ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  ທຸກທ່ານ  ຄົງອາດຮູ້ດີແລ້ວວ່າ  ວັນເວລາມີການປ່ຽນໄປ ຄູ່ບ່າວສາວຫຼືຄູຜົວເມຍກໍ່ຄົງຮູ້ດີແລ້ວວ່າ  ຍ່ອມຈະມີວັນທີ່ຜິດພາດ ເລື່ອງຄວາມຮັກບໍ່ເຂົ້າອັກເຂົ້າໃຈກັນອາດຈະແມ່ນຍ້ອນສະພາບແວດລ້ອມ ຫຼື ຄວາມບໍ່ເຂົາໃຈກັນເລັກນ້ອຍທີ່ມາກະທົບໃສ່ຂອງຄູ່ຄວາມຮັກ ເພາະວ່າບັນຫາສັງຄົມໃນປັດຈຸບັນກໍ່ຄືສັງຄົມອ້ອມຂ້າງແມ່ນມາທຸກຮູບແບບ.

 ແຕ່ໃນທີ່ນີ້ ທ້າວເອງຂຽນປະເດັນນີ້ຂື້ນມາເພາະກ່ຽວພັນເຖິງເລື່ອງບາງສິງບາງຢ່າງເລື່ອງຂອງຄວາມຮັກທີ່ເຄີຍສັງເກດປະສົບການຈາກສັງຄົມ ອ້ອມຂ້າງທ້າວເອງກໍ່ມີເມນູເດັດສຳລັບຜູ້ທີ່ສົນໃຈຢາກໃຫ້ຄວາມຮັກຂອງຕົນດຳເນີນໄປຢ່າງລາບລື້ນ ໂດຍສະເພາະຄູ່ບ່າວສາວ ຫຼື ຄູ່ຜົວເມຍ ທີ່ມັກເກີດຂໍ້ຜິດພາດ ຫຼື ຜິດຖຽງກັນຢ່າງບໍ່ມີເຫດຜົນແຕ່ກ່ອນທ່ານຈະຜິດຖຽງກັນນັ້ນທ່ານທັງສອງໄດ້ປະຕິບັດແລ້ວບໍກ່ອນທ່ານຈະຫັນຫຼັງໃສ່ກັນ ຫຼື ຖົກຖຽງກັນໄປແບບນັນ.

1: ບໍ່ຄວນເວົ້າສຽດສີດູຖູກໝິ່ນປະໝາດເຊິ່ງກັນ ແລະ ກັນ ໃນເວລາເກີດມີຄວາມບໍ່ພໍ່ໃຈຫ້າມເວົ້າເຖິງວົງຍາດພີ່ນ້ອງ ເຊິ່ງກັນ ແລະ ກັນ ເພາະຈະ ເຮັດໃຫ້ບັນຫາຂໍ້ຂັດແຍ້ງລະຫວ່າງສອງຄູ່ຮັກເກີດມີຄວາມອາຄາດບາດໝາງກັນ ແລ້ວເປັນສາເຫດເຮັດໃຫ້ເກີດມີຄວາມຜິດໃຈກັນ ເຊິ່ງມັນກໍ່ເປັນຕົ້ນກຳເນີດ ຂອງບັນຫາຄວາມຮັກເພີ່ມຄວາມຮຸ່ນແຮງຂື້ນ ແຕ່ຖ້າຮູ້ສຶກວ່າບັນຫາມັນຈະເກີດຂື້ນແລ້ວ ກໍ່ຄວນຊອກຫາທາງແກ້ໄຂ ດ້ວຍວິທີອອກຫ່າງຈາກກັນ ອອກຈາກສະຖານະການນັ້ນຊົ່ວຄາວເສຍກ່ອນ ເວລາໃດມີຈິດໃຈສະຫງົບອາລົມເບີກບານມ່ວນຊື່ນແລ້ວຈິ່ງຄ່ອຍມາເວົ້າຈານຳກັນໃນທີຫຼັງ.

