ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

- ຄືວັນນີ້ (21/11/2010) ມີພີ່ນ້ອງທີ່ບ້ານກໍາປົງສະເລົາ ເມືອງແສບ ແຂວງພະວິຫານ ປະເທດກໍາປູເຈັຍ ດ້ວຍໂທລະສັບລາວໂທລະຄົມ ແອັມໂຟນ(ເບີລາວ), ວ່າ ວັນນີ້ ທີ່ວັດ(ໝາຍເຖິງວັດກຳປົງສະເລົາ) ມີການເຮັດບຸນໄຫຼເຮືອໄຟ ແລະໄຫວ້ພຣະແຂ, ຄວາມຈິງໄຫວ້ພຣະໄຫຼເຮືອໄຟນັ້ນ ຄົນລາວເຮົາຄົງຊິຮູ້ກັນ ທົ່ວໄປແລ້ວ ເຖິງວ່າດຽວນີ້ ໄທວຽງຈັນ ຈະເວົ້າວ່າໄຫຼກະໂທງ ຫຼືບາງຄົນວ່າລອຍກະໂທງກະຕາມ ແຕ່ໄທບ້ານຂ້ອຍ(ແຖວສີພັນດອນ) ແຕ່ກ່ອນໄດ້້ເວົ້າ 2 ແບບ ຄື, ໄຫຼເຮືອໄຟ ແລະໄຫຼປະທີບ, ດຽວນີ້ໄຫຼເຮືອໄຟເປັນພາສາທີ່ເວົ້າກັນທົ່ວໄປແລ້ວ ບາງຄົນອາດຊິສົງໄສວ່າ ເອົາວ໌ ໄຫຼເຮືອ ຄືວ່າໄຫຼຕອນນີ້ ບໍ່ແມ່ນໄຫຼແຕ່ຕອນອອກພັນສາພຸ້ນຫວາ.
- ແມ່ນແລ້ວສໍາລັບລາວເຮົານັ້ນ ແມ່ນໄຫຼເຮືອໄຟ ແຕ່ເດືອນ ຂຶ້ນ 15 ຄໍ່າ ເດືອນ 11 ພຸ້ນ ສໍາລັບວຽງຈັນແລ້ວທົ່ວປະເທດ ແຕ່ຊາວບ້ານຂ້ອຍ ແຖວສີພັນດອນ ແມ່ນໄຫຼເຮືອໄຟ ແມ່ນ 3 ຄັ້ງ ຄື ແຮມ 14 ຄໍ່າເດືອນ 9, ເພັງ ເດືອນ 10, ແຮມ ເດືອນ 10 ແລະເພັງ ເດືອນ 11 (ຕອນອອກພັນສານີ້ ແຕ່ລະວັດບໍ່ເໝືອນກັນ ສາມາດໄຫຼເຮືອໄຟໄດ້ຫຼາຍວັນນັບແຕ່ວັນອອກພັນສາໄປຈົນຮອດ ເດືອນ 12 ເພັງ, ເພາະວ່າ ແຕ່ລະວັດນັ້ນ ຫາກມີການເຮັດບຸນໄຫຼເຮືອໄຟ ມັກຈະມີການເພງກອງ ແລະເຮັດບຸນຈົກສະຫຼາກນໍາ ອິອິອິໆ ວ່າຊິ້ວົ້າເລື່ອງໄຫຼເຮືອ ໄຟ ແລະໄຫວ້ພຣະແຂ ບ້ານກໍາປົງສະເລົາຊັ້ນດອກ ເລີຍເວົ້າເລື່ອງອື່ນໄປເລີຍ, ເອົາຈັ່ງຊີ້ກະໄດ້ ການທີ່ບ້ານກໍາປົງສະເລົາ ໄຫຼເຮືອໄຟ ແລະໄຫວ້ພຣະແຂນັ້ນ ເປັນການເຮັດຕາມປະເພນີຂະເໝນ ບໍ່ແມ່ນເຮັດຕາມປະເພນີລາວ ບ້ານກໍາປົງສະເລົານັ້ນ ເປັນບ້ານໃນດີນຂະເໝນ ເປັນບ້ານໜຶ່ງໃນແຄມແມ່ນໍ້າຂອງ ແຕ່ຂຶ້ນກັບເມືອງແສບ ແຂວງພະວິຫານ ບ້ານນີ້ ໄກ້ກັບບ້ານດອນຂະເໝົາ ເມືອງໂຂງ ແຂວງຈໍາສັກ (ປະເພນີ້ ແມ່ນເຮັດກັນສະເພາະໃນບ້ານກໍາປົງສະເລົາເທົ່ານັ້ນ ບ້ານອື່ນໆ ໃນຕາແສງ ແລະເມືອງນັ້ນບໍ່ເຮັດ ຈະເຮັດເໝືອນລາວ).
