ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຂອງຄົນເຮົາກໍ່ມີການກ້າວເດີນຄືກັນ

ຕອນເລີ່ມຕົ້ນ ຄວາມຮັກກໍ່ກ້າວເດີນໄປທາງໜ້າຢ່າງໄວວາ

ເພາະ... ຢາກຈະເຖິງຈຸດໝາຍທີ່ຫວັງໄວ້

ຄື... ໃຜຄົນໜື່ງທີ່ເຮົາຮູ້ສືກດີໆນຳ

ເມື່ອສົມຫວັງແລ້ວຄວາມຮັກກໍ່ກ້າວໄປເລື້ອຍໆ

...ບໍ່ຕ້ອງກ້າວໄປຍາວແລະໄວ

...ກ້າວໄປຕາມປົກກະຕິແລະກ້າວເດີນຕໍ່ໄປເລື້ອຍໆ

...ໃນຊ່ວງນີ້ຖ້າກ້າວເດີນໄປໄວອາດຈະເຈີະຂຸມແລະສະດຸດໄດ້

ກໍ່ອາດຈະຕ້ອງກ້າວເດີນຢ່າງລະມັດລະວັງ

ແລະກ້າວເດີນໃຫ້ໄດ້ຈັງຫວະ .. ທີ່ເໝາະສົມ

ແຕ່ເມື່ອເຖິງເວລາທີ່ຄວາມຮັກຜິດຫວັງ ແລະ ຈົບລົງ

ຄວາມຮັກກໍ່ຈະກ້າວເດີນຊ້າລົງ

ບາງທີອາດຈະຊ້າ.. ຊ້າຈົນຄືເຮົາກ້າວເດີນຖອຍຫຼັງ

ຄືກັບຄົນ ທີ່ສະດຸດລົ້ມແລ້ວເຈັບຂາ

ຈະກ້າວເດີນບໍ່ຄ່ອງແຄ້ວ

ຕ້ອງລໍເວລາເພື່ອຮັກສາໃຫ້ບາດແຜທີ່ເກີດຈາກການສະດຸດລົ້ມດີ

ແລ້ວຈິີ່ງກ້າວເດີນຕໍ່ໄປຕາມປົກກະຕິ

ຄວາມຮັກກໍ່ມີ step ໃນການກ້າວເດີນໄປແບບນີ້ເລື້ອຍໆ

ຊ້າແດ່... ໄວແດ່ ຈົນກວ່າຈະເຖິງມື້ໜື່ງທີ່ເຮົາໄດ້ເຈີະຄົນທີ່ຮັກເຮົາແທ້ຈີງ

ມື້ນັ້ນ...ຄວາມຮັກຄົງກ້າວເດີນຕໍ່ໄປໄດ້ເລື້ອຍໆ

ເຖິງຈະສະດຸດແດ່, ຕົກຂຸມແດ່

ແຕ່... ກໍ່ຍັງມີຄົນຖ້າປະຄອງ ຖ້າກ້າວເດີນໄປພ້ອມກັນ

ບໍ່ແມ່ນສະດຸດລົ້ມແລ້ວ...ຕ້ອງລຸກກ້າວເດີນຕໍ່ໄປດ້ວຍຕົວເອງອີກຕໍ່ໄປ

ເມື່ອຄວາມຮັກ.. ກ້າວເດີນ

ເຮົາຈື່ງກ້າວເດີນຕາມ ... ຢ່າງລະມັດລະວັງ

ຈະລົ້ມແດ່, ສະດຸດລົ້ມແດ່ກໍ່ຕ້ອງພະຍາຍາມລຸກຂື້ນ

...​ແລະກັບມາກ້າວເດີນຕໍ່ໄປໃຫ້ໄດ້...

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊີວິດຂອງເຮົາບໍ່ຈຳເປັນຕ້ອງລອກຮຽນແບບໃຜ ໃນເມື່ອເຈົ້າເອງກໍ່ມີແບບຂອງຕົວເຈົ້າເອງ ບໍ່ມີປະໂຫຍດ ທີ່ຈະຫວັງໃຫ້ ທຸກຄົນພໍໃຈແລະມັກໃນຕົວຂອງເຈົ້າ ເພາະມັນເປັນໄປບໍ່ໄດ້ ການມີຕົວຕົນໃນໂລກໃບນີ້ມັກມີສອງດ້ານສະເໝີ ບໍ່ວ່າຈະເປັນແມ່ນຫຍັງ ຄິດຫຍັງ ຫຼືເຮັດຫຍັງກໍ່ຕາມ ຍອມຮັບສະວ່າການເປັນມະນຸດນັ້ນ ຍ່ອມຕ້ອງມີຄົນມັກແລະຄົນຊັງຢູ່ສະເໝີ

            ຈົ່ງເຂົ້າໃຈສະວ່າ ໃນໂລກໃບນີ້ຈະຕ້ອງມີຄົນຮູ້ສືກບໍ່ມັກບໍ່ຖືກສະຕາເຈົ້າຢູ່ ແຕ່ຢ່າປ່ອຍໃຫ້ເຂົາເຫຼົ່ານັ້ນມາເຮັດໃຫ້ຕົວນ້ອຍລົງ ອ່ອນແອລົງ ຈົ່ງຢ້ຳຢູ່ໃນໂລກດ້ວຍຄວາມສຸກແລະມ່ວນຊື່ນ ໃຊ້ຊີວິດໃນແບບສະບັບຂອງຕົວເຈົ້າເອງ

            ຈົ່ງເຊື່ອສະວ່າເຖິງໂລກໃບນີ້ຈະຮ້າຍຊ່ຳໃດ ຍັງມີຄົນທີ່ຊື່ນຊົມແລະຮັກເຈົ້າຢ່າງທີ່ເຈົ້າເປັນຢູ່

            ຈົ່ງເບີ່ງໃຫ້ເຫັນຄວາມຮັກ ກ່ອນຄວາມກຽດຊັງ

            ຈົ່ງສ້າງກຳລັງໃຈໃຫ້ໄດ້ກ່ອນຄວາມຄິດທີ່ຄິດໄປເອງໃນແງ່ລົບຈະເກີດຂື້ນ ຈື່ໄວ້ສະເໝີວ່າ ບໍ່ວ່າຈະເຈັບຊ້ຳ ພາດລົ້ມ ຈັກຫຼາຍຄັ້ງຫຼາຍເທື່ອ ກໍ່ຈົ່ງຍືດໝັ້ນໃນຄວາມເປັນຕົວຂອງຕົວເອງ ກໍ່ຈົ່ງເລືອກທາງເດີນຂອງເຈົ້າເອງ ກໍ່ຈົ່ງສັດທາໃນຕົວເອງ ຢືດເອີກໃຫ້ຊື່ ຫາຍໃຈເຂົ້າເລືກໆ ແລ້ວກ້າວເດີນຕໍ່ໄປ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຮັກຄືຄວາມເຄີຍຊິນ

ກ່ອນທີ່ຂ້ອຍຈະຮູ້ຈັກອິນເຕີເນັດ

ຂ້ອຍເຄີຍຄິດວ່າມັນເປັນສີ່ງບໍ່ມີສາລະ

ແຕ່ຂ້ອຍໄດ້ລອງຫຼີ້ນຈັກໄລຍະໜື່ງ

ຈື່ງຮູ້ວ່າມັນແສນຈະສະດວກສະບາຍ

ຈົນຕອນນີ້ຂ້ອຍຂາດບໍ່ໄດ້


ຄວາມຮັກກໍ່ເໝືອນໆກັນ

ມາເຮັດໃຫ້ເຮົາເຄີຍຊິນແລະເຄີຍຕົວ

ກັບຄວາມສຸກທີ່ມາຈາກຄວາມຮັກ...


ດັ່ງນັ້ນ ເມື່ອການເລີກລາມາເຖິງ

ນັ້ນກໍ່ຄືການພາກສີ່ງທີ່ເຮົາເຄີຍຊິນອອກໄປ

ຈາກຊີວິດ


ແລະເປັນການຍາກຄືກັນທີ່ຈະປັບຕົວເອງ

ໃຫ້ເຄີຍຊິນກັບຄວາມດຽວດາຍ

ເມື່ອຍາມຢູ່ຄົນດຽວ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມແຕກຕ່າງລະຫວ່າງ,,ຮັກ,,ກັບ,,ມັກ,,

   ຕໍ່ໜ້າຄົນທີ່ເຈົ້າຮັກຫົວໃຈເຈົ້າເຕັ້ນບໍ່ເປັນຈັງຫວະ

   ຕໍ່ໜ້າຄົນທີ່ເຈົ້າມັກເຈົ້າຮູ້ສືກມີຄວາມສຸກ


   ຕໍ່ໜ້າຄົນທີ່ເຈົ້າຮັກຍາມໜາວເປັນຍາມດອກໄມ້ບານ

   ຕໍ່ໜ້າຄົນທີ່ເຈົ້າມັກຍາມໜາວເປັນຍາມໜາວທີ່ງົດງາມ


   ຖ້າເຈົ້າຈ້ອງໜ້າຄົນທີ່ເຈົ້າຮັກເຈົ້າຈະໜ້າແດງ

   ຖ້າເຈົ້າຈ້ອງຕາຄົນທີ່ເຈົ້າມັກເຈົ້າຈະຍີ້ມອອກມາ


   ຕໍ່ໜ້າຄົນທີ່ເຈົ້າຮັກເຈົ້າບໍ່ສາມາດເວົ້າທຸກສີ່ງໃນໃຈເຈົ້າໄດ້

   ຕໍ່ໜ້າຄົນທີ່ເຈົ້າມັກເຈົ້າເຮັດໄດ້


   ຕໍ່ໜ້າຄົນທີ່ເຈົ້າຮັກເຈົ້າຈະເຂີນອາຍ

   ຕໍ່ໜ້າຄົນທີ່ເຈົ້າມັກເຈົ້າເປີດເຜີຍຄວາມເປັນເຈົ້າໄດ້


   ຄົນທີ່ເຈົ້າຮັກມັກເຂົ້າມາຢູ່ໃນໃຈເຈົ້າທຸກ2ນາທີ


   ເຈົ້າບໍ່ສາມາດສົບຕາຄົນທີ່ເຈົ້າຮັກຕົງໆໄດ້

   ແຕ່ເຈົ້າຍີ້ມແລະສົບຕາຄົນທີ່ເຈົ້າມັກຕົງໆໄດ້


   ເມື່ອຄົນທີ່ເຈົ້າຮັກຮ້ອງໄຫ້ເຈົ້າຈະຮ້ອງໄຫ້ໄປກັບເຂົາ

   ແຕ່ເມື່ອຄົນທີ່ເຈົ້າມັກຮ້ອງໄຫ້ເຈົ້າຈະປອບໃຈເຂົາ


   ຄວາມຮູ້ສືກຮັກເລີ່ມຕົ້ນຈາກດວງຕາ

   ຄວາມຮູ້ສືກມັກເລີ່ມຕົ້ນຈາກຫູ

ສະນັ້ນຖ້າເຈົ້າຈະເລືອກມັກຄົນທີ່ເຈົ້າມັກກໍ່ພຽງປິດຫູຂອງເຈົ້າເທົ່ານັ້ນພໍ

ແຕ່ຖ້າເຈົ້າພະຍາຍາມຈະປິດຕາ ຮັກຈະກາຍເປັນນ້ຳຕາ

ແລະເມື່ອເຈົ້າເປີດຕາຂື້ນອີກຄັ້ງ

.... ເຈົ້າກໍ່ຈະໄດ້ຮູ້ວ່າ

ສີ່ງທີ່ເຈົ້າເສຍໄປຄືຄົນທີ່ເຈົ້າຮັກຫຼາຍທີ່ສຸດ

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນິທານສອນໃຈ

ຜູ້ຍິງຄົນໜື່ງອອກມາຈາກເຮືອນຂອງລາວ ແລະໄດ້ເຫັນຊາຍແກ່ໆທີ່ມີໜວດສີຂາວ 3 ຄົນນັ່ງຢູ່ທີ່ເດີ່ນຫຍ້າໜ້າບ້ານ ຂອງລາວ ລາວບໍ່ຮູ້ວ່າພວກເຂົາເປັນໃຜ ລາວເວົ້າກັບເຂົາວ່າ

“ຂ້ອຍບໍ່ຮູ້ວ່າຂ້ອຍຮູ້ຈັກພວກເຈົ້າ ແຕ່ທ່າທາງເຈົ້າຕ້ອງຫີວແນ່ນອນ

ຈົ່ງເຂົ້າມາໃນເຮືອນແລະກິນຫຍັງຈັກໜ້ອຍກ່ອນສາ“

“ສາມີຂອງເຈົ້າຢູ່ໃນເຮືອນບໍ່“ ເຂົາຖາມ..............

“ບໍ່“ ລາວຕອບ “ສາມີຂ້ອຍອອກໄປຂ້າງນອກ“..............

“ຖ້າແນວນັ້ນ ພວກເຮົາກໍ່ເຂົ້າໄປຂ້າງໃນບໍ່ໄດ້ດ໋ອກ“ ເຂົາຕອບ..........

ໃນຕອນແລງ ເມື່ອສາມີຂອງລາວກັບມາບ້ານ ລາວເລົ່າໃຫ້ເຂົາຟັງວ່າເກີດຫຍັງຂື້ນ

“ໄປບອກພວກເຂົາແມ ຂ້ອຍກັບມາແລ້ວ ແລະເຊີນເຂົ້າມາໃນເຮືອນສາ

“ລາວກໍ່ອອກໄປແລະເຊີນພວກຊາຍຊະລາແກ່ໆນັ້ນໃຫ້ເຂົ້າມາໃນເຮືອນ

“ເຮົາເຂົ້າໄປໃນເຮືອນພ້ອມກັນບໍ່ໄດ້ດ໋ອກ“ ເຂົາຕອບ “ເປັນຫຍັງລະ“ ລາວຖາມ

ຊາຍຊະລາແກ່ໆຄົນໜື່ງອະທິບາຍວ່າ “ເຂົາຊື່ ຄວາມມັ່ງມີ“ ເຂົາເວົ້າແລະຊີ້ໄປຍັງເພື່ອນຂອງເຂົາ ແລະຊີ້ໄປຍັງອີກຄົນໜື່ງວ່າ “ເຂົາຄື ຄວາມສຳເລັດ ແລະຂ້ອຍຄື ຄວາມຮັກ“ ເຂົາກ່າວຕໍ່ໄປ

“ບາດນີ້ ເຈົ້າຈົ່ງເຂົ້າໄປຂ້າງໃນແລະປືກສາກັບສາມີຂອງລາວວ່າ ຄົນໃດໃນພວກເຮົາທີ່ເຈົ້າຕ້ອງການຈະໃຫ້ເຂົ້າໄປໃນເຮືອນຂອງເຈົ້າ“ ລາວກັບເຂົ້າມາຂ້າງໃນແລະບອກກັບສາມີຂອງລາວ ສາມີຂອງລາວຮູ້ສືກດີໃຈຫຼາຍ

“ວິເສດ ແທ້ໆ“ ເຂົ້າວ່າ “ເມື່ອເປັນແບບນີ້ ເຮົາຈະເຊີນ ຄວາມມັ່ງມີ ເມື່ອເຂົາຢູ່ກັບເຮົາ ບ້ານຂອງເຮົາຈະເຕັມໄປດ້ວຍຄວາມມັ່ງມີ“.........

ຝ່າຍພັນລະຍາບໍ່ເຫັນນຳ “ທີ່ຮັກ ເປັນຫຍັງເຮົາບໍ່ເຊີນ ຄວາມສຳເລັດ ນະ“

ຂະນະນັ້ນລູກສະໃພ້ໄດ້ຍິນທັງສອງກຳລັງປືກສາຈາກມຸມໜື່ງຂອງ ເຮືອນ ລາວກໍ່ເຂົ້າມາແລະແນະນຳວ່າ “ຈະບໍ່ດີກວ່າຫວະ ຖ້າເຮົາເລືອກ ຄວາມຮັກ ເຮືອນຂອງເຮົາຈະເຕັມໄປດ້ວຍຄວາມຮັກໄດ“

“ເຮົາຟັງສີ່ງທີ່ລູກໃພ້ແນະນຳເນາະ“ ສາມີກ່າວກັບພັນລະຍາ “ອອກໄປຂ້າງນອກແລະເຊີນຄວາມຮັກເຂົ້າມາເປັນແຂກຂອງເຮົາສະ“

ພັນລະຍາໄປແລະຖາມຊາຍຊະລາທັງສາມວ່າ “ໃຜຄືຄວາມຮັກ ຈົ່ງເຂົ້າມາແລະເປັນແຂກຂອງເຮົາສາ“ ຄວາມຮັກລຸກຂື້ນແລະຍ່າງໄປຍັງເຮືອນ

ຊາຍຊະລາອີກ 2 ຄົນກໍ່ລຸກຂື້ນແລະຕາມເຂົາໄປ ດ້ວຍຄວາມປະຫຼາດໃຈ ພັນລະຍາຈື່ງຖາມ ຄວາມມັ່ງມີ ແລະຄວາມສຳເລັດວ່າ “ຂ້ອຍເຊີນພຽງຄວາມຮັກ“

ເປັນຫຍັງເຈົ້າເຖິງເຂົ້າມານຳ “ຊາຍຊະລາຕອບພ້ອມກັນວ່າ “ຖ້າເຈົ້າເຊີນຄວາມມັ່ງມີ ຫຼືຄວາມສຳເລັດ ຄົນໃດຄົນໜື່ງ ອີກສອງຄົນກໍ່ຈະຢູ່ຂ້າງນອກ

ແຕ່ເມື່ອເຈົ້າເຊີນຄວາມຮັກ ບ່ອນໃດທີ່ເຂົາໄປ ເຮົາຈະໄປກັບເຂົາ “ບ່ອນໃດມີຄວາມຮັກ ບ່ອນນັ້ນກໍ່ຈະມີຄວາມມັ່ງມີແລະຄວາມສຳເລັດ“

ແລ້ວເຈົ້າເດຈະເລືອກໃຜ.................ຖ້າເຈົ້າບໍ່ອ່ານຈົນຈົບ.......................

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

      ມີຄົນບອກວ່າ ຄວາມຜູກພັນ ໝາຍເຖິງ ການເກາະກ່ຽວກັນທາງໃຈດ້ວຍ “ຄວາມຮັກ“ ຫຼື “ຄວາມຄຽດ“ ຫຼື “ຄວາມຫຼົງໄຫຼ“ ເຮັດໃຫ້ປ່ອຍວາງແລະລືມເລື່ອງນັ້ນບໍ່ໄດ້ ທີ່ສຳຄັນ “ການຜູກພັນ“ ກັບໃຜຈັກຄົນບໍ່ຈຳເປັນທີ່ຕ້ອງເກີດຈາກ “ຄວາມຮັກ“ ກໍ່ພຽງຄວາມຮູ້ສືກຄິດເຖິງຊ່ວງເວລາ ທີ່ເກີດຄວາມຊົງຈຳທີ່ດີຮ່ວມກັນເທົ່ານັ້ນ ແລະມັນມັກຈະກໍ່ຕົວຂື້ນຢ່າງມິດໆ ໂດຍທີ່ບາງເທື່ອເຮົາເອງຍັງບໍ່ຮູ້ຕົວດ້ວຍຊ້ຳ (ແທ້ບໍ່)

      ກັບ “ຄວາມຮັກ“ ກໍ່ເຊັ່ນດຽວກັນ ເພາະຄົນສອງຄົນທີ່ເຮັດກິດຈະກຳຮ່ວມກັນສະເໝີ ບໍ່ວ່າຈະເປັນເຈີະໜ້າກັນ ລົມກັນ ກິນເຂົ້ານຳກັນ ໄປຫຼີ້ນນຳກັນ ຊື້ເຄື່ອງນຳກັນ ໂທລະສັບລົມກັນ ໄປທ່ຽວນຳກັນ ... ເຮັດໃຫ້ກາຍເປັນຄວາມເຄີຍຊິນ ຈົນທັກທໍຂື້ນມາເປັນ “ຄວາມຜູກພັນ“ ຈົນເຮັດໃຫ້ໃຜຫຼາຍໆຄົນຄິດໄປເອງວ່າມັນຄື “ຄວາມຮັກ“ ເຊີ່ງແທ້ຈິງແລ້ວ ສຳຫຼັບບາງຄົນມັນກໍ່ບໍ່ແມ່ນ “ຄວາມຮັກ“ ແຕ່ມັນຄື “ຄວາມເຄີຍຊິນ“ ຫຼາຍກວ່າ

      ແລະເມື່ອອີກຄົນຮູ້ສືກທັງ “ຮັກ“ ແລະ “ຜູກພັນ“ ແຕ່ອີກຄົນກັບຮູ້ສືກພຽງ “ຜູກພັນ“ ແຕ່ “ບໍ່ໄດ້ຮັກ“ ແລ້ວ “ຊີວິດຮັກ“ ຂອງຄົນສອງຄົນຈະລົງເອີຍແບບໃດ???

      ອັນດັບທຳອິດຕ້ອງຖາມໃຈຕົວເອງໃຫ້ດີສາກ່ອນ ວ່າຄວາມຮູ້ສືກຂະນະນີ້ຄືຫຍັງ ເອີ້ນວ່າຫຍັງ ເຊື່ອວ່າທຸກຄົນຄົງແຍກແຍະກັນໄດ້ວ່າ ຕອນນີ້ເຮົາຮູ້ສືກກັບໃຜແນວໃດແລະຂະໜາດໃດ ຈາກນັ້ນກໍ່ຕ້ອງຫັນໜ້າມາລົມກັນ ເປີດໃຈກັນແບບໝົດເປືອກ ຍອມຮັບຄວາມຈິງກັນສະຕັ້ງແຕ່ຕອນນີ້ ດີກວ່າປ່ອຍໃຫ້ຄວາມສຳພັນນັ້ນຍືດເຍື້ອ ຈົນເກີນກວ່າທີ່ໃຈເຮົາຈະສາມາດຄວບຄຸມໄດ້ ເພາະຈາກ “ຄວາມຜູກພັນ“ ທີ່ເລີ່ມຕົ້ນມາຈາກຄວາມຮູ້ສືກດີໆ ອາດແປປ່ຽນເປັນ “ຄວາມຄຽດ“ ... “ຄວາມຊັງ“ ຊະນິດທີ່ວ່າຄວາມຊົງດີໆໃນວັນເກົ່າໆ ກໍ່ບໍ່ສາມາດລົບລ້າງໄດ້

      ແຕ່ທາງທີ່ດີຖ້າບໍ່ຢາກມີທຸກເພາະ “ຄວາມຮັກ“ ຫຼື “ຄວາມຜູກພັນ“ ກໍ່ “ຢ່າຍືດຕິດ“ ຫຼື “ຢ່າຜູກພັນ“ ກັບສີ່ງໜື່ງສີ່ງໃດ ຈົນຫາຄວາມສຸກໃນທີ່ສຸດບໍ່ໄດ້ເລີຍ...ຈະດີກວ່າ ^_^

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຂອງເຈົ້າຄືອາຫານແບບໃດ?? ລອງໄປເບີ່ງກັນ

ຕຳສົ້ມ : ຂອງພື້ນໆ ທີ່ເຮົາເຫັນກັນຢູ່ທຸກມື້ແລະຄິດວ່າມັນບໍ່ໜ້າກິນ ແຕ່ພໍເອົາລວມກັນກັບໜ້າກິນ ກໍ່ຄືຄົນບາງຄົນທີ່ບໍ່ໜ້າຈະເຂົ້າກັນໄດ້ ແຕ່ຜ່ານໄປເປັນສິບໆປີກໍ່ຍັງຮັກກັນດີຢູ່ເລີຍ ຕ່າງກັບບາງຄູ່ທີ່ໃຜໆຄິດວ່າກໍ່ໜ້າຈະໄປກັນໄດ້ດີ ແຕ່ບໍ່ພໍຈັກເດືອນກັບແຕກຫັກກັນສະແລ້ວ

ປາຢ້າງ : ມີໂອເມກ້າ 3 ທີ່ຈຳເປັນຕໍ່ຮ່າງກາຍ ແຕ່ຖ້າກິນແບບບໍ່ລະວັງເຮົາອາດຖືກກ້າງປາປັກຄໍເອົາໄດ້ ນິທານເລື່ອງນີ້ສອນໃຫ້ຮູ້ວ່າ ເວລາມີຄວາມຮັກຕ້ອງໃສ່ໃຈທຸກລາຍລະອຽດ ສືກສານິໄສໃຈຄໍຂອງຄົນຮັກໃຫ້ດີເສຍກ່ອນ ຢ່າເບີ່ງກັນແຕ່ພາຍນອກ ເພາະກ້າງຂອງປານັ້ນມັນລີ້ຢູ່ພາຍໃນ ຄືກັບນິໄສບໍ່ດີ ຂອງຄົນຮັກ ນັ້ນແລະທີ່ເບີ່ງແຕ່ພາຍນອກຈະບໍ່ມີທາງຮູ້ເລີຍ

ວາຊາບິ : ເວລາພິດຮັກແລ່ນຂື້ນດັງ ເຮົາຄິດວ່າຈະບໍ່ລອດສະແລ້ວ ແຕ່ຖ້າທົນຈັກບືດໜື່ງຄວາມທໍລະມານກໍ່ຈະຫາຍໄປເອງ

ຕົ້ມຍຳກຸ້ງ : ຕໍ່ ໃຫ້ແຊບຊ່ຳໃດ ແຕ່ຖ້າປະໄວ້ຈົນຈືດຊືດກໍ່ບໍ່ມີໃຜຢາກກິນ ກໍ່ຄືຄູ່ທີ່ຮັກກັນດົນຈັດ ແຕ່ບໍ່ຍອມແຕ່ງງານເສຍທີ ຮັກມາລາທອນແບບນີ້ສ່ວນໃຫ່ຍມັກຈະໄປບໍ່ລອດ ເພາະແມ່ນຫຍັງທີ່ເຄີຍໍຊືດຊາດແຊບອີຫຼີ ມັນຜຸໄປໝົດແລ້ວ

ເຂົ້າຫຼາມ : ຖ້າບໍ່ພ່າໄມ້ອອກກໍ່ຈະບໍ່ມີທາງຮູ້ວ່າທາງໃນເປັນຫຍັງ ປຽບໄດ້ກັບເຈົ້າສາວທີ່ຢ້ານຝົນທີ່ຢ້ານຄວາມຮັກ ຢ້ານການແຕ່ງງານຈົນປິດໂອກາດຕົວເອງ ບໍ່ຍອມທົດລອງເບີ່ງວ່າລົດຊາດຂອງການມີຄົນຮັກມັນຫວານມັນຂະໜາດໃດ

ກະແລ່ມ : ທັງງາມທັງຫອມເບີ່ງບໍ່ມີພິດໄພ ແຕ່ຖ້າກິນຫຼາຍເກີນໄປຄວາມຫວານເກີນພິກັດອາດພາໄປຈົບທີ່ໂລກເບົາຫວານ... ເປັນການເຕືອນນັກຮັກທັງຫຼາຍໃຫ້ເສບຮັກຢ່າງພໍພຽງ ຮູ້ຈັກປະໄລຍະມີຊ່ອງຫວ້າງໃຫ້ກັນແດ່ ຖ້າບໍ່ຢ່າງນັ້ນຈະເບື່ອກັນໄວເກີນໄປ

ຖົ່ວລຽນ : ຖ້າຢາກຊີມເນື້ອໃນທີ່ຫອມຫວານກໍ່ຕ້ອງຍອມຖືກໜາມແທງ ອຸປະສັກຂອງຄວາມຮັກກໍ່ຄືໜາມຖົ່ວລຽນ ຖ້າເຮົາອົດທົນແລະຝ່າຟັນໄປໄດ້ ເຮົາກໍ່ຈະໄດ້ຊີມລົດຫວານຫອມແຊບເລີດເປັນລາງວັນ

ກາເຟດຳ : ເຖິງຈະດຳດີສີບໍ່ຕົກແຕ່ກໍ່ຫວານແຊບຖືກປາກ ເປັນຂໍ້ພິສູດວ່າຄົນທີ່ບໍ່ງາມຫຼໍ່ກໍ່ອາດເປັນແຟນທີ່ດີໄດ້ ຖ້າເຈົ້າໃຫ້ໂອກາດເຂົາພິສູດຕົວເອງ

ຄາກິ : ໜ້າຕາຢົ້ວຢວນແຕ່ບໍ່ຄວນກິນ ບໍ່ດັ່ງນັ້ນອາດເຮັດໃຫ້ເສັ້ນເລືອດຕັນ ມີຜົນເຖິງຂາດໃຈກ່ອນໄວອັນຄວນ ປຽບໄດ້ກັບກິ໋ກ ເຖິງວ່າຮູບຮ່າງໜ້າຕາຂອງເຂົາຈະຊວນນ້ຳລາຍໄຫຼ ແຕ່ຖ້າເຜິກິນເຂົ້າໄປເຮົາອາດອາຍຸບໍ່ຍືນ ເພາະຖ້າແຟນຈັບໄດ້ເຮົາຄົງໄດ້ຊີມລີລາແມ່ໄມ້ມວຍລາວ ກ່ອນຈະຖືກຫາມໄປຂາດໃຈທີ່ໂຮງໝໍ

ນ້ຳ : ປຽບຄືຄວາມຮັກຂອງໝູ່ທີ່ສະອາດບໍລິສຸດ ເພາະບໍ່ມີສີ ບໍ່ມີກິ່ນ ບໍ່ມີລົດ ບໍ່ຕ້ອງມີຮູບຮ່າງໜ້າຕາຢົ້ວຢວນ ແຕ່ດີຕໍ່ສຸຂະພາບແລະຄວນຈະດື່ມເປັນປະຈຳ ເພາະຖ້າຂາດການຕິດຕໍ່ດົນເກີນໄປດຽວຈະຕໍ່ກັນບໍ່ຕິດ

ເຂົ້າໜົມຄູ່ໂອວັນຕິນ : ຕ້ອງຢູ່ຄູ່ກັນເຖິງຈະແຊບ ຄົນບາງຄົນເກີດມາເພື່ອຈະຢູ່ນຳກັນ ແລະຕ້ອງຈັບຄູ່ກັນເຖິງຈະລົງຕົວທີ່ສຸດ ຂອງແບບນີ້ເຂົາເອີ້ນວ່າພົມລິຄິດ

ເຂົ້າໜຽວ : ເປັນສົມບັດປະຈຳຊາດແລະຈະບໍ່ມີວັນຫາຍໄປຈາກໂລກຕະຫຼອດການ

ເປັນແນວໃດຄວາມຮັກຂອງໝູ່ເພື່ອນ ຄືແບບໃດກັນແດ່... ແຕ່ບາງຄົນອາດມີຫຼາຍແບບກໍ່ໄດ້ (ແລ້ວແຕ່ອາລົມ)...

ຂໍ້ມູນຈາກອິນເຕີເນັດ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

    ເມື່ອ “ຄວາມຮັກ“ ເລີ່ມຕົ້ນຂື້ນພ້ອມໆກັນ ເພາະຄົນສອງຄົນພົບກັນ ຮູ້ຈັກກັນ ຮຽນຮູ້ກັນ ຕົກລົງຄົບກັນ ແຕ່ພໍເວລາຜ່ານໄປ ໃນຂະນະທີ່ອີກຄົນຮັກລືກຊື້ງເພີ້ມຂື້ນທຸກໆມື້ ວາດຝັນເຖິງອະນາຄົດທີ່ສວຍງາມ ທຸ່ມເທທຸກສີ່ງທຸກຢ່າງໃນຊີວິດ ເພາະຢາກຈະເຮັດໃຫ້ຄວາມຮັກອອກມາສວຍງາມຕາມຢ່າງໃຈຄາດຫວັງ ໂດຍບໍ່ເບີ່ງສີ່ງຮອບຂ້າງ ປິດຫູປິດຕາ ຮັກດຽວໃຈດຽວ

    ແຕ່ອີກຄົນກັບບໍ່ຄິດເຖິງອະນາຄົດ ຮັບຮູ້ພຽງແຕ່ວ່າຢາກເຮັດມື້ນີ້ໃຫ້ດີທີ່ສຸດ ພ້ອມໆກັບບໍ່ທຸ້ມເທຫຍັງຫຼາຍ ເພາະຢ້າຜິດຫວັງ ຢ້ານເຈັບປວດເສຍໃຈ ແລະບໍ່ມັກການຜູກມັດ ເພາະຍັງຕ້ອງການເປີດໂອກາດໃຫ້ຕົວເອງ ເພື່ອເຈີະຄົນທີ່ຖືກໃຈຫຼາຍກວ່າ

          ເລີຍເຮັດໃຫ້...ຮັກຂອງຄົນສອງຄົນ “ບໍ່ເທົ່າກັນ“

         ໃນເມື່ອ “ຮັກເຮົາບໍ່ເທົ່າກັນ“ ທາງທີ່ຕ້ອງຈັບຈູງຄຽງຂ້າງກັນໄປ ...ຈະເປັນແນວໃດ? ຄຳຖາມນີ້ອາດບໍ່ມີໃຜສາມາດຕອບມັນໄດ້ດີເທົ່າຕົວເຮົາເອງ ເພາະທຸກໆຢ່າງລ້ວນມີເຫດຜົນໃນຕົວຂອງຕົວເອງ ເຖິງຄຳວ່າ “ຮັກ“ ຂອງຄົນແຕ່ລະຄົນຕ່າງກັນ...ບາງຄົນຮັກຫຼາຍຈົນລົ້ນໃຈ ແຕ່ບາງຄົນກັບຮັກບາງເບົາຈົນໜ້າໃຈຫາຍ...ແຕ່ທ້າຍທີ່ສຸດຈຸດໝາຍປາຍທາງຢູ່ທີ່ “ການກະທຳ“ ຂອງຄົນທັງຄູ່

       ຈະກົ້ມໜ້າຝືນທົນຕາບອດເບີ່ງບໍ່ເຫັນຄວາມຈິງ ຫຼອກຕົວເອງໄປວັນໆ ແລະຍີ້ມພ້ອມນ້ຳຕາເພາະຄິດວ່າ “ຮັກ“ ທີ່ເຂົາໃຫ້ມາບໍ່ວ່າຈະຫຼາຍໜ້ອຍຂະໜາດໃດກໍ່ສຸກໃຈແລ້ວ ຫຼືເງີຍໜ້າຍອມຮັບຄວາມຈິງຍອມຮັບຄວາມເຈັບຊ້ຳກັບການເລີກລາ ແລະຍີ້ມພ້ອມນ້ຳຕາ ທີ່ມາຈາກຄວາມສຸກພາຍໃນໃຈແທ້ໆ

        ເຈົ້າເອງເທົ່ານັ້ນທີ່ມີສິດຄິດ ມີສິດເລືອກໃຫ້ຕົວເອງມີທາງອອກແບບສາກສຸດທ້າຍຂອງ “ຄວາມຮັກ“ ໃຫ້ເປັນແບບໃດຖ້າເກີດພາຫວະ... “ຮັກເຮົາບໍ່ເທົ່າກັນ“ 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຜູ້ຊາຍກັບການແຕ່ງງານ...ຕ້ອງເຮັດແນວໃດເຖິງຈະຈັບສອງສີ່ງນີ້ມາຢູ່ນຳກັນໄດ້ ຖ້າຕອນນີ້ເຮົາຄືຜູ້ຍິງທີ່ກຳລັງພະຍາຍາມໃຫ້ແຟນຍອມຜູກມັດໃຫ້ໄດ້ ຂໍແນະນຳວ່າຄວນລົ້ມເລີກຄວາມຕັ້ງໃຈສະ

      ເພາະບໍ່ມີຫຍັງທີ່ສາມາດເລັ່ງຂະບວນການຂໍແຕ່ງງາານຂອງຜູ້ຊາຍໄດ້ ບໍ່ແມ່ນວ່າເຂົາຈະບໍ່ຂໍມີຜູ້ຊາຍຕົກຫຼຸມຮັກແລະແຕ່ງງານທຸກມື້ ພຽງແຕ່ຜູ້ຊາຍມີໂມງໃນຕົວບອກວ່າເຖິງເວລາຕອນໃດກໍ່ຕອນນັ້ນແລະ (ເຊີ່ງບໍ່ແມ່ນຕອນນີ້) ໃນລະຫວ່າງນັ້ນຈື່ງເປັນໄປບໍ່ໄດ້ທີ່ຈະຊັກຈູງໃຫ້ຜູ້ຊາຍທີ່ຢ້ານການຜູກມັດຄິດວ່າເຮົາຄືສີ່ງທີ່ດີທີ່ສຸດທີ່ເຄີຍເກີດຂື້ນໃນຊີວິດຂອງເຂົາ (ເຖິງວ່າເຮົາຈະເປັນແບບນັ້ນກໍ່ຕາມ!) ທາງທີ່ດີຄືເບີ່ງຫາຄົນທີ່ເຮົາບໍ່ຕ້ອງລຳບາກຂະໜາດນັ້ນດີກວ່າ ເຊີ່ງຕ້ອງອາໄສສັນຍານຕໍ່ໄປນີ້ເພື່ອແຍກແຍະຜູ້ຊາຍທີ່ພ້ອມແຕ່ງງານກັບຜູ້ຊາຍທີ່ຍັງລະເລີງຢູ່ກັບຊີວິດໂສດ

