ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຂອງຄົນເຮົາກໍ່ມີການກ້າວເດີນຄືກັນ

ຕອນເລີ່ມຕົ້ນ ຄວາມຮັກກໍ່ກ້າວເດີນໄປທາງໜ້າຢ່າງໄວວາ

ເພາະ... ຢາກຈະເຖິງຈຸດໝາຍທີ່ຫວັງໄວ້

ຄື... ໃຜຄົນໜື່ງທີ່ເຮົາຮູ້ສືກດີໆນຳ

ເມື່ອສົມຫວັງແລ້ວຄວາມຮັກກໍ່ກ້າວໄປເລື້ອຍໆ

...ບໍ່ຕ້ອງກ້າວໄປຍາວແລະໄວ

...ກ້າວໄປຕາມປົກກະຕິແລະກ້າວເດີນຕໍ່ໄປເລື້ອຍໆ

...ໃນຊ່ວງນີ້ຖ້າກ້າວເດີນໄປໄວອາດຈະເຈີະຂຸມແລະສະດຸດໄດ້

ກໍ່ອາດຈະຕ້ອງກ້າວເດີນຢ່າງລະມັດລະວັງ

ແລະກ້າວເດີນໃຫ້ໄດ້ຈັງຫວະ .. ທີ່ເໝາະສົມ

ແຕ່ເມື່ອເຖິງເວລາທີ່ຄວາມຮັກຜິດຫວັງ ແລະ ຈົບລົງ

ຄວາມຮັກກໍ່ຈະກ້າວເດີນຊ້າລົງ

ບາງທີອາດຈະຊ້າ.. ຊ້າຈົນຄືເຮົາກ້າວເດີນຖອຍຫຼັງ

ຄືກັບຄົນ ທີ່ສະດຸດລົ້ມແລ້ວເຈັບຂາ

ຈະກ້າວເດີນບໍ່ຄ່ອງແຄ້ວ

ຕ້ອງລໍເວລາເພື່ອຮັກສາໃຫ້ບາດແຜທີ່ເກີດຈາກການສະດຸດລົ້ມດີ

ແລ້ວຈິີ່ງກ້າວເດີນຕໍ່ໄປຕາມປົກກະຕິ

ຄວາມຮັກກໍ່ມີ step ໃນການກ້າວເດີນໄປແບບນີ້ເລື້ອຍໆ

ຊ້າແດ່... ໄວແດ່ ຈົນກວ່າຈະເຖິງມື້ໜື່ງທີ່ເຮົາໄດ້ເຈີະຄົນທີ່ຮັກເຮົາແທ້ຈີງ

ມື້ນັ້ນ...ຄວາມຮັກຄົງກ້າວເດີນຕໍ່ໄປໄດ້ເລື້ອຍໆ

ເຖິງຈະສະດຸດແດ່, ຕົກຂຸມແດ່

ແຕ່... ກໍ່ຍັງມີຄົນຖ້າປະຄອງ ຖ້າກ້າວເດີນໄປພ້ອມກັນ

ບໍ່ແມ່ນສະດຸດລົ້ມແລ້ວ...ຕ້ອງລຸກກ້າວເດີນຕໍ່ໄປດ້ວຍຕົວເອງອີກຕໍ່ໄປ

ເມື່ອຄວາມຮັກ.. ກ້າວເດີນ

ເຮົາຈື່ງກ້າວເດີນຕາມ ... ຢ່າງລະມັດລະວັງ

ຈະລົ້ມແດ່, ສະດຸດລົ້ມແດ່ກໍ່ຕ້ອງພະຍາຍາມລຸກຂື້ນ

...​ແລະກັບມາກ້າວເດີນຕໍ່ໄປໃຫ້ໄດ້...

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2013 | ມີ 14 ຄຳເຫັນ ແລະ 0 trackback(s)

      ຄວາມເຊື່ອທີ່ເຄີຍໄດ້ຍິນມາວ່າການໂດບໄຂ່ລວກ ຫຼື ວ່າໄຂ່ດິບຈະເຮັດໃຫ້ຮ່າງກາຍແຂງແຮງ ແລະ ມີພະລັງວັງຊາ ແຕ່ຄວາມຈິງແລ້ວມັນເປັນຄວາມເຊື່ອທີ່ຜິດຫຼາຍ ເພາະມີຜົນສຳຫຼວດອອກມາໃຫ້ໄດ້ຮູ້ແລ້ວວ່າ ການກິນໄຂ່ດິບຫຼືບໍລິໂພກໄຂ່ດິບນັ້ນເປັນການທຳຮ້າຍຮ່າງກາຍຂອງເຮົາໄປໃນຕົວ                                              ມື້ນີ້ເຮົາຈິ່ງນຳເອົາຄວາມຮູ້ທີ່ກ່ຽວກັບຜົນຮ້າຍຂອງການກິນໄຂ່ດິບມາຝາກຖ້າໃຜຄິດວ່າການກິນໄຂ່ດິບເປັນຢາຊູກຳລັງ

  ໂທດຂອງການກິນໄຂ່ດິບ

ຫຼາຍຄົນເຂົ້າໃຈວ່າການກິນໄຂ່ດິບມື້ລະໜ່ວຍໃນຕອນເຊົ້າຈະສາມາດຮັກສາສຽງໄດ້ດີ ແຕ່ຄວາມຈິງແລ້ວການກິນໄຂ່ດິບເຮັດໃຫ້ຮ່າງກາຍໄດ້ຮັບທາດບຳລຸງຈາກໄຂ່ພຽງແຕ່ເຄີ່ງດຽວ ໃນໄຂ່ດິບຈະມີໂປຣຕຼີນທີ່ເປັນປະຕິຊີວະນະຢູ່

 ຖ້າກິນໄຂ່ດິບຕະຫຼອດໂປຣຕຼີນຊະນິດນີ້ຈະສະສົມຢູ່ໃນຮ່າງກາຍ ມັນຈະເຂົ້າໄປຂັດຂວາງບໍ່ໃຫ້ຮ່າງກາຍຮັບວິຕາມິນ B1 ນອກຈາກນັ້ນຖ້າໄກ່ເປັນໂລກ ໄຂ່ກໍ່ຈະຕິດຕາມມາ ອາດຈະເຮັດໃຫ້ຜູ້ກິນໄຂ່ດິບຕິດເຊື້ອໄດ້ ສະນັ້ນຄວນກິນໄຂ່ສຸກເພື່ອຮ່າງກາຍຈະໄດ້ຮັບສານອາຫານທັງໝົດ

     ດັ່ງນັ້ນບໍ່ຄວນກິນໄຂ່ດິບ ຫຼື ໄຂ່ລວກ ເພື່ອຄວາມປອດໄພຂອງຮ່າງກາຍ ສ່ວນໃນການຈືນໄຂ່ດາວນັ້ນ ບໍ່ຄວນຈືນພຽງເບື້ອງດຽວຄວນຈືນທັງສອງເບື້ອງ ເພື່ອຮັບປະກັນວ່າໄດ້ຂ້າເຊື້ອໂລກໝົດແລ້ວ.

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2013 | ມີ 12 ຄຳເຫັນ ແລະ 0 trackback(s)

ໃຜທີ່ຮູ້ຕົວວ່າ ຂາໃຫ່ຍ ແລ້ວຢາກຫລຸດຜ່ອນຄວາມໃຫ່ຍລົງ ກໍ່ມາເບີ່ງວິທີ ບໍລິຫານກັນ

ພຽງແຕ່ໃຊ້ເວລາໜ້ອຍດຽວກໍ່ເຂົ້ານອນ ເຮັດທຸກໆມື້ຮັບຮອງຈະໄດ້ມີຂາທີ່ພຽວງາມ

ວິທີມີດັ່ງນີ້:

1. ນອນຫງາຍກັບພື້ນ ເອົາໜອນຮອງກົ້ນໄວ້ກັນເຈັບ

2. ຍົກຂາທັງສອງຂື້ນ ຢຽດໃຫ້ຊື່ ຄ້າງໄວ້ 2 ນາທີ

3. ແຍກຂາອອກຈາກັນ ແລ້ວຫຸບຂາຊິດໄປມາຈັກ 20ຄັ້ງ

4. ສະລັບຂາຖີບໄປມາຈັກ 100ຄັ້ງ

5. ປ່ຽນທ່ານັ່ງກັບພື້ນ ຢຽດຂາ ຈາກນັ້ນຕີຂາໄປມາກັບພື້ນ 100 ຄັ້ງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຢ່າໄປກັງວົນກັບສີ່ງທີ່ມີ

ຈົ່ງໃສ່ໃຈກັບສີ່ງທີ່ເປັນ

ເຮົາປ່ຽນສີ່ງທີ່ມີບໍ່ໄດ້ດ໋ອກ

ນອກຈາກເຮັດໃຫ້ດີທີ່ສຸດ

ເ ຮົ າ ປ່ ຽ ນ ຕົ ວ ເ ອ ງ ...

ໃຫ້ເປັນຄືຄົນອື່ນບໍ່ໄດ້ດ໋ອກ

ນອກຈາກເປັນຕົວເງອໃຫ້ດີທີ່ສຸດ

ເປັນແບບທີ່ເປັນໃຫ້ສວຍງາມທີ່ສຸດ

ເພາະມັນເປັນຈຸດເລີ່ມຕົ້ນ...

ຂອງຕົວຕົນທີ່ດີກວ່າໃນວັນຕໍ່ໄປ


ສູງສົ່ງແຕ່ບໍ່ຍີ່ງ

ຊະນະແລ້ວບໍ່ອວດອົ່ງ

ສະຫຼາດແຕ່ຮູ້ຈັກລົງເວທີ

ເຂັ້ມແຂງແຕ່ມີຄວາມອົດກັ້ນ


ບໍ່ມີມະນຸດຄົນໃດ ບໍ່ຕ້ອງການຄວາມຊ່ວຍເຫຼືອ

ດອກບົວຍັງຕ້ອງອາໄສໃບບົວຄ້ຳຊູ

ຮົ້ວແຖວໜື່ງ ມີເສົາຄ້ຳຢ່າງນ້ອຍສາມຕົ້ນ

ຄົນເກັ່ງຄົນໜື່ງ

ຕ້ອງມີຄົນຊ່ວຍຢ່າງນ້ອຍສາມຄົນ


ຄວາມກັງວົນ ບັ່ນທອນຄວາມໝັ້ນໃຈ

ເມື່ອສູນເສຍຄວາມໝັ້ນໃຈ

ຄວາມພ່າຍແພ້ກໍ່ປະກົດ


ຈົ່ງຮູ້ຕົນຢູ່ສະເໝີ

ຮູ້ວ່າເຮົາທຸ້ມເທເຮັດເພື່ອຫຍັງ

ຮູ້ວ່າຄວາມລັງເລໃຈບໍ່ຊ່ວຍຫຍັງເລີຍ

ຮູ້ວ່າບໍ່ມີຫຍັງໜ້າຢ້ານ ຖ້າເຮົາກ້າ

ແລະຄົນທີ່ທຸ້ມເທ  ບໍ່ ລັ ງ ເ ລ

ບໍ່ ຢ້ າ ນ ແລະກ້າເທົ່ານັ້ນ

ທີ່ຈະມີແຮງຝ່າຟັນອຸປະສັກຍາກໆ ຂອງຊີວິດ


ຊີວິດທີ່ບໍ່ໄດ້ຊ່ວຍຄົນອື່ນຄືຊີວິດທີ່ບໍ່ມີຄ່າ


ຄົນທີ່ເບີ່ງໂລກໃນແງ່ດີ

ມັກຫົວເພື່ອລືມເລື້ອງເສົ້າ

ແຕ່ຄົນທີ່ເບີ່ງໂລກໃນແງ່ບໍ່ດີ

ມັກລືມຫົວ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊີວິດຂອງເຮົາບໍ່ຈຳເປັນຕ້ອງລອກຮຽນແບບໃຜ ໃນເມື່ອເຈົ້າເອງກໍ່ມີແບບຂອງຕົວເຈົ້າເອງ ບໍ່ມີປະໂຫຍດ ທີ່ຈະຫວັງໃຫ້ ທຸກຄົນພໍໃຈແລະມັກໃນຕົວຂອງເຈົ້າ ເພາະມັນເປັນໄປບໍ່ໄດ້ ການມີຕົວຕົນໃນໂລກໃບນີ້ມັກມີສອງດ້ານສະເໝີ ບໍ່ວ່າຈະເປັນແມ່ນຫຍັງ ຄິດຫຍັງ ຫຼືເຮັດຫຍັງກໍ່ຕາມ ຍອມຮັບສະວ່າການເປັນມະນຸດນັ້ນ ຍ່ອມຕ້ອງມີຄົນມັກແລະຄົນຊັງຢູ່ສະເໝີ

            ຈົ່ງເຂົ້າໃຈສະວ່າ ໃນໂລກໃບນີ້ຈະຕ້ອງມີຄົນຮູ້ສືກບໍ່ມັກບໍ່ຖືກສະຕາເຈົ້າຢູ່ ແຕ່ຢ່າປ່ອຍໃຫ້ເຂົາເຫຼົ່ານັ້ນມາເຮັດໃຫ້ຕົວນ້ອຍລົງ ອ່ອນແອລົງ ຈົ່ງຢ້ຳຢູ່ໃນໂລກດ້ວຍຄວາມສຸກແລະມ່ວນຊື່ນ ໃຊ້ຊີວິດໃນແບບສະບັບຂອງຕົວເຈົ້າເອງ

            ຈົ່ງເຊື່ອສະວ່າເຖິງໂລກໃບນີ້ຈະຮ້າຍຊ່ຳໃດ ຍັງມີຄົນທີ່ຊື່ນຊົມແລະຮັກເຈົ້າຢ່າງທີ່ເຈົ້າເປັນຢູ່

            ຈົ່ງເບີ່ງໃຫ້ເຫັນຄວາມຮັກ ກ່ອນຄວາມກຽດຊັງ

            ຈົ່ງສ້າງກຳລັງໃຈໃຫ້ໄດ້ກ່ອນຄວາມຄິດທີ່ຄິດໄປເອງໃນແງ່ລົບຈະເກີດຂື້ນ ຈື່ໄວ້ສະເໝີວ່າ ບໍ່ວ່າຈະເຈັບຊ້ຳ ພາດລົ້ມ ຈັກຫຼາຍຄັ້ງຫຼາຍເທື່ອ ກໍ່ຈົ່ງຍືດໝັ້ນໃນຄວາມເປັນຕົວຂອງຕົວເອງ ກໍ່ຈົ່ງເລືອກທາງເດີນຂອງເຈົ້າເອງ ກໍ່ຈົ່ງສັດທາໃນຕົວເອງ ຢືດເອີກໃຫ້ຊື່ ຫາຍໃຈເຂົ້າເລືກໆ ແລ້ວກ້າວເດີນຕໍ່ໄປ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ໃບໄມ້ໃບໝື່ງອາດມີລວດລາຍທີ່ສວຍງາມ

ແຕ່ເມື່ອເຮົາຢິບມັນມາບັງດວງຕາເອົາໄວ້ ນອກຈາກເຮົາບໍ່ເບີ່ງເຫັນຄວາມງາມຂອງໃບໄມ້ໃບນີ້ໄດ້ ມັນຍັງເຮັດໃຫ້ເຮົາບໍ່ສາມາດເບີ່ງເຫັນສີ່ງຕ່າງໆຮອບຕົວ

ສີ່ງທີ່ສວຍງາມທີ່ສຸດ

ຖ້າຈະເບີ່ງເຫັນຄວາມງາມຂອງມັນໄດ້ ເຮົາຕ້ອງມີໄລຍະຫ່າງທີ່ເໝາະສົມໃນການຊື່ນຊົມ ຄວາມຮັກ ຄວາມສຸກ ຄວາມຝັນ ຯຯຯ ກໍ່ເຊັ່ນກັນ ເມື່ອໃດທີ່ເຮົານຳມັນມາໄວ້ມໍ່ຫົວໃຈຂອງເຮົາຫຼາຍເກີນໄປ ເຮົາຈະເບີ່ງບໍ່ເຫັນ “ຄວາມງາມທີ່ແທ້ຈິງ” ຂອງສີ່ງຕ່າງໆເຫຼົ່ານັ້ນ

ໄລຍະຫ່າງ ລະຫວ່າງ ຄວາມຮູ້ສືກ ຈື່ງເປັນສີ່ງທີ່ເຮົາຄວນຄິດໄຕ່ຕອງເຖິງ ເຮົາຮັກໃຜບາງຄົນໄດ້ ແຕ່ຢ່າຮັກຫຼາຍຈົນໂອບກອດເຂົາແໜ້ນເກີນໄປ ຈົນຄົນຮັກຂອງເຮົາຮູ້ສືກອືດອັດແລະບໍ່ເປັນຕົວຂອງຕົວເອງ ເຮົາຊັງໃຜກໍ່ໄດ້ ໂດຍບໍ່ຕ້ອງເກັບກົດຄວາມຮູ້ສືກ ແຕ່ຢ່າເກັບຄວາມຊັງນີ້ໄວ້ໃນໃຈຈົນດົນນານເກີນໄປ ອະໄພໃຫ້ກັນໄດ້ກໍ່ຄວນໃຫ້ອະໄພ

ທຸກສີ່ງມີທັງດ້ານທີ່ສວຍງາມແລະບໍ່ງາມ

ແຕ່ທັງສອງຄວາມຮູ້ສືກ ມັນເກີດຈາກການທີ່ຕົວເຮົາເອົາ “ຄວາມຮູ້ສືກ“ ຂອງເຮົາ ໄປຈັບແລະວັດຄຸນຄ່າພ້ອມຄຳຕັດສິນ ທັ້ງທີ່ຈິງແລ້ວ ດີ - ງາມ ຫຼື ຊົ່ວ - ຮ້າຍ ມັນເກີດຈາກການຄິດໄປເອງຂອງເຮົາທັງນັ້ນ

ເຮົາໄດ້ເບີ່ງສີ່ງຕ່າງໆ ຢ່າງທີ່ມັນ “ເປັນຈິງ“ ຫຼືບໍ່? ເຮົາເຄີຍຮູ້ສືກຢ່າງທີ່ເຮົາຮູ້ສືກແທ້ໆຫຼືບໍ່?

ເຖິງວ່າໃບໄມ້ທີ່ງາມທີ່ສຸດໃນໂລກ

ກໍ່ຈົ່ງເບີ່ງແລະວາງມັນລົງ

ຢ່າໄດ້ເອົາໃບໄມ້ໃບນີ້

ມາປິດດວງຕາຂອງເຮົາອີກຕໍ່ໄປເລີຍ

kapook.com

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຮັກຄືຄວາມເຄີຍຊິນ

ກ່ອນທີ່ຂ້ອຍຈະຮູ້ຈັກອິນເຕີເນັດ

ຂ້ອຍເຄີຍຄິດວ່າມັນເປັນສີ່ງບໍ່ມີສາລະ

ແຕ່ຂ້ອຍໄດ້ລອງຫຼີ້ນຈັກໄລຍະໜື່ງ

ຈື່ງຮູ້ວ່າມັນແສນຈະສະດວກສະບາຍ

ຈົນຕອນນີ້ຂ້ອຍຂາດບໍ່ໄດ້


ຄວາມຮັກກໍ່ເໝືອນໆກັນ

ມາເຮັດໃຫ້ເຮົາເຄີຍຊິນແລະເຄີຍຕົວ

ກັບຄວາມສຸກທີ່ມາຈາກຄວາມຮັກ...


ດັ່ງນັ້ນ ເມື່ອການເລີກລາມາເຖິງ

ນັ້ນກໍ່ຄືການພາກສີ່ງທີ່ເຮົາເຄີຍຊິນອອກໄປ

ຈາກຊີວິດ


ແລະເປັນການຍາກຄືກັນທີ່ຈະປັບຕົວເອງ

ໃຫ້ເຄີຍຊິນກັບຄວາມດຽວດາຍ

ເມື່ອຍາມຢູ່ຄົນດຽວ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຕໍ່ໃຫ້ເກັ່ງຫຼາຍຊ່ຳໃດຖ້າບໍ່ໄດ້ມານຳໃຊ້

    ຄວາມສາມາດນັ້ນ

         ກໍ່ຈະຄ່ອຍໆ ສູນຫາຍໄປ

 

      ຄວາມຮັກທີ່ປາສະຈາກການເອົາໃຈໃສ່ກັນ

            ກໍ່ປຽບເຫມືອນຫົວໃຈ

ທີ່ບໍ່ມີຄວາມອົບອຸ່ນ

 

ເພື່ອຮັກສາຄວາມສຳພັນທີ່ດີ

      ຈົ່ງເປັນຄົນຊື່ຕົງຕໍ່ເວລາ

 

ຄົນທີ່ທຳຈິດໃຈໃຫ້ພ່ອງໃສ

         ມີຄວາມຄິດ ວາຈາທີ່ບໍລິສຸດ

  ຍ່ອມມີສຸກທັງກາຍແລະໃຈ

 

     ຈະນ້ອຍຈະໃຫ່ຍບໍ່ສຳຄັນ

                           ຖ້າໃຈສູ້ສະຢ່າງ

ເປົ້າຫມາຍທີ່ຫວັງໄວ້ບໍ່ໄກເກີນເອື້ອມ

 

   ຄວາມແຕກຕ່າງບໍ່ແມ່ນອຸປະສັກ

                ຂອງຄຳວ່າ “ມິດຕະພາບ“

 

ຈົ່ງເປີດໃຈຮັບເທັກໂນໂລຢີໃຫ່ມໆ ສະເໝີ

         ເພື່ອກ້າວທັນໂລກທີ່ທັນສະໄໝ

ຢູ່ຕະຫຼອດເວລາ

 

ຈົ່ງອອ່ນນ້ອມຕໍ່ຜູ້ທີ່ອາວຸໂສກວ່າ

         ເພາະປະສົບການຄືສີ່ງທີ່

  ຄວນຄ່າແກ່ການເຄົາລົບ

 

               ຄົນທີ່ເຮົາຕ້ອງພະຍາຍາມທຳຄວາມຮູ້ຈັກ

                                        ໃຫ້ຫຼາຍທີ່ສຸດບໍ່ແມ່ນໃຜ

                                              ແຕ່ເປັນຕົວເຮົານີ້ເອງ

 

ຈົ່ງເປັນຕົວຂອງຕົວເອງ

        ແລະມີຄວາມສຸກກັບສີ່ງທີ່ມັກ

 

                        ຈົ່ງເລືອກໃນສີ່ງທີ່ພໍດີກັບຕົວເອງ

            ບໍ່ຫຼາຍໄປ ຫຼືນ້ອຍໄປ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມແຕກຕ່າງລະຫວ່າງ,,ຮັກ,,ກັບ,,ມັກ,,

