ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2015 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

   ຂ້າພະເຈົ້າໄດ້ແຊລິງນີ້ຂື້ນມາເພື່ອເປັນສ່ວນໜຶ່ງໃນການອະນຸລັກຮັກສາງູບເງົາປະຫວັດສາດລາວ ແລະ ເໝາະສົມສຳລັບເປັນສື່ການຮຽນ - ການສອນວິຊາປະຫວັດສາດ ແລະ ວັນນະຄະດີລາວ

ກົດເລີຍລິງນີ້

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2015 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ວັນທີ 14/05/1958 ໄດ້ມີການເລືອກຕັ້ງຜູ້ແທນລາດດອນເພີ່ມເຕີມ-ຝາຍ ແນວລາວຮັກ ຊາດ ແລະ ສັນຕິພາບເປັນກາງ ໄດ້ 13 ທີ່ນັ່ງ ໃນຈຳນວນ 21 ທີ່ນັ່ງ. ວັນທີ 18 ກໍລະກົດ 1959 ພວກຜຸຍ ສະນະນິກອນ ໄດ້ອອກຄຳສັງ ໃຫ້ດຳເນີນການຈັບກຸມ ຄຸມຂັງ ບັນດາຜູ້ນຳ ຂອງພັກ ແລະ ແນວລາວຮັກຊາດ 16 ທ່ານ ຄື: 

1. ທ່ານ ສຸພານຸວົງ.

2. ທ່ານ ໜູຮັກ ພູມສະຫວັນ.

ທ່ານ ພູມີ ວົງວິຈິດ.

4 ທ່ານ ພູນ ສີປະເສີດ.

ທ່ານ ສີ ທົນ ກົມມະດຳ.

6 ທ່ານ ສິງກະໂປ ສີໂຄດຈຸນລະມະນີ.

ທ່ານ ໝື່ນ ສົມວິຈິດ.

8 ທ່ານ ສີຊະນະ ສີສານ.

ທ່ານ ມາ ໄຂຄຳພິທູນ.

10 ທ່ານ ຄຳຜາຍ ບຸບຜາ.

11 ທ່ານ ບົວສີ ຈະເລີນສຸກ.

12 ທ່ານ ມະຫາສົມບູນ ວົງໜໍ່ບຸນທຳ.

13 ທ່ານ ເພົ້າ ພິມພະຈັນ.

14 ທ່ານ ຄຳເພັດ ພົມມະວັນ.

15 ທ່ານ ພູເຂົາ.

16 ທ່ານ ມານະ ວົງອີສານ.

ເບິ່ງຮູບເງົາກອງພັນທີ່ສອງກົດເລີຍ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 

 

ໂດຍ: ອ. ທ້າວ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ຈາກ­ປຶ້ມ "ປວັດ­ສາດ­ຊົນ­ຊາດ­ລາວ" ດຣ. ສີທຸຍ ສຸວັນນະ­ສີ ໄດ້ອະ­ທິບາຍເຖິງ ເຊື້ອສາຍກະ­ສັດ­ຂຸນ­ບູລົມ 
ທີ່­ລົງ­ມາ­ສ້າງ ຫລື ມາຍາດແຍ່ງ­ອານາ­ຈັກເກົ່າ­ຂອງ­ພວກ­ຂອມ ແລະ­ ກາຍ­ມາເປັນປະ­ເທດໃຫຍ່ໆ­ ໃນ­ພາກ­ພື້ນ 
ອາ­ຊີຕາເວັນ­ອອກສ່ຽງໃຕ້ ໄວ້ວ່າດັ່ງ­ນີ້: 