- ຄວາມຈິງບ້ານກໍາປົງສະເລົານີ້ ພາສາລາວເຮົາຮຽກວ່າ ບ້ານທ່າເປືອຍ, ພາສາຂະເໝນຮຽກວ່າບ້ານກໍາປົງສະເລົາ ແຕ່ກ່ອນບ້ານທ່າເປືອຍ ຂຶ້ນກັບເມືອງມະໂນໄພ ນະຄອນຈໍາປາສັກ ເມື່ອປີ 1941 ສຍາມໄດ້ສົ່ງນະຄອນຈໍາປາສັກໃຫ້ແກ່ລາວແລ້ວ ເມືອງມະໂນໄພໄດ້ກ່າຍດິນແດນຂອງຂະເໝນໄປ, ດ້ວຍເຫດນັ້ນ ມາໃນໄລຍະຫຼັງໆ ບ້ານທ່າເປືອຍ ຈຶ່ງໄດ້ເອົາພິທີກັມແບບຂະເໝນມານໍາໃຊ້, ເພາະໃນເມື່ອກ່ອນສຍາມ ສະໄໝຝຣັ່ງ ແລະອາເມຣິກາ ບ້ານນີ້ ເປັນສູນກາງຂອງທາງການທະຫານ ແລະການປົກຄອງຢູ່ແຖວເວີນຫີນນາກ.
- ດັ່ງທີ່ກ່າວແລ້ວ ການໄຫຼເຮືອໄຟນັ້ນ ຄົນລາວທົ່ວໄປຮູ້ ແລະການໄຫວ້ພຣະແຂນັ້ນແມ່ນຫຍັງ ? ຄົນລາວທົ່ວໄປບໍ່ມີໃຜຮູ້ແນ່ນອນ ເວັ້ນເສັຍແຕ່ຄົນລາວຢູ່ທາງພາກໃຕ້ ໃນຝັ່ງຂວາຂອງດອນໂຂງ ເຊັ່ນເມືອງແສນ, ດອນຖານ ດອນໂລງ ແລະບ້ານອື່ນໆ ໃນເຂດນັ້ນ, ເພາະນອກຈາກບ້ານທ່າເປືອຍເຮັດແລ້ວ ທີ່ເມືອງລາວເຮົາ ມີວັດດຽວເຮັດ (ອາດເປັນວັດດຽວໃນລາວເທົ່ານັ້ນ ທີ່ຜູ້ຂຽນຮູ້ມາກ່ອນ) ຄື ວັດບ້ານດອນກະເດັນ ເມືອງໂຂງແຂວງຈໍາປາສັກ. ຄົນລາວ ແລະຄົນຂະເໝນເຊື່ອສາຍລາວ ຈະເຊື່ອຖືໄຫວ້ພຣະແຂສອງວັດນີ້ ຫາກມີການກົງກັນ ມັກຈະເປັນຈິງແນ່ອນ.
- ໄຫວ້ພຣະແຂ ແມ່ນຫຍັງ ? ໄຫວ້ພຣະແຂແມ່ນການສ່ຽງທວາຍນໍ້າຟ້ານໍ້າຝົນ ໃນປີຕໍ່ໄປ ຈະເຮັດໃນວັນເພັງເດືອນ 12 ເທົ່ານັ້ນ, ຄື ຄໍາວ່າໄຫວ້ພຣະແຂ ເປັນພາສາຂະເໝນ ເມື່ອແປເປັນພາສາລາວແລ້ວວ່າ ໄຫວ້ດວງພຣະຈັນ.
