຫ້ຄວາມຮູ້ ຫຼືແງ່ຄຶດ ຕະຫຼອດຈົນເຖິງມີຄວາມກ່ຽວຂ້ອງກັບສັງຄົມໃນປັດຈຸບັນ ກໍ່ມີສິດໄດ້ຂຶ້ນເປັນເລື່ອງເດັ່ນພັນລາວໄດ້ເຊັ່ນກັນ
ສຳລັບກ້າວຕໍ່ໄປ (ແປວ່າຕອນນີ້ຍັງບໍ່ມີ) ແມ່ນ ຈະມີລະບົບໃຫ້ຄະແນນ ເຊັ່ນວ່າ ທ່ານອ່ານເລື່ອງໃນໄດອາຣີ່ໃດໜຶ່ງແລ້ວຖືກໃຈ ກໍ່ສາມາດໃຫ້ດາວໄດ້ວ່າ ເລື່ອງນີ້ໄດ້ຈັກດາວ (ເຕັມ ໕ ດາວ) ເມື່ອຄົບ ໑ ອາທິດແລ້ວ ເລື່ອງທີ່ມີຄະແນນໂຫວດສູງສຸດ ກໍ່ຈະກາຍເປັນ “ເລື່ອງເດັ່ນພັນລາວ” ຕໍ່ໄປ
ຫາກມີຂໍ້ສົງໄສ ຫຼືຄຳແນະນຳຕ່າງ ໆ ສາມາດສະແດງຄຳເຫັນໄດ້ດ້ານລຸ່ນ...