"ຂຸນ­ບູລົມໄດ້­ມາ­ສ້າງເມືອງແຖງ ເມືອງແຖນ ຫລື ດຽນ­ບຽນ­ຟູ - ຢູ່­ວຽດ­ນາມ ດຽວນີ້. 
ຂຸນ­ບູລົມ ແມ່ນເຊື້ອກະ­ສັດ­ລາວໜອງແສ ຫລື ນ່ານເຈົ້າ ທີ່­ມີຄວາມປຣີຊາ­ສາມາດ ໃນດ້ານ­ການທະ­ຫານ 
ການ­ທູດ ແລະ­ ການເມືອງ-ການ­ປົກ­ຄອງ ແລະ­ ມີສາຍ­ຕາເຫັນ­ການໄກໃນອະ­ນາ­ຄົດ. 
ພຣະ­ອົງໄດ້­ສົ່ງໂອຣົດ 7 ຄົນ ອອກໄປສ້າງ­ອານາ­ຈັກຕ່າງໆ­ ເປັນ­ການຂຍາຍເຂດນ້ໍາແດນ­ດິນ­ຂອງນ່ານເຈົ້າ 
ຫລື ອານາ­ຈັກ­ໜອງແສ ໃຫ້ກວ້າງໃຫຍ່ໄພສານ­ອອກໄປ. ລູກ­ຊາຍ­ທັງ 7 ຄົນ­ທີ່­ຂຸນ­ບູລົມ ສົ່ງ­ອອກໄປ ແລະ­ 
ປົກ­ຄອງເມືອງໃດແດ່­ນັ້ນ ມີດັ່ງ­ນີ້: 
1- ຂຸນ­ລໍ ເປັນ­ລູກ­ຊາຍ­ຂຸນ­ບູລົມ ຜູ້­ທີ່­ນຶ່ງ ໄດ້­ລົງ­ມາ­ສ້າງ ເມືອງ­ຊວາ ຫລື ຊຽງ­ດົງ ຊຽງ­ທອງ ຊຶ່ງ­ປັດ­ຈຸບັນ­ນີ້ 
ກໍແມ່ນນະ­ຄອນຫລວງພຣະ­ບາງ­ນັ້ນເອງ. (ຫລວງພຣະ­ບາງໄດ້­ກາຍເປັນເມືອງ­ມໍຣະ­ດົກໂລກຢ່າງ­ບໍ່­ມີບັນ­ຫາ) 
2- ຍີ່­ຜາ­ລ້ານ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີສອງ ໄດ້­ລົງ­ມາ­ສ້າງ ເມືອງ­ຫໍແຕ ຫລື ສິບ­ສອງ­ພັນ­ນາ. 
3- ສາມ­ຈູ່­ສົງ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີສາມ ໄດ້­ລົງ­ມາ­ສ້າງເມືອງປະ­ຄັນ ຄືເຂດ­ຫົວພັນ­ທັງຫ້າ ທັງ­ຫົກ ໃນ­ດິນແດນ 
ວຽດ­ນາມ­ດຽວນີ້. 
4- ໄສຜົງ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີສີ່ ໄດ້­ລົງ­ມາ­ສ້າງ ເມືອງລ້ານ­ນາ ອັນ­ມີນະ­ຄອນ­ຊຽງໃໝ່ ເປັນ­ຣາ­ຊທານີ ຫລື 
ເມືອງຫລວງ. 
5- ງົວອິນ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີຫ້າ ໄດ້­ລົງ­ມາ­ສ້າງ ອໂຍທະ­ຍາ ຊຶ່ງ­ຕໍ່­ມາ ເປັນສຍາມ ແລະ­ ໄທຍLAND 
ໃນເວລາ­ຕໍ່­ມາ. 
6- ລົກ­ຈົກ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີຫົກ ໄດ້­ລົງ­ມາ­ສ້າງ ເມືອງ­ມອນ ຫົງ­ສາ ເອີ້ນໃນເວລານັ້ນ ວ່າ "ອິນທະ­ປັດ" 
ໃນ­ດິນແດນມ່ຽນ­ມາ ດຽວນີ້ ແມ່ນ­ອານາ­ຈັກໄທໃຫຍ່. 
7- ເຈັດເຈື່ອງ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີເຈັດ ໄດ້­ລົງ­ມາ­ສ້າງ ເມືອງ­ພວນ ຊຽງ­ຂວາງ ເອີ້ນວ່າ ແຄວ້ນ­ພວນ 
ສືບ­ມາ. 
ນີ້ແມ່ນ­ຕອນ­ທໍາອິດ ຫລື ຕອນ­ຕົ້ນໆ­ ຂອງ­ການ­ສົ່ງ­ລູກ­ທັງ 7 ຂອງ­ຂຸນ­ບູລົມ ອອກໄປຍຶດ­ຄອງ ຫລືສ້າງ­ສາ 
ໃນເຂດແຄວ້ນຕ່າງໆ­ ແລະ­ ເມື່ອມາ­ຮອດທ້ອງ­ສັຕວັດ­ທີ 13 ຂອງ ຄ.ສ. ແລ້ວ ພວກ­ຊົນ­ຊາດ­ລາວເຫລົ່ານີ້ 
ກໍໄດ້ປະ­ກອບເປັນ­ຣັດ­ອິສຣະ­ໃຫຍ່ 4 ຣັດດ້ວຍ­ກັນ ດັ່ງ­ນີ້: 

