ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

                                                                     ( ພຣະປາງນາກປົກ )

ເສົາເປັນບໍລິວານ ມີລູກເມຍເຫລືອປະມານ ແຖມຍັງວ່ານອນສອນງ່າຍ ພະຫັດເປັນອາຍຸ ຈິ່ງມັກຈະຕາຍຍາກ ມີອາຍຸຍືນຍາວ ຣາຫູເປັນເດຊ ຈິ່ງມີອຳນາດພິເສດໃຫ້ຄົນເກງຂາມ ຍອມຕົວເຂົ້າຮັບໃຊ້ ສຸກເປັນສີຣິ ມີຊັບຫຼາຍ ອາທິດເປັນມູລະ ຈິ່ງມີຮູບງາມໃຫ້ເພດກົງກັນຂ້າມ ສະເໜຫາ ຈັນເປັຍອຸດສາຫະ ມີຮູບງາມແຕ່ກຍດຄ້ານການງານ ອັງຄານເປັນມົນຕີ ມີຈິດໃຈບໍ່ຄ່ອຍຈະຊື່ຕົງ ພຸດເປັນກາລະກີນີ ຈິ່ງຮ້າຍເຫຼືອຫຼາຍ ປາກກັບໃຈບໍກົງກັນ ເມື່ອບູຊາດ້ວຍພຣະວັນເກີດ ເຊົ້າແລງເປັນປະຈຳກໍຈະດີນັກແລ...

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

                                                                                                            (  ພຣະປາງຊົງລຳພຶງ )

ສຸກເປັນບໍລິວານ ແສນຈະມັກສຸກສຳລານຍິ່ງໜັກ ອາທິດຄຍງຂ້າງເປັນອາຍຸ ຈິ່ງມີອາຍຸຍືນຍາວນານກວ່າໃຜໆ ມີທັງຍົດຖາບັນດາສັກ ຈັນເປັນເດຊ ມີຄົນເກງອົກເກງໃຈ ອັງຄານເປັນສິຣິ ມີທັງຊັບສິນ ມີທັງຄົນນັບໜ້າຖືຕາ ພຸດເປັນມູລະຈິ່ງມີລັກສະນະຮູບງາມ ສ່ວນເສົາເປັນອຸດສາຫະ ມັກຈະກຍດຄ້ານໃນວຽກການງານທຸກປະການ ທຳບໍ່ສຳເລັດຜົນ ພະຫັດເປັນມົນຕີ ຈິ່ງມີຍົດຖາບັນດາສັກ ຣາຫູເປັນກາລະກີນີ ຫາກກະທຳຕົນບໍ່ດີແລ້ວ ກໍ່ຈະຊົ່ວຊ້າໄປເລີຍ ຈົ່ງບູຊາພຣະວັນເກີດເຊົ້າແລງຈິ່ງຈະດີນັກແລ...

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                                                                    ( ພຣະປາງສະມາທິ )

ພະຫັດເປັນບໍລິວານ ຈິ່ງຊ່ຽວຊານທາງດ້ານວິຊາການໄດ້ດີ ລາຫູຕັດເຂົ້າມາເປັນອາຍຸ ຈິ່ງພາໃຫ້ຊີວິດບໍ່ຍືນຍາວ ມີພະຍາດະຈຳຕົວຫຼາຍແນວ ແຕ່ເດຊນັ້ນຊ້ຳພັດຊ່ວຍເພີກອອກໃຫ້ຊ່ວຍໄດ້ສຸກເປັນເຈົ້າເຮືອນແຕ່ເຕືອນດ້ວຍສີຣິວັນອາທິດຊັບມັ່ງມີແຕ່ນ້ອຍມິດຈະໄດ້ຮອບຮູ້ທົ່ວໄປ ຈັນເປັນມູລະ ເປັນຄົນໄວໄພ ແລະ ມີລູກເມຍມາກຫຼາຍ ທັງຢູ່ດ້ວຍກັນບໍ່ໝັ້ນຄົງ ມັກຈະສະຫຼາດຫຼັກແຫຼມກວ່າຄົນອື່ນ ອັງຄານເປັນອຸດສະຫະ ມີພຸດກະເຂົ້າມາເປັນມົນຕີ ເມຍມີຫຼາຍແຕ່ມັກໜີໄປຕາມຊູ້ ເສົາເປັນກາລະກີນີ ທຳຄວາມດີກັບຄົນຊ້ຳພັດຖືກກ່າວຮ້າຍໂທດໃສ່ຕົວ ແລະໃຫ້ບູຊາວັນເກີດເຊົ້າແລງຈິ່ງຈະດີນັກແລ...

