ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມີສິ່ງຂອງເຄື່ອງໃຊ້ ມູນມາກອັກໂຂ
ຕ້ອງຮູ້ຈັກຄວາມມີ ໃຊ້ເປັນໃຫ້ມັນໄດ້
ມີມາກມາຍຫຼາຍແທ້ ໃຊ້ບໍ່ເປັນທຸກກໍມາກ
ມີມາກຫຼາຍຫຼາກລົ້ນ ກໍສົນເລື້ອຍທຸກບໍ່ວາຍ

ມີກໍສຸກທຸກກໍໄດ້ ຫາກໃຊ້ສິ່ງທີ່ເຮົາ
ໃຊ້ບໍ່ເປັນກໍ​ເສັຍທີ່ ທຸກທີ່ມີຂອງໃຊ້
ຄວາມສຸກມາບັນທອນໄດ້ ຈິດໃຈຫຍຸ້ງຍາກ
ລໍາບາກຫຼາຍຫຼາກລົ້ນ ເພາະມີແລ້ວທຸກທຸກເຈືອປົນ

ຍາມຊອກຫາມາໄດ້ ໃຊ້ຈ່າຍໃຫ້ເປັນສຸກ
ໃຊ້ບໍ່ເປັນກໍເປັນທຸກ ຍາກຊາຫຼາຍລົ້ນ
ຮູ້ຈັກມີຮູ້ຈັກໃຊ້ ຮູ້ຈັກໃຈຮູ້ຈັກເຫດ
ຮູ້ຈັກຈົນແຈບແຈ້ງ ສຸກລົ້ນແລະຮັ່ງມີ ທ່ານເອີຍ

Delicious Digg Fark Twitter