ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ມີຜູ້ຍິງຄົນໜື່ງກຳລັງຂີ່ລົດອອກໄປຕ່າງແຂວງ  ລົດຊ່ຳພັດເພລະຫວ່າງທາງ

ແລະໃນບໍລິເວນທີ່ລົດເພນັ້ນກໍ່ຊ່ຳພັດເປັນແຄມນ້ຳເຊີ່ງເບີ່ງແລ້ວກໍ່ມີບ້ານຄົນຢູ່ພຽງຫຼັງດຽວແຖວນັ້ນ

ຜູ້ຍິງຈື່ງຍ່າງໄປທີ່ເຮືອນຫຼັງນັ້ນເພື່ອຂໍຮ້ອງໃຫ້ເຈົ້າຂອງເຮືອນຊ່ວຍ

ເຈົ້າຂອງບ້ານເຊີ່ງເປັນຜູ້ຊາຍມີອາຍຸ ອາໄສຢູ່ກັບລູກຊາຍສາມຄົນກໍ່ໄດ້ຊ່ວຍແປງລົດໃຫ້

ແລະກໍ່ໄດ້ບອກກັບຜູ້ຍິງວ່າຕ້ອງນອນຄ້າງທີ່ເຮືອນຂອງເຂົາ ເພາະລົດນັ້ນຈະແລ້ວກໍ່ມື້ອື່ນ

ເຈົ້າຂອງເຮືອນໃຫ້ຜູ້ຍິງນອນຫ້ອງກົງຂ້າມກັບຫ້ອງລູກຊາຍແລະບອກກັບຜູ້ຍິງວ່າ

ຫ້າມເຂົ້າໄປເຮັດຫຍັງລູກຊາຍເພາະລູກຊາຍທັງສາມຄົນຂອງພວກເຂົານັ້ນເອີ... ( ບໍ່ເຕັມ )

ຮອດເດີກຜູ້ຍິງກໍ່ເກີດອາການຂື້ນມາ ຈື່ງຍ່າງໄປເຂົ້າຫ້ອງລູກຊາຍຄົນທຳອິດ

ແລະກ່ອນທີ່ຈະມີຫຍັງກັນ ຜູ້ຍິງກໍ່ບອກກັບຜູ້ຊາຍວ່າ

“ຕ້ອງໃສ່ຖົງຢາງເດີ ຖ້າບໍ່ໃສ່ຂ້ອຍຈະທ້ອງ“

ຄົນທຳອິດຈື່ງເຮັດຕາມ

ຕໍ່ມາກໍ່ເຂົ້າຫ້ອງຄົນທີ່ສອງແລະສາມແລະກໍ່ບອກຄືກັນທັງສາມຄົນ

ຫຼັງຈາກ 20 ປີ ຜ່ານໄປຊາຍສາມຄົນເລີ່ມມີອາຍຸຫຼາຍຂື້ນທຸກຄົນກໍ່ນັ່ງກົ້ມຢູ່ໜ້າເຮືອນ

ຄົນທຳອິດຄິດຂື້ນມາໄດ້ຈື່ງເອີ່ຍຂື້ນວ່າ

“ເຮີຍ...ຈື່ຜູ້ຍິງທີ່ເຄີຍມາພັກທີ່ເຮືອນເຮົາເມື່ອ 20 ປີ ຜ່ານມາໄດ້ບໍ່?

ຄົນທີ່ສອງຕອບ

“ເອີ່...ຈື່ໄດ້“

ແລະຄົນທຳອິດ ຈື່ງຖາມອີກວ່າ

“ມືງຄິດວ່າປານນີ້ເຂົາຈະທ້ອງບໍ່“

ຄົນທີ່ສາມຈື່ງຕອບວ່າ

“ຄືຊິບໍ່ທ້ອງແລ້ວແລະ“

ຄົນທຳອິດຕອບ

“ຖ້າແນວນັ້ນເຮົາກໍ່ໜ້າຈະຖອດຖົງຢາງອອກໄດ້ແລ້ວເນາະ“

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ແລງມື້ໜື່ງທີ່ບ້ານປ້າດີ

ເມຍ: ທີ່ຮັກ..... ຮີບເກັບເຄື່ອງໃສກະເປົາໄວໆ...

        ຂ້ອຍຖືກເລກລາງວັນທີ່ໜື່ງ

ຜົວ: ປາໂທ!!! ...ໄດ້ ເລີຍທີ່ຮັກ

       ຮຽບຮ້ອຍແລ້ວຈະ ແມ່ທູນຫົວ

        ວ່າແຕ່ຈະໄປໃສດີ ພາກໃຕ້? ພາກເໜືອ? ຕ່າງປະເທດ...

ເມຍ: ຕາມໃຈເຈົ້າ..... ຈະໄປໃສກໍ່ໄດ້

        ແຕ່ຮີບໄສຫົວມືງໄປດຽວນີ້!!! ຮາຮາ....