     ເຊົາທ່ຽວ

          ຈາກຜົນການສຳຫຼວດຜູ້ຊາຍພົບວ່າ ຜູ້ຊາຍທີ່ພ້ອມແຕ່ງງານຈະບໍ່ເລາະທ່ຽວຕາມພັບບາຮ໌ ຫຼືສະນຸກອີກຕໍ່ໄປ ແຖມຍັງພະຍາຍາມຫຼີກລ່ຽງບໍ່ທ່ຽວຫຼີ້ນຫຍັງແບບນັ້ນອີກແລ້ວ ທັ້ງທີ່ແຕ່ກ່ອນໄປຕະຫຼອດບໍ່ເຄີຍຂາດ ບາງຄົນສາລະພາບວ່າແມ່ນເວລາຫຼາຍປີເຮັດທຳເປັນສະນຸກກັບການກິນດື່ມ ສູບຢາ ແລະທ່ຽວສາວງາມຕາມສະຖານທີ່ຕ່າງໆ ພໍຫຼາຍເຂົ້າກໍ່ເລີ່ມເບື່ອໜ່າຍແມ່ນຫຍັງແບບນັ້ນ ສູ້ຢູ່ເຮືອນບໍ່ໄດ້ ສະບາຍກວ່າຫຼາຍເລີຍ ຜູ້ຊາຍປະເພດນີ້ຈະຮູ້ສືກວ່າຊີວິດທີ່ເສເພແບບນັ້ນມັນຊ່າງບໍ່ມີສາລະແລະເສຍເວລາ ແຖມຍັງເຈີະຜູ້ຊິງເຊັກຊີທີ່ເມົາຫຼີ້ນຈົນໝົດທ່າ ພໍຊວນກັນໄປມີເຊັກສ໌ຫຼັງຈາກແລ້ວກິດຈະກຳກໍ່ເອື້ອມລະອາບໍ່ຮູ້ຈະເວົ້າຫຍັງ...ເຈີະແບບນີ້ເລື້ອຍໆກໍ່ເບື່ອ...ຜູ້ຊາຍເຂົາວ່າມາແນວນີ້

     ມີອິດສະລະພາບທາງການເງິນ

        ຜູ້ຊາຍບາງຄົນຕັ້ງເປົ້າໄວ້ວ່າຕ້ອງມີຄວາມໝັ້ນຄົງທາງການເງິນກ່ອນເຖິງຈະມີຄອບຄົວໄດ້ ຖ້າຍັງຫົວໝຸນແລ່ນຫາເງິນມາຈ່າຍແບບເດືອນຕໍ່ເດືອນແລ້ວກໍ່ ຍ່ອມບໍ່ຢາກເພີ່ມພາລະນຳການຫາລ້ຽງພັນລະຍາອີກຄົນ ດັ່ງນັ້ນຖ້າເຮົາບໍ່ຢາກລຳບາກກໍ່ຄວນເບີ່ງຫາຜູ້ຊາຍທີ່ເພີ່ງພາໄດ້ ຫຼືຢ່າງນ້ອຍກໍ່ມີວຽກເຮັດໝັ້ນຄົງ ເຊົາເບີ່ງຫາຜູ້ຊາຍບໍ່ມີວຽກເຮັດຖ້າບໍ່ຢາກຕ້ອງອອກເງິນເວລາໄປທ່ຽວກັນ ນອກຈາກນັ້ນຜູ້ຊາຍພວກນີ້ຍັງບໍ່ກ້າຊວນເຮົາໄປໃສມາໃສເພາະບໍ່ມີເງິນ ເບີ່ງແມ ພຽງມື້ນີ້ຍັງກັດກ້ອນເກືອກິນ ກໍ່ບໍ່ຕ້ອງຄິດໄປເຖິງວັນຂ້າງໜ້າທີ່ຄິດຈະມີຄອບຄົວກັບຜູ້ຊາຍພວກນີ້ ແບບນັ້ນເອົາໄວ້ພຽງຊາບຊວຍມ່ວນຊື່ນໄປວັນໆ ກໍ່ພໍ ສູ້ເຮົາກັບມາພິຈາລະນາຜູ້ຊາຍທີ່ຫຸ່ນບໍ່ໄດ້ລຳບືກເລົ້າໃຈ ແຕ່ມີຫົວໃຈປ່ຽມຮັກແລະງານການໝັ້ນຄົງ ແລະທີ່ສຳຄັນທີ່ສຸດຄືວາງແຜນທີ່ຈະຮ່ວມຊີວິດກັບເຮົາ...ເຂົ້າທ່າກວ່າບໍ່

      ຢາກເປັນພໍ່

         ຜູ້ຊາຍພ້ອມທີ່ຈະແຕ່ງງານແລ້ວຖ້າເຂົາຈັບຈ້ອງເບີ່ງເດັກນ້ອຍໆ ເປັນເວລາດົນແຖມຍັງຖາມເຮົາວ່າຢາກມີລູກໜ້າຮັກໆ ແບບນີ້ຈັກຄົນບໍ່ ຜູ້ຊາຍຍັງຢາກໜຸ່ມແໜ້ນແຂງແຮງພໍທີ່ຈະສອນຕືກປາ ເຕະບານ ຫຼືເຮັດກິດຈະກຳແບບຜູ້ຊາຍຮ່ວມກັນ ຜົນການສຳຫຼວດພົບວ່າ ອາຍຸເປັນປັດໄຈສຳຄັນທີ່ມີຜົນຢ່າງຫຼາຍຕໍ່ທັດສະນະຄະຕິໃນເລື່ອງການແຕ່ງງານຂອງຜູ້ຊາຍ ຜູ້ຊາຍທີ່ມີການສືກສາລະດັບປະລິນຍາ ທຸກຄົນຈະບໍ່ຄິດເລື່ອງແຕ່ງງານຢ່າງຈິງຈັງຈົນກວ່າອາຍຸ 26 ເປັນຕົ້ນໄປ ແລະຈະລົງຫຼັກປັກຖານໃນອາຍຸ 28-33ປີ ໂອກາດທີ່ເຂົາຈະແຕ່ງງານກໍ່ຈະເລີ່ມຫຼົດນ້ອຍລົງ ພໍອາຍຸ 30-36 ປີ ນອກຈາກນັ້ນຜົນການສຳຫຼວດຍັງບອກວ່າ ທັນທີທີ່ຜູ້ຊາຍອາຍຸ 37 ປີ ໂອກາດທີ່ເຂົາຈະແຕ່ງງານກໍ່ຈະເລີ່ມຫຼົດນ້ອຍລົງ ພໍອາຍຸ 43 ເຂົາກໍ່ອາດຈະດຳລົງຕົນເປັນໜຸ່ມໂສດໄປຕະຫຼອດຊີວິດ

    ສະຖານະເປັນແຟນແຕ່ເຮັດຕົວເປັນສາມີ

       ເມື່ອຜູ້ຊາຍພ້ອມຈະເປັນສາມີເມື່ອນັ້ນເຂົາຈະເລີ່ມເຮັດຕົວເໝືອນເປັນສາມີ ຕົວຢ່າງເຊັ່ນ ເຂົາຈະວາງແຜນສຳຫຼັບອະນາຄົດ ພາເຮົາໄປແນະນຳໃຫ້ໝູ່ເພື່ອນແລະຄອບຄົວຮູ້ຈັກ ແລະບໍ່ແມ່ນພຽງໂທຫາເຮົາທຸກມື້ແຕ່ຕ້ອງການໃຫ້ເຮົາຮູ້ລາຍລະອຽດໃນຊີວິດເຂົາທຸກມື້ແລະຢາກຮູ້ເລື່ອງຂອງເຮົານຳ ນອກຈາກນັ້ນເຂົາຍັງຊື່ສັດແລະເປີດເຜີຍ ເວລາເຮົາເຂົ້າມາໃນຫ້ອງເຂົາຈະບໍ່ກະຟືບກະຟາບເພາະບໍ່ຢາກໃຫ້ເຮົາເຫັນວ່າເຂົາກຳລັງເຮັດຫຍັງແລະເຂົາຍັງໃຫ້ເຮົາຮັບໂທລະສັບຂອງເຂົາອີກນຳ ຖ້າເຂົາຈັດທີ່ໃນຕູ້ເສື້ອຜ້າກັນໄວ້ໃຫ້ເຮົາ...ນັ້ນແລະແມ່ນເລີຍ ແລະເຂົາຍັງຮັບຟັງເວລາເຮົາບອກວ່າເຮົາພ້ອມແຕ່ງງານເມື່ອໃດ

       ຖ້າຍັງບໍ່ແນ່ໃຈວ່າເຂົາຄິດແນວໃດ ກໍ່ໃຫ້ສັງເກດວິທີທີ່ເຂົາສະແດງອອກ ແລະທີ່ສຳຄັນໄປກວ່ານັ້ນຄືວິທີທີ່ເຂົາເວົ້າເຖິງອະນາຄົດຂອງເຮົາ ແຕ່ທີ່ແນ່ໆ ຢ່າໄປກົດດັນ ລອງໃຊ້ວິທີເວົ້າຕົງໆ ບອກເຂົາໄປວ່າເຮົາຮູ້ສືກແນວໃດ ຈະໄດ້ຮູ້ວ່າເຮົາຢືນຢູ່ຈຸດໃດ ຖ້າຜູ້ຊາຍຍັງບໍ່ພ້ອມກໍ່ຄືບໍ່ພ້ອມ ຖ້າເຈີະແບບນີ້ກໍ່ເດີນໜ້າຫາຜູ້ຊາຍຄົນທີ່ພ້ອມກວ່ານີ້ດີກວ່າ ຈະເສຍເວລາຊູຊີໄປເຮັດຫຍັງ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຍອມຮັບສະວ່າບາງເທື່ອ ຕົວເຮົາເອງທີ່ມີແຟນຢູ່ແລ້ວ ກໍ່ຕ້ອງເຄີຍແອບເບີ່ງຄົນອື່ນ ແລະພໍເຈີະແຈ໊ກພອດໄດ້ຮູ້ຈັກກັບອີກຄົນທີ່ນິໄສເຂົ້າກັນໄດ້ ຢູ່ໃກ້ແລ້ວມີຄວາມສຸກ ກໍ່ເຜີຄິດວ່າເຂົາໜ້າຈະ “ດີກວ່າ“ ແຟນຂອງເຮົາເອງ ແຕ່ທີ່ຕັດສິນໃຈໄປຈາກແຟນຕົວຈິງບໍ່ໄດ້ ກໍ່ເພາະ “ບໍ່ໝັ້ນໃຈ“ ວ່າອີກຄົນທີ່ຄິດວ່າ “ແມ່ນກວ່າ“ ຄົນນັ້ນ ຈະດີແທ້ໆ ຫຼືບໍ່ ແລະຖ້າແຟນຕົວເອງທີ່ຄົບຢູ່ບໍ່ໄດ້ເຮັດຫຍັງຜິດ ກໍ່ບໍ່ຮູ້ຈະເອົາເຫດຜົນຫຍັງໃຊ້ບອກອີກຝ່າຍເພື່ອຂໍເລີກ

ຄົນເຮົາເມື່ອຮັກກັນແລ້ວ ກໍ່ຕ້ອງເຄີຍຜ່ານຊ່ວງເວລາທີ່ມີຄວາມໝາຍມາດ້ວຍກັນທັ້ງນັ້ນ ການຈະເຮັດເປັນເຫັນຄົນອື່ນດີກວ່າແລ້ວຖິ້ມໄປລົມຄົນໃຫ່ມເລີຍ ມັນກໍ່ບໍ່ຖືກຕ້ອງ ແຮງຖ້າເປັນແຟນກໍ່ແຮງເປັນຄົນເກົ່າທີ່ດີແສນດີບໍ່ເຄີຍປ່ຽນແປງ ກໍ່ແຮງເຮັດໃຫ້ຄິດໜັກວ່າເລີກຫຼືບໍ່ເລີກດີ

ໃຈໜື່ງກໍ່ຢາກໄປ “ເລີ່ມຕົ້ນໃຫ່ມ“ ກັບຄົນທີ່ຄິດວ່າແມ່ນກວ່າ ຈະໄດ້ບໍ່ຕ້ອງເສຍເວລາຢ່າກັບຄົນທີ່ຕົວເອງຄິດວ່າ “ບໍ່ແມ່ນ“ ພໍຄິດໄປຄິດມາແລ້ວກໍ່ບໍ່ແນ່ໃຈ ກໍ່ເລີຍເປັນຄຳຖາມວ່າທີ່ຕົວເອງຕັດສິນໃຈບໍ່ໄດ້ກໍ່ເລີຍສົງໄສວ່ານີ້ເປັນພຽງຄວາມຜູກພັນຫຼືບໍ່

ຂ້ອຍເຊື່ອວ່າມີຫຼາຍຄົນທີ່ຕົກຢູ່ໃນອາລົມແບບນີ້ ບໍ່ຮູ້ວ່າຕໍ່ໄປຈະເປັນແນວໃດ ບໍ່ຢາກແອບຄົບກັນໄປແບບຈັບປາສອງມື ໃຈໜື່ງກໍ່ຢ້ານວ່າຈະຖືກໃຜໆ ເບີ່ງວ່າເປັນຄົນຊົ່ວ ອີກໃຈໜື່ງກໍ່ຄິດວ່ານີ້ມັນຊີວິດຂອງຕົວເອງ ຈະໄປແຄຮ໌ໃຜອີກ ຖ້າໃຜກ້າຕັດສິນໃຈໄວກໍ່ດີໄປ ເພາະເຖິງວ່າຜົນລົງເອີຍຈະຄື “ແມ່ນ“ ຫຼື “ບໍ່ແມ່ນ“ ມັນກໍ່ເປັນການເລືອກເອົາຈັກຢ່າງ ຢ່າງນ້ອຍໆ ກໍ່ສະບາຍໃຈໄດ້ວ່າຂ້ອຍບໍ່ໄດ້ຫຼອກກັກໃຜເພາະຄວາມເຫັນແກ່ຕົວ

ຂ້ອຍຄິດວ່າຖ້າການໄປເຈີະຄົນໃຫ່ມທີ່ຮູ້ສືກວ່າແມ່ນກວ່າ ກໍ່ບໍ່ແມ່ນເລື່ອງຜິດແມ່ນຫຍັງ ຄົນເຮົາມີສິດເລືອກສີ່ງທີ່ດີທີ່ສຸດໃຫ້ຕົວເອງ ແຕ່ກໍ່ບໍ່ຄວນເຫັນແກ່ຕົວດ້ວຍການເຮັດຫຍັງບໍ່ຊັດເຈນ ເຮົາບໍ່ຄວນສວມເຂົາໃຫ້ແຟນຕົວເອງ ດ້ວຍການແອບໄປລອງຄົບກັບຄົນໃຫ່ມເບີ່ງ ເພາະຄິດວ່າຖ້າຫຼົງເຂົ້າໃຈຜິດຂື້ນມາກໍ່ຈະບໍ່ມີຫຍັງຕ້ອງເສຍ ຖ້າເກີດຢູ່ໆ ຄົນໆນັ້ນທີ່ເຮົາຄິດວ່າ “ແມ່ນ“ ເຂົ້າກັນບໍ່ໄດ້ ກໍ່ຈະໄດ້ກັບມາຫາແຟນຕົວເອງໄດ້ຢ່າງແນບນຽນ ໂດຍທີ່ທຸກຢ່າງກໍ່ຍັງຄືເກົ່າ

ຖ້າເຮົາເປັນຄົນທີ່ກ້າຫຼອກຄົນທີ່ເຮົາຮັກດ້ວຍວິທີນັ້ນໄດ້ ກໍ່ຢ່າສົງໄສເລີຍວ່ານີ້ມັນຄືແມ່ນຫຍັງກັນແທ້ ບອກໄດ້ເລີຍວ່ານີ້ບໍ່ແມ່ນວິທີທີ່ຄົນຮັກເຂົາເຮັດຕໍ່ກັນ ຖ້າເຂົາຮູ້ເຂົ້າໃນມື້ໜື່ງ ຕໍ່ໃຫ້ເຂົາເຄີຍຮັກເຮົາຫຼາຍຊ່ຳໃດຄວາມຮູ້ສືກນັ້ນມັນກໍ່ຕ້ອງຖືກປ່ຽນ ແລະມັນຈະບໍ່ມີທາງກັບມາເປັນຄວາມຮູ້ສືກທີ່ຄືເກົ່າອີກ

ຄວາມຜູກພັນ...ບໍ່ໄດ້ຊ່ວຍໃຫ້ຄົນສອງຄົນຢູ່ນຳກັນໄປຈົນແກ່ເຖົ້າໄດ້ທຸກຄູ່ ເພາະຖ້າໃນຄວາມຜູກພັນນັ້ນບໍ່ມີ “ຄວາມຮັກ“ ແລະ “ຄວາມເຂົ້າໃຈກັນ“ ເປັນສ່ວນປະສົມຢູ່ນຳ ມັນກໍ່ເປັນພຽງຄວາມຜູກພັນທີ່ເວົ້າປາກເປົ່າ ແຕ່ຫົວໃຈເຂົ້າບໍ່ເຖີງສຳຜັດບໍ່ໄດ້

ທາງທີ່ດີ...ເຮົາຄວນຕອບຄຳຖາມໃນໃຈຕົວເອງໃຫ້ຊັດເຈນໄປເລີຍວ່າ ຕ້ອງການເລືອກທາງຊ້າຍຫຼືທາງຂວາ ຕັດສິນໃຈໄດ້ແລ້ວກໍ່ມຸ້ງໜ້າໄປທາງນັ້ນ ແລະເຮັດໃຫ້ມັນດີທີ່ສຸດ ແຕ່ຖ້າບໍ່ຍອມເລືອກຈັກທາງເຮົາກໍ່ຈະກາຍເປັນຄົນທີ່ໄດ້ແຕ່ຢືນລັງເລຢູ່ທາງແຍກ ໄປຊ້າຍບໍ່ໄດ້ ໄປຂວາກໍ່ບໍ່ໄດ້ ແລະອາດມີສິດຖືກລົດຊົນຕາຍເຂົ້າຈັກມື້

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍມີຄົນບອກວ່າ...ຢ່າເສຍເວລາກັບຄົນທີ່ບໍ່ແມ່ນ ເພາະມັນຄືກັບການຕຳໝາກເຜັດລະລາຍລົງແມ່ນ້ຳຄື ເສຍເວລາເຮັດໃນສີ່ງທີ່ບໍ່ມີປະໂຫຍດ ແຖມໃຈກໍ່ບໍ່ມີຄວາມສຸກ

          ຖ້າລອງຄົບຫາເບີ່ງໃຈ ຮຽນຮູ້ກັນແລະກັນແລ້ວ ຢູ່ໆ ກັບເກີດຄວາມຮູ້ສືກ “ບໍ່ແມ່ນ“ ທັ້ງໆທີ່ຕອນເລີ່ມເປັນແຟນກັນໃຫ່ມໆ ແມ່ນຫຍັງກໍ່ສວຍງາມ ແຕ່ພໍການເວລາຜ່ານໄປຄວາມຮູ້ສືກບໍ່ແມ່ນກໍ່ຜຸດໂພ່ຂື້ນມາທັກທາຍ ມັນອາດເປັນສັນຍານບົ່ງບອກວ່າເຮົາຄວນກັບມາເບີ່ງຄົນທີ່ແມ່ນກັນດີກວ່າ ເພາະຖ້າເມື່ອໃດກໍ່ຕາມທີ່ຮູ້ສືກວ່າອີກຝ່າຍບໍ່ແມ່ນ ກໍ່ຢ່າຝືນທົນຄົບໄປເລື້ອຍໆ ແຮງທົນຢູ່ເພາະ “ເຂົາຮັກເຮົາ“ ທັ້ງໆທີ່ເຈົ້າເອງເລີ່ມຮູ້ສືກວ່າ “ເຂົາບໍ່ແມ່ນ“ ສະແລ້ວ ບາງທີເຈົ້າອາດທຳຮ້າຍເຂົາໄປໂດຍບໍ່ຮູ້ຕົວກໍ່ໄດ້

          ເຖິງວ່າ “ຄວາມຮັກ“ ອອກແບບບໍ່ໄດ້ ເພາະຄົນທີ່ເຮົາຮູ້ສືກແມ່ນເຂົາກັບແລ່ນໜີ ແຕ່ຄົນທີ່ບໍ່ແມ່ນເຂົາກັນແລ່ນຕາມເຮົາສະເໝີ ແຕ່ເຮົາສາມາດເຮັດໃຫ້ມັນສົມບູນແບບໄດ້ ເພາະຄວາມຮັກປຽບເໝືອນການປູກຕົ້ນໄມ້ ຖ້າເຮົາຫວ່ານເມັດພັນລົງໃນພື້ນທີ່ທີ່ເໝາະສົມມັນຈະງອກງາມສົດໃສ ແຕ່ຖ້າພະຍາຍາມຫວ່ານຢ່າງຕັ້ງໃຈໃນພື້ນທີ່ທີ່ບໍ່ເໝາະສົມ ແນວໃດໆມັນກໍ່ບໍ່ເຕີບໃຫ່ຍງົດງາມຢ່າງໃຈຫວັງ

          ທີ່ສຳຄັນ “ຄວາມຮັກ“ ເປັນສີ່ງມີຄ່າ ເພາະສະນັ້ນ ຢ່າມົວເສຍເວລາກັບຄົນທີ່ບໍ່ແມ່ນ ເພາະມັນອາດເຮັດໃຫ້ “ຄົນທີ່ແມ່ນ“ ຍ່າງຜ່ານເຮົາໄປແບບທີ່ເຮົາບໍ່ຮູ້ຕົວກໍ່ໄດ້ ແລະຢ່າເກັບເອົາຄວາມຊົງຈຳໃນອະດີດທີ່ແສນງົດງາມ ມາບົດບັງຄວາມຈິງໃນໃຈຂອງຕົວເຮົາ

          ລອງຖາມໃຈຕົວເອງ ພ້ອມໆ ກັບຟັງສຽງຂອງຫົວໃຈຕົວເອງອີກຈັກຄັ້ງວ່າ “ເຮົາຍັງຮັກເຂົາຢູ່ຫຼືບໍ່“ ແລະ “ເຂົາຍັງເປັນຄົນທີ່ແມ່ນສຳຫຼັບເຮົາຢູ່ຫຼືບໍ່“ ຖ້າຫາຄຳຕອບໃຫ້ກັບຫົວໃຈໄດ້ແລ້ວ ກໍ່ເດີນໜ້າລຸຍຕໍ່ເລີຍ ແຕ່ຖ້າຫາກຢາກພົບຮັກທີ່ໝັ້ນຄົງແລະມີຄວາມສຸກຄວນເລືອກຄົນທີ່ “ພໍດີ“ ແລະ “ເຂົ້າກັນດີ“ ກັບຕົວເຮົາ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄົນບໍ່ແມ່ນສີ່ງຂອງ ວາງໄວ້ແລ້ວກັບມາເອົາຕອນໃດກໍ່ໄດ້ ມະນຸດມີຄວາມຮູ້ສືກ ຄຳວ່າຮັກຄຳດຽວກັນ ບອກຄົນລະມື້ຍັງຊື້ງໃຈບໍ່ເທົ່າກັນເລີຍ ນັບພາສາແມ່ນຫຍັງມື້ທີ່ຖ້າຄວາມຮັກ ຄວາມເຫັນໃຈ ເຂົາຍັງຫ່າງຫາຍໄປຢ່າງບໍ່ໃຍດີ

 ມື້ນີ້ກັບມາຄິດຫຼືວ່າຄວາມຮູ້ສືກນັ້ນຍັງຄືເກົ່າ ເຖິງຈະຮັກເຂົາແທບຕາຍ ແຕ່ຂ້ອຍຕາຍບໍ່ໄດ້ແທ້ໆ ເພາະເຂົາບໍ່ໄດ້ຄູ່ຄວນຂະໜາດນັ້ນ ອຸດສາຂື້ນມາຈາກເຫວໄດ້ແລ້ວ ຖ້າຈະຕັດສິນໃຈໄປຍ່າງຫຼິ້ນປາກເຫວອີກຈັກເທື່ອ ຮັກແທ້ເຂົາຕ້ອງຖ້າໄດ້ ນອກຈາກວ່າໂດນຖີ້ມມາ ເລີຍໂຫຍຫາຄວາມໝັ້ນໃຈ ກັບມາຫາຄົນທີ່ບໍ່ມີວັນຖີ້ມເຂົາໄປ ເຖິງວ່າຈະໂດນຖິ້ມແນວໃດກໍ່ຕາມ ລອງຄິດເບີ່ງ່ດີໆ ບໍ່ຕ້ອງຟ້າວ ຫຼືຈະລອງພິຈາລະນາຈາກ 7 ຂໍ້ດັ່ງນີ້ ...

1. ຖາມຕົວເອງວ່າບໍ່ມີເຂົາ ເຮົາຢູ່ໄດ້ແມ່ນບໍ່

ຖ້າຢູ່ໄດ້ຢູ່ໄປກ່ອນຢ່າຮີບຮ້ອນ ມື້ທີ່ເຮົາເຈັບປາງຕາຍເຂົາກັບຫ່າງຫາຍໄປຢ່າງໜ້າຕາເສີຍ ຄົນເຂັ້ມແຂງກາຍເປັນຄົນອ່ອນແອອາດໃຊ້ເວລາພຽງມື້ດຽວ ແຕ່ກວ່າທີ່ຄົນອ່ອນແອຈະກັບມາເປັນຄົນເຂັ້ມແຂງຄືເກົ່າ ອາດໃຊ້ເວລາເປັນປີກວ່າຫົວໃຈດີໆ ຈະຟື້ນຄືນສະພາບ ເຮົາເທົ່ານັ້ນທີ່ຮູ້ ຢ່າປ່ອຍໃຫ້ມັນເຈັບຊ້ຳໆ ຈາກຄົນເກົ່າໆ

2. ໃຫ້ເວລາທັງເຂົາແລະເຮົາ

ຊ່ວງເວລາຂອງການກຳລັງຈະໄດ້ມາ ກັບຊ່ວງເວລາທີ່ກຳລັງຈະສູນເສຍໄປ ເປັນຊ່ວງເວລາທີ່ຫອມຫວານທີ່ສຸດຂອງຄວາມຮັກ ມັນເປັນພຽງຄວາມຕື່ນເຕັ້ນຂອງຊ່ວງຕະກາຍຝັນ ພໍຢູ່ນຳກັນແທ້ໆ ກັບເສີຍໆ “ເວລາ“ ຈະບອກໄດ້ເອງວ່າເຂົາກັບມາເພາະຮັກເຮົາຫຼືວ່າເຫງົາ ມີເຮົາກໍ່ຍັງດີຢູ່ດຽວພໍມີແຮງກໍ່ໄປຫາຄົນອື່ນອີກ

3. ເປັນໝູ່ໄປກ່ອນ

ຕຳແນ່ງທີ່ບາງຄົນອາດບໍ່ຄວນຄ່າດ້ວຍຊ້ຳ ແນວໃດກໍ່ເຄີຍຮັກກັນ ຄົບກັນແບບໝູ່ເພື່ອນ ລົມກັນໃນເວລາທີ່ສະດວກ ບໍ່ທຸລົນທຸລາຍ ໃນເມື່ອຮັກຄັ້ງເກົ່າເຮົາເລີ່ມຈາກ 1 ມາເຖິງ 100 ແລ້ວເຂົາກໍ່ທຳລາຍມັນຈົນໝົດ ຖ້າຈະກັບມາເຮົາຄົງບໍ່ນັບ 1 ໃຫ່ມ ແຕ່ຕ້ອງຖອຍໄປເຖິງຂັ້ນຕິດລົບ

4. ຟອຮ໌ມກິນບໍ່ໄດ້ ແຕ່ງາມ

ຕໍ່ໃຫ້ໃຈຢາກແລ່ນເຂົ້າໄປຮ້ອງໃສ່ ກອດເຂົາໃຫ້ສະໃຈ ແຕ່ແນວໃດກໍ່ຕ້ອງເຮັດໜ້າບໍ່ໄວ້ໃຈ ນຽນໆ ເກັບຄວາມດີໃຈເອົາໄວ້ໃຫ້ເລີກສຸດໃຈ ຢ່າໃຫ້ເຂົາຈັບໄດ້ວ່າເຮົາຖ້າເວລາໃຫ້ເຂົາກັບມາທຸກລົມຫາຍໃຈເຂົ້າອອກ ຫຼີ້ນຕົວແດ່ ຢ່າຫວ້າງທຸກເທື່ອທີ່ເຂົາຊວນ ຢ່າ Cancel ທຸກຄົນເພື່ອຖ້າເຂົາຄົນດຽວ

5. ຫາຂໍ້ມູນແວດລ້ອມ

ຈະເຟດບຸກ ຫຼືຈາກໝູ່ເພື່ອນ ເຊັກໃຫ້ດີ ປະວັດຊີວິດຮັກກ່ອນຊົມຊານກັບມາຫາເຮົາ ເຂົາຖືກຖີ້ມມາຫຼືບໍ່ ແນວໃດຄວາມລັບກໍ່ບໍ່ມີໃນໂລກ

6. ປະຕິເສດຢ່າງໄວແບບບໍ່ຕ້ອງຄິດ

ກໍ່ພຽງລອງວັດໃຈເສີຍໆ ຖ້າເຂົາປ່ຽນໃຈຍ່າງໜີໄປເລີຍ ແປວ່າເຂົາບໍ່ໄດ້ຢາກກັບມາແທ້ໆ ຖ້າເຮົາເປັນຄົນທີ່ເຂົາໝັ້ນໃຈວ່າແນວໃດກໍ່ຕັດສິນໃຈບໍ່ຜິດ ເຂົາຍັງມີວິທີທີ່ເຮັດໃຫ້ເຮົາຮູ້ໄດ້ວ່າເທື່ອນີ້ເຂົາເອົາຈິງ

7. ພ້ອມຈະເຈັບອີກເທື່ອໃຫ່ມ

ຖ້າຮູ້ວ່າແນວໃດເຈັບຊ່ຳໃດກໍ່ບໍ່ຕາຍຢູ່ດີ ຍ່າງກັບຫຼັງຫັນເລີ່ມຕົ້ນໃຫ່ມກັບຄົນທີ່ເປັນຫົວໃຈຄົນເກົ່າໄດ້ເລີຍ ໃຊ້ເວລານຳກັນຢ່າງເຕັມທີ່ ອາດຈະດີກໍ່ໄດ້ ເພາະຕ່າງໄດ້ຮຽນຮູ້ແລ້ວວ່າການບໍ່ມີກັນແລະກັນເຫົງາຂະໜາດໃດ ແຕ່ຖ້າເຂົາຖີ້ມເຮົາໄປອີກຮອບ ກໍ່ຖືສະວ່າຢ່າງນ້ອຍເຮົາໄດ້ໃຫ້ໂອກາດແລ້ວທັງ 2 ຝ່າຍ

ຖ້າມື້ນັ້ນເຮົາພ້ອມສ່ຽງ ຄ່ອຍໆ ຮັກໄປຢ່າງໃຊ້ສະຕິ ຄົນເຄີຍເຮັດໃຫ້ເຮົາເຈັບແລ້ວຄັ້ງໜື່ງ ເປັນຫຍັງຈະເຮັດໃຫ້ເຮົາເຈັບອີກບໍ່ໄດ້ ແຕ່ຖ້າເຂົາໃຊ້ໂອກາດທີ່ເຮົາໃຫ້ເຂົາຢ່າງດີ ກໍ່ຂໍໃຫ້ມີກັນແລະກັນຕະຫຼອດໄປ ແຕ່ວ່າຖ້າທຸກຢ່າງເກີດຜິດພາດ ກໍ່ບໍ່ຕ້ອງຕົກໃຈ ເຮົາເຄີຍລອດມາໄດ້ແລ້ວຄັ້ງໜື່ງແລ້ວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

        ວ່າກັນວ່າ ບັນຫາມືທີ່ສາມ ຫຼືອາການນອກໃຈ ເປັນສາເຫດຮັກຫຼົ້ມ ສາມາດເຮັດໃຫ້ຄູ່ຮັກເລີກລາກັນໄດ້ງ່າຍທີ່ສຸດ ແຕ່ກໍ່ບໍ່ແມ່ນວ່າອາການ “ນອກໃຈ“ ຈະເປັນສາເຫດດຽວທີ່ເຮັດໃຫ້ຄູ່ຮັກເລີກລາກັນ ເພາະມີປັດໄຈອີກຮ້ອຍແປດພັນເກົ້າ...

       ແຕ່ສາເຫດຂອງການເລີກລາທີ່ຮິດທີ່ສຸດເຫັນຈະເປັນຄວາມ “ເຂົ້າກັນບໍ່ໄດ້“ ບໍ່ວ່າຈະເປັນເລື່ອງນິໄສໃຈຄໍ ຄອບຄົວ ໝູ່ເພື່ອນ ຈຸດມຸ້ງໝາຍຄົນລະທາງ ໄລຟ໌ສໄຕລ໌ຕ່າງກັນ ... ລວມເຖິງບັນຫາຄຼາດສິກຢ່າງ “ແຟນເກົ່າ“ ແລະທີ່ສຳຄັນຄື ອາການ “ໃຈໝົດຮັກ“ ຮັກໝົດໂປຣໂມຊັ່ນ ຮັກອີ່ມຕົວ ຮັກຈືດຈາງ ຮັກແພ້ໄລຍະທາງ...

  ວ່າແຕ່ໝູ່ເພື່ອນ ທີ່ຕ້ອງເລີກກັບແຟນ ເຖິງວ່ຈະບໍ່ມີໃຜນອກໃຈກັນແລະກັນ ແຕ່ສຸດທ້າຍກໍ່ຈຳຕ້ອງຕັດສິນໃຈແຍກກັນໄປຄົນລະທາງ ເກີດຈາກສາເຫດຫຍັງກັນແດ່...?

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

3 ສີ່ງໃນຊີວິດເຮົາທີ່ບໍ່ສາມາດເອີ້ນກັບຄືນມາໄດ້

 ຄຳເວົ້າ

ເວລາ

ແລະໂອກາດ

3 ສີ່ງທີ່ຄວນຈະມີໃນຊີວິດເຮົາຄື...

ຄວາມສະຫງົບ

ຄວາມຊື່ສັດ

ຄວາມຫວັງ

ສີ່ງທີ່ມີຄ່າ 3 ສີ່ງໃນຊີວິດເຮົາ

ຄວາມຮັກ

ເຄົາລົບຕົວເອງ

ແລະໝູ່ແທ້

ຄວາມບໍ່ແນ່ນອນໃນຊີວິດ 3 ຢ່າງຄື

ຄວາມຝັນ

ຄວາມສຳເລັດ

ແລະໂຊກຊະຕາ

3 ສີ່ງທີ່ທຳລາຍຊີວິດເຮົາ ຄື...