2: ຖ້າມີບັນຫາສົງໃສເກີດຄວາມບໍພໍໃຈເຊິ່ງກັນ ແລະ ກັນ ທັງສອງຈະຕ້ອງຊອກຫາໂອກາດໄດ້ໂອ້ລົມສົນທະນາເພື່ອຊອກຫາວິທີແກ້ໄຂ ໃຫ້ເຂົ້າໃຈກັນໄດ້ ຫ້າມເດັດຂາດບໍ່ໃຫ້ເກັບບັນຫາມາສະສົມໄວ້ຄົນດຽວ ເພາະຈະເຮັດໃຫ້ແນວຄວາມຄິດເກີດມີຈິນຕະນາການ ເລື່ອງຄວາມຮັກຄວາມຜູກພັນຈະຄ່ອຍໆ ຈືດຈາງຫ່າງຫາຍໄປເທື່ອລະນ້ອຍ ເພາະເກີດມີຄວາມລະແວງສົງໃສພາຍໃນຕົວ ດັ່ງນັ້ຄູ່ບ່າວສາວ ຫຼື ຄູ່ຮັກຄູ່ຜົວເມຍ ຕ້ອງຊອກຫາວິທີທາງແກ້ໄຂໃຫ້ເຂົ້າອົກເຂົ້າໃຈກັນຢ່າງມີພິກໃຫວມີຄວາມອົດທົນພະຍາຍາມ ແລະ ຄວາມເຍືອກເຢັນ.

3: ຕ້ອງປ່ອຍໂອກາດໃຫ້ແກ່ກັນ ຄຳວ່າ: (ໂອກາດ) ນັບວ່າເປັນສິ່ງສຳຄັນທີ່ສຸດຢ່າງໜຶ່ງສຳລັບຄວາມຮັກ ບໍ່ແມ່ນວ່າເວລາໃດກໍຢາກເອົາຊະນະຕາມໃຈຂອງຕົນເອງ ໃນເວລາໂຕ້ຖຍງກັນ ເຮົາຕ້ອງຄິດສະເໝີວ່າ ຖ້າເຮົາຜິດ ຫຼື ຖືກກໍ່ໃຫ້ຍອມໄປເສຍກ່ອນ ຢ່າຟ້າວໂຕ້ຖຽງເພື່ອຢາກເອົາຊະນະຕອນໃຈຮ້ອນໂມໂຫເລີຍ ເພາະເຮົາຮູ້ດີແລ້ວວ່າ ໃນເວລາທີ່ຄົນເຮົາເກີດອາການຮ້າຍເຖິງຈະຫ້າມເຂົາແນວໃດເຂົາກໍ່ບໍຟັງເຮົາດອກ ເຮົາຕ້ອງຍອມໃຫ້ຄົນຮັກ ນັນກໍ່ແມ່ນເພື່ອເຮັດໃຫ້ເຂົາ ໄດ້ມີໂອກາດແກ້ຕົວສຳນຶກຄືນ ສິ່ງທີ່ຕົນເວົ້າ ຫຼື ກະທຳມາວ່າ ຕົນເອງນັ້ນຜ່ານມາເຮັດຜິດຢູ່ບ່ອນໃດ ແລະ ເຮັດຖືກຢູ່ບ່ອນໃດ ແລ້ວຈະເປັນການເຮັດໃຫ້ຄົນຮັກຊວາດຮູ້ສຶກກິນແໜງ ຫລື ຮູ້ເມື່ອເອງ ຍ້ອນຫຍັງກໍເພາະຍ້ອນວ່າ ຄູ່ບ່າວສາວໄດ້ໃຫ້ໂອກາດເຊິ່ງກັນ ແລະ ກັນ ໃນການແກ້ຕົວຂໍ້ຜິດພາດ ຫຼື ສຳນຶກຄືນໃໝ່ໃນສິ່ງທີ່ຕົນເອງໄດ້ກະທຳຜ່ານມາ.

4: ຫ້າມເວົ້າເບື້ອງຫຼັງທີ່ຜ່ານມາເມື່ອຮູ້ວ່າຄົນຮັກຂອງຕົນເກີດຄວາມບໍ່ພໍໃນ ເພາະເບື້ອງຫຼັງຄືສິ່ງທີ່ຜ່ານພົ້ນມາແລ້ວ ຈະນຳເອົາມາເປັນບັນຫາຕໍໄປອີກບໍ່ໄດ້ ເພາະໃນອະດີດຜ່ານມາຕ່າງກັບປັດຈຸບັນ ຄຳຕອບນີ້ກໍ່ຄືວ່າ: ຄົນຮັກຂອງຕົນເຂົາເຮັດດີນຳເຮົາທີ່ສຸດແລ້ວໃນປັດຈຸບັນ ເຂົາບໍ່ໄດ້ເຮັດຄືກັບອະດີດຜ່ານມາ ສະນັນຄູ່ຮັກຕ້ອງເຂົ້າໃຈວ່າ ທັງສອງລ້ວນແລ້ວແຕ່ບໍ່ຕ້ອງການເວົ້າເຖິງອະດີດທີ່ຜ່ານມາ ສິ່ງສຳຄັນກໍ່ຄື: ເຮັດແນວໃດໃນປັດຈຸບັນຈະເຮັດໃຫ້ຄວາມຮັກລະຫວ່າງເຮົາສອງຄົນໃນປັດຈຸບັນມີຄວາມໂລແມນຕິກ.

