ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມາເລົ່າເລື່ອງພະທັມເທສນາໂດຍ ເຈົ້າອາວາດວັດໃໝ່ພິເຣນ ພະສີຣັດຕະນະວິມົນ ເພິ່ນເທດໃນຫົວຂໍ້ ທິຖະທັມມິກັດຖະປະໂຫຍດ ແປວ່າ ປະໂຫຍດໃນໂລກນີ້ ເຊິ່ງມີຢູ່ ໔ ປະການ ໃນມື້ນີ້ ຂພຈ ຈະຂໍນຳມາເລົ່າແປເປັນພາສາລາວໃນປະການທີ່ ໔ ກ່ອນ

ໃນປະການທີ 4 ນີ້ ມີຊື່ວ່າ “ສົມຊີວິຕາ” ຄືການລ້ຽງຊີວິດ ຕາມສົມຄວນແກ່ກຳລັງຊັບທີ່ຫາມາໄດ້ ເມື່ອຫາຊັບໄດ້ແລ້ວ ຕ້ອງກິນຕ້ອງໃຊ້ ແຕ່ກໍກິນໃຊ້ຢ່າງປະຢັດ ບໍ່ໃຫ້ເປັນການຝືດເຄືອງຈົນເກີນໄປ ບໍ່ໃຫ້ເປັນການຟຸມເຟືອຍຈົນເກີນເຫດ ເອີ້ນວ່າ ເດີນທາງສາຍກາງ ໃຫ້ພິຈາລະນະວ່າສິ່ງໃດຄວນຈ່າຍ ສິ່ງໃດບໍ່ຄວນຈ່າຍ ຈ່າຍໃນສິ່ງທີ່ຈຳເປັນ ທາງພະເອີ້ນວ່າປັດໃຈສີ່ ຄືທີ່ຢູ່ອາໄສ ເຂົ້າປາອາຫານ ເຄື່ອງນຸ່ງຫົ່ມ ແລະຢາຮັກສາໂຣກ ປັດໃຈທັງສີ່ນີ້ເປັນສິ່ງຈຳເປັນຂາດບໍ່ໄດ້ ຄົນມີບ້ານມີທີ່ເປັນຂອງຕົນເອງ ເອີ້ນວ່າຄົນມີຫຼັກ ຄົນອາໄສຄົນອື່ນຢູ່ບໍ່ມີທີ່ເປັນຂອງຕົນເອງ ເອີ້ນວ່າຄົນຫຼັກລອຍ ເພາະສະນັ້ນ ການໃຊ້ຊັບຈຶ່ງຕ້ອງມີຫຼັກ ຄົນບູຮານເພິ່ນສອນໄວ້ວ່າ ຖ້າຈະຈ່າຍຊັບໃຫ້ເປັນປະໂຫຍດຕ້ອງຖືຫຼັກ ໔ ປະການຄື
໑. ໃຊ້ໜີ້ເກົ່າ
໒. ໃຫ້ເຂົາກູ້
໓. ຝັງໄວ້
໔. ຖິ້ມລົງເຫວ
ເພິ່ນສອນໄວ້ແບບນີ້ເປັນປິດສະໜາທັມ ເພື່ອຈະໃຫ້ເຂົ້າໃຈຄຳສອນທີ່ເປັນປິດສະໜາໃນຂໍ້ນີ້ ຈະຍົກນິທານຊາດົກມາສະແດງ ໃນຊາດົກນັ້ນເລົ່າໄວ້ວ່າ ມີນົກແຂກເຕົ້າຝູງນຶ່ງອາໄສຢູ່ໃນປ່າ ພາກັນບິນໄປກິນເຂົ້າຂອງຊາວນາ ນົກແຂກເຕົ້າໂຕອື່ນ ໆ ເມື່ອກິນແລ້ວກໍບິນກັບໄປແບບປາກເປົ່າ ແຕ່ມີນົກຢູ່ໂຕນຶ່ງ ເວລາກັບຮັງຈະຄາບເຂົ້າຕິດປາກໄປນຳມື້ລະ ໓ ຮວງ ຊາວນາວເຫັນດັ່ງນັ້ນກໍວ່າແປກ ຢາກຮູ້ຈຶ່ງພະຍາຍາມດັກຈັບນົກໂຕນັ້ນມາໄດ້ ແລ້ວກໍຖາມມັວ່າ “ກິນອີ່ມແລ້ວເປັນຫຍັງຕ້ອງຄາບຮວງເຂົ້າໄປນຳອີກມື້ລະ ໓ ຮວງ” ນົກຕອບວ່າ “ທີ່ຄາບໄປມື້ລະ ໓ ຮວມນັ້ນ ຮວງນຶ່ງເອົາໄປໃຊ້ໜີ້ເກົ່າ ຮວງນຶ່ງເອົາໄປໃຫ້ເຂົາກູ້ ຮວງນຶ່ງເອົາໄປຝັງໄວ້” ຊາວນາໄດ້ຟັງດັ່ງນັ້ນກໍສົງໄສ ບໍ່ຮູ້ວ່ານົກເປັນໜີ້ກັບໃຜ ນົກເອົາໄປໃຫ້ໃຜກູ້ ແລ້ວນົກເອົາໄປຝັງໄວ້ບ່ອນໃດ ຈຶ່ງໄດ້ຂໍໃຫ້ນົກອະທິບາຍໃຫ້