   ຕໍ່ໜ້າຄົນທີ່ເຈົ້າຮັກຫົວໃຈເຈົ້າເຕັ້ນບໍ່ເປັນຈັງຫວະ

   ຕໍ່ໜ້າຄົນທີ່ເຈົ້າມັກເຈົ້າຮູ້ສືກມີຄວາມສຸກ


   ຕໍ່ໜ້າຄົນທີ່ເຈົ້າຮັກຍາມໜາວເປັນຍາມດອກໄມ້ບານ

   ຕໍ່ໜ້າຄົນທີ່ເຈົ້າມັກຍາມໜາວເປັນຍາມໜາວທີ່ງົດງາມ


   ຖ້າເຈົ້າຈ້ອງໜ້າຄົນທີ່ເຈົ້າຮັກເຈົ້າຈະໜ້າແດງ

   ຖ້າເຈົ້າຈ້ອງຕາຄົນທີ່ເຈົ້າມັກເຈົ້າຈະຍີ້ມອອກມາ


   ຕໍ່ໜ້າຄົນທີ່ເຈົ້າຮັກເຈົ້າບໍ່ສາມາດເວົ້າທຸກສີ່ງໃນໃຈເຈົ້າໄດ້

   ຕໍ່ໜ້າຄົນທີ່ເຈົ້າມັກເຈົ້າເຮັດໄດ້


   ຕໍ່ໜ້າຄົນທີ່ເຈົ້າຮັກເຈົ້າຈະເຂີນອາຍ

   ຕໍ່ໜ້າຄົນທີ່ເຈົ້າມັກເຈົ້າເປີດເຜີຍຄວາມເປັນເຈົ້າໄດ້


   ຄົນທີ່ເຈົ້າຮັກມັກເຂົ້າມາຢູ່ໃນໃຈເຈົ້າທຸກ2ນາທີ


   ເຈົ້າບໍ່ສາມາດສົບຕາຄົນທີ່ເຈົ້າຮັກຕົງໆໄດ້

   ແຕ່ເຈົ້າຍີ້ມແລະສົບຕາຄົນທີ່ເຈົ້າມັກຕົງໆໄດ້


   ເມື່ອຄົນທີ່ເຈົ້າຮັກຮ້ອງໄຫ້ເຈົ້າຈະຮ້ອງໄຫ້ໄປກັບເຂົາ

   ແຕ່ເມື່ອຄົນທີ່ເຈົ້າມັກຮ້ອງໄຫ້ເຈົ້າຈະປອບໃຈເຂົາ


   ຄວາມຮູ້ສືກຮັກເລີ່ມຕົ້ນຈາກດວງຕາ

   ຄວາມຮູ້ສືກມັກເລີ່ມຕົ້ນຈາກຫູ

ສະນັ້ນຖ້າເຈົ້າຈະເລືອກມັກຄົນທີ່ເຈົ້າມັກກໍ່ພຽງປິດຫູຂອງເຈົ້າເທົ່ານັ້ນພໍ

ແຕ່ຖ້າເຈົ້າພະຍາຍາມຈະປິດຕາ ຮັກຈະກາຍເປັນນ້ຳຕາ

ແລະເມື່ອເຈົ້າເປີດຕາຂື້ນອີກຄັ້ງ

.... ເຈົ້າກໍ່ຈະໄດ້ຮູ້ວ່າ

ສີ່ງທີ່ເຈົ້າເສຍໄປຄືຄົນທີ່ເຈົ້າຮັກຫຼາຍທີ່ສຸດ

 

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 18, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ສັດຕູທີ່ໜ້າຢ້ານທີ່ສຸດໃນຊີວິດເຮົາ ກໍ່ຄື ຕົວເຮົາເອງ

ຄວາມລົ້ມເຫຼວທີ່ຍິ່ງໃຫ່ຍທີ່ສຸດໃນຊີວິດເຮົາ ກໍ່ຄື ຄວາມອວດດີ

ການກະທຳທີ່ໂງ່ເຂົາເບົາປັນຍາທີ່ສຸດໃນຊີວິດເຮົາ ກໍ່ຄື ການຫຼອກລວງ

ສີ່ງງທີ່ເສນສາຫັດທີ່ສຸດໃນຊີວິດເຮົາ ກໍ່ຄື ຄວາມອິດສາບັງບຽດ

ຄວາມຜິດພາດທີ່ຍີ່ງໃຫ່ຍທີ່ສຸດໃນຊີວິດເຮົາ ກໍ່ຄື ການຍອມແພ້ຕົວເອງ

ສີ່ງທີ່ເປັນອະກຸສົນທີ່ສຸດໃນຊີວິດເຮົາ ກໍ່ຄື ການຫຼອກຕົວເອງ

ສີ່ງທີ່ໜ້າສັງເວດທີ່ສຸດໃນຊີວິດເຮົາ ກໍ່ຄື ຄວາມທໍ້ຖອຍຂອງຕົວເອງ

ສີ່ງທີ່ໜ້າສັນລະເສີນທີ່ສຸດໃນຊີວິດເຮົາ ກໍ່ຄື ຄວາມອົດທົນບາກບັນ

ຄວາມຫຼົ້ມສະຫຼາຍທີ່ສຸດໃນຊີວິດເຮົາ ກໍ່ຄື ຄວາມສີ້ນຫວັງ

ຊັບສົມບັດທີ່ມີຄ່າຫຼາຍທີ່ສຸດໃນຊີວິດເຮົາ ກໍ່ຄື ສຸຂະພາບທີ່ສົມບູນ

ໜີ້ທີ່ຍີ່ງໃຫ່ຍທີ່ສຸດໃນຊີວິດເຮົາ ກໍ່ຄື ໜີ້ບຸນຄຸນ

ຂອງຂວັນທີ່ຍີ່ງໃຫ່ຍທີ່ສຸດໃນຊີວິດເຮົາ ກໍ່ຄື ການໃຫ້ອະໄພແລະຄວາມເມດຕາກະລຸນາ

ຂໍ້ບົກພ່ອງທີ່ໃຫ່ຍຫຼວງທີ່ສຸດໃນຊີວິດເຮົາ ກໍ່ຄື ການເບີ່ງໂລກໃນແງ່ບໍ່ດີແລະບໍ່ມີເຫດຜົນ

ສີ່ງທີ່ເຮັດໃຫ້ອີ່ມອົກອີ່ມໃຈທີ່ສຸດໃນຊີວິດເຮົາ ກໍ່ຄື ການໃຫ້ທານ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຈົ່ງຍິ້ມໃຫ້ກັບຄວາມຫວັງ ແລະເພີ່ມພະລັງໃຫ້ກັບຊີວິດ

...ບໍ່ມີໃຜເກີດມາບໍ່ມີຄ່າ ແມ້ແຕ່ຄົນໂງ່ຈ້າທີ່ສຸດຍັງສະຫຼາດໃນບາງເລື່ອງແລະຄົນສະຫຼາດທີ່ສຸດ ກໍ່ຍັງໂງ່ຈ້າໃນຫຼາຍເລື່ອງ...

...ບໍ່ມີແມ່ນຫຍັງເສຍເວລາໄປຫຼາຍກວ່າ ການຄິດທີ່ຈະຢ້ອນກັບໄປແກ້ໄຂອະດີດ ບໍ່ເຄີຍມີຫຍັງຊ້າເກີນໄປ ທີ່ຈະເຮັດໃຫ້ສີ່ງທີ່ຕົນຝັນ...

...ຄົນທີ່ບໍ່ເຄີຍຫີວ ຍ່ອມບໍ່ຊາບຊື້ງລົດຊາດຂອງຄວາມອີ່ມ ຄວາມສຳເລັດທີ່ຜ່ານຄວາມລົ້ມເຫຼວ ຍ່ອມຫອມຫວານກວ່າເກົ່າ...

...ອັນຕະລາຍທີ່ສຸດຂອງຊີວິດຄົນເຮົາຄື ການຄາດຫວັງ ຢ່າຍອມແພ້ ຖ້າຍັງບໍ່ໄດ້ພະຍາຍາມຢ່າງເຕັມທີ່ ເຫດຜົນຂອງຄົນໆໜື່ງ ອາດບໍ່ແມ່ນເຫດຜົນຂອງຄົນອີກຄົນໜື່ງ ຖ້າເຈົ້າບໍ່ລອງກ້າວເດີນ ເຈົ້າຈະບໍ່ມີທາງຮູ້ເລີຍວ່າ ທາງຂ້າງໜ້າເປັນແນວໃດ

...ບັນຫາທຸກຢ່າງລ້ວນຢູ່ທີ່ຕົວເຮົາທັງໝົດ ຍິນດີກັບສີ່ງທີ່ໄດ້ມາ ແລະຍອມຮັບກັບສີ່ງທີ່ເສຍໄປ ຫຼັງພາຍຸຜ່ານໄປ ຟ້າຍ່ອມສົດໃສສະເໝີ ມີແຕ່ມື້ນີ້ທີ່ມີຄ່າ ບໍ່ມີວັນໜ້າ ວັນຫຼັງ...

...ຄົນເຮົາບໍ່ຕ້ອງເກ່ງໄປທຸກຢ່າງ ແຕ່ຈົ່ງສະນຸກກັບວຽກງານທຸກຢ່າງ ທີ່ໄດ້ເຮັດ...

...ຫົວໃຈຂອງການເດີນທາງບໍ່ໄດ້ຢູ່ທີ່ຈຸດໝາຍ ແຕ່ຢູ່ທີ່ປະສົບການສອງຂ້າງທາງ...ຫຼາຍກວ່າ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນິທານສອນໃຈ

ຜູ້ຍິງຄົນໜື່ງອອກມາຈາກເຮືອນຂອງລາວ ແລະໄດ້ເຫັນຊາຍແກ່ໆທີ່ມີໜວດສີຂາວ 3 ຄົນນັ່ງຢູ່ທີ່ເດີ່ນຫຍ້າໜ້າບ້ານ ຂອງລາວ ລາວບໍ່ຮູ້ວ່າພວກເຂົາເປັນໃຜ ລາວເວົ້າກັບເຂົາວ່າ

“ຂ້ອຍບໍ່ຮູ້ວ່າຂ້ອຍຮູ້ຈັກພວກເຈົ້າ ແຕ່ທ່າທາງເຈົ້າຕ້ອງຫີວແນ່ນອນ

ຈົ່ງເຂົ້າມາໃນເຮືອນແລະກິນຫຍັງຈັກໜ້ອຍກ່ອນສາ“

“ສາມີຂອງເຈົ້າຢູ່ໃນເຮືອນບໍ່“ ເຂົາຖາມ..............

“ບໍ່“ ລາວຕອບ “ສາມີຂ້ອຍອອກໄປຂ້າງນອກ“..............

“ຖ້າແນວນັ້ນ ພວກເຮົາກໍ່ເຂົ້າໄປຂ້າງໃນບໍ່ໄດ້ດ໋ອກ“ ເຂົາຕອບ..........

ໃນຕອນແລງ ເມື່ອສາມີຂອງລາວກັບມາບ້ານ ລາວເລົ່າໃຫ້ເຂົາຟັງວ່າເກີດຫຍັງຂື້ນ

“ໄປບອກພວກເຂົາແມ ຂ້ອຍກັບມາແລ້ວ ແລະເຊີນເຂົ້າມາໃນເຮືອນສາ

“ລາວກໍ່ອອກໄປແລະເຊີນພວກຊາຍຊະລາແກ່ໆນັ້ນໃຫ້ເຂົ້າມາໃນເຮືອນ

“ເຮົາເຂົ້າໄປໃນເຮືອນພ້ອມກັນບໍ່ໄດ້ດ໋ອກ“ ເຂົາຕອບ “ເປັນຫຍັງລະ“ ລາວຖາມ

ຊາຍຊະລາແກ່ໆຄົນໜື່ງອະທິບາຍວ່າ “ເຂົາຊື່ ຄວາມມັ່ງມີ“ ເຂົາເວົ້າແລະຊີ້ໄປຍັງເພື່ອນຂອງເຂົາ ແລະຊີ້ໄປຍັງອີກຄົນໜື່ງວ່າ “ເຂົາຄື ຄວາມສຳເລັດ ແລະຂ້ອຍຄື ຄວາມຮັກ“ ເຂົາກ່າວຕໍ່ໄປ

“ບາດນີ້ ເຈົ້າຈົ່ງເຂົ້າໄປຂ້າງໃນແລະປືກສາກັບສາມີຂອງລາວວ່າ ຄົນໃດໃນພວກເຮົາທີ່ເຈົ້າຕ້ອງການຈະໃຫ້ເຂົ້າໄປໃນເຮືອນຂອງເຈົ້າ“ ລາວກັບເຂົ້າມາຂ້າງໃນແລະບອກກັບສາມີຂອງລາວ ສາມີຂອງລາວຮູ້ສືກດີໃຈຫຼາຍ

“ວິເສດ ແທ້ໆ“ ເຂົ້າວ່າ “ເມື່ອເປັນແບບນີ້ ເຮົາຈະເຊີນ ຄວາມມັ່ງມີ ເມື່ອເຂົາຢູ່ກັບເຮົາ ບ້ານຂອງເຮົາຈະເຕັມໄປດ້ວຍຄວາມມັ່ງມີ“.........

ຝ່າຍພັນລະຍາບໍ່ເຫັນນຳ “ທີ່ຮັກ ເປັນຫຍັງເຮົາບໍ່ເຊີນ ຄວາມສຳເລັດ ນະ“

ຂະນະນັ້ນລູກສະໃພ້ໄດ້ຍິນທັງສອງກຳລັງປືກສາຈາກມຸມໜື່ງຂອງ ເຮືອນ ລາວກໍ່ເຂົ້າມາແລະແນະນຳວ່າ “ຈະບໍ່ດີກວ່າຫວະ ຖ້າເຮົາເລືອກ ຄວາມຮັກ ເຮືອນຂອງເຮົາຈະເຕັມໄປດ້ວຍຄວາມຮັກໄດ“

“ເຮົາຟັງສີ່ງທີ່ລູກໃພ້ແນະນຳເນາະ“ ສາມີກ່າວກັບພັນລະຍາ “ອອກໄປຂ້າງນອກແລະເຊີນຄວາມຮັກເຂົ້າມາເປັນແຂກຂອງເຮົາສະ“

ພັນລະຍາໄປແລະຖາມຊາຍຊະລາທັງສາມວ່າ “ໃຜຄືຄວາມຮັກ ຈົ່ງເຂົ້າມາແລະເປັນແຂກຂອງເຮົາສາ“ ຄວາມຮັກລຸກຂື້ນແລະຍ່າງໄປຍັງເຮືອນ

ຊາຍຊະລາອີກ 2 ຄົນກໍ່ລຸກຂື້ນແລະຕາມເຂົາໄປ ດ້ວຍຄວາມປະຫຼາດໃຈ ພັນລະຍາຈື່ງຖາມ ຄວາມມັ່ງມີ ແລະຄວາມສຳເລັດວ່າ “ຂ້ອຍເຊີນພຽງຄວາມຮັກ“

ເປັນຫຍັງເຈົ້າເຖິງເຂົ້າມານຳ “ຊາຍຊະລາຕອບພ້ອມກັນວ່າ “ຖ້າເຈົ້າເຊີນຄວາມມັ່ງມີ ຫຼືຄວາມສຳເລັດ ຄົນໃດຄົນໜື່ງ ອີກສອງຄົນກໍ່ຈະຢູ່ຂ້າງນອກ

ແຕ່ເມື່ອເຈົ້າເຊີນຄວາມຮັກ ບ່ອນໃດທີ່ເຂົາໄປ ເຮົາຈະໄປກັບເຂົາ “ບ່ອນໃດມີຄວາມຮັກ ບ່ອນນັ້ນກໍ່ຈະມີຄວາມມັ່ງມີແລະຄວາມສຳເລັດ“

ແລ້ວເຈົ້າເດຈະເລືອກໃຜ.................ຖ້າເຈົ້າບໍ່ອ່ານຈົນຈົບ.......................

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

      ມີຄົນບອກວ່າ ຄວາມຜູກພັນ ໝາຍເຖິງ ການເກາະກ່ຽວກັນທາງໃຈດ້ວຍ “ຄວາມຮັກ“ ຫຼື “ຄວາມຄຽດ“ ຫຼື “ຄວາມຫຼົງໄຫຼ“ ເຮັດໃຫ້ປ່ອຍວາງແລະລືມເລື່ອງນັ້ນບໍ່ໄດ້ ທີ່ສຳຄັນ “ການຜູກພັນ“ ກັບໃຜຈັກຄົນບໍ່ຈຳເປັນທີ່ຕ້ອງເກີດຈາກ “ຄວາມຮັກ“ ກໍ່ພຽງຄວາມຮູ້ສືກຄິດເຖິງຊ່ວງເວລາ ທີ່ເກີດຄວາມຊົງຈຳທີ່ດີຮ່ວມກັນເທົ່ານັ້ນ ແລະມັນມັກຈະກໍ່ຕົວຂື້ນຢ່າງມິດໆ ໂດຍທີ່ບາງເທື່ອເຮົາເອງຍັງບໍ່ຮູ້ຕົວດ້ວຍຊ້ຳ (ແທ້ບໍ່)

      ກັບ “ຄວາມຮັກ“ ກໍ່ເຊັ່ນດຽວກັນ ເພາະຄົນສອງຄົນທີ່ເຮັດກິດຈະກຳຮ່ວມກັນສະເໝີ ບໍ່ວ່າຈະເປັນເຈີະໜ້າກັນ ລົມກັນ ກິນເຂົ້ານຳກັນ ໄປຫຼີ້ນນຳກັນ ຊື້ເຄື່ອງນຳກັນ ໂທລະສັບລົມກັນ ໄປທ່ຽວນຳກັນ ... ເຮັດໃຫ້ກາຍເປັນຄວາມເຄີຍຊິນ ຈົນທັກທໍຂື້ນມາເປັນ “ຄວາມຜູກພັນ“ ຈົນເຮັດໃຫ້ໃຜຫຼາຍໆຄົນຄິດໄປເອງວ່າມັນຄື “ຄວາມຮັກ“ ເຊີ່ງແທ້ຈິງແລ້ວ ສຳຫຼັບບາງຄົນມັນກໍ່ບໍ່ແມ່ນ “ຄວາມຮັກ“ ແຕ່ມັນຄື “ຄວາມເຄີຍຊິນ“ ຫຼາຍກວ່າ

      ແລະເມື່ອອີກຄົນຮູ້ສືກທັງ “ຮັກ“ ແລະ “ຜູກພັນ“ ແຕ່ອີກຄົນກັບຮູ້ສືກພຽງ “ຜູກພັນ“ ແຕ່ “ບໍ່ໄດ້ຮັກ“ ແລ້ວ “ຊີວິດຮັກ“ ຂອງຄົນສອງຄົນຈະລົງເອີຍແບບໃດ???

      ອັນດັບທຳອິດຕ້ອງຖາມໃຈຕົວເອງໃຫ້ດີສາກ່ອນ ວ່າຄວາມຮູ້ສືກຂະນະນີ້ຄືຫຍັງ ເອີ້ນວ່າຫຍັງ ເຊື່ອວ່າທຸກຄົນຄົງແຍກແຍະກັນໄດ້ວ່າ ຕອນນີ້ເຮົາຮູ້ສືກກັບໃຜແນວໃດແລະຂະໜາດໃດ ຈາກນັ້ນກໍ່ຕ້ອງຫັນໜ້າມາລົມກັນ ເປີດໃຈກັນແບບໝົດເປືອກ ຍອມຮັບຄວາມຈິງກັນສະຕັ້ງແຕ່ຕອນນີ້ ດີກວ່າປ່ອຍໃຫ້ຄວາມສຳພັນນັ້ນຍືດເຍື້ອ ຈົນເກີນກວ່າທີ່ໃຈເຮົາຈະສາມາດຄວບຄຸມໄດ້ ເພາະຈາກ “ຄວາມຜູກພັນ“ ທີ່ເລີ່ມຕົ້ນມາຈາກຄວາມຮູ້ສືກດີໆ ອາດແປປ່ຽນເປັນ “ຄວາມຄຽດ“ ... “ຄວາມຊັງ“ ຊະນິດທີ່ວ່າຄວາມຊົງດີໆໃນວັນເກົ່າໆ ກໍ່ບໍ່ສາມາດລົບລ້າງໄດ້

      ແຕ່ທາງທີ່ດີຖ້າບໍ່ຢາກມີທຸກເພາະ “ຄວາມຮັກ“ ຫຼື “ຄວາມຜູກພັນ“ ກໍ່ “ຢ່າຍືດຕິດ“ ຫຼື “ຢ່າຜູກພັນ“ ກັບສີ່ງໜື່ງສີ່ງໃດ ຈົນຫາຄວາມສຸກໃນທີ່ສຸດບໍ່ໄດ້ເລີຍ...ຈະດີກວ່າ ^_^

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຂອງເຈົ້າຄືອາຫານແບບໃດ?? ລອງໄປເບີ່ງກັນ

ຕຳສົ້ມ : ຂອງພື້ນໆ ທີ່ເຮົາເຫັນກັນຢູ່ທຸກມື້ແລະຄິດວ່າມັນບໍ່ໜ້າກິນ ແຕ່ພໍເອົາລວມກັນກັບໜ້າກິນ ກໍ່ຄືຄົນບາງຄົນທີ່ບໍ່ໜ້າຈະເຂົ້າກັນໄດ້ ແຕ່ຜ່ານໄປເປັນສິບໆປີກໍ່ຍັງຮັກກັນດີຢູ່ເລີຍ ຕ່າງກັບບາງຄູ່ທີ່ໃຜໆຄິດວ່າກໍ່ໜ້າຈະໄປກັນໄດ້ດີ ແຕ່ບໍ່ພໍຈັກເດືອນກັບແຕກຫັກກັນສະແລ້ວ

ປາຢ້າງ : ມີໂອເມກ້າ 3 ທີ່ຈຳເປັນຕໍ່ຮ່າງກາຍ ແຕ່ຖ້າກິນແບບບໍ່ລະວັງເຮົາອາດຖືກກ້າງປາປັກຄໍເອົາໄດ້ ນິທານເລື່ອງນີ້ສອນໃຫ້ຮູ້ວ່າ ເວລາມີຄວາມຮັກຕ້ອງໃສ່ໃຈທຸກລາຍລະອຽດ ສືກສານິໄສໃຈຄໍຂອງຄົນຮັກໃຫ້ດີເສຍກ່ອນ ຢ່າເບີ່ງກັນແຕ່ພາຍນອກ ເພາະກ້າງຂອງປານັ້ນມັນລີ້ຢູ່ພາຍໃນ ຄືກັບນິໄສບໍ່ດີ ຂອງຄົນຮັກ ນັ້ນແລະທີ່ເບີ່ງແຕ່ພາຍນອກຈະບໍ່ມີທາງຮູ້ເລີຍ

ວາຊາບິ : ເວລາພິດຮັກແລ່ນຂື້ນດັງ ເຮົາຄິດວ່າຈະບໍ່ລອດສະແລ້ວ ແຕ່ຖ້າທົນຈັກບືດໜື່ງຄວາມທໍລະມານກໍ່ຈະຫາຍໄປເອງ

ຕົ້ມຍຳກຸ້ງ : ຕໍ່ ໃຫ້ແຊບຊ່ຳໃດ ແຕ່ຖ້າປະໄວ້ຈົນຈືດຊືດກໍ່ບໍ່ມີໃຜຢາກກິນ ກໍ່ຄືຄູ່ທີ່ຮັກກັນດົນຈັດ ແຕ່ບໍ່ຍອມແຕ່ງງານເສຍທີ ຮັກມາລາທອນແບບນີ້ສ່ວນໃຫ່ຍມັກຈະໄປບໍ່ລອດ ເພາະແມ່ນຫຍັງທີ່ເຄີຍໍຊືດຊາດແຊບອີຫຼີ ມັນຜຸໄປໝົດແລ້ວ

ເຂົ້າຫຼາມ : ຖ້າບໍ່ພ່າໄມ້ອອກກໍ່ຈະບໍ່ມີທາງຮູ້ວ່າທາງໃນເປັນຫຍັງ ປຽບໄດ້ກັບເຈົ້າສາວທີ່ຢ້ານຝົນທີ່ຢ້ານຄວາມຮັກ ຢ້ານການແຕ່ງງານຈົນປິດໂອກາດຕົວເອງ ບໍ່ຍອມທົດລອງເບີ່ງວ່າລົດຊາດຂອງການມີຄົນຮັກມັນຫວານມັນຂະໜາດໃດ

ກະແລ່ມ : ທັງງາມທັງຫອມເບີ່ງບໍ່ມີພິດໄພ ແຕ່ຖ້າກິນຫຼາຍເກີນໄປຄວາມຫວານເກີນພິກັດອາດພາໄປຈົບທີ່ໂລກເບົາຫວານ... ເປັນການເຕືອນນັກຮັກທັງຫຼາຍໃຫ້ເສບຮັກຢ່າງພໍພຽງ ຮູ້ຈັກປະໄລຍະມີຊ່ອງຫວ້າງໃຫ້ກັນແດ່ ຖ້າບໍ່ຢ່າງນັ້ນຈະເບື່ອກັນໄວເກີນໄປ