5: ສຸດທ້າຍກໍ່ຄືສິ່ງໜຶ່ງທີ່ຂາດບໍ່ໄດ້ສຳລັບຄູ່ບ່າວສາວ ຫຼື ຄູ່ຮັກ ຈະຕ້ອງໄດ້ປະຕິບັດກໍ່ຄື: ການໃຫ້ອະໄພເຊິ່ງກັນ ແລະ ກັນ ເຊິ່ງເປັນສາເຫດຂອງການທຳຄວາມເຂົາອົກເຂົ້າໃຈກັນ ແລະ ອີກຢ່າງໜຶ່ງທັງສອງຄູ່ຮັກຕ້ອງຮູ້ຈັກຄຳວ່າ: (ຂໍໂທດ) ເພາະມັນຈະເປັນບົດຮຽນອັນລ້ຳຄ່າທີ່ສຸດໃຫ້ແກ່ຄູ່ບ່າວສາວ ເພາະການໃຫ້ອະໄພຍະໂທດການຍອມຮັບບັນຫາຕ່າງທນັນ ມັນປຽບເໝືອນອ່າງ ນ້ຳທີ່ເປັນໆ ທີ່ຍື່ນໃຫ້ຈາກຄົນທີ່ກ່າວຄຳວ່າ: (ຂໍໂທດ) ເພາະຄົນທີ່ກ່າວຄຳວ່າ: (ຂໍໂທດ) ຕ້ອງການຄວາມໃຫ້ອະໄພແກ່ກັນ ເຊິ່ງມັນກໍ່ສາມາດດັບກອງໄຟອັນມະຫາສານທີ່ຈະເກີດຂື້ນໄດ້ ຈະເຮັດໃຫ້ຄວາມຮັກທັງສອງສ້າງຄວາມໝັ້ນໃຈ ແລະ ກັບມາຮັກກັນໄດ້ອີກໃນ ເທື່ອໃໝ່ເຊິ່ງເປັນບໍ່ເກີດແຫ່ງຄວາມຮັກແທ້.

 ສະນັ້ນ ທຸກທ່ານຄົງອາດຮູ້ດີແລ້ວວ່າ ຄວາມຮັກມັນມີຄວາມຫຍຸ້ງຍາກລຳບາກ ແລະ ງ່າຍດາຍພຽງໃດ ມັນກໍ່ປຽບເໝືອນຊີວິດຂອງທ່ານເອງ ເພາະຊີວິດຂອງທ່ານກໍ່ຕ້ອງຂື້ນກັບການບັນຊາຂອງໝາກຫົວໃຈ ກວ່າຈະຮັກໃຜກັນແທ້ເພາະຄຳວ່າ: ຮັກ ມັນເກີດຂື້ນຈາກສ່ວນເລິກທ ຂອງມາກຫົວໃຈ ສະນັນກ່ອນຈະເຮັດໃຫ້ບັນຫາຫົວໃຈຂອງສອງຄູຮັກຈະເກີດຄວາມເຈັບປວດຂື້ນ ກ່ອນອື່ນໝົດກໍ່ຕ້ອງຄຳນຶງເບິ່ງກ່ອນວ່າ: ທ່ານໄດ້ປະຕິບັດຕາມຫ້າແມນູເດັດນັນມາແລ້ວຫຼືບໍ່.