ຄວາມຍີ່ງຈອງຫອງ

ສຸລາ

ແລະຄວາມໂມໂຫ

ຈິດໃຈດີເປັນດັ່ງສວນ

ຄວາມຄິດດີເປັນຮາກໄມ້

ຄຳເວົ້າດີ ເປັນດັ່ງດອກໄມ້ບານສະພັ່ງ

ການກະທຳດີປຽບເໝືອນໝາກໄມ້

ຈິດໃຈດີ ຄິດດີ ເວົ້າດີ ແລະກະທຳດີ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ການຈະລືມໃຜຈັກຄົນ ອາດຕ້ອງໃຊ້ເວລາຊົ່ວຊີວິດ

    ... ຈະບອກເລີກກັບໃຜຈັກຄົນອາດໃຊ້ເວລາບໍ່ຫຼາຍ

    ... ຈະມັກໃຜຈັກຄົນອາດໃຊ້ເວລາຫຼາຍກວ່າ

    ... ແຕ່ຈະລືມໃຜຈັກຄົນອາດຕ້ອງໃຊ້ເວລາຊົ່ວຊີວິດ

        ຊີວິດ 3 ຊ່ວງຂອງຄວາມຮັກຄືຊ່ວງປູກຕົ້ນຮັກ ກວ່າຈະບອກຮັກໃຜໄດ້ຈັກຄົນ ກວ່າຈະເຮັດໃຫ້ເຂົາຮູ້ວ່າເຮົາຮູ້ສືກດີໆ ແລະຮູ້ສືກກັບເຂົາເປັນພິເສດ ກວ່າຈະເຮັດຄວາມເຂົ້າໃຈກັນ ກວ່າຈະຮຽນຮູ້ກັນແລະກັນ ກວ່າຈະສະນິດກັນເຖິງແກ່ນໆ ໜື່ງ ເຊີ່ງຈະສຳພັນກາຍເປັນຄົນຄົນດຽວກັນນັ້ນບໍ່ແມ່ນເລື່ອງງ່າຍເລີຍ ຕ້ອງອາໄສທັງເວລາແລະການເປີດຫົວໃຈຮຽນຮູ້ເຊີ່ງກັນແລະກັນ ບາງເທື່ອເສຍເວລາຕັ້ງດົນນານແລ້ວພົບວ່າບໍ່ແມ່ນ ເຮົາກໍ່ຕ້ອງຖອຍຫຼັງແລ້ວເລີ່ມຕົ້ນໃຫ່ມອີກເທື່ອ

       ຄວາມຮູ້ສືກພິເສດທີ່ມີໃຫ້ກັບຄົນທີ່ມີຄວາມໝາຍນັ້ນຊັບຊ້ອນຫຼາຍ ບໍ່ແມ່ນຢາກຈະເກີດມັນກໍ່ເກີດຂື້ນມາ ບໍ່ແມ່ນຢາກຈະໃຫ້ມັນເກີດກັບໃຜທີ່ຖືກໃຈເຮົາ ບາງເທື່ອເຮົາເຮັດດີແທບຕາຍ ເຂົາອາດບໍ່ຫຼຽວເບີ່ງເຮົາເລີຍດ້ວຍຊ້ຳ

       ເມື່ອ ຄວາມຮັກງົດງາມແລ້ວ ກໍ່ຈົ່ງຮັກສາມັນໄວ້ຢ່າງດີ ອາດຈະຕ້ອງຫຼົດຄວາມເປັນຕົວເອງລົງແດ່ ອາດຈະຕ້ອງຍອມຮັບກັນແດ່ ອາດຈະຕ້ອງປ່ຽນຕົວເອງແດ່ ແຕ່ມັນກໍ່ດີກວ່າຈະຕ້ອງມານັ່ງເລີ່ມຕົ້ນ ນັບໜື່ງກັນໃຫ່ມ

      ຫຼາຍເທື່ອເຮົາພົບວ່າເຮົາເອົາອາລົມມາເປັນໃຫ່ຍໃນການຕັດສິນ ການເລີກຮັກຈັກຄັ້ງໜື່ງ ເຮົາອາດບອກເລີກພຽງແຕ່ບືດດຽວ ແລະໃນຂະນະນັ້ນກໍ່ບໍ່ເຄີຍຄິດເຖິງເລີຍວ່າກວ່າຈະຮູ້ຈັກ ກວ່າຈະຮັກ ກວ່າຈະຮູ້ໃຈກັນໄດ້ຂະໜາດນັ້ນ ມັນໃຊ້ເວລາດົນຊ່ຳໃດ ແຖມຍັງບໍ່ເພື່ອຄິດອີກຊ້ຳວ່າ ເມື່ອເລີກກັນໄປແລ້ວເຮົາຈະທຳໃຈໄດ້ໄວຫຼືຊ້າພຽງໃດ

  ການສ້າງຍາກກວ່າການທຳລາຍສະເໝີ ແລະການທີ່ຈະຕັດຄວາມຮູ້ສືກຜູກພັນທີ່ເຄີຍມີຮ່ວມກັນພາຍໃຈໄລຍະເວລາອັນສັ້ນ ນັ້ນກໍ່ອາດບໍ່ງ່າຍເຊັ່ນກັນ ເມື່ອຈະຕ້ອງຕັດສິນໃຈເລື່ອງຄວາມຮັກຈັກຄັ້ງໜື່ງ ຈົ່ງຄິດເຖິງເວລາດີໆ ທີ່ເຄີຍມີຮ່ວມກັນ ຄິດເຖິງຄວາມສຳພັນທີ່ດີທີ່ເຄີຍມີຮ່ວມກັນ ການລືມໃຜຈັກຄົນ ອາດຈະຕ້ອງໃຊ້ເວລາຊົ່ວຊີວິດເລີຍທີດຽວ

     ກ່ອນ ຈະຕັດສິນໃຈຫຍັງໃຫ້ຄິດໃຫ້ຮອບດ້ານ

ແລະເມື່ອຕັດສິນໃຈຫຍັງໄດ້ແລ້ວໃຫ້ແນ່ວແນ່ແລະປ່ອຍມັນໄປ

ຈົ່ງຢ່າຍືດຕິດກັບກົງຂັງຂອງຄວາມຮັກທີ່ເຮົາສ້າງຂື້ນມາເອງ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າໄດ້ສຳຜັດ ຫຼືເຈີະເຈີມັນແລ້ວ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າມີຄວາມສຸກທີ່ສຸດ ຫຼືອາດຈະທຸກໃຈສຸດໆ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ຈະເກັບມັນຮັກສາໄດ້ແນວໃດ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ຈະເກັບມັນໄດ້ດົນຊ່ຳໃດ

ຮັກນັ້ນມີຄ່າ ...

ຕອນທີ່ໄດ້ຮູ້ວ່າ ມັນສຳຄັນກັບເຈົ້າຫຼາຍຊ່ຳໃດ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ຄົນທີ່ເຈົ້າຮັກເຂົາ ແລະເຂົາກໍ່ຮັກເຈົ້າ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ຄວາມໃສ່ໃຈຄືຫຍັງ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ເຈົ້າຕ້ອງປັບປຸງຕົວເພື່ອໃຜ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ມີໃຜຄົນໜື່ງຍອມປັບປຸງຕົວເຂົ້າຫາເຈົ້າ

ຮັກນັ້ນມີຄ່າ ...

ເມື່ອເຈົ້າຄິດທີ່ຈະຮັກສາແລະເກັບມັນໄວ້ ໄດ້ດົນນານເທົ່ານານທີ່ເຈົ້າມີ

ຖ້າເຈົ້າບໍ່ຮູ້ສືກດັ່ງທີ່ກ່າວມາ ສະແດງວ່າ ...

ຮັກຂອງເຈົ້າບໍ່ມີຄ່າທີ່ຈະມອບໃຫ້ໃຜ

ຫຼືບໍ່ມີໃຜ ... ມອບຄວາມຮັກທີ່ມີຄ່າໃຫ້ເຈົ້າ

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອຕາປະສານຕາ ເມື່ອຄວາມຮັກຄັ້ງທຳອິດຫຼືຮັກຫຼາຍພົບໄດ້ກໍ່ກຳເນີດຂື້ນໃນໃຈ ເຮັດໃຫ້ສາວໆຢ່າງເຈົ້າພາກັນຄິດໄປເອງຕ່າງໆ ນາໆ ວ່າ ການທີ່ຜູ້ຊາຍຈັບຈ້ອງສາຍຕາເບີ່ງແຕ່ເຈົ້ານັ້ນ ເອີ້ນວ່າ “ເຂົາຕົກຫຼຸມຮັກເຈົ້າ“ ເຂົ້າໃຫ້ແລ້ວ ແລະດ້ວຍເຫດຜົນຂອງການຄິດໄປເອງນີ້ເຮັດໃຫ້ສາວໆ ຫຼາຍຄົນ ຕ້ອງຢູ່ໃນວັງວົນຂອງການຮັກເຂົາຂ້າງດຽວ

    ດັ່ງນັ້ນການເລີ່ມຕົ້ນສັງເກດພືດຕິກຳຊາຍໜຸ່ມທີ່ເຈົ້າຄິດວ່າຮັກ ກໍ່ບໍ່ແມ່ນເລື່ອງເສຍຫາຍ ແຖມຍັງເປັນການແນ່ໃຈອີກວ່າ ສີ່ງທີ່ເຂົາເຮັດນັ້ນເອີ້ນວ່າຮັກເຈົ້າຫຼືບໍ່

ເລີ່ມຕົ້ນຂໍນັດໄປທ່ຽວ

    ການທີ່ຜູ້ຊາຍນັດໄປທ່ຽວ ຢ່າຟ້າວດ່ວນສະຫຼຸບວ່າເຂົາມັກເຈົ້າເຂົ້າຢ່າງຈັງແລ້ວ ແຕ່ການນັດຄັ້ງຕໍ່ໄປຂອງເຂົາຕ່າງຫາກ ທີ່ເປັນຄຳຕອບວ່າ ເຂົາຢາກຮູ້ຈັກແລະໃຊ້ຊີວິດຢູ່ກັບເຈົ້າຫຼາຍຂື້ນ ດັ່ງນັ້ນຖ້າເຈົ້າອອກໄປທ່ຽວກັບເຂົາຄັ້ງທຳອິດ ແລະເຂົາເອີ່ຍປາກນັດເຈົ້າອີກ ຄຳວ່າ “ຮັກ“ ອາດຢູ່ບໍ່ໄກແລ້ວຫຼະ

ລົດຊາດແລະວິທີການຈູບຂອງເຂົາ

     ເມື່ອຕົກລົງປົງໃຈຍອມຮັກຊາຍຈັກຄົນ ການສັງເກດວິທີການຈູບຂອງເຂົາວ່າມີຄວາມໂລແມນຕິກ ທີ່ມາພ້ອມກັບຄຳວ່າເຊັກຊ໌ນຳບໍ່ ຖ້າເຂົາເອົາແຕ່ຈູບເຈົ້າເພື່ອປຸກອາລົມ ໂດຍຫາຄວາມຮັກແລະໂລແມນຕິກບໍ່ມີເລີຍນັ້ນ ເຂົາຄິດກັບເຈົ້າເປັນພຽງຄູ່ນອນແລ້ວຫຼະ

ຄວາມໃສ່ໃຈ

      ຊາຍທີ່ເຈົ້າຄິດວ່າເຂົາຮັກຈະໃສ່ໃຈເຈົ້າຫຼາຍໜ້ອຍຊ່ຳໃດ ໂດຍສະເພາະການທີ່ເຂົາຈື່ລາຍລະອຽດໃນເລື່ອງທີ່ເຈົ້າບອກໄປທຸກເລື່ອງ ຕົວຢ່າງເຊັ່ນບັນຫາໃນການເຮັດວຽກຂອງເຈົ້າມື້ນີ້ ແລ້ວເຂົາຍັງຖາມເຖິງບັນຫາເຫຼົ່ານັ້ນຈາກເຈົ້າໃນອີກມື້ຕໍ່ໄປ

ຄວາມຮູ້ສືກປອດໄພທີ່ເຂົາຢິບຍື່ນໃຫ້ເຈົ້າ

      ແມ່ນຫຍັງຈະສ້າງຄວາມໝັ້ນໃຈໃຫ້ກັບສາວໆ ເທົ່າກັບມາສ້າງຄວາມຮູ້ສືກອົບອຸ່ນແລະປອດໄພເມື່ອຢູ່ໃກ້ໆ ເຂົາ ອີກທັ້ງການທີ່ເຂົາບໍ່ປ່ອຍໃຫ້ເຈົ້າໂດດດ່ຽວ ດ້ວຍການຜິດນັດ ມາຊ້າ ຫຼື ບໍ່ຕິດຕໍ່ຫາເຈົ້າເລີຍຈົນເຈົ້າຕ້ອງໂທເຊັກ ເອີ້ນໄດ້ເລີຍວ່າ ເຂົາເລີ່ມຫ່ວງໃຍແລະສົນໃຈເຈົ້າ

ຄວາມໂລແມນຕິກທີ່ມີໃຫ້ກັບເຈົ້າ

     ລາຍລະອຽດເລັກໆ ນ້ອຍໆ ເຊັ່ນການໂທຫຼືອີເມວມາບອກເຈົ້າ ເຖິງຄວາມປະທັບໃຈໃນການອອກໄປທ່ຽວກັບເຈົ້າແຕ່ລະເທື່ອ ກໍ່ເປັນສີ່ງທີ່ເຈົ້າຄວນຮັບຮູ້ວ່າ ເຂົາຮັກເຈົ້າເຂົ້າແລ້ວ

ເປີດເຜີຍຊີວິດສ່ວນຕົວ ຄອບຄົວ ແລະໝູ່ເພື່ອນ

    ການທີ່ເຂົາຍອມເລົ່າເລື່ອງຊີວິດການເຮັດວຽກ ການໃຊ້ຊີວິດ ພາເຈົ້າໄປແນະນຳໃຫ້ໝູ່ເພື່ອນ ໃນແກ໋ງຂອງເຂົາໃຫ້ຮູ້ຈັກ ແລະສຸດທ້າຍຖ້າເຂົາພາໄປພົບພໍ່ແມ່ຂອງເຂົາ ກໍ່ໝາຍຄວາມວ່າ ເຂົາຮັກເຈົ້າໝົດທັ້ງໃຈແລ້ວ

ເຂົາກ້າປ່ຽນແປງຕົວເອງເພື່ອເຈົ້າ

    ເຖິງຫຼາຍຄົນຈະປະຕິເສດວ່າການປ່ຽນແປງເພື່ອຄົນຮັກເປັນສີ່ງທີ່ບໍ່ຢັ້ງຍືນ ແຕ່ການທີ່ເຂົາກ້າປ່ຽນແປງຕົວເອງຢ່າງການແຕ່ງຕົວ ປ່ຽນແປງໄລຟ໌ສໄຕລ໌ ກໍ່ຈົ່ງຢືນຍັນກັບຕົວເອງໄວ້ໄດ້ເລີຍວ່າ ເຈົ້າເຮັດໃຫ້ຊາຍຄົນນີ້ຍອມຮັບແລະຮັກຜູ້ຍິງແບບເຈົ້າແລ້ວ

       ເຖິງຈະເປັນເລື່ອງເລັກໆ ນ້ອຍໆ ທີ່ເຈົ້າຄິດວ່າ ບໍ່ໄດ້ມີສ່ວນໃນການຮູ້ຈັກກັບຄວາມຮັກຂອງຜູ້ຊາຍ ແຕ່ສີ່ງເຫຼົ່ານີ້ມີສ່ວນຊ່ວຍໃຫ້ຄຳຕອບວ່າ ເຈົ້າຄິດເອົາເອງຝ່າຍດຽວ ຫຼືເຂົາຮ່ວມເຂົ້າມາເປັນຄູ່ຄິດຂອງເຈົ້ານຳອີກຄົນ...

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ເຂົາເລີ່ມວິພາກວິຈານເຈົ້າຕ່າງໆ ນານາ

ຖ້າແມ່ນຫຍັງແມ່ນຫຍັງ ໃນຕົວເຈົ້າ ຫຼືສີ່ງທີ່ເຈົ້າເຮັດ ເຄີຍໜ້າຮັກສະເໝີສຳຫຼັບເຂົາ ແຕ່ມາມື້ນີ້ ບໍ່ວ່າເຈົ້າຈະເຮັດຫຍັງກໍ່ເບີ່ງຈະບໍ່ຖືກໃຈເຂົາເອົາເສຍເລີຍ ນັ້ນເປັນລາງບອກເຫດວ່າ ເຂົາກຳລັງຕີຕົວຈາກເຈົ້າ ເຫດທີ່ຜູ້ຊາຍບໍ່ກ້າບອກຜູ້ຍິງຢ່າງຕົງໄປຕົງມານີ້ເອງ ເຮັດໃຫ້ເຂົາຕ້ອງໃຊ້ວິທີຈົ່ມໃຫ້ເຈົ້າໄປເລື້ອຍໆ ແລະເຈົ້າເອງກໍ່ບໍ່ຮູ້ສືກວ່າເຮັດຫຍັງຜິດໄປ ກໍ່ຂໍໃຫ້ເຂົ້າໃຈວ່າເຂົາອາດຕ້ອງການຍຸດຕິຄວາມສຳພັນກັບເຈົ້າ

2. ເຂົາເລີ່ມເຮັດຕົວເຫີນຫ່າງ

ສຽງໂທລະສັບທີ່ເຄີຍມີມາທຸກຄືນ ຄ່ອຍໆ ຫາຍໄປ ເຖີງວ່າເຈົ້າຈະເປັນຝ່າຍໂທ ໄປລົມນຳ ເຂົາກໍ່ມັກຈະອ້າງວ່າ ຊ່ວງນີ້ ຂ້ອຍບໍ່ຄ່ອຍຫວ້າງ ເວລາຂອງວັນພັກທີ່ເຂົາເຄີຍມີໃຫ້ກັບເຈົ້າ ກໍ່ນ້ອຍລົງໄປ ເຂົາອາດຈະອ້າງວ່າຕ້ອງໃຫ້ເວລາກັບຄອບຄົວຫຼືໝູ່ຂອງເຂົາເປັນທຳມະດາຂອງຜູ້ຊາຍ ທີ່ຕຽມຈະເລີກກັບແຟນ ມັກຈະຫາຂໍ້ອ້າງ ຮ້ອຍແປດປະການສຳຫຼັບພາຕົວເອງອອກຫ່າງຜູ້ຍິງທີ່ເຂົາຄົບດ້ວຍຫຼາຍ ທີ່ສຸດ

3. ເຂົາບໍ່ຍອມວາງແຜນອານາຄົດຮ່ວມກັນ

ເຖິງ ເຈົ້າກັບເຂົາຈະຄົບຫາກັນມາດົນກໍ່ຕາມ ແຕ່ເມື່ອໃດທີ່ເຈົ້າເອີ່ຍປາກເລື່ອງອານາຄົດຫຼືການແຕ່ງງານ ເຂົາມັກຈະອ້າງສະເໝີວ່າ ເຂົາຍັງບໍ່ພ້ອມສຳຫຼັບຊີວິດຄູ່ ຫຼືອາດຈະຫຼີກຄວາມສົນໃຈໄປເລື່ອງອື່ນ ການທີ່ຜູ້ຊາຍບໍ່ສະແດງຄວາມກະຕືລືລົ້ນທີ່ຈະຜູກມັດ ອາດຈະເປັນເພາະວ່າ ເຂົາບໍ່ຄິດຈະຈິງຈັງກັບເຈົ້າ ລອງເປັນແບບນີ້ ຕ້ອງເພື່ອໃຈໄວ້ຫຼາຍໆ

4. ເຂົາເລີ່ມປ່ຽນສະໄຕລ໌ການແຕ່ງຕົວ

ຖ້າເຂົາເລີ່ມແຕ່ງຕົວປະນີດຂື້ນ ຫຼືລົງທືນຊື້ເສື້ອຜ້າໃໝ່ໆ ຢ່າຟ້າວສະຫຼຸບວ່າ ເຂົາປ່ຽນສະໄຕລ໌ເພື່ອເອົາໃຈເຈົ້າ ເປັນໄປໄດ້ຍາກທີ່ເຂົາຄິດຢາກຈະປ່ຽນຜູ້ຍິງຂ້າງກາຍຫຼາຍກ່ວາ

5. ເຂົາບອກເຈົ້າວ່າ ເຈົ້າດີເກີນໄປສຳຫຼັບເຂົາ

ເປັນ ປະໂຫຍກຂໍເລີກທີ່ຜູ້ຊາຍມັກຫຼາຍ ເພາະຟັງແລ້ວອາດເບີ່ງຄືວ່າ ເຂົາບໍ່ດີພໍສຳຫຼັບເຈົ້າ ຫຼືເຈົ້າບໍ່ໄດ້ເປັນຝ່າຍເຮັດຜິດແຕ່ຄວາມໝາຍທີ່ແທ້ຈິງ ກໍ່ຄືເຂົາຕ້ອງການເລີກກັບເຈົ້ານັ້ນເອງ

ຮູ້ສັນຍານເຕືອນໄພກັນລ່ວງໜ້າ ໂລກຈະໄດ້ບໍ່ຖະລົ່ມທະລາຍ ເມື່ອເຂົາຕີຕົວຈາກເຈົ້າໄປແທ້ໆ ໝຸ່ມໆຂອງໃຜມີພືດຕິກຳສ່ຽງດັ່ງກ່າວ ...ຄິດດ່ວນໆ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

        ທຸກສີ່ງໃນໂລກນີ້ບໍ່ມີຫຍັງແນ່ນອນ ເຖິງບໍ່ໄດ້ຈາກກັນດ້ວຍເຫດຜົນແຕ່ສຸດທ້າຍຄົນເຮົາອາດຕ້ອງຈາກກັນດ້ວຍການເວລາຢູ່ດີ

ການເລີກລາກັນເປັນສີ່ງທີ່ຄູ່ຮັກທຸກຄູ່ອາດບໍ່ຢາກພົບເຈີະ ການຈາກກັນມີທັງແບບຈາກກັນດ້ວຍດີ ຈາກກັນແບບເຈັບປວດ

ຈາກກັນດ້ວຍສາເຫດຮ້ອຍແປດພັນປະການ ແລ້ວເຫດຜົນທີ່ຄົນບອກເລີກກັນມີຫຍັງແດ່ນັ້ນ ລວບລວມມາໃຫ້ອ່ານກັນແລ້ວ

ດີເກີນໄປ

      ເຫດຜົນທີ່ຟັງແລ້ວປວດໃຈເມື່ອໄດ້ຍິນ ເຫດຜົນທີ່ເຄີຍວິເຄາະກັນໄປແລ້ວໃນເລື່ອງ “ດີເກີນໄປຫຼືເຮົາເຂົ້າກັນບໍ່ໄດ້“

ພຽງຂໍ້ອ້າງຫຼືເຫດຜົນຈາກໃຈຈິງ

ຝ່າຍຖືກບອກເລີກດ້ວຍເຫດຜົນນີ້ບໍ່ໄດ້ໝາຍຄວາມວ່າເຂົາມັກຄົນຊົ່ວຫຼືຊັງຄົນດີແບບເຈົ້າແຕ່ຢ່າງໃດ  ສາເຫດຄືຄວາມຮັກເຊີ່ງເຂົາມີໃຫ້ເຈົ້າມັນກາຍເປັຂຄຳວ່າ “ເຄີຍມີໃຫ້“ ຫຼືກາຍເປັນອາດີດໄປແລ້ວ ອີກກໍລະນີຄືເຂົາຮູ້ສືກວ່າເຈົ້າດີຫຼືມີຄ່າເກີນກວ່າຈະເສຍເວລາກັບຄົນແບບເຂົາ ເພາະຄວາມຮັກຄືການເສຍສະຫຼະຢາກໃຫ້ຄົນຮັກໄດ້ສີ່ງທີ່ດີທີ່ສຸດສະເໝີ ເນື່ອງຈາກຄວາມຮັກຂອງຝ່າຍຖືກບອກເລີກຢູ່ໃນລະດັບບໍ່ເທົ່າກັນນັ້ນເອງຄືເຫດຜົນທີ່ແທ້ຈິງ ເວລາໃຜໄດ້ຍິນຄຳບອກເລີກຄຳນີ້ຈື່ງຮູ້ສືກໂມໂຫແລະຄິດວ່າເປັນພຽງຂໍ້ອ້າງເທົ່ານັ້ນ

ເຂົ້າກັນບໍ່ໄດ້

       ຕໍ່ເນື່ອງດ້ວຍເລື່ອງຂອງການເຂົ້າກັນບໍ່ໄດ້ ທັງນິໄສໃຈຄໍ ລົດສະນິຍົມ ອາຫານການກິນ ທັດສະນະຄະຕິ

ຄວາມມັກຂອງເຈົ້າທັງສອງຄົນບໍ່ສາມາດໄປດ້ວຍກັນໄດ້ ການເລີກກັນເພາະຄວາມຕ່າງບໍ່ວ່າຕອນໃດ

ອາດດີກວ່າການທົນຢູ່ກັນໄປດ້ວຍຄວາມຮູ້ສືກທຸກໃຈຂອງທັງສອງຝ່າຍ

ໄວເກີນໄປ

         ຄົນບອກເລີກດ້ວຍເຫດຜົນວ່າອີກຝ່າຍໄວເກີນໄປນັ້ນເກີດຈາກຄົນໆນັ້ນເລີ່ມຮັກຕົວເອງເປັນ ແລະເຂົ້າໃຈແລ້ວວ່າຄວາມອົດທົນທີ່ຜ່ານມານັ້ນບໍ່ມີຄ່າຫຍັງເລີຍ ເເລາເຮົາຮັກໃຜຈັກຄົນເຮົາມັກເບີ່ງຂ້າມຂໍ້ເສຍຕ່າງໆຂອງເຂົາ ໃຜມາເວົ້າໃຫ້ຟັງຫຼືຫ້າມແນວໃດກໍ່ບໍ່ມີຜົນຫຍັງທັງສີ້ນ ເອີ້ນວ່າກຳລັງໜ້າມືດຕາມົວດ້ວຍຄວາມຮັກ ເຊີ່ງຄວາມຮັກຈະເຮັດໃຫ້ທົນຕໍ່ທຸກໆສີ່ງທີ່ເຂົາເຮັດກັບເຈົ້າ ຈົນລືມຄວາມຮັກເຊີ່ງເຈົ້າຫາກໍ່ແບ່ງຫຼືວ່າເຫຼືອໄວ້ໃຫ້ກັບຕົວເຈົ້າເອງ ເບີ່ງໃນທາງພຸດທະສາດສະໜາຄືເລື່ອງຂອງການໃຊ້ກຳນັ້ນເອງ ມື້ໃດເມື່ອເຈົ້າໃຊ້ໜີ້ອີກຝ່າຍໝົດ ມື້ນັ້ນຄືມື້ທີ່ເຈົ້າຕາສະຫວ່າງສາມາດຕັດໃຈບອກເລີກອີກຝ່າຍໄດ້ຢ່າງງ່າຍດາຍ

ມືທີ່ສາມ

        ຄວາມຮັກແບບຄູ່ຮັກຄວນປະກອບດ້ວຍຄົນສອງຄົນເທົ່ານັ້ນ ເມື່ອໃດກໍ່ຕາມທີ່ມີຄົນເຂົ້າມາຮ່ວມແຊຮ໌ຄວາມຮັກຂອງເຈົ້າ ນັ້ນຄືຈຸດເລີ່ມຕົ້ນຂອງການແຕກຫັກຂອງຄວາມສຳພັນ ເຖິງຄົນເຄີຍເອີ່ຍປາກວ່າຮັບໄດ້ກັບຄວາມເຈົ້າຊູ້ຫຼືຍອມໃຫ້ແຟນຂອງຕົນມີກິ໋ກໄດ້ ແຕ່ເລິກໆໃນໃຈຫຼືໃນຄວາມເປັນຈິງ ຄົງບໍ່ມີໃຜຮັບໄດ້ຖ້າຕ້ອງປະເຊີນກັບສະຖານະການຈິງ ບາງເທື່ອຄົນມາກ່ອນອາດຕ້ອງຫຼີກທາງໃຫ້ຄົນມາທີຫຼັງເຊີ່ງເຂົ້າມາລະລານຍາດຊິງ

ເພາະຄົນມາທີ່ຫຼັງຢາກຄອບຄອງຄົນຂອງເຈົ້າໄວ້ພຽງຜູ້ດຽວ

ຄົງມີພຽງຍຸກກ່ອນໜ້າຍຸກປະຈຸບັນທີ່ຜູ້ຊາຍສາມາດມີພັນລະຍາໄດ້ຫຼາຍຄົນຢ່າງເປີດເຜີຍ ເຊີ່ງເຮົາຈະບໍ່ຄ່ອຍເຫັນລະບົບຄອບຄົວແບບນີ້ໃນຍຸກປະຈຸບັນປານໃດ

ການມີພັນລະຍາຄົນທຳອິດຍອມໃຫ້ສາມີມີຄົນອື່ນນັ້ນຄົງເປັນເລື່ອງຍາກຈະທຳໃຈໄດ້ ກໍລະນີຍົກເວັ້ນຄືຕ່າງຝ່າຍຕ່າງບໍ່ຮູ້ເຖີງການມີຕົວຕົນຂອງອີກຝ່າຍ ຫຼືຝ່າຍມາທີ່ຫຼັງຍອມຮັບເງື່ນໄຂວ່າຕົນເອງບໍ່ໄດ້ເປັນທີ່ໜື່ງແລະກົ້ມໜ້າຮັບຊະຕາກຳຂອງຕົວເອງ

ຄອບຄົວບໍ່ຍອມຮັບ

        ການຖືກປະຕິເສດຈາກຄອບຄົວຝ່າຍໃດຝ່າຍໜື່ງ ຈົນບໍ່ສາມາດຄົບກັນຕໍ່ຫຼືບໍ່ສາມາດແຕ່ງງານດ້ວຍກັນໄດ້ນັ້ນ ເຖິງວ່າຍຸກສະໄໝປ່ຽນໄປ ຕ້ອງຍອມຮັບວ່າເລື່ອງເຫຼົ່ານີ້ຍັງມີຢູ່ໃນສັງຄົມ ເປັນເລື່ອງຍາກເມື່ອຕ້ອງເລືອກລະຫວ່າງບຸບພະກາລີກັບຄົນຮັກ ຄືຊິບໍ່ມີໃຜຢາກຕົກຢູ່ໃນສະຖານະການນີ້ ບາງຄູ່ຜູ້ໃຫ່ຍເຫັນວ່າໄປບໍ່ລອດແລ້ວຍັງດັນທຸລັງແຕ່ງງານກັນ ສຸດທ້າຍຕ້ອງເລີກລາກັນຕາມການຄາດໝາຍຂອງຜູ້ໃຫ່ຍ ແຕ່ບໍ່ໄດ້ໝາຍຄວາມວ່າທຸກຄູ່ຈະເປັນແນວນັ້ນສະເໝີໄປ ເພາະບາງຄູ່ສາມາດເບີ່ງແຍງກັນ ພິສູດໃຫ້ເຫັນວ່າທັງຄູ່ຮັກກັນແທ້ແລະຢູ່ກັນຕະຫຼອດຮອດຝັ່ງຈົນໄດ້ຮັບການຍອມຮັບ ສາເຫດທີ່ເຮັດໃຫ້ຜູ້ໃຫ່ຍບໍ່ຍອມຮັບອີກຝ່າຍມາຈາກເລື່ອງຂອງຖານະ ການສືກສາ ໜ້າທີ່ການງານ ອາດີດ

ຕ້ອງໄປຮຽນຫຼືເຮັດວຽກຕ່າງປະເທດ

         “ຮັກແທ້ແພ້ໃກ້ຊິດ“ເປັນຄຳປຽບທຽບໄວ້ເຕືອນໃຈຄູ່ຮັກເມື່ອຕ້ອງຫ່າງກັນ ຫຼາຍຄູ່ຮັກຕ້ອງເລີກລາເມື່ອຕ້ອງຫ່າງກັນໄປຕາມໄລຍະທາງ ຝ່າຍໃດຝ່າຍໜື່ງອາດພົບຄົນໃໝ່ເຂົ້າມາເບີ່ງແຍງເມື່ອຮູ້ສືກເຫົງາ ເພາະໄລຍະທາງແລະໄລຍະເວລາມີຜົນຕໍ່ຈິດໃຈຄົນບໍ່ຫຼາຍກໍ່ໜ້ອຍ ທັງນີ້ທັງນັ້ນຂື້ນຢູ່ກັບຄວາມໜັກແໜ້ນໝັ້ນຄົງຂອງທັງສອງຝ່າຍ

ຕາຍຈາກກັນ

         ເລື່ອງຄວາມຕາຍເປັນໄປຕາມວັດທະຈັກຂອງຊີວິດ

ການຈາກທັງເປັນອາດເປັນການຈາກທີ່ເຈັບປວດເພາະຍັງຕ້ອງຮັບຮູ້ເຖິງການມີຊີວິດຫຼືການຄົງຢູ່ຂອງອີກຝ່າຍ

ແຕ່ການຈາກກັນດ້ວຍຄວາມຕາຍຄືສີ່ງທີ່ທຸກຄູ່ຮັກບໍ່ສາມາດຫຼີກໜີໄດ້ ເພາະຊີວິດຄືຄວາມບໍ່ແນ່ນອນ

ບໍ່ມີໃຜຮູ້ວັນຕາຍຂອງຕົນເອງຫຼືຄົນທີ່ເຮົາຮັກ

         ບໍ່ວ່າຈະເປັນການຈາກເປັນຫຼືການຈາກຕາຍ ຄວາມຮູ້ສືກເສຍໃຈນັ້ນຂື້ນຢູ່ກັບ ໃນເວລານັ້ນ

ຄວາມຮັກທີ່ຕ່າງຝ່າຍຕ່າງມີໃຫ້ກັນຢູ່ໃນລະດັບໃດ ຖ້າຮັກຫຼາຍກໍ່ຄົງເສຍໃຈຫຼາຍ ຖ້າໝົດຮັກແລ້ວຄົງບໍ່ຮູ້ສືກເສຍໃຈປານໃດ

ຍັງມີເລື່ອງຂອງຄວາມຜູກພັນແລະປະສົບການຮ່ວມຂອງທັງສອງຝ່າຍ ຄວາມເສຍໃຈຄືອາລົມເຊີ່ງເກີດຂື້ນເມື່ອມີການເລີກລາກັນ

ສີ່ງທີ່ຄວນເຮັດຄືເຮັດທຸກມື້ຂອງເຈົ້າກັບຄົນຮັກໃຫ້ດີທີ່ສຸດ ເຮັດໃຫ້ມີຄວາມໝາຍ ເກັບຊ່ວງເວລາດີໆຂອງຄວາມຮັກຂອງເຈົ້າທັງຄູ່ໃຫ້ຍາວນານ ຖ້າມື້ໃດມີຫຍັງເກີດຂື້ນເລື່ອງດີໆເຫຼົ່ານີ້ຈະຍັງຄົງຢູ່ໃນຄວາມຊົງຈຳຂອງເຈົ້າຕະຫຼອດໄປ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຖ້າໄດ້ເກີດຂື້ນກັບໃຜແລ້ວກໍ່ ມັກຈະສາມາດເຮັດໃຫ້ຄົນໆໜື່ງມີຫຼາກຫຼາຍອາລົມໄດ້ ຄຽດ ໂມໂຫ ເສຍໃຈ ນ້ອຍໃຈ

ລຳຄານ ເບື່ອ ຄິດເຖິງ ເມື່ອຍ ທໍ້ໃຈ ຜິດຫວັງ ລະແວງ ຢ້ານ ສຸກ ດີໃຈ ຍິນດີ ຊື່ນຊົມ ຊັງ ເສົ້າ ເຫງົາ ຄິດຫຼາຍ

ອາການເຫຼົ່ານີ້ຄວາມຮັກສາມາດເຮັດໃຫ້ເຈົ້າເປັນໄປໄດ້ ລວມເຖີງອີກສາມອາການຂອງຄົນມີຮັກນັ້ນຄືອາການ ຫືງ ຫວງ ຫ່ວງ

ເຄີຍສັງເກດຕົວເຈົ້າເອງເບີ່ງວ່າເວລາທີ່ເຈົ້າຮັກໃຜຫຼືມີໃຜຮັກເຈົ້າ ເຂົາສະແດງອາການເຫຼົ່ານີ້ອອກມາກັນຫຼືບໍ່

ຫືງ

ຫືງຄືອາການເວລາທີ່ມີເພດກົງຂ້າມເຂົ້າມາເກາະແກະຫຼືເກີດຈາກຕົວເຈົ້າເອງແອບເລ່ຄົນອື່ນຫຼືຊື່ນຊົມເພດກົງຂ້າມໃຫ້ແຟນເຈົ້າຟັງ

ຫືງເອີ້ນໄດ້ວ່າເປັນອາການຂັ້ນຕົ້ນຂອງຄູ່ຮັກເລີຍກໍ່ວ່າໄດ້ ເອີ້ນວ່າຢ່າໄດ້ເຫັນຫຼືຢ່າໄດ້ຮູ້ຈັກກັນເລີຍທີດຽວ

ຂ່າວທີ່ເຮົາໄດ້ຍິນກັນຫຼາຍເລື່ອງພິດຮັກແຮງຫືງເຮັດໃຫ້ເຖີງຕາຍກັນມາແລ້ວຫຼາຍຄູ່

ດັ່ງນັ້ນກໍ່ຂື້ນຢູ່ກັບການເຮັດຕົວຂອງເຈົ້າເອງວ່າເຮັດໃຫ້ອີກຝ່າຍໄວ້ໃຈໄດ້ຫຼືບໍ່ ຫຼືວ່າຖືກຈັບໄດ້ທຸກຄັ້ງແລ້ວກໍ່ຜິດຖຽງກັນທຸກເທື່ອ

ສຳຫຼັບຜູ້ຊາຍແລ້ວອາການຫືງພຽງໜ້ອຍດຽວຈະເຮັດໃຫ້ເຂົາຮູ້ສືກວ່າຕົວເອງມີຄວາມສຳຄັນ ບໍ່ແມ່ນຖີ້ມໆຄ່ວາງໆຈະໄປກັບໃຜກໍ່ບໍ່ສົນໃຈ

ຈົນເຮັດໃຫ້ຝ່າຍຊາຍເກີດຄຳຖາມວ່າເຈົ້າຮັກເຂົາແທ້ຫຼືບໍ່ ແຕ່ຖ້າຫຼາຍເກີນໄປກໍ່ຈະຄືກັບການໄປ ຈີ້ຈ໋ະ

ແຕ່ຢ່າມາຈີ້ຈ໋ະໃຫ້ມັນຫຼາຍໄປມັນຈະເປັນບ້າ ເລື່ອງນ້ອຍຈະກາຍເປັນເລື່ອງໃຫ່ຍ

ຫວງ

ຫວງຄືການສະແດງຄວາມເປັນເຈົ້າເຂົ້າເຈົ້າຂອງ

ບໍ່ສາມາດໄປໃສຫຼືໄປເຮັດຫຍັງກັບໃຜໄດ້ເລີຍແມ້ແຕ່ໝູ່ເພື່ອນເພດດຽວກັນ (ສ່ຽງຕໍ່ການຖືກໝູ່ຖີ້ມໄດ້)

ຖ້າຜູ້ຍີງມີອາການຫວງຝ່າຍຊາຍເກີນໄປກໍ່ຈະມີອັດຕາສ່ຽງຕໍ່ການຜິດຖຽງກັນຈົນເປັນສາເຫດຂອງການເລີກລາໄດ້

ດັ່ງນັ້ນຄວນຈະມີເຫດແລະຜົນ ໃນການທີ່ເຈົ້າຈະປ່ອຍໃຫ້ຝ່າຍຊາຍໄດ້ມີເວລາສ່ວນຕົວແດ່

ຄົນບໍ່ແມ່ນສີ່ງຂອງຈະໄດ້ເກັບໄວ້ກັບຕົວຕະຫຼອດເວລາ ຫຼືໃນກໍລະນີຝ່າຍຊາຍຂີ້ຫວງເກີນກໍ່ຈະລົມກັນໃຫ້ເຂົ້າໃຈສະ

ເພາະຄວາມຮັກຄືການໄວ້ໃຈ ແລະເຄົາລົບສິດຂອງອີກຝ່າຍ ຖ້າຕອນນີ້ເຈົ້າມີແຟນແລ້ວຄືຕິດຄຸກ ກໍ່ເລີກສະ

ແຕ່ຖ້າໃຜມັກແບບນີ້ກໍ່ແລ້ວແຕ່ຄວາມມັກສ່ວນຕົວເດີ

ຫ່ວງ

ຫ່ວງຄືຂັ້ນສູງສຸດທີ່ສະແດງເຖີງຄວາມຮັກທີ່ແທ້ຈີງຂອງເຈົ້າ ຫຼຸດຈາກອາການຫືງ ແລະ ຫວງ ກາຍເປັນຄວາມຫ່ວງໃຍໃສ່ໃຈອີກຝ່າຍແທນ

