ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2018 | ມີ 2 ຄຳເຫັນ ແລະ 0 trackback(s)

   ການເຮັດຈຸລິນຊີສັງເຄາະແສງແມ່ນບົດຮຽນທີ່ຫຼາຍປະເທດໄດ້ຖອດຖອນມາຈາກປະເທດຍີ່ປຸ່ນທີ່ໄດ້ຜ່ານການທົດລອງມາແລ້ວ ສະນັ້ນຂ້າພະເຈົ້າຈິ່ງໄດ້ຂຽນ

ຄວາມຮູ້ນີ້ຂື້ນມາເພື່ອໃຫ້ຊາວລາວທັງປະເທດລອງເຮັດ ແລະ ນຳໄປໃຊ້ ເພາະຂ້າພະເຈົ້າໄດ້ທົດລອງເຮັດມາແລ້ວ ໄດ້ຜົນ 100 %

 

ສູດເຮັດຈຸລິນຊີສັງເຄາະແສງມີດັ່ງນີ້:

1. ໄຂ່ໄກ່  2 ໜ່ວຍ

2. ແປ້ງນົວ 1 ບ່ວງ

3. ນ້ຳປາ 1 ບ່ວງ

4 ນ້ຳ 3 ລິດ

  ວິທີປະຕິບັດ: ຂັ້ນຕອນທຳອິດນຳໄຂ່ ແລະ ແປ້ງນົວຕີໃຫ້ເຂົ້າກັນກ່ອນຈົນແປ້ງນົວລະລາຍເປັນເນື້ອດຽວກັບໃຂ່ ຈາກນັ້ນໃສ່ນ້ຳປາປະສົມເຂົ້າກັນແລ້ວໄປຖອກໃສ່ນ້ຳທີ່ໄດ້ຕຽມໄວ້ນັ້ນ ໄລຍະການພັກຕົວຂອງເຊື້ອຈຸລິນຊີ 1 - 2 ເດືອນ ສີຈະເປັນສີແດງ ຈິ່ງສາມາດນ້ຳໄໃຊ້ໄດ້.

 

  ອັດຕາການນຳໃຊ້ຫົວເຊື້ອຈຸລິນຊີ: ຈຸລິນຊີ 1 ລິດ ປະສົມກັບນ້ຳ 20 ລິດ ສາມາດໃຊ້ຫົດ ດອກ,ໃບ,ຫມາກ ຫຼີ ລຳຕົ້ນໄດ້ເລີຍ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2016 | ມີ 2 ຄຳເຫັນ ແລະ 0 trackback(s)

ສ່ວນປະກອບສຳຄັນຄື:

1: ນ້ຳປາແດກ      1 ແກ້ວ

2: ນ້ຳສະອາດ       10 ລິດ

3: ໄຂ່ໄກ່              1 ໜ່ວຍ

   ນຳສ່ວນປະສົມທັງສາມຢ່າງຄົນໃຫ້ເຂົ້າກັນ ແລ້ວນຳໄປຫົດຕົ້ນໄມ້ຕົ້ນລະປະມານ 1 ລິດ ຫົດ ເດືອນລະ 2 ຄັ້ງ

                       yes   ເອກະສານອ້າງອີງ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2016 | ມີ 2 ຄຳເຫັນ ແລະ 0 trackback(s)

ກະປິຍີ່ຫໍ້ໃດກໍ່ໄດ້ 1 ບວງອາຫານ ປະສົມກັບເຄື່ອງດື່ມຊູກຳລັງຍິ່ຫໍ້ໃດກໍ່ໄດ້ເຊັ່ນວ່າ ສະປອນເຊີ, ກະທິງແດງ ຫຼື ເອັມ100 ປະມານ 1ຂວດ ມາປະສົມເຂົ້າກັນດີສຳລັບເປັນຫົວເຊື້ອ

ວິທີນຳໄປໃຊ້ໃນການເລັ່ງຮາກ:

ຫົວເຊື້ອທີ່ເຮັດເອງ 1 ບວງອາຫານ ປະສົມກັບນ້ຳ 10 ລິດ ແລ້ວນຳໄປແຊ່ກິ່ງຊຳ ກິ່ງຕອນ ຫຼື ພົ່ນໃບກໍ່ໄດ້

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2016 | ມີ 0 ຄຳເຫັນ ແລະ 0 trackback(s)

ສ່ວນປະກອບ:

1. ພືດຜັກສົດທຸກຊະນິດ 3 ກິໂລ.

2. ນ້ຳຕານຫລືກາກນ້ຳຕານ 1 ກິໂລ.

ວິທີ:

1. ນຳພືດຜັກ​ທຸກຊະນິດ​ຊອຍໃຫ້​ເປັນຕ່ອນ​ນ້ອຍໆ​ໃສ່​ໃນ​ພາຊະນະ​ທີ່ມີ​ຝາອັດ.

2. ໃສ່ກາກ​ນ້ຳຕານ​ຫລືນ້ຳຕານປ​ະສົມໃສ່​ກັບ​ຜັກທີ່ຊອຍ​ໄວ້​ນັ້ນ​ໃນ​ອັດຕາສ່ວນ 1/3 (ນ້ຳຕ​ານ 1 ກິໂລ, ຜັກ 3 ກິ ໂລ ).

3. ນຳເອົາສິ່ງ​ຂອງທີ່ຫນັກ​ວາງທັບ​ເພື່ອ​ເປັນ​ການປີບ​ໃຫ້​ຜັກມີນ້ຳຫ​ລາຍ​ແລ້ວ​ອັດ​ຝາປະໄວ້ 5-7 ມື້.

4. ຈະມີ​ນ້ຳສີນ້ຳຕານໄຫລ​ອອກມາ​ນັ້ນຄື​ນ້ຳຊີວະພ​າບ, ​ຖອກໃສ່​ແກ້ວ​ອັດຝາ​ໃຫ້ແຈບ ພ້ອມ​ທີ່​ຈະໃຊ້ (ຫາກ​ໃຊ້ນ້ຳ ຕານ​ຊາຍຂາວ ນ້ຳຈະ​ເປັນ​ສີຂາວຫ​ລືຖ້າຫາ​ກວ່່າໃຊ້ ນຳ້ຕານຊ​າຍແດງ ແລະ ຖ້າໃຊ້​ກາກນ້ຳ​ຕານ​ນ້ຳທີ່ໄຫລອອກມາ​ຈະເປັນສີ​ດຳ.

ວິທີນຳໄປໃຊ້:

ການທີ່​ເຮົາຈະນຳນ້ຳຊີວະພາບ​ປະສົມ​ນ້ຳທຳມະດາ​ເຮັດໃຫ້ເຈືອຈາງ.

1. ຫົດຫລືສີດ​ພົ່ນພືດ​ຜັກ, ຫມາກໄມ້, ຕົ້ນໄມ້, ຕົ້ນໄມ້ ໃຊ້ອັດຕາ​ສ່ວນນ້ຳ​ຊີວະພາບ 1  ບ່ວງແກງ​ຕໍ່ນ້ຳ 10 ລິດ ໂດຍ​ພົ່ນ​ທຸກມື້.

2. ຫົດ​ກອງໃບໄມ້, ໃບ ຫຍ້າສົດ-ແຫ້ງ​ໃຊ້​ອັດຕາ​ສ່ວນ ນ້ຳ​ຊີວະພາບ 2 ບ່ວງແກງ ນ້ຳ 10 ລິດ​ໃຊ້​ຖົງຢ່າງ​ຄຸມກອງ ພືດ​ປ່ອຍ​ໃຫ້​ເກີດການ​ຍ່ອຍ​ສະ​ຫລາຍ 1-2 ອາທິດ, ສາມາດ​ນຳໃຊ້​ປະໂຫຍດ​ໄດ້​ໃຊ້​ຄຸມດິນ​ບໍລິເວນກົກ.

3. ໃຊ້ເຮັດ​ຝຸ່ນ​ບົ່ມແຫ້ງ ໂດຍ​ໃຊ້​ນ້ຳ​ຊີວະພາບ 2 ບວງ ແກງ+ນ້ຳຕານ 2 ບ່ວງ​ແກງ​ປະສົມ​ນ້ຳ 10 ລິດໃຊ້​ຫົດຝຸ່ນ​ພໍໃຫ້​ມີ​ຄວາມຊຸມ​ຫມາດໆ.

4. ໃຊ້​ຫົດຫນານ​ກ້າເບ້ຍ​ໄມ້ປະຕິບັດ​ດັ່ງນີ້: ສັບດິນ​ປະສົມ​ກັບຫຍ້າ ແລະ ພືດໃຊ້​ອັດຕາ​ສ່ວນເຈືອ​ຈາງນ້ຳ​ຊີວະພາບ 2 ບ່ວງ​ແກງ+ນ້ຳຕ​ານ 2 ບ່ວງ, ນ້ຳ 10 ລິດ, ຫົດໜານ 1 ຕາແມັດ 1 ລິດ​ປ່ອຍ​ໃຫ້​ເກີດການ​ຍ່ອຍ​ສະຫລາຍ 3-7 ມື້ກໍສາ​ມາດ​ທີ່ຈະ​ປູກພືດ​ຫລືກ້າເບ້ຍ​ໄມ້ໄດ້, ຖ້າ​ຕ້ອງ​ການ​ທີ່​ຈະ​ກຳຈັດ​ຫຍ້າ​ທີ່ມີ​ເມັດຄວນ​ປ່ອຍ​ໃຫ້​ຫຍ້າ​ງອກ​ອອກ​ອີກ​ເທື່ອຫນຶ່ງ​ຈຶ່ງ​ສັບຊ້ຳ, ​ແລ້ວ​ຫົດນໍ້າ​ຊີວະພາບ​ເຈືອຈາງ​ໃນ​ອັດຕາ​ສ່ວນ 2 ບ່ວງ ແກງນ້ຳ 10 ລິດປະ​ໄວ້ 3 ມື້ ຫລັງ​ຈາກ​ນັ້ນ​ສາມາດ​ປູກພືດ​ໄດ້.   

5. ໃຊ້ກັບຫນອງນ້ຳທີ່ມີ ກິ່ນເຫມັນປະສົມອັດຕາສ່ວນ 2 ບ່ອງແກງນ້ຳ 10 ລິດ ຫົດ ຫນອງ​ນ້ຳຈະ​ຊ່ວຍຍ່ອຍ​ສະ​ຫລາຍ​ອິນຊີວັດຖຸ​ໃນຫນອງ​ຈະເຮັດໃຫ້​ຫນອງ​ນ້ຳມີ​ສະພາບດີ​ຂຶ້ນ.

6. ໃຊ້​ການ​ຂະຫາຍ​ຫົວ​ເຊື້ອ​ເຮັດໄດ້​ໂດຍມີອັດຕາ ສ່ວນດັ່ງນີ້.

ນ້ຳຊີວິພາບ 1 ລິດ.

ກາກນ້ຳຕານ 1 ລິດ.

ນ້ຳສະອາດ 10 ລິດ.

