ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2015 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2014 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

Co.jpg

ສາທາລະນະລັດ  ປະຊາທິປະໄຕ  ປະຊາຊົນລາວ

ສັນຕິພາບ  ເອກະລາດ  ປະຊາທິປະໄຕ  ເອກະພາບ  ວັດທະນາຖາວອນ.

˜˜˜˜˜˜˜˜˜¯¯™™™™™™™™™

ໃບຢັ້ງຢືນຄວາມເປັນໂສດ.

      ຂ້າພະເຈົ້າຊື່ ແລະ ນາມສະກຸນ:…………………………………………………………..

ອາຍຸ:………… ປີ, ອາຊີບ:……………………………………………………………………...

ປະຈຸບັນຢູ່ບ້ານ:………………..…........ ເມືອງ:…………..………… ແຂວງ:……...................

      ຂໍຢັ້ງຢືນວ່າ: ທ້າວ / ນາງ :………………………………………….. ອາຍຸ:….……. ປີ

ເຊິ່ງເປັນ:…………………………………………………….. ອາຊີບ:………………………….

ປະຈຸບັນຢຸູ່ບ້ານ:…………………………ເມືອງ:…………..………… ແຂວງ:……...................

ໄລຍະຜ່ານມາຜູ້ກ່ຽວແມ່ນຢູ່ໃນ:………………………………………………………………………………………………………………………………………………………………………..

      ຖ້າຫາກວ່າ  ຂ້າພະເຈົ້າຢັ້ງຢືນບໍມີມູນຄວາມເປັນຈິງ  ແມ່ນຈະຂໍຮັບຜິດຊອບຕາມລະບຽບກົດ

ໝາຍ.

      ດັ່ງນັ້ນ,  ຂ້າພະເຈົ້າຈິ່ງເຣັດໃບຢັ້ງຢືນຄວາມເປັນໂສດສະບັບນີ້  ເພື່ອອຳນວຍຄວາມສະດວກ

ແລະ ເປັນຫຼັກຖານໃຫ້ຜູ້ກ່ຽວຕາມຄວາມເປັນຈິງ.

 

 

                                ວັນທີ:………………………

                                     ຜູ້ຢັ້ນຢືນ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ທາວັນອາທິດ:  ຈະເສຍໂສມ

ທາວັນຈັນ:  ຈະເລີນຮູບງົດງາມ

ທາວັນຄານ:  ຈະພັດພາກຈາກກັນ

ທາວັນພຸດ:  ມີສີຣິສະວັດດີ

ທາວັນພະຫັດ:  ຈະມີໂຊກລາບ

ທາວັນສຸກ:  ຊັບສິນຈະລົດຖອຍ

ທາວັນເສົາ:  ມີລິດເດດດີແລ

ຄັດຈາກປື້ມປະທິທິນ ໒໓໓ ປີ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ຕັດຜົມວັນອາທິດ:  ຈະມີອາຍຸຍືນ

ຕັດຜົມວັນຈັນ:  ຈະເປັນໄພ

ຕັດຜົມວັນຄານ:  ຈະມີສັດຕູຫຼາຍ

ຕັດຜົມວັນພຸດ:  ຈະຜິດຖຽງກັນ

ຕັດຜົມວັນພະຫັດ:  ເທວະດາຮັກສາ

ຕັດຜົມວັນສຸກ:  ເກີດໂຊກລາບ

ຕັດຜົມວັນເສົາ:  ມີລິດເດດດີແລ

ຄັດຈາກປື້ມປະທິທິນ ໒໓໓ ປີ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ຕັດເລັບວັນອາທິດ:  ສັດຕູມີມາ

