ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ວຽງຈັນ                   ຂີ້ຖີ່

ຜົ້ງສາລີ                   ຫລອກລວງ

ຊຽງຂວາງ               ມານຍາ

ຫລວງນ້ຳທາ           ກິນແຫ້ວ 

ບໍ່ແກ້ວ                     ມັກຕີກັນ

ຫົວພັນ                    ຫລາຍໃຈ

ຫົວໃຫຍ່                  ຫລວງພະບາງ

ແຂງກະດ້າງ            ໄຊຍະບູລີ

ນິໃສບໍ່ດີ                  ອຸດົມໄຊ

ບໍ່ຈິງໃຈ                   ນະຄອນຫລວງ

ຄົນຂວາງ                ບໍລິຄຳໄຊ

ເວົ້າໃຫຍ່                 ຄຳມ່ວນ

ເວົ້າກວນ                 ສະຫວັນນະເຂດ

ໜ້າສົມເພດ             ແຂວງເຊກອງ

ມັກຫລິ້ນຂອງ          ສາລະວັນ

ບໍ່ມັກນັນ                  ອັດຕະປື

ໂຄດຂີ້ດື້                  ແມ່ນຈຳປາສັກ 555

ຫົວໃຫ້ແດ່ເດີພີ່ນ້ອງ ອິອິອິ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.        

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

  ຢູ່ບ້ານແຫ່ງໜຶ່ງມີສອງສ່ຽວອາໃສຢູ່ ແລະ ຮັກແພງກັນຢ່າງມີຄວາມສຸກເຮັດຫຍັງກໍ່ຊ່ວຍເຫຼືອ

ເພິ່ງພາເຊິ່ງກັນ ແລະ ກັນ...ມີມື້ໜຶ່ງສອງສ່ຽວຊວນກັນໄປອາບນ້ຳສ່ຽວ ຫຼັກ ພັດມີເງິນ 20,000 ກີບ

ຕິດຖົງໂສ້ງໄປນຳ...

 ໃນເວລາອາບນ້ຳຢູ່ນັ້ນສ່ຽວ ຫຼັກຄິດຢາກອວດສ່ຽວ ແຫຼມວ່າໂຕມີເງິນ...ສ່ຽວຫຼັກ

ກໍ່ມຸດລົງພື້ນນ້ຳດົນເຕີບໂປໂລຂື້ນມາແລ້ວເວົ້າວ່າ:

 ສ່ຽວຫຼັກ:  ສ່ຽວ...ສ່ຽວກູມຸດລົງພື້ນນ້ຳພະຍານາກເອົາເງິນໃຫ້ກູ 20,000 ກີບ...

ເມື່ອສ່ຽວຜູ້ທີ່ສອງໄດ້ຍິນແນວນັ້ນກໍ່ມຸດລົງພື້ນນ້ຳເຮັດຄືສ່ຽວຜ້ທີ່ໜຶ່ງແລ້ວເວົ້າວ່າ:

 ສ່ຽວແຫຼມ:  ສ່ຽວ...ສ່ຽວກູມຸດລົງພື້ນນ້ຳພະຍານາກບອກວ່າປັນໃຫ້ກູແດ່?...

ຈຳເປັນສ່ຽວຫຼັກຕ້ອງໄດ້ແບ່ງເງິນໂຕເອງໃຫ້ສ່ຽວແຫຼມ...

++++ຫົວໃຫ້ແດ່ພີ່ນ້ອງເອີຍ 55 ++++

ເລື່ອງເລົ່າຈາກຊາວບ້ານ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

   ມີຄອບຄົວໜຶ່ງອາໃສຢູ່ດ້ວຍກັນ 4 ຄົນ ໃນນັນມີພໍ່,ແມ່,ລູກ ແລະ ປູ່...ແຕ່ຢູ້ໄດ້ປະມານ 2-3ປີປູ່ເລີຍຕາຍ... 