ໃສ່ແກ້ວອັດຝາປະໄວ້ 3 ມື້

ສາມາດນຳໄປໃຊ້ໄດ້.

ອຸປະກອນ:

1. ຖັງ, ໄຫ, ແກ້ວທີ່ມີຝາປິດ ສໍາລັບໃສ່ພືດຜັກສົດ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2016 | ມີ 0 ຄຳເຫັນ ແລະ 0 trackback(s)

ສານເລັ່ງຮາກເຮັດເອງ

  1. ນ້ຳຊາວເຂົ້າ ຫຼື ນ້ຳມວກ ປະມານ 10 ລິດ
  2. ຮຳອ່ອນ 3 ກຳມື
  3. ໃຊ້ເຈ້ຍປິດຝາ 4 ວັນ
  4. ດູດນ້ຳທີ່ເປັນຫົວເຊື້ອໃສໆປະມານ 1 ລິດ
  5. ເທນົມສົດລົງປະສົມປະມານ 1 ລິດ
  6. ນ້ຳຕານຊາຍແດງ 2 ກິໂລ
  7. ໃຊ້ເຈ້ຍປິດຝາ 4 ວັນ

ສາມາດຕັກເອົາຝ້າສີຂາວນຳໄປໃຊ້ໄດ້ເລີຍ  ເກັບໄວ້ໃນຕູ້ເຢັນ

 

ວິທີນຳໃຊ້

  1. ນຳສານເລັ່ງຮາກທີ່ເຮົາເຮັດເອງປະມານ 2 ບ່ວງອາຫານ
  2. ນ້ຳ 10 ລິດ
  3. ນຳກິ່ງພັນພຶດແຊ່ໄວ້ 10 ນາທີ ແລ້ວນຳໄປຊຳ ຫຼື ທ່າບາດແຜທີ່ເຮົາຕ້ອງການໃຫ້ອອກຮາກປະມານ 20 ວັນ ຮາກກໍ່ອອກ.
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2016 | ມີ 1 ຄຳເຫັນ ແລະ 0 trackback(s)

ຕາມຂ້າພະເຈົ້າລົງສຳພາດຕົວຈິງສຳລັບຜູ້ທີ່ລ້ຽງແບ້ສ່ວນຫຼາຍອອກເປັນສຽງດຽວກັນວ່າ

ອັດຕາການປະສົມພັນແບ້:  ແບ້ເຖິກ 1 ໂຕສາມາດເຊີງແບ້ແມ່ໄດ້ 10 ໂຕ ຫຼື 15 ໂຕຕໍ່ມື້

ສະນັ້ນຜູ້ທີ່ຈະລ້ຽງແບ້ບໍ່ຕ້ອງໃຊ້ແບ້ເຖິກຫລາຍກໍ່ໄດ້

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2016 | ມີ 0 ຄຳເຫັນ ແລະ 0 trackback(s)

ເປັນຄວາມສ່ວນໜຶ່ງຂອງຄວາມຮູ້ສຳລັບຜູ້ທີ່ຈະລິເລີ່ມການລ້ຽງແບ້  ໂດຍສະເພາະຕ້ອງໄດ້ສຶກສາເບິ່ງວ່າ: ແບ້ກິນພືດອັນໃດແດ່ທີ່ເຮົາຈະຕ້ອງລົງມີປູກໄວ້ເພື່ອເປັນແຫຼ່ງອາຫານຂອງພວກມັນມີດັ່ງນີ້:

  1. ໃບກະຖິນ
  2. ໃບຂາມ
  3. ໃບແຄ
  4. ພືດຕະກຸນຖົ່ວຕ່າງໆ
  5. ອາຫານງົວນົມ
  6. ໝາກກ້ວຍ ຫຼື ເປືອກກ້ວຍເຫີ່ມດີທີ່ສຸດ
  7. ໃບມັນຕົ້ນ
  8. ໃບມີ້
  9. ຜັກບົ້ງ
  10. ໃບໝາກເຂືອ
  11. ໃບໝາກແຄ້ງ
  12. ໃບອ້ອຍອ່ອນ
  13. ໃບຂີ້ເຫຼັກບ້ານ
  14. ຜັກຕົບຊາວາ
  15. ຜັກກະເສດ
  16. ໃບສາລີ
  17. ໃບມັນສາຄູ
  18. ໃບພ້າວ
  19. ໃບອີ່ຮູມ
  20. ຜັກກ້ານຕົງ ຫຼື ຜັກສິ
  21. ອື່ນໆ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2016 | ມີ 1 ຄຳເຫັນ ແລະ 0 trackback(s)

ຄິກທີ່ລິ້ງດ້ານລຸ່ມນີ້

 

http://www.laopost.com/2016/05/18/57774

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

1.  ເວົ້າເຖິງຄວາມໂລບມາກໂລພາ, ອິດສາລິດສະຫຍາ. ຢາກໄດ້ຂອງຄົນອື່ນມາເປັນຂອງຕົນເອງ.

2. ໄດ້ສັ່ງສອນໃຫ້ຮູ້ວ່າ: ທຸກສິ່ງທຸກຢ່າງທີ່ໄດ້ມາດ້ວຍຄວາມບໍ່ຍຸດຕິທຳຈະບໍ່       ເຮັດໃຫ້ເຮົາມີຄວາມສຸກທີ່ແທ້ຈິງໄດ້.

 

ເລື່ອງບາບໄລ່ເວນທັນ     ຕົວລະຄອນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2014 | ມີ 0 ຄຳເຫັນ ແລະ 0 trackback(s)
  1. ຍາທ່ານ ( ຄູບາ ).
  2. ໂຣນິນ ອັດສະວິນເດີນດ່ຽວ ( ຕະຍິມະ ສຸເມະ )
  3. ມະເຫສີຂອງຕະຍິມະ ສຸເມະ.
  4. ລູກນ້ອຍຂອງຕະຍິມະ ສຸເມະ ແລະ ມະເຫສີ.
  5. ນາງຄົນໃຊ້.

 

ເລື່ອງບາບໄລ່ເວນທັນ        ເນື້ອໃນຫຍໍ້

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

      ບັ້ນສຸດທີ່ອ່າວ:  ແມ່ນເວົ້າເຖິງຄວາມເດັດດ່ຽວໜຽວແໜ້ນຍອມເສຍສະຫຼະຊີວິດ ໃນການຕໍ່ສູ້ກູ້ຊາດຂອງນັກແຕ່ງ, ຜ່ານການຄົ້ນຄິດມານານນັກແຕ່ງໄດ້ຢືນຢັນນ້ຳໃຈຮັກຊາດ, ຫຼັກໝັ້ນ ແລະ ຄວາມຕັດສິນໃຈຂອງຕົນ ຈົນເຮັດໃຫ້ນັກແຕ່ງມີອາການຮ້ອນຮົນກະວົນກະວາຍກິນບໍ່ແຊບນອນບໍ່ຫຼັບ  ເໝືອນດັ່ງຄົນປ່ວຍໄຂ້.

kiss ເນື້ອໃນສານລຶບພະສູນ ( ທັງ 3 ບັ້ນ )  ບັ້ນບັງລະຫັດ ບັ້ນສົມທີ່ຄິດ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ບັ້ນສົມທີ່ຄິດ:  ແມ່ນຊີ້ບອກໃຫ້ເຫັນຄວາມນຶກຄິດ ແລະ ຄວາມເປັນຫ່ວງເປັນໄຍນຳພໍ່ແມ່ປະຊາຊົນທຸກຄົນ ກໍ່ຄືວຽກງານຕໍ່ສູ້ດ້ວຍກຳລັງອາວຸດຈຶ່ງຈະໄດ້ຮັບໄຊຊະນະ  ຫາກວ່າມີການຈຳເປັນອາດຈະອາໃສການຮ່ວມມືກັບສາກົນ.

 

kiss ເນື້ອໃນສານລຶບພະສູນ ( ທັງ 3 ບັ້ນ )   ັ້ນບັງລະຫັດ  ບັ້ນສຸດທີ່ອ່າວ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ບັ້ນບັງລະຫັດ: ແມ່ນເວົ້າເຖິງນ້ຳໃຈຮັກຊາດ ຄຽດແຄ້ນສັດຕູຂອງນັກແຕ່ງ ເມື່ອເຫັນປະເທດຊາດເສຍເອກະລາດຈິ່ງຮີບຊອກຫາວິທີແກ້ໄຂ, ທັງຊີ້ບອກໃຫ້ເຫັນສາເຫດທີ່ພາໃຫ້ມີຄວາມຄຽດແຄ້ນເພາະປະເທດຊາດຖືກຮຸກຮານຈາກພວກສັກດີນາສະຫຍາມຈິ່ງຕັດສິນໃຈຕໍ່ສູ້ເພື່ອກອບກູ້ເອົາເອກະລາດຄືນມາ.

 

kiss ເນື້ອໃນສານລຶບພະສູນ ( ທັງ 3 ບັ້ນ )  ບັ້ນສົມທີ່ຄິດ  ບັ້ນສຸດທີ່ອ່າວ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 8      ຂະໜານຕອບວັນນະຄະດີຊັ້ນ ມ4

  1. ບົດ​ປະພັນ​ວັນນະຄະດີ​ແມ່ນ​ຫຍັງ?
  2. ມູນ​ພາກ​ຕ່າງໆ ທີ່​ປະກອບ​ເປັນ​ບົດ​ປະພັນ​ວັນນະຄະດີ​ມີ​ຄື​ແນວ​ໃດ?
  3. ​ໂຄງ​ເລື່ອງ ​ແລະ ​ໂຄງ​ປະກອບ​ສ້າງ​ແມ່ນ​ແນວ​ໃດ? ( ອະທິບາຍ )
  4. ​ໂຄງ​ເລື່ອງ​ຂອງ​ບົດ​ເລື່ອງ​ໃດ​ໜຶ່ງ​ມີ​ຈັກ​ພາກສ່ວນ? ຄື​ພາກສ່ວນ​ໃດ​ແດ່? ຈົ່ງ​ອະທິບາຍ.
  5. ​ເນື້ອ​ໃນ ​ແລະ ຮູບ​ການ​ຂອງ​ບົດ​ປະພັນ​ວັນນະຄະດີ​ມີ​ການ​ພົວພັນ​ກັນ​ຄື​ແນວ​ໃດ?

ຕອບຄຳຖາມບົດທີ 8

  1. ບົດ​ປະພັນ​ວັນນະຄະດີ ​ແມ່ນ​ຄວາມ​ສຳນຶກ​ອັນ​ໜຶ່ງ​ກ່ຽວ​ກັບ​ບົດ​ເລົ່າ​ເລື່ອງ, ກາບກອນ ​ແລະ ບົດ​ລະ

ຄ​ອນ​ເຊິ່ງອາດ​ຈະ​ເປັນ​ບົດສັ້ນ ຫລື ຍາວ, ​ແຕ່​ເຖິງ​ຈະ​ສັ້ນ ຫຼື ຍາວ​ນັ້ນ ມັນ​ຕ້ອງ​ແມ່ນ​ໂຄງ​ສ້າງ​ສິລະ

ປະ​ບົດ​ໜຶ່ງ​ທີ່​ມີ​ຫຼາຍ​ພາກສ່ວນ​ມາ​ປະກອບ​ມີ​ຄື: ຫົວ​ເລື່ອງ, ກະທູ້, ​ແນວ​ຄິດ, ​ໂຄງ​ເລື່ອງ ​ແລະ ​ໂຄງ

ປະກອ​ບສ້າງ.

