ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
ປີໃໝ່ນີ້ ຈົ່ງສົມຫວັງ ດັ່ງພອນໝາຍ
ປີເກົ່າກາຍ ຄຸນຄວາມດີ ທະວີຜົນ
ມີໃໝ່ມາ ສຸກສົມຫວັງ ຈົ່ງບັນດົນ
ສໍາເຣັດຜົນ ຄວາມໝາຍ ຕາມສະໄໝ
 
 
ຄວາມສະບາຍ ພອນທັງສີ່ ຈົ່ງສະໜອງ
ຊັບສິ່ງຂອງ ທີ່ໃຫຍ່ຫຼວງ ໃຫ້ຫຼັ່ງໃຫຼ
ເພີ່ມພູນມາ ມວນມາກມາຍ ບັນເທົາໃຈ
ຕາມສະໄໝ ພັດທະນາ ຕະຫຼອດການ
 
 
ອາຍຸຍົງ ຄົງທົນນານ ເປັນຮ້ອຍປີ
ຄວາມສຸກມີ ຫຼາຍເຫຼື້ອລົ້ນ ພົ້ນປະມານ
ແມ່ນເຖົ້າແລ້ວ ໜັງຢ່າຫ່ຽວ ແກ້ມຢ່າຍານ
ປະນິທານ ທີ່ຕັ້ງໄວ້ ໃຫ້ສົມປອງ
 
 
ວັນນະງາມ ຜີວພັນດີ ສວຍສະເໝີ
ໃຫ້ຄົນເຫີ່ ມອງເຫັນແລ້ວ ຢາກທຽມສອງ
ຜິວເນື້ອກາຍ ຮຽວບາງກ້ຽງ ໃສດັ່ງທອງ
ຜົມງາມຜ່ອງ ດໍາສະເໝີ ຍາມເກົ້າເປັຍ
 
 
ຄວາມສຸກມີ ມວນມາກ ພ້ອມທຸກສິ່ງ
ລູກຊາຍຍິງ ໄດ້ດັ່ງໃຈ ບໍ່ມີເສັຍ
ຫາກທ່ານໂສດ ກໍໃຫ້ໄດ້ ແຕ່ງຜົວເມັຍ
ຄວາມສູນເສັຍ ບັນທອນໃຈ ສຸກທຸກເມື່ອ
 
 
ພະລັງຊັບ ນັບເກີນແສນ ຮ້ອຍພັນລ້ານ
ພະລັງງານ ຫຼວງຫຼູາຍຫຼາກ ມາກລົ້ນເຫຼືອ
ພະລັງໃຈ ພະລັງຄົນ ຈົນເຫຼືອເຟືອ
ດີທຸກເມື່ອ ພະລັງກາຍ ແຂງແຮງດີ
 
 
ພອນທັງສີ່ ຈົ່ງຢ່າມີ ພຽງປີໃໝ່
ຂໍຈົ່ງໃຫ້ ມີເລື້ອຍ ຊົ່ວຊີວີ
ທຸກຄືນວັນ ຂໍໃຫ້ໄດ້ ສ້າງຄວາມດີ
ຄວາມຫວັງນີ້ ຂໍໃຫ້ໄດ້ ຕລອດການ
Delicious Digg Fark Twitter