ສ່ວນຜູ້ເປັນຫຼານນ້ອຍແຕ່ລະມື້ແຕ່ລະວັນກໍ່ໄດ້ແຕ່ລຳພຶງລຳພັງຄິດຮອດປູ່...

  ມີຄືນນຶ່ງຫຼານນ້ອຍຝັນເຫັນປູ່ຂອງຕົນກຳລັງນັ່ງໜາວສັ່ນຢູ່ມາຂໍຜ້າຫົມນຳຫຼານນ້ອຍ

ເມື່ອຫຼານນ້ອຍຊວາດລຸກຂື້ນຈາກລາງຝັນກະໄປຊອກຫາຜ້າຫົ່ມຜືນນ້ອຍຜືນໜຶ່ງເພື່ອຈະຝາກ

ໃຫ້ປູ່ຂອງຕົນ...ແຕ່ບໍ່ຮູ້ວ່າຈະຝາກຜ້າຫົ່ມໃຫ້ປູ່ໄປທາງໃດ?

     ທ້າວນ້ອຍເລີຍຖາມແມ່ວ່າ:

  ທ້າວນ້ອຍ:  ແມ່...ແມ່...ປູ່ເຮົາຢູ່ໃສ?

 ແມ່:  ອ້າວປູ່ເຈົາກະຢູ່ສະຫວັນພຸ້ນເດ...

      ທ້າວນ້ອຍໄດ້ແຕ່ຄິດໃນໃຈວ່າ:  ບ໊ະ...ສະຫວັນທີ່ປູ່ຢູ່ນັນບ່ອນໃດຫວະ...

ມີຄືນໜຶ່ງທ້າວນ້ອນນອນບໍ່ຫຼັບເພາະຄິດຮອດປູ່ຢູ່ ແລະ ຈະຫາວິທີຝາກຜ້າຫົ່ມໃຫ້ປູ່ດ້ວຍວິທີໃດ

ທັນໃດນັ້ນ  ທ້າວນ້ອຍເລີຍໄດ້ຍິນພໍ່ແມ່ຂອງຕົນໂສກັນວ່າ:

 ຜູ້ເປັນເມຍ:  ເຮີຍ!  ເຮີຍ! ລູກເຮົາຄືຊິນອນຫຼັບແລ້ວເນາະເດິກປານນີ້...

 ຜູ້ເປັນຜົວ:  ກະຄືຊິຫຼັບແລ້ວລະ...

 ຜູ້ເປັນເມຍ:  ຄັນຊັ້ນເຈົ້າກະແກ້ໂສ້ງຊ້ອນອອກຕີ໋ຂ້ອຍຊິພາເຈົ້າຂື້ນສະຫວັນ...

       ເມື່ອທ້າວນ້ອຍໄດ້ຍິນຄຳວ່າ:  ຂ້ອຍຊິພາເຈົ້າຂື້ນສະຫວັນ...ທ້າວນ້ອຍກໍ່ລຸກຈາກບ່ອນນອນ

ຫອບຜ້າຫົ່ມນ້ອຍແລ່ນມາຫາພໍ່ແມ່ນອນນຳກັນແລ້ວເວົ້າວ່າ:  ພໍ່ລູກຝາກຜ້າຫົ່ມເມືອໃຫ້ປູ່ຢູ່ສະຫວັນແດ່...

55555555555555 ຫົວແດ່ເດີພີ່ນ້ອງ 55

 ເລື່ອງເລົ່າຈາກຊາວບ້ານ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

   ມີມື້ໜຶ່ງອາກາດຮ້ອນອົບເອົ້າທີ່ຖຽງນານ້ອຍມີສອງຜູ້ເຖົ້າອາໃສຢູ່ຢ່າງມີຄວາມສຸກ...

