ຂຽນເມື່ອ: ກ.ລ.. 19, 2009
| ມີ
44 ຄຳເຫັນ
ແລະ
0 trackback(s)
ທີ່ຜ່ານມາທາງທີມງານບໍ່ໄດ້ເອົາໃຈໃສ່ໃນສ່ວນຂອງກຸ່ມເທົ່າທີ່ຄວນ ຈົນເກີດມີການສ້າງກຸ່ມຂຶ້ນມາຢ່າງບໍ່ເປັນລະບົບລະບຽບ ເຊັ່ນ ກຸ່ມທີ່ສ້າງຂຶ້ນມາຢ່າງບໍ່ມີເປົ້າໝາຍ, ກຸ່ມທີ່ບໍ່ມີການເຄື່ອນໄຫວ ແລະກຸ່ມທີ່ຢູ່ຜິດໝວດເປັນຕົ້ນ. ດັ່ງນັ້ນຈາກນີ້ໄປຈະມີກົດລະບຽບໃໝ່ຂຶ້ນມາຈັດການ:
ກົດລະບຽບໃໝ່ໃນການສ້າງກຸ່ມໃນເວັບໄຊພັນລາວ
- ກຸ່ມທີ່ທ່ານຈະສ້າງ ຕ້ອງເປັນກຸ່ມທີ່ມີປະໂຫຍດຕໍ່ສະມາຊິກໂດຍທົ່ວໄປ.
- ຫ້າມການສ້າງກຸ່ມຮ້າງຂຶ້ນມາ ຄືກຸ່ມທີ່ສ້າງຂຶ້ນມາໂດຍບໍ່ມີເປົ້າໝາຍໃດ ໆ ທີ່ຊັດເຈນ.
- ການສ້າງກຸ່ມ ໃຫ້ລະບຸໝວດໝູ່ໃຫ້ຖືກຕ້ອງ ເຊັ່ນຫາກທ່ານຕ້ອງການສ້າງກຸ່ມກ່ຽວກັບເພງ ກໍໃຫ້ລະບຸວ່າ ເປັນກຸ່ມກ່ຽວກັບເພງ ເປັນຕົ້ນ (ຫາກກຸ່ມຂອງທ່ານບໍ່ກົງກັບໝວດໃດ ໆ ເລີຍ ໃຫ້ເລືອອກ “ອື່ນ ໆ” ຫຼືແຈ້ງມາທາງທີມງານ ຈະພິຈາລະນາເພີ່ມໝວດໃຫ້ຕາມຄວາມເໝາະສົມ).
- ບໍ່ອະນຸຍາດໃຫ້ມີການໂຄສະນາສິນຄ້າ ຫຼືຂາຍເຄື່ອງໃດ ໆ ຜ່ານກຸ່ມ.
- ພາສາທີ່ອະນຸຍາດໃຫ້ໃຊ້ໄດ້ຄືພາສາລາວ ເປັນພາສາຫຼັກ. ນອກນັ້ນແມ່ນພາສາອັງກິດສາມາດໃຊ້ໄດ້ເປັນພາສາຮອງໃນກໍລະນີທີ່ບໍ່ສາມາດໃຊ້ພາສາລາວໄດ້ ຫຼືໃນກໍລະນີທີ່ຈຳເປັນຕ້ອງໃຊ້ພາສາອັງກິດຄວບຄູ່ໄປນຳ.
- ທ່ານໄດ້ອ່ານ ແລະຍອມຮັບຂໍ້ຕົກລົງຂ້າງເທິງນີ້ແລ້ວ ຫາກມີການຝ່າຝືນເກີດຂຶ້ນ ທາງທີມງານຂໍສະຫງວນສິດ ໃນການລຶບກຸ່ມນັ້ນ ອອກຈາກລະບົບທັນທີ ໂດຍບໍ່ມີການແຈ້ງລ່ວງໜ້າ.
ຫາກວ່າທ່ານໃດມີຄຳເຫັນເພີ່ມເຕີມ ຫຼືຕ້ອງການແນະນຳກ່ຽວກັບໝວດກຸ່ມທີ່ຄວນຈະມີ ກໍສາມາດຂຽນກັນເຂົ້າມາໄດ້ຜ່ານແບບຟອມຄຳເຫັນດ້ານລຸ່ມ.
ອີກເລື່ອງນຶ່ງຄື ກົດລະບຽບນີ້ຈະມີຜົນຄືນຫຼັງນຳ ໝາຍຄວາມວ່າ ກຸ່ມຕ່າງ ໆ ທີ່ມີຢູ່ແລ້ວ ຈະຕ້ອງປະຕິບັດຕາມກົດນີ້ນຳ ເຊິ່ງຈະມີການກວດສອບເປັນໄລຍະ ໆ ຈາກທີມງານ.
ເລື່ອງສຸດທ້າຍທີ່ຢາກຈະຂຽນກໍຄື ກ່ຽວກັບເນື້ອຫາຕ່າງ ໆ ໂດຍສະເພາະແມ່ນຮູບພາບ ແລະຄລິບວິດີໂອນັ້ນ ຂໍຄວາມຮ່ວມມື ຢ່ານຳຮູບພາບ ຫຼືຄລິບວິດີໂອ ຮວມເຖິງເນື້ອຫາອື່ນ ໆ ທີ່ມີລັກສະນະໂປ້ເປືອຍຈົນເກີນໄປມາລົງ ເພາະມັນຂັດກັບວັດທະນະທຳອັນດີງາມຂອງຊາດລາວເຮົາ ແລະຫາກທ່ານໃດທີ່ອ່ານແລ້ວຢາກຖາມວ່າ “ອັນຮູບຂ້ອຍລົງມັນໂປ້ບ່ອນໃດ?” ອັນນີ້ທາງທີມງານ ຂໍໃຫ້ຜູ່ຖາມ ເອົາຮູບພາບ ຫຼືຄລິບວິດີໂອດັ່ງກ່າວ ໄປໃຫ້ພໍ່ແມ່ ໃຫ້ລຸງປ້າ ຍາດຕິພີ່ນ້ອງ ມີເອື້ອຍ ຫຼືນ້ອງສາວ ຫຼືຄູບາອາຈານ ກໍເອົາໃຫ້ເພິ່ນເບິ່ງ ຖາມເຂົາເຈົ້າວ່າເໝາະສົມບໍ່? ທ່ານຈະເຂົ້າໃຈເອງ.
ຂໍຂອບໃຈ,
ທີມງານພັນລາວ