2.   ມູນ​ພາກ​ຕ່າງໆ ທີ່​ປະກອບ​ເປັນ​ບົດ​ປະພັນ​ວັນນະຄະດີ​ມີ​ຄື: ຫົວ​ເລື່ອງ, ກະທູ້, ​ແນວ​ຄິດ, ​ໂຄງ​ເລື່ອງ

ແລະ ​ໂຄງປະກອ​ບສ້າງ.

3.  ​ໂຄງ​ເລື່ອງ ​ແລະ ​ໂຄງ​ປະ​ກອບ​ສ້າງ​ມີ​ຄື:

  • ​ໂຄງ​ເລື່ອງ: ​ແມ່ນ​ບັນດາ​ເຫດການ​ອັນ​ລະອຽດ​ປະສົມ​ກົມກຽວ​ກັນ​ກາຍ​ເປັນ​ສາຍ​ໃຍ ​ເກາະ​ກ່າຍ

ກັນ ​ແລະ ກາຍ​ເປັນ​ເນື້ອ​ໃນ​ຂອງ​ເລື່ອງ​ນັ້ນ ​ໂດຍ​ຜ່ານ​​ໂຄງ​ເລື່ອງ​ນີ້​ເອງ, ນັກ​ປະພັນ​ສະ​ແດງ​ໃຫ້​

​ເຫັນ​ການ​ພົວພັນ, ການ​ຕໍ່ສູ້​ຂອງ​ບັນດາ​ຕົວ​ລະຄອນ​ຈາກ​ນັ້ນກະທູ້ ​ແລະ ​ແນວ​ຄິດຈະ​ພົ້ນ​ເດັ່ນ​ຂື້ນ

ມາ.

  • ​ໂຄງ​ປະ​ກອບ​ສ້າງ​ຂອງ​ບົດ​ປະພັນ​ວັນນະຄະດີ: ​ແມ່ນ​ລະບົບ​ການຈັດຕັ້ງສັບ​ຊ້ອນ​ຂໍ້​ປີກ​ຍ່ອຍ​ຕ່າງໆ

ຂອງ​ບັນດາ​ຕົວ​ລະຄອນ ​ແມ່ນ​ການຈັດ​ວາງ​ຂອງ​ພາກສ່ວນ​ຕ່າງໆ ທີ່​ປະກອບ​ເປັນ​ບົດ​ປະພັນ​ວັນ

ນະ​ຄະດີ. ຄົ້ນຄວ້າ​ໂຄງ​ປະກອບ​ສ້າງ​ແມ່ນ​ຄົ້ນຄວ້າ​ການຈັດ​ວາງ ​ແລະ ການ​ສັບ​ຊ້ອນ​ພາກສ່ວນ

ຕ່າງ​ທ ຂອງ​ບົດ​ປະພັນ​ນັ້ນ​ເອງ.

4.  ​ໂຄງ​ເລື່ອງ​ຂອງ​ບົດ​ເລື່ອງ​ໃດ​ໜຶ່ງ​ມີ 5 ພາກສ່ວນ​ຄື:

   ພາກ​ສະ​ເໜີ:  ​ແມ່ນ​ພາກ​ສະ​ເໜີ​ສະພາບ​ສັງຄົມ, ສະພາບ​ເບື້ອງ​ຕົ້ນຂອງ​ຕົວ​ລະຄອນ​ໃນ​ການ​ດຳ

ດຳລົງ​ຊີວິດ​ຖານະ​ໃນ​ສັງຄົມ…

   ພາກ​ຂອດ​ບັນຫາ:  ​ແມ່ນ​ພາກ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຂໍ້​ຂັດ​ແຍ້​ງ​ເລີ່​ມ​ເກີດ​ຂື້ນ​ພາກ​ຂອດ​ບັນຫາຈະ

ບໍ່​ຍາວ​ບາງ​ເລື່ອງ​ເປັນ​ພຽງ​ຕອນສັ້ນໆ ​ເທົ່າ​ນັ້ນ. ​ແຕ່​ພັດ​ມີ​ຄວາມ​ໝາຍ​ສຳຄັນ, ​ເພາະ​ພາກ​ນີ້​ເປັນ​ພາກ

ພາ​ໃຫ້​ເກີດ​ຂໍ້​ຂັດ​ແຍ້​ງຂື້ນ​ມາ.

   ພາກ​ຂະຫຍາຍ:  ​ແມ່ນ​ການ​ຂະຫຍາຍ​ຂໍ້​ຂັດ​ແຍ້​ງ. ​ໂຄງ​ເລື່ອງ​ຂອງ​ບົດ​ປະພັນ​ວັນນະຄະດີ​ໃດ​ໜຶ່ງ

ພາກ​ຂະຫຍາຍ​ເປັນ​ພາກ​ທີ່​ຍາວ​ກວ່າ​ໝູ່. ​ໃນ​ພາກ​ນີຄຸນ​ລັກສະນະ​ຂອງຕົວ​ລະຄອນ​ຈະ​ຄ່ອຍໆ ປາກົດ

​ແຈ້ງ​ຂື້ນ​ເທື່ອ​ລະ​ກ້າວ.

   ຈຸດ​ສູງ​ສຸດ:  ​ແມ່ນ​ຂໍ້​ຂັດ​ແຍ້​ງຂະຫຍາຍຕົວ​ສູ່​ລະດັບ​ສູງ​ສຸດ. ການ​ສູ້​ກັນ​ກັນ​ລະຫວ່າງ​ຝ່າຍ​ຕ່າງໆ

ຂະຫຍາຍຕົວ​ສູ່​ລະດັບ​ສູງ​ສຸດ​ຕ້ອງ​ມີ​ວິທີ​ແກ້​ໄຂັນ​ຫາ​ອັນ​ແນ່ນອນ​ຮອດ​ຈຸດ​ສູງ​ສຸດ, ຜູ້​ອ່ານ​ຈະ​ເຫັນ​ໄດ້

​ແຈ້ງ​ຄຸນ​ລັກສະນະ​ຂອງ​ຕົວ​ລະຄອນ.

   ພາກສ່ວນ​ທ້າຍ:  ​ແມ່ນ​ພາກ​ແກ້​ບັນຫາ​ຂອດ​ຢູ່​ພາກ​ສອງ, ໝາຍ​ຄວາມ​ວ່າ: ​ເນື້ອ​ໃນ​ຂໍ້​ຂັດ​ແຍ້​ງ

ກ້າວ​ສູ່​ລະດັບ​ສູງ, ຜົນ​ສຸດ​ທ້າຍ​ຂອງ​ບັນຫາ​ເປັນ​ໄປ​ແນວ​ໃດ, ນັກ​ປະພັນ​ຈະ​ສະ​ເໜີ​ໃນ​ພາກ​ມ້ວນທ້າຍ

ນີ້​ເອງ.

   +  ວິທີ​ມ້ວນທ້າຍ​ແບບ​ປິດ: ​ແມ່ນ​ຂໍ້​ຂັດ​ແຍ້​ງສິ້ນສຸດ​ໂຊກ​ຊາຕາກຳ​ຂອງ​ຕົວ​ລະຄອນ​ທຸກ​ຢ່າງ​ຈະ​​

      ​ແຈ້ງ.

   +  ວີ​ທີ​ມ້ວນທ້າຍ​ແບບ​ເປີດ: ​ແມ່ນ​ໂຊກ​ຊາຕາກຳ. ຄຸນ​ລັກສະນະ​ຕົວ​ລະຄອນ​ຈະ​ແຈ້ງ, ​ແຕ່​ຂໍ້​ຂັດ

      ​ແຍ້​ງຍັງ​ສືບ​ຕໍ່​ເຮັດ​ໃຫ້​ຜູ້​ອ່ານ​ຍັງ​ມີ​ຄວາມ​ສົນ​ໃຈ.

5.     ​ເນື້​ອໃນ ​ແລະ ຮູບ​ການ​ຂອງ​ບົດ​ປະພັນ​ວັນນະຄະດີ​ມີ​ການ​ພົວພັນ​ກັນ​ຄື​: ລະຫວ່າງ​ຮູບ​ການ ​ແລະ

​ເນື້ອ​ໃນ​ສະ​ແດງ​ອອກ​ຢ່າງ​ເລິກ​ເຊິ່ງ​ໃນ​ສັບ​ພາສາ ​ແລະ ມີ​ການ​ພົວພັນ​ນຳ​ກັນ​ຢ່າງ​ສະໜິດ​ແໜ້ນ, ບໍ່

ສາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້. ​ເນື້ອ​ໃນ​ໃດ​ໜຶ່ງ​ຕ້ອງ​ຖືກ​ສະ​ແດງ​ອອກ​ດ້ວຍ​ຮູບ​ການ​ໃດ​ໜຶ່ງ​ທີ່​ແນ່ນອນ

​ແລະ ຮູບ​ການ​ຕ້ອງ​ແມ່ນ​ຮູບ​ການ​ຂອງ​ເນື້ອ​ໃນ​ໃດ​ໜຶ່ງ​ອັນ​ແນ່ນອນ, ມັນ​ບໍ່​ມີ​ເນື້ອ​ໃນ​ແບບ​ລວມໆ ຫລື

ຮູບ​ການ​ແບບ​ລວມໆ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 7        ຂະໜານຕອບວັນນະຄະດີຊັ້ນ ມ4

  1. ສະພາບ​ການ​ປະຫວັດສາດ​ຝຣັ່ງສະຕະວັດ​ທີ XVIII ​ໄດ້​ສົງ​ຜົນ​ສະທ້ອນ​ແນ​ວໃດ​ຕໍ່​ວັນນະຄະດີ​ເພີນ​

ຈິດແລະ ສັດຈະ​ທັດ​ວິຈານ​ຂອງຝຣັ່ງ?

2.  ​ໃນ​ທ້າຍ​ສະຕະວັດ​ທີ XVIII ​ແລະ​ ຕົ້ນສະຕະວັດ​ທີ XIX ສະພາບ​ວັນນະຄະດີ​ຝຣັ່ງ​ເປັນ​ແນວ​ໃດ?

3. ເນື້​ອ​ໃນ​ບົດ​ປະພັນ ຜູ້​ທຸກ​ຈົນ ​ເວົ້າ​ເຖິງ​ຫຍັງ? ຕົວ​ລະຄອນ​ຊັງ​ວານ​ຊັງ ມີ​ຊີວິດ​ຄື​ແນວ​ໃດ?

