ຂຽນເມື່ອ: ກ.ລ.. 4, 2009
| ມີ
21 ຄຳເຫັນ
ແລະ
0 trackback(s)
ນອນພັກກາງເວັນຕື່ນມາເອົາຕອນ 4:28 PM ໂດຍປະມານ ລ້າງໜ້າຮຽບຮ້ອຍ ໜ້າຍັງບໍ່ທັນແຫ້ງກໍຍ່າງລົງມາຊັ້ນລຸ່ມກະກຽມໄປເຝົ້າຮ້ານ ໄລຍະນີ້ແຂກຄົນຂ້ອນຂ້າງຈະມີໜ້ອຍ ອາດຈະດ້ວຍເຫດວ່າເປັນຍາມຝົນ, ເປັນໄລຍະ low-season ຫຼືເປັນຍ້ອນເສດຖະກິດຝືດເຄືອງ ແມ່ນຫຍັງກໍວ່າກັນໄປ ສະຫຼຸບແລ້ວແມ່ນ ລາຍໄດ້ບໍ່ຄ່ອຍມີ ມີແຕ່ລາຍຈ່າຍ ເນື່ອງຈາກລູກຄ້າໜ້ອຍ.
ລົງມາຮອດຊັ້ນລຸ່ມກວດກາຄວາມຮຽບຮ້ອຍທົ່ວໄປ ຈັກໜ່ອຍກໍມີຊາຍໜຸ່ມຄົນນຶ່ງຍ່າງເຂົ້າມາໃນຮ້ານ ຫຼັງຈາກໂອ້ລົມປາໄສທັກທາຍກັນເລັກນ້ອຍເຖິງປານກາງ ກໍພໍຈະຈັບໃຈຄວາມໄດ້ວ່າ ມາຈາກໄວໜຸ່ມລາວ ຈະມາຂາຍວາລະສານໄວໜຸ່ມ ຈະມາຂາຍປື້ມດ້ານລຸ່ມນີ້ vvv
(ຮອຍຂັ້ນໄດທາງຂວາມືຢ່າໄປສົນໃຈ ຕັດໃນໂປຣແກຣມຊື່ ໆ)
ກໍປະມານວ່າ ຢາກໃຫ້ສົ່ງເສີມວາລະສານດັ່ງກ່າວຂ້າງເທິງ ຊ່ວຍເທົ່າໃດກໍໄດ້ ຂໍແຕ່ຊ່ວຍ ຫົວນຶ່ງກໍຍັງດີ ຕອນນັ້ນກໍບໍ່ໄດ້ເບິ່ງນຳເຂົາເຈົ້າ ໃຫ້ເມຍເບິ່ງແທນ ເມຍກໍບໍ່ໄດ້ຫຼິ້ນພັນລາວ ລາວເລີຍບໍ່ຮູ້ວ່າ ວາລະສານແບບດຽວກັນນີ້ແຫຼະ ສະດັບດຽວກັນເລີຍ ທີ່ຖືກໄປເລາະຂາຍທົ່ວປະເທດມາແລ້ວ!! ມີິຄົນລົງໄວ້ກ່ອນໜ້ານີ້ຕັ້ງແຕ່ເດືອນແລ້ວມາລະ ອ່ານໄດ້ໃນ http://punlao.com/November/diary/5728/
ເປັນອັນວ່າ ຊ່ວຍເພິ່ນ 10,000 ກີບ ເພື່ອຊື້ວາລະສານເຫຼືອຂາຍມາອ່ານ
