ຂຽນເມື່ອ: ພ.ຈ.. 9, 2009
| ມີ
16 ຄຳເຫັນ
ແລະ
0 trackback(s)
ເຈົ້າແຂວງບອກ: ບໍ່ຕ້ອງຢ້ານຫວ້ານເຊກອງ
ໂດຍ: ອະນຸລັກ ຄຳມະລາວົງ
ຈາກ: ວາລະສານອັບເດດ
ດຣ. ຄຳພັນ ພົມມະທັດ ເຈົ້າແຂວງເຊກອງ ໄດ້ເປີດຫົວເລື່ອງການສັນທະນາກັບວາລະສານອັບເດດ ດ້ວຍເລື່ອງ “ການໃສ່ຫວ້ານ”. ດຣ. ຄຳພັນ ຮູ້ດີວ່າ ຄົນລາວທີ່ບໍ່ເຄີຍໄປທາງແຂວງພາກໃຕ້ ລ້ວນແຕ່ໄດ້ຍິນການຊ່າລືວ່າມັກເວົ້າເສີມເຕີມແຕ່ງ ເພື່ອເຮັດໃຫ້ຕົນມີເລື່ອງໜ້າສົນໃຈມາເລົ່າໃຫ້ຜູ່ອື່ນຟັງ ແລະຜູ່ໄດ້ຍິນກໍເລົ່າຕໍ່ໆ ກັນໄປ.
ດຣ. ຄຳພັນ ຢືນຢັນຕໍ່ວາລະສານອັບເດດວ່າ: “ມັນເປັນພຽງຄວາມເຊື່ອເທົ່ານັ້ນ” ເພາະເພິ່ນເອງ ຜູ່ເຊິ່ງເກີດ ແລະເຕີບໃຫຍ່ຢູ່ແຂວງສາລະວັນ ແລະເປັນເຈົ້າແຂວງເຊກອງມາຕັ້ງແຕ່ປີ 2005 ຍັງບໍ່ທັນເຫັນຊາວຕ່າງຖິ່ນຄົນໃດຖືກຫວ້ານຂອງຄົນສາລະວັນ ແລະເຊກອງ.
ດຣ. ຄຳພັນ ຜູ່ທີ່ໄດ້ປະລິນຍາເອກທາງດ້ານທິດສະດີ-ການເມືອງ ຈາກປະເທດຫວຽດນາມ ໂດຍສ່ວນຕົວແລ້ວເພິ່ນບໍ່ເຊື່ອໃນເລື່ອງວິຊາອາຄົມ ແລະການໃສ່ຂອງລອງຫວ້ານ. ເພິ່ນໄດ້ຍົກຕົວຢ່າງຕອນທີ່ເພິ່ນຍ້າຍໄປປົກຄອງແຂວງເຊກອງທຳອິດ ເຊິ່ງກໍມີຄົນເຕືອນໃຫ້ລະວັງ ແລະເວລາຍ້າຍໄປໃໝ່ໆ ກໍຮູ້ສຶກບໍ່ສະບາຍ ແຕ່ກໍໄດ້ໄປປິ່ນປົວໃນໂຮງໝໍ ແລະການປິ່ນປົວຈາກໂຮງໝໍກໍຊ່ວຍໃຫ້ເຊົາຈາກອາການປ່ວຍໄດ້.
“ແນ່ນອນ ຖ້າເຮົາໄປພົບໝໍໄສຍະສາດ ເຮົາກໍຈະຖືກໝໍສັ່ງໃຫ້ໄປປິ່ນປົວໃນທາງໄສຍະສາດ” ດຣ. ຄຳພັນ ກ່າວ.