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງການດັບເພີງແຫ່ງໜື່ງມີສຽງໂທລະສັບດັງຂື້ນ

ເຈົ້າໜ້າທີ່: ສະບາຍດີຫ້ອງການດັບເພີງ

ຍິງສາວ: ມີຜູ້ຊາຍຄົນໜື່ງມາຢືນເບິ່ງຂ້ອຍຫຼາຍເທື່ອແລ້ວ

ເຂົາເຂົ້າມາພະຍາຍາມປີນຂື້ນປ່ອງຢ້ຽມຫ້ອງຂອງຂ້ອຍ

ເຈົ້າໜ້າທີ່: ນີ້!! ເຈົ້າໂທມາຜິດບ່ອນແລ້ວນີ້ສະຖານີດັບເພີງເດີ

ຍິງສາວ: ບໍ່ຜິດດ໊ອກ ຄືຂ້ອຍຢາກໄດ້ຂັ້ນໄດຍາວໆ ນະ ເພາະຫ້ອງຂອງຂ້ອຍມັນສູງ

ເຈົ້າໜ້າທີ່: !!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຫຼັງຈາກຜິດຖຽງກັບພັນລະຍາ ກໍ່ກັບເຖິງບ້ານ

ຕ່າງຄົນຕ່າງບໍ່ເວົ້າບໍ່ຈາ ຕ່າງຄົນຕ່າງອາບນ້ຳ

ຕ່າງຄົນຕ່າງນອນ ບໍ່ຍອມເວົ້າລົມກັນ

ກ່ອນຈະປິດໄຟ ອ້າຍສົມຊາຍຜູ້ເປັນຜົວກໍ່ຄິດໄດ້ວ່າ

ມື້ອື່ນຕ້ອງຮີບໄປຕ້ອນຮັບລູກຄ້າລາຍໃຫ່ຍ ແຕ່ເຊົ້າ

ກໍ່ເລີຍຂຽນຂໍ້ຄວາມໃສ່ເຈ້ຍ “ມື້ອື່ນຫົກໂມງເຊົ້າ ຢ່າລືມປຸກຂ້ອຍ“

ສົ່ງໃຫ້ພັນລະຍາທີ່ນອນຢູ່ຂ້າງໆ ແລ້ວສົມຊາຍກໍ່ຫຼັບຕາມໄປ

ເຊົ້າມື້ຕໍ່ມາ ສົມຊາຍຕົກໃຈຕື່ນຂື້ນມາ

ຕາຍແລ້ວ! ເຈັດໂມງປາຍແລ້ວ

ອ້າວ!! ແລ້ວເມຍເຮົາລະຕື່ນແລ້ວ ເປັນຫຍັງບໍ່ປຸກ

ສົມຊາຍບໍ່ມີເວລາຈົ່ມຫຼາຍກວ່ານີ້

ຮີບເຂົ້າຫ້ອງນ້ຳ ອາບນ້ຳ ຖູແຂ້ວ ແລ້ວຮີບອອກມາແຕ່ງຕົວ

ສາຍຕາກໍ່ເລືອບໄປເຫັນເຈ້ຍແຜ່ນໜື່ງວາງຢູ່ຫົວຕຽງ ຂຽນວ່າ

“ ໝູຕອນ ຫົກໂມງແລ້ວ ຕື່ນໄດ້ແລ້ວ”

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ສະບາຍດີ!! ຂ້ອຍຊື່ວ່າຟ້າ ເປັນນັກແຕ້ມຮູບທົ່ວໄປ ປົກກະຕິເປັນຄົນບໍ່ມັກຄຽດແຕ່ອອກແນວຕິງຕ໊ອງ...eee

ແຕ່ມື້ນີ້ຟ້າບໍ່ສະບາຍໃຈ ວຽກຊ່ວງນີ້ບໍ່ຄ່ອຍມີເລີຍບໍ່ມີເງິນເຫຼືອແບ່ງໃຫ້ພໍ່ແມ່ເລີຍ

ລູກ:   ພໍ່ລູກຂໍໂທດທີ່ເຮັດໜ້າທີ່ລູກບໍ່ໄດ້່ດີຢ່າງທີ່ພໍ່ຫວັງ

ອ້າຍນ້ຳ (ຜູ້ເປັນອ້າຍ) ເຂົາຍັງມີເງິນເດືອນແບ່ງໃຫ້ພໍ່ແມ່ໃຊ້ທຸກເດືອນແຕ່ຟ້າ..ຕອນໃດທີ່ບໍ່ມີວຽກເຮັດກໍ່ບໍ່ມີ

ເງິນ ຟ້າຮູ້ສຶກວ່າເປັນລູກທີ່ບໍ່ດີ ຫາແຕ່ເງິນໃຫ້ພໍ່ແມ່ໃຊ້ກໍ່ເຮັດບໍ່ໄດ້

ພໍ່: ເງິນອາດຈະລ້ຽງກາຍໃຫ້ສະບາຍ ແຕ່ຈິດໃຈພໍ່ແມ່ບໍ່ໄດ້ຢາກໄດ້ເງິນມາຫຼໍ່ລ້ຽງ...ຄວາມຮັກ ຄວາມເອົາໃຈ

ໃສ່ທີ່ລູກມີໃຫ້ພໍ່ແມ່ຕ່າງຫາກທີ່ມີຄ່າຫຼາຍທີ່ສຸດ..

ລູກ: ເຂົ້າໃຈແລ້ວພໍ່ ຖ້າແນວນັ້ນຟ້າຈະຈ່າຍຄວາມຮັກແທນເງິນເດືອນໃຫ້ທຸກມື້ ຈົນກ່ວາຈະໄດ້ເງິນຄ່ອຍເອົາ

ມາໃຫ້ພໍ່ກັບແມ່ທີຫຼັງເນາະ!! ອິອິອິ