4. ຕາບ​ໃດ​ຍັງ​ມີ​ຄວາມທຸກ​ຈົນ​ຢູ່​ໃນ​ໂລກ​ນີ້, ນະວະນິຍາຍ ​ຜູ້​ທຸກ​ຈົນ ກໍ່​ຍັງ​ມີ​ຄຸນຄ່າ​ຢູ. ຈົ່ງ​ໃຫ້​ຄຳ​ເຫັນ​ຕໍ່

ຄຳ​ເວົ້າດັ່ງກ່າວ.

5. ຕອນ ບັນຫາ​ນ້ຳ​ທີ່​ເມືອງ​ມົງ​ແຟກ​ໄມ ​ເນື້ອ​ໃນ​ເວົ້າ​ເຖິງ​ຫຍັງ?

6.  ກີ​ເດີ​ໂມ​ປັດ​ຊັງ​ເກີດ​ເມື່ອ​ໃດ? ​ແລະ ຢູ່​ໃສ?

7. ​ໃນ​ເລື່ອງ ​ເອ້​ເພດ ນັກ​ປະພັນ​ໄດ້​ເວົ້າ​ເຖິງ​ຫຍັງ​ແດ່​?

8. ​ໃນ​ເລື່ອງ ​ເອ້​ເພດ ຕົວ​ລະຄອນ​ຊົວ​ແລນ ​ເປັນ​ຕົວ​ລະຄອນ​ແນວ​ໃດ?

ຕອບຄຳຖາມບົດທີ 7

  1. ສະພາບ​ປະຫວັດສາດ​ຂອງຝຣັ່ງ​ໄດ້​ສົ່ງ​ຜົນ​ສະທ້ອນ​ໃຫ້​ວັນນະຄະດີ​ຝຣັ່ງ​ເກີດ​ມີ​ສອງຂະ​ບວນການ​ປະ

ດິດ​ແຕ່ງ​ຄື: ຂະ​ບວນການ​ເພີນ​ຈິດ​ຫຍໍ້​ທໍ້ ​ແລະ ​ເພີນ​ຈິດ​ກ້າວໜ້າ. ພວກ​ເພີນ​ຈິດ​ຫຍໍ້​ທໍ້​ແມ່ນ​ພວກ​ຢາກ

ຟື້ນ​ຟູ​ລະບອບ​ສັກ​ດີ​ນາ​ທີ່​ຖື​ກ​ໂຄ່ນ​ລົ້ມ​ໄປ​ນັ້ນ​ໃຫ້​ກັບ​ຄືນ​ມາ​ອີກ, ສ່ວນ​ພວກ​ເພີນ​ຈິດ​ກ້າວໜ້າ​ແມ່ນ​ພວກ

ທີ່​ໃຝ່ຝັນ​ຫາ​ອະນາຄົດ​ທີ່​ດີກ​ວ່າ​ເກົ່າ ​ແລະ ຕ້ານ​ຄືນ​ການ​ຖອຍ​ຄືນ​ຫຼັງ.

2.  ​ໃນທ້າຍ​ສະຕະວັດ​ທີ XVIII ​ແລະ​ ຕົ້ນສະຕະວັດ​ທີ XIX ສະພາບ​ວັນນະຄະດີ​ຝຣັ່ງ​​ມີ​ການ​ຂະຫຍາຍ

ຕົວ​ແຮງ​ໂດຍ​ສະ​ເພາະ​ແມ່ນ​ລັດທິ​ສັດຈະ​ທັ​ດວິຈານ ​ແລະ ​ໄດ້​ສົມທົບ​ກັບ​ສັດຈະ​ທັດ​ເພີນ​ຈິດ​ກ້າວໜ້າ

ຕ້ານ​ກັບ​ເພີນ​ຈິດ​ຫຍໍ້​ທໍ້.

3.  ​ເນື້ອ​ໃນ​ຂອງ​ນະວະນິຍາຍ ( ຜູ້​ທຸກ​ຈົນ ) ​ແມ່ນ​ສ່ອງ​ແສງ​ເຖິງ​ສັງຄົມ​ຝຣັ່ງ​ໃນ​ສະ​ໃໝ​ນັ້ນຢ່າງ​ກວ້າງ

ຂວາງ ​ໂດຍສະ​ເພາະ​ແມ່ນ​ນຳ​ໃຈ​ມະນຸດສະທຳ​ອັນ​ສູງ​ສົ່ງ​ຂອງ​ຜູ້​ທຸກ​ຈົນ​ໂດຍ​ຜ່ານ​ຕົວ​ລະຄອນ​ຊັງ​ວານ

ຊັງ, ກົງກັນຂ້າມ​ເລື່ອງ​ຍັງ​ກ່າວ​ປະນາມ​ຄວາມ​ຊົ່ວ​ຊ້າ​ອະທຳ​ຂອງ​ພວກ​ທີ່​ມີ​ອຳນາດ​ໂດຍ​ຜ່ານ​ຕົວ​ລະ

ຄອນ​ຊາ​ແວ.

4.  ຕາບ​ໃດ​ຍັງ​ມີ​ຄວາມທຸກ​ຈົນ​ຢູ່​ບົນ​ໂລກ​ນີ້, ນະວະນິຍາຍ​ຜູ້​ທຸກ​ຈົນ ຍັງ​ມີ​ຄຸນຄ່າ​ຢູ່, ນັ້ນກໍ່​ເພາະວ່າ: ນະ

ວະ​ນິຍາຍ​ມີ​ລັກສະນະ​ເພີນ​ຈິດ​ກ້າວ​ໜ້າ ​ແລະ ​ໃສ່​ອງ​ແສງ​ສັງຄົມ​ຝຣັ່ງ​ໃນ​ສະ​ໃໝ​ນັ້ນ​ໄດ້​ຢ່າງ​ກວ້າງ

ຂວາງ ​ແລະ ​ເລິກ​ເຊິ່ງ.

5.  ​ເນື້ອ​ໃນ​ຕອນ​ຄັດ ບັນຫາ​ນ້ຳ​ທີ່​ເມືອງ​ມົງ​ແຟກ​ໄມ ​ເນື້ອ​ໃນ​ເວົ້າ​ເຖິງ​ຄວາມ​ທຸ​ຍາກ​ລຳບາກ​ຂອງ​ໂກ​ແຊັດ

ທີ່​ຕົກ​ເປັນ​ທາດ​ຮັບ​ໃຊ້​ໃຫ້​ແກ່​ຄອບຄົວ​ເຕນາກ​ດີ​​​ເອທີ່​ໂຫດຮ້າຍ, ສອງຜົວ​ເມຍ​ຍັງ​ບັງຄັບ​ໃຫ້​ໂກ​ແຊັດ

ຮັບ​ໃຊ້​ທຸກ​ຢ່າງ ​ແລະ ​ໄຮ້​ມະນຸດສະທຳ, ການ​ຄ້າຂາຍ​ຫງາຍ​ມື​ຂອງ​ພວກ​ເຂົາ ​ແມ່ນ​ບົນ​ຄວາມທຸກ

ຍາກ​ລຳບາກ​ຂອງ​ໂກ​ແຊັດ.

6.  ກີເດີ​ໂມ​ປັດ​ຊັງ​ເກີດ​ເມື່ອ​ວັນ​ທີ 5/8/1850 ​ໃກ້​ເມືອງ​ດຽບ​ເປີ, ​ແຂວງ​ກັອກ​ມັງ​ດີ​ຢູ່​ພາກ​ເໜືອ​ຂອງ​ປະ

​ເທ​ດຝຣັ່ງ.

7.  ​ໃນ​ເລື່ອງ ​ເອ້​ເພດ ນັກ​ປະພັນ​ຢາກ​ຕັກ​ເຕືອນ ​ແລະ ສັ່ງສອນ​ໃຫ້​ຄົນ​ທັງຫຼາຍ​ຮູ້​ກ່ຽວ​ກັບ​ຄວາມ​ທະ​ເຍີ້

ທະຍານ​ຂອງ​ຄົນ​ເຮົາ​ໃນ​ສິ່ງ​ທີ່​ບໍ່​ຖືກ​ຕ້ອງ ຍ່ອມ​ຈະ​ນຳ​ໄປ​ສູ່​ຄວາມທຸກ​ທໍລະມານ.

8.  ​ໃນ​ເລື່ອງ ​ເອ້​ເພດ ຕົວ​ລະຄອນ​ຊົວ​ແລນ ​ເປັນ​ຄົນ​ຕັກ​ທຸກ​ໄດ້​ຍາກ​ຍ້ອນ​ການ​ກະທຳ​ຈາກ​ແນວ​ຄິດ​ທີ່

ອວດອົ່ງ​ທະ​ນົງ​ຕົວ​ເກີນ​ໄປ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 6         ຂະໜານຕອບວັນນະຄະດີຊັ້ນ ມ4

  1. ​ເປັນ​ຫຍັງຈິ່ງ​ເວົ້າວ່າ ທ່ານ ​ໂຮ່ຈີ​ມິນ ນອກຈາກ​ເປັນ​ຜູ້ນຳ​ການ​ປະຕິວັດ​ທີ່​ຫຍິ່ງ​ໃຫຍ່​ແລ້ວ​ຍັງ​ເປັນ​ນັກ

ປະພັນ, ນັກ​ກະວີ​ອີກ​ດ້ວຍ?

2.  ປື້​ມປະມວນ​ບົດ​ກອນ ບັນ​ທຶກ​ໃນ​ຄຸກ ຂຽນ​ຂື້ນ​ພາຍ​ໃຕ້​ສະພາບ​ການ​ຄື​ແນວ​ໃດ?

3. ​ເນື້ອ​ໃນຕົ້ນຕໍ​ຂອງ​ປື້ມປະ​ມວນບົດ​ກອນ ບັນທຶກ​ໃນ​ຄຸກ​ເວົ້າ​ເຖິງ​ບັນຫາ​ໃດ​ແດ່?

4.  ​ເປັນ​ຫຍັງ​ຈິ່ງ​ເວົ້າວ່າ ປື້ມປະມວນ​ບົດ​ກອນ​ ບັນທຶກ​ໃນ​ຄຸກ ມີ​ສີ​ລະ​ປະການ​ແຕ່ງ​ດີ​ເດັ່ນ?

ຕອບຄຳຖາມບົດທີ 6

  1. ​ເພາະວ່າ​ທ່ານ​ປະທານ​ໂຮ່ຈີ​ມິນ​ເຄີຍ​ຂຽນ​ບົດ​ຂ່າວ​ລົງ​ໃນ​ໜັງສືພິມ ( ຜູ້​ຮ່ວມ​ທຸກ ) ທີ່​ປະ​ເທດ​ຝຣັ່ງ,

ຂຽນ​ເລື່ອງສັ້ນ, ລະຄອນ​ກ້ອມ ​ແລະ ບົດ​ວິຈານ​ການ​ເມືອງ. ສຳລັບ​ປະ​ເພດ​ກາບກອນ​ທ່ານ​ມີ​ຜົນ

ງານ​ຢ່າງ​ຫຼວງ​ຫຼາຍ​ເຊັ່ນ: ປ໊ມປະ​ໃວນບົດ​ກອນ ( ບັນທຶກ​ແຫກ​ຄຸກ ) ກອນ​ຂຽນ​ເປັນພາສາ​ຫ່ານ ​

​ແລະ ພາສາ​ຫວຽດ.