ຫ່ວງເວລາທີ່ເຂົາປ່ວຍໄຂ້ ຫ່ວງເວລາທີ່ເຂົາເດີນທາງ ຫ່ວງເວລາທີ່ເຂົາມີບັນຫາ ຫ່ວງເວລາທີ່ເຂົາຄຽດ ຫ່ວງເວລາທີ່ເຂົາທຸກໃຈ

ຫ່ວງເວລາທີ່ເຂົາເສຍໃຈ ຫ່ວງເວລາທີ່ເຂົາບໍ່ສະບາຍໃຈ ການສະແດງຄວາມຫ່ວງໃຍສື່ໄດ້ຈາກຄຳເວົ້າແລະຄວາມຮູ້ສືກ ໃນການຖາມສາລະທຸກສຸກດິບເຖິງເລື່ອງທີ່ຫາຜ່ານພົ້ນມາ ເຈົ້າຍັງຈື່ໄດ້ແລະຖາມໄຖ່ເຖີງມັນ ເຊັ່ນອາການເຈັບປວດທີ່ເຂົາເຄີຍເວົ້າເຖີງ ລວມເຖີງຄວາມຫ່ວງໃຍທີ່ສົ່ງຕໍ່ໄປເຖີງຄອບຄົວຂອງອີກຝ່າຍ ເອີ້ນວ່າຖ້າເຈົ້າເປັນຄົນແບບນີ້ແລ້ວກໍ່ ໄດ້ໃຈອີກຝ່າຍໄປເຕັມໆເລີຍແລະ

ບໍ່ວ່າຈະເປັນລຳດັບຂັ້ນໃດຂອງອາການ ຫືງ ຫວງ ຫ່ວງ ກໍ່ຂໍໃຫ້ທຸກອາການຢູ່ບົນພື້ນຖານຂອງຄຳວ່າພໍດີ ບໍ່ມີເລີຍກໍ່ອາດຈະເຮັດໃຫ້ອີກຝ່າຍເຂົ້າໃຈໄດ້ວ່າເຈົ້າບໍ່ໄດ້ສົນໃຈເຂົາ ແຕ່ຖ້າຫຼາຍເກີນໄປກໍ່ຈະເຮັດໃຫ້ອີກຝ່າຍລຳຄານຫຼືວ່າອືດອັດໄດ້

ທັງນີ້ທັງນັ້ນກໍ່ຂື້ນກັບຄູ່ຂອງເຈົ້າວ່າມັກແບບໃດ ເພາະບາງຄົນກັບຮູ້ສືກດີເວລາຖືກໂທເຊັກຕະຫຼອດເວລຫຼືມີຄວາມສຸກເວລາຖືກແຟນສີງຢູ່ໃກ້ຕະຫຼອດເວລາ ອັນນີ້ກໍ່ແລ້ວແຕ່ຄົນເດີ ຢ່າງນ້ອຍກໍ່ລອງໄປປັບຈູນເບີ່ງກັບຄູ່ຂອງເຈົ້າເບີ່ງເດີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລື່ອງຜົວໆ ເມຍໆ ຍອດຮິດ ຄືຊິໜີບໍ່ພົ້ນເລື່ອງຜິດຖຽງກັນ ເຊົ້າ-ແລງ ຈົນເຖິງຂັ້ນລົງໄມ້ລົງມື

ຄົນບູຮານເລີຍປຽບທຽບຄູ່ ຜົວເມຍ ຄື “ລີ້ນກັບແຂ້ວ“

ຄວາມໃກ້ຊິດຜູກພັນມີທັງຂໍ້ດີ ຄື ເຮັດໃຫ້ເຂົ້າໃຈອຸປະນິໄສຂອງແຕ່ລະຝ່າຍ ຊ່ວຍເຫຼືອເກື້ອກູນອຸປະຖຳຄ້ຳຈູນ

ແຕ່ກໍ່ມີຂໍ້ເສຍ ຄື ເຮັດໃຫ້ລະເລີຍການຖະໜອມນ້ຳໃຈຂອງອີກຝ່າຍໜື່ງ

ເມື່ອມີເຫດໃຫ້ຕ້ອງຜິດຖຽງກັນ ລອງວິທີນີ້ອາດໄດ້ຜົນ

ຕ້ອງມີຝ່າຍໜື່ງຝ່າຍໃດບໍ່ຜິດນຳ ຫຼືເວົ້າງ່າຍໆ ມີສະຕິຕັ້ງໜັ້ນຕັ້ງໃຫ້ແຂງແຮງ

ຢ່າໃຫ້ອາລົມໂມໂຫປະທຸອອກໄປໄດ້ ຕ້ອງນີ້ງ ອົດທົນຕໍ່ຄຳສຽດສີຕໍ່ວ່າ

ໃຊ້ປັນຍາວິເຄາະແຈກແຈງວ່າອີກຝ່າຍໂມໂຫດ້ວຍເຫດຜົນໃດ ເພາະຫຼາຍເທື່ອທີ່ໂມໂຫກໍ່ມາຈາກເຫດ

“ເລື່ອງບໍ່ເປັນເລື່ອງ“ ຄື ເລື່ອງນ້ອຍໆ ຫຼື “ຕີຄວາມຜິດ“ ຫຼື “ເຂົ້າໃຈຜິດ“

ການຄົ້ນຫາສາເຫດຈະເຮັດໃຫ້ເຮົາເອົາໃຈເຂົາມາໃສ່ໃຈເຮົາ ແລະພະຍາຍາມເຮັດຄວາມເຂົ້າໃຈກັບຄວາມບໍ່ພໍໃຈຕ່າງໆ

ທີ່ເກີດຂື້ນວ່າ ຄວນເອົາມາເປັນ “ເລື່ອງ“ ຫຼືບໍ່

ປະເມີນສະຖານະການວ່າ ຈະໂອ້ລົມຫາລືກັນໄດ້ຫຼືບໍ່ ຖ້າໄດ້ກໍ່ເອີ່ຍຂໍເລີຍວ່າ ຂໍເວລາຈັກ 2-3 ນາທີ

ໃຫ້ຂໍ້ມູນຂໍ້ເທັດຈິງເພື່ອເຮັດຄວາມເຂົ້າໃຈ ແລະຂໍໃຫ້ຟັງໃຫ້ຈົບກ່ອນທີ່ອີກຝ່າຍຈະເວົ້າຫຍັງ

ທີ່ສຳຄັນຫຼີກລ່ຽງການຕໍ່ວ່າໃຫ້ຮ້າຍອີກຝ່າຍໜື່ງ

ປ່ຽນວິທີການຫາລືໃຫ່ມ ຖ້າພິຈາລະນາສະຖານະການແລ້ວພົບວ່າ ອາລົມບໍ່ເອື້ອອຳນວຍ ເວົ້າແນວໃດກໍ່ບໍ່ໄດ້ຜົນ

ອາດກາຍເປັນການ “ຕໍ່ຄວາມຍາວ“ ໃຫ້ປ່ຽນເປັນ “ຂຽນໃຫ້ອ່ານ“ ແທນ “ຄຳເວົ້າຈາ“

ເພາະການຂຽນຈະເຮັດໃຫ້ອະທິບາຍໄດ້ຄົບຖ້ວນ ບໍ່ນອກປະເດັນ

ແລະການອ່ານຈະເຮັດໃຫ້ຜູ້ອ່ານມີສະຕິໄຕ່ຕອງຮອບຄອບຫຼາຍຂື້ນ

ສະຫງົບສະຕິອາລົມເພື່ອຈະໄດ້ມີເວລາຄິດ ເມື່ອອີກຝ່າຍໄດ້ອ່ານແລ້ວ

ຖິ້ມຊ່ວງເວລາຈັກມື້ເຄີ່ງມື້ເພື່ອໃຫ້ອີກຝ່າຍໄດ້ມີເວລາທົບທວນຄິດແລະອາລົມໂມໂຫເບົາບາງລົງ

ເມື່ອເບີ່ງທ່າທີອອ່ນລົງແລ້ວຈື່ງຂໍເວົ້າດ້ວຍຈິດໄມຕີ ຫຼີກລ່ຽງການຕໍ່ວ່າອີກຝ່າຍໜື່ງ ເນັ້ນຄຳ “ຂໍໂທດ“

ຖ້າຫາກເຮັດໃຫ້ເຂົ້າໃຈຜິດ ໃຊ້ຄວາມອ່ອນນ້ອມໂອບຄວາມແຂງ ໃຊ້ເມດຕານຳທາງຜ່າຄື້ນມໍລະສຸມ

ປິດທ້າຍດ້ວຍການເຊີນຊວນເຮັດກິດຈະກຳສ້າງສຳພັນ ອາດຈະໄປກິນເຂົ້ານອກເຮືອນ ຊອບປີ໋ງ

ທ່ອງທ່ຽວ ໄປເຮັດບຸນ ເປັນຕົ້ນ ເພື່ອປ່ຽນແປງບັນຍາກາດແລະສ້າງຄວາມໃກ້ຊິດ ຫຼືແມ້ແຕ່ “ກິດຈະກຳພິເສດ“

ຕາມພາສາຄູ່ຜົວເມຍກໍ່ແຮງດີ ເພາະຖືເປັນການຕໍ່ “ຈິດປະສານກາຍສຳພັນ“ ໂດຍກົງຕາມຄຳບູຮານ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສີ່ງທີ່ມະນຸດມີຢ່າງຫຼວງຫຼາຍຈົນຄືບໍ່ມີມື້ໝົດນັ້ນຄື “ຄວາມຮັກ“

ແຕ່ສີ່ງທີ່ມະນຸດມີຈຳກັດ ຈົນເບີ່ງຄືວ່າເຫັນແກ່ຕົວນັ້ນຄື “ຄວາມອົດທົນ“

ແຮງຮັກຫຼາຍກໍ່ແຮງຕ້ອງ “ອົດທົນ“ ກັບບັນຫາຕ່າງໆຮອບຂ້າງໄວ້ ເພື່ອໃຫ້ຮັກນັ້ນ...ຍືດຍາວ

ແຕ່ໃນທິດທາງກົງກັນຂ້າມ ເມື່ອໃດທີ່ “ໝົດຮັກ“ ເມື່ອນັ້ນ “ຄວາມອົດທົນ“ ກໍ່ຫາມີບໍ່

ສີ່ງໃດທີ່ເຄີຍອົດທົນໄດ້ ກໍ່ກັບປ່ຽນໄປ ສີ່ງໃດທີ່ເຄີຍເຫັນດີເຫັນງາມ ກັບກາຍເປັນ ຂວາງຫູຂວາງຕາ

ທັ້ງໆທີ່ອີກຝ່າຍໜື່ງ ຍັງທຳກັບຕົນຢ່າງສະເໝີຕົ້ນສະເໝີປາຍ

ທ້າຍທີ່ສຸດ....................“ເຮົາ“ ເປັນຝ່າຍຖິ້ມ “ຮັກ“ ນັ້ນໃຫ້ຕ້ອງຈົບລົງ

ແຕ່ຍັງມີຄວາມຈິງອີກສີ່ງໜື່ງ ທີ່ຄົນເຮົາມັກຈະເບີ່ງຂ້າມກັນໄປ

ບາງເທື່ອຄວາມຮັກຂອງເຮົາອາດຈົບລົງ ທັ້ງໆທີ່ ຄວາມຮູ້ສືກຮັກຍັງມີຢູ່ເຕັມຫົວໃຈ

ພຽງແຕ່ການຖືກກະທຳ ຊ້ຳແລ້ວຊ້ຳອີກ ຈົນຮອດ “ຄວາມອົດທົນ“ ບອກໃຫ້ເຮົາຕ້ອງໄປ

ໄປທັ້ງໆທີ່ຍັງ “ຮັກ“

ເພາະ ຖ້າຮັກແລ້ວຕ້ອງເຈັບ ຕ້ອງຊ້ຳ ທາງເລືອກທີ່ດີທີ່ສຸດກໍ່ໜ້າຈະໝາຍເຖິງ

ການຈາກໄປໃນມື້ນີ້ ເພື່ອທີ່ຈະເຂົ້າແຂງແລະລຸກຂື້ນໄດ້ໃໝ່ໃນມື້ຂ້າງໜ້າ“

ແນວນັ້ນບໍ່ແມ່ນຫວະ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊ່ວງເວລາທີ່ເສຍໃຈ ຄົນເຮົາມັກຈະເບີ່ງຜ່ານສີ່ງສຳຄັນໄປສະເໝີ

ສັງເກດບໍ່.......

ເວລາທີ່ເຮົາຮ້ອງໄຫ້ ໃຜທີ່ເຊັດນ້ຳຕາໃຫ້ ພ້ອມເວົ້າວ່າ

“ຈັກມື້ໜື່ງມັນຈະຜ່ານໄປໄດ້“

ຄົນທີ່ເວົ້າຄຳນີ້ ກັບໄປເບີ່ງເຂົາດີໆ ວ່າເຂົາເຄີຍຜ່ານ

ຊ່ວງເຫດການທີ່ເຮົາກຳລັງເຈີະຢູ່ຫຼືບໍ່

ຢ່າຄິດ...ແຕ່ວ່າ ຄົງບໍ່ມີວັນນີ້ ຫຼືມັນຈະອີກດົນຊ່ຳໃດ

ຟັງໄວ້...ເພື່ອຈັກມື້ເຮົາຈະໄດ້ໃຊ້ມັນກັບໃຜຈັກຄົນທີ່ເຮົາຮູ້ຈັກ

............................................................................................................

ຖ້າບໍ່ເຄີຍຖືກຖິ້ມ....

ເຮົາຄົງບໍ່ມີວັນຟັງເພງອົກຫັກໄດ້ລືກຊື້ງເລີຍຈັກເພງ

ເມື່ອໃດທີ່ຟັງແລ້ວຮ້ອງໄຫ້...

ຈົ່ງດີໃຈວ່າ...ເຮົາກໍ່ຍັງຄົງມີຫົວໃຈ

..............................................................................................................

ຄົນທີ່ແມ່ນ ອາດບໍ່ແມ່ນຄົນດຽວທີ່ເຮົາຕ້ອງໃຊ້ຊີວິດນຳ

ຄົນສຸດທ້າຍອາດເປັນຄົນດຽວກັບຄົນທີ່ເຮົາບໍ່ເຄີຍແມ້ແຕ່ຈະສົນໃຈ

ແມ່ນຫຍັງກໍ່ເກີດຂື້ນໄດ້ກັບຫົວໃຈຂະໜາດເທົ່າກຳປັ້ນຂອງມະນຸດ

.............................................................................................................

ຖ້າບໍ່ເຄີຍຖືກຖີ້ມ....

ເຮົາຄົງບໍ່ມີວັນເຂົ້າໃຈ....ຄວາມຮູ້ສືກຂອງໃຜບາງຄົນ

ທີ່ເຮົາອາດລືມໄປວ່າ...ຄັ້ງໜື່ງເຮົາກໍ່ເຄີຍຖິ້ມເຂົາມາ

................................................................................................................

ສັດຈະທຳຊີວິດ “ບ່ອນໃດມີຮັກ ບ່ອນນັ້ນມີທຸກ“

ທຸກຄົນຍ່ອມເຈີະເຈີ ບໍ່ເວັ້ນແມ້ແຕ່ຄົນດຽວ

ມື້ວານອາດເປັນສາຫັດຮຸນແຮງ ເຈັບໜັກທີ່ສຸດ

ເຮົາຍັງຜ່ານມັນມາໄດ້

ແລ້ວມື້ນີ້ເຮົາຈະຜ່ານມັນໄປບໍ່ໄດ້ເລີຍຫວະ

..............................................................................................................

ຖ້າມື້ນັ້ນເຮົາບໍ່ຖືກຖິມ

ເຮົາຄົງບໍ່ມີໂອກາດໄດ້ພົບກັບຄົນທີ່ດີຍີ່ງກວ່າ

ເຂົາຄົນນັ້ນອາດຖ້າເຮົາຢູ່...ໃນວັນຂ້າງໜ້າ

...........................................................................................................

ເມື່ອໃດທີ່ເຮົາຜ່ານມັນມາໄດ້ທຸກຢ່າງ

ມັນກໍ່ຈະກາຍເປັນອາດີດ ຄວາມຊົງຈຳ ເຖິງຈະແລກດ້ວຍນ້ຳຕາ

ກໍ່ດີກວ່າ...ຊີວິດບໍ່ເຄີຍເຈີະເຈີແມ່ນຫຍັງໃຫ້ຈົດຈຳເລີຍ

..........................................................................................................

ໃຫ້ຄວາມເຈັບຊ້ຳເປັນແຮງກົດດັນໃຫ້ເຮົາພັດທະນາຕົນເອງ

ຕ້ອງປ່ຽນແປງໃນທາງທີ່ດີຂື້ນ

ມື້ນີ້ເຮົາອາດຫຼຽວກັບໄປຫາເຂົາດ້ວຍຮອຍຍີ້ມ ແລ້ວເວົ້າວ່າ

“ຂອບໃຈ...ທີ່ຖິ້ມກັນ“

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບໍ່ມີອາກາດ ... ກໍ່ບໍ່ມີລົມຫາຍໃຈ

ບໍ່ມີຄວາມຮັກ ຍັງຫາຍໃຈໄດ້ ຄືທຸກມື້

ອາກາດບໍ່ຕ້ອງສະແຫວງຫາ

ແຕ່ຄວາມຮັກຈະໄດ້ມາຕ້ອງບາກບັ່ນ

ອາກາດໄດ້ມາງ່າຍໆ ແລະມີຢູ່ຫຼາກຫຼາຍຮ້ອຍພັນ

ສ່ວນຄວາມຮກ ເຖິງພຽງຝັນ ... ກໍ່ສຸກໃຈ

ອາກາດເກືອບບໍ່ມີນ້ຳໜັກ

ສ່ວນຄວາມຮັກ ໃຜກໍ່ເຫັນວ່າຍີ່ງໃຫ່ຍ

ອາກາດບໍ່ເຄີຍສ້າງຄວາມເສຍໃຈ

ແຕ່ຄວາມຮັກ ເຮັດໃຫ້ຕ້ອງຮ້ອງໄຫ້ ມີນ້ຳຕາ

ອາກາດ ເຮັດໃຫ້ທຸກຊີວິດດຳລົງຢູ່

ແລະຄວາມຮັກ ເຮັດໃຫ້ລົມຫາຍໃຈທຸກເທື່ອມີຄຸນຄ່າ

ອາກາດເບີ່ງເຫັນໄດ້ຍາກດ້ວຍສາຍຕາ

ສ່ວນຄວາມຮັກ ເຫັນດ້ວຍຕາກໍ່ຮູ້ດ້ວຍໃຈ

ມີອາກາດໂລກກໍ່ເປັນຢ່າງທີ່ເປັນຢູ່

ມີຄວາມຮັກໂລກຈະກາຍເປັນສີຊົມພູຫວານແຫວວ

ສຳຫຼັບອາກາດ ເຂົ້າ-ອອກຕາມລົມຫາຍໃຈ

ແຕ່ຄວາມຮັກຖ້າມີໄວ້ ... ກໍ່ບໍ່ຢາກສູນເສຍໄປຈັກໜ້ອຍດຽວ

ເບີ່ງແຍງດູແລຮັກສາອາກາດວ່າລຳບາກ

ເບີ່ງແຍງດູແລຄວາມຮັກ ແຮງຫຍຸ້ງຍາກ ຖ້າບໍ່ມັກແລຫຼຽວ

ອາກາດຫຼາຍເທົ່າໃດ ... ກໍ່ບໍ່ກົມກຽວ

ຄວາມຮັກເຖິງບາງເບົາກໍ່ແໜ້ນໜຽວ ... ແລະຜູກພັນ

ສ່ວນປະກອບຂອງອາກາດສາມາດບັນຍາຍ

ແຕ່ຄວາມຮັກບໍ່ອາດອະທິບາຍດ້ວຍຄຳສັ້ນໆ

ອາກາດ ອາດດີ-ບໍ່ດີ ແຕ່ລະມື້

ສ່ວນຄວາມຮັກນັ້ນ ຈະຍັງຄົງອົບອຸ່ນທົ່ວຫົວໃຈ

...................................

“ຄວາມຮັກ“ ກັບ “ອາກາດ“

ຖ້າຖາມວ່າເລືອກທີ່ຈະຂາດສີ່ງໃດ

ເຖິງອາກາດຈຳເປັນປານໃດ

ໃນໂລກທີ່ຄວາມຮັກສີ້ນໄຮ້ ... ກໍ່ບໍ່ອາດທົນຢູ່ໄດ້ເຊັ່ນກັນ..

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

          ບໍ່ວ່າເຈົ້າຈະເປັນໃຜ ຢູ່ບ່ອນໃດ ການໄດ້ເປັນທີ່ຮັກ ທີ່ມັກຂອງຄົນຮອບຕົວນັ້ນ

ກໍ່ນັບເປັນສີ່ງປະເສີດທີ່ທຸກຄົນປາຖະໜາ

          ແຕ່ຕ້ອງຄຳນືງເຖິງຄວາມຖືກຕ້ອງດີງາມເປັນພື້ນຖານນຳ ບໍ່ແມ່ນເຮັດທຸກວິທີທາງເພື່ອໃຫ້ຄົນອື່ນພໍໃຈຮັກ

ທັງ 10 ຂໍ້ທີ່ຈະນຳສະເໜີຕໍ່ໄປນີ້ ເປັນສູດປຸງສະເນ່ ເຊີ່ງເຮັດໄດ້ບໍ່ຍາກ ແຕ່ທ້າທາຍໃຫ້ທຸກຄົນໃສ່ໃຈແລະທົດລອງປະຕິບັດ

ທີ່ເຫັນວ່າເປັນເລື່ອງງ່າຍໆ ແຕ່ເຖິງເວບາ ຖ້າສຳຫຼວດເຂົ້າແທ້ໆ ບາງຄົນກໍ່ຂາດໄປຫຼາຍຂໍ້ຄືກັນ

ເພາະສ່ວນໃຫ່ຍເປັນເລື່ອງເສັ້ນຜົມບັງພູເຂົາ ງ່າຍຈົນເຮົາລະເລີຍ ລືມໃຫ້ຄວາມສຳຄັນ ລືມປະຕິບັດກັນໃຫ້ເປັນນິໄສ

         1. ຈື່ຊື່ເຂົາໃຫ້ໄດ້

           ຖ້າຍັງຈື່ຊື່ໃຜຕໍ່ໃຜບໍ່ໄດ້ ຫຼືຈື່ຜິດຈື່ຖືກ ສະແດງວ່າເຈົ້າບໍ່ສົນໃຈໄຍດີຫຼືໃຫ້ຄວາມສຳຄັນໃນຕົວເຮົາຫຼາຍປານໃດ

ເຈົ້າຮູ້ບໍ່ວ່າ ຊື່ຄົນເປັນສີ່ງສຳຄັນສຳຫຼັບຄວາມຮູ້ສືກຂອງຄົນຢ່າງຫຼາຍ ຮີບຈື່ຊື່ເຂົາໃຫ້ໄດ້ ແລະເອີ້ນໃຫ້ຖືກ

         2. ຮູ້ຈັກທັກທາຍ

           ການທັກທາຍໃຜຕໍ່ໃຜກ່ອນ ເປັນຄວາມໜ້າຮັກຢ່າງໜື່ງ ສະທ້ອນໃຫ້ເຫັນຄວາມມີມິດຕະພາບ

ເຮັດໃຫ້ຜູ້ຖືກທັກທາຍຮູ້ສືກດີວ່າໄດ້ຮັບຄວາມໃສ່ໃຈ ມີຄົນໃຫ້ຄວາມສຳຄັນ ເຮົາຈະຈື່ຊື່ຄົນໃຫ້ໄດ້ໄປເຮັດຫຍັງ

ຖ້າຈື່ໄດ້ແລ້ວບໍ່ຮູ້ຈັກທັກທາຍກັນ?

        3. ວາງຕົວສະບາຍໆ ໄດ້ຫຼືບໍ່

         ຈົ່ງເປັນຄົນທີ່ວາງຕົວສະບາຍໆ ສະເໝີ ເພື່ອຜູ້ອື່ນຈະໄດ້ບໍ່ຮູ້ສືກຄຽດເມື່ອຢູ່ໃກ້ໆ ເຈົ້າຈົ່ງເປັນກັນເອງ

ຢ່າຖືເນື້ອຖືຕົວ ຢ່າເຈົ້າຍົດເຈົ້າຢ່າງ ເພາະມັນຈະໜ້າລຳຄານ ໜ້າຊັງໜ້າຢ້ານ ຫຼາຍກວ່າໜ້າເຂົ້າໃຈ

        4. ມີນິໄສງ່າຍໆ

          ນິໄສງ່າຍໆ ເປັນຄົນລະເລື່ອງກັບມັກງ່າຍ ຖ້າເຈົ້າເປັນຄົນງ່າຍໆ ມີຄວາມຜ່ອນສັ້ນຜ່ອນຍາວສູງ

ແລະຮູ້ຈັກຜ່ອນອາລົມຂອງເຈົ້າກໍ່ມັກຈະຄົງທີ່ໄວ້ໃຈໄດ້ ຄາດເດົາໄດ້ ບໍ່ແປປວນຈົນຍາກແກ່ການຄວບຄຸມຫຼືໄວ້ໃຈ

ຄົນງ່າຍໆ ມັກຍອມຮັບແລະເຂົ້າໃຈໄດ້ ເຖິງວ່າກັບຄົນທີ່ໜ້າລຳຄານທີ່ສຸດ ໃຜໆ ກໍ່ຢາກຢູ່ໃກ້ກັບຄົນທີ່ອາລົມຄົງທີ່

ແລະຖືສາໃຜຕໍ່ໃຜໜ້ອຍລົງ ເພາະວ່າບາງເທື່ອ ເຮົາກໍ່ບໍ່ຮູ້ດ໋ອກວ່າຕົວເຮົາເອງມີຫຍັງທີ່ໜ້າລຳຄານແດ່ ງ່າຍໆ

ວາງໃຈ ບໍ່ຖືສາກັນນີ້ລະ ດີທີ່ສຸດ

        5. ຢ່າອວດຕົວເອງ

          ຈົ່ງລະວັງ ຢ່າສະແດງວ່າເຈົ້າຮູ້ຫຍັງຕໍ່ຫຍັງ ໄປໝົດທຸກເລື່ອງ

ບໍ່ມີໃຜຢາກຈະມັກກັບຄົນທີ່ສະຫຼາດໄປໝົດທຸກເລື່ອງດ໋ອກ ບາງເລື່ອງເຂົາກໍ່ຢາກສະຫຼາດແດ່ຄືກັນ

ດັ່ງນັ້ນຈົ່ງວາງຕົວຕາມທຳມະຊາດ (ຄືມີທັງເລື່ອງທີ່ຮູ້ແລະບໍ່ຮູ້) ຖ່ອມຕົນ ແລະສຸພາບຕາມກາລະເທສະຈະດີກວ່າ

         6. ຈົ່ງມີນິໄສລ່າເລີງ

          ເພື່ອຄົນທັງຫຼາຍຈະໄດ້ມັກຢູ່ໃກ້ ແລະ “ຕິດ“ ໃນຄວາມລ່າເລີງທີ່ເຈົ້າມີ ແລ້ວເຈົ້າຈະໄດ້ຮັບຄວາມຮູ້ສືກດີໆ

ໄດ້ຮຽນຮູ້ໃນສີ່ງດີໆ ຈາກຄົນເຫຼົ່ານີ້ ເມື່ອຄົບຫາສະມາຄົມນຳ

         7. ຈົ່ງພະຍາຍາມແກ້ໄຂຄວາມເຂົ້າໃຈຜິດ

           ເຈົ້າອາດເຄີຍເບີ່ງໃຜໃນແງ່ຮ້າຍໆ ໄປແດ່ ເຈົ້າອາດເຄີຍຖືສາການກະທຳຄັ້ງນັ້ນຄັ້ງນີ້ຂອງເຂົາ ຖ້າເຈົ້າມີເວລາ

ຈົ່ງພະຍາຍາມແກ້ໄຂຄວາມເຂົ້າໃຈຜິດຫຼືຄວາມຖືສາທີ່ເຄີຍມີ ລວມທັງທີ່ກຳລັງມີຢູ່ໃຫ້ໝົດໄປ

ມິດຕະພາບບໍ່ອາດກໍ່ເກີດຫຼືງອກງາມໄດ້ ທ່າມກາງຄວາມລະແວງແຄງໃຈ ຈົ່ງກຳຈັດຄວາມຂ້ອງໝອງໃຈ ຄວາມບໍ່ມັກໃຈ

ແລະຄວາມເຈັບໃຈໃຫ້ໝົດ ແລ້ວເຈົ້າຈະເປັນຄົນໜ້າຮັກທີ່ບໍ່ມີໃຜຜູກໃຈເຈັບ

         8. ຖິ້ມມັນໄປ...ນິໄສບໍ່ດີ

           ບາງເທື່ອເຮົາກໍ່ບໍ່ຮູ້ດ໋ອກວ່າ ເຮົາມີນິໄສຫຍັງທີ່ເປັນຂໍ້ບົກພ່ອງຢູ່ໃນຕົວແດ່ ການງ່ຽງຫູຟັງຈາກຄົນຮອບຂ້າງ ຈະຊ່ວຍໃຫ້ເຮົາຮູ້

ເມື່ອເຮົາຮູ້ແລ້ວ ເຮົາມີໜ້າທີ່ຕ້ອງກຳຈັດນິໄສທີ່ເຮັດໃຫ້ຄົນອື່ນຕັ້ງເປັນຂໍ້ລັງກຽດອອກໄປ ເຖິງວ່ານິໄສບາງຢ່າງນັ້ນ

ອາດມີຢູ່ຫຼືເຮັດໄປໂດຍທີ່ເຮົາບໍ່ໄດ້ຮູ້ຕົວມາຕະຫຼອດກໍ່ຕາມ

         9. ຈົ່ງຮຽນມັກຄົນອື່ນແດ່

          ໜ້າປະຫຼາດ... ຄົນບາງຄົນຊັງໃຜຕໍ່ໃຜໄດ້ໄວຫຼາຍ ລອງຮຽນມັກຄົນອື່ນຈົນກາຍເປັນນິໄສດີບໍ່

ມັກທີ່ເຂົາເປັນແນວນັ້ນ ມັກທີ່ເຂົາຄິດແນວນີ້ ມັກໃນສີ່ງທີ່ເຂົາເວົ້າຈາ ... ຈົ່ງທ່ອງຄາຖາປະຈຳໃຈເອົາໄວ້ໃຫ້ຕະຫຼອດວ່າ

“ຂ້າພະເຈົ້າບໍ່ເຄີຍພົບກັບບຸກຄົນທີ່ຂ້າພະເຈົາບໍ່ຮູ້ສືກມັກເລີຍ“

         10. ຊົມເຊີຍໃຫ້ເປັນ

          ຢ່າລະຖິ້ມໂອກາດທີ່ຈະກ່າວຄຳຊົມເຊີຍ ເມື່ອໃຜຄົນໃດຄົນໜື່ງໃກ້ໆ ຕົວເຈົ້າ ໄດ້ເຮັດໃນສີ່ງທີ່ດີ

ເປັນແບບຢ່າງຕໍ່ຜູ້ອືນ ຫຼືເຮັດຫຍັງໄດ້ສຳເລັດຈັກຢ່າງໜື່ງ ໃນເວລາດຽວກັນ ກໍ່ຕ້ອງຮູ້ຈັກສະແດງຄວາມເຂົ້າໃຈ

ຄວາມເຫັນອົກເຫັນໃຈ ໃນຄວາມທຸກຮ້ອນແລະຄວາມຜິດຫວັງຂອງພວກເຂົານຳ ເວົ້າງ່າຍໆ ໄດ້ວ່າ ຮຽນເປັນຄົນມີຫົວໃຈແດ່!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຈົ້າເຄີຍ

ເກີດອາລົມເຊັງໆ

ກັບຄວາມຮັກແມ່ນບໍ່?

ມັນກະຕ້ອງມີແດ່ວ່ານະ

ແຕ່ຂໍບອກໄວ້

ຈົ່ງຢ່າຄຽດ

ກັບຄວາມຮັກ

ທີ່ມັນຍັງມາບໍ່ເຖິງຈັກເທື່ອ

ແລະ

ຢ່າເຝົ້າເບີ່ງຄວາມຮັກ

ຄືກັບແມວຈ້ອງຈັບໜູ

!!

ເມື່ອຮູ້ສືກຢ່າງມີອິດສະຫຼະເຕັມທີ່

ຄວາມຮັກກໍ່ຈະພັດຜ່ານເຂົ້າມາຄ່ອຍໆ

ແຕ່...

ຈົ່ງຈື່ໄວ້ວ່າ

ຄວາມຮັກຕ້ອງໝັ່ນ

ເຕີມເຕັມສະເໝີ...

ຄວາມຮັກບໍ່ໄດ້ຂື້ນຢູ່ກັບວ່າ...

ຜູ້ຊາຍຈະເລີ່ມຈາກ 100

ແລະຜູ້ຍິງຈະເລີ່ມຈາກ 0

ແຕ່ຂື້ນຢູ່ກັບຄົນ 2 ຄົນທີ່ຮັກກັນຕ່າງຫາກ

ແລະເມື່ອຮັກແລ້ວ ຈົ່ງຮັກໃຫ້ຊັດເຈນ

ແລະເມື່ອຮັກ ຈົ່ງຮັກໃຫ້ໝັ້ນຄົງ

ຖ້າວ່າ ຄວາມຮັກໂບກມືລາ

ຈົ່ງຢ່າປ່ອຍໃຫ້ຄວາມເຂັ້ມແຂງໂບກມືລາໄປນຳ

ຕັ້ງສະຕິໄວ້ ຢ່າໃຫ້ລອຍຕາມຄວາມຮັກໄປ...

ຄວາມຮັກໃນອາດີດ

ເປັນພຽງແຕ່ຂີ້ເຖົ່າ

ຂອງການເວລາ...

ສາຍນ້ຳບໍ່ເຄີຍໄຫຼກັບ

ໂລກບໍ່ເຄີຍຢຸດໜູນ

ຄວາມຮັກບໍ່ເຄີຍຄືເກົ່າ

ແລະໃນຄວາມຮັກ

ທຸກຢ່າງ ທຸກສີ່ງ ທຸກທີ່ ທຸກເວລາ

ເປັນໄປໄດ້ສະເໝີ

ເມື່ອຄວາມຮັກມາທັກທາຍ

ຈົ່ງຢ່າຖ້າເວລາ...

...ຈົນທຸກຢ່າງມັນຈະສາຍເກີນໄປ

ຈົ່ງຢູ່ກັບຄວາມຮັກ

ຈົ່ງຢູ່ຢ່າງມີຮັກ

ຈົ່ງຢູ່ເພື່ອທີ່ຈະໄດ້ຮັກ

ແລະຈົ່ງຍອມຮັບຄວາມຮັກທີ່ລອຍຢູ່ຮອບຕົວ

ຄວາມຮັກບໍ່ແມ່ນຈຸດສຸດທ້າຍ

ຂອງຄວາມພະຍາຍາມ

ແຕ່ຢູ່ທີ່ຈຸດເລີ່ມຕົ້ນ

ຂອງຄວາມເຂົ້າໃຈ

ເພາະຮັກແທ້ ບໍ່ໄດ້ມີເທື່ອດຽວ

...................

ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍກຳລັງຊອກຫາຄວາມຮັກ.. .. ..