ແລ້ວເປັນຫຍັງເອີ້ນວ່າວາລະສານເຫຼືອຂາຍລະ? ກໍຍ້ອນມັນເຫຼືອແລ້ວຈຶ່ງເອົາມາຂາຍໃຫ້ນີ້ເດ້ ຈັກມັນວາລະສານພິມແຕ່ຍາມໃດ ມີຮອດຂ່າວອັນວ່າຊອກຫາດີເຈເບຍລາວ ມັນແລ້ວໄປແຕ່ສາມເດືອນກ່ອນແລ້ວ ລະຍັງມີຂ່າວໂປງລາງສະອອນຊິມາທົວຄອນເສີດຢູ່ລາວ ອັນນີ້ໝູ່ຂ້າພະເຈົ້າໄປເບິ່ງມາແຕ່ເດືອນໃດພຸ້ນແລ້ວ ຊິມາບອກເຮັດຫຍັງຍາມນີ້
ເປີດອ່ານແລ້ວກໍບໍ່ມີຫຍັງຊິປະດັບສະໝອງນ້ອຍ ໆ ຂອງ ຂພຈ ໄດ້ເລີຍ ອັນຂ່າວໄອທີເພິ່ນ ບອກວ່າ Sony ໄດ້ລາງວັນດ້ານການອອກແບບຜະຫລິດຕະພັນລະດັບໂລກ ເອີ ແລ້ວມັນກ່ຽວຫຍັງກັບຂ້ອຍນໍ້ ຂ້ອຍຊິໄດ້ຫຍັງນຳມັນນໍ້ ບໍ່ເຂົ້າໃຈ ອັນຂ່າວແນວນີ້ກໍຊິເອົາມາລົງ ອ່ານໄປອີກຂ່າວ Cisco ນຳສະເໜີນະວັດຕະກຳໄຣ້ສາຍ ເບິ່ງເນື້ອຂ່າວລະແມ່ນວ່າ Cisco ອອກ Access Point ລຸ້ນໃໝ່ເທົ່ານັ້ນ ຈົບ ໂອຍ ແບບນີ້ມັນບໍ່ໄດ້ເອີ້ນນະວັດຕະກຳເດີ້ພີ່ນ້ອງ ມັນມີມາດົນແລ້ວອັນນີ້ຫັ້ນ ບໍລິສັດອື່ນເຂົາກໍມີ ອັນແນວນີ້ກໍເອົາມາເປັນຂ່າວໄອທີ ຄົນອ່ານໄດ້ປະໂຫຍດຫຍັງນໍ້ ບໍ່ເຂົ້າໃຈນຳ ບ.ກ.
ຂ່າວກິລາ ບອກວ່າ “ຢູຟ່າແຊ້ມປ້ຽນລີກ ປະກົບສຸດມັນ!” ອືມມມ ຂ້າພະເຈົ້າບໍ່ໄດ້ສົນໃຈເລື່ອງເຕະບານ ແຕ່ເຊື່ອວ່າອັນລີກນີ້ມັນແລ້ວໄປແຕ່ດົນລະເດ ວ່າແລ້ວກໍເປີດຕໍ່ໄປ ກໍມີແຕ່ໂຄສະນາອີກຫຼາຍໜ້າຕິດກັນ ຈະບໍ່ມີໜ້າໃດທີ່ທ່ານບໍ່ພົບໂຄສະນາ!
ຈົນໄປຮອດບົດຂຽນເລື່ອງ “ເປັນຫຍັງມະນຸດເຮົາຈຶ່ງບໍ່ສາມາດຫາຍໃຈໃນນ້ຳໄດ້” ອັນນີ້ກໍເອົາມາຂຽນ ຖ້າບໍ່ເອົາມາຂຽນບອກ ຂພຈ ຄືຊິບໍ່ຮູ້ວ່າເປັນຫຍັງມະນຸດຫາຍໃຈໃນນ້ຳບໍ່ໄດ້ເນາະ ເອີ ດີດີດີ ມີປະໂຫຍດ ເອົາເຂົ້າໄປ ສະບັບໜ້າເອົາເລື່ອງ “ເປັນຫຍັງປາຈຶ່ງບໍ່ສາມາດຢູ່ເທິງບົກໄດ້” ມາຂຽນແດ່ເດີ ຖ້າອ່ານ!