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                                                     ( ພະປາງອູ້ມບາດ )

ພຸດເປັນບໍລິວານຊັບຈະມີມາໃນວັນອັງຄານຫຼວງຫຼາຍ ໄດ້ພັນລະຍາດີເປັນຜູ້ຊ່ວຍຊູ ເສົາເປັນອາຍຸ ມັກຈະທະລຸດຸດັນ(ຫົວແຂງ) ຈິ່ງມີອາຍຸອ່າວສັ້ນບໍ່ຍືນຍາວ ມີພະຍາດປະຈຳຕົວ ປົວບໍ່ຄ່ອຍຈະເຊົາ ແຕ່ບໍ່ເຖິງຂັ້ນໜັກ ພະຫັດເປັນເດດ ຈິ່ງພິເສດເສີມສົ່ງດ້ວຍສີລິບໍລິສຸດເປັນປະດຸດພະໂພທິສັດ ຣາຫູເປັນສີລິ ພາໃຫ້ຂັດຂ້ອງທາງຊັບເປັນບັ້ນເປັນຕອນ( ເທື່ອມີເທື່ອຂາດ) ສຸກເປັນມູລະ ຈິ່ງເປັນຄົນດຸໝັ່ນຂະຫຍັນພຍນ ແລະ ອົດທົນົດກັ້ນເປັນເລີດ ອາທິດເປັນອຸດສາຫະ ຈິ່ງມີໃຈທັງທຳດີ ແລະ ທຳຮ້າຍ ມີຮູບງາມພໍປະມານ ຈັນເປັນມົນຕີ ມີຂ້າທາດບໍລິວານຊອກຫາຊັບສິນໃຫ້ ອັງຄານເປັນກາລະກີນີ ທຳຄຸນແກ່ຄົນບໍ່ຂື້ນ ( ຖືກຄົນຜູ້ໃຫຍ່ຕົວະຍົວະໃຊ້) ແລະ ໝູ່ຄູ່ມັກອິດສາບຽດບຽນ ຈົ່ງບູຊາດ້ວຍພຣະປະຈຳວັນເກີດດີນັກແລ...

ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                                                                            ( ພຣະປາງໄສຍາດ )

 ອັງຄານເປັນບໍລິວານ ມີລູກເມຍບໍລິວານຫຼວງຫຼາຍ ລ້ວນມຸ່ງມາຮັບໃຊ້ ພຸດໃຊ້ເປັນອາຍຸຈະຍືນຍົງດົນນານ ເສົາເປັນເດດຊ ຈະພົ້ນເລົ່າພານອາເພດຮຸກຮານ ມີກຽດມີຍົດມີຊື່ສຽງ ພະຫັດເປັນສີລິ ມັ່ງມີດ້ວຍຊັບ ແລະ ກໍມີຮູບງາມ ສ່ວນລາຫູເປັນມູລະມີຮູບຮ່າງອອນຊອນ ຊວນໃຫ້ພິສະໄໝ ສຸກເປັນອຸດສະຫະມີຄວາມອົດທົນເຫຼືອຫຼາຍ ອາທິດເປັນມູນ ຄົນຢູ່ໃກ້ໄຮ້ບຸນຄຸນ ເນລະຄຸນໃຫ້ໂທດ ນັບທັງຄູ່ຄອງກໍ່ມັກຈະນອກໃຈ ໃຫ້ບູຊາພະວັນເກີດ ຈິ່ງຈະດີນັກແລ...

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

                                                             ( ພຣະປາງຫ້າມຍາດ ):

 ຈັນເປັນບໍຣິວານ ພາໃຫ້ສຳລານເຖິງຂັ້ນເປັນເສດຖີ ອັງຄານເປັນອາຍຸບໍ່ຄ່ອຍດີ ຂົ່ມຂືນດ້ວຍໂລກໄພໄຂ້ເຈັບມາບຽດບຽນບໍ່ຄ່ອຍຈະສະບາຍຢູ່ເນື່ອງນິດ ພຸດຕໍຕັ້ງເຂົ້າມາເປັນເດດ ຈະເຮັດໃຫ້ພົ້ນອາເພດເດຊະທັງປວງ ເສົາເປັນສີຣິ ພາໃຫ້ຮູບບໍ່ຄ່ອຍຈະງາມພໍປານໃດ ພະຫັດເປັນມູລະ ໂດຍປະຈັກ ປາກດີຫຍິ່ງໜັກ ພາໃຫ້ຄົນພິຈາລະນາ ສ່ວນລາຫູເປັນອຸດສະຫະລ້ຽງ ພຽງແຕ່ວຽກງານພໍໃຫ້ຜ່ານພົ້ນ ຈິ່ງມີຄົນອິດສາຕາຮ້ອນຫຼາຍ ເຮັດວຽກທຸກສິ່ງຢ່າງດົນນານຈິ່ງຈະສຳເລັດ ສຸກບໍ່ແຄ້ວເປັນມົນຕີ ຈິ່ງໄວໄພເຫຼືອທີ່ຈະຄະນາ ສ່ວນອາທິດເປັນກາລະກີນີ ໃຫ້ລະວັງຕົວໃຫ້ດີຕໍຄົນເກີດວັນອາທິດຢ່ສໄດ້ຄົບຫາ ຈະພາໃຫ້ເກີດຮ້າຍ ແລະ ຈະເບົາບາງດີຂື້ນ ເມື່ອໄດ້ບູຊາພຣະດ້ວຍວັນເກີດ ຈະດີນັກແລ...