1/ ອານາ­ຈັກລ້ານຊ້າງ ມີເມືອງຫລວງ­ຢູ່ ນະ­ຄອນ­ສີສັຕນາກຄນະ­ຫຸດ 

2/ ອານາ­ຈັກລ້ານ­ນາ ມີເມືອງຫລວງ­ຢູ່ ນະ­ຄອນ­ຊຽງໃໝ່ 

3/ ອານາ­ຈັກ ສຸໂຂໄທ - ລ້ານເພັຽ ມີເມືອງຫລວງ­ຢູ່ ສຸໂຂໄທ 

4/ ອານາ­ຈັກ ອະ­ຍຸທຍາ ຫລື ອະ­ໂຍທະ­ຍາ - ລ້ານເພັຽ ມີເມືອງຫລວງ­ຢູ່­ທີ່ ອະ­ຍຸທຍາ ນັ້ນເອງ. 

ມາ­ຮອດ­ປີ ພ.ສ. 1900 ຫລືປີ ຄ.ສ. 1357 ອານາ­ຈັກອະ­ຍຸທຍາ ໄດ້ໂຮມເອົາອານາ­ຈັກ­ສຸໂຂໄທ ເຂົ້າເປັນ 
ອັນ­ດຽວກັນ ແລະ­ກາຍ­ມາເປັນ ອານາ­ຈັກສຍາມ. 
ຄວາມເຕີບໃຫຍ່ຂອງ­ຊົນ­ຊາດ­ລາວໃນ 3 ອານາ­ຈັກ ຄື ອານາ­ຈັກລ້ານຊ້າງ, ອານາ­ຈັກລ້ານ­ນາ ແລະ­ 
ອານາ­ຈັກສຍາມ ນີ້ ກໍໄດ້­ດໍາເນີນ­ມາເປັນ­ລໍາດັບ ແລະ­ໃຫຍ່­ຂຶ້ນໄປເລື້ອຍໆ­. ອານາ­ຈັກ­ລາວລ້ານ­ນາ, 
ອານາ­ຈັກ­ລາວລ້ານຊ້າງ ແລະ­ ອານາ­ຈັກສຍາມ ລ້ວນແຕ່­ມີກະ­ສັດ­ປົກ­ຄອງ ສືບເຊື້ອມາ­ຈາກ­ລູກ­ຊາຍ­ຂອງ 
ຂຸນ­ບູລົມ ແຫ່ງເມືອງແຖນ ວົງຕະ­ກຸນແຫ່ງນ່ານເຈົ້າ ຫລື ອານາ­ຈັກ­ລາວໜອງແສ ດ້ວຍ­ກັນ­ທັງ­ນັ້ນ. 