ຕັດເລັບວັນຈັນ:  ມີໂຊກລາບ

ຕັດເລັບວັນຄານ:  ຊັບສິນຈະຫາຍ

ຕັດເລັບວັນພຸດ:  ຈະເລີນສີຣິສະວັດດີ

ຕັດເລັບວັນພະຫັດ:  ມີທຸກຫຼາຍ

ຕັດເລັບວັນສຸກ:  ຈະມີເຂົ້າປາອາຫານ

ຕັດເລັບວັນເສົາ:  ຈະເຈັບໄຂ້ໄດ້ພະຍາດ

ຄັດຈາກປື້ມປະທິທິນ ໒໓໓ ປີ

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ວັນອາທິດ:  ອາຍຸຍືນຍາວ

 ວັນຈັນ:  ມີໂຊກລາບ

 ວັນຄານ:  ຊະນະສັດຕູ

 ວັນພຸດ:  ຈະເປັນຄວາມ

 ວັນພະຫັດ:  ເທວະດາຮັກສາ

 ວັນສຸກ:  ຢູ່ດີມີສຸກ

 ວັນເສົາ:  ມີລິດເດດດີນັກແລ

ຄັດຈາກປື້ມປະທິທິນ ໒໓໓ ປີ 

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ນຸ່ງວັນອາທິດ:  ຊະນະສັດຕູ

 ນຸ່ງວັນຈັນ:  ມີຄົນຮັກຫຼວງຫຼາຍ

 ນຸ່ງວັນຄານ:  ມີທຸກຫຼາຍ

 ນຸ່ງວັນພຸດ:  ມີສຸກຫຼາຍ

 ນຸ່ງວັນພະຫັດ:  ສະຫວັດດີມີໄຊ

 ນຸ່ງວັນສຸກ:  ມີຊັບຫຼາຍ

 ນຸ່ງວັນເສົາ:  ມີລິດເດດດີນັກແລ

ຄັດຈາກປື້ມປະທິທິນ ໒໓໓ ປີ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄົນເກີດວັນອາທິດ:  ສີແດງນຸ່ງຖືເປັນມຸງຄຸນ

ຄົນເກີດວັນຈັນ:  ສີຂາວອາຍຸຍືນຍາວສະຖາພອນ

ຄົນເກີດວັນອັງຄານ:  ສີມ່ວງປົນສີຄາມຂັດຕິຍະເປັນຣາສີ

ຄົນເກີດວັນພຸດ:  ສີແສດ ກັບ ເຫຼື້ອມ ສຸດດີມຸງຄຸນ

ຄົນເກີດວັນພະຫັດ:  ຂຽວທະຫານ ຫຼື ເຫຼືອງກໍ່ດີສຸກສີສັນ

ຄົນເກີດວັນສຸກ:  ສີມ່ວງໝອກອອກສົງຄາມ

ຄົນເກີດວັນເສົາ:  ສີດຳລ້ຳເລີດປະເສີດສີ

 

ຄັດຈາກປື້ມປະທິທິນ ໒໓໓ ປີ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 1, 2013 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 1. ຕີນຊ້າງ ຂ້າງຝາ ຕາກົບ ສົບນົກກີ້ ຂີ້ເຫັນ ແມ່ນຫຍັງ?

ຄຳຕອບ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສຳລັບຄີບອດ YAMAHA 510

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

   ຄວາມໝາຍຂອງຄຳເຊື່ອມ:  ຄຳເຊື່ອມແມ່ນຄຳທີ່ເຊື່ອມລະຫວ່າງ  ຄຳນາມກັບຄຳນາມ, ຄຳນາມກັບຄຳກຳມະ, ຄຳນາມກັບຄຳແທນນາມ, ຄຳກຳມະກັບຄຳກຳມະ.

ຕົວຢ່າງຄຳເຊື່ອມດັ່ງນີ້:  ເຊິ່ງ,ສູ່,ຍັງ,ສິ້ນ,ດ້ວຍ,ໂດຍ,ອັນ,ຕາມ,ເພາະ,ມີ,ກັບ,ຍ້ອນ,ຄອບ,ແຫ່ງ,ຂອງ,ເມື່ອ,ແຕ່,ຈາກ,ກວ່າ,ເຫດ,ຄັນເມື່ອ,ຈົນ,ຈົນເຖິງ,ຈົນກະທັ້ງ ແລະ ອື່ນໆ.

 

 ຄັດຈາກປື້ມແບບຮຽນພາສາລາວປີທີສາມ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

   ແຕ່ປາງປະຖົມະກັບພຸ້ນ  ເຂດນີ້ເປັນປ່າຕຶບດົງໜາ  ມີຊ້າງຫຼາຍ  ຍັງມີນົກໃຫຍ່ແນວໜຶ່ງຂົບຄາບເອົາສັດກິນ  ນົກນີ້ມີງວງຄືຊ້າງ  ມັນມັກຢູ່ໃນເຂດນີ້ຜົກຈອບເອົາຊ້າງກິນ  ຖິ່ນນີ້ຈິ່ງເປັນບ່ອນຢູ່ຂອງມັນ  ນົກນີ້ຊື່ວ່ານົກຫັສດີລີງ ຫຼື ຫັຕຖີລິງຄະ  ເມື່ອຄົນຊາດລາວສ້າງປ່າດົງແຫ່ງນີ້ເປັນບ້ານຈຶ່ງຊື່ວ່າ  ຫັດສະດີ  ຕໍ່ມາບ້ານນີ້ຮ້າງພ້ອມໝູ່ປາງອຶດເຂົ້າ  ພຍາບາອັດໃຫ້ພວກມາແຕ່ເມືອງຊວາຊຽງທອງສ້າງຂື້ນໃໝ່  ຫາດທາງທ່າມີກົກໝາກຊາຕີຫຼາຍຈຶ່ງໃສ່ຊື່ວ່າ  ບ້ານຫາດຊາຕີ  ຊື່ເກົ່າວ່າ ຫັດສະດີ  ຕາມຊື່ນົກຫັດສະດີລີງ ດັ່ງນີ້ແລ.