 

ໂດຍ: ທ ທ້າວ ຄູນພະໄທ ເມືອງແພນ 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຄື:

ຍິ້ມ:                 ໂດຍບໍ່ຮູ້ສຶກຕົວ

ຮ້ອງໃຫ້:          ໂດຍບໍ່ອາຍຜູ້ຄົນ

ຢ້ານກົວ:          ໂດຍບໍ່ມີເຫດຜົນ

ອົດທົນ:            ໂດຍບໍ່ຄິດອັນໃດ

ຍອມ:               ໂດຍບໍ່ມີຂໍ້ແກ້

ອ່ອນແອ:          ໂດຍບໍ່ອາດຝືນໃຈ

ໃຫ້:                  ໂດຍບໍ່ຫວັງສິ່ງໃດໆ

ໄວ້ໃຈ:              ໂດຍບໍ່ຄິດລະແວງ

ປ່ຽນແປງ:         ໂດຍບໍ່ມີເງື່ອນໄຂ

ທຸ້ມໃຫ້:             ໂດຍບໍ່ຄິດເສຍດາຍ

ເປັນຄວາຍ:      ໂດຍບໍ່ໄດ້ລະວັງ

ລຳພັງ:             ໂດຍບໍ່ເຄີຍເຕັມໃຈ

 

   ຫມາຍເຫດ:  ຖ້າຫາກເພື່ອນໆ ມີນິຍາມຮັກເປັນຂອງຕົນເອງຂໍເຊີນສະແດງຄວາມເຫັນໄດ້

                      ຂ້າພະເຈົ້າຈະຕື່ມເປັນນິຍາມຮັກໃຫ້ສົມບູນຍິ່ງຂື່ນ

                     ( ຂໍຂອບໃຈລ່ວງໜ້າສຳລັບຄຳເຫັນຂອງທ່ານ )

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 .

ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 21, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

   ຂໍອະໄພລ່ວງໜ້າສຳລັບຜູ້ທີ່ອ່ານຕົວອັກສອນທຳບໍ່ໄດ້ 

 ຄຳແປ 

  ປະສົບການຊີວິດ  

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

   ການໄວ້ໃຈກັນລະຫວ່າງບ່າວ ແລະ ສາວ:  

    ນອກຈາກຄວາມຮັກ ແລະ ຄວາມຊື່ສັດແລ້ວ  ຄູ່ບ່າວ

ສາວຕ້ອງມີການໄວ້ໃຈກັນ  ເພາະບັນຫາທີ່ເກີດຂື້ນທັງ

ໝົດແມ່ນມາຈາກກະໂຕຂອງທ່ານເອງ  ແລະ ເຂົາບໍ່ໄວ້

ໃຈກັນ...

 

  ເລື່ອງເລົ່າຈາກຊາວບ້ານ  

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  ຄວາມຊື່ສັດ:  ນອກຈາກຄວາມຮັກທີ່ມີຕໍ່ກັນແລ້ວສິ່ງທີ່ຂາດບໍ່ໄດ້ນັ້ນ

ກໍ່ຄືທັງສອງຝ່າຍບ່າວ ແລະ ສາວ  ຕ້ອງມີຄວາມຊື່ສັດຕໍ່ກັນ  ສິ່ງທີ່ກ່າວມານີ້:  ທັງ

ສອງບ່າວ  ແລະ ສາວ   ຈະຕ້ອງຄິດເຕືອນໂຕເອງວ່າ:  ເຮົາຈະຕ້ອງຊື່ສັດ

ກັບຄົນທີ່ເຮົາຮັກ  ເພື່ອໃຫ້ຄົນຮັກຊື່ສັດ ແລະ ຈິງໃຈກັບເຮົາ...

 

  ເລື່ອງເລົ່າຈາກຊາວບ້ານ   

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

   ຄວາມຮັກ:  ລະຫວ່າງທ່ານກັບຄົນຮັກ  ມີຄວາມຮັກໃຫ້ກັນຫຼາຍປານໃດ...

ເມື່ອຄົນເຮົາຮັກກັນ  ແນ່ນອນແລ້ວວ່າ  ສິ່ງທຳອິດທີ່ຕ້ອງມີກໍ່ຄື:  ຄວາມຮັກ  ແຕ່ຖ້າ

ຫາກວ່າຄົນສອງຄົນຢູ່ນຳກັນແລ້ວ  ປັດສະຈາກຄວາມຮັກ  ເພີ່ນຈະບໍ່ເອີ້ນວ່າ:  ຄວາມຮັກ

  ເລື່ອງເລົ່າຈາກຊາວບ້ານ.