ຖົ່ວລຽນ : ຖ້າຢາກຊີມເນື້ອໃນທີ່ຫອມຫວານກໍ່ຕ້ອງຍອມຖືກໜາມແທງ ອຸປະສັກຂອງຄວາມຮັກກໍ່ຄືໜາມຖົ່ວລຽນ ຖ້າເຮົາອົດທົນແລະຝ່າຟັນໄປໄດ້ ເຮົາກໍ່ຈະໄດ້ຊີມລົດຫວານຫອມແຊບເລີດເປັນລາງວັນ

ກາເຟດຳ : ເຖິງຈະດຳດີສີບໍ່ຕົກແຕ່ກໍ່ຫວານແຊບຖືກປາກ ເປັນຂໍ້ພິສູດວ່າຄົນທີ່ບໍ່ງາມຫຼໍ່ກໍ່ອາດເປັນແຟນທີ່ດີໄດ້ ຖ້າເຈົ້າໃຫ້ໂອກາດເຂົາພິສູດຕົວເອງ

ຄາກິ : ໜ້າຕາຢົ້ວຢວນແຕ່ບໍ່ຄວນກິນ ບໍ່ດັ່ງນັ້ນອາດເຮັດໃຫ້ເສັ້ນເລືອດຕັນ ມີຜົນເຖິງຂາດໃຈກ່ອນໄວອັນຄວນ ປຽບໄດ້ກັບກິ໋ກ ເຖິງວ່າຮູບຮ່າງໜ້າຕາຂອງເຂົາຈະຊວນນ້ຳລາຍໄຫຼ ແຕ່ຖ້າເຜິກິນເຂົ້າໄປເຮົາອາດອາຍຸບໍ່ຍືນ ເພາະຖ້າແຟນຈັບໄດ້ເຮົາຄົງໄດ້ຊີມລີລາແມ່ໄມ້ມວຍລາວ ກ່ອນຈະຖືກຫາມໄປຂາດໃຈທີ່ໂຮງໝໍ

ນ້ຳ : ປຽບຄືຄວາມຮັກຂອງໝູ່ທີ່ສະອາດບໍລິສຸດ ເພາະບໍ່ມີສີ ບໍ່ມີກິ່ນ ບໍ່ມີລົດ ບໍ່ຕ້ອງມີຮູບຮ່າງໜ້າຕາຢົ້ວຢວນ ແຕ່ດີຕໍ່ສຸຂະພາບແລະຄວນຈະດື່ມເປັນປະຈຳ ເພາະຖ້າຂາດການຕິດຕໍ່ດົນເກີນໄປດຽວຈະຕໍ່ກັນບໍ່ຕິດ

ເຂົ້າໜົມຄູ່ໂອວັນຕິນ : ຕ້ອງຢູ່ຄູ່ກັນເຖິງຈະແຊບ ຄົນບາງຄົນເກີດມາເພື່ອຈະຢູ່ນຳກັນ ແລະຕ້ອງຈັບຄູ່ກັນເຖິງຈະລົງຕົວທີ່ສຸດ ຂອງແບບນີ້ເຂົາເອີ້ນວ່າພົມລິຄິດ

ເຂົ້າໜຽວ : ເປັນສົມບັດປະຈຳຊາດແລະຈະບໍ່ມີວັນຫາຍໄປຈາກໂລກຕະຫຼອດການ

ເປັນແນວໃດຄວາມຮັກຂອງໝູ່ເພື່ອນ ຄືແບບໃດກັນແດ່... ແຕ່ບາງຄົນອາດມີຫຼາຍແບບກໍ່ໄດ້ (ແລ້ວແຕ່ອາລົມ)...

ຂໍ້ມູນຈາກອິນເຕີເນັດ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

แปลก! ญี่ปุ่นผลิตสายสะดือชาร์จไอโฟน

แปลก! ญี่ปุ่นผลิตสายสะดือชาร์จไอโฟน

          ບໍລິສັດຜະລິດອຸປະກອນສື່ສານສັນຊາດຍີ່ປຸ່ນສຸດຍອດ ຜະລິດສາຍຊາຮ໌ໜ້າຕາປະຫຼາດ ເປັນຮູບສາຍບືອອກຂາຍ ແຖມຍັງກະດຸກກະດິກໄດ້ປານກັບມີຊີວິດ

           ໂດຍສາຍຊາຮ໌ໄອໂຟນຮູບຮ່າງປະຫຼາດນີ້ ເປີດຕົວຂື້ນຕັ້ງແຕ່ເດືອນຕຸລາປີກ່ອນ ມັນຖືກພັດທະນາໃຫ້ມີລັກສະນະເປັນສາຍບືຫຸ້ມສາຍຊາຮ໌ ມີການຈຳລອງເສັ້ນເລືອດໃຫ້ຄືແທ້ອີກນຳ ແລະທີ່ສຳຄັນ ມັນສາມາດໃຊ້ງານໄດ້ແທ້ ແຖມທັນທີທີ່ສຽບປັກເພື່ອຊາຮ໌ແບຕ ສາຍບືຍັງເຄື່ອນໄຫວໄດ້ ເຮັດໃຫ້ເບີ່ງຄືກັບວ່າໄອໂຟນເປັນເດັກນ້ອຍຫາເກີດໃຫ່ມແລະຍັງບໍ່ຕັດສາຍບື ຂະນະທີ່ຜູ້ໃຊ້ຫຼາຍຄົນກໍ່ບອກວ່າ ສາຍຊາຮ໌ພິດສະດານອັນນີ້ ເບີ່ງຄືສັດປະຫຼາດທີ່ກຳລັງກືນກິນໄອໂຟນຫຼາຍກວ່າ

        ອັນນີ້ ຖ້າໃຜຊື້ໄປໃຊ້ ແລ້ວບັງເອີນມີຄົນອື່ນມາເຫັນ ຮັບຮອງໄດ້ວ່າຜະຫວາກັນກ່ອນເຖິງຈະເອີ່ແນວນີ້ນີ້ເອງ

(ຂໍ້ມູນຈາກ Internet )

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

    ເມື່ອ “ຄວາມຮັກ“ ເລີ່ມຕົ້ນຂື້ນພ້ອມໆກັນ ເພາະຄົນສອງຄົນພົບກັນ ຮູ້ຈັກກັນ ຮຽນຮູ້ກັນ ຕົກລົງຄົບກັນ ແຕ່ພໍເວລາຜ່ານໄປ ໃນຂະນະທີ່ອີກຄົນຮັກລືກຊື້ງເພີ້ມຂື້ນທຸກໆມື້ ວາດຝັນເຖິງອະນາຄົດທີ່ສວຍງາມ ທຸ່ມເທທຸກສີ່ງທຸກຢ່າງໃນຊີວິດ ເພາະຢາກຈະເຮັດໃຫ້ຄວາມຮັກອອກມາສວຍງາມຕາມຢ່າງໃຈຄາດຫວັງ ໂດຍບໍ່ເບີ່ງສີ່ງຮອບຂ້າງ ປິດຫູປິດຕາ ຮັກດຽວໃຈດຽວ

    ແຕ່ອີກຄົນກັບບໍ່ຄິດເຖິງອະນາຄົດ ຮັບຮູ້ພຽງແຕ່ວ່າຢາກເຮັດມື້ນີ້ໃຫ້ດີທີ່ສຸດ ພ້ອມໆກັບບໍ່ທຸ້ມເທຫຍັງຫຼາຍ ເພາະຢ້າຜິດຫວັງ ຢ້ານເຈັບປວດເສຍໃຈ ແລະບໍ່ມັກການຜູກມັດ ເພາະຍັງຕ້ອງການເປີດໂອກາດໃຫ້ຕົວເອງ ເພື່ອເຈີະຄົນທີ່ຖືກໃຈຫຼາຍກວ່າ

          ເລີຍເຮັດໃຫ້...ຮັກຂອງຄົນສອງຄົນ “ບໍ່ເທົ່າກັນ“

         ໃນເມື່ອ “ຮັກເຮົາບໍ່ເທົ່າກັນ“ ທາງທີ່ຕ້ອງຈັບຈູງຄຽງຂ້າງກັນໄປ ...ຈະເປັນແນວໃດ? ຄຳຖາມນີ້ອາດບໍ່ມີໃຜສາມາດຕອບມັນໄດ້ດີເທົ່າຕົວເຮົາເອງ ເພາະທຸກໆຢ່າງລ້ວນມີເຫດຜົນໃນຕົວຂອງຕົວເອງ ເຖິງຄຳວ່າ “ຮັກ“ ຂອງຄົນແຕ່ລະຄົນຕ່າງກັນ...ບາງຄົນຮັກຫຼາຍຈົນລົ້ນໃຈ ແຕ່ບາງຄົນກັບຮັກບາງເບົາຈົນໜ້າໃຈຫາຍ...ແຕ່ທ້າຍທີ່ສຸດຈຸດໝາຍປາຍທາງຢູ່ທີ່ “ການກະທຳ“ ຂອງຄົນທັງຄູ່

       ຈະກົ້ມໜ້າຝືນທົນຕາບອດເບີ່ງບໍ່ເຫັນຄວາມຈິງ ຫຼອກຕົວເອງໄປວັນໆ ແລະຍີ້ມພ້ອມນ້ຳຕາເພາະຄິດວ່າ “ຮັກ“ ທີ່ເຂົາໃຫ້ມາບໍ່ວ່າຈະຫຼາຍໜ້ອຍຂະໜາດໃດກໍ່ສຸກໃຈແລ້ວ ຫຼືເງີຍໜ້າຍອມຮັບຄວາມຈິງຍອມຮັບຄວາມເຈັບຊ້ຳກັບການເລີກລາ ແລະຍີ້ມພ້ອມນ້ຳຕາ ທີ່ມາຈາກຄວາມສຸກພາຍໃນໃຈແທ້ໆ

        ເຈົ້າເອງເທົ່ານັ້ນທີ່ມີສິດຄິດ ມີສິດເລືອກໃຫ້ຕົວເອງມີທາງອອກແບບສາກສຸດທ້າຍຂອງ “ຄວາມຮັກ“ ໃຫ້ເປັນແບບໃດຖ້າເກີດພາຫວະ... “ຮັກເຮົາບໍ່ເທົ່າກັນ“ 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຜູ້ຊາຍກັບການແຕ່ງງານ...ຕ້ອງເຮັດແນວໃດເຖິງຈະຈັບສອງສີ່ງນີ້ມາຢູ່ນຳກັນໄດ້ ຖ້າຕອນນີ້ເຮົາຄືຜູ້ຍິງທີ່ກຳລັງພະຍາຍາມໃຫ້ແຟນຍອມຜູກມັດໃຫ້ໄດ້ ຂໍແນະນຳວ່າຄວນລົ້ມເລີກຄວາມຕັ້ງໃຈສະ

      ເພາະບໍ່ມີຫຍັງທີ່ສາມາດເລັ່ງຂະບວນການຂໍແຕ່ງງາານຂອງຜູ້ຊາຍໄດ້ ບໍ່ແມ່ນວ່າເຂົາຈະບໍ່ຂໍມີຜູ້ຊາຍຕົກຫຼຸມຮັກແລະແຕ່ງງານທຸກມື້ ພຽງແຕ່ຜູ້ຊາຍມີໂມງໃນຕົວບອກວ່າເຖິງເວລາຕອນໃດກໍ່ຕອນນັ້ນແລະ (ເຊີ່ງບໍ່ແມ່ນຕອນນີ້) ໃນລະຫວ່າງນັ້ນຈື່ງເປັນໄປບໍ່ໄດ້ທີ່ຈະຊັກຈູງໃຫ້ຜູ້ຊາຍທີ່ຢ້ານການຜູກມັດຄິດວ່າເຮົາຄືສີ່ງທີ່ດີທີ່ສຸດທີ່ເຄີຍເກີດຂື້ນໃນຊີວິດຂອງເຂົາ (ເຖິງວ່າເຮົາຈະເປັນແບບນັ້ນກໍ່ຕາມ!) ທາງທີ່ດີຄືເບີ່ງຫາຄົນທີ່ເຮົາບໍ່ຕ້ອງລຳບາກຂະໜາດນັ້ນດີກວ່າ ເຊີ່ງຕ້ອງອາໄສສັນຍານຕໍ່ໄປນີ້ເພື່ອແຍກແຍະຜູ້ຊາຍທີ່ພ້ອມແຕ່ງງານກັບຜູ້ຊາຍທີ່ຍັງລະເລີງຢູ່ກັບຊີວິດໂສດ

     ເຊົາທ່ຽວ

          ຈາກຜົນການສຳຫຼວດຜູ້ຊາຍພົບວ່າ ຜູ້ຊາຍທີ່ພ້ອມແຕ່ງງານຈະບໍ່ເລາະທ່ຽວຕາມພັບບາຮ໌ ຫຼືສະນຸກອີກຕໍ່ໄປ ແຖມຍັງພະຍາຍາມຫຼີກລ່ຽງບໍ່ທ່ຽວຫຼີ້ນຫຍັງແບບນັ້ນອີກແລ້ວ ທັ້ງທີ່ແຕ່ກ່ອນໄປຕະຫຼອດບໍ່ເຄີຍຂາດ ບາງຄົນສາລະພາບວ່າແມ່ນເວລາຫຼາຍປີເຮັດທຳເປັນສະນຸກກັບການກິນດື່ມ ສູບຢາ ແລະທ່ຽວສາວງາມຕາມສະຖານທີ່ຕ່າງໆ ພໍຫຼາຍເຂົ້າກໍ່ເລີ່ມເບື່ອໜ່າຍແມ່ນຫຍັງແບບນັ້ນ ສູ້ຢູ່ເຮືອນບໍ່ໄດ້ ສະບາຍກວ່າຫຼາຍເລີຍ ຜູ້ຊາຍປະເພດນີ້ຈະຮູ້ສືກວ່າຊີວິດທີ່ເສເພແບບນັ້ນມັນຊ່າງບໍ່ມີສາລະແລະເສຍເວລາ ແຖມຍັງເຈີະຜູ້ຊິງເຊັກຊີທີ່ເມົາຫຼີ້ນຈົນໝົດທ່າ ພໍຊວນກັນໄປມີເຊັກສ໌ຫຼັງຈາກແລ້ວກິດຈະກຳກໍ່ເອື້ອມລະອາບໍ່ຮູ້ຈະເວົ້າຫຍັງ...ເຈີະແບບນີ້ເລື້ອຍໆກໍ່ເບື່ອ...ຜູ້ຊາຍເຂົາວ່າມາແນວນີ້

     ມີອິດສະລະພາບທາງການເງິນ

        ຜູ້ຊາຍບາງຄົນຕັ້ງເປົ້າໄວ້ວ່າຕ້ອງມີຄວາມໝັ້ນຄົງທາງການເງິນກ່ອນເຖິງຈະມີຄອບຄົວໄດ້ ຖ້າຍັງຫົວໝຸນແລ່ນຫາເງິນມາຈ່າຍແບບເດືອນຕໍ່ເດືອນແລ້ວກໍ່ ຍ່ອມບໍ່ຢາກເພີ່ມພາລະນຳການຫາລ້ຽງພັນລະຍາອີກຄົນ ດັ່ງນັ້ນຖ້າເຮົາບໍ່ຢາກລຳບາກກໍ່ຄວນເບີ່ງຫາຜູ້ຊາຍທີ່ເພີ່ງພາໄດ້ ຫຼືຢ່າງນ້ອຍກໍ່ມີວຽກເຮັດໝັ້ນຄົງ ເຊົາເບີ່ງຫາຜູ້ຊາຍບໍ່ມີວຽກເຮັດຖ້າບໍ່ຢາກຕ້ອງອອກເງິນເວລາໄປທ່ຽວກັນ ນອກຈາກນັ້ນຜູ້ຊາຍພວກນີ້ຍັງບໍ່ກ້າຊວນເຮົາໄປໃສມາໃສເພາະບໍ່ມີເງິນ ເບີ່ງແມ ພຽງມື້ນີ້ຍັງກັດກ້ອນເກືອກິນ ກໍ່ບໍ່ຕ້ອງຄິດໄປເຖິງວັນຂ້າງໜ້າທີ່ຄິດຈະມີຄອບຄົວກັບຜູ້ຊາຍພວກນີ້ ແບບນັ້ນເອົາໄວ້ພຽງຊາບຊວຍມ່ວນຊື່ນໄປວັນໆ ກໍ່ພໍ ສູ້ເຮົາກັບມາພິຈາລະນາຜູ້ຊາຍທີ່ຫຸ່ນບໍ່ໄດ້ລຳບືກເລົ້າໃຈ ແຕ່ມີຫົວໃຈປ່ຽມຮັກແລະງານການໝັ້ນຄົງ ແລະທີ່ສຳຄັນທີ່ສຸດຄືວາງແຜນທີ່ຈະຮ່ວມຊີວິດກັບເຮົາ...ເຂົ້າທ່າກວ່າບໍ່

      ຢາກເປັນພໍ່

         ຜູ້ຊາຍພ້ອມທີ່ຈະແຕ່ງງານແລ້ວຖ້າເຂົາຈັບຈ້ອງເບີ່ງເດັກນ້ອຍໆ ເປັນເວລາດົນແຖມຍັງຖາມເຮົາວ່າຢາກມີລູກໜ້າຮັກໆ ແບບນີ້ຈັກຄົນບໍ່ ຜູ້ຊາຍຍັງຢາກໜຸ່ມແໜ້ນແຂງແຮງພໍທີ່ຈະສອນຕືກປາ ເຕະບານ ຫຼືເຮັດກິດຈະກຳແບບຜູ້ຊາຍຮ່ວມກັນ ຜົນການສຳຫຼວດພົບວ່າ ອາຍຸເປັນປັດໄຈສຳຄັນທີ່ມີຜົນຢ່າງຫຼາຍຕໍ່ທັດສະນະຄະຕິໃນເລື່ອງການແຕ່ງງານຂອງຜູ້ຊາຍ ຜູ້ຊາຍທີ່ມີການສືກສາລະດັບປະລິນຍາ ທຸກຄົນຈະບໍ່ຄິດເລື່ອງແຕ່ງງານຢ່າງຈິງຈັງຈົນກວ່າອາຍຸ 26 ເປັນຕົ້ນໄປ ແລະຈະລົງຫຼັກປັກຖານໃນອາຍຸ 28-33ປີ ໂອກາດທີ່ເຂົາຈະແຕ່ງງານກໍ່ຈະເລີ່ມຫຼົດນ້ອຍລົງ ພໍອາຍຸ 30-36 ປີ ນອກຈາກນັ້ນຜົນການສຳຫຼວດຍັງບອກວ່າ ທັນທີທີ່ຜູ້ຊາຍອາຍຸ 37 ປີ ໂອກາດທີ່ເຂົາຈະແຕ່ງງານກໍ່ຈະເລີ່ມຫຼົດນ້ອຍລົງ ພໍອາຍຸ 43 ເຂົາກໍ່ອາດຈະດຳລົງຕົນເປັນໜຸ່ມໂສດໄປຕະຫຼອດຊີວິດ

    ສະຖານະເປັນແຟນແຕ່ເຮັດຕົວເປັນສາມີ

       ເມື່ອຜູ້ຊາຍພ້ອມຈະເປັນສາມີເມື່ອນັ້ນເຂົາຈະເລີ່ມເຮັດຕົວເໝືອນເປັນສາມີ ຕົວຢ່າງເຊັ່ນ ເຂົາຈະວາງແຜນສຳຫຼັບອະນາຄົດ ພາເຮົາໄປແນະນຳໃຫ້ໝູ່ເພື່ອນແລະຄອບຄົວຮູ້ຈັກ ແລະບໍ່ແມ່ນພຽງໂທຫາເຮົາທຸກມື້ແຕ່ຕ້ອງການໃຫ້ເຮົາຮູ້ລາຍລະອຽດໃນຊີວິດເຂົາທຸກມື້ແລະຢາກຮູ້ເລື່ອງຂອງເຮົານຳ ນອກຈາກນັ້ນເຂົາຍັງຊື່ສັດແລະເປີດເຜີຍ ເວລາເຮົາເຂົ້າມາໃນຫ້ອງເຂົາຈະບໍ່ກະຟືບກະຟາບເພາະບໍ່ຢາກໃຫ້ເຮົາເຫັນວ່າເຂົາກຳລັງເຮັດຫຍັງແລະເຂົາຍັງໃຫ້ເຮົາຮັບໂທລະສັບຂອງເຂົາອີກນຳ ຖ້າເຂົາຈັດທີ່ໃນຕູ້ເສື້ອຜ້າກັນໄວ້ໃຫ້ເຮົາ...ນັ້ນແລະແມ່ນເລີຍ ແລະເຂົາຍັງຮັບຟັງເວລາເຮົາບອກວ່າເຮົາພ້ອມແຕ່ງງານເມື່ອໃດ

       ຖ້າຍັງບໍ່ແນ່ໃຈວ່າເຂົາຄິດແນວໃດ ກໍ່ໃຫ້ສັງເກດວິທີທີ່ເຂົາສະແດງອອກ ແລະທີ່ສຳຄັນໄປກວ່ານັ້ນຄືວິທີທີ່ເຂົາເວົ້າເຖິງອະນາຄົດຂອງເຮົາ ແຕ່ທີ່ແນ່ໆ ຢ່າໄປກົດດັນ ລອງໃຊ້ວິທີເວົ້າຕົງໆ ບອກເຂົາໄປວ່າເຮົາຮູ້ສືກແນວໃດ ຈະໄດ້ຮູ້ວ່າເຮົາຢືນຢູ່ຈຸດໃດ ຖ້າຜູ້ຊາຍຍັງບໍ່ພ້ອມກໍ່ຄືບໍ່ພ້ອມ ຖ້າເຈີະແບບນີ້ກໍ່ເດີນໜ້າຫາຜູ້ຊາຍຄົນທີ່ພ້ອມກວ່ານີ້ດີກວ່າ ຈະເສຍເວລາຊູຊີໄປເຮັດຫຍັງ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຍອມຮັບສະວ່າບາງເທື່ອ ຕົວເຮົາເອງທີ່ມີແຟນຢູ່ແລ້ວ ກໍ່ຕ້ອງເຄີຍແອບເບີ່ງຄົນອື່ນ ແລະພໍເຈີະແຈ໊ກພອດໄດ້ຮູ້ຈັກກັບອີກຄົນທີ່ນິໄສເຂົ້າກັນໄດ້ ຢູ່ໃກ້ແລ້ວມີຄວາມສຸກ ກໍ່ເຜີຄິດວ່າເຂົາໜ້າຈະ “ດີກວ່າ“ ແຟນຂອງເຮົາເອງ ແຕ່ທີ່ຕັດສິນໃຈໄປຈາກແຟນຕົວຈິງບໍ່ໄດ້ ກໍ່ເພາະ “ບໍ່ໝັ້ນໃຈ“ ວ່າອີກຄົນທີ່ຄິດວ່າ “ແມ່ນກວ່າ“ ຄົນນັ້ນ ຈະດີແທ້ໆ ຫຼືບໍ່ ແລະຖ້າແຟນຕົວເອງທີ່ຄົບຢູ່ບໍ່ໄດ້ເຮັດຫຍັງຜິດ ກໍ່ບໍ່ຮູ້ຈະເອົາເຫດຜົນຫຍັງໃຊ້ບອກອີກຝ່າຍເພື່ອຂໍເລີກ