ຕອນນີ້ຂ້ອຍກຳລັງຊອກຫາຄວາມຮັກ

ສີ່ງທີ່ຂ້ອຍລະເລີຍມັນມາດົນນານ ແລະບໍ່ເຄີຍເຫັນຄວາມສຳຄັນເລີຍຕະຫຼອດຫຼາຍປີທີ່ຜ່ານມາ

ຈົນຄິດວ່າບາງທີ ຂ້ອຍບໍ່ຈຳເປັນຕ້ອງມີມັນອີກກໍ່ໄດ້

ຊ່ວງເວລາທີ່ຜ່ານມາຂ້ອຍເຝົ້າເບີ່ງຄົນຮອບຂ້າງ ເຮັດຄວາມຄຸ້ນເຄີຍກັບຄວາມຮັກ

ບາງຄົນກໍ່ໃຫ້ຄວາມສະນິດສະໜົມຫຼາຍ ບາງຄົນກໍ່ພຽງຜ່ານມາແລ້ວກໍ່ຜ່ານໄປ

ບາງຄົນກໍ່ທຸ້ມເທຈົນໝົດຫົວໃຈ ບາງຄົນເຮັດຄວາມຮູ້ຈັກພຽງແຕ່ຂ້າເວລາ

ສຳຫຼັບຂ້ອຍ ຖ້າຍັງບໍ່ພ້ອມຈະມີຮັກຄັ້ງຕໍ່ໄປ

ຂ້ອຍກໍ່ຂໍຍອມຖືກເວົ້າວ່າຂີ້ຂາດ ເພາະກໍ່ອາດເປັນແນວນັ້ນແທ້ໆ

ຂ້ອຍບໍ່ຢາກໃຫ້ຄວາມຮັກຜ່ານມາແລ້ວຜ່ານໄປ ແລະບໍ່ຢາກທຸ່ມເທຈົນໝົດຫົວໃຈເຊັ່ນກັນ

ຄວາມຄິດຂອງຂ້ອຍຄືຖ້າມື້ໃດຂ້ອຍພ້ອມ ຂ້ອຍຈະເຮັດຄວາມຮູ້ຈັກຢ່າງຈິງໃຈ

ແລະຈະຜູກພັນຫຼາຍກວ່າຜູກຕິດກັບຄວາມຮັກຕະຫຼອດໄປ

ຈົນມື້ນັ້ນມາເຖິງ ມື້ທີ່ຂ້ອຍພ້ອມ ມື້ທີ່ຂ້ອຍໄດ້ເຈີະໃຜຈັກຄົນ

ຄົນທີ່ຂ້ອຍຮູ້ສືກວ່າເຂົານຳພາຄວາມຮັກມາຝາກຂ້ອຍນຳ ແຕ່ຄວາມຂີ້ຂາດໃນຕົວກໍ່ມີຫຼາຍເກີນກ່ວາ

ທີ່ຂ້ອຍຈະຍອມຮັບຄວາມຮູ້ສືກທີ່ເອີ້ນວ່າຮັກ ຈົນໃນທີ່ສຸດ ຄວາມຮັກຂອງຂ້ອຍກໍ່ຈາກໄປ

ຕອນນີ້ຂ້ອຍກຳລັງຊອກຫາຄວາມຮັກ

ເພາະເສັ້ນສາຍແຫ່ງຄວາມຫ່ວງໃຍທີ່ກໍ່ຕົວເປັນຄວາມຜູກພັນ

ກຳລັງເຕືອນໃຫ້ຂ້ອຍຮູ້ວ່າມັນມີຄວາມຍາວຊ່ຳໃດ ເພາະຄວາມຮັກໜີໄປໄກ

ແຕ່ຄວາມຫ່ວງໃຍຄອຍເຕືອນໃຫ້ຂ້ອຍຮູ້ຕົວສະເໝີ

ຕອນນີ້ຂ້ອຍຈື່ງຊອກຫາຄວາມຮັກ

ເພາະຂ້ອຍຮູ້ວ່າລະຫວ່າງຂ້ອຍກັບຄວາມຮັກຄັ້ງນີ້ ຜູກພັນກັນຊ່ຳໃດ

ຄວາມຮັກຄັ້ງນີ້ເຮັດໃຫ້ຂ້ອຍຮູ້ວ່າຄົນເຮົາກໍ່ຄືຕົ້ນໄມ້ ຄວາມຮັກກໍ່ຄືນ້ຳ

ຕົ້ນໄມ້ຈະຢູ່ໄດ້ແນວໃດຖ້າບໍ່ມີນ້ຳ ຄົນເຮົາຈະຢູ່ໄດ້ແນວໃດຖ້າບໍ່ມີຄວາມຮັກ

ຕອນນີ້ຂ້ອຍກຳລັງຊອກຫາຄວາມຮັກ

ຖ້າເຈົ້າບັງເອີນພົບເຈີະ ຄວາມຮັກທີ່ກຳລັງຫຼົງທາງ

ຊ່ວຍບອກຄວາມຮັກວ່າ ຂ້ອຍກຳລັງຊອກຫາ

ແລະຈະມາຮັບຕົວກັບໄປໃນບໍ່ດົນ

ຂອບໃຈລ່ວງໜ້າ ສຳຫຼັບຄວາມຊ່ວຍເຫຼືອຂອງເຈົ້າ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃນຊ່ວງເວລາແຫ່ງຮັກ ທຸກໆວິນາທີຂອງຊີວິດຂອງເດັກໜຸ່ມແລະເດັກສາວຄູ່ນີ້ລ້ວນເປັນຄວາມຫວານຊື່ນແລະສຸກລົ້ນ

ຕໍ່ມາ ເດັກສາວຄ່ອຍໆ ເຫີນຫ່າງເດັກໜຸ່ມ ເດັກສາວແຕ່ງງານແລ້ວ ແລະຍັງບໍ່ໄດ້ໄປຝຣັ່ງ ສະຖານທີ່ທີ່ລາວຝັນເຖິງເລື້ອຍໆ

ຕອນທີ່ເດັກສາວແລະເດັກໜຸ່ມຈະແຍກຈາກກັນ ເດັກສາວບອກກັບເດັກໜຸ່ມວ່າ

“ພວກເຮົາຕ້ອງປະເຊີນກັບຄວາມຈິງ ຂ້ອຍຈຳເປັນຕ້ອງຍືດໂອກາດທັງໝົດເອົາໄວ້ໃຫ້ໝັ້ນ ເຈົ້າທຸກຍາກເກີນໄປ

ຂ້ອຍຄິດບໍ່ອອກເລີຍວ່າວັນເວລາຫຼັງຈາກເຮົາແຕ່ງງານກັນແລ້ວຈະຢູ່ນຳກັນແນວໃດ...“

ຫຼັງຈາກເດັກສາວໄປຝຣັ່ງເສດແລ້ວ ເດັກໜຸ່ມທີ່ເປັນລູກຈ້າງຊົ່ວຄາວ ຂາຍເຄື່ອງແຄມທາງ...

ວຽກທຸກຢ່າງເຂົາລ້ວນເຮັດດ້ວຍຄວາມດຸໜັ່ນຂັນແຂງ ຫຼາຍປີຜ່ານໄປ ໃນທີ່ສຸດເຂົາມີບໍລິສັດຂອງຕົນເອງ

ເຂົາມີເງິນ ແຕ່ວ່າໃນໃຈຂອງເຂົາຍັງບໍ່ເຄີຍລືມເດັກສາວເລີຍ

ມີມື້ໜື່ງຝົນກຳລັງຕົກ ເດັກໜຸ່ມເບີ່ງອອກຈາກລົດເບັ້ນສີດຳຂອງເຂົາ ເຫັນຄົນແກ່ຄູ່ໜື່ງກຳລັງຍ່າງຢູ່ຢ່າງຊ້າໆ

ເຂົາຈື່ໄດ້ວ່ານີ້ຄືພໍ່ແມ່ຂອງເດັກສາວ ດັ່ງນັ້ນເຂົາຕັດສິນໃຈວ່າຈະພົບໜ້າກັບພວກເຂົາ ຖາມໄຖ່ເຖິງສະພາບຂອງເດັກສາວ

ແນ່ນແນ ສີ່ງສຳຄັນທີ່ສຸດກໍ່ເພື່ອໃຫ້ພວກເຂົາໄດ້ເຫັນວ່າຕົນບໍ່ພຽງແຕ່ມີລົດເທົ່ານັ້ນ ຍັງມີບໍລິສັດແລະບ້ານພັກຫຼູຫຼາ

ໃຫ້ພວກເຂົາຮັບຮູ້ວ່າເຂົາບໍ່ແມ່ນຜູ້ຊາຍກະຈອກ ເຂົາເປັນເຈົ້າຂອງທຸລະກິດໜຸ່ມ

ເຂົາຈະເຮັດໃຫ້ເດັກສາວຕ້ອງຮູ້ສືກເສຍໃຈຕໍ່ການຕັດສິນໃຈໃນຕອນນັ້ນ ເຂົາຂັບລົດນຳພວກເຂົາໄປຢ່າງຊ້າໆ

ມາເຖິງຈຸດໝາຍແລ້ວ ເດັກໜຸ່ມຕະລືງໄປ ນີ້ຄືສຸສານແຫ່ງໜື່ງ

ເຂົາເບີ່ງເຫັນຮູບພາບທີ່ປ້າຍຫຼຸມຝັງສົບຂອງເດັກສາວກຳລັງຍິ້ມຫວານໃຫ້ເຂົາ ພໍ່ແມ່ຂອງເດັກສາວບອກກັບເດັກໜຸ່ມວ່າ

ເດັກສາວປ່ວຍເປັນມະເຮັງ ລາວໄປສະຫວັນແລ້ວ ລາວຫວັງວ່າເຂົາຈະມີຄອບຄົວທີ່ອົບອຸ່ນ ເພາະສະນັ້ນລາວຈື່ງເວົ້າແນວນັ້ນ

ລາວໝັ້ນໃຈວ່າເຂົາຈະຕ້ອງປະສົບຄວາມສຳເລັດຢ່າງແນ່ນອນ ເດັກໜຸ່ມຄູ້ເຂົ່າລົງ ຄູ້ເຂົ່າຕໍ່ໜ້າຫຼຸມຝັງສົບຂອງເດັກສາວ

ນ້ຳຕາອາບແກ້ມ ເດັກໜຸ່ມຫວນຄິດເຖິງຮອຍຍີ້ມທີ່ໃບໜ້າທີ່ບໍລິສຸດຂອງເດັກສາວ

ໃນໃຈຂອງເດັກໜຸ່ມຄ້າຍຄືດັ່ງມີເລືອດໄຫຼລົງເທື່ອລະຢົດລະຢົດ

ຂະນະທີ່ຄົນຊະລາແກ່ໆ ຄູ່ນີ້ຍ່າງອອກຈາກສຸສານ ເຫັນເດັກໜຸ່ມຢືນຢູ່ບໍ່ໄກຫຼາຍ ປະຕູລົດເບັ້ນລໍຖ້າຮັບຄົນຊະລາຢູ່

ໄດ້ຍິນສຽງເພງດັງຈາກໃນລົດ “ໃຈຂອງຂ້ອຍ ບໍ່ຄິດເສຍໃຈ ແນວໃດແນວໃດກໍ່ເພື່ອເຈົ້າ.....“

       ຄວາມຮັກບໍ່ໄດ້ຫວານສະເໝີໄປ ບາງເທື່ອ ຮັກກໍ່ເຮັດໃຫ້ຄົນຕ້ອງປວດໃຈ ເຖິງແມ້ວ່າຈະເຈັບປວດ

ແຕ່ນັ້ນກໍ່ເປັນຄວາມສຸກຢ່າງໜື່ງ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

          ການໃຊ້ຊີວິດຄູ່ຢູ່ນຳກັນບາງເທື່ອກໍ່ອາດເກີດຄວາມບໍ່ແນ່ໃຈວ່າ

ຄວນຈະເກັບອາດີດບາງຢ່າງໄວ້ເປັນຄວາມລັບສ່ວນຕົວດີຫຼືບໍ່

         ໃນບົດສົນທະນາລະຫວ່າງ ສາມີພັນລະຍາມັກເລີ່ມດ້ວຍ “ເລົ່າເລື່ອງໃນອາດີດໃຫ້ຟັງແດ່“

ເຊີ່ງການເລົ່າເລື່ອງລາວໃນອາດີດມີທັງຂໍ້ດີແລະເສຍ ສາມີອາດມີຄວາມຮູ້ສືກທີ່ດີກັບເຈົ້າທີ່ໄດ້ຮູ້ຈັກ

ເຈົ້າຫຼາຍຂື້ນ ຫຼືອາດຕ້ອງຜິດກັນ ເພາະເກີດການຫຶງຫວງ

          ເມື່ອການເປີດເຜີຍອາດີດຂອງກັນແລະກັນແລ້ວເກີດບັນຫາຂື້ນມາ ຈື່ງມີຄຳຖາມວ່າ ຈຳເປັນບໍ່

ທີ່ຈະຕ້ອງເລົ່າເລື່ອງໃນອາດີດທັງໝົດໃຫ້ອີກຝ່າຍໜື່ງຮັບຮູ້ ຄຳຕອບກໍ່ຄື ຄວນເລົ່າເລື່ອງໃນອາດີດ

ຂອງກັນແລະກັນແດ່ ເພາະຄວາມຈິງໃຈເປັນສີ່ງສຳຄັນສຳຫຼັບຊີວິດຄູ່ ແຕ່ຖ້າເປັນເລື່ອງບໍ່ດີ

ໃນອາດີດທີ່ເຈົ້າເຫັນວ່າເມື່ອເລົ່າແລ້ວ ຈະເຮັດໃຫ້ເກີດຄວາມຮູ້ສືກໃນແງ່ລົບຫຼາຍກວ່າ

ເຈົ້າກໍ່ຄວນເກັບບາງສ່ວນຂອງອາດີດໄວ້ກັບຕົວເອງ ທັ້ງນີ້ ຂື້ນຢູ່ກັບເງື່ອນໄຂຕ່າງໆເຊັ່ນ

ເລື່ອງທີ່ເວົ້າເປີດເຜີຍເປັນເລື່ອງສຳຄັນທີ່ອີກຝ່າຍຄວນຮັບຮູ້ ເພື່ອບໍ່ໃຫ້ເກີດການ ເຂົ້າໃຈຜິດໃນພາຍຫຼັງ

ສ່ວນບາງເລື່ອງເຈົ້າຄວນເກັບປາກມິດອາດຈະດີກວ່າ ເພາະຖ້າເວົ້າແລ້ວອາດຕ້ອງຜິດຖຽງກັນ

ຜູ້ຍິງຄວນຮຽນຮູ້ວ່າເລື່ອງຫຍັງຄວນເປີດເຜີຍ ແລະເລື່ອງຫຍັງຄວນຊຸກເຊື່ອງໃສ່ລີ້ນຊັກໃສ່ກະແຈໄວ້

         ຄວາມສຳພັນໃນອາດີດ

          ຄູ່ສາມີພັນລະຍາເມື່ອຢູ່ນຳກັນ ກໍ່ຈະມີການຖາມເຖິງປະສົບການຮັກຂອງອີກຝ່າຍໜື່ງ

ເຊີ່ງເຂົາມີສິດທີ່ຈະຮັບຮູ້ ແລະອາດເປັນໄປໄດ້ວ່າເຄີຍມີຜູ້ຍິງຫຼອກລວງເຂົາມາກ່ອນ

ເຈົ້າຄວນເຂົ້າໃຈຄວາມຮູ້ສືກຫືງຫວງຂອງເຂົາ ດັ່ງນັ້ນ

ເຈົ້າຈື່ງຄວນເລົ່າປະສົບການທີ່ສຳຄັນໃຫ້ເຂົາຮັບຮູ້ທັງສີ່ງດີແລະບໍ່ດີ

ແຕ່ໃນເລື່ອງກ່ຽວກັບຄຸນນະພາບຄວາມຮັກຂອງອາດີດແຟນເກົ່າ ບໍ່ຈຳເປັນຕ້ອງເລົ່າໃຫ້ເຂົາຟັງ

ແຕ່ກໍ່ບໍ່ຄວນຕົວະດ້ວຍການສ້າງເລື່ອງຂື້ນມາ ເພາະເຂົາຈະຄຽດເມື່ອໄດ້ຮັບຮູ້ຄວາມຈິງໃນພາຍຫຼັງ

         ປະສົບການໃນອາດີດ

         ຖ້າເປັນປະສົບການນ້ອຍໆ ໃນອາດີດ ເຊັ່ນ ໄປທ່ຽວກັບໝູ່ເພື່ອນຊາຍ .. ເຈົ້າສາມາດເລົ່າໄດ້

ຖ້າເຈົ້າຮູ້ຈັກນິໄສສາມີຂຮອງເຈົ້າວ່າເປັນຄົນທີ່ບໍ່ຂີ້ຫຶງ ຫຼືບໍ່ມີນິໄສຄິດຫຼາຍ ແຕ່ຖ້າເຈົ້າຄິດວ່າ

ມັນຈະກໍ່ໃຫ້ເກີດຄວາມຮູ້ສືກທີ່ບໍ່ດີກໍ່ບໍ່ຈຳເປັນຕ້ອງເລົ່າໃຫ້ເຂົາຮັບຮູ້

        ຖານະທາງການເງິນ

         ເມື່ອຄົນສອງຄົນຕັດສິນໃຈທີ່ຈະຢູ່ຮ່ວມຕຽງຄຽງໝອນນຳກັນ ເລື່ອງກ່ຽວກັບການເງິນ

ກໍ່ຄວນທີ່ຈະຕ້ອງເວົ້າກັນຢ່າງເປີດເຜີຍ ວ່າໃຜມີລາຍໄດ້ເທົ່າໃດ ມີໜີ້ສິນຫຼືບໍ່

ຫຼືຕ້ອງສົ່ງເສຍຄ່າເບີ່ງແຍງໃຫ້ອາດີດພັນລະຍາຫຼືລູກ ສີ່ງເຫຼົ່ານີ້ເປັນເລື່ອງສຳຄັນ

ທີ່ທັງຄູ່ຄວນຮູ້ຖານະທາງການເງິນຂອງກັນແລະກັນ ແຕ່ຖ້າເຈົ້າເຄີຍມີໜີ້ທີ່ນຳໄປໃຊ້ໃນການ

ທ່ຽວ ແລະເຈົ້າໄຊ້ໜີ້ນັ້ນໄປໝົດແລ້ວ ເຈົ້າກໍ່ຄວນເກັບໄວ້ເປັນຄວາມລັບຂອງຕົນເອງ

          ເລື່ອງຂອງຄອບຄົວ

          ທຸກຄອບຄົວອາດມີເລື່ອງທີ່ບໍ່ຄວນເປີດເຜີຍໃຫ້ຄົນອື່ນຮັບຮູ້ ເຊັ່ນ ຊູ້ຮັກຂອງພໍ່

ຫຼືອ້າຍເປັນໂຈນ ເຫຼົ່ານີ້ເປັນຕົ້ນ ຖ້າເລົ່າໃຫ້ຄູ່ຊີວິດຟັງ ກໍ່ຄືກັບໃຫ້ຄວາມໄວ້ວາງໃຈ

ແລະເຈົ້າອາດຮູ້ສືກໂລ່ງໃຈ ແຕ່ນັ້ນກໍ່ຕາມ ມັນກໍ່ບໍ່ແມ່ນສີ່ງຜິດຖ້າເຈົ້າຈະເກັບເລື່ອງ

ດັ່ງກ່າວໄວ້ເປັນຄວາມລັບສ່ວນຕົວ ແລະລືມມັນກັບປະສົບການທີ່ຊົ່ວຮ້າຍ ຫຼືຄວາມຜິດ

ທີ່ເຮັດໄວ້ໃນບາງເທື່ອຕ້ອງໃຊ້ເວລາເປັນປີ ຈື່ງກ້າເລົ່າໃຫ້ຄູ່ຊີວິດຂອງເຈົ້າຮັບຮູ້

          ດັ່ງນັ້ນ ເຈົ້າຈື່ງບໍ່ຄວນກົດດັນຕົນເອງ ຫຼືຄູ່ຊີວິດຂອງເຈົ້າໃຫ້ເລົ່າທຸກຢ່າງ ເພາະຄົນເຮົາ

ບໍ່ຈຳເປັນຕ້ອງເລົ່າເລື່ອງຂອງຕົວເອງທຸກເລື່ອງ ເມື່ອຊີວິດຄູ່ຫາເລີ່ມຕົ້ນ ເພາະຕ່າງຝ່າຍຍັງຕ້ອງ

ສືກສານິໄສໃຈຄໍຂອງກັນແລະກັນ ເມື່ອເຈົ້າຮຽນຮູ້ນິໄສສາມີເຈົ້າແລ້ວ ເຈົ້າກໍ່ຕ້ອງໄຕ່ຕອງເອງວ່າ

ເລື່ອງໃດຄວນເລົ່າໃຫ້ສາມີຮັບຮູ້ ຫຼືເລື່ອງໃດຄວນເກັບໄວ້ເປັນຄວາມລັບສ່ວນຕົວ ເພື່ອຊີວິດຄູ່

ຂອງເຈົ້າຈະໄດ້ລາບລື່ນຕະຫຼອດໄປ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມໃສ່ໃຈ ບໍ່ແມ່ນ ຄວາມຫຶງຫວງ

ຖ້າຄົນຮັກຂອງເຈົ້າໂທຫາເຈົ້າທຸກຄືນ

ຖາມວ່າກັບເຖິງເຮືອນແລ້ວບໍ່

ພຽງເພາະເຂົາເປັນຫ່ວງ

ບໍ່ຕ້ອງການໃຫ້ເຈົ້າໄດ້ຮັບອັນຕະລາຍໃນຍາມດືກ

ບໍ່ແມ່ນຢ້ານວ່າເຈົ້າຈະໄປກັບຄົນອື່ນ

ນັ້ນແຫຼະເອີ້ນວ່າຄວາມໃສ່ໃຈ

ຄວາມໃສ່ໃຈ ບໍ່ແມ່ນ ຄວາມມີນ້ຳໃຈຢ່າງດຽວ

ຫາກແຕ່ມີຄວາມຖະໜອມນ້ຳໃຈດ້ວຍ

ຖ້າຄົນຮັກຂອງເຈົ້າເວົ້າຫຍັງ ຫຼືເຮັດຫຍັງ

ເພື່ອເຈົ້າຈັກຢ່າງດ້ວຍຄວາມຕັ້ງໃຈ

ແຕ່ເຈົ້າກັບບໍ່ມັກມັນ

ຄິດໄຕ່ຕອງໃຫ້ດີກ່ອນທີ່ຈະເວົ້າຫຍັງອອກໄປ

ໃສ່ໃຈໃນຄວາມຮູ້ສືກຂອງເຂົານຳ

ຖ້າເຈົ້າຜິດຖຽງກັບຄົນຮັກ

ແຕ່ແລ້ວມື້ຖັດໄປ

ຄົນຮັກຂອງເຈົ້າຍັງໂທມາ

ສະແດງຄວາມເປັນຫ່ວງໃນເລື່ອງຕ່າງໆ ຄືທຸກໆມື້

ທັ້ງໆທີ່ຍັງບໍ່ດີຄຽດ

ນັ້ນແຫຼະເອີ້ນວ່າຄວາມໃສ່ໃຈ

ຖ້າຄົນຮັກຂອງເຈົ້າຍອມສະຫຼະເວລາເຮັດບາງສີ່ງ

ເອົາໄວ້ທີຫຼັງ ພຽງເພື່ອຊ່ວຍເຮັດໃນສີ່ງທີ່ເຈົ້າຂໍ

ນັ້ນແຫຼະເອີ້ນວ່າ ຄວາມໃສ່ໃຈ

ຄົນເຮົາບາງເທື່ອກໍ່ຕ້ອງການມີໃຜຈັກຄົນຄອຍໃສ່ໃຈເຮົາ

ຖ້າເຈົ້າຕ້ອງປະຕິບັດພາລະກິດສຳຄັນ

ບໍ່ວ່າຈະເລື່ອງວຽກງານ ເລື່ອງຮຽນ ຫຼືເລື່ອງອື່ນໆ

ມັນຈະຮູ້ສືກດີເອົາຫຼາຍໆ ຖ້າຄົນຮັກຂອງເຈົ້າຈື່ໄດ້

ແລະໂທມາບອກວ່າ “ຕັ້ງໃຈເດີ“ “ໂຊກດີເດີ“ “ພະຍາຍາມເດີ“

ຂ້ອຍຈະຄອຍເປັນກຳລັງໃຈໃຫ້

ຖ້າເຈົ້າຕ້ອງເດີນທາງໄກ

ມັນຈະຮູ້ສືກດີເອົາຫຼາຍໆ

ຖ້າຄົນຮັກຂອງເຈົ້າໂທມາຖາມວ່າ “ຮອດແລ້ວຫວະ“

“ປອດໄພດີບໍ່“ “ເມື່ອຍບໍ່“

ຖ້າເຈົ້າຕ້ອງຂີ່ລົດຄົນດຽວ

ມັນຈະຮູ້ສືກດີເອົາຫຼາຍໆ

ຖ້າຄົນຮັກຂອງເຈົ້າໂທມາບອກວ່າ “ຂີ່ລົດດີໆເດີ“

ຖ້າເຈົ້າປ່ວຍເປັນໄຂ້ ບໍ່ສະບາຍ

ມັນຈະຮູ້ສືກດີເອົາຫຼາຍໆ

ຖ້າຄົນຮັກຂອງເຈົ້າໂທມາເຕືອນໃຫ້ເຈົ້າກິນຢາ

ແລະພັກຜ່ອນຫຼາຍໆ

ແລະມັນຈະຮູ້ສືກດີຫຼາຍໆ

ຖ້າຄົນຮັກຂອງເຈົ້າຈື່ເລື່ອງລາວຕ່າງໆ ຂອງເຈົ້າ

ຫຼືແມ້ກະທັ້ງຄົນຮອບຂ້າງຂອງເຈົ້າໄດ້

ນັ້ນເປັນເພາະເຂົາໃສ່ໃຈໃນຄຳເວົ້າແລະການກະທຳຂອງເຈົ້າ

ຄວາມໃສ່ໃຈ ກັບ ຄວາມເກງໃຈ ຄ້າຍກັນໃນຫຼາຍໆດ້ານ

ເຈົ້າອາດຄິດວ່າ ຍິ່ງຄົບກັນສະນິດກັນຫຼາຍເທົ່າໃດ

ກໍ່ບໍ່ຈຳເປັນຕ້ອງເກງໃຈກັນໃຫ້ຫຼາຍຄືຄົນທີ່ຫາກໍ່ເລີ່ມຮູ້ຈັກກັນ

ແຕ່ກັບບໍ່ຄິດຢ່າງນັ້ນ ຍິ່ງສະນິດສະໜົມກັນຫຼາຍເທົ່າໃດ

ຕ້ອງຍິ່ງເກງໃຈເຊີ່ງກັນແລະກັນ

ຄວາມເກງໃຈເປັນສີ່ງດີ

ແລະເປັນບໍ່ເກີດຂອງຄວາມສຳພັນອັນຢັ້ງຢືນ

ເຈົ້າເຫັນບໍ່ລະວ່າ

ບໍ່ຍາກເລີຍທີ່ຈະສະແດງຄວາມໃສ່ໃຈຕໍ່ໃຜຈັກຄົນ

ພຽງແຕ່ມື້ນີ້ ເຈົ້າໃສ່ໃຈຄົນຮັກຂອງເຈົ້າແລ້ວຫຼືບໍ່???

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

             ເບີ່ງແຍງດູແລເສື້ອຜ້າໜ້າຜົມກັນໄປແລ້ວ ຕອນນີ້ກໍ່ເຖິງເວລາທີ່ສາວໆ ເຊັ່ນເຈົ້າຈະມາເບີ່ງແຍງດູແລແລະບໍລິຫານສະເນ່ແລ້ວລະ!! ການເບີ່ງແຍງດູແລຕົວເອງໃຫ້ມີສະເນ່ນັ້ນເປັນເລື່ອງງ່າຍໆ ທີ່ເຮັດໃຫ້ເຮົາເປັນຄົນທີ່ໜ້າສົນໃຈຫຼາຍຍິ່ງຂື້ນ ໃຜໆ ກໍ່ຢາກເຂົ້າມາເວົ້າລົມທຳຄວາມຮູ້ຈັກ ວ່າແລ້ວເຮົາກໍ່ມາເລີ່ມກັນດີກວ່າ

   ໝູ່ໃຫ່ມສ້າງໄດ້

          ຢ່າໄປຢ້ານທີ່ຈະເປັນຝ່າຍເລີ່ມຕົ້ນເວົ້າລົມກັບໃຜກ່ອນ ເພາະເຈົ້າອາດຈະເສຍໂອກາດໃນການຄົບຫາເພື່ອນໃຫ່ມໄປຢ່າງໜ້າເສຍດາຍ ພຽງເພາະວ່າອາຍທີ່ຈະເລີ່ມເວົ້າລົມ ເຮົາອາດຈະໄດ້ຄວາມຮູ້ຫຼືປະສົບການດີໆ ຈາກໝູ່ໃຫ່ມຄົນນີ້ກໍ່ໄດ້ໃຜຈະໄປຮູ້ ເຮັດຕົວໃຫ້ເປັນທຳມະຊາດ ແລະມີຊີວິດຊີວາເຂົ້າໄວ້ ແລະຈົ່ງຈື່ເອົາໄວ້ວ່າຢ່າເວົ້າແຕ່ເລື່ອງຂອງຕົວເອງ ພະຍາຍາມເອົາໃຈໃສ່ແກ່ບຸກຄົນທີ່ເຮົາຕິດຕໍ່ນຳ ບໍ່ເວົ້າແຕ່ເລື່ອງຂອງຕົວເອງຝ່າຍດຽວ

   ຮອຍຍີ້ມພິມໃຈ

           ຮອຍຍິ້ມເປັນໃບເບີກທາງຂອງມະນຸດສຳພັນທີ່ດີ ມິດຕະພາບກໍ່ສາມາດເກີດຂື້ນໄດ້ພຽງຮອຍຍີ້ມພຽງຄັ້ງດຽວ

    ໝັ້ນໃຈຊະຢ່າງ

         ເປັນໃນແບບທີ່ເຮົາເປັນ ເມື່ອເຮົາເບີ່ງເຫັນຄຸນຄ່າໃນຕົວເອງ ຜູ້ອື່ນກໍ່ເບີ່ງເຫັນເຊັ່ນກັນ ການເປັນຕົວຂອງຕົວເອງນັ້ນຈະເຮັດໃຫ້ເຮົາກ້າເປີດເຜີຍຕົວຕົນຂອງເຮົາຫຼາຍຂື້ນ ຜູ້ຄົນຈະຮູ້ສືກໄດ້ເຖິງຄວາມຈິງໃຈທີ່ເຮົາມີໃຫ້

   ເປັນຜູ້ຟັງທີ່ດີ

         ທຳຕົວເປັນຜູ້ຟັງທີ່ດີ ແລະມີຄວາມສົນໃຈໃນສີ່ງທີ່ເຂົາເວົ້າຢູ່ຕະຫຼອດເວລາ ຕາມທຳມະຊາດແລ້ວຜູ້ຄົນມັກຈະເວົ້າເລື່ອງລາວຂອງຕົວເອງ ຫົວຂໍ້ສົນທະນາອາດເປັນເລື່ອງທີ່ເຂົາມີຄວາມຮູ້ຄວາມຊຳນານ ຫຼືເລື່ອງທີ່ເຂົາກຳລັງສົນໃຈຢູ່ ແຕ່ຢ່າຟ້າວເບື່ອໄປເສຍກ່ອນ ເພາະກໍ່ເປັນໂອກາດທີ່ດີທີ່ສາວໆ ຈະໄດ້ຮູ້ຈັກເຂົາຫຼາຍຂື້ນນຳ

   ລ່າເລີງເຂົ້າໄວ້

        ບໍ່ມີໃຜຢາກຈະເຂົ້າມາທັກທາຍກັບຄົນທີ່ຄີ້ວຜູກໂບຢູ່ຕະຫຼອດເວລາດ໋ອກ ຢ່າໃຊ້ຊີວິດໃຫ້ເຄັ່ງຕືງເກີນໄປຫຼາຍ ລອງຫາມຸມຕະລົກເອົາມາເລົ່າໃຫ້ໝູ່ເພື່ອນ ຟັງຄາຍຄຽດກັນແດ່ ຫົວໃຫ້ງ່າຍຂື້ນ ຈະເຮັດໃຫ້ເຮົາໜ້າຄົບຫາຫຼາຍຂື້ນ ແຕ່ກໍ່ຄວນໃຫ້ຖືກກາລະເທສະນຳ

    ປ່ຽນແປງຕົວເອງແດ່

         ສາວໆ ອາດຈະລອງປ່ຽນສະໄຕລ໌ການແຕ່ງຕົວ ຫຼືຊົງຜົມແດ່ ໃຫ້ເໝາະສົມກັບຕົວເອງ ແລະສົ່ງເສີມບຸກຄະລິກໃຫ້ເບີ່ງມີສະເນ່ຫຼາຍຍີ່ງຂື້ນ ບໍ່ຈຳເປັນຕ້ອງແຕ່ງຕາມແຟຊັ່ນແຕ່ແຕ່ງໃຫ້ຖືກກາລະເທສະ ເບີ່ງແຍງດູແລຄວາມສະອາດຂອງຮ່າງກາຍແລະເສື້ອຜ້າກໍ່ພໍ

           ແຕ່ເໜືອສີ່ງອື່ນໃດການທີ່ມີສະເນ່ທີ່ສຸດຂອງສາວໆ ກໍ່ຄືຄວາມຈິງໃຈນີ້ແລະ ທີ່ຈະເຮັດໃຫ້ໄດ້ຮັບຄວາມຈິງໃຈກັບມານຳ ແລະມິດຕະພາບທີ່ໄດ້ຮັບມາກໍ່ຈະສາມາດຢູ່ຄົງທົນໄປຕາບນານເທົ່ານານ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

.. ໃຫ້ໂອກາດ

ໃນຊ່ວງໜື່ງຂອງຊີວິດຄູ່ມັນຕ້ອງມີເລື່ອງໃຫ້ເສົ້າ ແລະ ໝາງໃຈກັນ

ແຕ່ມັນຢູ່ທີ່ວ່າ “ເຈົ້າມີ ໂອກາດ ໃຫ້ເຂົາຊ່ຳໃດ“

.. ປັບຄວາມເຂົ້າໃຈ

ບັນຫາທຸກບັນຫາສາມາດຫາທາງອອກໄດ້ ຖ້າເຮົາໄດ້ .. ລົມກັນ

.. ເບີ່ງຕົວເອງ

ລອງກັບມາເບີ່ງຕົວເອງແດ່ ເພາະເຮົາຕ່າງກໍ່ມີຂໍ້ເສຍນຳກັນທັ້ງຄູ່

.. ຄຽງຂ້າງກັນ

ພຽງຄຳວ່າ ຮັກ ກໍ່ສາມາດເອົາຊະນະອຸປະສັກທຸກຢ່າງໄດ້

.. ຮັກແທ້

ຮັກແທ້ເກີດຂື້ນໄດ້ແຕ່ພຽງຄັ້ງດຽວ ກັບຄົນພຽງຄົນດຽວເທົ່ານັ້ນ

ເມື່ອໃດທີ່ຮັກແທ້ໄດ້ເກີດຂື້ນແລ້ວ ມັນຈະເປັນຊ່ວງເວລາທີ່ດີທີ່ເຮົາມີຄວາມສຸກຫຼາຍທີ່ສຸດ

 

ຄົນບາງຄົນ ບໍ່ເຄີຍນັບຂໍ້ດີ ແລະຂໍ້ເສຍຂອງຄົນຮັກ

ພຽງແຕ່ຮູ້ວ່າຮັກ ແລະຍອມຮັບໃນຕົວຕົນ ຂອງຄົນຮັກໄດ້ຢ່າງມີຄວາມສຸກ

 

ແຕ່ບາງຄົນ ຄອຍນັບຂໍ້ດີ ແລະຂໍ້ເສຍຂອງຄົນຮັກ

ຢູ່ຕະຫຼອດເວລາ ຄອຍປຽບທຽບ

ຄອຍກະແນະກະແໜ ຄອຍປັບປ່ຽນຄົນຮັກ

ໃຫ້ເປັນຕາມທີ່ໃຈຕົວເອງຕ້ອງການ

 

ຄົນບາງຄົນບໍ່ອາຍທີ່ຈະເອີ່ຍຄຳຂໍໂທດກັບຄົນຮັກ

ເມື່ອເຮັດຫຍັງຜິດພາດລົງໄປ

ບໍ່ອາຍທີ່ຈະຍອມຮັບຄວາມຜິດ ແລະພ້ອມຈະແກ້ຕົວໃຫ່ມ

 

ແຕ່ບາງຄົນປາກໜັກ ເວົ້າຄຳຂໍໂທດຈັກຄຳກໍ່ບໍ່ໄດ້

ທັ້ງໆທີ່ຮູ້ວ່າຄຳຂໍໂທດພຽງຄຳດຽວ

ຈະເຮັດໃຫ້ບັນຫາທີ່ເກີດລົງເອີຍໄປໃນທາງທີ່ດີ

 

ບາງຄົນເຖິງວ່າຮູ້ການນັ່ງເບີ່ງຄົນທີ່ຕົວເອງຮັກ

ຮັກຄົນອື່ນນັ້ນເປັນເລື່ອງເຈັບປວດ

ແຕ່ກໍ່ສາມາດເຮັດໃຫ້ໃຈຍອມຮັບໄດ້

ເພາະຢ່າງນ້ອຍຄົນຮັກກໍ່ໄດ້ມີຄວາມສຸກກັບຄົນທີ່ເຂົາຮັກ

 

ແຕ່ຄົນບາງຄົນ ບໍ່ຍອມໃຫ້ຄົນຮັກເກົ່າກ້າວເດີນຕໍ່ໄປ

ບົນຖະໝົນຂອງຄວາມຮັກຢ່າງມີຄວາມສຸກ

ເມື່ອຕົວເອງບໍ່ມີຄວາມສຸກ ກໍ່ບໍ່ຢາກໃຫ້ຄົນອື່ນມີຄວາມສຸກເຊັ່ນກັນ

 

ຄົນບາງຄົນເວົ້າເຖິງຄົນຮັກ ແຕ່ໃນເລື່ອງດີແລະສວຍງາມ

ຍົກຍ້ອງແລະໃຫ້ກຽດສະເໝີ ບໍ່ວ່າຢູ່ຕໍ່ໜ້າຫຼືຫຼັບຫຼັງ

 

ແຕ່ບາງຄົນ ມັກເຮັດໃຫ້ຄົນຮັກເສຍໜ້າ ເວົ້າເຖິງຄົນຮັກແຕ່ໃນເລື່ອງລົບ

ເລື່ອງຮ້າຍ ບໍ່ເຄີຍໃຫ້ກຽດຄົນຮັກເລີຍ

 

ຄົນບາງຄົນບໍ່ເຄີຍຖ້າໃຫ້ຄົນຮັກຕ້ອງເສຍນ້ຳຕາ

ແຕ່ຈະຮັບຮູ້ຄວາມຮູ້ສືກທີ່ປ່ຽນແປງ

ຄອຍເບີ່ງແຍງດູແລແລະໃຫ້ກຳລັງໃຈສະເໝີ

 

ແຕ່ບາງຄົນ ບໍ່ເຄີຍໄດ້ເຫັນນ້ຳຕາຂອງຄົນຮັກ

ເພາະບໍ່ເຄີຍໃສ່ໃຈຈະເບີ່ງ

ບໍ່ເຄີຍຈະສົນຄວາມຮູ້ສືກກັນແມ້ແຕ່ຄັ້ງດຽວ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນີ້ຄືເລື່ອງສັ້ນ

ມີພໍ່ລູກຄູ່ໜື່ງກຳລັງຈະຂ້າມຂົວ

ພໍ່ຄ່ອນຂ້າງຢ້ານ ເລີຍບອກລູກສາວຕົວນ້ອຍຂອງເຂົາວ່າ

ລູກຮັກເອີຍ ຈັບມືພໍ່ໄວ້ແມ ລູກຈະໄດ້ບໍ່ຕົກລົງໄປໃນແມ່ນ້ຳ

ເດັກນ້ອຍຕອບວ່າ “ບໍ່ພໍ່ ພໍ່ຫັ້ນແລະທີ່ຕ້ອງຈັບມືລູກ“

ພໍ່ຖາມດ້ວຍຄວາມສົງໄສ “ມັນຕ່າງກັນບ່ອນໃດລູກ“

“ມັນຕ່າງກັນຫຼາຍເລີຍພໍ່“ ລູກສາວຕອບ

ຖ້າລູກຈັບມືພໍ່ ແລ້ວມີຫຍັງເກີດຂື້ນກັບລູກ

ມັນມີໂອກາດທີ່ລູກຈະປ່ອຍມືພໍ່

“ແຕ່ຖ້າພໍ່ຈັບມືລູກ ລູກຮູ້ວ່າແມ່ນຫຍັງຈະເກີດຂື້ນ

ພໍ່ບໍ່ມີວັນປ່ອຍມືລູກແນ່ນອນ“

ໃນທຸກຄວາມສຳພັນ ສີ່ງສຳຄັນຂອງຄວາມເຊື່ອໝັ້ນ ໄວ້ໃຈ ບໍ່ແມ່ນຢູ່ທີ່ສາລະຂອງມັນ

ແຕ່ເປັນຄວາມຮູ້ສືກກັບມັນ

ເພາະສະນັ້ນ ຈົ່ງຈັບມືຄົນທີ່ຮັກເຈົ້າ ດີກວ່າທີ່ຈະຫວັງໃຫ້ເຂົາຈັບມືເຈົ້າ

ຂໍ້ຄວາມນີ້ສັ້ນເກີນໄປ ແຕ່ແຝງໄວ້ດ້ວຍຄວາມຮູ້ສືກຫຼາກຫຼາຍ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອຜູ້ຍິງມິດ... ໃນໃຈຂອງເຂົາເຕັມໄປດ້ວຍເລື່ອງລາວນັບລ້ານ

ເມື່ອຜູ້ຍິງບໍ່ໂຕ້ແຍ້ງ... ເຂົາກຳລັງຄຸ້ນຄິດຢ່າງໜັກ

ເມື່ອຜູ້ຍິງເບີ່ງເຈົ້າດ້ວຍສາຍຕາ ທີ່ເຕັມໄປດ້ວຍຄຳຖາມ... ເຂົາຢາກຮູ້ວ່າເຈົ້າຈະຢູ່ໃກໆເຂົາ ໄດ້ອີກດົນປານໃດ

ເມື່ອຜູ້ຍິງບອກວ່າ “ຂ້ອຍບໍ່ໄດ້ເປັນຫຍັງ“ ອີກສອງເຖິງສາມວິນາທີຖັດມາ ເຂົາຈະສະແດງຄວາມຮູ້ສືກບໍ່ພໍໃຈອອກມາ

ເມື່ອຜູ້ຍິງ ຈ້ອງຕາເຈົ້າບໍ່ລົດລະ ໃນໃຈເຂົາກຳລັງຄິດວ່າ ເປັນຫຍັງເຈົ້າເຖິງຂີ້ຕົວະ

ເມື່ອຜູ້ຍິງນອນຊົບລົງໜ້າເອີກຂອງເຈົ້າ ເຂົາປາຖະໜາທີ່ຈະໃຫ້ເຈົ້າເປັນຂອງເຂົາຕະຫຼອດໄປ

ເມື່ອຜູ້ຍິງຢາກເຈີະເຈົ້າທຸກໆມື້ ເຂົາຕ້ອງການໃຫ້ເຈົ້າເອົາອົກເອົາໃຈ

ເມື່ອຜູ້ຍິງເວົ້າຄຳວ່າ “ຂ້ອຍຮັກເຈົ້າ“ ເຂົາໝາຍຄວາມແນວນັ້ນ

ເມື່ອຜູ້ຍິງເວົ້າວ່າ “ຂ້ອຍຄິດເຖິງເຈົ້າ“ ໃນໂລກນີ້ ບໍ່ມີໃຜທີ່ຈະຄິດເຖິງເຈົ້າໄດ້ຫຼາຍເທົ່າເຂົາອີກແລ້ວ

ຫາຜູ້ຊາຍ...