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                              ( ພຣະປາງຖວາຍເນດ ):

ອາທິດເປັນບໍລິວານມີເມຍຫຼາຍພໍປະມານ ລູກຫຼານກໍ່ເຕັມບ້ານເຮືອນ ຈັນສະເຫວີຍອາຍຸດົນ ມັກຍ່າງຈອນໄປຢ່າງຊ້າໆ... ພີ່ນ້ອງບໍ່ຫຼຽວມາເບິ່ງ ອັງຄານເປັນເດດຍິ່ງໃຫຍ່ແສນຈະກຽງໄກດັ່ງລາຊະສີ ພຸດນັ້ນເກີດເປັນສີ ຈະມັ່ງມີຊັບສິນ ເສົາເປັນມູລະ ຮູບຮ່າງບໍ່ຄ່ອຍຈະໂສພາເທົ່າໃດ ພະຫັດຕ້ອງຮັກອຸດສະຫະບຳເພັນເພດ ເປັນສຳມະນະ ຫຼື ຄູ - ອາຈານ ມີສິຣທຳເຫຼືອປະມານ ເພາະມີຄວາມຮູ້ດີກວ່າຄົນອື່ນເຂົາ ຣາຫູເຂົ້າເປັນມົນຕີ ລູກເມຍຍິນດີເຊື່ອຟັງຄຳຕົນ ແລະ ສຸກນັ້ນຊ້ຳພັດພົບ ກັບກາລາກີນີລະວັງຕົວຈົ່ງໃຫ້ດີ ອາດຈະມີຊາຕາຮ້າຍບາງຄັ້ງຄາວ ຈົ່ງບູຊາດ້ວຍພຣະວັນເກີດນີ້ຈະດີນັກແລ...

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

   ທັມມະເປັນແກ່ນເຫງົ້າ  ຊູຊ່ວຍໃຫ້ຄົນດີ  ທັມມະເປັນແສງທຽນ  ສ່ອງທາງໃຫ້ເຫັນແຈ້ງ  ທັມມະເປັນວັງນ້ຳ  ໃຫ້ຊາວຊົນໄດ້ລ້າງຊ່ວຍ  ທັມມະເປັນບ່ອນສ້າງ  ໃຫ້ຄົນຮູ້ຄ່າຄົນ 

ທັມມະຖືວ່າເປັນສິ່ງສຳຄັນທີ່ສຸດ  ໃນຊີວິດຂອງຄົນເຮົາ  ເພາະທັມມະຈະເຮັດໃຫ້ຄົນເຮົາມີຄວາມເມດຕາປານີສາມັກຄີ ຮັກແພງເອື້ອເພື້ອເພື່ອແຜ່ເຊິ່ງກັນ ແລະ ກັນ  ເພາະສະນັ້ນ

ຈິ່ງຖືວ່າ:  ທັມມະເປັນສິ່ງສຳຄັນຫຼາຍໃນການດຳລົງຊີວິດຂອງມະນຸດທັງປວງ

 

ຄັດຈາກປື້ມໃຫວ້ພຮະ

 

ໂດຍ:  ອ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

  ການສະເຫວີຍຊາດຂອງພະໂພທິສັດໃນໄລຍະຄັ້ງນັ້ນ ເນື່ອງຈາກວ່າເປັນຊາດທີ່ຍິ່ງໃຫຍ່ກວ່າຊາດໃດໝົດ  ແລະ  ທັງເປັນຊາດໜຶ່ງ

ທີ່ມີຄວາມສຳຄັນຢ່າງຫຍິ່ງໃນ 10 ຊາດທີ່ເກີດມານັ້ນໄດ້ແກ່:

1.  ຊາດເກີດເປັນທ້າວ ເຕເມ

2.  ຊາດເກີດເປັນທ້າວ  ຊະນົກ

3.  ຊາດເກີດເປັນທ້າວ ສຸວັນນະສາມ

4.  ຊາດເກີດເປັນທ້າວ  ເນມິລາດ

5. ຊາດເກີດເປັນທ້າວ  ມະໂຫສົດ

6.  ຊາດເກີດເປັນທ້າວ  ພູລິທັດ

7.  ຊາເກີດເປັນທ້າວ  ຈັນທະກຸມມານ

8.  ຊາດເກີດເປັນທ້າວ  ນາລະທະ

9.  ຊາດເກີດເປັນທ້າວ  ວິທູນບັນດິດ

10.  ຊາດເກີດເປັນທ້າວ  ເວດສັນຕະລະ

 ຄັດຈາກເອກະສານຝຶກອົບຮົມຊັ້ນມັດທະຍົມ