ຄືນນີ້ນັບວ່າສອງເຖ້າໄດ້ເວົ້າເລື່ອງອະດີດທີ່ເຄີຍຜ່ານມາເຊິ່ງຕ່າງຄົນກໍ່ເລົ່າປະສົບການ

ຕອນຍັງເປັນບ່າວເປັນສາວ...

  ພໍເຖ້າເລີຍຄິດຢາກເວົ້າໂມ້ໃສ່ແມ່ເຖົ້າວ່າ

  ພໍ່ເຖົ້າ:  ເຖົ້າເອີຍ...ຂ້ອຍຊິໂສຄວາມຫຼັງສູ່ເຈົາຟັງເຈົ້າຢ່າຄຽດໃດເດີ!

  ແມ່ເຖົ້າ:  ຊິຄຽດອີ່ສັງເຮີຍ...ເຮົາຢູ່ນຳກັນກໍ່ເຖົ້າຊາກັນແລ້ວ...

  ພໍ່ເຖົ້າ:  ຄັນຊັ້ນຂ້ອຍຊິເລົ່າຄວາມຫຼັງສູ່ເຈົ້າຟັງເຈົ້າຢ່າຄຽດໃດເດີ...

  ແມ່ເຖົ້າ:  ເລົ່າມາໂລດເຖົ້າເອີຍ...

  ພໍ່ເຖົ້າ:  ເຮີຍເອີຍ!...ຕອນຂ້ອຍຍັງເປັນບ່າວຜູ້ແສ້ຜູ້ສາວບໍ່ເຫຼືອຂ້ອຍ

                     ຈັກດີ້ເກືອບວ່າໄດ້ນອນນຳໝົດທຸກຄົນ...ຜູ້ສາວບ້ານໃຕ້ກະບໍ່

                     ເຫຼືອ...ຜູ້ສາວບ້ານເໜືອກະບໍລອດ....

  ແມ່ເຖົ້າ:  ທໍ່ນັ້ນຫັ້ນເຈົ້າເລົ່າມາ...ຂ້ອຍແຮງເກັ່ງກວ່າເຈົ້າ...ສ່ຳດ້າມຈົກ

                      ດ້າມຊວ້ານເຮັດໄດ້ 9...ເຮັດບໍ່ເຂົ້ານັບໄດ້ຄືຊິແມ່ນ 15 ອັ່ນທໍ່

                      ດ້າມຈົກດ້າມພ້ານັບບໍ່ໄດ້...

 ເມື່ອພໍ່ເຖົ້າໄດ້ຍິນແມ່ເຖົ້າເລົ່າຄວາມຫຼັງຄືແນວນັ້ນກໍ່ຄຽດໃຫ້ແມ່ເຖົ້າ...

+++555555555++++ ຫົວໃຫ້ແນ່ພີ່ນ້ອງເອີຍ 55

  ເລື່ອງເລົ່າຈາກຊາວບ້ານ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 ມືມື້ໜຶ່ງຜົວກັບມາແມ່ວຽກເດິກພໍສົມຄວນສ່ວນເມຍຜູ້ຢູ່ເຮືອນໄດ້ແຕ່ນອນ

ຄິດວ່າ: ຜົວຕົນເອງຕ້ອງໄປນອນກັບອີ່ໜູແນ່ນອນ.

ຕື່ນມື້ເຊົ້າມາຜູ້ເປັນເມຍກໍ່ຍ່າງມາຫາຜົວທີ່ກຳລັງຢອກລູກຢູ່  ເມຍເອົາມືຄ້ຳ

ແອວແລ້ວເວົ້າທັ່ງໃສ່ຜົວວ່າ: ມື້ຄືນນີ້ເຈົ້າໄປນອນນຳອີ່ໜູຢູ່ຮ້ານແມ່ນບໍ່?