ຄົນເຮົາເມື່ອຮັກກັນແລ້ວ ກໍ່ຕ້ອງເຄີຍຜ່ານຊ່ວງເວລາທີ່ມີຄວາມໝາຍມາດ້ວຍກັນທັ້ງນັ້ນ ການຈະເຮັດເປັນເຫັນຄົນອື່ນດີກວ່າແລ້ວຖິ້ມໄປລົມຄົນໃຫ່ມເລີຍ ມັນກໍ່ບໍ່ຖືກຕ້ອງ ແຮງຖ້າເປັນແຟນກໍ່ແຮງເປັນຄົນເກົ່າທີ່ດີແສນດີບໍ່ເຄີຍປ່ຽນແປງ ກໍ່ແຮງເຮັດໃຫ້ຄິດໜັກວ່າເລີກຫຼືບໍ່ເລີກດີ

ໃຈໜື່ງກໍ່ຢາກໄປ “ເລີ່ມຕົ້ນໃຫ່ມ“ ກັບຄົນທີ່ຄິດວ່າແມ່ນກວ່າ ຈະໄດ້ບໍ່ຕ້ອງເສຍເວລາຢ່າກັບຄົນທີ່ຕົວເອງຄິດວ່າ “ບໍ່ແມ່ນ“ ພໍຄິດໄປຄິດມາແລ້ວກໍ່ບໍ່ແນ່ໃຈ ກໍ່ເລີຍເປັນຄຳຖາມວ່າທີ່ຕົວເອງຕັດສິນໃຈບໍ່ໄດ້ກໍ່ເລີຍສົງໄສວ່ານີ້ເປັນພຽງຄວາມຜູກພັນຫຼືບໍ່

ຂ້ອຍເຊື່ອວ່າມີຫຼາຍຄົນທີ່ຕົກຢູ່ໃນອາລົມແບບນີ້ ບໍ່ຮູ້ວ່າຕໍ່ໄປຈະເປັນແນວໃດ ບໍ່ຢາກແອບຄົບກັນໄປແບບຈັບປາສອງມື ໃຈໜື່ງກໍ່ຢ້ານວ່າຈະຖືກໃຜໆ ເບີ່ງວ່າເປັນຄົນຊົ່ວ ອີກໃຈໜື່ງກໍ່ຄິດວ່ານີ້ມັນຊີວິດຂອງຕົວເອງ ຈະໄປແຄຮ໌ໃຜອີກ ຖ້າໃຜກ້າຕັດສິນໃຈໄວກໍ່ດີໄປ ເພາະເຖິງວ່າຜົນລົງເອີຍຈະຄື “ແມ່ນ“ ຫຼື “ບໍ່ແມ່ນ“ ມັນກໍ່ເປັນການເລືອກເອົາຈັກຢ່າງ ຢ່າງນ້ອຍໆ ກໍ່ສະບາຍໃຈໄດ້ວ່າຂ້ອຍບໍ່ໄດ້ຫຼອກກັກໃຜເພາະຄວາມເຫັນແກ່ຕົວ

ຂ້ອຍຄິດວ່າຖ້າການໄປເຈີະຄົນໃຫ່ມທີ່ຮູ້ສືກວ່າແມ່ນກວ່າ ກໍ່ບໍ່ແມ່ນເລື່ອງຜິດແມ່ນຫຍັງ ຄົນເຮົາມີສິດເລືອກສີ່ງທີ່ດີທີ່ສຸດໃຫ້ຕົວເອງ ແຕ່ກໍ່ບໍ່ຄວນເຫັນແກ່ຕົວດ້ວຍການເຮັດຫຍັງບໍ່ຊັດເຈນ ເຮົາບໍ່ຄວນສວມເຂົາໃຫ້ແຟນຕົວເອງ ດ້ວຍການແອບໄປລອງຄົບກັບຄົນໃຫ່ມເບີ່ງ ເພາະຄິດວ່າຖ້າຫຼົງເຂົ້າໃຈຜິດຂື້ນມາກໍ່ຈະບໍ່ມີຫຍັງຕ້ອງເສຍ ຖ້າເກີດຢູ່ໆ ຄົນໆນັ້ນທີ່ເຮົາຄິດວ່າ “ແມ່ນ“ ເຂົ້າກັນບໍ່ໄດ້ ກໍ່ຈະໄດ້ກັບມາຫາແຟນຕົວເອງໄດ້ຢ່າງແນບນຽນ ໂດຍທີ່ທຸກຢ່າງກໍ່ຍັງຄືເກົ່າ

ຖ້າເຮົາເປັນຄົນທີ່ກ້າຫຼອກຄົນທີ່ເຮົາຮັກດ້ວຍວິທີນັ້ນໄດ້ ກໍ່ຢ່າສົງໄສເລີຍວ່ານີ້ມັນຄືແມ່ນຫຍັງກັນແທ້ ບອກໄດ້ເລີຍວ່ານີ້ບໍ່ແມ່ນວິທີທີ່ຄົນຮັກເຂົາເຮັດຕໍ່ກັນ ຖ້າເຂົາຮູ້ເຂົ້າໃນມື້ໜື່ງ ຕໍ່ໃຫ້ເຂົາເຄີຍຮັກເຮົາຫຼາຍຊ່ຳໃດຄວາມຮູ້ສືກນັ້ນມັນກໍ່ຕ້ອງຖືກປ່ຽນ ແລະມັນຈະບໍ່ມີທາງກັບມາເປັນຄວາມຮູ້ສືກທີ່ຄືເກົ່າອີກ

ຄວາມຜູກພັນ...ບໍ່ໄດ້ຊ່ວຍໃຫ້ຄົນສອງຄົນຢູ່ນຳກັນໄປຈົນແກ່ເຖົ້າໄດ້ທຸກຄູ່ ເພາະຖ້າໃນຄວາມຜູກພັນນັ້ນບໍ່ມີ “ຄວາມຮັກ“ ແລະ “ຄວາມເຂົ້າໃຈກັນ“ ເປັນສ່ວນປະສົມຢູ່ນຳ ມັນກໍ່ເປັນພຽງຄວາມຜູກພັນທີ່ເວົ້າປາກເປົ່າ ແຕ່ຫົວໃຈເຂົ້າບໍ່ເຖີງສຳຜັດບໍ່ໄດ້

ທາງທີ່ດີ...ເຮົາຄວນຕອບຄຳຖາມໃນໃຈຕົວເອງໃຫ້ຊັດເຈນໄປເລີຍວ່າ ຕ້ອງການເລືອກທາງຊ້າຍຫຼືທາງຂວາ ຕັດສິນໃຈໄດ້ແລ້ວກໍ່ມຸ້ງໜ້າໄປທາງນັ້ນ ແລະເຮັດໃຫ້ມັນດີທີ່ສຸດ ແຕ່ຖ້າບໍ່ຍອມເລືອກຈັກທາງເຮົາກໍ່ຈະກາຍເປັນຄົນທີ່ໄດ້ແຕ່ຢືນລັງເລຢູ່ທາງແຍກ ໄປຊ້າຍບໍ່ໄດ້ ໄປຂວາກໍ່ບໍ່ໄດ້ ແລະອາດມີສິດຖືກລົດຊົນຕາຍເຂົ້າຈັກມື້

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍມີຄົນບອກວ່າ...ຢ່າເສຍເວລາກັບຄົນທີ່ບໍ່ແມ່ນ ເພາະມັນຄືກັບການຕຳໝາກເຜັດລະລາຍລົງແມ່ນ້ຳຄື ເສຍເວລາເຮັດໃນສີ່ງທີ່ບໍ່ມີປະໂຫຍດ ແຖມໃຈກໍ່ບໍ່ມີຄວາມສຸກ

          ຖ້າລອງຄົບຫາເບີ່ງໃຈ ຮຽນຮູ້ກັນແລະກັນແລ້ວ ຢູ່ໆ ກັບເກີດຄວາມຮູ້ສືກ “ບໍ່ແມ່ນ“ ທັ້ງໆທີ່ຕອນເລີ່ມເປັນແຟນກັນໃຫ່ມໆ ແມ່ນຫຍັງກໍ່ສວຍງາມ ແຕ່ພໍການເວລາຜ່ານໄປຄວາມຮູ້ສືກບໍ່ແມ່ນກໍ່ຜຸດໂພ່ຂື້ນມາທັກທາຍ ມັນອາດເປັນສັນຍານບົ່ງບອກວ່າເຮົາຄວນກັບມາເບີ່ງຄົນທີ່ແມ່ນກັນດີກວ່າ ເພາະຖ້າເມື່ອໃດກໍ່ຕາມທີ່ຮູ້ສືກວ່າອີກຝ່າຍບໍ່ແມ່ນ ກໍ່ຢ່າຝືນທົນຄົບໄປເລື້ອຍໆ ແຮງທົນຢູ່ເພາະ “ເຂົາຮັກເຮົາ“ ທັ້ງໆທີ່ເຈົ້າເອງເລີ່ມຮູ້ສືກວ່າ “ເຂົາບໍ່ແມ່ນ“ ສະແລ້ວ ບາງທີເຈົ້າອາດທຳຮ້າຍເຂົາໄປໂດຍບໍ່ຮູ້ຕົວກໍ່ໄດ້

          ເຖິງວ່າ “ຄວາມຮັກ“ ອອກແບບບໍ່ໄດ້ ເພາະຄົນທີ່ເຮົາຮູ້ສືກແມ່ນເຂົາກັບແລ່ນໜີ ແຕ່ຄົນທີ່ບໍ່ແມ່ນເຂົາກັນແລ່ນຕາມເຮົາສະເໝີ ແຕ່ເຮົາສາມາດເຮັດໃຫ້ມັນສົມບູນແບບໄດ້ ເພາະຄວາມຮັກປຽບເໝືອນການປູກຕົ້ນໄມ້ ຖ້າເຮົາຫວ່ານເມັດພັນລົງໃນພື້ນທີ່ທີ່ເໝາະສົມມັນຈະງອກງາມສົດໃສ ແຕ່ຖ້າພະຍາຍາມຫວ່ານຢ່າງຕັ້ງໃຈໃນພື້ນທີ່ທີ່ບໍ່ເໝາະສົມ ແນວໃດໆມັນກໍ່ບໍ່ເຕີບໃຫ່ຍງົດງາມຢ່າງໃຈຫວັງ

          ທີ່ສຳຄັນ “ຄວາມຮັກ“ ເປັນສີ່ງມີຄ່າ ເພາະສະນັ້ນ ຢ່າມົວເສຍເວລາກັບຄົນທີ່ບໍ່ແມ່ນ ເພາະມັນອາດເຮັດໃຫ້ “ຄົນທີ່ແມ່ນ“ ຍ່າງຜ່ານເຮົາໄປແບບທີ່ເຮົາບໍ່ຮູ້ຕົວກໍ່ໄດ້ ແລະຢ່າເກັບເອົາຄວາມຊົງຈຳໃນອະດີດທີ່ແສນງົດງາມ ມາບົດບັງຄວາມຈິງໃນໃຈຂອງຕົວເຮົາ

          ລອງຖາມໃຈຕົວເອງ ພ້ອມໆ ກັບຟັງສຽງຂອງຫົວໃຈຕົວເອງອີກຈັກຄັ້ງວ່າ “ເຮົາຍັງຮັກເຂົາຢູ່ຫຼືບໍ່“ ແລະ “ເຂົາຍັງເປັນຄົນທີ່ແມ່ນສຳຫຼັບເຮົາຢູ່ຫຼືບໍ່“ ຖ້າຫາຄຳຕອບໃຫ້ກັບຫົວໃຈໄດ້ແລ້ວ ກໍ່ເດີນໜ້າລຸຍຕໍ່ເລີຍ ແຕ່ຖ້າຫາກຢາກພົບຮັກທີ່ໝັ້ນຄົງແລະມີຄວາມສຸກຄວນເລືອກຄົນທີ່ “ພໍດີ“ ແລະ “ເຂົ້າກັນດີ“ ກັບຕົວເຮົາ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ມີເວລາຫວ້າງຢ່າໃຫ້ເສຍລ້າ ຈົ່ງທຳຕົວໃຫ້ມີປະໂຫຍດຕໍ່ສັງຄົມແລະແຜ່ນດິນ

ອຳນາດ ວາດສະໜາ ບາລະມີ

ທັງ 3 ຢ່າງນີ້ ເຈົ້າຢາກໄດ້ຢ່າງໃດຫຼາຍທີ່ສຸດ ອຳນາດ ວາດສະໜາ ບາລະມີ

...ຄິດໃຫ້ດີກ່ອນຕອບກໍ່ໄດ້...

ຄົນສ່ວນຫຼາຍມັກໂລບມາກໂລພາຢາກໄດ້ທັງ 3 ຢ່າງເຊີ່ງເປັນໄປໄດ້ຍາກ ແຕ່ກໍ່ບໍ່ຜິດກະຕິກາ

1. ອຳນາດ ເປັນຄວາມສາມາດທີ່ຈະຄວບຄຸມຄົນອື່ນໃຫ້ປະຕິບັດຕາມໄດ້

ໂດຍການສັ່ງການຫຼືບັນຊາແລ້ວມີຄົນຍອມເຮັດຕາມ ເຖິງຈະມັກຫຼືບໍ່ມັກກໍ່ຕາມ ຜົນຂອງການມີອຳນາດມີໄດ້ທັງທາງດີແລະທາງບໍ່ດີຄົນສ່ວນໃຫ່ຍມັກອຳນາດ ເພາະເບີ່ງເຫັນຜົນລັບໄດ້ງ່າຍ ແລະຮູ້ສືກວ່າຕົວເອງຢູ່ເໜືອຄົນອື່ນ

ອຳນາດມັກຈະພົບໄດ້ໃນອາຊີບທີ່ມັກເອື້ອໃຫ້ມີອຳນາດໄດ້ງ່າຍ ເຊັ່ນ ຂ້າລາຊະການ ຫຼືພະນັກງານລັດວິສາຫະກິດ ແລະອຳນາດທີ່ພົບໄດ້ເດັ່ນຊັດຫຼາຍໆ ມາຈາກນັກການເມືອງທີ່ມີຕຳແນ່ງສູງໆ

ອຳນາດມັກຈະກ່ຽວພັນກບປືນຫຼືຄວາມຕາຍ ຄົນຈະມີອຳນາດໄດ້ຫຼາຍ ຖ້າສັ່ງເປັນສັ່ງຕາຍໄດ້ ຂ້າລາຊະການຕຳແນ່ງສູງທີ່ມີໂອກາດຖືປືນຫຼືໃຊ້ປືນໄດ້ ຫຼືມີສິດສັ່ງຄົນທີ່ຖືປືນໃຫ້ໃຊ້ປືນໄດ້ ຈື່ງມີອຳນາດຫຼາຍ ລວມທັງໂຈນກໍ່ມີອຳນາດນຳ ເອີ້ນອຳນາດເຖື່ອນ

ຄົນທີ່ມີອຳນາດແລ້ວມັກຈະຫຼົງຕົວເອງສູງ ຍີ່ງ ຍະໂສ ໂອຫັງ ບໍ່ຢ້ານເກງໃຜ ເພາະສັ່ງໄດ້ບັນຊາໄດ້...ມີຄົນພ້ອມຈະຮັບບັນຊາ ຄົນອື່ນໆ ກໍ່ຢາກແລ່ນເຂົ້າມາຫາພ້ອມເຄື່ອງສັງເວີຍ ເພື່ອຮ່ວມຮັບຫຼືຮ່ວມໃຊ້ອິດທິພົນຈາກອຳນາດນັ້ນ ທັ້ງທີ່ຖືກກົດໝາຍແລະຜິດກົດໝາຍ

ສັງເກດເບີ່ງວ່າຄົນທີ່ໃຊ້ອຳນາດຫຼາຍໆ ແລະເລື້ອຍໆ ນັ້ນ ມັກບໍ່ຄ່ອຍຖືກກົດໝາຍຫຼືຖືກຕ້ອງໜັກ ແຕ່ຈະຖືກໃຈຕົວເອງຫຼາຍກວ່າ

ຄົນມີອຳນາດມັກຈະບັນດານເງິນທອງ ຕຳແນ່ງ ຍົດ ໄດ້ງ່າຍ ຕອນມີຊີວິດຢູ່ຈະມີຜູ້ຄົນເຂົ້າມາຍົກຍໍປໍປັ້ນຫຼາຍ ຢາກຮັບໃຊ້ເພາະຫວັງຈະໄດ້ປະໂຫຍດຈາກອຳນາດ ແຕ່ເວລາຕາຍ ຫຼາຍຄົນຕາຍບໍ່ດີ ເຊັ່ນຖືກຂ້າ ຫຼືຕາຍໄປແລ້ວກໍ່ມີຄົນດ່າແຊ່ງ ຫຼືຄົນບໍ່ຢາກເວົ້າເຖີງ ຫາຍມິດໄປເລີຍກໍ່ຫຼາຍ ຄອບຄົວຂອງຄົນມີອຳນາດແລະໃຊ້ອຳນາດຫຼາຍ ກໍ່ມັກບໍ່ຄ່ອຍປົກະຕິສຸກດ໋ອກ

...ອຳນາດເປັນເລື່ອງຂອງ “ການຮັບ“

ໃຜສາມາດເຮັດໃຫ້ຕົວເອງ “ຮັບ“ ໄດ້ຫຼາຍຊ່ຳໃດ ກໍ່ຊ່ຳກັບມີອຳນາດຫຼາຍເທົ່ານັ້ນ ເຂົາຈື່ງສ້າງຄວາມໄດ້ປຽບໃຫ້ກັບຕົວເອງທຸກວິທີທາງ ເຖີງຈະຜິດກົດໝາຍກໍ່ຈະເຮັດເພາະລື້ງເຄີຍຕໍ່ແນວຄິດແບບນັ້ນແລ້ວ

2. ບາລະມີ ເປັນຜົນຈາກການເຮັດຄວາມດີ ເຮັດໃຫ້ມີຄົນຮັກ ຄວາມດີທີ່ເຫັນງ່າຍໆ ກໍ່ຄື ການຊ່ວຍຜູ້ຄົນແລະສັງຄົມທຸກຮູບແບບ ເປັນພືດຕິກຳຂອງ “ການໃຫ້“ ແຮງຊ່ວຍຫຼາຍ ໃຫ້ຫຼາຍ ຄົນກໍ່ຮັກຫຼາຍ ສັດທາ ຊື່ນຊົມ ນິຍົມຫຼາຍ

...ບາລະມີເປັນເລື່ອງຂອງຄວາມສາມາດໃນ “ການໃຫ້“ ໃຜໃຫ້ໄດ້ຫຼາຍ ກໍ່ມີບາລະມີຫຼາຍ...

ແລະຖ້າເປັນການໃຫ້ຢ່າງມີເມດຕາແລະບໍລິສຸດໃຈ ຈະແຮງໄດ້ບາລະມີຫຼາຍ

ຄົນທີ່ມີບາລະມີນັ້ນຈະບໍ່ໂດ່ງ່ດັງເທົ່າອຳນາດດ໋ອກ ຄົນບໍ່ຢ້ານກົວຄືຄົນມີອຳນາດ ແຕ່ຈະເກງໃຈ ຄົນຢາກຢູ່ໃກ້ເພາະອົບອຸ່ນໃຈ ບໍ່ຮ້ອນຮົນຍາດແຍ່ງຜົນປະໂຫຍດຄືຕອນຢູ່ໃກ້ຄົນມີອຳນາດ

3.ວາດສະໜາ ເປັນຜົນຈາກການສ້າງບາລະມີຫຼາຍໆ ເຊີ່ງເປັນໄປຕາມຄວາມເຊື່ອເລື່ອງກົດແຫ່ງກຳ ເມື່ອເຮັດຄວາມດີຫຼາຍໆ ກໍ່ຈະໄດ້ຮັບຜົນຂອງການເຮັດຄວາມດີເຫຼົ່ານີ້ ເອີ້ນວ່າ ວາດສະໜາ ເຮັດໃຫ້ມີຄວາມສຸກ ຄວາມຈະເລີນໃນຊີວິດ ໄດ້ຮັບກຽດຈາກຄົນດີ ໄດ້ຮັບຍົດຈາກຄົນດີ ເຖີງກຽດແລະຍົດນັ້ນຈະບໍ່ຫຼາຍຫຼືໂດ່ງດັງຄືຄົນມີອຳນາດໄດ້ຮັບ ແຕ່ຄຸນນະພາບຈະແຕກຕ່າງກັນ ເພາະໄດ້ຈາກຄົນທີ່ເຕັມໃຈໃຫ້ເພາະຄວາມດີ ບໍ່ແມ່ນຕ້ອງໃຫ້ເພາະເກງອຳນາດ

...ແຕ່ທີ່ແນ່ໆ ກໍ່ຄື ຄົນມີວາດສະໜາຈະໄດ້ຮັບມິດຕະພາບທີ່ດີໆ ຈາກຄົນດີໆ ຫຼາກຫຼາຍ...

ຄົນມີອຳນາດນັ້ນສ່ວນຫຼາຍຈະໄດ້ມິດຕະພາບຈອມປອມ ຈາກຄົນບໍ່ຄ່ອຍດີສ່ວນໃຫ່ຍ

ແຕ່ພວກທີ່ມີວາດສະໜາແລະສ້າງບາລະມີ ເວລາຕາຍໄປແລ້ວຄົນຈະຄິດເຖິງ ອົບອຸ່ນໃຈທຸກເທື່ອທີ່ຄິດເຖິງ ມີຄົນເວົ້າເຖີງໃນແງ່ດີຕະຫຼອດໄປ ເພາະເປັນພວກທີ່ “ໃຫ້“ ໄດ້ຫຼາຍກວ່າຄົນທົ່ວໄປ

ການສະສົມບາລະມີໃນຊ່ວງມີຊີວິດຢູ່ ນອກຈາກຈະເຮັດໃຫ້ມີຄວາມສຸກແລ້ວຍັງໄດ້ມິດ ແລະໄດ້ພະລັງຊີວິດທີ່ດີໆ ຕະຫຼອດໄປ ອະນາຄົດຈະເປັນຄົນມີວາດສະໜາດີ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄົນບໍ່ແມ່ນສີ່ງຂອງ ວາງໄວ້ແລ້ວກັບມາເອົາຕອນໃດກໍ່ໄດ້ ມະນຸດມີຄວາມຮູ້ສືກ ຄຳວ່າຮັກຄຳດຽວກັນ ບອກຄົນລະມື້ຍັງຊື້ງໃຈບໍ່ເທົ່າກັນເລີຍ ນັບພາສາແມ່ນຫຍັງມື້ທີ່ຖ້າຄວາມຮັກ ຄວາມເຫັນໃຈ ເຂົາຍັງຫ່າງຫາຍໄປຢ່າງບໍ່ໃຍດີ

 ມື້ນີ້ກັບມາຄິດຫຼືວ່າຄວາມຮູ້ສືກນັ້ນຍັງຄືເກົ່າ ເຖິງຈະຮັກເຂົາແທບຕາຍ ແຕ່ຂ້ອຍຕາຍບໍ່ໄດ້ແທ້ໆ ເພາະເຂົາບໍ່ໄດ້ຄູ່ຄວນຂະໜາດນັ້ນ ອຸດສາຂື້ນມາຈາກເຫວໄດ້ແລ້ວ ຖ້າຈະຕັດສິນໃຈໄປຍ່າງຫຼິ້ນປາກເຫວອີກຈັກເທື່ອ ຮັກແທ້ເຂົາຕ້ອງຖ້າໄດ້ ນອກຈາກວ່າໂດນຖີ້ມມາ ເລີຍໂຫຍຫາຄວາມໝັ້ນໃຈ ກັບມາຫາຄົນທີ່ບໍ່ມີວັນຖີ້ມເຂົາໄປ ເຖິງວ່າຈະໂດນຖິ້ມແນວໃດກໍ່ຕາມ ລອງຄິດເບີ່ງ່ດີໆ ບໍ່ຕ້ອງຟ້າວ ຫຼືຈະລອງພິຈາລະນາຈາກ 7 ຂໍ້ດັ່ງນີ້ ...