2.  ປື້​ມປະ​ມວນ​ບົດ​ກອນ​ ( ບັນທຶກ​ໃນ​ຄຸກ ) ທ່ານ​ປະທານ​ໂຮ່ຈີ​ມິນ ​ແຕ່ງ​ໃນ​ໄລຍະ​ທີ່​ພວກ​ຈຽງ​ໄຄ​ເຊັກ​

ຈັບ ​ແລ​ະ ຂັງ​ຄຸກ​ຢູ່​ຈີນ.

3.  ​ເນື້ອໃນຕົ້ນຕໍ​ຂອງ​ປື້ມປະ​ມວນບົດ​ກອນ ບັນທຶກ​ໃນ​ຄຸກ​ເວົ້າ​ເຖິງ 4 ບັນຫາ​ຄື:

ກ. ​ເວົ້າ​ເຖິງ​ຈິດ​ໃຈ​ແຂງ​ກ້າ, ອົດທົນ​ຜ່ານ​ຜ່າ​ຄວາມທຸກ​ທໍລະມານ, ​ເຊື່ອ​ໝັ້ນອະນາຄົດ​ອັນ​ໃສ​ແຈ້ງ

   ຂອງ​ການ​ປະຕິວັດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ.

ຂ. ​ເວົ້າ​ເຖິງ​ຄວາມ​ເຫັນ​​ໃຈ, ຄວາມ​ກະລຸນາ, ຄວາມ​ສົງສານ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ​ຕໍ່​ຜູ້ທຸກ​ຈົນ

   ​ແລະ ຜູ້​ຕົກ​ຢູ່​ໃນ​ໂຊກ​ຊາຕາກຳ​ອັນ​ດຽວ​ກັນ.

ຄ. ​ເວົ້າ​ເຖິງ​ການ​ກ່າວ​ປະນາມ​ໂດຍ​ກົງ​ຕໍ່​ເຈົ້າໜ້າ​ທີ່​ຈຽງ​ໄຄ​ເຊັກ​ທີ່​ໄຮ້​ຄວາມ​ເປັນ​ທຳ.

ງ. ​ເວົ້າ​ເຖິງ​ຈິດ​ໃຈ​ຮັກ​ທຳ​ມະ​ຊາດ​ຂອງ​ທ່ານ​ໂຮ່ຈີ​ມິນ.

   4. ປື້ມປະມວນ​ບົດ​ກອນ​ ບັນທຶກ​ໃນ​ຄຸກ ມີ​ສີ​ລະ​ປະການ​ແຕ່ງ​ດີ​ເດັ່ນ​ເພາະວ່າ: ບັນດາ​ບົດ​ກອນທີ່​ຂຽນ​ໃນ​

      ປື້​ມບົດ​ກອນ ( ບັນທຶກ​ໃນ​ຄຸກ ) ຂຽນ​ເປັນ​ພາສາ​ຫ່ານ ( ພາສາ​ຈີນ ), ​ແຕ່ງ​ຕາມ​ແບບ​ແຕ່ງ​ກອນ

      ມູນ​ເຊື້ອ​ຂອງ​ຈີນ, ກອນ​ແບບ​ນີ້​ພາສາ​ຫວຽດນາມ​ເອີ້ນ​ວ່າ: ຕື້​ຕວຽດ ມີ​ຄວາມ​ໝາຍວ່າ: 4 ຄຳ. ກອນ

      ປະ​ເພດນີ້​ຈຳກັດ​ຈຳນວນ​ຄຳ​ເວົ້າ, ຍ້ອນ​ແນວ​ນັ້ນຜູ້​ແຕ່ງ​ຕ້ອງ​ຮູ້​ເລືອກ​ຄຳ​ສັບ​ເລິກ​ເຊິ່ງ, ຊັດ​ເຈນ, ມ່ວນ.

      ວິທີ​ພັນ​ລະ​ນາ​ຕົວ​ລະຄອນ, ພັນ​ລະ​ນາ​ພາບ​ເປັນຕົ້ນ​ແມ່ນ​ພັນ​ລະນາ​ແສ​ງຈັນ​ຄ້າຍຄື​ກັບ​ການພັນ​ລະນາ

      ກອນ​ຜະຫຍາ ​ແລະ ກອນ​ສຸພາ​ສິດ​ຫວຽດນາມ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 5     ຂະໜານຕອບວັນນະຄະດີຊັ້ນ ມ4

  1. ຈຸດ​ພົ້ນ​ເດັ່ນ​ຂອງ​ສະພາບ​ການ​ປະຫວັດສາດ​ທີ່​ສະ​ແດງ​ອອກ​ໃນ​ບົດ​ບັນທຶກ​ແຫກ​ຄຸກ​ມີ​ຫຍັງ​ແດ່?.
  2. ວັນ,​ເດືອນ,ປີ​​ໃດ? ຜູ້ນຳ​ເຂົ້າຄຸກ ​ແລະ ​ໂຕນ​ຄຸກ?.
  3. ຍ້ອນ​ສາ​ເຫດ​ອັນ​ໃດ, ຜູ້ນຳ​ຈິ່ງ​ສາມາດ​ແຫກ​ຄຸກ​ໄດ້?.
  4. ​ເນື້ອ​ໃນ​ຂອງ​ບົດ​ບັນ​ທຶກ​ແຫກ​ຄຸກ ຕອນ​ຄັດ ​ເວົ້າ​ເຖິງ​ຫຍັງ?.

ຕອບຄຳຖາມບົດທີ 5

  1. ຈຸດ​ພົ້ນ​ເດັ່ນ​ຂອງ​ສະພາບ​ການ​ປະຫວັດສາດ​ທີ່​ສະ​ແດງ​ອອກ​ໃນ​ບົດ​ບັນທຶກ​ແຫກ​ຄຸກ​ມີ​ຄື ຫຼັງ​ຈາກ​ສັດຕູ​

​ໄດ້​ຈັບກຸມ​ບັນດາ​ຜູ້ນຳ​ແນວ​ລາວ​ຮັກ​ຊາດ​ຈຳນວນ 16 ທ່ານ​ໄປ​ຄຸມ​ຂັງ​ທີ່​ຄຸກ​ໂພນ​ເຄັງ​ສະພາບ​ໃນ​ນະ

ຄອນ​ຫຼວງ​ວຽງ​ຈັນ​ມີ​ການ​ປ່ຽນ​ແປງ​ໄປ​ເຮັດ​ໃຫ້​ກະ​ແສ​ຟອງ​ແຫ່ງ​ຄວາມ​ຄຽດ​ແຄ້ນ​ຂອງ​ບັນດາ​ກຳລັງ​ຮັກ

ຊາດ​ຮັກ​ອິດສະຫຼະພາບ​ຄື ພະສົງ, ນັກຮຽນ, ນັກ​ສຶກສາ, ປັນຍາ​ຊົນ, ຂ້າລາຊະການ ​ແລະ ປະຊາ

ຊົນ​ທົ່ວ​ໄປ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ໄດ້​ຟົດ​ເດືອດ​ຂື້ນ​ສູ່​ລະດັບ​ສູງ. ດ້ວຍ​ຄວາມ​ສະຫຼາດ ​ແລະ ມີ​ພິບ

​ໃຫວຄ່ອງ​ແຄ້ວ​ຂອງ​ບັນດາ​ທ່ານ​ຜູ້ນຳ​ປະຕິວັດ, ​ແນວທາງ​ອັນ​ຖືກຕ້ອງ ​ແລະ ​ເປັນ​ທຳ​ຂອງ​ການ​ປະ

ຕິ​ວັດ. ບັນດາ​ທ່ານ​ຜູ້ນຳ​ໄດ້​ຂນຂວາ​ຍ​ເອົາ​ສາລະວັດ​ທະຫານ​ຜູ້​ເຝົ້າຍາມ​ຄຸກ​ນັ້ນຈຳນວນ 9 ຄົນ​ແຫກ

ຄຸກ​ອອກ​ໃນ​ຄ່ຳ​ຄືນ​ວັນ​ທີ 24 ພຶດສະພາ 1960 ​ໄດ້​ຢ່າງ​ປອດ​ໄພ.

2. ຜູ້ນຳ​ເຂົ້າຄຸກ ວັນ​ທີ 28/7/1959 ​ແລະ​ໂຕນ​ຄຸກ ວັນ​ທີ 24/5/1960.

3.  ຍ້ອນ​ວ່າ: ຄວາມ​ສາມາດ​ສະຫຼາດ​ຫຼັກ​ແຫຼມ ​ແລະ ພິບ​ໃຫວຂອງ​ຜູ້ນຳ​ປະຕິວັດ​ທີ່​ສາມາດ​ຂົນຂວາຍ

​ເອົາ​ສາລະວັດ​ທະຫານ​ຜູ້​ເຝົ້າຍາມ​ຄຸກ​ຂອງ​ຝ່າຍ​ປະຕິ​ການ​ວຽງ​ຈັນ.

4.   ​ເນື້ອ​ໃນ​ລວມຂອງ​ບົດ​ບັນທຶກ​ຕອນ​ຄັດ​ດ​ເວົ້າ​ເຖິງ ການ​ກ່າວ​ປະນາມ​ການ​ກະທຳ​ຂອງ​ສັດຕູ​ທີ່​ໄດ້​ປິດ​

ລ້ອມ ​ແລະ ຈັບ​ກຸ​ມບັນດາ​ຜູ້ນຳ ​ແນວ​ລາວ​ຮັກ​ຊາດ​ເຂົ້າຄຸກ, ຄວາມ​ຄຽດ​ແຄ້ນ​ຂອງ​ຊາວ​ເມືອງ​ວຽງ

ຈັນ ຕໍ່​ກັບ​ການ​ກະທຳ​ດັ່ງກ່າວ ​ແລະ​ ​ເວົ້າ​ເຖິງ​ຄວາມ​ພະຍາຍາມ​ຂອງ​ຜູ້ນຳ​ປະຕິວັດ​ໃນ​ການ​ຍຶດໝັ້ນ

ຄັນ​ທຸງ​ກູ້​ຊາດ​ຕ້ານ​ອາ​ເມ​ລິ​ກາ, ​ເຮັດ​ໃຫ້​ກະ​ແສ​ຟອງ​ແຫ່ງ​ຄວາມ​ຄຽດ​ແຄ້ນ​ຂອງ​ບັນດາ​ກຳລັງ​ຮັກ​ຊາດ

ຮັກ​ອິດສະຫຼະພາບ​ຄື: ພະສົງ, ນັກຮຽນ, ນັກ​ສຶກສາ, ຂ້າລາຊະການ ​ແລະ ປະຊາຊົນ​ທົ່ວ​ນະຄອນ

ຫຼວງ​ວຽງ​ຈັນ ​ໄດ້​ຟົດ​ເດືອດ​ຂື້ນ​ສູ່​ລະດັບ​ສູງ. ມີ​ການຈັດຕັ້ງ​ໂຮມ​ຊຸມນຸມ​ກ່າວ​ປະນາມ​ໂທດ​ກຳ​ຂອງ​ພວກ