ນົກແຂກເຕົ້າກໍອະທິບາຍວ່າ ຮວງນຶ່ງເອົາໄປໃຊ້ໜີ້ເກົ່າ ຄື ເອົາໃຫ້ພໍ່ແມ່ໄດ້ກິນ ເພາະພໍ່ແມ່ເປັນຜູ່ມີບຸນຄຸນ ເປັນຜູ່ໃຫ້ກຳເນີດ ເປັນຜູ່ລ້ຽງດູເຮົາມາ ທ່ານເຖົ້າແກ່ແລ້ວເປັນໜ້າທີ່ຂອງລູກຕ້ອງເບິ່ງແຍງ ຊາວນາຟັງແລ້ວກໍກ່າວສາທຸ ນົກໂຕນີ້ດີ ມີຄວາມກະຕັນຍູຮູ້ຄຸນຕໍ່ພໍ່ແມ່ດີແທ້ ຕົນກນອີ່ມແລ້ວຢ້ານພໍ່ແມ່ຈະອົດຢາກ ອົດສາຄາບໄປຝາກພໍ່ແມ່ຮວງນຶ່ງ ນົກອະທິບາຍຕໍ່ໄປວ່າ ອີກຮວງນຶ່ງເອົາໄປໃຫ້ເຂົາກູ້ ຄືເອົາໄປໃຫ້ລູກຫຼານກິນ ເຮົາເປັນຜູ່ທີ່ໃຫ້ລູກຫຼານເກີດມາ ເປັນພາລະໜ້າທີ່ຂອງເຮົາທີ່ຕ້ອງເບິ່ງແຍງເຂົາເຈົ້າໃຫ້ດີ ໃຫ້ຢູ່ດີມີແຮງ ຢູ່ລອດຈາກປາກນົກປາກກາໂຕອື່ນ ຕໍ່ໄປເມື່ອເຂົາເຈົ້າເຕີບໃຫຍ່ໃນພາຍໜ້າ ທຳມາຫາກິນໄດ້ ເຂົາກໍຈະລ້ຽງເຮົາ ຈຶງປຽບດັ່ງເອົາໄປໃຫ້ເຂົາກູ້ ຊາວນາຟັງດັ່ງນັ້ນກໍກ່າວສາທຸອີກຄັ້ງນຶ່ງ ເຫັນວ່ານົກໂຕນີ້ດີ ມີເມດຕາກະລຸນາ ກິນອີ່ມແລ້ວຄຶດຮອດລູກຫຼານ ນົກອະທິບາຍຕໍ່ໄປວ່າ ອີກຮວງນຶ່ງເອົາໄປຝັງໄວ້ ຄືເອົາໄປຝາກໄວ້ນຳໝູ່ນົກນຳກັນ ບາງໂຕເປັນນົກເຖົ້າ ບິນໄປຊອກຫາກິນເອງບໍ່ໄດ້ ບາງໂຕເປັນນົກປີກຫັກຂາຫັກ ຕ້ອງອົດຢາກ ຂ້າພະເຈົ້າເກີດຄວາມສົງສານ ຈຶ່ງຄາບເອົາອີກຮວງໄປຝາກນົກເຫຼົ່ານີ້ ເທົ່າກັບໄປຝັງໄວ້ເປັນບຸນເປັນກຸສົນ ຊາວນາຟັງແລ້ວກໍເກີດຄວາມເຫຼື່ອມໃສ ເຫັນວ່ານົກນີ້ໃຈບຸນ ນົກອະທິບາຍຕໍ່ໄປວ່າ ທີ່ພວກຂ້າພະເຈົ້າມາກິນຮວງເຂົ້າຂອງພວກທ່ານ ປຽບເໝືອນຖິ້ມລົງໃນເຫວ ໃສ່ລົງໄປເທົ່າໃດກໍບໍ່ເຕັມ ຕ້ອງໃສ່ທຸກມື້ ບໍ່ໃສ່ກໍບໍ່ໄດ້ ຕ້ອງເປັນທຸກຂະເວທະນາ ດັ່ງພາສິດວ່າ “ຊິຄະຈັດສາ ປະຣະມາ ໂຣຄາ” ຄວາມຫິວເປັນໂຣກຢ່າງຍິ່ງ ໂຣກຢ່າງອື່ນເກີດຂຶ້ນແລ້ວຮັກສາໄດ້ເຊົາໄດ້ ແຕ່ໂຣກຫິວນີ້ັຮັກສາໃຫ້ດີເລີຍນັ້ນຍາກ ຕ້ອງກິນຢາເລື້ອຍໄປ ເປັນໂຣກປະຈຳສັງຂານຂອງທຸກຄົນ ຊາວນາໄດ້ຟັງຄຳອະທິບາຍຂອງນົກກໍເກີດຄວາມສັດທາ ຈຶ່ງຍົກທີ່ນາໃຫ້ ໑໐໐ ໄຮ່ ແຕ່ນົກບອກວ່າ ຫຼາຍເກີນໄປ ຂໍພຽງ ໕໐ ໄຮ່ກໍພໍ