1. ຖາມຕົວເອງວ່າບໍ່ມີເຂົາ ເຮົາຢູ່ໄດ້ແມ່ນບໍ່

ຖ້າຢູ່ໄດ້ຢູ່ໄປກ່ອນຢ່າຮີບຮ້ອນ ມື້ທີ່ເຮົາເຈັບປາງຕາຍເຂົາກັບຫ່າງຫາຍໄປຢ່າງໜ້າຕາເສີຍ ຄົນເຂັ້ມແຂງກາຍເປັນຄົນອ່ອນແອອາດໃຊ້ເວລາພຽງມື້ດຽວ ແຕ່ກວ່າທີ່ຄົນອ່ອນແອຈະກັບມາເປັນຄົນເຂັ້ມແຂງຄືເກົ່າ ອາດໃຊ້ເວລາເປັນປີກວ່າຫົວໃຈດີໆ ຈະຟື້ນຄືນສະພາບ ເຮົາເທົ່ານັ້ນທີ່ຮູ້ ຢ່າປ່ອຍໃຫ້ມັນເຈັບຊ້ຳໆ ຈາກຄົນເກົ່າໆ

2. ໃຫ້ເວລາທັງເຂົາແລະເຮົາ

ຊ່ວງເວລາຂອງການກຳລັງຈະໄດ້ມາ ກັບຊ່ວງເວລາທີ່ກຳລັງຈະສູນເສຍໄປ ເປັນຊ່ວງເວລາທີ່ຫອມຫວານທີ່ສຸດຂອງຄວາມຮັກ ມັນເປັນພຽງຄວາມຕື່ນເຕັ້ນຂອງຊ່ວງຕະກາຍຝັນ ພໍຢູ່ນຳກັນແທ້ໆ ກັບເສີຍໆ “ເວລາ“ ຈະບອກໄດ້ເອງວ່າເຂົາກັບມາເພາະຮັກເຮົາຫຼືວ່າເຫງົາ ມີເຮົາກໍ່ຍັງດີຢູ່ດຽວພໍມີແຮງກໍ່ໄປຫາຄົນອື່ນອີກ

3. ເປັນໝູ່ໄປກ່ອນ

ຕຳແນ່ງທີ່ບາງຄົນອາດບໍ່ຄວນຄ່າດ້ວຍຊ້ຳ ແນວໃດກໍ່ເຄີຍຮັກກັນ ຄົບກັນແບບໝູ່ເພື່ອນ ລົມກັນໃນເວລາທີ່ສະດວກ ບໍ່ທຸລົນທຸລາຍ ໃນເມື່ອຮັກຄັ້ງເກົ່າເຮົາເລີ່ມຈາກ 1 ມາເຖິງ 100 ແລ້ວເຂົາກໍ່ທຳລາຍມັນຈົນໝົດ ຖ້າຈະກັບມາເຮົາຄົງບໍ່ນັບ 1 ໃຫ່ມ ແຕ່ຕ້ອງຖອຍໄປເຖິງຂັ້ນຕິດລົບ

4. ຟອຮ໌ມກິນບໍ່ໄດ້ ແຕ່ງາມ

ຕໍ່ໃຫ້ໃຈຢາກແລ່ນເຂົ້າໄປຮ້ອງໃສ່ ກອດເຂົາໃຫ້ສະໃຈ ແຕ່ແນວໃດກໍ່ຕ້ອງເຮັດໜ້າບໍ່ໄວ້ໃຈ ນຽນໆ ເກັບຄວາມດີໃຈເອົາໄວ້ໃຫ້ເລີກສຸດໃຈ ຢ່າໃຫ້ເຂົາຈັບໄດ້ວ່າເຮົາຖ້າເວລາໃຫ້ເຂົາກັບມາທຸກລົມຫາຍໃຈເຂົ້າອອກ ຫຼີ້ນຕົວແດ່ ຢ່າຫວ້າງທຸກເທື່ອທີ່ເຂົາຊວນ ຢ່າ Cancel ທຸກຄົນເພື່ອຖ້າເຂົາຄົນດຽວ

5. ຫາຂໍ້ມູນແວດລ້ອມ

ຈະເຟດບຸກ ຫຼືຈາກໝູ່ເພື່ອນ ເຊັກໃຫ້ດີ ປະວັດຊີວິດຮັກກ່ອນຊົມຊານກັບມາຫາເຮົາ ເຂົາຖືກຖີ້ມມາຫຼືບໍ່ ແນວໃດຄວາມລັບກໍ່ບໍ່ມີໃນໂລກ

6. ປະຕິເສດຢ່າງໄວແບບບໍ່ຕ້ອງຄິດ

ກໍ່ພຽງລອງວັດໃຈເສີຍໆ ຖ້າເຂົາປ່ຽນໃຈຍ່າງໜີໄປເລີຍ ແປວ່າເຂົາບໍ່ໄດ້ຢາກກັບມາແທ້ໆ ຖ້າເຮົາເປັນຄົນທີ່ເຂົາໝັ້ນໃຈວ່າແນວໃດກໍ່ຕັດສິນໃຈບໍ່ຜິດ ເຂົາຍັງມີວິທີທີ່ເຮັດໃຫ້ເຮົາຮູ້ໄດ້ວ່າເທື່ອນີ້ເຂົາເອົາຈິງ

7. ພ້ອມຈະເຈັບອີກເທື່ອໃຫ່ມ

ຖ້າຮູ້ວ່າແນວໃດເຈັບຊ່ຳໃດກໍ່ບໍ່ຕາຍຢູ່ດີ ຍ່າງກັບຫຼັງຫັນເລີ່ມຕົ້ນໃຫ່ມກັບຄົນທີ່ເປັນຫົວໃຈຄົນເກົ່າໄດ້ເລີຍ ໃຊ້ເວລານຳກັນຢ່າງເຕັມທີ່ ອາດຈະດີກໍ່ໄດ້ ເພາະຕ່າງໄດ້ຮຽນຮູ້ແລ້ວວ່າການບໍ່ມີກັນແລະກັນເຫົງາຂະໜາດໃດ ແຕ່ຖ້າເຂົາຖີ້ມເຮົາໄປອີກຮອບ ກໍ່ຖືສະວ່າຢ່າງນ້ອຍເຮົາໄດ້ໃຫ້ໂອກາດແລ້ວທັງ 2 ຝ່າຍ

ຖ້າມື້ນັ້ນເຮົາພ້ອມສ່ຽງ ຄ່ອຍໆ ຮັກໄປຢ່າງໃຊ້ສະຕິ ຄົນເຄີຍເຮັດໃຫ້ເຮົາເຈັບແລ້ວຄັ້ງໜື່ງ ເປັນຫຍັງຈະເຮັດໃຫ້ເຮົາເຈັບອີກບໍ່ໄດ້ ແຕ່ຖ້າເຂົາໃຊ້ໂອກາດທີ່ເຮົາໃຫ້ເຂົາຢ່າງດີ ກໍ່ຂໍໃຫ້ມີກັນແລະກັນຕະຫຼອດໄປ ແຕ່ວ່າຖ້າທຸກຢ່າງເກີດຜິດພາດ ກໍ່ບໍ່ຕ້ອງຕົກໃຈ ເຮົາເຄີຍລອດມາໄດ້ແລ້ວຄັ້ງໜື່ງແລ້ວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

        ວ່າກັນວ່າ ບັນຫາມືທີ່ສາມ ຫຼືອາການນອກໃຈ ເປັນສາເຫດຮັກຫຼົ້ມ ສາມາດເຮັດໃຫ້ຄູ່ຮັກເລີກລາກັນໄດ້ງ່າຍທີ່ສຸດ ແຕ່ກໍ່ບໍ່ແມ່ນວ່າອາການ “ນອກໃຈ“ ຈະເປັນສາເຫດດຽວທີ່ເຮັດໃຫ້ຄູ່ຮັກເລີກລາກັນ ເພາະມີປັດໄຈອີກຮ້ອຍແປດພັນເກົ້າ...

       ແຕ່ສາເຫດຂອງການເລີກລາທີ່ຮິດທີ່ສຸດເຫັນຈະເປັນຄວາມ “ເຂົ້າກັນບໍ່ໄດ້“ ບໍ່ວ່າຈະເປັນເລື່ອງນິໄສໃຈຄໍ ຄອບຄົວ ໝູ່ເພື່ອນ ຈຸດມຸ້ງໝາຍຄົນລະທາງ ໄລຟ໌ສໄຕລ໌ຕ່າງກັນ ... ລວມເຖິງບັນຫາຄຼາດສິກຢ່າງ “ແຟນເກົ່າ“ ແລະທີ່ສຳຄັນຄື ອາການ “ໃຈໝົດຮັກ“ ຮັກໝົດໂປຣໂມຊັ່ນ ຮັກອີ່ມຕົວ ຮັກຈືດຈາງ ຮັກແພ້ໄລຍະທາງ...

  ວ່າແຕ່ໝູ່ເພື່ອນ ທີ່ຕ້ອງເລີກກັບແຟນ ເຖິງວ່ຈະບໍ່ມີໃຜນອກໃຈກັນແລະກັນ ແຕ່ສຸດທ້າຍກໍ່ຈຳຕ້ອງຕັດສິນໃຈແຍກກັນໄປຄົນລະທາງ ເກີດຈາກສາເຫດຫຍັງກັນແດ່...?

ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ສຸກຫຼືທຸກ ເຮົາຮູ້ ຢູ່ທີ່ຈິດ

     ຖືກຫຼືຜິດ ເຮົາຮູ້ ຢູ່ທີ່ຜົນ

          ດີຫຼືຊົ່ວ ເຮົາຮູ້ ຢູ່ທີ່ຕົນ

             ມີຫຼືຈົນ ເຮົາຮູ້ ຢູ່ທີ່ໃຈ

ຄົນເກັ່ງນັ້ນມີຫຼາກຫຼາຍ

     ແຕ່ຄົນທີ່ຫາຍາກຫຼາຍ...ຄືຄົນດີ

ຄວາມມືດໝົດທັງໂລກກໍ່ມອດແສງທຽນເຫຼັມດຽວບໍ່ໄດ້

ຄົນງາມ ງາມຈິດໃຈ ບໍ່ແມ່ນຮູບສວຍ

      ຄົນລວຍ ລວຍນ້ຳໃຈ ບໍ່ແມ່ນເງິນໜາ

           ຄົນເກັ່ງ ເກັ່ງມາໄດ້ ດ້ວຍວິຊາ

                 ຄົນດັງ ດັງບໍ່ວ່າ ຢ່າລືມຕົວ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

3 ສີ່ງໃນຊີວິດເຮົາທີ່ບໍ່ສາມາດເອີ້ນກັບຄືນມາໄດ້

 ຄຳເວົ້າ

ເວລາ

ແລະໂອກາດ

3 ສີ່ງທີ່ຄວນຈະມີໃນຊີວິດເຮົາຄື...

ຄວາມສະຫງົບ

ຄວາມຊື່ສັດ

ຄວາມຫວັງ

ສີ່ງທີ່ມີຄ່າ 3 ສີ່ງໃນຊີວິດເຮົາ

ຄວາມຮັກ

ເຄົາລົບຕົວເອງ

ແລະໝູ່ແທ້

ຄວາມບໍ່ແນ່ນອນໃນຊີວິດ 3 ຢ່າງຄື

ຄວາມຝັນ

ຄວາມສຳເລັດ

ແລະໂຊກຊະຕາ

3 ສີ່ງທີ່ທຳລາຍຊີວິດເຮົາ ຄື...

ຄວາມຍີ່ງຈອງຫອງ

ສຸລາ

ແລະຄວາມໂມໂຫ

ຈິດໃຈດີເປັນດັ່ງສວນ

ຄວາມຄິດດີເປັນຮາກໄມ້

ຄຳເວົ້າດີ ເປັນດັ່ງດອກໄມ້ບານສະພັ່ງ

ການກະທຳດີປຽບເໝືອນໝາກໄມ້

ຈິດໃຈດີ ຄິດດີ ເວົ້າດີ ແລະກະທຳດີ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ການນອນຕື່ນສວາຍໃນມື້ນີ້ ມັນຈະບໍ່ເປັນເລື່ອງບໍ່ດີອີກຕໍ່ໄປແລ້ວ ການຕື່ນສວາຍເປັນເລື່ອງທຳມະຊາດທີ່ອາດເກີດຂື້ນໄດ້ ກັບຄົນທຸກເພດ ທຖກໄວ ທຸກອາຊີບ ຫຼືແມ້ແຕ່ຄົນຕື່ນເຊົ້າ ອາດບໍ່ມີໃຜປະຕິເສດໄດ້ວ່າບໍ່ເຄີຍນອນຕື່ນສວາຍ

ເຮົາມາເບີ່ງກັນດີກວ່າວ່າການຕື່ນສວາຍເປັນແນວໃດແດ່

Ico48ການນອນຕື່ນສວາຍສາມາດຊ່ວຍໃຫ້ຄົນເຮົານອນພັກຜ່ອນໄດ້ເຕັມອີ່ມເທົ່າທີ່ເຮົາຕ້ອງການ

Ico48ຄົນທີ່ນອນຕື່ນສວາຍຈະບໍ່ຕົກໃຈເມື່ອຕື່ນຂື້ນມາເບີ່ງເວລາ ເຊີ່ງຕ່າງກັບຄົນຕື່ນເຊົ້າ

Ico48ຖ້າໃນມື້ນັ້ນເຮົາບໍ່ມີຫຍັງເຮັດ ມັນອາດຈະໜ້າເບື່ອ ແຕ່ຄົນນອນຕື່ນສວາຍ ສາມາດເຮັດໃຫ້ມື້ນັ້ນໜ້າເບື່ອໜ້ອຍລົງໄດ້ ໃນເມື່ອເວລາໃນມື້ນັ້ນມັນຈະຫຼົດນ້ອຍລົງໄປ

Ico48ຖ້າເຈົ້າເປັນອີກຄົນທີ່ຢາກຈະຫຼົດການກິນ ແຕ່ອົດໃຈບໍ່ໄດ້ການນອນຕື່ນສວາຍອາດຊ່ວຍໄດ້ ເພາະເຈົ້າຈະຕື່ນມາທັນກິນອາຫານ ພຽງ 2 ຄາບ (ຖ້າເຈົ້າບໍ່ກິນຕອນເດີກ)

Ico48ເຈົ້າຕ້ອງພ້ອມ ຖ້າຄິດຈະຕື່ນສວາຍ ເພາະຢ່າງໜ້ອຍເຈົ້າກໍ່ຈະພາດການຕື່ນເຊົ້າໄປ ລວມທັງເຈົ້າອົດສິດທິພິເສດທີ່ອາດຈະໄດ້ເບີ່ງຕາເວັນຂື້ນມາຈາກທ້ອງຟ້ານຳ ແຕ່ເຈົ້າຍັງມີໂອກາດທີ່ຈະເບີ່ງມັນຕົກດິນ ສະນັ້ນບໍ່ຕ້ອງເສຍໃຈ

Ico48ການນອນຕື່ນສວາຍຈະຊ່ວຍໃຫ້ເຈົ້າຄຸ້ນເຄີຍກັບຕຽງຂື້ນຫຼາຍກວ່າຄົນຕື່ນເຊົ້າເຖິງຫຼາຍເທົ່າ

Ico48ຈະເປັນໂອກາດດີ ຖ້າຊ່ວງນັ້ນເຈົ້າຢາກໃຫ້ໜອນໃຫ່ມຂອງເຈົ້ານຸ້ມ ບໍ່ແຂງ ການນອນຕື່ນສວາຍຈະຊ່ວຍໃຫ້ໜອນຂອງເຈົ້ານຸ້ມໄດ້ໄວຂື້ນ ໂດຍທີ່ເຈົ້າບໍ່ຕ້ອງເປືອງແຮງ

Ico48ບັນຫາຂອບຕາດຳ ນອນບໍ່ພຽງພໍຈະໝົດໄປຖ້າເຈົ້ານອນຕື່ນສວາຍ

Ico48ການນອນຕື່ນສວາຍຈະຊ່ວຍເຈົ້າປະຢັດໄຟໄດ້ ເພາະເຈົ້າບໍ່ຕ້ອງເປີດໄຟ ທີວີ ເຈົ້າຈະເປີດພຽງແຕ່ພັດລົມຫຼືເຄື່ອງປັບອາກກດເທົ່ານັ້ນ

Ico48ຖ້າເຈົ້າກຳລັງຝັນດີຢູ່ ແຕ່ໜ້າເສຍດາຍທີ່ມັນເຊົ້າແລ້ວ ຝັນຂອງເຈົ້າອາດຈະໝົດໄປ ຖ້າເຈົ້າຢາກຝັນໃຫ້ຈົບໂດຍທີ່ບໍ່ກັງວົນລະກໍ່ ເຊີນເຈົ້າຕື່ນສວາຍໄດ້ແລ້ວ

 ...ເລື່ອງດີໆສຳຫຼັບການນອນຕື່ນສວາຍຍັງມີອີກ ແຕ່ຖ້າເຮົາບອກຫຼາຍໄປທຸກຄົນອາດຈະຕື່ນສວາຍກັນໝົດ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ການຈະລືມໃຜຈັກຄົນ ອາດຕ້ອງໃຊ້ເວລາຊົ່ວຊີວິດ

    ... ຈະບອກເລີກກັບໃຜຈັກຄົນອາດໃຊ້ເວລາບໍ່ຫຼາຍ

    ... ຈະມັກໃຜຈັກຄົນອາດໃຊ້ເວລາຫຼາຍກວ່າ

    ... ແຕ່ຈະລືມໃຜຈັກຄົນອາດຕ້ອງໃຊ້ເວລາຊົ່ວຊີວິດ

        ຊີວິດ 3 ຊ່ວງຂອງຄວາມຮັກຄືຊ່ວງປູກຕົ້ນຮັກ ກວ່າຈະບອກຮັກໃຜໄດ້ຈັກຄົນ ກວ່າຈະເຮັດໃຫ້ເຂົາຮູ້ວ່າເຮົາຮູ້ສືກດີໆ ແລະຮູ້ສືກກັບເຂົາເປັນພິເສດ ກວ່າຈະເຮັດຄວາມເຂົ້າໃຈກັນ ກວ່າຈະຮຽນຮູ້ກັນແລະກັນ ກວ່າຈະສະນິດກັນເຖິງແກ່ນໆ ໜື່ງ ເຊີ່ງຈະສຳພັນກາຍເປັນຄົນຄົນດຽວກັນນັ້ນບໍ່ແມ່ນເລື່ອງງ່າຍເລີຍ ຕ້ອງອາໄສທັງເວລາແລະການເປີດຫົວໃຈຮຽນຮູ້ເຊີ່ງກັນແລະກັນ ບາງເທື່ອເສຍເວລາຕັ້ງດົນນານແລ້ວພົບວ່າບໍ່ແມ່ນ ເຮົາກໍ່ຕ້ອງຖອຍຫຼັງແລ້ວເລີ່ມຕົ້ນໃຫ່ມອີກເທື່ອ

       ຄວາມຮູ້ສືກພິເສດທີ່ມີໃຫ້ກັບຄົນທີ່ມີຄວາມໝາຍນັ້ນຊັບຊ້ອນຫຼາຍ ບໍ່ແມ່ນຢາກຈະເກີດມັນກໍ່ເກີດຂື້ນມາ ບໍ່ແມ່ນຢາກຈະໃຫ້ມັນເກີດກັບໃຜທີ່ຖືກໃຈເຮົາ ບາງເທື່ອເຮົາເຮັດດີແທບຕາຍ ເຂົາອາດບໍ່ຫຼຽວເບີ່ງເຮົາເລີຍດ້ວຍຊ້ຳ

       ເມື່ອ ຄວາມຮັກງົດງາມແລ້ວ ກໍ່ຈົ່ງຮັກສາມັນໄວ້ຢ່າງດີ ອາດຈະຕ້ອງຫຼົດຄວາມເປັນຕົວເອງລົງແດ່ ອາດຈະຕ້ອງຍອມຮັບກັນແດ່ ອາດຈະຕ້ອງປ່ຽນຕົວເອງແດ່ ແຕ່ມັນກໍ່ດີກວ່າຈະຕ້ອງມານັ່ງເລີ່ມຕົ້ນ ນັບໜື່ງກັນໃຫ່ມ

      ຫຼາຍເທື່ອເຮົາພົບວ່າເຮົາເອົາອາລົມມາເປັນໃຫ່ຍໃນການຕັດສິນ ການເລີກຮັກຈັກຄັ້ງໜື່ງ ເຮົາອາດບອກເລີກພຽງແຕ່ບືດດຽວ ແລະໃນຂະນະນັ້ນກໍ່ບໍ່ເຄີຍຄິດເຖິງເລີຍວ່າກວ່າຈະຮູ້ຈັກ ກວ່າຈະຮັກ ກວ່າຈະຮູ້ໃຈກັນໄດ້ຂະໜາດນັ້ນ ມັນໃຊ້ເວລາດົນຊ່ຳໃດ ແຖມຍັງບໍ່ເພື່ອຄິດອີກຊ້ຳວ່າ ເມື່ອເລີກກັນໄປແລ້ວເຮົາຈະທຳໃຈໄດ້ໄວຫຼືຊ້າພຽງໃດ

  ການສ້າງຍາກກວ່າການທຳລາຍສະເໝີ ແລະການທີ່ຈະຕັດຄວາມຮູ້ສືກຜູກພັນທີ່ເຄີຍມີຮ່ວມກັນພາຍໃຈໄລຍະເວລາອັນສັ້ນ ນັ້ນກໍ່ອາດບໍ່ງ່າຍເຊັ່ນກັນ ເມື່ອຈະຕ້ອງຕັດສິນໃຈເລື່ອງຄວາມຮັກຈັກຄັ້ງໜື່ງ ຈົ່ງຄິດເຖິງເວລາດີໆ ທີ່ເຄີຍມີຮ່ວມກັນ ຄິດເຖິງຄວາມສຳພັນທີ່ດີທີ່ເຄີຍມີຮ່ວມກັນ ການລືມໃຜຈັກຄົນ ອາດຈະຕ້ອງໃຊ້ເວລາຊົ່ວຊີວິດເລີຍທີດຽວ

     ກ່ອນ ຈະຕັດສິນໃຈຫຍັງໃຫ້ຄິດໃຫ້ຮອບດ້ານ

ແລະເມື່ອຕັດສິນໃຈຫຍັງໄດ້ແລ້ວໃຫ້ແນ່ວແນ່ແລະປ່ອຍມັນໄປ

ຈົ່ງຢ່າຍືດຕິດກັບກົງຂັງຂອງຄວາມຮັກທີ່ເຮົາສ້າງຂື້ນມາເອງ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າໄດ້ສຳຜັດ ຫຼືເຈີະເຈີມັນແລ້ວ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າມີຄວາມສຸກທີ່ສຸດ ຫຼືອາດຈະທຸກໃຈສຸດໆ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ຈະເກັບມັນຮັກສາໄດ້ແນວໃດ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ຈະເກັບມັນໄດ້ດົນຊ່ຳໃດ

ຮັກນັ້ນມີຄ່າ ...

ຕອນທີ່ໄດ້ຮູ້ວ່າ ມັນສຳຄັນກັບເຈົ້າຫຼາຍຊ່ຳໃດ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ຄົນທີ່ເຈົ້າຮັກເຂົາ ແລະເຂົາກໍ່ຮັກເຈົ້າ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ຄວາມໃສ່ໃຈຄືຫຍັງ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ເຈົ້າຕ້ອງປັບປຸງຕົວເພື່ອໃຜ

ຮັກນັ້ນມີຄ່າ ...

ຕອນທີ່ເຈົ້າຮູ້ວ່າ ມີໃຜຄົນໜື່ງຍອມປັບປຸງຕົວເຂົ້າຫາເຈົ້າ

ຮັກນັ້ນມີຄ່າ ...