​ເຂົາ, ທວງ​ໃຫ້​ປ່ອນ​ຍທ່ານ​ຜູ້ນຳ, ​ໃຫ້​ຢຸດຕິ​ການ​ປາບ​ປາມ ​ແລະ ອື່ນໆ ດັ່ງນັ້ນ, ຄວາມ​ວຸ້ນວາຍ​ຂອງ

ພວກ​ສັດຕູ​ມີ​ການ​ຂັດ​ແຍ້​ງ​ເຊິ່ງກັນ ​ແລະ ກັນ, ​ເກີດ​ການ​ຕີ​ກັນ ​ແລະ ຂ້າ​ກັນ​ຂອງ​ພວກ​ທະຫານ, ຕຳ

ຫຼວດ, ກຳມະກອນ ​ແລະ ອື່ນໆ ​ແຕ່​ຍ້ອນ​ຄວາມ​ສະຫຼາດ​ຫຼັກ​ແຫຼມ​ທີ່​ສາມາດ​ຂົນຂວາຍ​ເອົາ​ສາລະວັດ

ທະ​ຫານ​ຜູ້​ເຝົ້າຍາມ​ຄຸກ​ຈຳນວນ 9 ຄົນ, ​ໄດ້​ພາ​ບັນດາ​ທ່ານ​ຜູ້ນຳ​ປະຕິວັດ​ແຫກ​ຄຸກ​​ໂພນ​ເຄັງ​ອອກ​ໄປ​ສູ່

​ເຂດ​ທີ່​ໝັ້ນຂອງ​ການ​ປະຕິວັດ​ໄດ້​ຢ່າງ​ປອດ​ໄພ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 4        ຂະໜານຕອບວັນນະຄະດີຊັ້ນ ມ4

  1. ນະວະນິຍາຍກອງພັນທີສອງເຫຼັ້ມ I ຕອນທີ 8 ມີເນື້ອໃນເວົ້າເຖິງຫຍັງ?
  2. ຕອນທີ 8 ມີຕົວລະຄອນສຳຄັນໃດແດ່? ມີການເຄື່ອນໃຫວແນວໃດ?
  3. ຍ້ອນຫຍັງກອງພັນທີສອງ ຈິ່ງສາມາດຜ່າວົງປິດລ້ອມຂອງສັດຕູໄປຫາເຂດທີ່ໝັ້ນຢ່າງປອດໄພ?
  4. ເມື່ອອ່ານຕອນສະຫາຍຄຳໝັ້ນ ແລະ ນາງສົມພອນ ອຳລາກັນນ້ອງມີຄວາມຮູ້ສຶກແນວໃດ?

ຕອບຄຳຖາມບົດທີ 4

  1.    ນະວະນິຍາຍກອງພັນທີສອງຕອນທີ8 ເຫຼັ້ມທີໜຶ່ງ ມີເນື້ອໃນເວົ້າເຖິງ ອ້າຍນ້ອງກອງພັນທີສອງ

ໃນເວລາຢູ່ໃນກຳມີຂອງສັດຕູທີ່ທົ່ງໄຫຫີນແມ່ນຕໍ່ສູ້ກັບສັດຕູຄັ້ງໃຫຍ່ຫຼວງດ້ວຍສະຕິປັນຍາຢ່າງມີພິບ

ໃຫວ ແລະ ມີລັກສະນະຕັດສິນໄຊຊະນະໃນການຜ່າວົງປິດລ້ອມຂອງສັດຕູ ເຖິວ່າຈະຢູ່ໃນວົງປິດລ້ອມ

ອັນແໜ້ນໜາຂອງສັດຕູພຽງໃດກໍ່ຕາມ ແຕ່ຍ້ອນຫຼັກໝັ້ນປະຕິວັດ, ນ້ຳໃຈອົງອາດກ້າຫານ ມີພິບໃຫວ

ຄ່ອງແຄ້ວ, ບໍ່ຍອມຈຳນົນສັດຕູ ແລະ ຍັງເດັດດ່ຽວຕີຕ້ານມັນຄືນ. ເຖິງຈະບໍ່ສູ້ດ້ວຍກຳລັງອາວຸດໄດ້

ແຕ່ກໍໃຊ້ທຸກສະຕິປັນຍາ ເພື່ອລອດພົ້ນອອກຈາກວົງປິດລ້ອມ ໂດຍບໍມີສຽງປືນແຕກແຕ່ໄດ້ຮັບໄຊຊະ

ນະ ແລະ ປອດໄພ.

2.     ຕອນທີ 8 ມີຕົວລະຄອນສຳຄັນຄື: ທ່ານທ້າວຕູ້, ສະຫາຍ ຈຳນຽນ, ສະຫາຍບົວຄຳ, ຄຳໝັ້ນ,

ຄຳແດງ, ນາງ ສົມພອນ, ນາງໂສພາ. ມີການເຄື່ອນໃຫວຄື: ສາມາດວາງແຜນການອັນແນບນຽນ

ມີພິບໃຫວ, ສະຫຼຽວສະຫຼາດສາມາດນຳພາອ້າຍນ້ອງກອງພັນທີສອງ ພ້ອມດ້ວຍຄອບຄົວລູກເມຍຂອງ

ພະນັກງານຖອນອອກຈາກທົ່ງໄຫຫີນໄດ້ຢ່າງປອດໄພ.

3.   ກອງພັນທີສອງສາມາດຜ່າອອກຈາກວົງປິດລ້ອມຂອງສັດຕູ ໄປຫາເຂດທີ່ໝັ້ນຢ່າງປອດໄພຍ້ອນ

ວ່າ: ຄວາມສະຫຼຽວສະລາດ ແລະ ພິບໃຫວຂອງກອງບັນຊາການ ແລະ ອ້າຍນ້ອງກອງພັນທີສອງ

ທີ່ສາມາດເຈລະຈາກັບທະຫານຝ່າຍຂວາວຽງຈັນ.

4.     ເມື່ອອ່ານຕອນສະຫາຍຄໍາໝັ້ນ ແລະ ນາງສົມພອນ ອໍາລາກັນຮູ້ສຶກວ່າ: ຄວາມຮັກລະຫວ່າງ

ບ່າວ - ສາວ ທີ່ສະແດງອອກໃນບົດເປັນຄວາມຮັກທີ່ຈິງໃຈ, ເລິກເຊິ່ງ ແລະ ມັນຕິດພັນກັບໜ້າທີ່

ວຽກງານຂອງແຕ່ລະຄົນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 3       ຂະໜານຕອບວັນນະຄະດີຊັ້ນ ມ4

  1. ປະຫວັດ ​ແລະ ຜົນງານ​ການ​ປະດິດ​ແຕ່ງ​ຂອງ​ນັກ​ກະວີ​ມີ​ຄື​ແນວ​ໃດ?
  2. ຈົ່ງ​ອ່ານ ​ແລະ ອະທິບາຍ​ຄວາມ​ໝາຍ​ຂອງ​ກອນ​ລຳ

ແນວ​ໂຮມ​ລາວ, ມີ​ຈິດ​ໃຈ​ແກ່ນ​ໝັ້ນ           ພັນທະ​ພາບ​ພະລາດອນ

         ກຳມະກອນຊາວນາ                         ພັກນຳພາຊີ້

         ສາມັກຄີປົກປ້ອງ                           ພະຈັນເພັງປະເທດຊາດ

         ພັດທະນາກໍໍ່ສ້າງ                           ບ້ານເມືອງໃຫ້ຮຸ່ງເຮືອງ

            ໃຫ້ລາວຫັນປ່ຽນເບື້ອງ                    ຟ້ອນໃສ່ສຽງແຄນ

         ຟ້ອນແບບລາວລຳແຟນ                      ຜ່ານສາມຈັ່ງຫວະຟ້ອນ

         ຈັ່ງຫວະໜຶ່ງອອກກ່ອນ                       ແມ່ນຟ້ອນວາງແຜນການ

         ຈັ່ງຫວະສອງວຍກງານ                       ແມ່ນຟ້ອນລົງມືເຮັດ

            ຈັ່ງຫວະສາມສໍາເລັດ                     ແມ່ນຟ້ອນຖອດບົດຮຽນ

         ແລ້ວກໍ່ຟ້ອນໝູນວຽນ                        ມາວາງແຜນການໃໝ່

         ຟ້ອນຂື້ນສູງຊັກໃຊ້                          ບໍ່ມີມື້ຖອຍຫລັງ

         ປຸກລະດົມກຳລັງ                           ເຜົ່າລາວໂຮມເຕົ້າ

            ຈັ່ງວ່າຈົດຈໍາເຂົ້າ                        ແຄນລາວຮີບເປົ່າ

         ປາກເປົ່າເຕົ້າ                              ມືເຈົ້າໃຫ້ເຄື່ອນໃຫວ

         ສະແດງອອກໃຫ້ໄດ້                       ປາກວ່າມືເຮັດ

         ໃຫ້ເຖິງຜົນສຳເລັດ                        ບໍ່ປ່ອຍວາງມືລ້າ

            ບໍ່ຍອມປະມືໄວ້                        ແບຫງາຍດາຍເປົ່າ

         ປາກເປົ່າເຕົ້າ                            ມືເຈົ້າກໍບໍ່ເຊົາ

         ແຄນໃຫຍ່ເຕົ້າ                           ປາກເປົ່າມືນັບ

         ເອົາສອງມືໂຈມຈັບ                        ນັບແຄນຫລາຍດິ້ວ

            ສອງມືມີສິບນິ້ວ                        ປະສານແຮງໂຮມໝູ່

         ຮູບແຄນລາວລັກສະນະຕໍ່ສູ້                  ຍາວສັ້ນດັ່ງປືນ

         ສຽງແຄນລາວດັງສະເນືອນຟົດຟື້ນ             ສັດຕູຕື່ນຕົກໃຈ

         ສຽວແຄນຍຸກສະໃໝ                       ໃໝ່ລາວດັງກ້ອງ.

3. ເນື້ອໃນຂອງກອນລຳແຄນລາວບໍ່ລືມເຕົ້າເວົ້າເຖິງຫຍັງ?