“ມີໃຜແດ່ທີ່ໄປພົບໝໍຜີແລ້ວ ໝໍຜີປະຕິເສດວ່າບໍ່ໄດ້ເປັນຍ້ອນຜີ,” ດຣ. ຄຳພັນ ກ່າວປຽບທຽບ ເຊິ່ງມີຄວາມໝາຍວ່າ ເມື່ອຄົນປ່ວຍໄປພົບໝໍໃສ່ຂອງ ໝໍກໍຈະບອກວ່າ “ຖືກຂອງ” ຄວາມຈິງແລ້ວຄວາມເຊື່ອໃນດ້ານການໃສ່ຂອງລອງຫວ້ານ ເປັນຄວາມເຊື່ອຂອງຄົນທ້ອງຖິ່ນເອງ. ໝາຍຄວາມວ່າ ຄົນໃນທ້ອງຖິ່ນມີຄວາມເຊື່ອໃນດ້ານຜີສາງນາງຮ້າຍ ແລະເຊື່ອໃນເລື່ອງວິຊາອາຄົມ. ຈາກຄວາມເຊື່ອທີ່ມີມາຈາກສ່ວນເລິກທາງຈິດສຳນຶກ ຈຶ່ງເຮັດໃຫ້ເຂົາເຈົ້າເລົ່າເລື່ອງບາງເລື່ອງເປັນຄືຄວາມຈິງ.
ດຣ. ຄຳພັນ ຍົກບັນຫາງົມງວາຍຂຶ້ນມາເວົ້າເປີດຫົວເລື່ອງສົນທະນາ ກໍເພື່ອໃຫ້ວາລະສານອັບເດດຮັບຮູ້ວ່າ ແຂວງເຊກອງຖືກຈັດລຳດັບເປັນນຶື່ງໃນບັນດາແຂວງດ້ອຍພັດທະນາຂອງປະເທດ ກໍເພາະວ່າຄົນສ່ວຍໃຫຍ່ພາຍໃນແຂວງ ຍັງມີການເຊື່ອຖືງົມງວາຍ. ເຂົາເຈົ້າເຊື່ອໃນເທວະດາຟ້າແຖນທີ່ເປັນຜູ່ລິຂິດຊີວິດຂອງເຂົາເຈົ້າ, ເຂົາເຈົ້າບໍ່ຮູ້ວ່າໂລກໄດ້ພັດທະນາໄປຮອດໃສແລ້ວ ເພາະເຂົາເຈົ້າຍັງບໍ່ທັນມີໂທລະທັດ, ວິທະຍຸ ແລະບໍ່ມີໄຟຟ້າໃຊ້ເທື່ອ, ຊີວິດຂອງເຂົາເຈົ້າຍັງຂຶ້ນກັບທຳມະຊາດ. ບ້ານກັນດອນເຊິ່ງຖືກຈັດເປັນນຶ່ງໃນບ້ານວັດທະນະທຳຂອງແຂວງ ທີ່ມີໄຟຟ້າ ແລະມີນັກທ່ອງທ່ຽວເຂົ້າໄປຢ້ຽມຊົມເປັນປະຈຳ ແຕ່ປະຊາຊົນໃນບ້ານສ່ວນໃຫຍ່ ກໍຍັງນັບຖືເລື່ອງງົມງວາຍໃນລະດັບບໍ່ທຳມະດາ. ໃນເວລາທີ່ວາລະສານອັບເດດໄປຢ້ຽມຢາມບ້ານນີ້ ຍັງເຫັນມີຫຼັກໄມ້ໄຜ່ ໓ ຫຼັກທີ່ເຮັດຍອຍຢ່ອນລົງມາຈາກປາຍເກືອບຈຸດິນປັກຢູ່ໜ້າເຮືອນ ໓ ຫຼັງ. ຊາວບ້ານບອກວ່າ ນັ້ນແມ່ນຫຼັກ “ກິນຄວາຍ” ເຊິ່ງຖ້າເຮືອນຫຼັງໃດມີຫຼັກແບບນີ້ ສະແດງວ່າ ໃນເຮືອນຫຼັງນັ້ນຕ້ອງມີຄົນເຈັບປ່ວຍ ແລະຕ້ອງມີການກິນຄວາຍເກີດຂຶ້ນ. ແທນທີ່ເຮືອນທີ່ມີຄົນລົ້ມປ່ວຍຈະໄດ້ຮັບການຊ່ວຍເຫຼືອ ແຕ່ກົງກັນຂ້າມຊ້ຳພັດໄດ້ຮັບການຊ້ຳເຕີມດ້ວຍການຈຳຕ້ອງຂ້າຄວາຍໃຫ້ຊາວບ້ານກິນ.