ເມື່ອເຈົ້າຄິດທີ່ຈະຮັກສາແລະເກັບມັນໄວ້ ໄດ້ດົນນານເທົ່ານານທີ່ເຈົ້າມີ

ຖ້າເຈົ້າບໍ່ຮູ້ສືກດັ່ງທີ່ກ່າວມາ ສະແດງວ່າ ...

ຮັກຂອງເຈົ້າບໍ່ມີຄ່າທີ່ຈະມອບໃຫ້ໃຜ

ຫຼືບໍ່ມີໃຜ ... ມອບຄວາມຮັກທີ່ມີຄ່າໃຫ້ເຈົ້າ

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອຕາປະສານຕາ ເມື່ອຄວາມຮັກຄັ້ງທຳອິດຫຼືຮັກຫຼາຍພົບໄດ້ກໍ່ກຳເນີດຂື້ນໃນໃຈ ເຮັດໃຫ້ສາວໆຢ່າງເຈົ້າພາກັນຄິດໄປເອງຕ່າງໆ ນາໆ ວ່າ ການທີ່ຜູ້ຊາຍຈັບຈ້ອງສາຍຕາເບີ່ງແຕ່ເຈົ້ານັ້ນ ເອີ້ນວ່າ “ເຂົາຕົກຫຼຸມຮັກເຈົ້າ“ ເຂົ້າໃຫ້ແລ້ວ ແລະດ້ວຍເຫດຜົນຂອງການຄິດໄປເອງນີ້ເຮັດໃຫ້ສາວໆ ຫຼາຍຄົນ ຕ້ອງຢູ່ໃນວັງວົນຂອງການຮັກເຂົາຂ້າງດຽວ

    ດັ່ງນັ້ນການເລີ່ມຕົ້ນສັງເກດພືດຕິກຳຊາຍໜຸ່ມທີ່ເຈົ້າຄິດວ່າຮັກ ກໍ່ບໍ່ແມ່ນເລື່ອງເສຍຫາຍ ແຖມຍັງເປັນການແນ່ໃຈອີກວ່າ ສີ່ງທີ່ເຂົາເຮັດນັ້ນເອີ້ນວ່າຮັກເຈົ້າຫຼືບໍ່

ເລີ່ມຕົ້ນຂໍນັດໄປທ່ຽວ

    ການທີ່ຜູ້ຊາຍນັດໄປທ່ຽວ ຢ່າຟ້າວດ່ວນສະຫຼຸບວ່າເຂົາມັກເຈົ້າເຂົ້າຢ່າງຈັງແລ້ວ ແຕ່ການນັດຄັ້ງຕໍ່ໄປຂອງເຂົາຕ່າງຫາກ ທີ່ເປັນຄຳຕອບວ່າ ເຂົາຢາກຮູ້ຈັກແລະໃຊ້ຊີວິດຢູ່ກັບເຈົ້າຫຼາຍຂື້ນ ດັ່ງນັ້ນຖ້າເຈົ້າອອກໄປທ່ຽວກັບເຂົາຄັ້ງທຳອິດ ແລະເຂົາເອີ່ຍປາກນັດເຈົ້າອີກ ຄຳວ່າ “ຮັກ“ ອາດຢູ່ບໍ່ໄກແລ້ວຫຼະ

ລົດຊາດແລະວິທີການຈູບຂອງເຂົາ

     ເມື່ອຕົກລົງປົງໃຈຍອມຮັກຊາຍຈັກຄົນ ການສັງເກດວິທີການຈູບຂອງເຂົາວ່າມີຄວາມໂລແມນຕິກ ທີ່ມາພ້ອມກັບຄຳວ່າເຊັກຊ໌ນຳບໍ່ ຖ້າເຂົາເອົາແຕ່ຈູບເຈົ້າເພື່ອປຸກອາລົມ ໂດຍຫາຄວາມຮັກແລະໂລແມນຕິກບໍ່ມີເລີຍນັ້ນ ເຂົາຄິດກັບເຈົ້າເປັນພຽງຄູ່ນອນແລ້ວຫຼະ

ຄວາມໃສ່ໃຈ

      ຊາຍທີ່ເຈົ້າຄິດວ່າເຂົາຮັກຈະໃສ່ໃຈເຈົ້າຫຼາຍໜ້ອຍຊ່ຳໃດ ໂດຍສະເພາະການທີ່ເຂົາຈື່ລາຍລະອຽດໃນເລື່ອງທີ່ເຈົ້າບອກໄປທຸກເລື່ອງ ຕົວຢ່າງເຊັ່ນບັນຫາໃນການເຮັດວຽກຂອງເຈົ້າມື້ນີ້ ແລ້ວເຂົາຍັງຖາມເຖິງບັນຫາເຫຼົ່ານັ້ນຈາກເຈົ້າໃນອີກມື້ຕໍ່ໄປ

ຄວາມຮູ້ສືກປອດໄພທີ່ເຂົາຢິບຍື່ນໃຫ້ເຈົ້າ

      ແມ່ນຫຍັງຈະສ້າງຄວາມໝັ້ນໃຈໃຫ້ກັບສາວໆ ເທົ່າກັບມາສ້າງຄວາມຮູ້ສືກອົບອຸ່ນແລະປອດໄພເມື່ອຢູ່ໃກ້ໆ ເຂົາ ອີກທັ້ງການທີ່ເຂົາບໍ່ປ່ອຍໃຫ້ເຈົ້າໂດດດ່ຽວ ດ້ວຍການຜິດນັດ ມາຊ້າ ຫຼື ບໍ່ຕິດຕໍ່ຫາເຈົ້າເລີຍຈົນເຈົ້າຕ້ອງໂທເຊັກ ເອີ້ນໄດ້ເລີຍວ່າ ເຂົາເລີ່ມຫ່ວງໃຍແລະສົນໃຈເຈົ້າ

ຄວາມໂລແມນຕິກທີ່ມີໃຫ້ກັບເຈົ້າ

     ລາຍລະອຽດເລັກໆ ນ້ອຍໆ ເຊັ່ນການໂທຫຼືອີເມວມາບອກເຈົ້າ ເຖິງຄວາມປະທັບໃຈໃນການອອກໄປທ່ຽວກັບເຈົ້າແຕ່ລະເທື່ອ ກໍ່ເປັນສີ່ງທີ່ເຈົ້າຄວນຮັບຮູ້ວ່າ ເຂົາຮັກເຈົ້າເຂົ້າແລ້ວ

ເປີດເຜີຍຊີວິດສ່ວນຕົວ ຄອບຄົວ ແລະໝູ່ເພື່ອນ

    ການທີ່ເຂົາຍອມເລົ່າເລື່ອງຊີວິດການເຮັດວຽກ ການໃຊ້ຊີວິດ ພາເຈົ້າໄປແນະນຳໃຫ້ໝູ່ເພື່ອນ ໃນແກ໋ງຂອງເຂົາໃຫ້ຮູ້ຈັກ ແລະສຸດທ້າຍຖ້າເຂົາພາໄປພົບພໍ່ແມ່ຂອງເຂົາ ກໍ່ໝາຍຄວາມວ່າ ເຂົາຮັກເຈົ້າໝົດທັ້ງໃຈແລ້ວ

ເຂົາກ້າປ່ຽນແປງຕົວເອງເພື່ອເຈົ້າ

    ເຖິງຫຼາຍຄົນຈະປະຕິເສດວ່າການປ່ຽນແປງເພື່ອຄົນຮັກເປັນສີ່ງທີ່ບໍ່ຢັ້ງຍືນ ແຕ່ການທີ່ເຂົາກ້າປ່ຽນແປງຕົວເອງຢ່າງການແຕ່ງຕົວ ປ່ຽນແປງໄລຟ໌ສໄຕລ໌ ກໍ່ຈົ່ງຢືນຍັນກັບຕົວເອງໄວ້ໄດ້ເລີຍວ່າ ເຈົ້າເຮັດໃຫ້ຊາຍຄົນນີ້ຍອມຮັບແລະຮັກຜູ້ຍິງແບບເຈົ້າແລ້ວ

       ເຖິງຈະເປັນເລື່ອງເລັກໆ ນ້ອຍໆ ທີ່ເຈົ້າຄິດວ່າ ບໍ່ໄດ້ມີສ່ວນໃນການຮູ້ຈັກກັບຄວາມຮັກຂອງຜູ້ຊາຍ ແຕ່ສີ່ງເຫຼົ່ານີ້ມີສ່ວນຊ່ວຍໃຫ້ຄຳຕອບວ່າ ເຈົ້າຄິດເອົາເອງຝ່າຍດຽວ ຫຼືເຂົາຮ່ວມເຂົ້າມາເປັນຄູ່ຄິດຂອງເຈົ້ານຳອີກຄົນ...

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 10 ຄຳເຫັນ ແລະ 0 trackback(s)


ເມື່ອວັນທີ່ 19 ກຸມພາ ເດລີ່ເມລ໌ລາຍງານເປີດຕົວຄອບຄົວທີ່ເຊື່ອວ່າຕ້ອງສ້າງຄວາມຮືຮາໄປທົ່ວໂລກ

ເນື່ອງຈາກຫົວໜ້າຄອບຄົວຊາວອິນເດຍລາຍນີ້ ມີພັນລະຍາ 39 ຄົນ ລູກ 94 ຄົນ ແລະຫຼານ 33ຄົນ

ຫົວໜ້າຄອບຄົວທີ່ໃຫ່ຍທີ່ສຸດໃນໂລກ ມີຊື່ວ່າ ໄຊອໍນາ ຊນາ

ອາໄສຢູ່ໃນບ້ານທີ່ເປັນອາຄານຫຼາຍຊັ້ນບໍລິເວນເນີນພູຂອງໝູ່ບ້ານພັກຕວັງ ໃນລັດມິໂຊລັມ

ທາງພາກຕາເວັນອອກສ່ຽງເໜືອຂອງອິນເດຍ ພາຍໃນອາຄານ

ບັນດາພັນລະຍານອນຢູ່ໃນຫ້ອງທີ່ເປັນຄືໂຮງນອນຊຸມຊົນຂະໜາດໃຫ່ຍ ເມື່ອນັບສະໃພ້ນຳແລ້ວ

ຄອບຄົວນີ້ມີສະມາຊິກທັງໝົດ 181 ຄົນ

     ຊນາ ກ່າວວ່າ “ທຸກມື້ນີ້ເຂົາຮູ້ສືກວ່າເປັນບຸກຄົນພິເສດຂອງພະເຈົ້າ ພະອົງຈື່ງສົ່ງຜູ້ຄົນ

ຈຳນວນຫຼາຍມາໃຫ້ເຂົາເບີ່ງແຍງດູແລ ເຂົາຮູ້ສືກວ່າຕົນເອງໂຊກດີຫຼາຍທີ່ມີພັນລະຍາເຖິງ 39 ຄົນ

ແລະມີຄອບຄົວໃຫ່ຍທີ່ສຸດໃນໂລກ“

      ຊນານັບຖືລັດທິທີ່ສະໜັບສະໜູນການຂະຫຍາຍຄອບຄົວ ເຄີຍມີປີໜື່ງແຕ່ງພັນລະຍາເຖິງ 10 ຄົນພາຍໃນເວລາປີດຽວ

ຊນາກ່າວອີກວ່າ ຍັງບໍ່ຢຸດເບີ່ງຫາພັນລະຍາຄົນຕໍ່ໄປ ແລະເພື່ອຂະຫຍາຍຄອບຄົວຕາມລັດທິ

ກໍ່ຍິນດີຈະໄປອາເມລິກາເພື່ອແຕ່ງເມຍອີກ

  ສຳຫຼັບກິດຈະກຳຕ່າງໆໃນເຮືອນ ອາໄສຫຼັກການແບບກອງທັບ ໂດຍພັນລະຍາຄົນທີ່ 1 ເປັນຜູ້ຈັດການເບີ່ງແຍງບ້ານ

ບໍ່ວ່າ ລ້າງຖ້ວຍ ຊັກເຄື່ອງ ໜື້ງເຂົ້າຄົວກິນຈະມີເວນຄອຍປະຕິບັດໜ້າທີ່ ເຊັ່ນ ການຄົວກິນມື້ແລງ ຕ້ອງໃຊ້ໄກ່ 30 ໂຕ

ມີໜ່ວຍປອກມັນຝຣັ່ງແລະໜື້ງເຂົ້າ ເປັນຕົ້ນ

  ດ້ານນາງລິນຄມິນີ ພັນລະຍາທີ່ອາຍຸ 35 ປີ ກ່າວວ່າ ພວກພັນລະຍາຄອຍເບີ່ງແຍງສາມີ ເພາະເປັນຄົນທີ່ສຳຄັນທີ່ສຸດໃນເຮືອນ

ແລະຫຼໍ່ທີ່ສຸດໃນໝູ່ບ້ານ ສຳຫຼັບຕົນພົບກັບນາຍຊນາຄັ້ງທຳອິດເມື່ອ 18 ປີກ່ອນຕອນຍ່າງຫຼິ້ນໃນໝູ່ບ້ານຕອນເຊົ້າ

ຈາກນັ້ນຊນາກໍ່ສົ່ງຈົດໝາຍມາຂໍແຕ່ງງານ

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ເຂົາເລີ່ມວິພາກວິຈານເຈົ້າຕ່າງໆ ນານາ

ຖ້າແມ່ນຫຍັງແມ່ນຫຍັງ ໃນຕົວເຈົ້າ ຫຼືສີ່ງທີ່ເຈົ້າເຮັດ ເຄີຍໜ້າຮັກສະເໝີສຳຫຼັບເຂົາ ແຕ່ມາມື້ນີ້ ບໍ່ວ່າເຈົ້າຈະເຮັດຫຍັງກໍ່ເບີ່ງຈະບໍ່ຖືກໃຈເຂົາເອົາເສຍເລີຍ ນັ້ນເປັນລາງບອກເຫດວ່າ ເຂົາກຳລັງຕີຕົວຈາກເຈົ້າ ເຫດທີ່ຜູ້ຊາຍບໍ່ກ້າບອກຜູ້ຍິງຢ່າງຕົງໄປຕົງມານີ້ເອງ ເຮັດໃຫ້ເຂົາຕ້ອງໃຊ້ວິທີຈົ່ມໃຫ້ເຈົ້າໄປເລື້ອຍໆ ແລະເຈົ້າເອງກໍ່ບໍ່ຮູ້ສືກວ່າເຮັດຫຍັງຜິດໄປ ກໍ່ຂໍໃຫ້ເຂົ້າໃຈວ່າເຂົາອາດຕ້ອງການຍຸດຕິຄວາມສຳພັນກັບເຈົ້າ

2. ເຂົາເລີ່ມເຮັດຕົວເຫີນຫ່າງ

ສຽງໂທລະສັບທີ່ເຄີຍມີມາທຸກຄືນ ຄ່ອຍໆ ຫາຍໄປ ເຖີງວ່າເຈົ້າຈະເປັນຝ່າຍໂທ ໄປລົມນຳ ເຂົາກໍ່ມັກຈະອ້າງວ່າ ຊ່ວງນີ້ ຂ້ອຍບໍ່ຄ່ອຍຫວ້າງ ເວລາຂອງວັນພັກທີ່ເຂົາເຄີຍມີໃຫ້ກັບເຈົ້າ ກໍ່ນ້ອຍລົງໄປ ເຂົາອາດຈະອ້າງວ່າຕ້ອງໃຫ້ເວລາກັບຄອບຄົວຫຼືໝູ່ຂອງເຂົາເປັນທຳມະດາຂອງຜູ້ຊາຍ ທີ່ຕຽມຈະເລີກກັບແຟນ ມັກຈະຫາຂໍ້ອ້າງ ຮ້ອຍແປດປະການສຳຫຼັບພາຕົວເອງອອກຫ່າງຜູ້ຍິງທີ່ເຂົາຄົບດ້ວຍຫຼາຍ ທີ່ສຸດ

3. ເຂົາບໍ່ຍອມວາງແຜນອານາຄົດຮ່ວມກັນ

ເຖິງ ເຈົ້າກັບເຂົາຈະຄົບຫາກັນມາດົນກໍ່ຕາມ ແຕ່ເມື່ອໃດທີ່ເຈົ້າເອີ່ຍປາກເລື່ອງອານາຄົດຫຼືການແຕ່ງງານ ເຂົາມັກຈະອ້າງສະເໝີວ່າ ເຂົາຍັງບໍ່ພ້ອມສຳຫຼັບຊີວິດຄູ່ ຫຼືອາດຈະຫຼີກຄວາມສົນໃຈໄປເລື່ອງອື່ນ ການທີ່ຜູ້ຊາຍບໍ່ສະແດງຄວາມກະຕືລືລົ້ນທີ່ຈະຜູກມັດ ອາດຈະເປັນເພາະວ່າ ເຂົາບໍ່ຄິດຈະຈິງຈັງກັບເຈົ້າ ລອງເປັນແບບນີ້ ຕ້ອງເພື່ອໃຈໄວ້ຫຼາຍໆ

4. ເຂົາເລີ່ມປ່ຽນສະໄຕລ໌ການແຕ່ງຕົວ

ຖ້າເຂົາເລີ່ມແຕ່ງຕົວປະນີດຂື້ນ ຫຼືລົງທືນຊື້ເສື້ອຜ້າໃໝ່ໆ ຢ່າຟ້າວສະຫຼຸບວ່າ ເຂົາປ່ຽນສະໄຕລ໌ເພື່ອເອົາໃຈເຈົ້າ ເປັນໄປໄດ້ຍາກທີ່ເຂົາຄິດຢາກຈະປ່ຽນຜູ້ຍິງຂ້າງກາຍຫຼາຍກ່ວາ

5. ເຂົາບອກເຈົ້າວ່າ ເຈົ້າດີເກີນໄປສຳຫຼັບເຂົາ

ເປັນ ປະໂຫຍກຂໍເລີກທີ່ຜູ້ຊາຍມັກຫຼາຍ ເພາະຟັງແລ້ວອາດເບີ່ງຄືວ່າ ເຂົາບໍ່ດີພໍສຳຫຼັບເຈົ້າ ຫຼືເຈົ້າບໍ່ໄດ້ເປັນຝ່າຍເຮັດຜິດແຕ່ຄວາມໝາຍທີ່ແທ້ຈິງ ກໍ່ຄືເຂົາຕ້ອງການເລີກກັບເຈົ້ານັ້ນເອງ

ຮູ້ສັນຍານເຕືອນໄພກັນລ່ວງໜ້າ ໂລກຈະໄດ້ບໍ່ຖະລົ່ມທະລາຍ ເມື່ອເຂົາຕີຕົວຈາກເຈົ້າໄປແທ້ໆ ໝຸ່ມໆຂອງໃຜມີພືດຕິກຳສ່ຽງດັ່ງກ່າວ ...ຄິດດ່ວນໆ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

        ທຸກສີ່ງໃນໂລກນີ້ບໍ່ມີຫຍັງແນ່ນອນ ເຖິງບໍ່ໄດ້ຈາກກັນດ້ວຍເຫດຜົນແຕ່ສຸດທ້າຍຄົນເຮົາອາດຕ້ອງຈາກກັນດ້ວຍການເວລາຢູ່ດີ

ການເລີກລາກັນເປັນສີ່ງທີ່ຄູ່ຮັກທຸກຄູ່ອາດບໍ່ຢາກພົບເຈີະ ການຈາກກັນມີທັງແບບຈາກກັນດ້ວຍດີ ຈາກກັນແບບເຈັບປວດ

ຈາກກັນດ້ວຍສາເຫດຮ້ອຍແປດພັນປະການ ແລ້ວເຫດຜົນທີ່ຄົນບອກເລີກກັນມີຫຍັງແດ່ນັ້ນ ລວບລວມມາໃຫ້ອ່ານກັນແລ້ວ

ດີເກີນໄປ

      ເຫດຜົນທີ່ຟັງແລ້ວປວດໃຈເມື່ອໄດ້ຍິນ ເຫດຜົນທີ່ເຄີຍວິເຄາະກັນໄປແລ້ວໃນເລື່ອງ “ດີເກີນໄປຫຼືເຮົາເຂົ້າກັນບໍ່ໄດ້“

ພຽງຂໍ້ອ້າງຫຼືເຫດຜົນຈາກໃຈຈິງ

ຝ່າຍຖືກບອກເລີກດ້ວຍເຫດຜົນນີ້ບໍ່ໄດ້ໝາຍຄວາມວ່າເຂົາມັກຄົນຊົ່ວຫຼືຊັງຄົນດີແບບເຈົ້າແຕ່ຢ່າງໃດ  ສາເຫດຄືຄວາມຮັກເຊີ່ງເຂົາມີໃຫ້ເຈົ້າມັນກາຍເປັຂຄຳວ່າ “ເຄີຍມີໃຫ້“ ຫຼືກາຍເປັນອາດີດໄປແລ້ວ ອີກກໍລະນີຄືເຂົາຮູ້ສືກວ່າເຈົ້າດີຫຼືມີຄ່າເກີນກວ່າຈະເສຍເວລາກັບຄົນແບບເຂົາ ເພາະຄວາມຮັກຄືການເສຍສະຫຼະຢາກໃຫ້ຄົນຮັກໄດ້ສີ່ງທີ່ດີທີ່ສຸດສະເໝີ ເນື່ອງຈາກຄວາມຮັກຂອງຝ່າຍຖືກບອກເລີກຢູ່ໃນລະດັບບໍ່ເທົ່າກັນນັ້ນເອງຄືເຫດຜົນທີ່ແທ້ຈິງ ເວລາໃຜໄດ້ຍິນຄຳບອກເລີກຄຳນີ້ຈື່ງຮູ້ສືກໂມໂຫແລະຄິດວ່າເປັນພຽງຂໍ້ອ້າງເທົ່ານັ້ນ

ເຂົ້າກັນບໍ່ໄດ້

       ຕໍ່ເນື່ອງດ້ວຍເລື່ອງຂອງການເຂົ້າກັນບໍ່ໄດ້ ທັງນິໄສໃຈຄໍ ລົດສະນິຍົມ ອາຫານການກິນ ທັດສະນະຄະຕິ

ຄວາມມັກຂອງເຈົ້າທັງສອງຄົນບໍ່ສາມາດໄປດ້ວຍກັນໄດ້ ການເລີກກັນເພາະຄວາມຕ່າງບໍ່ວ່າຕອນໃດ

ອາດດີກວ່າການທົນຢູ່ກັນໄປດ້ວຍຄວາມຮູ້ສືກທຸກໃຈຂອງທັງສອງຝ່າຍ

ໄວເກີນໄປ

         ຄົນບອກເລີກດ້ວຍເຫດຜົນວ່າອີກຝ່າຍໄວເກີນໄປນັ້ນເກີດຈາກຄົນໆນັ້ນເລີ່ມຮັກຕົວເອງເປັນ ແລະເຂົ້າໃຈແລ້ວວ່າຄວາມອົດທົນທີ່ຜ່ານມານັ້ນບໍ່ມີຄ່າຫຍັງເລີຍ ເເລາເຮົາຮັກໃຜຈັກຄົນເຮົາມັກເບີ່ງຂ້າມຂໍ້ເສຍຕ່າງໆຂອງເຂົາ ໃຜມາເວົ້າໃຫ້ຟັງຫຼືຫ້າມແນວໃດກໍ່ບໍ່ມີຜົນຫຍັງທັງສີ້ນ ເອີ້ນວ່າກຳລັງໜ້າມືດຕາມົວດ້ວຍຄວາມຮັກ ເຊີ່ງຄວາມຮັກຈະເຮັດໃຫ້ທົນຕໍ່ທຸກໆສີ່ງທີ່ເຂົາເຮັດກັບເຈົ້າ ຈົນລືມຄວາມຮັກເຊີ່ງເຈົ້າຫາກໍ່ແບ່ງຫຼືວ່າເຫຼືອໄວ້ໃຫ້ກັບຕົວເຈົ້າເອງ ເບີ່ງໃນທາງພຸດທະສາດສະໜາຄືເລື່ອງຂອງການໃຊ້ກຳນັ້ນເອງ ມື້ໃດເມື່ອເຈົ້າໃຊ້ໜີ້ອີກຝ່າຍໝົດ ມື້ນັ້ນຄືມື້ທີ່ເຈົ້າຕາສະຫວ່າງສາມາດຕັດໃຈບອກເລີກອີກຝ່າຍໄດ້ຢ່າງງ່າຍດາຍ