ຄົນທີ່ບອກວ່າ ເຈົ້າງາມ ບໍ່ແມ່ນຄົນທີ່ບອກວ່າ ເຈົ້າ ຮ້ອນແຮງ

ຄົນທີ່ໂທກັບມາຫາເຈົ້າ ເວລາທີ່ເຈົ້າກຳລັງຖ້າໂທລະສັບຂອງເຂົາຢູ່

ຄົນທີ່ຢູ່ຂ້າງໆ ເຈົ້າ ຈ້ອງເບີ່ງເຈົ້າ ຕອນທີ່ເຈົ້ານອນຫຼັບ

ຄົນທີ່ ບັນຈົງຈູບເຈົ້າທີ່ໜ້າຜາກ

ຄົນທີ່ຢາກຈະບອກໃຫ້ໂລກຮູ້ ວ່າເຈົ້າດີຫຼາຍພຽງໃດ

ຄົນທີ່ຈັບມືຂອງເຈົ້າ ຕໍ່ໜ້າໝູ່ເພື່ອນ ຂອງເຂົາ

ຄົນທີ່ຄອຍຢ້ຳສະເໝີວ່າ ເຂົາຫ່ວງໃຍເຈົ້າຫຼາຍພຽງໃດ ແລະເຂົາໂຊກດີຫຼາຍຊ່ຳໃດ ທີ່ໄດ້ມີເຈົ້າ

ຄົນທີ່ຫຼຽວໄປບອກໝູ່ຂອງເຂົາວ່າ “ນີ້ເດ ເຂົາຄົນນີ້ແລະ“

       ໃນຊີວິດຂອງເຮົາ ເລື່ອງລາວຕ່າງໆ ຜ່ານເຂົ້າມາ ແລ້ວກໍ່ຜ່ານໄປພຽງແຕ່ຄັ້ງດຽວເທົ່ານັ້ນ ທົບທວນເບີ່ງກ່ອນໃຫ້ແນ່ໃຈວ່າ ຄົນທີ່ເຈົ້າກຳລັງຄົບຢູ່ ເປັນຄົນທີ່ແມ່ນແທ້ໆ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃຜໆກໍ່ຄາດຫວັງທີ່ຈະມີຊີວິດຄູ່ທີ່ແສນສຸກຕະຫຼອດໄລຍະທີ່ໃຊ້ຊີວິດເປັນສາມີພັນລະຍາ

ເຊີ່ງບາງຄູ່ກໍ່ສົມຫວັງແຕ່ບາງຄູ່ກໍ່ຜິດຫວັງບໍ່ສາມາດປະຄອງຮັກໄດ້ຢ່າງແສນສຸກ

ຄູ່ທີ່ຕັດສິນໃຈແຕ່ງງານກັນແລະຈົດທະບຽນແຕ່ງງານຄືໝັ້ນໃຈແລ້ວທີ່ຈະໃຊ້ຊີວິດຮ່ວມກັບຄົນນັ້ນ

ເຊີ່ງການຈົດທະບຽນແຕ່ງງານຈື່ງເປັນພັນທະສັນຍາທີ່ເປັນລາຍລັກອັກສອນຫຼາຍກວ່າຄຳເວົ້າ

        “ການໃຊ້ຊີວິດຢູ່ຮ່ວມກັນ ບໍ່ແມ່ນ ຈຸດສີ້ນສຸດຂອງຊີວິດຄູ່ ຍັງຕ້ອງມີການປັບຕົວເຊີ່ງກັນແລະກັນຢູ່ສະເໝີ

ເຊີ່ງສ່ວນຫຼາຍຄົນມີຈຸດອອ່ນຄືສື່ສານກັນບໍ່ເປັນ ທັງເລື້ອງຄຳເວົ້າແລະການກະທຳ ເມື່ອເປັນສາມີ ພັນລະຍາ

ກັນຕ້ອງຮູ້ຈັກກອດ ຈູບແກ້ມ ຈັບມື ບອກຮັກກັນແດ່ຢ່າໃຫ້ຂາດຫາຍເຊີ່ງການກອດເປັນການສື່ສານຮັກຢ່າງໜື່ງ

ທີ່ສາມາດຊ່ວຍປະຄັບປະຄອງຄວາມຮັກໄດ້ໂດຍໃນທາງຈິດວິທະຍາຜູ້ຍິງຈະໂຫຍຫາການສຳພັດຫຼາຍກວ່າຜູ້ຊາຍ

ດັ່ງນັ້ນຝ່າຍຊາຍຄວນສະແດງຄວາມຮັກໃຫ້ຝ່າຍຍິງດ້ວຍການກອດ ຈັບມື ບໍ່ຕ້ອງຢ້ານເຂີນອາຍ ສ່ວນຄຳເວົ້າມີສ່ວນ

ສຳຄັນໃນການສ້າງຄວາມຮັກ ຄວາມເຂົ້າໃຈໃຫ້ລົມດ້ວຍພາສາທີ່ມ່ວນຫູ ເຊັ່ນ ຄຳວ່າ ທີ່ຮັກ ດາລີ້ງ ແລະລົງທ້າຍດ້ວຍຈ໋ະ ຈ໋າ”

         ນອກຈາກນີ້ ເມື່ອຄຽດຫຼືຜິດຖຽງກັນ ແນະນຳໃຫ້ຢ່າຟ້າວລົມກັນເພາະຈະກາຍເປັນການເວົ້າດ້ວຍອາລົມ

ໃຫ້ລະງັບອາລົມຄຽດກ່ອນເພື່ອທີ່ຈະໄດ້ລົມກັນດ້ວຍເຫດຜົນ ເມື່ອອາລົມດີຂື້ນໃຫ້ເວົ້າໃນສີ່ງທີ່ອີກຝ່າຍເຮັດໂດຍບໍ່ຕັດສິນ

ວ່າອີກຝ່າຍຖືກ ຜິດ ດີ ຊົ່ວ ໃຫ້ເວົ້າໃນສີ່ງທີ່ຢາກໃຫ້ເຂົາປ່ຽນແປງ

         “ທີ່ສຳຄັນຢ່າຄາດຫວັງໃຫ້ອີກຝ່າຍເປັນຫຼືເຮັດໃນສີ່ງທີ່ຕົວເອງຕ້ອງການ ແຕ່ອາໄສວິທີ “ການປັບຕົວ“ ເຂົ້າຫາກັນ

ດ້ວຍການປ່ຽນແປງພືດຕິກຳຂອງຕົວເອງໃຫ້ເປັນໄປຕາມຕ້ອງການຂອງອີກຝ່າຍ ແລະປັບຕົວໃຫ້ຍອມຮັບສີ່ງທີ່ອີກຝ່າຍເປັນ

ຫຼືຢູ່ກັບເຂົາຢ່າງບໍ່ຕ້ອງເປັນທຸກ ເພາະນິໄສບາງຢ່າງບໍ່ສາມາດປັບກັນໄດ້ ຈື່ງຢ່າຄາດຫວັງໃຫ້ເບີ່ງໃນສ່ວນທີ່ດີເຊີ່ງກັນແລະກັນ“

        ສາມີພັນລະຍາຕ້ອງຮູ້ຈັກຊື່ນຊົມເຊີ່ງກັນແລະກັນ ເຊັ່ນ ເມື່ອພັນລະຍາຖາມວ່າ ຂ້ອຍຄົວກິນແຊບບໍ່ ຢ່າຕອບວ່າ ບໍ່ໄດ້ເລື້ອງ

ຫຼືບໍ່ແຊບ ໃຫ້ຕອບວ່າ ແຊບດີ ແຕ່ເພີ່ມລົດຫວານ ເຄັມ ໜ້ອຍໜື່ງໜ້າຈະດີ ເລື່ອງເຊັກສ໌ມີສ່ວນສຳຄັນໃນຊີວິດຄູ່ເຊັ່ນກັນ ຜູ້ຊາຍ

ມັກຢາກມີເຊັກສ໌ຫຼາຍກວ່າຜູ້ຍິງ ດັ່ງນັ້ນ ເພື່ອປ້ອງກັນສາມີອອກໄປທ່ຽວນອກເຮືອນ ບາງເທື່ອພັນລະຍາຕ້ອງເວົ້າຫວານໆ

ເປີດເພງເບົາໆ ໃນຫ້ອງນອນ ເພີ່ມກິ່ນຫອມດ້ວຍອາໂລມາ ເພື່ອໃຫ້ສາມີຜ່ອນຄາຍ ແລະຢ່າເອົາບັນຫານອກເຮືອນມາເຮັດໃຫ້ຄຽດ

ຄວນຜ່ອນຄາຍ ເບີ່ງແຍງຈິດໃຈເຊີ່ງກັນແລະກັນ ຫາເວລາພັກຜ່ອນ ຢ່າໄປຄຳນືງວັດຖຸເງິນທອງຫຼາຍເກີນໄປ

                               ຄວາມສຸກໃນຊີວິດຄູ່ຈະມາເຢືອນຖ້າຫາກເຂົ້າໃຈກັນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຖ້າ “ກຳໄລ“ ຂອງແມ່ຄ້າ ຄືຈຳນວນເງິນ “ສ່ວນເກີນ“

ທີ່ໄດ້ມາຈາກການຂາຍເຄື່ອງ

ຂ້ອຍກໍ່ເບີ່ງວ່າ “ກຳໄລ“ ຂອງຄົນອົກຫັກ

ຄືຈຳນວນບົດຮຽນທີ່ໄດ້ກັບມາ

“ສ່ວນເກີນ“ ຂອງຄວາມຮັກກໍ່ຄື ສ່ວນທີ່ບໍ່ມີໃຜຢາກໃຫ້ເກີດຂື້ນ

ໃນລະຫວ່າງທີ່ຮັກກັນ ການຜິດຖຽງ ການນອກໃຈ

ການບໍ່ມີເຫດຜົນ ການເຫັນແກ່ຕົວ....

..................................

ຖ້າມົວແຕ່ຄິດວ່າ ອົກຫັກແລ້ວຂາດທືນ

ບໍ່ມີແຮງ ບໍ່ມີທືນຫົວໃຈຈະໄປຮັກໃຜອີກ

...ມັນກໍ່ຈະເປັນແນວທີ່ເຈົ້າຄິດຫັ້ນແລະ...

ຈິດໃຈບອບຊ້ຳແນວໃດ ມັນຍ່ອມສົ່ງຜົນຕໍ່ຮ່າງກາຍແບບນັ້ນເຊັ່ນກັນ

ແຕ່ຖ້າຄິດວ່າອົກຫັກແລ້ວໄດ້ກຳໄລ

ກຳລັງໃຈໃນການສູ້ຕໍ່ ມັນກໍ່ເພີ່ມຂີດຄວາມສາມາດຫຼາຍຂື້ນ

ເຊີ່ງເຂົາຕ້ອງຍອມເຂົ້າໃຈໃນເຫດຜົນທີ່ວ່າ

ບາງເທື່ອຄວາມເຈັບປວດ

ມັນກໍ່ມີເຈດຕະນາຂອງມັນຄືກັນ

ເຈດຕະນາທີ່ວ່າກໍ່ຄື ການສອນໃຫ້ເຮົາຮຽນຮູ້ບາງສີ່ງບາງຢ່າງ

ຜ່ານທາງຄວາມເຈັບປວດ ນີ້ຄືກຳໄລທີ່ເຈົ້າຄວນຮຽນຮູ້ໃຫ້ໄດ້

ຢ່າປ່ອຍໃຫ້ທັດສະນະຄະຕິດ້ານຄວາມຮັກຕິດລົບ

ດ້ວຍການຫັນຫຼັງໃຫ້ກັບສ່ວນເກີນນັ້ນໆ

ໃນເມື່ອເຈົ້າສາມາດປ່ຽນສ່ວນເກີນໃຫ້ມາເປັນກຳໄລໄດ້

ດ້ວຍການປະເຊີນໜ້າກັບເຫດຜົນ

.............................................

ແທ້ຈິງແລ້ວ ການທີ່ເຂົານອກໃຈເຮົາ...

ບໍ່ໄດ້ແປວ່າເຮົາບໍ່ດີ

ການຜິດຖຽງກັນເລື້ອຍໆ...

ບໍ່ໄດ້ແປວ່າ ເຂົາຫຼືເຮົາເອງເປັນຄົນຜິດ

ການບໍ່ມີເຫດຜົນ...

ບາງເທື່ອມັນກໍ່ອະທິບາຍບໍ່ໄດ້ວ່າເປັນຫຍັງ...

................................................

ແຕ່ທັງໝົດຄືສີ່ງທີ່ຜ່ານເຮົາໄປເພື່ອສອນໃຫ້ເຮົາຮຽນຮູ້ເຖິງຂໍ້ບົກພ່ອງຂອງຕົວເອງ

“ອະດີດ“ ເປັນບົດຮຽນອັນລ້ຳຄ່າສະເໝີ...

ອະດີດຈື່ງບໍ່ໄດ້ເປັນພຽງສ່ວນເກີນທີ່ບໍ່ມີຄ່າ

ເພາະມັນສາມາດແປຜັນເປັນ “ກຳໄລ“ ທີ່ລ້ຳຄ່າໄດ້

................................................

ຢ່າລືມເກັບກຳໄລງາມໆ ຈາກຮັກແຕ່ລະຄັ້ງໄວ້ໃຫ້ດີໆ

ເພາະວ່າຕໍ່ໄປໃນວັນຂ້າງໜ້າ

ກຳໄລຄັ້ງນີ້ຈະແປສະພາບເປັນທືນໜາໆ

ໃຫ້ກັບຮັກຄັ້ງໃໝ໋ຂອງເຈົ້າ

ເອີ້ນວ່າ ຮັກຄັ້ງໃດກໍ່ບໍ່ມີທືນຫາຍກຳໄລໝົດ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

            ການທີ່ຄົນສອງຄົນຈະຮັກກັນ ຢູ່ຮ່ວມກັນໄດ້ຢ່າງມີຄວາມສຸກນັ້ນ ມັນຈື່ງບໍ່ມີເລື່ອງຂອງການຈຳກັດ

ເວລາມາເປັນອົງປະກອບ ບໍ່ວ່າຈະມື້ໃດ ເວລາໃດ ຖ້າຫາກຄົນສອງຄົນຕັ້ງໝັ້ນຢູ່ບົນພື້ນຖານ ຂອງຄວາມເຂົ້າໃຈ

ເຊີ່ງກັນແລະກັນແລ້ວ ຮັບຮອງໄດ້ວ່າ ຮັກກັນຍາວນານຊ່ຳໃດກໍ່ບໍ່ມີວັນເສົ້າ ... ເຊື່ອເລີຍ

          ສະນັ້ນ ຜູ້ຊາຍ ທັງຫຼາຍລອງມາປັບນິໄສທີ່ບໍ່ດີບາງຢ່າງທີ່ຕົວເຄີຍມີແລະເຄີຍປະຕິບັດຢູ່ເປັນປະຈຳໃຫ້ມັນລົດລົງ

ໄປແດ່ ໂດຍສະເພາະນິໄສທີ່ຊວນໃຫ້ເກີດອາລົມເສຍນັ້ນ ຈຳເປັນຕ້ອງເບີ່ງແຍງແລະລະວັງໄວ້ເປັນພິເສດ

           5 ນິໄສບໍ່ດີ ທີ່ຄວນປັບປຸງຕົວ ແລະບໍ່ຄວນທີ່ຈະນຳມາໃຊ້ກັບຄົນຮັກຢ່າງເດັດຂາດ ເພື່ອປ້ອງກັນ ອາການຮັກຂາດ

ເຊີ່ງສົ່ງຜົນໃຫ້ເຈົ້າກັບເຂົາຢູ່ກັນບໍ່ຍືດຍາວ ມີດັ່ງຕໍ່ໄປນີ້    

        1. ຜິດນັດ

          ລູກຜູ້ຊາຍກັບຄົນຮັກ ເອີ່ຍຄຳໃດເປັນຄຳນັ້ນ ຢ່າລືມວ່າ ເຈົ້າບໍ່ໄດ້ນັດກັບໝູ່ເພື່ອນ ທີ່ຈະສາມາດໄປຊ້າໄດ້ຕັ້ງແຕ່

ເຄີ່ງຊົ່ວໂມງໄປຈົນເຖິງ 2 ຊົ່ວໂມງເປັນຢ່າງຕ່ຳ ເພາະຄົນຮັກຂອງເຈົ້າອາດບໍ່ຖ້າດົນນານຂະໜາດນັ້ນເດີ ໂດຍການເຂົ້າໃຈ

ຢ່າງແນ່ນອນ ເຖິງວ່າເຈົ້າຈະອ້າງວ່າມາຊ້າຍັງດີກວ່າບໍ່ມາກໍ່ຕາມ ແຕ່ຖ້າບໍ່ຊ້າເລີຍ ເຂົາຈະຮັກເຈົ້າຍິ່ງກວ່າແມ່ນບໍ່ລະ

ສ່ວນປະເພດໂລກເລື່ອນນີ້ກໍ່ເຊັ່ນກັນເລື່ອນແລ້ວເລື່ອນອີກ ຈາກຊົ່ວໂມງເປັນມື້ ຈາກມື້ເປັນ ອາທິດ ຈາກອາທິດເປັນເດືອນ

ແນວນີ້ກໍ່ຕຽມຕົວໄປຫາແຟນໃຫ່ມໄດ້ເລີຍ

         2. ຂີ້ຕົວະເປັນນິໄສ

            ວ່າກັນວ່າ ຜູ້ຍິງຊັງທີ່ສຸດຄື ນິໄສຂີ້ຕົວະຂອງຜູ້ຊາຍນີ້ແລະ ເຊີ່ງສຳຫຼັບພວກເຮົາມັນກໍ່ຄືກັບການແກ້ຕົວແບບຮັກສາ

ນ້ຳໃຈກັນຫຼາຍກວ່າ ແຕ່ສຳຫຼັບພວກເຂົາ ເມື່ອມັນບໍ່ກົງຄວາມຈິງເມື່ອໃດ ຫຼືບັງເອີນມີຜູ້ຫວັງດີມາຢືນຢັນອີກຕ່າງຫາກ

ເຖິງວ່າພຽງເທື່ອດຽວ ແຕ່ເຂົາກໍ່ບໍ່ເຊື່ອເຈົ້າອີກຕໍ່ໄປ ທາງທີ່ດີເວົ້າກັນກົງໄປກົງມາເລີຍ ໄປໃສມາ ໄປກັບໃຜ ເອົາໃຫ້ຮູ້ກັນໄປເລີຍ

ວ່າເຂົາຮັບຄວາມເປັນຕົວເຈົ້າໄດ້ຫຼືບໍ່ ຮູ້ກັນຕັ້ງແຕ່ເລີ່ມຄົບ ດົນໄປຈະບໍ່ໄດ້ຕ້ອງໄປນັ້ງຂີ້ຕົວະໃຫ້ປວດຫົວກັນທັງສອງຝ່າຍ

          3. ຫືງເກີນເຫດ

          ເວລາ ເຂົາຫືງເຈົ້າ ມັນອາດຈະເຮັດໃຫ້ເຈົ້າຮູ້ສືກພູມໃຈນ້ອຍໆ ແຕ່ຖ້າເຈົ້າຫືງຫຼາຍເກີນໄປ

ເຈົ້າກໍ່ອາດຈະຮູ້ສືກລຳຄານເອົາງ່າຍໆຄືກັນ ໃນທາງກັບກັນເລີຍ ຜູ້ຍິງກໍ່ມັກໃຫ້ຜູ້ຊາຍຫືງເຂົານ້ອຍໆ

ແຕ່ບໍ່ຕ້ອງຫຼາຍ ຮັກສາໜ້າເຂົາໄວ້ນຳ ບໍ່ແມ່ນເຫັນເຂົາລົມກັບໃຜກໍ່ຕາຂຽວ

ຫຼື ພຽງໝາເຫົ່າເຈົ້າກໍ່ໂມໂຫຫືງ ແນວນີ້ຕາຍເລີຍ ຫືງບໍ່ເປັນເລື່ອງເປັນລາວ ຂະໜາດເຈົ້າຍັງລຳຄານ

ເຈົ້າກໍ່ຮູ້ຈັກລຳຄານເປັນຄືກັນ

           ຄວາມເຊື່ອໃຈກັນ ເປັນອົງປະກອບທີ່ສຳຄັນຂອງການໃຊ້ຊີວິດຄູ່ ຖ້າບໍ່ເຊື່ອໃຈກັນແລ້ວກໍ່ອາດບໍ່ແຄ້ວ

ຕ້ອງເລີກກັນໃນໄວວັນແນ່ນອນ

        4. ເອົາແຕ່ໃຈຕົວເອງ ແຕ່ລືມເອົາໃຈເຂົາ

           ແທ້ຈິງແລ້ວ ການສະແດງໃຫ້ເຫັນເຖິງຄວາມຮັກຂອງເຈົ້າທີ່ມີຕໍ່ເຂົາ ຖ້າຕົກລົງໃຈເປັນຄູ່ຮັກກັນແລ້ວ

ກໍ່ຄວນຈະເບີ່ງແຍງເອົາໃຈໃສ່ ຖະໜອມຮັກສານ້ຳໃຈກັນແດ່ ຢ່າເອົາແຕ່ໃຈຕົວເອງ ປະເພດຕື່ນເຊົ້າ ດື່ມກາເຟ

ເບີ່ງທໍລະທັດ ແຕ່ງຕົວ ຂີ່ລົດໄປເຮັດວຽກ ໂດຍລືມໄປວ່າຍັງມີເຂົາຢູ່ນຳອີກຄົນ

            ລອງຄິດ ເບີ່ງຫຼີ້ນໆ ວ່າ ຖ້າເຂົາເຮັດຄືບໍ່ມີເຈົ້າຢູ່ໃນເຮືອນຄືກັນ ຈະຮູ້ສືກແນວໃດ

ເອົາແຕ່ໃຈຕົວເອງແລ້ວ ກໍ່ຢ່າລືມເອົາໃຈເຂົາແດ່ ໂດຍສະເພາະໃນມື້ສຳຄັນຂອງເຂົາ ເຈົ້າກັບເຂົາ

ຫຼືເທດສະການເວລາທີ່ເໝາະກັບການເອົາໃຈເປັນພິເສດ

           5. ເຮັດຕົວເປັນຊາຍໂສດ

              ຖ້າຮັກຄວາມອິດສະຫຼະ ກໍ່ຢ່າຟ້າວມີແຟນ ຫຼືຢ່າຄິດເລື່ອງແຕ່ງງານເລີຍ ມັນປວດຫົວລ້າໆ

ເພາະເຂົາຈະຕາມສືບຫາຄວາມຈິງສະເໝີ ວ່າເຈົ້າຍັງເຮັດຕົວເປັນຊາຍຫົວໃຈຫວ້າງຫຼືບໍ່

ແລະກໍ່ມັກຈະເປັນສາເຫດທີ່ເຮັດໃຫ້ຜິດຖຽງກັນ ຈົນກາຍເປັນເລື່ອງໜ້າເບື່ອ

           ສະນັ້ນ ຈະມີແຟນຫຼືແຕ່ງງານ ນອກຈາກຄວນເລືອກຄູ່ທີ່ເຂົ້າໃຈຄວາມເປັນເຈົ້າຢ່າງແທ້ຈິງແລ້ວ

ກໍ່ຄວນເລີກເຮັດຕົວເປັນຊາຍໂສດໄດ້ແລ້ວ ຜູ້ຍິງຕໍ່ໃຫ້ໃຈກ້ວາງເປັນແມ່ນ້ຳຊ່ຳໃດ ກໍ່ຕ້ອງມີຕະລີ່ງກັ້ນ

ເປັນທຳມະດາ ກວ້າງຊ່ຳມະຫາສະມຸດກໍ່ ຍັງມີຝັ່ງແນວໃດກໍ່ຍັງບໍ່ຢາກໃຫ້ເຈົ້າເຮັດຕົວເປັນຊາຍໂສດດ໋ອກ

          ທັງ 5 ຂໍ້ນີ້ ເປັນຂໍ້ແນະນຳສຳຫຼັບຊາຍ ທີ່ມີແຟນຫຼືມີຄອບຄົວແລ້ວ ທີ່ຈະເຮັດໃຫ້ເຈົ້າແລະຄົນຮັກມີຄວາມສຸກ

ແລະຫວານຊື່ນຍາມຢູ່ນຳກັນຫຼາຍຂື້ນ ຢ່າງທີ່ບອກໄວ້ແຕ່ຕົ້ນແລ້ວຫັ້ນແລະ ວ່າຊີວິດຄູ່ຈະຢູ່ຮ່ວມກັນໄດ້ຢ່າງຊື່ນບານ

ຕ້ອງຢູ່ບົນພື້ນຖານຂອງຄວາມເຂົ້າໃຈກັນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຢູ່ໃສ... ໄປເຮັດຫຍັງ... ເຮັດຫຍັງຢູ່... ກັບໃຜ... ກັບບ້ານຈັກໂມງ... ເປັນຫຍັງບໍ່ກັບອີກ....

       ຄຳຖາມຍອດຮິດທີ່ມັກເວົ້າອອກຈາກປາກແຟນໝຸ່ມ ກໍ່ຮູ້ວ່າເປັນຫວ່ງເປັນໃຍ

ແຕ່ບາງທີມັນກໍ່ຫຼາຍເກີນໄປໂດຍທີ່ເຂົາກໍ່ບໍ່ຮູ້ຕົວ ເພາະຂະນະທີ່ໜຸ່ມໆ ເອີຍປາກຖາມພຽງເພາະເປັນຫວ່ງ

ພ້ອມໆ ກັບຢາກຮູ້ວ່າແຟນສາວກຳລັງເຮັດຫຍັງຢູ່ ຕາມວິໄສຄົນຄົບຫາເບີ່ງໃຈເປັນປົກກະຕິນັ້ນ

    ແຕ່ບາງທີສາວໆ ກໍ່ອົດຄິດແບບພານໆ ໄປເຖິງເລື່ອງຄວາມໄວ້ເນື້ອເຊື່ອໃຈ ທີ່ແຟນໝຸ່ມບໍ່ມີໃຫ້ເລີຍ

ກໍ່ວ່າ...ຫຼີ້ນຍິງຄຳຖາມຈົນລະອຽດຂະໜາດນີ້ ເຜິໆ ອາດເປັນສາເຫດທີ່ເຮັດໃຫ້ເລີກລາກັນໄດ້ງ່າຍໆ

ເພາະການສະແດງອອກເຊີ່ງອາການເປັນຫວ່ງຈົນເກີນພໍດີ ມັນກໍ່ສ້າງຄວາມໜ້າເບື່ອ ໜ້າລຳຄານເທື່ອລະນ້ອຍ

ແລະສະສົມຈົນກາຍເປັນສາເຫດ ຫຼັກໃນການຜິດຖຽງກັນເພາະຄວາມບໍ່ເຂົ້າໃຈ

    ທາງທີ່ດີເອົາເປັນວ່າ ... ຫ່ວງຫາກັນແບບພໍດີໆ ບໍ່ຕ້ອງຫຼາຍເກີນໄປ ຫຼືນ້ອຍເກີນໄປຈົນບໍ່ຖາມໄຖ່

ຄວາມຮັກ...ຄືການເຕີມເຕັມໃຫ້ກັນແລະກັນ ຫຼາຍໄປກໍ່ລົ້ນ ນ້ອຍໄປກໍ່ເຫືອດແຫ້ງ ຄວາມພໍດີຄືທາງສາຍກາງ

ທີ່ເຮັດໃຫ້ຮັກຍືນຍາວທີ່ສຸດ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ພຶດຕິກຳໃດທີ່ສາມີມັກບໍ່ມັກເລີຍເວລາທີ່ເຈົ້າເຮັດ...

ບໍ່ໃຫ້ກຽດ ບໍ່ໄວ້ໜ້າກັນ 35.4%

         ທັງທ່າທາງແລະການເວົ້າຈາ ບໍ່ວ່າຈະເລື່ອງແທ້ຫຼືເລື່ອງລໍ້ຫຼີ້ນ ເພາະການເວົ້າເຖິງເລື່ອງເສຍໆ ຫາຍໆ

ມັນຄືການຈີກໜ້າສາມີເຈົ້ານັ້ນເອງ ເຖິງວ່າເຈົ້າຈະຄິດວ່າຢູ່ໃນກຸ່ມໝູ່ສະນິດກໍ່ຕາມ ແຕ່ເຂົາອາດຈະອາຍໄດ້

ລອງຖ້າເປັນເຈົ້າກໍ່ອາດບໍ່ມັກແນ່ນອນ ທາງທີ່ດີຄວນຈະໃຊ້ຄຳເວົ້າແລະທ່າທີທີ່ໃຫ້ກຽດກັນດີກວ່າ

ຈຸກຈິກ ຂີ້ຈົ່ມ 30.2%

          ເລີກເຮັດຕົວເປັນແມ່ເຖົ້າ ຈົ່ມໄດ້ທຸກເລື່ອງໄປ ເມື່ອຢູ່ບ້ານນຳກັນກໍ່ຄວນຈະສ້າງຄວາມຜ່ອນຄາຍ

ໃສຈະເມື່ອຍຈາກການເຮັດວຽກໜັກໝົດມື້ແລ້ວ ເລືອກເວົ້າສະເພາະເລື່ອງສຳຄັນດີກວ່າ ຂືນຂີ້ຈົ່ມຫຼາຍໄປ

ເຈົ້າສາມີອາດລຳຄານພານໄປເຖິງບໍ່ຢາກຢູ່ເຮືອນ ບາດນີ້ຈະເດືອດຮ້ອນ

ເອົາແຕ່ໃຈຕົວເອງ ບໍ່ມີເຫດຜົນ 13.5%

         ຖ້າເຈົ້າຄອຍແຕ່ຈະເອົາແຕ່ໃຈຕົວເອງແລະໃຫ້ສາມີຄອຍຕາມໃຈຢູ່ຝ່າຍດຽວອາດບໍ່ດີແທ້ ບໍ່ມີໃຜເຮັດໄດ້ຕະຫຼອດດ໋ອກ

ລອງເອົາໃຈເຂົາມາໃສ່ໃຈເຮົາ ປ່ຽນກັນເອົາໃຈກັນແດ່ ຊີວິດຄູ່ຂອງເຈົ້າອາດຈະມີຄວາມສຸກຈົນໃຜໆ ອິດສາເລີຍລະ

ຂີ້ຫືງ ລະແວງເກີນເຫດ ມັກຈັບຜິດ 10.4%

          ຢ່າເຮັດຕົວເປັນຍອດນັກສືບ ຄອຍສັງເກດຫຼືຈັບຜິດຢູ່ຕະຫຼອດເວລາ ເມື່ອຕັດສິນໃຈໃຊ້ຊີວິດຢູ່ຮ່ວມກັນແລ້ວ

ຕ້ອງມີຄວາມໄວ້ວາງໃຈ ເຊື່ອໃຈເຊີ່ງກັນແລະກັນ ການມີໝູ່ຕ່າງເພດກໍ່ບໍ່ໄດ້ໝາຍຄວາມວ່າເຂົານອກໃຈເຈົ້າ ຫຼືເຈົ້າຈະ

ບອກວ່າເຈົ້າບໍ່ເຄີຍມີໝູ່ຕ່າງເພດເລີຍຫວະ

ຂີ້ງອນ 5.2%

          ຜູ້ຍິງສ່ວນໃຫ່ຍພໍງອນຂື້ນມາແລ້ວມັກຈະບໍ່ເວົ້າບໍ່ຈາ ໃຊ້ວິທີມິດງຽບຢ່າງດຽວ

ອັນນີ້ແລະທີ່ຜູ້ຊາຍເຂົາບອກວ່າປວດຫົວຫຼາຍ ບໍ່ຮູ້ຈະງໍ້ແນວໃດ ເພາະລາງເທື່ອຍັງບໍ່ຮູ້ຊ້ຳວ່າຄຽດຫຼືງອນເລື່ອງຫຍັງ

ພໍບໍ່ງໍ້ກໍ່ຄຽດຫຼາຍເຂົ້າໄປອີກ ຕໍ່ໄປລອງໃຊ້ວິທີມີຫຍັງກໍ່ເວົ້າຈາປັບຄວາມເຂົ້າໃຈກັນເບີ່ງ ວ່າເຈົ້າບໍ່ພໍໃຈຫຍັງ ເຜີໆ

ພໍສາມີຮູ້ຕົ້ນປາຍສາຍເຫດອາດຈະງໍ້ໄດ້ໂດນໃຈເຈົ້າກໍ່ໄດ້ເດີ

ອື່ນໆ5.3%

ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ຢ້ານການຮັບຜິດຊອບ

ພວກຜູ້ຊາຍຫຼາຍຄົນໄດ້ຮັບການສັ່ງສົມຄວາມຄິດ ແລະຮັບຮູ້ກັນມາວ່າ ການແຕ່ງງານຄືການ

ຜູກມັດຕ້ອງມອບຊີວິດທັ້ງໝົດໃຫ້ຄອບຄົວ ເຊີ່ງພວກເຂົາຈະຕ້ອງຮັບຜິດຊອບພັນລະຍາແລະລູກໆ

ທີ່ຈະເກີດມາເຮັດໃຫ້ພວກເຂົາພຽງຄິດກໍ່ຂົນຫົວລຸກ ເລີຍພາກັນຄິດວ່າຢູ່ແບບນີ້ດີແລ້ວບໍ່ ຕ້ອງຮັບຜິດຊອບໃຜ

2. ຢ້ານຂາດອິດສະຫຼະ

ຊີວິດສ່ວນໃຫ່ຍຂອງເພດຊາາຍ ມີອິດສະຫຼະລົ້ນຟ້າ ຈະເຮັດຫຍັງ ຈະໄປໃສກໍ່ໄດ້ ພໍ່ແມ່ບໍ່ວ່າ ອາດຈະຈົ່ມ

ວ່າແດ່ ແຕ່ກໍ່ບໍ່ຮ້າຍແຮງ ຫາຍຫົວໄປນອນເຮືອນໝູ່ເພື່ອນສອງອາທິດ ກັບມາກໍ່ຍັງໄດ້ ຮັບການຕ້ອນຮັບ

ຈາກຄອບຄົວຄືເກົ່າ ສຳມະເລເທເມົາຊ່ຳໃດກໍ່ໄດ້ ມີແຟນຈັກຄົນກໍ່ໄດ້ ຈະຮີບມີເມຍໄປເຮັດຫຍັງ

3. ຢ້ານບໍ່ໄດ້ທຸ້ມເທກັບວຽກ

ຜູ້ຊາຍບາງກຸ່ມມຸ້ງໝັ້ນໃນອາຊີບການງານ ມັກການແຂ່ງຂັນ ເພື່ອໄຂ່ວຄວ້າຫາຄວາມກ້າວໜ້າ ຄົນພວກນີ້

ຄິດວ່າ ການມີຄອບຄົວຈະຂັດຂວາງເວລາໃນການເຮັດວຽກ ຢ້ານເຮັດວຽກເດິກບໍ່ໄດ້ ຢ້ານໄປກິນດື່ມສັງສັນ

ກັບເຈົ້ານາຍ ແລະລູກຄ້າບໍ່ໄດ້ຢ່າງທີ່ເຄີຍ ເຂົາຈື່ງບໍ່ຢາກຜູກມັດກັບຍິງຄົນໃດ

4. ຢ້ານອົດທ່ຽວ

ຜູ້ຊາຍທຸກຄົນມັກທ່ຽວ ບາງກຸ່ມມັກທ່ຽວກາງຄືນ ເຮໃສໄປຫັ້ນ ຢູ່ກັບໝູ່ໝົດມື້ ໝົດຄືນ ບາງກຸ່ມມັກຜະຈົນໄພ

ມັກຂັບລົດ ຕະລຸຍໄປທົ່ວພູເຂົາລຳເນົາໄພ ຜູ້ຊາຍກຸ່ມນີ້ຈະທຸ່ມເທເງິນກັບການແຕ່ງລົດ ຊື້ອຸປະກອນຕ່າງໆ

ບໍ່ຢາກມີລູກເມຍໃຫ້ເປັນພັນທະໃຫ້ຕ້ອງເປັນຫ່ວງ

5. ຢ້ານໝູ່ເຫີນຫ່າງ

ເປັນທີ່ຮູ້ກັນແລ້ວວ່າ ຜູ້ຊາຍມັກຈັບກຸ່ມຢູ່ກັນເປັນຝູງ ເພື່ອເບີ່ງຜູ້ຍິງ ຈີບແຂ່ງກັນ ຫຼື ແຕ່ງລົດແຂ່ງກັນ ຫາເລື່ອງ

ມາແຂ່ງຂັນກັນເຊັ່ນ ພະນັນເຕະບານ ຫຼີ້ນເກມຕ່າງໆ ເວົ້າໃຫ່ຍໂຕທັບກັນ ເພາະຫົວໃຈຂອງຜູ້ຊາຍມັກການ

ແຂ່ງຂັນ ຖ້າມີເມຍ ເຂົາຢ້ານວ່າຈະກັບມາລວມກຸ່ມກັນບໍ່ໄດ້

6. ຢ້ານວ່າຕົວເອງຈະຢ້ານເມຍ

ຜູ້ຊາຍຫຼາຍຄົນເດີ...ທີ່ຮັກຜູ້ຍິງແບບເທີດທູນ ແຕ່ພວກເຂົາກໍ່ຍັງຮັກຕົວເອງ ຮັກຊີວິດແບບເດີມໆ ຂອງຕົວເອງ

ດັ່ງນັ້ນພວກເຂົາອາດຈະບໍ່ຢາກແຕ່ງງານ ເພາະຢ້ານວ່າມີຄອບຄົວໄປແລ້ວຈະກາຍເປັນຄົນຢ້ານເມຍ ຫຼົງຮັກລູກ

ບໍ່ກ້າໄປເຮັດຫຍັງຢ່າງທີ່ເຄີຍໆ ແລ້ວກໍ່ຢ້ານຖືກໝູ່ເພື່ອນລໍ້ນຳ...