ເປີດມາຮອດໜ້າເຫຼືອງ ໆ ລະອຸກໃຈ ເພາະມັນຕອກຢ້ຳວ່າເຮົາອ່ານຂ່າວເກົ່າ ມັນເປັນຂ່າວຄົ້ນຫາດີເຈຄົນໃໝ່ຂອງເບຍລາວ ດັ່ງນີ້ໄດ້ກ່າວໄປແລ້ວວ່າ ອັນດີເຈເບຍລາວນີ້ເຂົາຊອກໄດ້ແຕ່ດົນແລ້ວ ຈັກເດືອນມາແລ້ວ...
ເປີດໄປອີກສອງສາມໃບ ກໍເປັນຮູບສອງໜຸ່ມສາວຢູ່ໜ້າປົກ ພ້ອມໂຄສະນາເສື້ອຜ້າຂອງບໍລິສັດ brandname ແຫ່ງນຶ່ງທີ່ຂຶ້ນຕົ້ນດ້ວຍຄຳວ່າ play.... ອັນວ່າໂຄສະນາເພາະເຂົາໂຄສະນາອີ່ຫລີ ມີຮອດບອກລາຄາ ພ້ອມລະບຸເບີໂທທີ່ສາມາດຕິດຕໍ່ຊື້ໄດ້! ສະດວກສະບາຍຫຼາຍເນາະດຽວນີ້...
ເປີດມາອີກ ເອົາອີກແລ້ວ ຂ່າວເກົ່າ ຂ່າວໂປງລາງສະອອນມາທົວລາວ ຖັດຈາກນັ້ນກໍຂ່າວບັນເທີງທົ່ວໄປ ເອົາດາລາເກົາຫລີມາລົງ ແລະອື່ນ ໆ ແລະແນ່ນອນ ມີໂຄສະນາປະກອບສະເໝີ
ຂ້າພະເຈົ້າລອງເປີດເບິ່ງໃຫ້ຄັກ ໆ ວ່າມັນມີໂຄສະນາຈັກຈຸດກັນແທ້ ປາກົດວ່າ...
ຕັ້ງແຕ່ໜ້າປົກ ຈົນຮອດໜ້າສຸດທ້າຍ ມີໂຄສະນາທັງໝົດ 36 ຈຸດ ແລະມີເນື້ອຫາທີ່ບໍ່ແມ່ນໂຄສະນາທັງໝົດ 24 ຈຸດ ຖ້ານັບເປັນໜ້າໄດ້ບໍ່ຮອດ 10 ໜ້າຊ້ຳ! (ວາລະສານນີ້ມີ 44 ໜ້ານັບທັງໜ້າປົກແລະຫຼັງປົກ)
ອັນແບບນີ້ຍັງເຮັດມາຂາຍເນາະ ອ່ານເບິ່ງແຕ່ລະໜ້າ ບໍ່ມີອັນໃດເລີຍທີ່ນຳໃຊ້ໄດ້ໃນຊີວິດປະຈຳວັນ ເພິ່ນຕັ້ງເຮັດມາໃຫ້ເບິ່ງແທ້ ໆ ເນາະ ເພາະມີແຕ່ໂຄສະນາອີ່ຫລີ
ຖ້າວ່າຢາກໃຫ້ຊຸກຍູ້ ເປັນຫຍັງຄືບໍ່ເຮັດແນວດີ ໆ ມີສາລະໄດ້ປະໂຫຍດມາແດ່ນໍ້ທ່ານ ອີກຢ່າງ ບໍ່ເຂົ້າໃຈຖ້າມັນຂາຍບໍ່ໝົດ ເປັນຫຍັງບໍ່ພິມໃຫ້ໜ້ອຍລົງເອົາ ເປັນຫຍັງຕ້ອງພິມຫຼາຍ ໆ ໃຫ້ມັນຂາຍບໍ່ໝົດແລ້ວເອົາຂອງເກົ່າມາໃຫ້ຊື້
ຈົບດີກວ່າ