ອານາ­ຈັກ­ລາວລ້ານ­ນາ ແມ່ນ­ຄົນ­ລາວທີ່­ລົງ­ມາ­ຕັ້ງ­ຖິ່ນ­ຖານໃນ­ດິນແດນແຫ່ງ­ນັ້ນກ່ອນ­ໝູ່ ລາວພວກ­ນີ້ເອີ້ນ­ຊື່ 
ຕົນເອງວ່າ ລາວ ຫື ລາວຈົກ ມາ­ຕັ້ງແຕ່­ປີ ຄ.ສ. 638 ພຸ້ນ ແລະ­ ມີປວັດ­ສາດ­ຄວາມຈເຣີນ­ຮຸ່ງເຮືອງ 
ຍາວນານ­ມາ ມີກະ­ສັດ­ສືບ­ຕໍ່­ວົງຕະ­ກຸນ­ກັນ­ມາເຖິງ 24 ກະ­ສັດ. ນັບ­ຈາກ­ລາວຈົກ ຫລື ລາວຈັກ­ຣາດ ປີ 
ຄ.ສ. 1246 ແລະ­ ຈາກ ເມັງ­ຣາຍ ຫາ­ສໄມ­ນາງພຣະ­ຍາ­ຣາ­ຊເທວີ ຄ.ສ. 1564 ມີຜູ້ຄອງ ອານາ­ຈັກ­ລາວ 
ລ້ານ­ນາ ໃນ­ວົງຕະ­ກຸນເມັງ­ຣາຍເຖິງ 20 ກະ­ສັດ. 