  ຄັດຈາກປື້ມ ພົງສາວະລີ ແຂວງ ອັດຕະປື.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

   ແຕ່ປາງກ່ອນພຸ້ນ  ຄົນລາວຈຸໜຶ່ງຊອກບ່ອນສ້າງບ້ານມາຮອດປ່າດົງຢູ່ຝັ່ງນ້ຳເຊກອງ  ມີດອນປ່າໄມ້ຈັນຫອມຈັນແດງຫລາຍ  ຄິດມັກຈິ່ງສ້າງແລ້ວໃສ່ຊື່ວ່າບ້ານດອນຈັນ.  ຢູ່ເຫິງນານມາບ້ານນີ້ຮ້າງເວລາເມືອງຣາມລັກອຶດ ເຂົ້າຄົນຕາຍຫັ້ນ  ທີລຸນມາມີ ເພັຽຈັນທະຣາດພ້ອມຄອບຄົວມາແຕ່ເມືອງແຖນກາຫຼົງ  ພຍາບາອັດໃຫ້ສ້າງບ້ານດອນຈັນເກົ່າຂື້ນໃໝ່  ຈຶ່ງໃສ່ຊື່ວ່າບ້ານດອນຈັນ  ຕາມຊື່ເກົ່າແດ່  ຕາມຊື່ເພັຽຈັນທະຣາດນີ້ແດ່  ຈົນຮອດຊູ່ມື້ນີ້ແລ.

  ຄັດຈາກປື້ມ ພົງສາວະລີ ແຂວງ ອັດຕະປື.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 18, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

  ຜູ້ເຖົ້າເລົ່າພື້ນວ່າ:  ປາງກ່ອນໃນໂລກນີ້ບໍ່ມີຄົນທ່ອງມີແຕ່ຜີທຽວ  ຜີທັງປວງແມ່ນຜີແມ່ຍ່າເປັນໃຫຍ່ ຜີແມ່ຍ່ານີ້ມີ 6 ຍ່າຄື:

  1.  ຍ່າເຍີ  ເມຍປູ່ເຍີ  ມີບຸນຄຸນແກ່ຄົນຄື  ເມື່ອຄົນເກີດມາໃໝ່ກໍ່ມີເຄືອເຂົາກາດປົກບັງໂລກໃຫ້ມືດບໍ່ໃຫ້ເຫັນແສງຕາເວັນເດືອນ ແລະ ດາວຄົນໄດ້ທຸກຮ້ອງໃຫ້ໃຊ້ໃຜຕັດເຄືອນັ້ນກໍ່ພາກັນຕາຍໄປໆ  ປູ່ເຍີຍ່າເຍີອຶດຄົນຫລາຍ ຈິ່ງຍອມຕາຍແທນ ຄືຂັນອາສາຕັດເຄືອນັ້ນຈົນຂາດ ພໍຕັດຂາດແລ້ວປູ່ຍ່າກໍ່ຂາດໃຈຕາຍ  ຄົນທັງປວງຈຶ່ງເຫັນແສງສະຫວ່າງ ແລະ ເປັນສຸກສືບມາ  ຈິ່ງນົບໃຫວ້ຫາປູ່ຍ່ານີ້ບໍ່ຂາດ  ປາກຄຳໃດ  ອອກຊື່ວ່າ ເຍີໆ ຄືວ່າ  ຢູ່ດີເຍີ  ໄປດີເຍີ  ກິນເຍີ ນອນເຍີ ອາຍຸໝັ້ນຍືນເຍີ ດັ່ງນີ້ເປັນເຄົ້າຮອດຊູ່ມື້ນີ້ແລ.