ຄວາມຈິງນົກໂຕນັ້ນເປັນພຣະໂພທິສັດ ບຳເພັນປາຣະມີເພື່ອເປັນພຣະພຸທເຈົ້າໃນອະນາຄົດຕະການ (ເຊິ່ງຕອນນີ້ເປັນແລ້ວ)

ແປ ແລະຮຽບຮຽງຈາກ - http://watmai.atspace.com/art001.htm

 

ສຳລັບທ່ານທີ່ອ່ານແລ້ວສົງໄສວ່າເປັນຫຍັງນົກກັບຄົນເວົ້າກັນຮູ້ເລື່ອງ? ອັນນີ້ມີຄຳຕອບ ແຕ່ກີ້ຂ້າພະເຈົ້າອ່ານເລື່ອງໃນນິທານຊາດົກກໍສົງໄສຢູ່ຄືກັນ ວ່າເປັນຫຍັງຄົນກັບສັດຈຶ່ງລົມກັນໄດ້ ແລະລົມກັນຮູ້ເລື່ອງປານໃຊ້ພາສາດຽວກັນ ມີອາຈານເພິ່ນອະທິບາຍໃຫ້ຟັງວ່າ ສະໄໝກ່ອນ ດົນນານມາແລ້ວ ອາຍຸສະເລ່ຍຂອງຄົນແລະສັດນັ້ນຈະຍືນຍາວກວ່າໃນຕອນນີ້ຫຼາຍ ແຕ່ຈະຄ່ອຍ ໆ ຫຼຸດລົງເລື້ອຍ ໆ ຈົນມາຮອດແບບໃນປັດຈຸບັນນີ້ຄືອາຍຸສະເລ່ຍ ສູງສຸດບໍ່ເກີນ 100 ປີ (ໝາຍຄວາມວ່າສະໄໝແຕ່ກີ້ຢູ່ໄດ້ຮອດ 1,000 ຫຼື 10,000 ປີກໍມີ) ເມື່ອສະໄໝກ່ອນເປັນແນວນັ້ນ ວິຖີຊີວິດຂອງສັດຕ່າງ ໆ ຈຶ່ງບໍ່ຄືຕອນນີ້ ກ່າວຄື ຊ່ວງເວລາໃນຊີວິດຂອງສັດຕ່າງ ໆ ນັ້ນຈະຍືນຍາວຈົນສາມາດຮຽນຮູ້ແລະເຂົ້າໃຈພາສາຂອງມະນຸດໄດ້ .... ປະມານນັ້ນ -*-

Delicious Digg Fark Twitter