ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຂອງຄົນເຮົາກໍ່ມີການກ້າວເດີນຄືກັນ

ຕອນເລີ່ມຕົ້ນ ຄວາມຮັກກໍ່ກ້າວເດີນໄປທາງໜ້າຢ່າງໄວວາ

ເພາະ... ຢາກຈະເຖິງຈຸດໝາຍທີ່ຫວັງໄວ້

ຄື... ໃຜຄົນໜື່ງທີ່ເຮົາຮູ້ສືກດີໆນຳ

ເມື່ອສົມຫວັງແລ້ວຄວາມຮັກກໍ່ກ້າວໄປເລື້ອຍໆ

...ບໍ່ຕ້ອງກ້າວໄປຍາວແລະໄວ

...ກ້າວໄປຕາມປົກກະຕິແລະກ້າວເດີນຕໍ່ໄປເລື້ອຍໆ

...ໃນຊ່ວງນີ້ຖ້າກ້າວເດີນໄປໄວອາດຈະເຈີະຂຸມແລະສະດຸດໄດ້

ກໍ່ອາດຈະຕ້ອງກ້າວເດີນຢ່າງລະມັດລະວັງ

ແລະກ້າວເດີນໃຫ້ໄດ້ຈັງຫວະ .. ທີ່ເໝາະສົມ

ແຕ່ເມື່ອເຖິງເວລາທີ່ຄວາມຮັກຜິດຫວັງ ແລະ ຈົບລົງ

ຄວາມຮັກກໍ່ຈະກ້າວເດີນຊ້າລົງ

ບາງທີອາດຈະຊ້າ.. ຊ້າຈົນຄືເຮົາກ້າວເດີນຖອຍຫຼັງ

ຄືກັບຄົນ ທີ່ສະດຸດລົ້ມແລ້ວເຈັບຂາ

ຈະກ້າວເດີນບໍ່ຄ່ອງແຄ້ວ

ຕ້ອງລໍເວລາເພື່ອຮັກສາໃຫ້ບາດແຜທີ່ເກີດຈາກການສະດຸດລົ້ມດີ

ແລ້ວຈິີ່ງກ້າວເດີນຕໍ່ໄປຕາມປົກກະຕິ

ຄວາມຮັກກໍ່ມີ step ໃນການກ້າວເດີນໄປແບບນີ້ເລື້ອຍໆ

ຊ້າແດ່... ໄວແດ່ ຈົນກວ່າຈະເຖິງມື້ໜື່ງທີ່ເຮົາໄດ້ເຈີະຄົນທີ່ຮັກເຮົາແທ້ຈີງ

ມື້ນັ້ນ...ຄວາມຮັກຄົງກ້າວເດີນຕໍ່ໄປໄດ້ເລື້ອຍໆ

ເຖິງຈະສະດຸດແດ່, ຕົກຂຸມແດ່

ແຕ່... ກໍ່ຍັງມີຄົນຖ້າປະຄອງ ຖ້າກ້າວເດີນໄປພ້ອມກັນ

ບໍ່ແມ່ນສະດຸດລົ້ມແລ້ວ...ຕ້ອງລຸກກ້າວເດີນຕໍ່ໄປດ້ວຍຕົວເອງອີກຕໍ່ໄປ

ເມື່ອຄວາມຮັກ.. ກ້າວເດີນ

ເຮົາຈື່ງກ້າວເດີນຕາມ ... ຢ່າງລະມັດລະວັງ

ຈະລົ້ມແດ່, ສະດຸດລົ້ມແດ່ກໍ່ຕ້ອງພະຍາຍາມລຸກຂື້ນ

...​ແລະກັບມາກ້າວເດີນຕໍ່ໄປໃຫ້ໄດ້...