- ພິທິກັມຈະສະຫຼຸບງ່າຍໆ ເລົ່ານີ້
- ຮອດວັນນັ້ນມາ ຊາວບ້ານຈະເອົາເຂົ້າຕົ້ມ ເຂົ້າໜົມ ເຂົ້າເໝົ້າ ເຂົ້າຮາງ ກ້ວຍ ອ້່ອຍ ທູບທຽນມາໂຮມກັນເປັນພາບູຊາ 12 ພາ ທີ່ຂາດບໍ່ໄດ້ ກໍຄື ຫຼໍ່ທຽນດ້ວຍເຜີ້ງບໍລິສຸດເທົ່າກັນ ສີທຽນດ້ວຍ 365 ເສັ້ນ, 12 ເຫຼັ້ມ, ເອົາທຽນນັ້ນ ມາຕິດໃສ່ຮາວໄມ້ໄຜ່ ແລ້ວຫາໄຫ 12 ໜ່ວຍໃສ່ນໍ້າມາໂຕ່ງໄວ້ກ້ອງຮາວທຽນແຕ່ລະເສັ້ນ ແຕ່ລະເຫຼັ້ມ ນັບແຕ່ຕົ້ນລໍາໄມ້ໄຜ່ ເປັນເດືອນຈຽງ, ຍີ່ ໄປຈົນຮອດເດືອນ 12 ທີ່ປາຍໄມ້ໃຜ່ ວັນນີ້ (ຄືເພັງເດືອນ 12) ຈະມີມະຫໍລະສົບຄົບງັນ (ວັນນີ້ ພີ່ນ້ອງບອກວ່າ ມີລໍາວົງ, ລໍາເລື່ອງຄົບງັນ) ໄປຈົນຮອດ 23 ໂມງ, ກໍມີການສູດປະລິດຕະມຸງຄຸນ ຫຼັງຈາກນັ້ນ ໝໍພາມໃນບ້ານນັ້ນ ເຊິ່ງເປັນເຈົ້າພິທີຈະທໍາພິທີ່ກ່າວປ່າວເທວະດາຟ້າແຖນມະເຫສັກຫຼັກເມືອງ ແລ້ວມີການຈູດທຽນທັງ12 ເຫຼັ້ມໃຫ້ຕັ້ງໄວ້ ເມື່ອທຽນໄໝ້ໄປຈົນເຫັນວ່າໄໝ້ດີແລ້ວ ໝໍພາມຈະສ່ຽງທວາຍນໍ້າຝົນ ລົມ ແລ້ງອື່ນໆໆ ຫາກທຽນທີ່ເຫຼັ້ມໃດນໍ້າຕາທຽນຕົກຫຼາຍ ໝໍພາມກໍທວາຍໄປວ່າ ຝົນຈະຫຼາຍ ຫາກນໍ້າຕາທຽນຕົກນ້ອຍ ກໍທວາຍຕາມນັ້ນ.
- ພິເສດ: ສະໄໝຍັງນ້ອຍ ຜູ້ຂຽນເຄີຍເຫັນຫຼາຍຄັ້ງ ທີ່ວັດທ່າເປືອຍແຫ່ງນີ້ ມັນກະເປັນຕາງຶດແທ້ໃດ ທຽນຂະໜາດເທົ່າກັນ ແລະເຜິ້ງເທົ່າກັນ ໃຕ້ທີ່ຮາວທຽນ ແລະປິ່ນປາຍທຽນລົງເໝືອນກັນແລ້ວ ທຽນບາງເຫຼັ້ມ ເຊັ່ນເດືອນ 6-7-8-9-10- ນີ້ທຽນຈະຍ້ອຍຫຼາຍ ແລະເດືອນໆອື່ນໆນັ້ນ ກໍຍ້ອຍທໍາມະດາ ສິ່ງທີ່ງຶດໄປກວ່ານັ້ນ ທຽນເຫຼັ້ມ 1-2 ນີ້ນໍ້າຕາທຽນບໍໍ່ຍ້ອຍເລີຍ.
- ສໍາລັບຜົນຂອງການເຮັດບຸນພະແຂ ບ້ານທ່າເປືອຍ (ກໍາປົງສະເລົາ) ວັນນີ້ ຕ້ອງລໍຄໍາຕອບມື້ອື່ນໆເດີ ຂອບໃຈ.

Delicious Digg Fark Twitter