ເບິ່ງຈາກວິຖີການດຳລົງຊີວິດຂອງບ້ານກັນດອນແລ້ວ ກໍຍັງອົດວາດພາບບໍ່ໄດ້ວ່າ ບ້ານທີ່ຍັງບໍ່ທັນມີໄຟຟ້າແລະບໍ່ມີເສັ້ນທາງເຂົ້າຫາຈະເປັນແບບໃດ ເພາະວ່າບ້ານກັນດອນເອງທີ່ເປັນບ້ານແບບຢ່າງທາງວັດທະນະທຳ ກໍຍັງມີເດັກນ້ອຍອາຍຸ 3-4 ປີ ສູບຢາບັ້ງໄມ້ໄຜ່ຂະໜາດໃຫຍ່ເຊິ່ງມີຄວາມສູງກວ່າລຳຕົວຂອງເຂົາເຈົ້າ. ນ້ຳຂີ້ສີກ ຍັງໄຫຼລົ້ນໄປສູ່ກາງບ້ານທີ່ເຕັມໄປດ້ວຍໝູທີ່ບໍ່ມີການຂັງໃສ່ຄອກ. ສະນັ້ນມັນຈຶ່ງບໍ່ເປັນເລື່ອງແປກເລີຍທີ່ຊາງບ້ານຕ້ອງມັກເຈັບປ່ວຍ ແລະເວລາເຈັບປ່ວຍຂຶ້ນມາ ກໍຕ້ອງໄປເພິ່ງໝໍຜີ ຫຼືໄສຍະສາດອື່ນໆ ເພາະຕາໜ່າງສາທາລະນະສຸກຍັງໄປບໍ່ເຖິງຊຸມຊົນພວກນີ້ດີປານໃດ.
ດຣ. ຄຳພັນ ເລົ່າໃຫ້ຟັງວ່າ ການຈະເອົາການສຶກສາ, ສາທາລະນະສຸກ, ນ້ຳສະອາດ ແລະເອົາເສັ້ນທາງໄປໃຫ້ຊຸມຊົນເຜົ່າຕ່າງໆ ກ່ອນອື່ນໝົດ ຕ້ອງຈັດສັນບ້ານໃຫ້ເຂົ້າກັນເປັນບ້ານໃຫຍ່ສາກ່ອນ ເພາະຍັງມີບ້ານທີ່ມີພຽງ 4-5 ຫຼັງຄາເຮືອນຢ່າງຫຼວງຫຼາຍຢັ່ງຢາຍຢູ່ທົ່ວແຂວງ. ການປຸກສ້າງສຸກສາລາ ແລະໂຮງຮຽນ ກໍຕ້ອງມີການປະກອບຄູ ແລະຜູ່ມີຄວາມຮູ້ດ້ານການປິ່ນປົວໃຫ້ພ້ອມ. ຖ້າບ້ານນ້ອຍຫຼາຍ ມັນກໍບໍ່ກຸ້ມຄ່າສຳລັບການສ້າງໂຮງຮຽນ, ສຸກສາລາ ຫຼືສ້າງເສັ້ນທາງໃຫ້. ການຈັດສັນປະຊາຊົນໃຫ້ໄປເຕົ້າໂຮມກັນຢູ່ບ້ານໃໝ່ນັ້ນ ມັນກໍບໍ່ແມ່ນເລື່ອງງ່າຍ ເພາະວ່າບາງຄົນກໍບໍ່ຢາກຍົກຍ້າຍໜີຈາກຖິ່ນຖານເດີມ. ຜ່ານມາ ໃນເວລາຍົກຍ້າຍບ້ານ ທາງແຂວງກໍໄດ້ປະກອບສັງກະສີໃຫ້ຄອບຄົວລະ 30 ແຜ່ນ ແລະເຂົ້າສານຈຳນວນນຶ່ງ.
ຈາກການຮັບຮູ້ສະພາບຂອງແຂວງ ເບິ່ງຄືວ່າ ແຂວງເຊກອງຍັງຢູ່ໃນຄວາມມືດມົນທີ່ຈະກ້າວທຽມທັນແຂວງອື່ນໆ, ແຕ່ດ້ວຍວິໄສທັດ ຂອງລັດຖະບານ ກໍຄືອຳນາດການປົກຄອງແຂວງ ທ່ານເຈົ້າແຂວງເຊື່ອວ່າ ແຂວງເຊກອງຈະໄດ້ຮັບການພັດທະນາຢ່າງກ້າວກະໂດດ. [...]
ຂໍຂອບໃຈບົດຄວາມຈາກ ວາລະສານອັບເດດ