ຕອບຄຳຖາມບົດທີ 3

  1.  ປະຫວັດ ແລະ ຜົນງານການປກະດິດແຕ່ງຂອງນັກກະວີມີຄື:

ທ່ານໂສມສີ ເດຊາຄຳພູ ມີນາມປາກກາວ່າ ສ. ເດຊາ ເກີດເມື່ອວັນທີ 27 ສິງຫາ 1926 ຈັ່ງຫວັດ

   ອຸບົນ ປະເທດໄທ ຈາກນັ້ນທ່ານໄດ້ຍ້າຍມາຢູ່ແຂວງ ຈຳປາສັກ ປະເທດລາວ. ເບື້ອງຕົ້ນທ່ານໄດ້ບວດ

   ແລະ ໄປຮຽນຢູ່ບາງກອກເປັນເວລາ 3 ປີ. ຈາກນັ້ນທ່ານກັບຄືນປະເທດດ້ວຍສາມະເນນ ແລ້ວທ່ານກໍ

   ເລີ່ມຮຽນວິທີແຕ່ງກອນນໍາຄູບາ - ອາຈານ ເວລາອາໃສຢູ່ວັດທ່ານພົບກັບຂະບວນແນວລາວອິດສະຫຼະ

   ຢູ່ທາງພາກໃຕ້, ເບື້ອງຕົ້ນທ່ານເຮັດວຽກນຳໜັງສືພິມລາວອິດສະຫຼະປະຈຳພາກໃຕ້ຂອງລາວທັງເປັນສະ

   ໝຽນແກ່ທ່ານ ສີທົນ ກົມມະດໍາ.

      ຮອດປີ 1950 ກອງປະຊຸມໃຫຍ່ແນວລາວອິດສະຫຼະ ໄຂຂື້ນຢູ່ຊຳເໜືອ ແລະ ທ່ານກໍ່ໄດ້ຮັບໜ້າທີ່

   ໂຄສະນາອົບຮົມຂອງສູນກາງວຽກງານໜັງສືພິມ ລາວອິດສະຫຼະ ລົງເລິກດ້ານການແຕ່ງກອນ.

      ປີ 1961 – 1971 ຮັບຜິດຊອບວຽກງານຄົ້ນຄວ້າວິທະຍາສາດ.

      ປີ 1972 – 1976 ຢູ່ໃນຄະນະຮັບຜິດຊອບວຽກງານສຶກສາສູນກາງ.

      ປີ 1981 – 1988 ເປັນຮອງລັດຖະມົນຕີ ກະຊວງວັດທະນະທຳ.

            ບົດກອນທຳອິດຂອງເພິ່ນແມ່ນ: ເປັນຄົນຊາດໃດຕ້ອງຮັກຊາດນັ້ນ ປີ 1964, ຈາກນັ້ນທ່ານ

   ກໍ່ໄດ້ສືບຕໍ່ແຕ່ງບົດກອນຢ່າງຫຼວງຫຼາຍ, ບົດກອນໄລຍະນີ້ມີ: ໝໍຢານົກກະຊຸມ, ສຽງເພງຍາມເດິກ, ຕ້ອນ

   ຮັບວັນທີ 12 ຕຸລາ ແລະ ຈົດຈຳບຸນຄຸນຂອງທ່ານ ໂຮ່ຈີມິນ.

      ນອກນັ້ນຍັງມີປື້ມກອນລຳ ຍ່າງສອງຂາເອົາຕາໄປກ່ອນ ໃນປຶ້ມກອນລຳຍັງມີບົດກອນລຳຫຼາຍບົດ

   ລວມຢູ່ນຳເຊິ່ງພິມອອກໃນປີ 1982 ໂດຍສະເພາະກອນລຳ ແຄນລາວບໍ່ລືມເຕົ້າ ນອກນີ້ທ່ານຍັງແຕ່ງ

   ບົດກອນດ ໂຄງ, ສານຕ່າງໆ ອອກເປັນຈຳນວນຫຼວງຫຼາຍ.

      ທ່ານໂສມສີ ເດຊາຄຳພູ ໄດ້ຮັບລາງວັນນັກກະວີ ຊິໄຣ ປະຈຳປີ 2001 ດ້ວຍບົດກອນລຳປະຫວັດ

   ສາດ ພິກແຜ່ນດິນປີ້ນແຜ່ນຟ້າ ຢາກເຫັນໜ້າໃຫ້ເບິ່ງຫຼັງ ເປັນຊຸດທີ່ໂດງດັງແກ່ນັກກະວີທ່ານນີ້ ຕັ້ງແຕ່

   ສະໃໝຕໍ່ສູ້ຈົນເຖິງປັດຈຸບັນ.

2.     ຄວາມໝາຍຂອງກອນລຳຕອນນີ້ເວົ້າເຖິງ: ປະຊາຊົນລາວ, ພະນັກງານ, ກຳມະກອນຊາວນາ ແລະ

ພໍ່ຄ້າຊາວຂາຍຍ້ອນມີພັກນຳພາສາມັກຄີກັນປົກປັກຮັກສາ ແລະສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີ

ວິໄລໄປພ້ອມໆ ກັບຄວາມສາມັກຄີຂອງປວງຊົນລາວ ແລະ ມີການວາງແຜນການຫັນທິດທາງໄປ

ຕາມຍຸດທະສາດຄື: ມີພາກທິດສະດີ ແລະ ປະຕິບັດຕົວຈິງໃຫ້ໄດ້ຜົນສຳເລັດທຸກວຽກງານ.

3.    ເນື້ອໃນຂອງກອນລໍາ ແຄນລາວບໍ່ລືມເຕົ້າ ເວົ້າເຖິງຄວາມສາມັກຄີຂອງປະຊາຊົນລາວ ມາປຽບ

ທຽບໃສ່ກັບແຄນ ເຊິ່ງເປັນເຄື່ອງດົນຕີປະຈຳຊາດ ໃຫ້ປະຊາຊົນລາວມີຄວາມສາມັກຄີ ເໝືອນກັບລູກ

ແຄນທີ່ປະສານກັນອອກມາມີສຽງທີ່ມ່ວນ ແລະ ອອນຊອນ ແລະ ເວົ້າເຖິງການປຸກລະດົມ, ເຕົ້າໂຮມ

ປະຊາຊົນລາວໃຫ້ມີຄວາມາມັກຄີກັນ ເພື່ອພ້ອມກັນປົກປັກຮັກສາ, ສ້າງສາປະເທດຊາດໃຫ້ວັດທະນາ

ຖາວອນເປັນສ່ວນໜຶ່ງທີ່ສຳຄັນ ເພື່ອປະກອບສ່ວນສ້າງຄົນໃໝ່ດ້ານສະຕິປັນຍາ ແລະ ຈິດໃຈເບີກບານ

ມ່ວນຊື່ນສົດໃສ. ສ້າງໃຫ້ຄົນລາວຮຸ່ນໃໝ່ ມີຄວາມສາມັກຄີພາຍໃນຊາດ ແລະ ປົກປັກຮັກສາມູນເຊື້ອ

ສິລະປະວັນນະຄະດີອັນດີງາມຂອງຊາດໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 2        ຂະໜານຕອບວັນນະຄະດີຊັ້ນ ມ4

  1. ເນື້ອໃນຂອງກອນເມືອງລາວສວຍງາມຮັ່ງມີເວົ້າເຖິງຫຍັງ?
  2. ກອນບົດນີ້ແບ່ງອອກເປັນຈັກຕອນ? ແຕ່ລະຕອນເວົ້າເຖິງຫຍັງ?
  3. ເມື່ອອ່ານກອນນີ້ແລ້ວພວກນ້ອງມີຄວາມຮູ້ສຶກແນວໃດ?
  4. ກອນ ເມືອງລາວສວຍງາມຮັ່ງມີ ຂອງທ່ານ ພູມີ ວົງວິຈິດ ທີ່ພັນລະນາເຖິງດອກໄມ່ປ່າ, ສັດປ່າ

ແລະ ທົ່ງນາ ມີແນວໃດ?

ຕອບຄຳຖາມບົດທີ 2

  1. ເນື້ອໃນຂອງບົດກອນເມືອງລາວສວຍງາມຮັ່ງມີ ເວົ້າເຖິງຄວາມສວຍສົດງົດງາມຂອງທຳມະຊາດ,

ຄວາມອຸດົມຮັ່ງມີທາງຊັບພະຍາກອນທຳມະຊາດ ແລະ ມູນເຊື້ອວັດທະນະທຳຂອງຊາດລາວ.

2. ບົດກອນນີ້ແບ່ງອອກເປັນ 5 ຕອນແຕ່ລະຕອນມີເນື້ອໃນດັ່ງນີ້:

  • ຕອນທີ1 ເວົ້າເຖິງທີ່ຕັ້ງຂອງປະເທດລາວ.
  • ຕອນທີ2 ເວົ້າເຖິງຄວາມອຸດົມຮັ່ງມີ ແລະຄວາມສວຍສົດງົດງາມຂອງທຳມະຊາດຂອງລາວ.
  • ຕອນທີ3 ເວົ້າເຖິງມູນເຊື້ອວັດທະນະທຳອັນເກົ່າແກ່ ( ວັດຖຸບູຮານ ) ແລະ ຄວາມອຸດົມຮັ່ງມີ

       ທາງດ້ານບໍ່ແຮ່ຂອງລາວ.

  • ຕອນທີ4 ​ເວົ້າ​ເຖິງ​ການ​ຮຸກ​ຮານ​ຂອງ​ຈັກກະພັດ​ຝຣັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ​ຕໍ່​ປະຊາ​ຊັນ

       ລາວ.

  • ຕອນ​ທີ5 ເວົ້າເຖິງປະຊາຊົນໄດ້ສາມັກຄີເປັນຈິດໜຶ່ງໃຈດຽວກັນລຸກຂື້ນຕໍ່ສູ້ຕ້ານຈັກກະພັດຝຣັ່ງ

       ແລະ ຈັກກະພັດອາເມລິກາເພື່ອກອບກູ້ເມືອງລາວ.

3. ​ເມື່ອ​ອ່ານ​ບົດ​ກອນ​ນີ້​ແລ້ວພວກ​ນ້ອງ​ມີ​ຄວາມ​ຮູ້ສຶກ​ວ່າ: ບົດ​ກອນ​ດັ່ງກ່າວ​ເປັນ​ກອນ​ລຳ​ເຍີ້ນ​, ມີ​ການ​

ສຳ​ພັດ​ນອກ ​ແລະ ສຳ​ພັດ​ໃນ, ​ໃຊ້​ສຳ​ທີ່​ເຂົ້າ​ໃຈງ່າຍ, ມ່ວນ ​ແລະ ມີ​ຮູບ​ພາບ.

4. ກອນ ​ເມືອງ​ລາວ​ສວຍ​ງາມ​ຮັ່ງມີ ຂອງ​ທ່ານ ພູມີ ວົງ​ວິຈິດ ທີ່​ພັນ​ລະນາ​ເຖິງ​ດອກ​ໄມ້​ປ່າ, ສັດປ່າ

​ແລະ ທົ່ງ​ນາ​ມີ​ດັ່ງ​ນີ້:

        ເດືອນ​ຍີ່​ສາມ​ສີ່​ເຕົ້າ                    ​ເອົ້າອຸ່ນ​ລະດູບານ

​ແສນ​ສ່ຳ​ປານ​ມາລາ                           ​ເບີກ​ເບີຍ​ບານ​ແຍ້ມ

ສີ​ດ່າງ​ແດງ​ດຳ​ແຫ້ມ                          ​ເຫລື​ອງກະຈາຍ​ເຕັມ​ປ່າ

​ເໝືອນ​ດັ່ງ​ດາວ​ສ່ອງ​ຟ້າ                        ປະດາ​ເຫລື້​ອ​ມ​ເຮື່ອ​ເຮືອງ.