ມືທີ່ສາມ

        ຄວາມຮັກແບບຄູ່ຮັກຄວນປະກອບດ້ວຍຄົນສອງຄົນເທົ່ານັ້ນ ເມື່ອໃດກໍ່ຕາມທີ່ມີຄົນເຂົ້າມາຮ່ວມແຊຮ໌ຄວາມຮັກຂອງເຈົ້າ ນັ້ນຄືຈຸດເລີ່ມຕົ້ນຂອງການແຕກຫັກຂອງຄວາມສຳພັນ ເຖິງຄົນເຄີຍເອີ່ຍປາກວ່າຮັບໄດ້ກັບຄວາມເຈົ້າຊູ້ຫຼືຍອມໃຫ້ແຟນຂອງຕົນມີກິ໋ກໄດ້ ແຕ່ເລິກໆໃນໃຈຫຼືໃນຄວາມເປັນຈິງ ຄົງບໍ່ມີໃຜຮັບໄດ້ຖ້າຕ້ອງປະເຊີນກັບສະຖານະການຈິງ ບາງເທື່ອຄົນມາກ່ອນອາດຕ້ອງຫຼີກທາງໃຫ້ຄົນມາທີຫຼັງເຊີ່ງເຂົ້າມາລະລານຍາດຊິງ

ເພາະຄົນມາທີ່ຫຼັງຢາກຄອບຄອງຄົນຂອງເຈົ້າໄວ້ພຽງຜູ້ດຽວ

ຄົງມີພຽງຍຸກກ່ອນໜ້າຍຸກປະຈຸບັນທີ່ຜູ້ຊາຍສາມາດມີພັນລະຍາໄດ້ຫຼາຍຄົນຢ່າງເປີດເຜີຍ ເຊີ່ງເຮົາຈະບໍ່ຄ່ອຍເຫັນລະບົບຄອບຄົວແບບນີ້ໃນຍຸກປະຈຸບັນປານໃດ

ການມີພັນລະຍາຄົນທຳອິດຍອມໃຫ້ສາມີມີຄົນອື່ນນັ້ນຄົງເປັນເລື່ອງຍາກຈະທຳໃຈໄດ້ ກໍລະນີຍົກເວັ້ນຄືຕ່າງຝ່າຍຕ່າງບໍ່ຮູ້ເຖີງການມີຕົວຕົນຂອງອີກຝ່າຍ ຫຼືຝ່າຍມາທີ່ຫຼັງຍອມຮັບເງື່ນໄຂວ່າຕົນເອງບໍ່ໄດ້ເປັນທີ່ໜື່ງແລະກົ້ມໜ້າຮັບຊະຕາກຳຂອງຕົວເອງ

ຄອບຄົວບໍ່ຍອມຮັບ

        ການຖືກປະຕິເສດຈາກຄອບຄົວຝ່າຍໃດຝ່າຍໜື່ງ ຈົນບໍ່ສາມາດຄົບກັນຕໍ່ຫຼືບໍ່ສາມາດແຕ່ງງານດ້ວຍກັນໄດ້ນັ້ນ ເຖິງວ່າຍຸກສະໄໝປ່ຽນໄປ ຕ້ອງຍອມຮັບວ່າເລື່ອງເຫຼົ່ານີ້ຍັງມີຢູ່ໃນສັງຄົມ ເປັນເລື່ອງຍາກເມື່ອຕ້ອງເລືອກລະຫວ່າງບຸບພະກາລີກັບຄົນຮັກ ຄືຊິບໍ່ມີໃຜຢາກຕົກຢູ່ໃນສະຖານະການນີ້ ບາງຄູ່ຜູ້ໃຫ່ຍເຫັນວ່າໄປບໍ່ລອດແລ້ວຍັງດັນທຸລັງແຕ່ງງານກັນ ສຸດທ້າຍຕ້ອງເລີກລາກັນຕາມການຄາດໝາຍຂອງຜູ້ໃຫ່ຍ ແຕ່ບໍ່ໄດ້ໝາຍຄວາມວ່າທຸກຄູ່ຈະເປັນແນວນັ້ນສະເໝີໄປ ເພາະບາງຄູ່ສາມາດເບີ່ງແຍງກັນ ພິສູດໃຫ້ເຫັນວ່າທັງຄູ່ຮັກກັນແທ້ແລະຢູ່ກັນຕະຫຼອດຮອດຝັ່ງຈົນໄດ້ຮັບການຍອມຮັບ ສາເຫດທີ່ເຮັດໃຫ້ຜູ້ໃຫ່ຍບໍ່ຍອມຮັບອີກຝ່າຍມາຈາກເລື່ອງຂອງຖານະ ການສືກສາ ໜ້າທີ່ການງານ ອາດີດ

ຕ້ອງໄປຮຽນຫຼືເຮັດວຽກຕ່າງປະເທດ

         “ຮັກແທ້ແພ້ໃກ້ຊິດ“ເປັນຄຳປຽບທຽບໄວ້ເຕືອນໃຈຄູ່ຮັກເມື່ອຕ້ອງຫ່າງກັນ ຫຼາຍຄູ່ຮັກຕ້ອງເລີກລາເມື່ອຕ້ອງຫ່າງກັນໄປຕາມໄລຍະທາງ ຝ່າຍໃດຝ່າຍໜື່ງອາດພົບຄົນໃໝ່ເຂົ້າມາເບີ່ງແຍງເມື່ອຮູ້ສືກເຫົງາ ເພາະໄລຍະທາງແລະໄລຍະເວລາມີຜົນຕໍ່ຈິດໃຈຄົນບໍ່ຫຼາຍກໍ່ໜ້ອຍ ທັງນີ້ທັງນັ້ນຂື້ນຢູ່ກັບຄວາມໜັກແໜ້ນໝັ້ນຄົງຂອງທັງສອງຝ່າຍ

ຕາຍຈາກກັນ

         ເລື່ອງຄວາມຕາຍເປັນໄປຕາມວັດທະຈັກຂອງຊີວິດ

ການຈາກທັງເປັນອາດເປັນການຈາກທີ່ເຈັບປວດເພາະຍັງຕ້ອງຮັບຮູ້ເຖິງການມີຊີວິດຫຼືການຄົງຢູ່ຂອງອີກຝ່າຍ

ແຕ່ການຈາກກັນດ້ວຍຄວາມຕາຍຄືສີ່ງທີ່ທຸກຄູ່ຮັກບໍ່ສາມາດຫຼີກໜີໄດ້ ເພາະຊີວິດຄືຄວາມບໍ່ແນ່ນອນ

ບໍ່ມີໃຜຮູ້ວັນຕາຍຂອງຕົນເອງຫຼືຄົນທີ່ເຮົາຮັກ

         ບໍ່ວ່າຈະເປັນການຈາກເປັນຫຼືການຈາກຕາຍ ຄວາມຮູ້ສືກເສຍໃຈນັ້ນຂື້ນຢູ່ກັບ ໃນເວລານັ້ນ

ຄວາມຮັກທີ່ຕ່າງຝ່າຍຕ່າງມີໃຫ້ກັນຢູ່ໃນລະດັບໃດ ຖ້າຮັກຫຼາຍກໍ່ຄົງເສຍໃຈຫຼາຍ ຖ້າໝົດຮັກແລ້ວຄົງບໍ່ຮູ້ສືກເສຍໃຈປານໃດ

ຍັງມີເລື່ອງຂອງຄວາມຜູກພັນແລະປະສົບການຮ່ວມຂອງທັງສອງຝ່າຍ ຄວາມເສຍໃຈຄືອາລົມເຊີ່ງເກີດຂື້ນເມື່ອມີການເລີກລາກັນ

ສີ່ງທີ່ຄວນເຮັດຄືເຮັດທຸກມື້ຂອງເຈົ້າກັບຄົນຮັກໃຫ້ດີທີ່ສຸດ ເຮັດໃຫ້ມີຄວາມໝາຍ ເກັບຊ່ວງເວລາດີໆຂອງຄວາມຮັກຂອງເຈົ້າທັງຄູ່ໃຫ້ຍາວນານ ຖ້າມື້ໃດມີຫຍັງເກີດຂື້ນເລື່ອງດີໆເຫຼົ່ານີ້ຈະຍັງຄົງຢູ່ໃນຄວາມຊົງຈຳຂອງເຈົ້າຕະຫຼອດໄປ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຖ້າໄດ້ເກີດຂື້ນກັບໃຜແລ້ວກໍ່ ມັກຈະສາມາດເຮັດໃຫ້ຄົນໆໜື່ງມີຫຼາກຫຼາຍອາລົມໄດ້ ຄຽດ ໂມໂຫ ເສຍໃຈ ນ້ອຍໃຈ

ລຳຄານ ເບື່ອ ຄິດເຖິງ ເມື່ອຍ ທໍ້ໃຈ ຜິດຫວັງ ລະແວງ ຢ້ານ ສຸກ ດີໃຈ ຍິນດີ ຊື່ນຊົມ ຊັງ ເສົ້າ ເຫງົາ ຄິດຫຼາຍ

ອາການເຫຼົ່ານີ້ຄວາມຮັກສາມາດເຮັດໃຫ້ເຈົ້າເປັນໄປໄດ້ ລວມເຖີງອີກສາມອາການຂອງຄົນມີຮັກນັ້ນຄືອາການ ຫືງ ຫວງ ຫ່ວງ

ເຄີຍສັງເກດຕົວເຈົ້າເອງເບີ່ງວ່າເວລາທີ່ເຈົ້າຮັກໃຜຫຼືມີໃຜຮັກເຈົ້າ ເຂົາສະແດງອາການເຫຼົ່ານີ້ອອກມາກັນຫຼືບໍ່

ຫືງ

ຫືງຄືອາການເວລາທີ່ມີເພດກົງຂ້າມເຂົ້າມາເກາະແກະຫຼືເກີດຈາກຕົວເຈົ້າເອງແອບເລ່ຄົນອື່ນຫຼືຊື່ນຊົມເພດກົງຂ້າມໃຫ້ແຟນເຈົ້າຟັງ

ຫືງເອີ້ນໄດ້ວ່າເປັນອາການຂັ້ນຕົ້ນຂອງຄູ່ຮັກເລີຍກໍ່ວ່າໄດ້ ເອີ້ນວ່າຢ່າໄດ້ເຫັນຫຼືຢ່າໄດ້ຮູ້ຈັກກັນເລີຍທີດຽວ

ຂ່າວທີ່ເຮົາໄດ້ຍິນກັນຫຼາຍເລື່ອງພິດຮັກແຮງຫືງເຮັດໃຫ້ເຖີງຕາຍກັນມາແລ້ວຫຼາຍຄູ່

ດັ່ງນັ້ນກໍ່ຂື້ນຢູ່ກັບການເຮັດຕົວຂອງເຈົ້າເອງວ່າເຮັດໃຫ້ອີກຝ່າຍໄວ້ໃຈໄດ້ຫຼືບໍ່ ຫຼືວ່າຖືກຈັບໄດ້ທຸກຄັ້ງແລ້ວກໍ່ຜິດຖຽງກັນທຸກເທື່ອ

ສຳຫຼັບຜູ້ຊາຍແລ້ວອາການຫືງພຽງໜ້ອຍດຽວຈະເຮັດໃຫ້ເຂົາຮູ້ສືກວ່າຕົວເອງມີຄວາມສຳຄັນ ບໍ່ແມ່ນຖີ້ມໆຄ່ວາງໆຈະໄປກັບໃຜກໍ່ບໍ່ສົນໃຈ

ຈົນເຮັດໃຫ້ຝ່າຍຊາຍເກີດຄຳຖາມວ່າເຈົ້າຮັກເຂົາແທ້ຫຼືບໍ່ ແຕ່ຖ້າຫຼາຍເກີນໄປກໍ່ຈະຄືກັບການໄປ ຈີ້ຈ໋ະ

ແຕ່ຢ່າມາຈີ້ຈ໋ະໃຫ້ມັນຫຼາຍໄປມັນຈະເປັນບ້າ ເລື່ອງນ້ອຍຈະກາຍເປັນເລື່ອງໃຫ່ຍ

ຫວງ

ຫວງຄືການສະແດງຄວາມເປັນເຈົ້າເຂົ້າເຈົ້າຂອງ

ບໍ່ສາມາດໄປໃສຫຼືໄປເຮັດຫຍັງກັບໃຜໄດ້ເລີຍແມ້ແຕ່ໝູ່ເພື່ອນເພດດຽວກັນ (ສ່ຽງຕໍ່ການຖືກໝູ່ຖີ້ມໄດ້)

ຖ້າຜູ້ຍີງມີອາການຫວງຝ່າຍຊາຍເກີນໄປກໍ່ຈະມີອັດຕາສ່ຽງຕໍ່ການຜິດຖຽງກັນຈົນເປັນສາເຫດຂອງການເລີກລາໄດ້

ດັ່ງນັ້ນຄວນຈະມີເຫດແລະຜົນ ໃນການທີ່ເຈົ້າຈະປ່ອຍໃຫ້ຝ່າຍຊາຍໄດ້ມີເວລາສ່ວນຕົວແດ່

ຄົນບໍ່ແມ່ນສີ່ງຂອງຈະໄດ້ເກັບໄວ້ກັບຕົວຕະຫຼອດເວລາ ຫຼືໃນກໍລະນີຝ່າຍຊາຍຂີ້ຫວງເກີນກໍ່ຈະລົມກັນໃຫ້ເຂົ້າໃຈສະ

ເພາະຄວາມຮັກຄືການໄວ້ໃຈ ແລະເຄົາລົບສິດຂອງອີກຝ່າຍ ຖ້າຕອນນີ້ເຈົ້າມີແຟນແລ້ວຄືຕິດຄຸກ ກໍ່ເລີກສະ

ແຕ່ຖ້າໃຜມັກແບບນີ້ກໍ່ແລ້ວແຕ່ຄວາມມັກສ່ວນຕົວເດີ

ຫ່ວງ

ຫ່ວງຄືຂັ້ນສູງສຸດທີ່ສະແດງເຖີງຄວາມຮັກທີ່ແທ້ຈີງຂອງເຈົ້າ ຫຼຸດຈາກອາການຫືງ ແລະ ຫວງ ກາຍເປັນຄວາມຫ່ວງໃຍໃສ່ໃຈອີກຝ່າຍແທນ

ຫ່ວງເວລາທີ່ເຂົາປ່ວຍໄຂ້ ຫ່ວງເວລາທີ່ເຂົາເດີນທາງ ຫ່ວງເວລາທີ່ເຂົາມີບັນຫາ ຫ່ວງເວລາທີ່ເຂົາຄຽດ ຫ່ວງເວລາທີ່ເຂົາທຸກໃຈ

ຫ່ວງເວລາທີ່ເຂົາເສຍໃຈ ຫ່ວງເວລາທີ່ເຂົາບໍ່ສະບາຍໃຈ ການສະແດງຄວາມຫ່ວງໃຍສື່ໄດ້ຈາກຄຳເວົ້າແລະຄວາມຮູ້ສືກ ໃນການຖາມສາລະທຸກສຸກດິບເຖິງເລື່ອງທີ່ຫາຜ່ານພົ້ນມາ ເຈົ້າຍັງຈື່ໄດ້ແລະຖາມໄຖ່ເຖີງມັນ ເຊັ່ນອາການເຈັບປວດທີ່ເຂົາເຄີຍເວົ້າເຖີງ ລວມເຖີງຄວາມຫ່ວງໃຍທີ່ສົ່ງຕໍ່ໄປເຖີງຄອບຄົວຂອງອີກຝ່າຍ ເອີ້ນວ່າຖ້າເຈົ້າເປັນຄົນແບບນີ້ແລ້ວກໍ່ ໄດ້ໃຈອີກຝ່າຍໄປເຕັມໆເລີຍແລະ

ບໍ່ວ່າຈະເປັນລຳດັບຂັ້ນໃດຂອງອາການ ຫືງ ຫວງ ຫ່ວງ ກໍ່ຂໍໃຫ້ທຸກອາການຢູ່ບົນພື້ນຖານຂອງຄຳວ່າພໍດີ ບໍ່ມີເລີຍກໍ່ອາດຈະເຮັດໃຫ້ອີກຝ່າຍເຂົ້າໃຈໄດ້ວ່າເຈົ້າບໍ່ໄດ້ສົນໃຈເຂົາ ແຕ່ຖ້າຫຼາຍເກີນໄປກໍ່ຈະເຮັດໃຫ້ອີກຝ່າຍລຳຄານຫຼືວ່າອືດອັດໄດ້

ທັງນີ້ທັງນັ້ນກໍ່ຂື້ນກັບຄູ່ຂອງເຈົ້າວ່າມັກແບບໃດ ເພາະບາງຄົນກັບຮູ້ສືກດີເວລາຖືກໂທເຊັກຕະຫຼອດເວລຫຼືມີຄວາມສຸກເວລາຖືກແຟນສີງຢູ່ໃກ້ຕະຫຼອດເວລາ ອັນນີ້ກໍ່ແລ້ວແຕ່ຄົນເດີ ຢ່າງນ້ອຍກໍ່ລອງໄປປັບຈູນເບີ່ງກັບຄູ່ຂອງເຈົ້າເບີ່ງເດີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ໃນວັນທີ່ທ້ອງຟ້າສົດໃສ ເຄີຍສົງໄສຫຼືບໍ່ວ່າເປັນຫຍັງເທີງທ້ອງຟ້າຈື່ງເປັນສີຟ້າຄາມ?

ທີ່ຈີງແລ້ວແສງທີ່ມາຈາກດວງອາທິດປະກອບດ້ວຍສີຕ່າງໆ 7 ສີ ຄື ມ່ວງ ຄາມ ນ້ຳເງີນ ຂຽວ ເຫຼືອງ ແສດ ແດງ

ຄືທີ່ເຮົາເຫັນໃນສາຍຮຸ້ງ ເຊີ່ງເມື່ອລວມກັນຈະກາຍເປັນແສງສີຂາວ ເມື່ອແສງຜ່ານຊັ້ນບັນຍາກາດຈະແລ່ນຊົນ

ໂມເລກຸນແລະກ໊າສ ເຮັດໃຫ້ເກີດການກະຈາຍ

ແສງແຕ່ລະສີຈະມີຄວາມຍາວຄື້ນຕ່າງກັນ ແສງສີຟ້າແລະສີມ່ວງຈະມີຄວາມຍາວຄື້ນສັ້ນ ຈື່ງກະຈາຍໄດ້ດີກວ່າສີອື່ນ

ແຕ່ເຮຕິນາຂອງຄົນເຮົາຮັບແສງສີຟ້າໄດ້ດີກວ່າສີມ່ວງ ເຮົາຈື່ງເຫັນທ້ອງຟ້າເປັນສີຟ້າ

ໃນຂະນະດຽວກັນ ທ້ອງຟ້າທີ່ເປັນສີຟ້າກໍ່ສາມາດບົ່ງບອກຄຸນນະພາບຂອງອາກາດບໍລິເວນນັ້ນດ້ວຍ

ເພາະເຮົາຈະເຫັນທ້ອງຟ້າເປັນສີຟ້າເຂັ້ມໃນບໍລິເວນທີ່ມີມົນລະພາວະທາງອາກາດນ້ອຍ ເຊັ່ນ ພູດອຍ ເກາະກາງທະເລ

ເພາະມີກ໊າສແລະຝຸ່ນລະອອງໃນບັນຍາກາດຕ່ຳ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລື່ອງຜົວໆ ເມຍໆ ຍອດຮິດ ຄືຊິໜີບໍ່ພົ້ນເລື່ອງຜິດຖຽງກັນ ເຊົ້າ-ແລງ ຈົນເຖິງຂັ້ນລົງໄມ້ລົງມື

ຄົນບູຮານເລີຍປຽບທຽບຄູ່ ຜົວເມຍ ຄື “ລີ້ນກັບແຂ້ວ“

ຄວາມໃກ້ຊິດຜູກພັນມີທັງຂໍ້ດີ ຄື ເຮັດໃຫ້ເຂົ້າໃຈອຸປະນິໄສຂອງແຕ່ລະຝ່າຍ ຊ່ວຍເຫຼືອເກື້ອກູນອຸປະຖຳຄ້ຳຈູນ

ແຕ່ກໍ່ມີຂໍ້ເສຍ ຄື ເຮັດໃຫ້ລະເລີຍການຖະໜອມນ້ຳໃຈຂອງອີກຝ່າຍໜື່ງ

ເມື່ອມີເຫດໃຫ້ຕ້ອງຜິດຖຽງກັນ ລອງວິທີນີ້ອາດໄດ້ຜົນ

ຕ້ອງມີຝ່າຍໜື່ງຝ່າຍໃດບໍ່ຜິດນຳ ຫຼືເວົ້າງ່າຍໆ ມີສະຕິຕັ້ງໜັ້ນຕັ້ງໃຫ້ແຂງແຮງ

ຢ່າໃຫ້ອາລົມໂມໂຫປະທຸອອກໄປໄດ້ ຕ້ອງນີ້ງ ອົດທົນຕໍ່ຄຳສຽດສີຕໍ່ວ່າ

ໃຊ້ປັນຍາວິເຄາະແຈກແຈງວ່າອີກຝ່າຍໂມໂຫດ້ວຍເຫດຜົນໃດ ເພາະຫຼາຍເທື່ອທີ່ໂມໂຫກໍ່ມາຈາກເຫດ

“ເລື່ອງບໍ່ເປັນເລື່ອງ“ ຄື ເລື່ອງນ້ອຍໆ ຫຼື “ຕີຄວາມຜິດ“ ຫຼື “ເຂົ້າໃຈຜິດ“

ການຄົ້ນຫາສາເຫດຈະເຮັດໃຫ້ເຮົາເອົາໃຈເຂົາມາໃສ່ໃຈເຮົາ ແລະພະຍາຍາມເຮັດຄວາມເຂົ້າໃຈກັບຄວາມບໍ່ພໍໃຈຕ່າງໆ

ທີ່ເກີດຂື້ນວ່າ ຄວນເອົາມາເປັນ “ເລື່ອງ“ ຫຼືບໍ່

ປະເມີນສະຖານະການວ່າ ຈະໂອ້ລົມຫາລືກັນໄດ້ຫຼືບໍ່ ຖ້າໄດ້ກໍ່ເອີ່ຍຂໍເລີຍວ່າ ຂໍເວລາຈັກ 2-3 ນາທີ

ໃຫ້ຂໍ້ມູນຂໍ້ເທັດຈິງເພື່ອເຮັດຄວາມເຂົ້າໃຈ ແລະຂໍໃຫ້ຟັງໃຫ້ຈົບກ່ອນທີ່ອີກຝ່າຍຈະເວົ້າຫຍັງ

ທີ່ສຳຄັນຫຼີກລ່ຽງການຕໍ່ວ່າໃຫ້ຮ້າຍອີກຝ່າຍໜື່ງ

ປ່ຽນວິທີການຫາລືໃຫ່ມ ຖ້າພິຈາລະນາສະຖານະການແລ້ວພົບວ່າ ອາລົມບໍ່ເອື້ອອຳນວຍ ເວົ້າແນວໃດກໍ່ບໍ່ໄດ້ຜົນ