ຜູ້ເປັນຜົວແກ່ວງຫົວປະຕິເສດພ້ອມທັງເວົ້າວ່າ: ບໍ່ອ້າຍບໍ່ເຮັດແບບນັ້ນ

ຜູ້ເປັນເມຍຖາມແບບນີ້ຕໍ່ໄປຈົນເຮັດໃຫ້ເກີດມີອາລົມຮ້າຍຂື້ນມາແລ້ວຜູ້ເປັນ

ເມຍກໍ່ລູ່ໄປຈັບເປົາມີດນ້ອຍແລ້ວມາແທງໃສ່ຂ້າງຜົວຈົນເຮັດໃຫ້ຜົວເກີດອາການ

ບາດເຈັບແລ້ວເວົ້າຂື້້ນມາວ່າ:

ເຈົ້າແທງຂ້ອຍແບບນີ້ອ້າຍຕ້ອງຟ້ອງເຈົ້າຂື້ນສານ

ຂ້ອຍແທງເຈົາຄັ້ງດຽວເຈົ້າກະຍັງຊິຟ້ອງຂ້ອຍຂື້ນສານ...ທຸກໆຄືນຜ່ານມາເຈົ້າ

ແທງຂ້ອຍຈັກທໍ່ໃດຄັ້ງຂ້ອຍບໍ່ເຫັນຊິຟ້ອງຫຍັງ? 

ຫົວໃຫ້ແນ່ 55

 ເລື່ອງເລົ່າຈາກຊາວບ້ານ 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

     ມີສອງສ່ຽວຄູ່ໜຶ່ງເຮັດນາໃກ້ກັນແຕ່ລະມື້ແຕ່ລະວັນສອງສ່ຽວເຄີຍໄປມາ

            ຫາສູ່ກັນເປັນປົກກະຕິ.  

    ມີມື້ໜຶ່ງສ່ຽວທີ່ໜຶ່ງກຳລັງເອົາຍ່າງເອົາແຫພາດບ່າຍ່າງມຸ່ງໜ້າໄປສູ່ໜອງກາງນາ

    ກະເລີຍໄປກາຍເຮືອນສ່ຽວຜູ້ທີ່ສອງ.

  ສ່ຽວຜູ້ທີ່ສອງຮ້ອງມາໃສ່ວ່າ:  ເຮີຍ...ໄປໃສສ່ຽວ

  ສ່ຽວຜູ້ທີ່ໜຶ່ງຕອບມາໃສ່ວ່າ:  ກຳລັງຊິໄປຕຶກແຫ.

 ສ່ຽວຜູ້ທີ່ສອງເວົ້າອີກວ່າ:  ເຮົາກຳລັງມາແຕ່ຕຶກແຫໄດ້ມາຄໍ່ໃຫຍ່ 1ໂຕ ເຮົາກຳລັງຕົ້ມ

++ ສ່ຽວຜູ້ທີ່ໜຶ່ງກຳລັງຊິກ້າວຂາຍ່າງໄປສູ່ແຄມນອງເມື່ອໄດ້ຍິນວ່າສ່ຽວຕົນເອງໄດ້ປາຄໍ່

ໃຫຍ່ກະເລີຍຄິດຂີ້ຄ້ານ ແລະ ຄິດໃນໃຈວ່າ: ສ່ຽວເຮົາກຳລັງມາແຕ່ໜອງໃໝ່ໆ ສ່ຽວເຮົາ

ກວນໜອງໝົດແລ້ວຄືຊິຕຶກບໍ່ໄດ້ດອກ...ຄິດໄດ້ດັ່ງນັ້ນສ່ຽວຜູ້ທີໜຶ່ງກໍ່ກ້າວຂາຂື້ນຖຽງນາ

ຂອງສ່ງວທີ່ສອງຫວັງວ່າຈະໄດ້ກິນຕົ້ມປາຄໍ່ນຳສ່ຽວຂອງຕົນ.