7. ຢ້ານເຊັກຊ໌ຫົດຫູ່

ເຄີຍບອກແລ້ວວວວ....ວ່າເຊັກຊ໌ເປັນສີ່ງສຳຄັນໃນອັນດັບຕົ້ນໆ ຂອງເພດຊາຍ ການເປັນໂສດຂອງຜູ້ຊາຍ ອາດ

ໝາຍເຖິງການໃຊ້ຊີວິດເຊັກຊ໌ຢ່າງອິດສະຫຼະເສລີ ມີເພດສຳພັນຢ່າງຕື່ນເຕັ້ນ ກັບຍີງແປກໜ້າໄປເລື້ອຍໆ ຖ້າການ

ມີເມຍໝາຍເຖິງ ການຕ້ອງມີເຊັກຊ໌ກັບຜູ້ຍິງຄົນດຽວພວກເຂົາຈະຮີບມີໄປເຮັດຫຍັງ

8. ຢ້ານພີ່ນ້ອງ (ເມຍ) ຫຼາຍ

ຜູ້ຊາຍບໍ່ມັກຄວາມຫວຸ້ນວາຍ ເພດຊາຍສ່ວນໃຫ່ຍບໍ່ຈຳເປັນຕ້ອງກົ້ມຫົວໃຫ້ໃຜແບບເພດຍິງ ຖ້າການແຕ່ງງານ

ໝາຍເຖິງເຂົາຈະຕ້ອງເຂົ້າໄປຈຳຍອມອົດທົນກັບ ພໍ່ເຖົ້າ ແມ່ເຖົ້າ ສານພັນຍາຕິໂກໂຫຕິກູນຂອງພັນລະຍາ ເຂົາ

ຄົງຕ້ອງຫຼີກລ່ຽງແທ້ໆ ຜູ້ຊາຍໜ້າໃດຈະຢາກແກວຼງຕີນຫາສ້ຽນ

9. ຢ້ານຜູ້ຍິງປ່ຽນໄປ

ຜູ້ຊາຍອາດຮັບຮູ້ມາຈາກ ພໍ່ - ແມ່ ຂອງເຂົາ ຫຼືຈາກຄອບຄົວໝູ່ເພື່ອນວ່າ ຜູ້ຍິງທີ່ເປັນແຟນກັບເປັນເມຍຕ່າງກັນ

ຫຼີບຫຼັບຫຼາຍ ເຊັ່ນ ແຟນໜ້າຮັກ ເມຍຂີ້ຈົ່ມ ແຟນຫຸ່ນດີ ເມຍຕຸ້ຍຂີ້ປູມໂພ່...(ແລ້ວຜູ້ຍິງກໍ່ມັກເປັນແນວນີ້ດ້ວຍ!...)

ຜູ້ຊາຍພວກນີ້ຈະຄົບຜູ້ຍິງພຽງເປັນແຟນ ແຕ່ບໍ່ຍອມແຕ່ງງານ

10. ຢ້ານ ເພາະເຫັນແກ່ຕົວ

ຈາກການທີ່ມະນຸດເພດຊາຍສ່ວນໃຫ່ຍໃນສັງຄົມ ເຮັດໃຫ້ພວກເຂົາເຄີຍຊິນກັບອາການໃຫ່ຍໂຕ ຂອງພວເຂົາ

ແລະເຫັນແກ່ຕົວເກີນໄປ ທີ່ຈະຕ້ອງເສຍສະຫຼະອັນໃຫ່ຍຫຼວງ ດ້ວຍການແຕ່ງງານ ຜູ້ຊາຍບາງຄົນບອກວ່າ

ບໍ່ມີເມຍ ເພາະຢ້ານເມຍມາຍາດກິນຍາດໃຊ້...ເຮີ່!!...ແນວນີ້ກະມີນຳ

ແຮະ!!....ມາເຖິງບ່ອນນີ້ແລ້ວ

ຢາກຈະບອກວ່າຜູ້ຍິງຫຼາຍຄົນກໍ່ຢ້ານການແຕ່ງງານເຊັ່ນກັນເພາະພາລະການເປັນເມຍກໍ່ຍີ່ງໃຫ່ຍບໍ່ນ້ອຍໜ້າກັນ

ໂດຍສະເພາະການເປັນແມ່ ຜູ້ຍິງຕ້ອງລຳບາກກວ່າຜູ້ຊາຍຫຼາຍເທົ່າຫຼາຍແຕ່ຜູ້ຍິງສ່ວນໃຫ່ຍມັກກ້າຫານ ຮຽກ

ຮ້ອງການຜູກມັດ ຢາກເຂົ້າພິທີແຕ່ງງານ ຢາກເປັນເມຍ ຢາກເປັນແມ່ ... ວ່າແຕ່ຖ້າຈະໃຫ້ໄດ້ເປັນແທ້ໆ

ຕ້ອງທຳລາຍກຳແພງຄວາມກ້າທັງຫຼາຍເຫຼົ່ານີ້ຂອງຜູ້ຊາຍໃຫ້ໄດ້ກ່ອນເດີ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

        ວ່າກັນວ່າ “ການກະທຳ“ ສຳຄັນກວ່າ “ຄຳເວົ້າ“ ແຕ່ກໍ່ປະຕິເສດບໍ່ໄດ້ວ່າໃນບາງເລື່ອງ “ຄຳເວົ້າ“ ກໍ່ສຳຄັນບໍ່ໜ້ອຍໄປກວ່າການກະທຳ ໂດຍສະເພາະໃນເລື່ອງຄວາມຮັກ ແລະຄຳວ່າ “ຮັກ“....

        ຄູ່ຮັກບາງຄູ່ ຄຳໆ ນີ້ອາດບໍ່ແມ່ນເລື່ອງເຂີນ ຫຼືຍາກເກີນຈະເອີ່ຍປາກ ເພາະສາມາດເວົ້າບອກ “ຮັກ“ ກັນໄດ້ໃນທຸກມື້ທຸກເວລາ ແຕ່ສຳຫຼັບຄູ່ຮັກບາງຄູ່ ການບອກຮັກ ບໍ່ໄດ້ເກີດຂື້ນຕະຫຼອດ ເຖິງຈະມີການກະທຳຄອຍບອກຕະຫຼອດ ແຕ່ຄຳເວົ້າອາດຍັງບໍ່ເຄີຍເກີດຂື້ນເລີຍ

        ແລະນັ້ນກໍ່ກາຍເປັນບັນຫານ້ອຍໆ ທີ່ກວນໃຈຄູ່ຮັກຫຼາຍໆຄູ່ ... ຜູ້ຍິງຈຳນວນບໍ່ໜ້ອຍ ມັກທີ່ຈະມີຄົນບອກຮັກໃຫ້ພວກເຂົາໄດ້ຊື່ນໃຈ ແລະແນ່ໃຈ ແຕ່ຜູ້ຊາຍຫຼາຍຄົນກໍ່ບໍ່ຄ່ອຍຈະເອີ່ຍປາກບອກໄປປານໃດດ໋ອກ

      ແລ້ວໝູ່ເພື່ອນເດ ຄຳວ່າ “ຮັກ“ ສຳຄັນກັບເຈົ້າຊ່ຳໃດກັນ???

ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

“ງອນ“ ບັນຫາໂລກແຕກຂອງຜູ້ຊາຍເມື່ອເຈີະອາການນີ້ເຂົ້າຈາກແຟນຕົນເອງ ເນື່ອງຈາກບໍ່ຮູ້ວ່າຈະເລີ່ມຕົ້ນຂື້ນຕອນໃດ ແມ່ນຫຍັງເປັນສາເຫດຂອງອາການນີ້ ຮູ້ແຕ່ພຽງວ່າບັນຫາກຳລັງຄານເຂົ້າມາຫາຕົວໂດຍທີ່ເຈົ້າຕົວອາດຈະຍັງບໍ່ຮູ້ຕົວດ້ວຍຊ້ຳວ່າແຟນກຳລັງງອນຢູ່ ຜູ້ຊາຍສ່ວນໃຫ່ຍມັກຈະມັກເວົ້າວ່າຜູ້ຍິງມັກງອນໂດຍບໍ່ມີເຫດຜົນ ເລື່ອງນີ້ເປັນເລື່ອງແທ້ຫຼືວ່າເປັນພຽງຄຳກ່າວອ້າງຂອງຜູ້ຊາຍ ມາໄຂຂໍ້ຂ້ອງໃຈໃຫ້ຜູ້ຊາຍກັນ

ເຫດຜົນຂອງການງອນ

          ຜູ້ຍິງຕ່າງບອກວ່າຈະຕ້ອງມີເຫດຜົນແທ້ຜູ້ຍິງເຖິງໄດ້ງອນ ແຕ່ເປັນເຫດຜົນທີ່ຜູ້ຊາຍບໍ່ຮູ້ແລະບໍ່ເຂົ້າໃຈ ງອນເປັນເລື່ອງຂອງເຫດຜົນສ່ວນຕົວຂອງຜູ້ຍິງທີ່ຫາຈະຄິດໄດ້ໃນຕອນນັ້ນ ໂດຍເຫດຜົນທີ່ຜູ້ຍິງຄິດໄດ້ອາດຈະມີສາລະຫຼືບໍ່ມີສາລະກໍ່ໄດ້ ເນື່ອງຈາກຜູ້ຊາຍມັກຄິດວ່າເຫດຜົນຂອງຕົວເອງເປັນສີ່ງທີ່ຖືກທີ່ສຸດ ເຫດຜົນຂອງຜູ້ຍິງຈື່ງກາຍເປັນເລື່ອງນ້ອຍ

ສາເຫດ

          ເກີດຈາກການທີ່ຜູ້ຍິງຕ້ອງການຄວາມຮັກ ຄວາມໃສ່ໃຈ ຄວາມສົນໃຈ ຢາກໃຫ້ເອົາໃຈ ໃນຊ່ວງເວລານັ້ນໆ ແຕ່ຝ່າຍຊາຍບໍ່ຮູ້ເລື່ອງ ເພາະບໍ່ພະຍາຍາມເຂົ້າໃຈ ບໍ່ໃສ່ໃຈຮຽນຮູ້ຜູ້ຍິງ ເປັນເລື່ອງຂອງລາຍລະອຽດນ້ອຍໆ ທີ່ຄົນເປັນແຟນກັນແທ້ໆ ແຕ່ບໍ່ສັງເກດ

         ບາງເທື່ອອາດເກີດຈາກຜູ້ຊາຍເຮັດຫຍັງບໍ່ຖືກໃຈ ຜິດຄຳເວົ້າ ສັນຍາຫຍັງໄວ້ແລ້ວເຮັດບໍ່ໄດ້ ບໍ່ໂທຫາ ດັ່ງນັ້ນ ຝ່າຍຍິງງອນກໍ່ເພື່ອຈະໄດ້ຮູ້ວ່າອີກຝ່າຍຍັງຮັກຕົນເອງຢູ່ຫຼືບໍ່ ງອນເພື່ອຈະໃຫ້ໂອກາດແກ້ຕົວ

ອາການ

         ມິດ ງຽບ ບໍ່ເວົ້າ ບໍ່ມີປະຕິກິລິຍາຕອບໂຕ້ ຖາມຄຳຕອບຄຳ ເວົ້ານ້ອຍຜິດວິໄສ ປ່ຽນກິດຈະວັດປະຈຳວັນ ໜ້າຕາບໍ່ສູ້ດີ ເຮັດຕົວເກັງເວລາຖືກເນື້ອຕ້ອງຕົວ ຖືກຕົວບໍ່ໄດ້ຈະສະບັດສະບື້ງ ເຮັດໃຫ້ອີກຝ່າຍເກີດຄຳຖາມຂື້ນໃນໃຈ ຫຼືກໍລະນີທີ່ເວົ້າກໍ່ຈະປະຊົດປະຊັນ ແຕ່ອາການງອນນີ້ຍັງບໍ່ເຖິງຂັ້ນຂອງການຄຽດ ເພາະຖ້າຄຽດຈະບອກວ່າຄຽດ ແຕ່ຖ້າງງອນແລ້ວປ່ອຍປະໄວ້ບັນຫາອາດຈະລຸກລາມເຖິງຂັ້ນຄຽດ

ວິທີແກ້ໄຂ

          ງໍ້ (ທີ່ມາຂອງຄຳວ່າງອນງໍ້) ມີຄວາມອົດທົນໃນການງໍ້ ຜູ້ຍິງຢາກໃຫ້ຄົນທີ່ຮັກໃຫ້ຄວາມສຳຄັນ ຢາກໃຫ້ຖາມວ່າເປັນຫຍັງ ເວົ້ານຳດີໆ ຖາມ ຂໍໂທດ (ທັ້ງໆທີ່ບໍ່ຮູ້ວ່າໃຜຜິດ) ຫັນໜ້າລົມກັນ ເຄຼຍໃຫ້ຈົບ ມີຜູ້ຍິງໃຫ້ຄຳແນະນຳວ່າຄວນຈະຮີບງໍ້ໃນລະຍະເລີ່ມຕົ້ນ ບໍ່ວ່າຈະຖືກຫຼືຜິດ

           ນອກຈາກນີ້ຍັງມີຜູ້ຍິງປະເພດງອນເອງດີເອງໄດ້ ຜູ້ຍິງແບບນີ້ອາດຈະເຈີະແຟນປະເພດງໍ້ຄົນບໍ່ເປັນ ງອນດົນໆຈົນເລີກງອນໄປເອງ ຫຼືເຈີະຝ່າຍຊາຍປະເພດທີ່ຢ່າເລີ່ມຕົ້ນບັນຫາຫຍັງຂື້ນມາກ່ອນ ເພາະໄປໆ ມາໆ ຝ່າຍຊາຍຈະຄຽດຫຼາຍກວ່າ ຜົນລັບທີ່ໄດ້ອາດຈະບໍ່ຄຸ້ມກັບອາການທີ່ຕົນສະແດງອອກ ຈື່ງຮຽນຮູ້ໄດ້ເອງວ່າຄວນຈະຕັດພຶດຕິກຳນີ້ອອກໄປ

           ເປັນແນວໃດກັນແດ່ຜູ້ຊາຍ ໄດ້ຮຽນຮູ້ເຖິງຄວາມຄິດຂອງຝ່າຍຍິງວ່າ ເຫດຜົນ ສາເຫດ ອາການແລະວິທີແກ້ອາການງອນນັ້ນຕ້ອງເຮັດແນວໃດກັນແດ່ ຫວັງວ່າຄົງຈະໄດ້ປະໂຫຍດຈາກບົດຄວາມນີ້ ແລ້ວກໍ່ນຳໄປປັບໃຊ້ກັບຄູ່ຂອງຕົວເອງເບີ່ງ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃນບ່ອນເຮັດວຽກງານເຊີ່ງຕ້ອງເຮັດວຽກຮ່ວມກັນລະຫວ່າງສອງເພດ ຢ່າປ່ອຍໃຫ້ຄວາມແຕກຕ່າງລະຫວ່າງເພດ ເຮັດໃຫ້ເຈົ້າເວົ້າລົມກັນບໍ່ຮູ້ເລື່ອງ ນີ້ຄືກົນລະຍຸດທີ່ມີປະສິດທິພາບທີ່ສຸດ ໃນການສື່ສານກັນໃນບ່ອນເຮັດວຽກລະຫວ່າງສອງເພດ

       ໃນໜັງສືເລື່ອງ Brain Sex ນັກພັນທຸກຳວິທະຍາ ແອນນ໌ ມົວຮ໌ ແລະຜູ້ຮ່ວມຂຽນ ເດວິດ ຣັສເຊລລ໌ ລະຍຸວ່າ ສະໝອງຜູ້ຍິງແລະຊາຍມີໂຄງສ້າງ ແລະຂະບວນການຍ່ອຍຂໍ້ມູນທີ່ແຕກຕ່າງກັນ ດັ່ງນັ້ນ ດຣ. ມົວຮ໌ ຈື່ງຂໍໃຫ້ເຮົາຢຸດ “ສົງຄາມລະຫວ່າງເພດ“ ສາ ເນື່ອງຈາກບໍ່ມີໃຜທີ່ຖືກກວ່າຫຼືດີກວ່າ ເຮົາກໍ່ພຽງບໍ່ຄືກັນເທົ່ານັ້ນເອງ ແລະໃນການສື່ສານລະຫວ່າງກັນ ມັນຈະຊ່ວຍໄດ້ຫຼາຍຖ້າຍິງແລະຊາຍຢຸດຕັດສິນກັນ ແລະເລີກພະຍາຍາມທີ່ຈະປ່ຽນກັນແລະກັນສາ

ການສື່ສານຂອງຍິງແລະຊາຍ

       ຜູ້ຊາຍເນັ້ນທີ່ອຳນາດ ລຳດັບ ແລະສະຖານະພາບ ຜູ້ຍິງເນັ້ນທີ່ສຳພັນທະພາບ

       ຜູ້ຊາຍມັກຈະໃຫ້ລາຍງານຫຼືຂໍ້ມູນ ຜູ້ຍິງເວົ້າເພື່ອເກັບຂໍ້ມູນຫຼືຫາການສະນັບສະໜູນ

       ຜູ້ຊາຍເວົ້າເຖິງສີ່ງຂອງ (ທຸລະກິດ ກິລາ ອາຫານ) ຜູ້ຍິງມັກເວົ້າເຖິງຄົນ

       ຜູ້ຊາຍເນັ້ນບ່ອນຂໍ້ເທັດຈິງ ເຫດຜົນ ຜູ້ຍິງເນັ້ນອາລົມ ຄວາມຮູ້ສືກ ແລະຄວາມໝາຍ

       ຜູ້ຊາຍຮູ້ດ້ວຍການວິເຄາະແລະຄາດເດົາ ຜູ້ຍິງຮູ້ດ້ວຍລາງສັງຫອນ

       ຜູ້ຊາຍຈະຮັບຄຳສັ່ງ ກົດ ແລະໂຄງສ້າງໄດ້ຢ່າງສະບາຍໃຈ ຜູ້ຍິງມັກຫຍັງທີ່ລ່ຽນໄຫຼຫຼາຍກວ່າ

       ຜູ້ຊາຍຈະຢາກເລີ່ມລົງມືເຮັດວຽກໃນທັນທີ ຜູ້ຍິງມັກຈະຖາມຄຳຖາມຫຼາຍຢ່າງກ່ອນເລີ່ມວຽກ

       ຜູ້ຊາຍຢາກຄິດ ຜູ້ຍິງຢາກທີ່ຈະຮູ້ສືກ

  ເຊື່ອມຊ່ອງຫວ້າງການສື່ສານລະຫວ່າງເພດ

           ປະເດັນເລື່ອງຂໍ້ມູນ ຜູ້ຍິງຈະໄດ້ຂໍ້ມູນຈາກການຖາມຄຳຖາມ ແຕ່ຜູ້ຊາຍເບີ່ງວ່າການຖາມຄຳຖາມເປັນສັນຍານຂອງຄວາມອອ່ນແອ ດັ່ງນັ້ນ ຜູ້ຊາຍຈື່ງຄວນເຂົ້າໃຈໃນຂະບວນການລວບລວມຂໍ້ມູນນີ້ ແລະຟັງຄຳຖາມແດ່ ສ່ວນຜູ້ຍິງກໍ່ຕ້ອງແນ່ໃຈວ່າຜູ້ຊາຍມີຂໍ້ມູນຫຼາຍພໍ ເພາະຖ້າເຂົາບໍ່ເຂົ້າໃຈ ພວກເຂົາກໍ່ອາດບໍ່ຂໍຄວາມຊ່ວຍເຫຼືອ?

           ການປຽບທຽບ ຜູ້ຍິງມັກໃຊ້ເລື່ອງກ່ຽວກັບເຮືອນຫຼື ຄວາມສຳພັນເພື່ອການປຽບທຽບ ຂະນະຜູ້ຊາຍມັກຈະໃຊ້ປຽບທຽບກັບກິລາຫຼືສົງຄາມ ເຊີ່ງອາດຈະເຮັດໃຫ້ເກີດຄວາມເຂົ້າໃຈຜິດກັນໄດ້ ເພາະຕ່າງຝ່າຍຕ່າງຕາມຄວາມຄິດອີກຝ່າຍບໍ່ທັນ ເຮົາຈື່ງຄວນຫຼີກລ່ຽງການໃຊ້ພາບທີ່ສະເພາະເຈາະຈົງເຊັ່ນນີ້ໃນການສື່ສານ ແຕ່ລອງປ່ຽນມາໃຊ້ພາບທີ່ເປັນກາງໆ ແທນ ຕົວຢ່າງເຊັ່ນ ດິນຟ້າອາກາດ ຫຼືທຳມະຊາດ

           ອຳນາດ ຜູ້ຍິງເບີ່ງວ່າຜູ້ຊາຍເນັ້ນອຳນາດຫຼາຍເກີນໄປ ຂະນະທີ່ຜູ້ຊາຍກໍ່ເບີ່ງວ່າຜູ້ຍິງອອ່ນແອ ໃນກໍລະນີແຕ່ລະເພດຄວນຮຽນຮູ້ຈາກກັນແລະກັນ ຜູ້ຊາຍຄວນເນັ້ນທີ່ການປອງດອງກັນຫຼາຍຂື້ນ ແລະຜູ້ຍິງກໍ່ຄວນກ້າຫຼາຍຂື້ນ

          ການເຂົ້າສູ່ປະເດັນ ຜູ້ຍິງມັກເລົ່າເລື່ອງແລະຟັງເລື່ອງເລົ່າ ແຕ່ຜູ້ຊາຍບໍ່ຕ້ອງການຟັງເລື່ອງເລົ່າ ພວກເຂົາຢາກເຂົ້າປະເດັນເລີຍຫຼາຍກວ່າ ພວກເຂົາບໍ່ແຄຮ໌ເລື່ອງເສັ້ນທາງ ສົນໃຈກໍ່ແຕ່ຈຸດໝາຍປາຍທາງ ເຮັດໃຫ້ແຕ່ລະຝ່າຍເລີ່ມໝົດຄວາມອົດທົນຕໍ່ກັນ ຜູ້ຍິງຢາກໄດ້ລາຍລະອຽດ ແຕ່ຜູ້ຊາຍກ໙ຈະເບີ່ງແຕ່ພາບໃຫ່ຍ ສີ່ງທີ່ຕ້ອງເຮັດກໍ່ຄື ຜູ້ຊາຍຕ້ອງຮູ້ຈັກອະທິບາຍຄວາມຄິດຂອງຕົວເອງ ແລະບໍ່ສະຫຼຸບໄວເກີນໄປ ແລະຜູ້ຍິງກໍ່ຄວນເຂົ້າປະເດັນໃຫ້ໄວຂື້ນແດ່

          ຂໍ້ແທ້ຈິງກັບຄວາມຮູ້ສືກ ໂດຍທົ່ວໄປຜູ້ຍິງຈະຮູ້ສືກສະບາຍໃຈຫຼາຍກວ່າໃນການເວົ້າເຖິງຄວາມຮູ້ສືກຂອງຕົວເອງ ແຕ່ຜູ້ຊາຍມັກທີ່ຈະເນັ້ນເລື່ອງຂໍ້ແທ້ຈິງແລະຂ້າມເລື່ອງຄວາມຮູ້ສືກໄປ ແຕ່ການສື່ສານທຸກຢ່າງລວ້ນມີອົງປະກອບທັງສອງຢ່າງ ມັນຈື່ງເປັນເລື່ອງສຳຄັນທີ່ຈະເບີ່ງໃຫ້ເຫັນວ່າການສື່ສານມີທັງສອງສ່ວນ ຜູ້ຊາຍສາມາດເພີ່ມຄວາມສະຫຼາດທາງອາລົມເຂົ້າໄປ ດ້ວຍການເວົ້າທຳນອງວ່າ “ຂ້ອຍຮູ້ວ່າເລື່ອງນີ້ຄຽດຫຼາຍສຳຫຼັບເຈົ້າ ລອງມາຫາວິທີທີ່ຈະຈັດການກັບບັນຫາທີ່ເຮົາກຳລັງເຈີະກັນດີກວ່າ“ ສ່ວນຜູ້ຍິງກໍ່ຄວນຫຼົດຄວາມເຂັ້ມຂົ້ນຂອງອາລົມລົງ ແລະເວົ້າວ່າ “ຂ້ອຍຄິດວ່າເຮົາຕ້ອງລົມກັນເລື່ອງປະເດັນຫຼັກໆ ທີ່ຂວາງທາງໃນການເຮັດຕາມແຜນການຂອງເຮົາ”

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊ່ວງເວລາຮັກຫວານຮັນນີມູນຂອງຄູ່ແຕ່ງງານເຂົ້າໃຫ່ມປາມັນ ອາດພັງທະລາຍໄດ້ພຽງສ້ຽວວິນາທີ ດ້ວຍ 4 ເລື່ອງອັນຕະລາຍເຫຼົ່ານີ້

ເງິນທອງຕ້ອງ ( ຮີບ ) ເຄຍຮ໌

         ຢ່າງທຳອິດທີ່ຕ້ອງເຮັດຄືເຄຍຮ໌ບິລງານແຕ່ງງານໃຫ້ໄວທີ່ສຸດ ບໍ່ດັ່ງນັ້ນໄດ້ສົມທົບໜີ້ບານໃນອານາຄົດແທ້ໆ ແລ້ວຖ້າເຈົ້າມີແຜນຈະຊື້ເຮືອນ ຄວນລົມກັນຕັ້ງແຕ່ກ່ອນແຕ່ງງານດ້ວຍຊ້ຳ ໃຜມີໜີ້ຫຍັງ ແຕ່ລະຝ່າຍກໍ່ຕ້ອງຮັບຮູ້ແລະໂອ້ລົມກັນຢ່າງເປີດອົກ

ໝູ່ຮັກ ຫັກບໍ່ໄດ້

        ແທ້ຈິງແລ້ວໝູ່ມີຄວາມສຳຄັນຫຼາຍຕໍ່ຊີວິດຄູ່ ເພາະສະນັ້ນ ຢ່າເຜີຖີ້ມໝູ່ໂດຍບໍ່ຮູ້ຕົວຊ່ວງຫຼັງແຕ່ງງານ ຂໍໃຫ້ເຈົ້າລົມກັບໝູ່ເພື່ອນໃຫ້ຊັດເຈນວ່າ ພວກເຈົ້າຍັງເປັນໝູ່ກັນເໝືອນເດີມ ເຈົ້າອາດຈະຊວນໝູ່ໃຫ້ມາເຮືອນຫຼືອອກໄປທ່ຽວກັບໝູ່ກໍ່ໄດ້

ເຊັກສ໌ນ້ອຍ ຖອຍຮັກ

        ໜ້າຕົກໃຈແທ້ໆ ແລ້ວ 60% ຂອງຄູ່ແຕ່ງງານໃໝ່ມີຊີວິດເຊັກສ໌ແຫ້ງຜາກກັນແລ້ວ ນີ້ອາດເປັນເພາະເຈົ້າຫຍຸ້ງຈົນບໍ່ມີເວລາເພາະຕ້ອງຈັດການຫຍັງຕໍ່ຫຍັງຫຼັງແຕ່ງງານໃໝ່ໆ ຫຼືເຈົ້າອາດພຽງຮູ້ສືກຫົດຫູ່ກໍ່ຊີວິດຄູ່ຄົງຄວາມເຊັກຊີ່ຕື່ນເຕັ້ນໄດ້ດ້ວຍການ ໝັ່ນເຟລີຮ໌ຕໃສ່ກັນເລື້ອຍໆ ເຊັ່ນ ອາດເຮັດຕົວຂີ້ດື້ໜ້ອຍໆດ້ວຍການສົ່ງຮູບພາບເຊັກຊີ່ຢົ້ວຢວນເຂົາ ຫຼືກະຊິບຂ້າງຫູເຂົາເບົາກ່ອນເຂົາໄປເຮັດວຽກວ່າ  ຄ່ຳນີ້ຂ້ອຍຊິເຮັດຂອງກິນໄວ້ຖ້າເຈົ້າກັບມາເດີ

ຜິດຖຽງກັນຖີ່ໆ ມີສິດເລີກ

         ບໍ່ມີຄູ່ຮັກໃດທີ່ບໍ່ຜິດຖຽງກັນເລີຍ ແຕ່ເພື່ອອານາຄົດຊີວິດຄູ່ທີ່ລາບລື່ນ ເຈົ້າຕ້ອງຄວບຄຸມອາລົມໃຫ້ດີ ຄວນຮູ້ເມື່ອໃດຄວນຍາດແລະເມື່ອໃດຄວນຢຸດ ແລະເມື່ອໃດທີ່ຮູ້ວ່າຕົວເອງກຳລັງຄຽດຈົນຕົວສັ່ນ ຂໍໃຫ້ຍ່າງອອກມາສະຫງົບສະຕິອາລົມກ່ອນຈັກບຶດໜື່ງກໍ່ຍັງດີ ບໍ່ແນວນັ້ນເຈົ້າອາດຈະເວົ້າຫຼືເຮັດຫຍັງແບບຂາດສະຕິເຊີ່ງເຈົ້າເອງນັ້ນແລະຈະເສຍໃຈພາຍຫຼັງ ຫຼັງຜິດຖຽງກັນແລ້ວຂໍໃຫ້ເຈົ້າທັງສອງລົບຄວາມໝົ່ນໝອງຂ້ອງໃຈ ຫ້າມແຄ້ນຝັງໃຈກັນ ຈະຄືນດີດ້ວຍການກຸກກິກກັນກໍ່ໄດ້

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫຼາຍຄົນອາດຈະບໍ່ຍອມຮັບອາການນີ້ວ່າໄດ້ເກີດຂື້ນກັບພຶດຕິກຳລ້ຽງສຳພັນຊາຍເທື່ອລະຫຼາຍໆ ຄົນ

1. ມັກປະຕິເສດວ່າເຂົາບໍ່ແມ່ນ

 ທຸກຢ່າງດຳເນີນໄປດ້ວຍເຫດແລະຜົນ ຊີວິດຮັກຂອງຜູ້ຍິງຫຼາຍໃຈເອງກໍ່ເຊັ່ນກັນ ຄົນທີ່ເຄີຍວ່າເປັນຮັກທີ່ “ແມ່ນ“ ຂອງເຈົ້າກັບເປັນຄົນຮັກທີ່ “ບໍ່ແມ່ນ“ ຂື້ນມາເສີຍໆແນວນັ້ນ ເຫດຜົນຂອງເຈົ້າກໍ່ເບີ່ງບໍ່ກະຈ່າງແຈ້ງ ຮູ້ແຕ່ວ່າທີ່ເຈົ້າເລີກຮັກເຂົາກໍ່ເພາະເຂົາບໍ່ແມ່ນເທົ່ານັ້ນ

2. ປາກຫວານຊວນຜູ້ຊາຍຫຼຽວເບີ່ງ

 ວາຈາຈິດຂອງເຈົ້າມັນຊ່າງເຢົ້າຢວນກວນອາລົມໃຫ້ຊາຍມາຫຼົງສະເນ່ຢ່າງຫົວປັກຫົວປຳ ຜູ້ຊາຍຄົນໃດກໍ່ຕາມທີ່ຫຼົງມາສະດັບຮັບຟັງຄຳເຈລະຈາສຸດສໍເລາະຂອງເຈົ້າ ມີອັນຕ້ອງໂດດລົງມາໃນຫຼຸມພາງຄວາມຮັກຂອງເຈົ້າທັ້ງນັ້ນ

3. ໝູ່ສະນິດຜູ້ຊາຍເຕັມໄປໝົດ

ຄົນຈັກຄົນຕໍ່ຈັກຄົນ ເຈົ້າກໍ່ບໍ່ຍອມເປີດວ່າເປັນ “ຄົນຮັກ“ ຈັກເທື່ອ ແຕ່ຜູ້ຊາຍເອງກໍ່ດັນບ້າເຫີ່ຕີຄວາມໄປເອງວ່າ “ການເປັນໝູ່ສະນິດຄືຈຸດສະຕາຮ໌ຄວາມສຳພັນຂອງຄວາມຮັກ“ ທັ້ງທີ່ຈິງແລ້ວເຈົ້າສະນິດແລະຮັກເຂົາໃນຖານະໝູ່ເພື່ອນກັນແທ້ໆ ຕ່າງຫາກ