        ມີ​ງົວ​ຄວາຍ​ທັງ​ໝູ                     ມູ່ກະທິງ​ເຍືອງ​ແບ້

ອໍ​ແອ​ເຕັມ​ດົງ​ກວ້າງ                           ກວາງ​ຟານ​ມ້າ​ມັ່ງ

ມີ​ທັງ​ເສືອ​ແຮດ​ຊ້າງ                           ໝີ​ເໝັ້ນຄ່າງ​ທະນີ

ກະຕ່າຍ​ແລ່ນ​ລິ່ນ​ລີ້                           ໝີ​ໝູ່​ລີງ​ເຫງັນ

ຝູງ​ກະ​ເລັນ​ງູ​ເຫລືອມ                          ​ເຕົ່າ​ກະ​ແຕ​ແມງ​ໄມ້.

        ​ເຖິງ​ເມື່ອ​ຍາມ​ແດດ​ຕ້ອງ                ລະດູ​ດ່ານ​ເດືອນ​ສິບ​ສອງ

ຕາ​ລ່ຳມອງ​ຍັງ​ແຖວ                           ທົ່ງ​ນາ​ຕອນ​ເຊົ້າ

ຈັ່ງ​ແມ່ນ​ງາມ​ຮວງ​ເຂົ້າ                         ​ເຫລືອງ​ລຽນ​ເປັນ​ແຜ່ນ

ຕະຫລອດ​ໄປ​ທົ່ວ​ແຄວ້ນ                       ສະ​ເຫມີ​ປັ້ນປ່ຽງ​ຄຳ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 1      ຂະໜານຕອບວັນນະຄະດີຊັ້ນ ມ4

1.  ວັນນະຄະດີລາວປັດຈຸບັນກຳເນີດ ແລະ ຂະຫຍາຍຕົວຜ່ານຈັກໄລຍະ, ຄືໄລຍະໃດແດ່? ຈົ່ງ

    ອະທິບາຍ.

2.  ໄລຍະແຕ່ປີ 1893 – 1954 ມີບົດວັນນະຄະດີປະເພດໃດແດ່? ນັກຂຽນສະໝັກຫຼິ້ນໄລຍະນີ້ມີໃຜແດ່?

3.  ໄລຍະແຕ່ປີ 1955 – 1975 ວັນນະຄະດີລາວຂະຫຍາຕົວຄືແນວໃດ? ບັນດານັກປະພັນນັກກະວີປະຕິ

    ວັດມີໃຜແດ່?

4.  ໄລຍະແຕ່ປີ 1976 ເປັນຕົ້ນມາວັນນະຄະດີລາວມີການຂະຫຍາຍຕົວຄືແນວໃດ? ບັນດານັກຂຽນຮຸ່ນໃໝ່

    ມີໃຜແດ່?

ຕອບຄຳຖາມບົດທີ 1

  1.  ວັນນະຄະດີປັດຈຸບັນກໍາເນີດ ແລະ ຂະຫຍາຍຕົວຜ່ານ 3 ໄລຍະທີ່ແຕກຕ່າງກັນຄື:
  •  ໄລຍະທີ 1 ແຕ່ປີ 1983 – 1954 ວັນນະຄະດີໄລຍະນີ້ໄດ້ກໍາເນີດ ແລະ ຂະຫຍາຍຕົວຕາມ

ສອງກະແສຄື: ກະແສວັນນະຄະດີທີ່ມີລັກສະນະລອກແບບຈາກວັນນະຄະດີຝຣັ່ງ ແລະ ກະແສ

ວັນນະຄະດີຮັກຊາດ.

  •  ໄລຍະທີ 2 ແຕ່ປີ 1955 – 1975 ວັນນະຄະດີໄລຍະນີ້ກຳເນີດ ແລະ ຂະຫຍາຍຕົວຢູ່ສອງ

ເຂດຄື: ເຂດສັດຕູຄວບຄຸມຊົ່ວຄາວ ແລະ ເຂດປົດປ່ອຍ.

  • ໄລຍະທີ 3 ແຕ່ປີ 1976 ເຖິງປັດຈຸບັນວັນນະຄະດີໄລຍະນີ້ກຳເນີດ ແລະ ຂະຫຍາຍຕົວບົນພື້ນ

ຖານການປົກປັກຮັກສາ, ການຟື້ນຟູ ແລະ ການກໍ່ສ້າງປະເທດຊາດ.

2. ໄລຍະທີ 1 ແຕ່ປີ 1983 – 1954 ມີບົດວັນນະຄະດີພະພຸດທະຮູບສັກສິດ, ບົດລະຄະອນບ້າຍົດ,

ບາບໄລ່ເວນທັນ, ບົດເພງຈຳປາເມືອງລາວ, ບົດເລື່ອງຄອຍລະນຶກທາງຫຼັງຄອຍລະວັງທາງໜ້າ ແລະ

ບົດເພງປະເທດລາວ. ຢູ່ໃນໄລຍະນີ້ບໍ່ມີນັກຂຽນສະໝັກຫຼິ້ນ.

3.  ໄລຍະທີ 2 ແຕ່ປີ 1955 – 1975 ວັນນະຄະດີຂະຫຍາຍຕົວຢູ່ສອງເຂດຄື: ວັນນະຄະດີເຂດຄວບ

ຄຸມຊົ່ວຄາວຂອງສັດຕູ ແລະ ວັນນະຄະດີເຂດປົດປ່ອຍ.

  • ວັນນະຄະດີເຂດຄວບຄຸມຊົ່ວຄາວຂອງສັດຕູມີສອງກະແສຄື: ວັນນະຄະດີສັດຈະທັດວິຈານ ແລະ

ວັນນະຄະດີທີ່ມີລັກສະນະເພີນຈິດ.

  • ວັນນະຄະດີເຂດປົດປ່ອຍຂະຫຍາຍຕົວສູງໃນລະດັບສູງ ແລະ ສ່ອງແສງຢ່າງກ້ວາງຂວາງນັບ

ທັງວັນນະຄະດີປະເພດຄຳຮ້ອຍກອງ ແລະ ຄຳຮ້ອຍແກ້ວ.

   ບັນດານັກປະພັນ, ນັກກະວີປະຕິວັດມີ: ທ່ານ ພູມີ ວົງວິຈິດ, ສີສະນະ ສີສານ, ອຸດຕະມະ

ຈຸນລະມະນີ, ໂສມສີ ເດຊາຄຳພູ, ຄຳມາ ພົມກອງ, ຄຳລຽງ ພົນເສນາ ແລະ ສຸວັນທອນ ບຸບ

ຜານຸວົງ.

4.    ໄລຍະປີ 1976 ເຖິງປັດຈຸບັນວັນນະຄະດີໄລຍະນີກຳເນີດ ແລະ ຂະຫຍາຍຕົວ ບົນພື້ນຖານການ

ປົກປັກຮັກສາ, ການຟື້ນຟູ ແລະ ການສ້າງສາປະເທດຊາດ, ພັກ ແລະ ລັດອຳນວຍຄວາມສະດວກ

ໃຫ້ຜູ້ສະຫງວນມັກການປະດິດແຕ່ງວັນນະຄະດີ.

   ວັນນະຄະດີໄລຍະນີ້ ມີວັນນະຄະດີຄໍາຮ້ອຍແກ້ວ ແລະ ຮ້ອຍກອງຂະຫຍາຍຕົວໄປພ້ອມໆ ກັນ

ພິເສດແມ່ນນະວະນິຍາຍຂະຫຍາຍຕົວແຮງກວ່າໝູ່.

  • ບັນດານັກຂຽນຮຸ່ນໃໝ່ມີ: ທອງຄຳ ອ່ອນມະນີສອນ, ພ. ພວງສະບາ, ທອງເສີຍ ໂຄດວົງສາ,

ອຸທິນ ບຸນຍາວົງ ແລະ ຜູ້ອື່ນໆ.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

 

ສາທາລະນະລັດ  ປະຊາທິປະໄຕ  ປະຊາຊົນລາວ

ສັນຕິພາບ  ເອກະລາດ  ປະຊາທິປະໄຕ  ເອກະພາບ  ວັດທະນາຖາວອນ.

˜˜˜˜˜˜¯¯™™™™™™

ແຂວງ ອັດຕະປື

ເມືອງ:……………………..                                      ເລກທີ:………/ນບ

ບ້ານ:…………………….                                        ວັນທີ:……………

ໃບຢັ້ງຢືນທີ່ຢູ່.

      ນາຍບ້ານ, ບ້ານ:…………………………..ເມືອງ:…………………….. ແຂວງ ອັດຕະປື

ຂໍຢັ້ງຢືນວ່າ: ທ້າວ / ນາງ :………………………………………..…………. ອາຍຸ:……..….ປີ

ສັນຊາດ:……............. ອາຊີບ:………………………………………………………………….

ປະຈຸບັນຢູ່ບ້ານ:…………………………………. ເຮືອນເລກທີ:………………. ໜ່ວຍ:………...

ໄດ້ຈົດເຂົ້າສຳມະໂນຄົວເລກທີ:……………………………….. ລົງວັນທີ:………………………..

ເມືອງ:………………………………………. ແຂວງ ອັດຕະປື.

ເຊິ່ງບຸດຂອງທ້າວ:………………………….... ແລະ ນາງ………………………………………

ທີ່ບ້ານ:………………………………. ເມືອງ:………………………. ແຂວງ:…………………

ປະຈຸບັນຢູ່ບ້ານ:………………………….. ເມືອງ:…………………….. ແຂວງ:……………….

      ຂໍຢັ້ງຢືນວ່າ: ຜູ້ກ່ຽວຢູ່ໃນຄວາມຣັບຜິດຊອບ ແລະ ຢູ່ພາຍໃຕ້ໃນອົງການຈັດຕັ້ງບ້ານຂອງພວກ

ເຮົາແທ້ຈິງ.

      ສະນັ້ນ, ຈິ່ງອອກໜັງສືສະບັບນີ້ ໃຫ້ແກ່ຜກູ້ກ່ຽວເພື່ອໃວ້ເປັນຫຼັກຖານ. 

ຖ້າຫາກວ່າ ຜູ້ກ່ຽວມີການເຄື່ອນໃຫວທີ່ບໍ່ຕໍໍ່ຕ້ານກັບອຳນາດການປົກຄອງ ແລະ ພ້ອມນັ້ນ ຍັງປະຕິບັດ

ຕາມລະບຽບກົດໝາຍຂອງລັດທີ່ໄດ້ວາງອອກຢ່າງເຂັ້ມງວດ ໄດ້ດີ, ຂໍໃຫ້ທາງອຳນາດການປົກຄອງຈົ່ງ

ໄດ້ອຳນວຍຄວາມສະດວກໃຫ້ແກ່ຜູ້ກ່ຽວຕາມທາງທີ່ຄວນດ້ວຍ.

 

                                    ວັນທີ:……./……../…………….

                                     ນາຍບ້ານ

      


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 63  |  ໜ້າຕໍ່ໄປ »