  ເຮີຍສ່ຽວເຮົາບໍ່ໄປດອກເຮົາຊິນັ່ງໂສກັບສ່ຽວກ່ອນນາ ( ເປົ້າໝາຍແມ່ນຢາກກິນຕົ້ມປາຄໍ່ )

 +++ ທັງສອງສ່ຽວລົມກັນຕັ້ງດົນ...ສ່ຽວຜູ້ທີ່ສອງກະບໍ່ປົງໝໍ້ຈັກເທື່ອ...ສ່ຽວຜູ້ທີ່ໜຶ່ງກະບໍ່ເມືອ

ເຮືອນຄືກັນ...ສ່ຽວຜູ້ທີສອງກໍ່ຄິດອອກໂລດວ່າ ສ່ຽວຜູ້ທີ່ໜຶ່ງຖ້າກິນຕົ້ມປາຄໍ່ນຳເຮົາ...

ສວ່ນສ່ຽວຜູ້ທີໜຶ່ງກໍ່ຄິດອອກຄືກັນວ່າ ສ່ຽວຜູ້ທີ່ສອງບໍ່ຢາກໃຫ້ໂຕເອງກິນຕົ້ມປາຄໍ່...ກະເລີຍ

ນັ່ງລົມກັນໄປອີດບຶດໜຶ່ງ....ສ່ຽວຜູ້ທີໜຶ່ງທົນຕໍ່ການນັ່ງດົນບໍ່ໄດ້ກະເລີຍເວົ້າກັບສ່ຽວຜູ້ທີສອງ

ວ່າ:

 ເມືອກ່ອນເດີສ່ຽວ  ຄ້າງບໍ່ປົງ.

+++ສ່ຽວຜູ້ທີສອງກໍ່ຕອບຄືນວ່າ:

 ເມືອສ໋ະສ່ຽວ  ຂື້ນບໍ່ລົງ 

   ຫົວໃຫ້ແດ່...ບໍ່ມີຜູ້ໃດຫົວຊິຫົວເອງ +++

+++++++++++++++++++++++

ເລື່ອງເລົ່າຈາກຊາວບ້ານ

       

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

  ມີພະນັກງານລົງຮາກຖານທ່ານໜຶ່ງໄດ້ຖືກແຕ່ງຕັ້ງຈາກຈາກຂັ້ນເທິງເພື່ອ

ໃຫ້ລົງຂົນຂວາຍກ່ຽວກັບວຽກງານການເມືອງຂອງພັກໂດຍສະເພາະກໍ່ແມ່ນວຽກງານ

ເຕົ້າໂຮມຄວາມສາມັກຄີພາຍໃນບ້ານ ຂະນະນັ້ນກໍ່ເປັນອັນວ່າຕົກຢູ່ໃນຊ້ວງເລີກຮຽນ

ຕອນບ່າຍ  ຂະນະທີ່ພະນັກງານຮາກຖານກຳລັງລົມກັບເຈົ້າຂອງເຮືອນຢູ່ນັ້ນ ສາວນາງ

ນ້ອຍກໍ່ຍ່າງຂື້ນເທິງເຮືອນກາຍພະນັກງານລົງຮາກຖານຈົນວ່າຕີນສິ້ນຊິກວມຮອດຫົວ

ພະນັກງານດັ່ງກ່າວ  ແມ່ສາວນາງນ້ອຍແນມເຫັນດັ່ງນັ້ນກໍ່ຮ້ອງໃສ່ສາວນາງນ້ອຍວ່າ:

  ແມ່ສາວນາງນ້ອຍ:  ຮວ້າຍ...ເບິ່ງແດ່ຕິ໋ລູກ...ຫົວຫາງຄາງລາຍເພີ່ນຫັ້ນ

  ສາວນາງນ້ອຍ:  ຊິເບິ່ງອີ່ຫຍັງ...ມື້ຄືນນີ້...ເພິ່ນຍັງເອົາຂາລູກກ່າຍຄໍເພີ່ນຢູ່...

                                             55555
 ► ເລື່ອງເລົ່າຈາກຊາວບ້ານ