4. ຢ້ານການຜູກມັດ

 ຜູ້ຍິງຫຼາຍຄົນທີ່ຢ້ານການຜູກມັດເມື່ອຕ້ອງຄົບກັບຜູ້ຊາຍຄົນໃດຄົນໜື່ງ ເພາະການທີ່ຈະຄົບໃຜຈິງຈັງຕ້ອງມີຄວາມເສຍສະຫຼະສູງ ແລະການທີ່ຕ້ອງເສຍສະຫຼະນີ້ເອງທີ່ເຮັດໃຫ້ຜູ້ຍິງຫຼາຍຄົນເຮັດບໍ່ໄດ້ ແລະອີກປະການໜື່ງຄືຄວາມເຈັບປວດທີ່ເຄີຍເກີດຂື້ນຈາກການເສຍສະຫຼະຂອງຜູ້ຍິງເຫຼົ່ານັ້ນ ແລະໄດ້ຮັບຜົນຕອບແທນອັນເຈັບປວດຈາກຜູ້ຊາຍຄົນເກົ່າຂອງພວກເຈົ້າ ເຮັດໃຫ້ພວກເຈົ້າຢ້ານທີ່ຈະເສຍຄວາມຮູ້ສືກຮັກນີ້ໃຫ້ໃຜອີກຄັ້ງ

5. ປ່ຽນໃຈຮັກງ່າຍ

 ຖ້າຄົນໃນອາດີດຄືຄົນທີ່ແມ່ນແລ້ວ ແຕ່ເຈົ້າກັບປະຕິເສດຄວາມຮັກເພື່ອໄປຮັກກັບຄົນປັດຈຸບັນທີ່ຖືເປັນຄົນທີ່ “ແມ່ນກວ່າ“ ເຊີ່ງສຳຫຼັບຄົນເຈົ້າຊູ້ຫຼາຍໃຈຢ່າງເຈົ້ານັ້ນບໍ່ມີຄົນທີ່ “ແມ່ນທີ່ສຸດ“ ດ໋ອກ ເພາະໃນອານາຄົດເຈົ້າອາດປ່ຽນໃຈໄປຮັກຄົນທີ່ “ແມ່ນຫຼາຍກວ່າແມ່ນ“ ຂື້ນໄປອີກເລື້ອຍໆ

6. ຊັງຜູ້ຊາຍຫຼາຍໃຈ

 ຜູ້ຍິງຫຼາຍໃຈບໍ່ມັກເລີຍ ຖ້າຈະຕ້ອງມາປະທະກັບຜູ້ຊາຍຫຼາຍໃຈນຳກັນເອງ ເພາະຕ່າງຄົນຮູ້ດີວ່າຕ່າງມີວິຖິຄວາມຮັກທີ່ບໍ່ທຳມະດາລວມເຖິງຕ່າງກໍ່ຮູ້ການທີ່ຈະຢຸດຫົວໃຈເອົາໄວ້ທີ່ໃຜນັ້ນມັນບໍ່ແມ່ນເລື່ອງງ່າຍ ເພາະຕ່າງກໍ່ຮັກງ່າຍຫຼາຍຮັກກັນທັ້ງນັ້ນ ດັ່ງນັ້ນຄວາມຮັກລະຫວ່າງຜູ້ຍິງເຈົ້າຊູ້ກັບຜູ້ຊາຍເຈົ້າຊູ້ຈື່ງມັກຈະໄປກັນບໍ່ລອດ

7. ມັກຄິດວ່າຕົວເອງບໍ່ໄດ້ເຈົ້າຊູ້ຈັກໜ້ອຍ

 ຫ້າມມາເອີ້ນເຈົ້າວ່າ “ເຈົ້າຊູ້“ ຫຼືກະທົບກະທັ່ງວ່າເຈົ້າຫຼາຍໃຈເປັນເດັດຂາດເພາະເຈົ້າມັກບໍ່ເຄີຍບອກຮັກໃຜງ່າຍໆ ແລະບໍ່ເຄີຍບອກຮັກໃຜກ່ອນຊ້ຳ ມັນຊ່ວຍບໍ່ໄດ້ທີ່ສະເນ່ແລະຄວາມງາມຂອງເຈົ້າໄດ້ດືງດູດເພດຕົງຂ້າມເຂົ້າມາຫາເຈົ້າເອງ

8. ຄ້ວາຜູ້ຊາຍເທື່ອລະຫຼາຍກວ່າ 1 ຄົນ

 ອີກສາຍາໜື່ງທີ່ຜູ້ຊາຍທັງຫຼາຍພາກັນແຕ່ງຕັ້ງໃຫ້ເຈົ້າຄື “ຜູ້ວ່າການລົດໄຟ“ ເພາະເຈົ້າສະຫຼັບລາງບໍ່ໃຫ້ຊົນກັນໄດ້ເກັ່ງຫຼາຍກວ່າເຈົ້າໜ້າທີ່ອີກ

9. ມັກຂູ່ດ້ວຍຊື່ຜູ້ຊາຍຄົນອື່ນ

 ມື້ໃດຖ້າເກີດເຈົ້າບໍ່ພໍໃຈເຂົາ ຫຼືວ່າເຂົາເຮັດຫຍັງບໍ່ໄດ້ດັ່ງໃຈເຈົ້າຂື້ນມາແລ້ວກໍ່ ເຈົ້າກໍ່ຈະສ້າງສະຖານະການຄຽດແລະກົດດັນເຂົາດ້ວຍການສະແດງບົດເອື້ອອາທອນສົນໃຈຜູ້ຊາຍຄົນອື່ນຫຼາຍກວ່າເຂົາ ຫຼືບໍ່ກໍ່ເຖິງຂັ້ນສະແດງພາບບາດຕາບາດໃຈກັບຜູ້ຊາຍຄົນອື່ນ ອັນເປັນການກວນໃຈບັນດານໂທສະແກ່ເຂົາ ຈົນເຂົາຕ້ອງຍອມແລະຍອມເຮັດຕາມທີ່ເຈົ້າບັນຊາມາທຸກຢ່າງແຕ່ໂດຍດີ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂີ້ຫຶງຈະເບີ່ງໂລກຜ່ານເລນສ໌ບິດບ້ຽວຜິດຮູບ ຄືເບີ່ງເຫັນອັນຕະລາຍໃນທີ່ໆບໍ່ມີຫຍັງເລີຍ

ທຸກຄົນຍ່ອມມີອາລົມຫຶງຫວງຂື້ນມາເປັນທຳມະດາຖ້າເຫັນໜຸ່ມຄູ່ໃຈໄປເກາະຕິດກັບສາວອື່ນໃນງານ ແຕ່ສຳຫຼັບຄົນທີ່ມີນິໄສຂີ້ຫຶງນັ້ນມັກເກີດຈາກປົມໃນອາດີດ ເຊັ່ນ ພໍ່ຫຼືແມ່ມີຊູ້ ຫຼືກັບບ້ານມາເຈີະຄົນຮັກກຳລັງມົ້ວກັບເພື່ອນບ້ານຢູ່ ແນ່ນອນວ່າປະສົບການຮ້າຍໆແບບນີ້ຍ່ອມກາຍເປັນປົມທີ່ຈື່ຈຳຝັງໃຈ

ນອກຈາກຈະສ້າງທັດສະນະຄະຕິເຊີງຖາກຖາງກ່ຽວກັບຄວາມສຳພັນແລ້ວ ຍັງເຮັດໃຫ້ເຮົາໃຊ້ປົມພວກນີ້ມາຕັດສິນ ເຊັ່ນ ຖ້າມີແຟນເປັນຜູ້ຊາຍເຈົ້າຊູ້ຈີບສາວບໍ່ເລືອກໜ້າ ເຮົາກໍ່ຈະຄິດເໝົາເລີຍວ່າ ຜູ້ຊາຍທຸກຄົນຈະນອນກັບຜູ້ຍິງໄປທົ່ວຖ້າມີໂອກາດເຖິງແມ້ພຽງໜ້ອຍດຽວ ສຳຫຼັບຜູ້ຊາຍບາງຄົນອາດເປັນເຊັ່ນນັ້ນແທ້ ແຕ່ຜູ້ຊາຍດີໆທີ່ບໍ່ມົ້ວກໍ່ຍັງພໍມີເຫຼືອຢູ່ໂລກໃບນີ້


ຄົນທີ່ອາການແບບນີ້ຕ້ອງປັບປຸງຄວາມເຊື່ອໝັ້ນໃນຕົວເອງໂດຍດ່ວນ

ເພາະຖ້າຢາກມີຄວາມສຸກກັບຄົນຮັກປັດຈຸບັນກໍ່ຕ້ອງພະຍາຍາມຄິດໃຫ້ໄດ້ວ່າ

ເຂົາຈະໄປຕ້ອງການຄົນອື່ນເຮັດຫຍັງໃນເມື່ອມີຂ້ອຍຢູ່ແລ້ວທັ້ງຄົນ

ອັດຕາເຕັມປ່ຽມແບບນີ້ຄືປະການປ້ອງກັນອາການຂີ້ຫຶງໄດ້ຫຼາຍ


ທຸກຄົນຍ່ອມມີອາລົມຫຶງຫວງແດ່ເປັນຄັ້ງຄາວ ແຕ່ຄົນທີ່ບໍ່ໄວ້ໃຈຜູ້ອື່ນແບບສຸດໆ ຈະມີອາການຫຶງຫວງກັບທຸກຄົນທີ່ຕົວເອງອອກເດດຫຼືມີຄວາມສຳພັນນຳ ແລະສາເຫດທີ່ຫຶງຈົນໜ້າມືດຂະໜາດນີ້ກໍ່ເພາະ


ຄວາມບໍ່ໝັ້ນຄົງ

ຄວາມຫຶງຫວງແລະຄວາມບໍ່ໄວ້ໃຈມັກມີບໍ່ເກີດມາຈາກຄວາມບໍ່ໝັ້ນຄົງ ເລື່ອງນີ້ເປັນເຫດເປັນຜົນກັນ

ຄົນທີ່ຢູ່ໃນອາລົມຫຶງຫວງແລະບໍ່ໝັ້ນຄົງຈະສະແດງອອກໄດ້ 2 ທາງຄື ເກີດອາການຈິດຕົກຄິດເອົາເອງເປັນຕຸເປັນຕະວ່າ ຄົນຮັກຂອງຕົວເອງກຳລັງຈະໜີໄປ ຫຼືບໍ່ກໍ່ເຮັດຕົວຊົ່ວໆຄືນັກເລງຄອຍຫາເລື້ອງ ຖ້າຮູ້ສືກວ່າຕົວເອງອາການບໍ່ດີ ພາຍໃນໃຈມັນປັ່ນປ່ວນເຫຼືອເກີນ ວິທີທີ່ດີທີ່ສຸດຄືເຮັດໃຫ້ຕົວເອງຮູ້ດສືກດີຂື້ນດ້ວຍການພະຍາຍາມຄວບຄຸມທຸກຢ່າງແລະທຸກຄົນທີ່ຢູ່ຮອບຕົວ ລອງຫຼິ້ນບົດໃຈແຂງດ້ວຍການປ່ອຍວາງທຸກເທື່ອທີ່ຮູ້ສືກຫຶງຫວງຫວານໃຈ ວິທີນີ້ຈະເຮັດໃຫ້ເຂັ້ມແຂງຂື້ນ ແຮງໄປກວ່ານັ້ນຖ້າເຮັດໃຈແຂງເມີນເສີຍບໍ່ສົນໃຈໃຍດີດົນນານເທົ່າໃດ ອີກຝ່າຍຈະກາຍເປັນຄົນທີ່ຮູ້ສຶກບໍ່ໝັ້ນຄົງຂື້ນມາແດ່ ໄປໆມາໆກໍ່ຈະບໍ່ກ້າຖິ້ມເຮົາໄປໃສເລີຍ

ໄວເດັກ

ຜູ້ຊ່ຽວຊານບອກວ່າລູກຄົນກາງມັກເປັນຄົນຂີ້ອິດສາ ອາດເປັນເພາະລູກຄົນກາງມັກຮູ້ສືກວ່າຖືກຖິ້ມແລະເບີ່ງຂ້າມ ນອກຈາກນັ້ນຖ້າໃນອາດີດພໍ່ຫຼືແມ່ມີຊູ້ ກໍ່ອາດເປັນປົມໃຫ້ເຮົາຄິດສົງໄສຄົນຮັກຂອງຕົວເອງເຊັ່ນກັນ ເຮົາອາດໃຊ້ຄວາມສຳພັນຂອງພໍ່ແມ່ທີ່ເຮົາເຄີຍເຫັນມາຕັດສິນຄວາມສຳພັນຂອງຕົວເອງນຳ

ອາດີດ

ຖ້າເຮົາເປັນຝ່າຍຖືກຖີ້ມມາກ່ອນໜ້ານີ້ ຫຼືຖືກນອກໃຈເປັນປະຈຳ ກໍ່ອາດເປັນເຫດຜົນສົມຄວນທີ່ຈະບໍ່ໄວ້ໃຈຄົນຮັກ ເຮົາຮຽນຮູ້ຈາກປະສົບການວ່າຄົນບາງຄົນບໍ່ຄວນຄ່າທີ່ຈະມອບຄວາມໄວ້ວາງໃຈໃຫ້ ຫຼືບໍ່ນັ້ນເຮົາກໍ່ເບີ່ງຄົນບໍ່ເກັ່ງຫຼາຍ ຖ້າຄັ້ງສຸດທ້າຍາທີ່ຄົນຮັກອອກໄປແອ່ນນອກເຮືອນ ແລ້ວແອບໄປສະບືມກັບຄົນອື່ນ ຈື່ງມີສິດທີ່ເຮົາຈະຄິດໄດ້ທັນທີວ່າ ຄົນຮັກທີ່ຢູ່ນຳກັນໃນປັດຈຸບັນກໍ່ໜ້າຈະເຮັດແບບນັ້ນຄືກັນ ເຖິງວ່າມັນອາດຟັງແລ້ວບໍ່ໄດ້ສະຫຼາດກໍ່ຊ່າງ ກໍ່ຄົນມັນມີປົມໃນໃຈນີ້ນະ

ປະຫວັດຄວາມຊື່ສັດຂອງຕົວເອງ

ຖ້າເກີດຮູ້ສືກວ່າມັນຊ່າງຍາກເຢັນເຂັນໃຈເຫຼືອເກີນທີ່ຈະຊື່ສັດກັບຄົນພຽງຄົນດຽວ

ໃນເມື່ອຄິດແບບນີ້ເຮົາກໍ່ອາດຈະເໝົາເອົາວ່າຄົນອື່ນກໍ່ອາດຄິດຄືກັນ ນັກຈິດວິທະຍາບອກວ່າ ນີ້ຄືການເບີ່ງເຫັນຄຸນສົມບັດ ( ບໍ່ດີ )

ຂອງຕົວເອງໃນຕົວຜູ້ອື່ນ ເຮົາບໍ່ໄວ້ວາງໃຈຕົວເອງ ( ບໍ່ວ່າຕອນນີ້ຫຼືໃນອາດີດ ) ດັ່ງນັ້ນເຮົາກໍ່ເລີຍບໍ່ໄວ້ໃຈຄົນຮັກໄປດ້ວຍໂດຍປະລິຍາຍ

ຖ້າເຮົາມີນິໄສນອກໃຈຜູ້ອື່ນເປັນປະຈຳ ແຖມຍັງໜີລອດມາໄດ້ຕະຫຼອດ

ບໍ່ຕ້ອງສົງໄສເລີຍວ່າຄົນອື່ນກໍ່ຕ້ອງເຮັດແບບນີ້ກັບເຮົາຄືກັນ...ກົງກຳກົງກວຽນເນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ດີບໍ່ດີ...ຢູ່ທີ່ໃຈເຮົາ

ຫົວ...ເມື່ອຢາກຈະຫົວ

ຮ້ອງໄຫ້...ເມື່ອຢາກຮ້ອງໄຫ້

ແລະຕ້ອງຫົວໃຫ້ໄດ້ຫຼັງຮ້ອງໄຫ້ທຸກເທື່ອ!

ຢ່າເຮັດຫຍັງທີ່ບໍ່ຢາກເຮັດ...

ຈົ່ງເຮັດຫຍັງທີ່ໃຈຢາກເຮັດ...!


ຕົວໜັງສື...ຂຽນຜິດ...ລົບໄດ້

ການກະທຳ...ເຮັດຜິດ...ເອົາຫຍັງລົບ


ຄິດວ່າໝາກຳລັງໄລ່ກັດແມ໋...!

...ຈະໄດ້ຮີບແລ່ນເຂົ້າເສັ້ນໄຊ...

...ລົ້ມເມື່ອໃດຈະໄດ້ຮີບລຸກ...


ທຸກບາດກ້າວ ຂອງ ຄວາມຝັນ ຄື ບາດກ້າວ ຂອງ ຄວາມເມື່ອຍລ້າ

ທຸກບາດກ້າວ ຂອງ ຄວາມເມື່ອຍລ້າ ຄື ບາດກ້າວ ຂອງ ຄວາມສຳເລັດ


ຕໍ່ໃຫ້ທຸກທີ່ສຸດ...ກໍ່ຕ້ອງຜ່ານພົ້ນໄປຈົນໄດ້

ເມື່ອເຮົານັ່ງເບີ່ງອາດີ່ ເຮົາຍັງຜ່ານທຸກມາໄດ້ຕັ້ງຫຼາຍທຸກ

ກໍ່ໃນເມື່ອ..ຊີວິດ...ມັນຍັງມີຊີວິດ

ຂໍພຽງຢ່າທຸກກ່ອນເຈີະທຸກ

ຫຼັງທຸກ ຢ່າທຸກອີກ

ໃຫ້ທຸກ ແຕ່ຕອນທຸກ

ແລ້ວທຸກທີ່ສຸດ...ກໍ່ຈະເປັນ ທຸກ ເທົ່ານີ້ເອງ!


ໃຫ້ເຮັດໜ້າທີ່ທຸກໜ້າທີ່ດ້ວຍຫົວໃຈ

ໃຫ້ຫົວໃຈຊືມຊັບໃນໜ້າທີ່...

ແລ້ວເຮົາຈະບໍ່ຮູ້ສືກວ່າໜ້າທີ່ເປັນໜ້າທີ່

ແຕ່ເປັນການກະທຳທີ່ເກີດຈາກ...ຫົວໃຈຮຽກຮ້ອງ...ຕ່າງຫາກ


ດີບໍ່ດີ...ຢູ່ທີ່ໃຈເຮົາ...

ຖ້າໃຈເຮົາ...ຄິດດີ ເຮົາກໍ່ຈະເຈີະແຕ່ສີ່ງດີໆ

ຖ້າເຮົາເບີ່ງໃນທາງທີ່ດີ...ໃຈເຮົາກໍ່ຈະຮູ້ສືກດີ

ຖ້າກຳລັງໃຈດີ...ສີ່ງຊົ່ວຮ້າຍ...ກໍ່ຈະຄືດຄາຍເປັນ...ດີ!

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຢາກໄດ້ “ແຟນດີໆ ຈັກຄົນ“

ຍອມຮັບກັນມາເສຍດີໆວ່າຄຳໆນີ້ຝັງຮາກລືກລົງໄປໃນແຮງປາຖະໜາຂອງສາວໆມາດົນນານຫຼາຍປີດີດັກແລ້ວ ກໍ່ວ່າ ເກີດມາທັ້ງທີ ກໍ່ຢາກໄດ້ຜູ້ຊາຍດີໆ ມາເບີ່ງແຍງບໍ່ໃຫ້ເສຍຊາດເກີດ ບາງຄົນອາດໃຝ່ຝັນເຖິງສຸພາບບຸລຸດແມນເຕັມຮ້ອຍທີ່ຈະມາເຮັດໃຫ້ເຮົາຮູ້ສືກຄືກັບເປັນເຈົ້າຍິງ ຄອຍບົວລະບັດພັດວີ ປົກປ້ອງ ເບີ່ງແຍງ ເທັກແຄຮ໌ ແລະຮັກເຮົາປານຈະສະລະຊີວິດໃຫ້ໄດ້

 ແຕ່ແລ້ວເມື່ອເຮົາໄດ້ກັບມາສູ່ໃນໂລກແຫ່ງຄວາມຈິງ ແຕ໋ວແນວ!!! ຜູ້ຊາຍດີໆ ທີ່ວ່າຊ່າງຫາຍາກຫຼາຍກວ່າສັດສະຫງວນໃນເຂດປົກຄອງສັດປ່າ ແຖມບາງຄົນຕອນທຳອິດ ກໍ່ເຂົ້າມາເບີ່ງຊະດູດີ ພໍຄົບໄປບໍ່ເຖິງປີຄວາມຊົ່ວກໍ່ບັນເຈີດ ແຖມເຈົ້າຊູ້ ບ້າອຳນາດ ເຫັນແກ່ຕົວ ສາລະພັດຄວາມໜ້າຢ້ານບໍ່ຮູ້ຈະຈັດການແນວໃດ ນອກຈາກເຊກຸດບ່າຍໄປຊົບບ່າເພື່ອນສາວນຳກັນເອງ... ແລ້ວຊາດນີ້ເຮົາຍັງຈະເຮັດຝັນໃຫ້ເປັນຈິງໄດ້ອີກຫວະ

 ຂ້ອຍຢາກບອກວ່າ ເຮັດໄດ້ ສະບາຍຫຼາຍ ເພາະຄວາມຈິງແລ້ວ ການຄວງຄູ່ກັບຜູ້ຊາຍນະ ບໍ່ຍາກຢ່າງທີ່ຄິດຫຼາຍດ໋ອກ ຂໍພຽງເຮົາຮູ້ເທັກນິກ ກ້າໃສ່ຈິດນ້ອຍໆ ມາຊຸ່ມຊ້ອມຝືກວິຊາກັນບໍ່ດົນ ຮັບຮອງໄດ້ວ່າຕຳແໜ່ງແຊ້ມຄອງໃຈຊາຍປະຈຳປີນີ້ຍ່ອມຕົກເປັນຂອງເຮົາແບບຊີວໆ

  ເພື່ອນສາວທັງຫຼາຍ ເຮົາຈົ່ງມາຮັບຮູ້ນຳກັນວ່າ ຜູ້ຊາຍນະເປັນສີ່ງມີຊີວິດທີ່ອອ່ນແອເກີນກວ່າຈະເອົາຊະນະສັນຊາດຕະຍານຂອງຕົວເອງໄດ້ ດັ່ງນັ້ນ ວິທີຈະປາບຊຽນເພບອຍໃຫ້ຢູ່ມັດ ກໍ່ຄືຕ້ອງງັດມານຍາເອົາຊະນະຈຸດອອ່ນໃຫ້ໄດ້ ເທົ່ານີ້ທຸກຢ່າງກໍ່ເລີດໄດ້ໄປເຕັມໆ ບໍ່ຕ້ອງລົງທືນລົງແຮງຫຍັງຫຼາຍ ເຮົາກໍ່ຈະໄດ້ໃນສີ່ງທີ່ຕ້ອງການມາຢູ່ໃນກຳມື

  ເພາະອຳນາດຂອງຜູ້ຍິງນັ້ນແຮງ ແລະມານຍາກໍ່ເປັນອາວຸດລັບທີ່ແສນຈະຄຼາດສິກ ລອງເບີ່ງຈັກຕັ້ງບໍ່ເສຍຫາຍຫຍັງນີ່ ເອົາເປັນວ່າຂັ້ນທຳອິດ ຂໍພຽງແຕ່ເຮົາຍອມຮັບກັບຕົວເອງໃຫ້ໄດ້ກ່ອນວ່າ

1 ເຮົາ want ການທີ່ຈະເປັນຜູ້ທີ່ຖືກຮັກແລະຖືກເບີ່ງແຍງເອົາໃຈໃສ່

2 ເຮົາຢາກມີຄວາມຮັກສົດໃສທີ່ໃຜໆ ກໍ່ອິດສາ

  ຖ້າເຮົາຕ້ອງການທັງສອງຂໍ້ນີ້ແລ້ວ ຈະນັ່ງຢູ່ເສີຍໆ ສູດມົນພາວະນາໃຫ້ຄວາມຝັນເປັນຈິງຢູ່ເພື່ອ...? ກ້າລຸກ ກ້າລຸຍ ຮຽນຮູ້ນິໄສຜູ້ຊາຍແບບເຖິງຮາກເຖິງໂຄນ ໂດຍສະເພາະນິໄສປະເພດທີ່ he ມັກປິດບັງໄວ້ຕອນເຂົ້າມາຈີບເຮົາ ແລ້ວເຜີຍໂສມອອກມາທີຫຼັງໃຫ້ປວດໃຈຫຼີ້ນໆ ຈາກນັ້ນກໍ່ຈັດການຮຸດເຂົ້າເຕັມທີ່ ດ້ວຍວິຊາມານຍາຍິງ ຮັບຮອງວ່າຄາວນີ້ຜູ້ຊາຍລາຍໃດລາຍນັ້ນ ໂດນເຮົາຊັດຊະຢູ່ມັດຈົນໄປໃສບໍ່ລອດແນ່ໆ ແລ້ວເຮົາກໍ່ຈະຄົ້ນພົບວ່າ ມານຍາຍິງນີ້ແລະ ຄືຄຸນຄ່າທີ່ເຮົາຄູ່ຄວນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫຼາຍຄົນບອກວ່າ “ເວລາ“ ຈະເປັນຢາວິເສດສຳຫຼັບຢຽວຢາບາດແຜຂອງຄວາມເຈັບປວດຂອງຄົນອົກຫັກ ແຕ່ບາງເທື່ອການຖ້າເວລາຢ່າງດຽວອາດບໍ່ແມ່ນທາງອອກທີ່ດີທີ່ສຸດ ແລະນີ້ຄື 4 ເຄັດລັບສຳຫຼັບສາວ ທີ່ຫາກໍ່ໂດນອົກຫັກມາ ຫຼືໃຜທີ່ຍັງມີຮັກເກົ່າຝັງໃຈບໍ່ລືມ ຖ້າພ້ອມແລ້ວກໍ່ມາເລີ່ມກັນເລີຍ

1. ຈົດບັນທືກ

 ຈົດແລະຈົດ ເຮັດລາຍການບັນທືກ 5 ສີ່ງທີ່ເຈົ້າທົນໄດ້ແລະທົນບໍ່ໄດ້ສຳຫຼັບຄົນທີ່ຈະມາເປັນແຟນໃຫ່ມຂອງເຈົ້າ ເຖິງວ່າມັນຈະເບີ່ງເປັນເລື່ອງນ້ຳເນົ່າທີ່ເຈົ້າຈະຂຽນວ່າ...ຕ້ອງການອອກງານກັບໃຜບາງຄົນທີ່ຮັກການເຕັ້ນ ຫຼືຈິງຈັງກັບໃຜບາງຄົນທີ່ຊື່ສັດກັບເຈົ້າກໍ່ຕາມ

2. ປະວັດການສ້າງຄວາມສຳພັນແບບໃຫ່ມ

 ພະຍາຍາມຫາໃຫ້ໄດ້ວ່າແມ່ນຫຍັງຄືສີ່ງທີ່ມີທີ່ມີອິດທິພົນ ແລະເປັນສິ່ງທີ່ເຈົ້າຢ້ານອັນເປັນຜົນມາຈາກຄວາມສຳພັນເມື່ອກ່ອນ ເພື່ອໃຫ້ຄົ້ນພົບແລະຕ້ອງພະຍາຍາມປັດມັນອອກໄປ ເພື່ອໃຫ້ໝັ້ນໃຈວ່າເຈົ້າຈະບໍ່ໃຫ້ຄວາມຢ້ານນັ້ນມາທຳຮ້າຍຄວາມສຳພັນຄັ້ງໃຫ່ມ ຍົກຕົວຢ່າງເຊັ່ນ ຄວາມສຳພັນຄັ້ງກ່ອນເຮັດໃຫ້ເຈົ້າເສຍຄວາມເປັນຕົວຂອງຕົວເອງ ດັ່ງນັ້ນເຈົ້າຕ້ອງຄິດຕັ້ງແຕ່ຕອນນີ້ວ່າເຈົ້າຈະເຮັດຫຍັງເພື່ອບໍ່ໃຫ້ເຈົ້າເສຍຄວາມເປັນຕົວຂອງຕົວເອງເມື່ອເຈົ້າມີຄວາມສຳພັນຄັ້ງໃຫ່ມ

3. ຕອບຄຳຖາມຂອງຕົວເອງ

 ເຈົ້າຕ້ອງບໍ່ໜີຫຼືຫຼີກລ່ຽງທີ່ຈະຕອບຄຳຖາມເຫຼົ່ານີ້ “ເປັນຫຍັງເຈົ້າເຖິງຍັງຢູ່ກັບຕົວເອງດົນຂະໜາດນີ້“ “ເຈົ້າເຫັນວ່າສະຖານະການທີ່ເຈົ້າຢູ່ນີ້ມັນເວີກວບໍ່?” ແລະ “ເຈົ້າຈະຈັດການກັບມັນແນວໃດ“ ແລະ “ເຈົ້າຈະເຮັດຫຍັງທີ່ແຕກຕ່າງໄປຈາກທີ່ເປັນຢູ່ ຖ້າຫາກເຈົ້າກັບມາສູ່ສະຖານະການຄືເກົ່ານີ້ອີກ“

4. ປົດປ່ອຍຕົວເອງແດ່

 ເປີດໂອກາດໃຫ້ຕົວເອງໄດ້ປົດປ່ອຍຄວາມເສົ້າໂສກໂດຍວິທີທີ່ເໝາະສົມກັບຕົວເຈົ້າເຊັ່ນ ເຈົ້າອາດນັ່ງຟັງເພງເສົ້າໝົດຄືນ ຫຼືອອກໄປນັດກັນເພື່ອຫາທາງພັດທະນາຄວາມສຳພັນນັ້ນໃຫ້ໄປໃນທາງທີ່ດີ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊີວິດຄູ່ທີ່ໝັ້ນຄົງ ອົບອຸ່ນໄປດ້ວຍຄວາມຮັກຄວາມເຂົ້າໃຈ ເປັນແຫຼ່ງພະລັງກາຍແລະພະລັງໃຈອັນສຳຄັນໃຫ້ເຮົາຢືນຢັດຢູ່ໄດ້ຢ່າງມີຄວາມສຸກ ດ້ວຍຫຼັກການງ່າຍໆ ຄື ຍົກຍ້ອງ ຍິນຍອມ ຍືດໝັ້ນ ແຍກແຍະ ແລະ ຢືນຢັນ

  ປັດຈຸບັນໃນສະພາວະສະພາບແວດລ້ອມທີ່ດຳເນີນຊີວິດນັ້ນຍາກລຳບາກກວ່າໃນອາດີດ ຄອບຄົວທີ່ໝັ້ນຄົງເຕັມປ່ຽມດ້ວຍຄວາມຮັກ ຄວາມເຂົ້າໃຈ ເປັນເໝືອນຂຸມພະລັງຫຼໍ່ລ້ຽງແລະສ້າງແຮງໃຈໃຫ້ເຮົາສາມາດຢືນຢັດໄດ້ຢ່າງມີຄວາມສຸກແລະມີຄວາມຫວັງເພື່ອອານາຄົດ ໃນການສົ່ງເສີມຄວາມສຳພັນຂອງຊີວິດຄູ່ຍຸກໃຫ່ມຫຼັກການ “5“ ຍ. ຈື່ງເປັນຫຼັກເບື້ອງຕົ້ນຂອງຄອບຄົວ


ຍົກຍ້ອງ


  ສຳລັບຄູ່ຊີວິດການຍົກຍ້ອງໃຫ້ກຽດກັນແລະກັນມີຄວາມສຳຄັນເປັນອັນດັບຕົ້ນໆ ການຮູ້ຈັກຍົກຍ້ອງຄູ່ຊີວິດບົນພື້ນຖານຂອງຂໍ້ແທ້ຈິງທັ້ງຕໍ່ໜ້າແລະຫຼັບຫຼັງນັ້ນຈະເຮັດໃຫ້ສາມາດຢູ່ຮ່ວມກັນໄດ້ຢ່າງລາບລື່ນບໍ່ມີບັນຫາ ເຖິງບໍ່ຮູ້ວ່າຈະໃຊ້ຄຳເວົ້າຍົກຍ້ອງແນວໃດ ເບື້ອງຕົ້ນຄືຕ້ອງບໍ່ນຳເອົາສາມີຫຼືພັນລະຍາໄປເວົ້າລົມຢ່າງສະນຸກປາກ ເພາະຖ້າໃຜໄດ້ຍິນຈະເຂົ້າໃຈວ່າສາມີພັນລະຍາຄູ່ນີ້ບໍ່ໃຫ້ກຽດກັນແລະກັນ


ຍິນຍອມ


  ຮູ້ຈັກຍິນຍອມ ອື່ເອີ່ ຕາມໃຈອີກຝ່າຍໜື່ງແດ່ ເພາະຄົນ 2 ຄົນທີ່ມາຈາກທີ່ຕ່າງກັນ ແລ້ວມາໃຊ້ຊີວິດຢູ່ນຳກັນ ຍ່ອມມີຈັກເທື່ອຫຼືຫຼາຍເທື່ອທີ່ມີຄວາມຄິດເຫັນບໍ່ລົງຮອຍກັນ ໃນຂະນະທີ່ການຢູ່ຮ່ວມກັນນັ້ນມີຫຼາຍເລື່ອງ ທີ່ທັ້ງຄູ່ຈຳເປັນຕ້ອງຕັດສິນໃຈຮ່ວມກັນ ຖ້າຕ່າງຄົນຕ່າງຖືເຫດຜົນຂອງຕົວເອງເປັນໃຫ່ຍ ບໍ່ມີໃຜຍອມໃຜ ມຸ່ງແຕ່ຈະເອົາຊະນະກັນ ຊີວິດຄູ່ແບບນີ້ຄົງຢູ່ກັນບໍ່ຍືນ

ຍືດຍານ

  ໃນການໃຊ້ຊີວິດຄູ່ ແຮງຢູ່ຮ່ວມກັນດົນ ແຮງຮູ້ຈັກກັນຫຼາຍຂື້ນ ແລະມີເລື່ອງລາວຕ່າງໆ ຜ່ານເຂົ້າມາໃນຊີວິດກັນແລະກັນຫຼາຍຂື້ນ ຕອນຢູ່ກັນໃຫ່ມໆ ອັນໃດໆ ກໍ່ພໍທົນໄດ້ຢູ່ດົນເຂົ້າທີ່ເຄີຍທົນໄດ້ ກໍ່ເລີ່ມຈະທົນບໍ່ໄດ້ຮັບບໍ່ໄດ້ຂື້ນມາ ເພາະເຈີະເລື່ອງເກົ່າໆ ຊ້ຳໆ ຊາກໆ ຄວາມຈິງຊີວິດຄູ່ແຮງຢູ່ດົນກໍ່ແຮງຕ້ອງມີການຍືດຍານໃຫ້ແກ່ກັນຫຼາຍກວ່າ ຮັກກັນທຳອິດ ຕ້ອງຮູ້ຈັກປະນີປະນອມຍອມຄວາມແລະຜ່ອນກັນ


ແຍກແຍະ

  ການໃຊ້ຊີວິດທັ້ງໃນສ່ວນທີ່ເປັນຊີວິດສ່ວນຕົວແລະຊີວິດຄູ່ ມັກມີເລື່ອງລາວຕ່າງມາປະປົນຈົນແຍກບໍ່ອອກ ຖ້າເປັນເລື່ອງນ້ອຍປະປົນກັນກໍ່ຍັງພໍເບີ່ງຂ້າມ ແຕ່ບາງເລື່ອງທີ່ປົນກັນບໍ່ໄດ້ ເຊັ່ນ ເລື່ອງວຽກກັບເລື່ອງສ່ວນຕົວບາງຄົນງຸດງິດຈາກບ່ອນເຮັດວຽກກັບບ້ານພານໃສ່ພັນລະຍາທີ່ເຮືອນຫຼືມີບັນຫາທີ່ເຮືອນແລ້ວໄປໂວຍກັບໝູ່ເພື່ອນຮ່ວມວຽກງານຫຼືລູກນ້ອງ ອາດສົ່ງຜົນໃຫ້ເກີດບັນຫາໄດ້ທັ້ງທີ່ບ້ານເຮືອນແລະບ່ອນເຮັດວຽກ ພັນລະຍາບາງຄົນໂທເຊັສ໌ສາມີຕະຫຼອດມື້ໜື່ງເປັນການລົບກວນສະມາທິໃນການເຮັດວຽກແທນທີ່ຈະຊື້ງວ່າຮັກແລະຫວ່ງໃຍອາດທົນບໍ່ໄຫວຕ້ອງແຍກທາງກັນ


ຍື່ນຢັນ

  ບໍ່ວ່າຈະເກີດບັນຫາໃດຂື້ນກໍ່ຕາມ ກຳລັງໃຈເປັນສີ່ງສຳຄັນທີ່ສຸດ ຄວາມປາຖະໜາທີ່ຈະມີຄວາມສຸກສົດຊື່ນຕະຫຼອດໄປໃນຊີວິດຄູ່ຕ້ອງມີໃຈທີ່ຈະຍື່ນຢັນຕໍ່ສູ້ດ້ວຍກັນຈະສຸກຈະທຸກກໍ່ຕ້ອງຮ່ວມກັນຟັນຝ່າ ໃຜທໍ້ແທ້ຫຼືລົ້ມລົງກໍ່ຕ້ອງຊ່ວຍດືງກັນໃຫ້ລຸກຂື້ນຢືນໃຫ່ມ ຢ່າງໝັ້ນຄົງເຂັ້ມແຂງໃຫ້ໄດ້


         ເພາະຄວາມສຳພັນທີ່ດີທີ່ສຸດສ້າງໄດ້ຈາກຄວາມຮັກ ຄວາມເຂົ້າໃຈ ແລະໄວ້ໃຈເຊີ່ງກັນແລະກັນ ຮັກນັ້ນຈື່ງຈະຍືນຍາວ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 106  |  ໜ້າຕໍ່ໄປ »