ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

 ຕັ້ງແຕ່ຄັ້ງພຸທສາສນາເຂົ້າມາເຖິງດິນລາວ ແລະ ກໍ່ໄດ້ແຜ່ຂຽາຽໄປທົ່ວແຜ່ນດິນລ້ານຊ້າງ, ບັລພຣະບູຣຸດພວກເຮົາກໍ່ໄດ້ຕັ້ງກົດເກນຂອງການດຳລົງຊີວິດຂຶ້ນຊຶ່ງໃນນັ້ນປະກອບມີ ຮີດ 12 ຄອງ 14. ຮີດ ມາຈາກຄຳວ່າ ຈາຣີດ= ປະເພນີການເຮັດບຸນປະຈຳເດືອນທີ່ໄດ້ປະຕິບັດກັນມາ, ຊຶ່ງມີທັງໝົດ 12 ເດືອນ ສະນັ້ນຈິ່ງມີ ຮີດ 12. ແຕ່ດຽວນີ້ລາວເຮົາເຮັດບຸນກາຽ 12ບຸນແລ້ວ. ຕົວຢ່າງ ມີບຸນເຂົ້າມາເພີ່ມອີກ 1 ວັນປີໃໝ່ສາກົນ, 2 ວັນປີໃໝ່ຫວຽດແລະຈີນ ແລະບຸນອື່ນໆອີກ ສະນັ້ນຄັນເຮົາເຮັດເປັນປະເພນີເລີຽກະຕ້ອງໄດ້ບວກເຂົ້າຕື່ມໃສ່ ຈະໄດ້ເປັນ ຮີ້ດ15-16ໄປເລີຽ. ສ່ວນຄອງ 14 ນັ້ນດຽວນີ້ລຸດລົງຄື ໃນຄອງ 14 ນີ້ມີຂໍ້ຫ້າມໃນການເຮັດຮົ້ວ, ເຮັດຕ້າຽ ແຕ່ໃນທຸກວັນນີ້ເຮືອນຫຼັງໃດກໍ່ມີຮົ້ວໝົ້ດແລ້ວ ແລະມີຂໍ້ອື່ນໆອີກ, ສະນັ້ນຄອງນີ້ຈະລຸດລົງເຫຼືອ 12-10 ຫຼືບໍ່ເຫຼືອເລີຽກະບໍ່ຈັກ. ສະນັ້ນພວກເຮົາຕ້ອງໄດ້ປ່ຽນຄວາມເວົ້ັ້າໃໝ່ເພື່ອໃຫ້ຖືກກັບຕົວຈິງ ດຽວນີ້ລາວມີຮີດຄອງປະເພນີຕາມ ຮີດ 15 ຄອງ 7(ແນ່ນອນວ່າມັນຢາກເວົ້າຂັດປາກແດ່ຫັ້ນລະ, ແຕ່ຊິເຮັດແນວໃດໄດ້ເມື່ອມັນຫາກເປັນໄປຕາມຄວາມຈິງຕ້ອງຍອມຮັບ).

Delicious Digg Fark Twitter