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2013 | ມີ 14 ຄຳເຫັນ ແລະ 0 trackback(s)

      ຄວາມເຊື່ອທີ່ເຄີຍໄດ້ຍິນມາວ່າການໂດບໄຂ່ລວກ ຫຼື ວ່າໄຂ່ດິບຈະເຮັດໃຫ້ຮ່າງກາຍແຂງແຮງ ແລະ ມີພະລັງວັງຊາ ແຕ່ຄວາມຈິງແລ້ວມັນເປັນຄວາມເຊື່ອທີ່ຜິດຫຼາຍ ເພາະມີຜົນສຳຫຼວດອອກມາໃຫ້ໄດ້ຮູ້ແລ້ວວ່າ ການກິນໄຂ່ດິບຫຼືບໍລິໂພກໄຂ່ດິບນັ້ນເປັນການທຳຮ້າຍຮ່າງກາຍຂອງເຮົາໄປໃນຕົວ                                              ມື້ນີ້ເຮົາຈິ່ງນຳເອົາຄວາມຮູ້ທີ່ກ່ຽວກັບຜົນຮ້າຍຂອງການກິນໄຂ່ດິບມາຝາກຖ້າໃຜຄິດວ່າການກິນໄຂ່ດິບເປັນຢາຊູກຳລັງ

  ໂທດຂອງການກິນໄຂ່ດິບ

ຫຼາຍຄົນເຂົ້າໃຈວ່າການກິນໄຂ່ດິບມື້ລະໜ່ວຍໃນຕອນເຊົ້າຈະສາມາດຮັກສາສຽງໄດ້ດີ ແຕ່ຄວາມຈິງແລ້ວການກິນໄຂ່ດິບເຮັດໃຫ້ຮ່າງກາຍໄດ້ຮັບທາດບຳລຸງຈາກໄຂ່ພຽງແຕ່ເຄີ່ງດຽວ ໃນໄຂ່ດິບຈະມີໂປຣຕຼີນທີ່ເປັນປະຕິຊີວະນະຢູ່

 ຖ້າກິນໄຂ່ດິບຕະຫຼອດໂປຣຕຼີນຊະນິດນີ້ຈະສະສົມຢູ່ໃນຮ່າງກາຍ ມັນຈະເຂົ້າໄປຂັດຂວາງບໍ່ໃຫ້ຮ່າງກາຍຮັບວິຕາມິນ B1 ນອກຈາກນັ້ນຖ້າໄກ່ເປັນໂລກ ໄຂ່ກໍ່ຈະຕິດຕາມມາ ອາດຈະເຮັດໃຫ້ຜູ້ກິນໄຂ່ດິບຕິດເຊື້ອໄດ້ ສະນັ້ນຄວນກິນໄຂ່ສຸກເພື່ອຮ່າງກາຍຈະໄດ້ຮັບສານອາຫານທັງໝົດ

     ດັ່ງນັ້ນບໍ່ຄວນກິນໄຂ່ດິບ ຫຼື ໄຂ່ລວກ ເພື່ອຄວາມປອດໄພຂອງຮ່າງກາຍ ສ່ວນໃນການຈືນໄຂ່ດາວນັ້ນ ບໍ່ຄວນຈືນພຽງເບື້ອງດຽວຄວນຈືນທັງສອງເບື້ອງ ເພື່ອຮັບປະກັນວ່າໄດ້ຂ້າເຊື້ອໂລກໝົດແລ້ວ.

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2013 | ມີ 12 ຄຳເຫັນ ແລະ 0 trackback(s)

ໃຜທີ່ຮູ້ຕົວວ່າ ຂາໃຫ່ຍ ແລ້ວຢາກຫລຸດຜ່ອນຄວາມໃຫ່ຍລົງ ກໍ່ມາເບີ່ງວິທີ ບໍລິຫານກັນ

ພຽງແຕ່ໃຊ້ເວລາໜ້ອຍດຽວກໍ່ເຂົ້ານອນ ເຮັດທຸກໆມື້ຮັບຮອງຈະໄດ້ມີຂາທີ່ພຽວງາມ

ວິທີມີດັ່ງນີ້:

1. ນອນຫງາຍກັບພື້ນ ເອົາໜອນຮອງກົ້ນໄວ້ກັນເຈັບ

2. ຍົກຂາທັງສອງຂື້ນ ຢຽດໃຫ້ຊື່ ຄ້າງໄວ້ 2 ນາທີ

3. ແຍກຂາອອກຈາກັນ ແລ້ວຫຸບຂາຊິດໄປມາຈັກ 20ຄັ້ງ

4. ສະລັບຂາຖີບໄປມາຈັກ 100ຄັ້ງ

5. ປ່ຽນທ່ານັ່ງກັບພື້ນ ຢຽດຂາ ຈາກນັ້ນຕີຂາໄປມາກັບພື້ນ 100 ຄັ້ງ