ສ່ວນ­ອານາ­ຈັກສຍາມ ທີ່ຮວມເອົາອະ­ຍຸທຍາ ແລະ­ ອານາ­ຈັກ­ສຸໂຂໄທເຂົ້າກັນ­ນັ້ນເປັນ­ອານາ­ຈັກ­ຂອງ­ຊົນເຊື້ອ 
ຊາດ­ລາວທີ່­ມີອານາເຂດ­ຕິດ­ກັບນ້ໍາ­ທະ­ເລ ມີທາງ­ຕິດ­ຕໍ່­ກັບປະ­ເທດຕ່າງໆ­ທາງທະ­ເລ ອອກ­ສູ່ມະ­ຫາ­ສມຸດ 
ມີການ­ຕິດ­ຕໍ່­ກັບກະ­ແສແຫ່ງ­ຄວາມ­ສີວິໄລຂອງໂລກ ມາ­ຈາກແຫ່ງ­ອື່ນ­ທາງມະ­ຫາ­ສມຸດ ກວ່າ ອານາ­ຈັກ 
ລາວລ້ານຊ້າງ ແລະ­ ອານາ­ຈັກ­ລາວລ້ານ­ນາ ຈຶ່ງ­ມີຄວາມ­ຮຸ່ງເຮືອງແລະ­ແຂງແຮງ­ກວ່າອານາ­ຈັກ­ຊົນ­ຊາດ­ລາວ 
ອື່ນໆ­. ດ້ວຍ­ຄວາມຈເຣີນ­ຮຸ່ງເຮືອງ­ດັ່ງກ່າວມານັ້ນ ໃນ­ປີ ຄ.ສ. 1779 ພວກ­ລາວລ້ານເພັຽ (ສຍາມ) ຊຶ່ງ 
ຕົ້ນ­ຕໍແຫ່ງ­ຣາ­ຊວົງ­ມາ­ຈາກເຊື້ອສາຍກະ­ສັດ­ໜອງແສດັ່ງ­ດຽວກັນ­ກັບ ລ້ານຊ້າງ ແລະ­ ລ້ານ­ນາ, ຈຶ່ງໄດ້ເຮັດ 
ສົງ­ຄາມຂຍາຍ­ດິນແດ­ນ­ອານາເຂດ­ຂອງ­ຕົນ ໂດຍ­ການ­ຍົກ­ທັບ­ມາ­ຕີອານາ­ຈັກ­ລາວລ້ານຊ້າງ ທໍາ­ລາຍ 
ອານາ­ຈັກ­ລາວລ້ານຊ້າງ­ຈົນ­ໝູ່ນ ປຸ້ນ­ຈີ້­ຊັບ­ສິນ ດິນແດນ ແລະ­ ປະ­ຫັດປະ­ຫານ­ຊາວລາວລ້ານຊ້າງ…" 
(ທາງ­ທິດໃຕ້ ອານາ­ຈັກສຍາມ ກໍໄດ້ຂຍາຍ­ດິນແດນ­ລົງໄປ ຍຶດເອົາ ອານາ­ຈັກ ປັດ­ຕານີ - ປັກໃຕ້ ຂອງ 
ໄທຍLAND ໃນ­ທຸກ­ວັນ­ນີ້ - ຜູ້­ນໍາ­ສເນີ) "ການ­ສົງ­ຄາມ­ຄັ້ງ­ນີ້ ເປັນ­ສົງ­ຄາມ­ຢຶດ­ຄອງ ບໍ່ແມ່ນ­ການທ້ອນໂຮມ 
ຊົນ­ຊາດ­ລາວທີ່ເຄີຍ­ສູ້ ຕ້ານ­ຢັນ­ສັດຕຣູຮຸກ­ຮານ ແບບ­ທີ່ເຄີຍເປັນ­ມາ­ຕັ້ງ 5000 ກວ່າ­ປີ. ອາດຈະ­ເປັນເພາະ­ວ່າ 
ໃນເວລານັ້ນ­ການ­ສຶກ­ສາ ແລະ­ ຄນະ­ທີ່­ປຶກ­ສາ ພ້ອມ­ນາຍທະ­ຫານໃນ­ຣາ­ຊສໍານັກ­ຂອງສຍາມເປັນ­ຊາວຕະ­ເວັນ­ຕົກ 
ຜູ້­ບໍ່­ຮູ້ຄວາມເປັນ­ມາແຫ່ງ­ສາຍເຊື້ອຊາດ­ລາວແຕ່­ບູຮານນະ­ການ ແຕ່­ມີອໍານາດໃນ­ການ­ບົ່ງ­ການ­ສົງ­ຄາມ ເໝືອນ 
ສົງ­ຄາມລ່າເມືອງ­ຂຶ້ນ­ທີ່­ຊາວ ເອີຣົບ ຫລື ຢູໂຣບ ໄດ້ໄປຍຶດ­ຄອງໃນ­ຂົງເຂດ ອາ­ຊີ ອາ­ຟຣີກາ ໃນກ່ອນໜ້ານັ້ນ." 

ໃນ­ພາກ­ນີ້ ດຣ. ສີທຸຍ ສຸວັນນະ­ສີ ໄດ້ສລູບໄວ້ວ່າ: " ຈົນເຖິງເວລານີ້ ອໍານາດຕ່າງປະ­ເທດ­ບໍ່­ມີອີກແລ້ວ 
ແຕ່ຄວາມ­ບາດ­ໝາງ ຄວາມເສັຽໃຈ ທີ່ໄດ້ສ້າງ­ຂຶ້ນ­ກັບ­ຊາວລາວ ແລະ­ ອານາ­ຈັກ­ລາວລ້ານຊ້າງ (ລວມເຖິງ 
ອານາ­ຈັກ­ລາວລ້ານ­ນາ - ຜູ້­ນໍາ­ສເນີ) ມາແລ້ວນັ້ນ ຍັງ­ບໍ່­ທັນຈະ­ຈົບ­ສິ້ນ ໃນ­ສາຍ­ພົວພັນລະ­ຫວ່າງ­ສອງ­ອານາ­ຈັກ 
ນີ້ເທື່ອ" 

………………………………………………………… 

ຄັດ­ຈາກ­ປຶ້ມ "ປວັດ­ສາດ­ຊົນ­ຊາດ­ລາວ 

ໂດຍ: ອ. ທ້າວ