   2.  ຍ່າປຸ ຢູ່ພູຍ່າປຸ  ເປັນຍ່າທ່ຽງທຳໜັກແໜ້ນຮັກສາສິນກຳມະບົດສິບ  ບໍ່ໜີຈາກພູຍ່າປຸ  ບໍ່ເຮັດຮ້າຍໃຫ້ຄົນ ແລະ ສັດຈັກເທື່ອ  ຊ່ອຍຄົນດີ  ບໍ່ເຂົ້າຂ້າງຄົນຖ່ອຍ  ຄືຊ່ອຍຮັກສາພຮະຊັຍເຊດຖາ  ບໍ່ຊ່ອຍບໍ່ຮັກສາພຼະສາຂຽດໂງ້ງຄົນທັງປວງຈຶ່ງເອົາຊື່ເພີ່ນມາເວົ້າເປັນສົງໃສບໍ່ດີບໍ່ຮ່າຍວ່າ  ບໍເດ?  ຊິດີບໍເດບຸ? ຊິໄດ້ບຸເດ? ໃຫ້ຮິ່ນຕອງຄັກໆຈິ່ງເຮັດ ບໍ່ດີຢ່າເຮັດ.

  3.  ຍ່າວາຍ  ຫຼອກຫຼອນໃຫ້ຄົນຢ້ານເຫັນຄົນແລ້ວຍ່າກໍ່ຫົວຟະໆ  ໃຜເຫັນກໍ່ຮ້ອງຢ້ານວາຍໆສູ່ຄົນ  ຍ່ານີ້ມັກຈັບຄົນຂັງໃວ້ທໍຣະມານຕ່າງໆ ຖ້າມີຜູ້ຕໍ່ສູ້ໄດ້ຍ່າກໍ່ຍອມ  ຍ່ານີ້ມັກຢູ່ປ່າເລິກດົງໜາຕຶບຊູ່ບ່ອນ  ແຕ່ບໍ່ມັກຂ້າຄົນ  ແຕ່ເຮັດໃຫ້ຍ້ານຮ້ອງວາຍໆ  ຈຶ່ງຊື່ວ່າຍ່າວາຍ  ເປັນຍ່າບໍ່ດີ.

  4.  ຍ່າງ່າມ  ລາງເທື່ອໃຈດີ  ແລະ  ລາງເທື່ອກໍ່ໃຈຮ້າຍຊ່ອຍຄົນກໍ່ມີ ແລະ ເຮັດຮ້າຍກໍ່ມີ ບໍ່ພິຈາຣະນາຫາເຫດຜົນ ເອົາແຕ່ໃຈຕົນເອງ ທ່ຽວຢູ່ທົ່ວທີບບໍ່ດີ.

  5.  ຍ່າດຳ  ແລະ    6.  ຍ່າແດງ  ທັງສອງຍ່ານີ້ເປັນຍ່າບໍ່ດີຈັກດີ້  ໃຜເຂົ້າກອດແຂ່ງພັນຂາເອົາໃຈເພິ່ນແລ້ວແມ່ນຄົນຖ່ອຍມີຜິດທໍ່ໃດກໍ່ຊ່ອຍໂລດ  ຍ່ານີ້ຮັບຈ້າງລາງວັນຂ້າຜູ້ກິນຄົນຊູ່ແນວ  ໃຜກ່ຽວຂ້ອງກັບເພິ່ນແລ້ວກໍ່ຍັງດັບເຝິກແອບໃຫ້ເປັນຄືເພິ່ນໝົດ  ບໍ່ເຮັດຄວາມດີແກ່ຄົນສັດໂລກຈັກດີ້  ມີແຕ່ທ່ຽວຄ້ວາຮັບຈ້າງ  ເຮັດຮ້າຍຂ້າຜູ້ກິນຄົນຖ່ອຍທົ່ວທີບ  ບໍ່ມີບຸນຄຸນກັບໃຜ  ຄັນຄຽດຫຼືໄດ້ຄ່າຈ້າງແລ້ວແມ່ນແຕ່ຍາດເພື່ອນມິດສະຫາຍກໍຂ້າໂລດ.

  ພື້ນຍ່ານີ້ເປັນປະຣັມປະຣາມາແລ

ຈາກ: ປື້ມພົງສາວະດີ ແຂວງ ອັດຕະປື.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

  ສະບາຍດີເພື່ອນພັນລາວ

  ປະຈຸບັນນີ້ເພິ່ນໃຫ້ສິດເທົ່າທຽມກັນລະຫວ່າງຍິງຊາຍ....ຕາມແນວຄວາມຄິດຂອງຕົນເອງຄິດວ່າ....

ມີບາງສິ່ງບາງຢ່າງທີ່ແມ່ຍິງລື່ນຜູ້ຊາຍencrypted-tbn0.google.com/imagesແມ່ນຫລືບໍ່ໆ