ອາດກາຍເປັນການ “ຕໍ່ຄວາມຍາວ“ ໃຫ້ປ່ຽນເປັນ “ຂຽນໃຫ້ອ່ານ“ ແທນ “ຄຳເວົ້າຈາ“

ເພາະການຂຽນຈະເຮັດໃຫ້ອະທິບາຍໄດ້ຄົບຖ້ວນ ບໍ່ນອກປະເດັນ

ແລະການອ່ານຈະເຮັດໃຫ້ຜູ້ອ່ານມີສະຕິໄຕ່ຕອງຮອບຄອບຫຼາຍຂື້ນ

ສະຫງົບສະຕິອາລົມເພື່ອຈະໄດ້ມີເວລາຄິດ ເມື່ອອີກຝ່າຍໄດ້ອ່ານແລ້ວ

ຖິ້ມຊ່ວງເວລາຈັກມື້ເຄີ່ງມື້ເພື່ອໃຫ້ອີກຝ່າຍໄດ້ມີເວລາທົບທວນຄິດແລະອາລົມໂມໂຫເບົາບາງລົງ

ເມື່ອເບີ່ງທ່າທີອອ່ນລົງແລ້ວຈື່ງຂໍເວົ້າດ້ວຍຈິດໄມຕີ ຫຼີກລ່ຽງການຕໍ່ວ່າອີກຝ່າຍໜື່ງ ເນັ້ນຄຳ “ຂໍໂທດ“

ຖ້າຫາກເຮັດໃຫ້ເຂົ້າໃຈຜິດ ໃຊ້ຄວາມອ່ອນນ້ອມໂອບຄວາມແຂງ ໃຊ້ເມດຕານຳທາງຜ່າຄື້ນມໍລະສຸມ

ປິດທ້າຍດ້ວຍການເຊີນຊວນເຮັດກິດຈະກຳສ້າງສຳພັນ ອາດຈະໄປກິນເຂົ້ານອກເຮືອນ ຊອບປີ໋ງ

ທ່ອງທ່ຽວ ໄປເຮັດບຸນ ເປັນຕົ້ນ ເພື່ອປ່ຽນແປງບັນຍາກາດແລະສ້າງຄວາມໃກ້ຊິດ ຫຼືແມ້ແຕ່ “ກິດຈະກຳພິເສດ“

ຕາມພາສາຄູ່ຜົວເມຍກໍ່ແຮງດີ ເພາະຖືເປັນການຕໍ່ “ຈິດປະສານກາຍສຳພັນ“ ໂດຍກົງຕາມຄຳບູຮານ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສີ່ງທີ່ມະນຸດມີຢ່າງຫຼວງຫຼາຍຈົນຄືບໍ່ມີມື້ໝົດນັ້ນຄື “ຄວາມຮັກ“

ແຕ່ສີ່ງທີ່ມະນຸດມີຈຳກັດ ຈົນເບີ່ງຄືວ່າເຫັນແກ່ຕົວນັ້ນຄື “ຄວາມອົດທົນ“

ແຮງຮັກຫຼາຍກໍ່ແຮງຕ້ອງ “ອົດທົນ“ ກັບບັນຫາຕ່າງໆຮອບຂ້າງໄວ້ ເພື່ອໃຫ້ຮັກນັ້ນ...ຍືດຍາວ

ແຕ່ໃນທິດທາງກົງກັນຂ້າມ ເມື່ອໃດທີ່ “ໝົດຮັກ“ ເມື່ອນັ້ນ “ຄວາມອົດທົນ“ ກໍ່ຫາມີບໍ່

ສີ່ງໃດທີ່ເຄີຍອົດທົນໄດ້ ກໍ່ກັບປ່ຽນໄປ ສີ່ງໃດທີ່ເຄີຍເຫັນດີເຫັນງາມ ກັບກາຍເປັນ ຂວາງຫູຂວາງຕາ

ທັ້ງໆທີ່ອີກຝ່າຍໜື່ງ ຍັງທຳກັບຕົນຢ່າງສະເໝີຕົ້ນສະເໝີປາຍ

ທ້າຍທີ່ສຸດ....................“ເຮົາ“ ເປັນຝ່າຍຖິ້ມ “ຮັກ“ ນັ້ນໃຫ້ຕ້ອງຈົບລົງ

ແຕ່ຍັງມີຄວາມຈິງອີກສີ່ງໜື່ງ ທີ່ຄົນເຮົາມັກຈະເບີ່ງຂ້າມກັນໄປ

ບາງເທື່ອຄວາມຮັກຂອງເຮົາອາດຈົບລົງ ທັ້ງໆທີ່ ຄວາມຮູ້ສືກຮັກຍັງມີຢູ່ເຕັມຫົວໃຈ

ພຽງແຕ່ການຖືກກະທຳ ຊ້ຳແລ້ວຊ້ຳອີກ ຈົນຮອດ “ຄວາມອົດທົນ“ ບອກໃຫ້ເຮົາຕ້ອງໄປ

ໄປທັ້ງໆທີ່ຍັງ “ຮັກ“

ເພາະ ຖ້າຮັກແລ້ວຕ້ອງເຈັບ ຕ້ອງຊ້ຳ ທາງເລືອກທີ່ດີທີ່ສຸດກໍ່ໜ້າຈະໝາຍເຖິງ

ການຈາກໄປໃນມື້ນີ້ ເພື່ອທີ່ຈະເຂົ້າແຂງແລະລຸກຂື້ນໄດ້ໃໝ່ໃນມື້ຂ້າງໜ້າ“

ແນວນັ້ນບໍ່ແມ່ນຫວະ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊ່ວງເວລາທີ່ເສຍໃຈ ຄົນເຮົາມັກຈະເບີ່ງຜ່ານສີ່ງສຳຄັນໄປສະເໝີ

ສັງເກດບໍ່.......

ເວລາທີ່ເຮົາຮ້ອງໄຫ້ ໃຜທີ່ເຊັດນ້ຳຕາໃຫ້ ພ້ອມເວົ້າວ່າ

“ຈັກມື້ໜື່ງມັນຈະຜ່ານໄປໄດ້“

ຄົນທີ່ເວົ້າຄຳນີ້ ກັບໄປເບີ່ງເຂົາດີໆ ວ່າເຂົາເຄີຍຜ່ານ

ຊ່ວງເຫດການທີ່ເຮົາກຳລັງເຈີະຢູ່ຫຼືບໍ່

ຢ່າຄິດ...ແຕ່ວ່າ ຄົງບໍ່ມີວັນນີ້ ຫຼືມັນຈະອີກດົນຊ່ຳໃດ

ຟັງໄວ້...ເພື່ອຈັກມື້ເຮົາຈະໄດ້ໃຊ້ມັນກັບໃຜຈັກຄົນທີ່ເຮົາຮູ້ຈັກ

............................................................................................................

ຖ້າບໍ່ເຄີຍຖືກຖິ້ມ....

ເຮົາຄົງບໍ່ມີວັນຟັງເພງອົກຫັກໄດ້ລືກຊື້ງເລີຍຈັກເພງ

ເມື່ອໃດທີ່ຟັງແລ້ວຮ້ອງໄຫ້...

ຈົ່ງດີໃຈວ່າ...ເຮົາກໍ່ຍັງຄົງມີຫົວໃຈ

..............................................................................................................

ຄົນທີ່ແມ່ນ ອາດບໍ່ແມ່ນຄົນດຽວທີ່ເຮົາຕ້ອງໃຊ້ຊີວິດນຳ

ຄົນສຸດທ້າຍອາດເປັນຄົນດຽວກັບຄົນທີ່ເຮົາບໍ່ເຄີຍແມ້ແຕ່ຈະສົນໃຈ

ແມ່ນຫຍັງກໍ່ເກີດຂື້ນໄດ້ກັບຫົວໃຈຂະໜາດເທົ່າກຳປັ້ນຂອງມະນຸດ

.............................................................................................................

ຖ້າບໍ່ເຄີຍຖືກຖີ້ມ....

ເຮົາຄົງບໍ່ມີວັນເຂົ້າໃຈ....ຄວາມຮູ້ສືກຂອງໃຜບາງຄົນ

ທີ່ເຮົາອາດລືມໄປວ່າ...ຄັ້ງໜື່ງເຮົາກໍ່ເຄີຍຖິ້ມເຂົາມາ

................................................................................................................

ສັດຈະທຳຊີວິດ “ບ່ອນໃດມີຮັກ ບ່ອນນັ້ນມີທຸກ“

ທຸກຄົນຍ່ອມເຈີະເຈີ ບໍ່ເວັ້ນແມ້ແຕ່ຄົນດຽວ

ມື້ວານອາດເປັນສາຫັດຮຸນແຮງ ເຈັບໜັກທີ່ສຸດ

ເຮົາຍັງຜ່ານມັນມາໄດ້

ແລ້ວມື້ນີ້ເຮົາຈະຜ່ານມັນໄປບໍ່ໄດ້ເລີຍຫວະ

..............................................................................................................

ຖ້າມື້ນັ້ນເຮົາບໍ່ຖືກຖິມ

ເຮົາຄົງບໍ່ມີໂອກາດໄດ້ພົບກັບຄົນທີ່ດີຍີ່ງກວ່າ

ເຂົາຄົນນັ້ນອາດຖ້າເຮົາຢູ່...ໃນວັນຂ້າງໜ້າ

...........................................................................................................

ເມື່ອໃດທີ່ເຮົາຜ່ານມັນມາໄດ້ທຸກຢ່າງ

ມັນກໍ່ຈະກາຍເປັນອາດີດ ຄວາມຊົງຈຳ ເຖິງຈະແລກດ້ວຍນ້ຳຕາ

ກໍ່ດີກວ່າ...ຊີວິດບໍ່ເຄີຍເຈີະເຈີແມ່ນຫຍັງໃຫ້ຈົດຈຳເລີຍ

..........................................................................................................

ໃຫ້ຄວາມເຈັບຊ້ຳເປັນແຮງກົດດັນໃຫ້ເຮົາພັດທະນາຕົນເອງ

ຕ້ອງປ່ຽນແປງໃນທາງທີ່ດີຂື້ນ

ມື້ນີ້ເຮົາອາດຫຼຽວກັບໄປຫາເຂົາດ້ວຍຮອຍຍີ້ມ ແລ້ວເວົ້າວ່າ

“ຂອບໃຈ...ທີ່ຖິ້ມກັນ“

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບໍ່ມີອາກາດ ... ກໍ່ບໍ່ມີລົມຫາຍໃຈ

ບໍ່ມີຄວາມຮັກ ຍັງຫາຍໃຈໄດ້ ຄືທຸກມື້

ອາກາດບໍ່ຕ້ອງສະແຫວງຫາ

ແຕ່ຄວາມຮັກຈະໄດ້ມາຕ້ອງບາກບັ່ນ

ອາກາດໄດ້ມາງ່າຍໆ ແລະມີຢູ່ຫຼາກຫຼາຍຮ້ອຍພັນ

ສ່ວນຄວາມຮກ ເຖິງພຽງຝັນ ... ກໍ່ສຸກໃຈ

ອາກາດເກືອບບໍ່ມີນ້ຳໜັກ

ສ່ວນຄວາມຮັກ ໃຜກໍ່ເຫັນວ່າຍີ່ງໃຫ່ຍ

ອາກາດບໍ່ເຄີຍສ້າງຄວາມເສຍໃຈ

ແຕ່ຄວາມຮັກ ເຮັດໃຫ້ຕ້ອງຮ້ອງໄຫ້ ມີນ້ຳຕາ

ອາກາດ ເຮັດໃຫ້ທຸກຊີວິດດຳລົງຢູ່

ແລະຄວາມຮັກ ເຮັດໃຫ້ລົມຫາຍໃຈທຸກເທື່ອມີຄຸນຄ່າ

ອາກາດເບີ່ງເຫັນໄດ້ຍາກດ້ວຍສາຍຕາ

ສ່ວນຄວາມຮັກ ເຫັນດ້ວຍຕາກໍ່ຮູ້ດ້ວຍໃຈ

ມີອາກາດໂລກກໍ່ເປັນຢ່າງທີ່ເປັນຢູ່

ມີຄວາມຮັກໂລກຈະກາຍເປັນສີຊົມພູຫວານແຫວວ

ສຳຫຼັບອາກາດ ເຂົ້າ-ອອກຕາມລົມຫາຍໃຈ

ແຕ່ຄວາມຮັກຖ້າມີໄວ້ ... ກໍ່ບໍ່ຢາກສູນເສຍໄປຈັກໜ້ອຍດຽວ

ເບີ່ງແຍງດູແລຮັກສາອາກາດວ່າລຳບາກ

ເບີ່ງແຍງດູແລຄວາມຮັກ ແຮງຫຍຸ້ງຍາກ ຖ້າບໍ່ມັກແລຫຼຽວ

ອາກາດຫຼາຍເທົ່າໃດ ... ກໍ່ບໍ່ກົມກຽວ

ຄວາມຮັກເຖິງບາງເບົາກໍ່ແໜ້ນໜຽວ ... ແລະຜູກພັນ

ສ່ວນປະກອບຂອງອາກາດສາມາດບັນຍາຍ

ແຕ່ຄວາມຮັກບໍ່ອາດອະທິບາຍດ້ວຍຄຳສັ້ນໆ

ອາກາດ ອາດດີ-ບໍ່ດີ ແຕ່ລະມື້

ສ່ວນຄວາມຮັກນັ້ນ ຈະຍັງຄົງອົບອຸ່ນທົ່ວຫົວໃຈ

...................................

“ຄວາມຮັກ“ ກັບ “ອາກາດ“

ຖ້າຖາມວ່າເລືອກທີ່ຈະຂາດສີ່ງໃດ

ເຖິງອາກາດຈຳເປັນປານໃດ

ໃນໂລກທີ່ຄວາມຮັກສີ້ນໄຮ້ ... ກໍ່ບໍ່ອາດທົນຢູ່ໄດ້ເຊັ່ນກັນ..

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

“ຕອນທີ່...ທີ່ແຕກຕ່າງ“

ຕອນທີ່...ເຈົ້າກິນຖິ້ມກິນຂ່ວາງ ບາງຄົນອົດຕາຍ

ຕອນທີ່...ເຈົາລະຖິ້ມໂອກາດ ບາງຄົນຫວັງແຕ່ພຽງໄດ້ໂອກາດຈັກຄັ້ງໜື່ງ

ຕອນທີ່...ເຈົ້າຊື້ເກີບສົ້ນສູງລາຄາແພງ ບາງຄົນບໍ່ມີເກີບໃສ່

ຕອນທີ່...ເຈົ້າບໍ່ຢາກກັບເຮືອນ ບາງຄົນບໍ່ມີເຮືອນໃຫ້ກັບ

ຕອນນີ້ເຮົາທຸກຄົນກຳລັງເຮັດຫຍັງຢູ່?

ເຮົາຕ່າງມີສີ່ງທີ່ຕ້ອງເລືອກ ຕ້ອງເຮັດຕ້ອງທຳກັນຈົນຫວຸ້ນວາຍ ແມ່ນຫຍັງຕ່າງໆຫຼາກຫຼາຍວົນວຽນເຂົ້າມາໃນຊີວິດ “ເຮົາ“

ຕອນທີ່ເຮົາຕ່າງໄຂ່ວຄ້ວາຫາສີ່ງທີ່ຕ້ອງການຢ່າງບໍ່ຮູ້ຈົບສີ້ນ

“ເວລາ“ ໝູນໄປເລື້ອຍໆ ມັນບໍ່ໄດ້ເວົ້າ ເຕືອນເຮົາດ໋ອກວ່າມັນບໍ່ຖ້າເຮົາ

ເວລາ ໝູນ...ໝູນໄປ...ໝູນໄປເລື້ອຍໆ

ເຮົາທຸກຄົນຕ່າງຄິດວ່າ “ເຮົາຕ່າງກໍ່ມີເວລາ“

ມີຈັກເທື່ອທີ່ເຮົາມານັ່ງຄິດວ່າ “ເວລາທີ່ເຮົາມີ..ເຫຼືອເທົ່າໃດແລ້ວ?“

ຈົ່ງຢ່າເອົາໝູນໄປຂ້າງໜ້າເຊັ່ນເວລາ

ຈົ່ງໃຊ້ເວລາທີ່ “ເຫຼືອ“ ຢູ່ໃຫ້ຄຸ້ມຄ່າ

ຫຼຽວເບີ່ງໃຜບາງຄົນທີ່ຄອຍພະຍຸງຊ່ວຍເຫຼືອເຮົາສະເໝີມາ

ຢ່າໃຊ້ເວລາທີ່ເຫຼືອຢູ່ຄອຍຢ້ຳເຕືອນອາດີດ

ຈົ່ງໃຊ້ເວລາເຮັດສີ່ງທີ່ດີກວ່າໃນອາດີດ

ຍາມເຈົ້າເມື່ອຍໃຫ້ເຈົ້າລອງເບີ່ງຄົນທີ່ເມື່ອຍກວ່າເຈົ້າ

“ຢ່າລືມວ່າ...

ຕອນທີ່...ເຈົ້າກຳລັງສຸກ ບາງຄົນກຳລັງທຸກ

ຕອນທີ່...ເຈົາກຳລັງທຸກ ບາງຄົນທຸກກວ່າເຈົ້າ“

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

          ບໍ່ວ່າເຈົ້າຈະເປັນໃຜ ຢູ່ບ່ອນໃດ ການໄດ້ເປັນທີ່ຮັກ ທີ່ມັກຂອງຄົນຮອບຕົວນັ້ນ

ກໍ່ນັບເປັນສີ່ງປະເສີດທີ່ທຸກຄົນປາຖະໜາ

          ແຕ່ຕ້ອງຄຳນືງເຖິງຄວາມຖືກຕ້ອງດີງາມເປັນພື້ນຖານນຳ ບໍ່ແມ່ນເຮັດທຸກວິທີທາງເພື່ອໃຫ້ຄົນອື່ນພໍໃຈຮັກ

ທັງ 10 ຂໍ້ທີ່ຈະນຳສະເໜີຕໍ່ໄປນີ້ ເປັນສູດປຸງສະເນ່ ເຊີ່ງເຮັດໄດ້ບໍ່ຍາກ ແຕ່ທ້າທາຍໃຫ້ທຸກຄົນໃສ່ໃຈແລະທົດລອງປະຕິບັດ

ທີ່ເຫັນວ່າເປັນເລື່ອງງ່າຍໆ ແຕ່ເຖິງເວບາ ຖ້າສຳຫຼວດເຂົ້າແທ້ໆ ບາງຄົນກໍ່ຂາດໄປຫຼາຍຂໍ້ຄືກັນ

ເພາະສ່ວນໃຫ່ຍເປັນເລື່ອງເສັ້ນຜົມບັງພູເຂົາ ງ່າຍຈົນເຮົາລະເລີຍ ລືມໃຫ້ຄວາມສຳຄັນ ລືມປະຕິບັດກັນໃຫ້ເປັນນິໄສ

         1. ຈື່ຊື່ເຂົາໃຫ້ໄດ້

           ຖ້າຍັງຈື່ຊື່ໃຜຕໍ່ໃຜບໍ່ໄດ້ ຫຼືຈື່ຜິດຈື່ຖືກ ສະແດງວ່າເຈົ້າບໍ່ສົນໃຈໄຍດີຫຼືໃຫ້ຄວາມສຳຄັນໃນຕົວເຮົາຫຼາຍປານໃດ

ເຈົ້າຮູ້ບໍ່ວ່າ ຊື່ຄົນເປັນສີ່ງສຳຄັນສຳຫຼັບຄວາມຮູ້ສືກຂອງຄົນຢ່າງຫຼາຍ ຮີບຈື່ຊື່ເຂົາໃຫ້ໄດ້ ແລະເອີ້ນໃຫ້ຖືກ

         2. ຮູ້ຈັກທັກທາຍ

           ການທັກທາຍໃຜຕໍ່ໃຜກ່ອນ ເປັນຄວາມໜ້າຮັກຢ່າງໜື່ງ ສະທ້ອນໃຫ້ເຫັນຄວາມມີມິດຕະພາບ

ເຮັດໃຫ້ຜູ້ຖືກທັກທາຍຮູ້ສືກດີວ່າໄດ້ຮັບຄວາມໃສ່ໃຈ ມີຄົນໃຫ້ຄວາມສຳຄັນ ເຮົາຈະຈື່ຊື່ຄົນໃຫ້ໄດ້ໄປເຮັດຫຍັງ

ຖ້າຈື່ໄດ້ແລ້ວບໍ່ຮູ້ຈັກທັກທາຍກັນ?

        3. ວາງຕົວສະບາຍໆ ໄດ້ຫຼືບໍ່

         ຈົ່ງເປັນຄົນທີ່ວາງຕົວສະບາຍໆ ສະເໝີ ເພື່ອຜູ້ອື່ນຈະໄດ້ບໍ່ຮູ້ສືກຄຽດເມື່ອຢູ່ໃກ້ໆ ເຈົ້າຈົ່ງເປັນກັນເອງ

ຢ່າຖືເນື້ອຖືຕົວ ຢ່າເຈົ້າຍົດເຈົ້າຢ່າງ ເພາະມັນຈະໜ້າລຳຄານ ໜ້າຊັງໜ້າຢ້ານ ຫຼາຍກວ່າໜ້າເຂົ້າໃຈ

        4. ມີນິໄສງ່າຍໆ

          ນິໄສງ່າຍໆ ເປັນຄົນລະເລື່ອງກັບມັກງ່າຍ ຖ້າເຈົ້າເປັນຄົນງ່າຍໆ ມີຄວາມຜ່ອນສັ້ນຜ່ອນຍາວສູງ

ແລະຮູ້ຈັກຜ່ອນອາລົມຂອງເຈົ້າກໍ່ມັກຈະຄົງທີ່ໄວ້ໃຈໄດ້ ຄາດເດົາໄດ້ ບໍ່ແປປວນຈົນຍາກແກ່ການຄວບຄຸມຫຼືໄວ້ໃຈ

ຄົນງ່າຍໆ ມັກຍອມຮັບແລະເຂົ້າໃຈໄດ້ ເຖິງວ່າກັບຄົນທີ່ໜ້າລຳຄານທີ່ສຸດ ໃຜໆ ກໍ່ຢາກຢູ່ໃກ້ກັບຄົນທີ່ອາລົມຄົງທີ່

ແລະຖືສາໃຜຕໍ່ໃຜໜ້ອຍລົງ ເພາະວ່າບາງເທື່ອ ເຮົາກໍ່ບໍ່ຮູ້ດ໋ອກວ່າຕົວເຮົາເອງມີຫຍັງທີ່ໜ້າລຳຄານແດ່ ງ່າຍໆ

ວາງໃຈ ບໍ່ຖືສາກັນນີ້ລະ ດີທີ່ສຸດ

        5. ຢ່າອວດຕົວເອງ

          ຈົ່ງລະວັງ ຢ່າສະແດງວ່າເຈົ້າຮູ້ຫຍັງຕໍ່ຫຍັງ ໄປໝົດທຸກເລື່ອງ

ບໍ່ມີໃຜຢາກຈະມັກກັບຄົນທີ່ສະຫຼາດໄປໝົດທຸກເລື່ອງດ໋ອກ ບາງເລື່ອງເຂົາກໍ່ຢາກສະຫຼາດແດ່ຄືກັນ

ດັ່ງນັ້ນຈົ່ງວາງຕົວຕາມທຳມະຊາດ (ຄືມີທັງເລື່ອງທີ່ຮູ້ແລະບໍ່ຮູ້) ຖ່ອມຕົນ ແລະສຸພາບຕາມກາລະເທສະຈະດີກວ່າ

         6. ຈົ່ງມີນິໄສລ່າເລີງ

          ເພື່ອຄົນທັງຫຼາຍຈະໄດ້ມັກຢູ່ໃກ້ ແລະ “ຕິດ“ ໃນຄວາມລ່າເລີງທີ່ເຈົ້າມີ ແລ້ວເຈົ້າຈະໄດ້ຮັບຄວາມຮູ້ສືກດີໆ

ໄດ້ຮຽນຮູ້ໃນສີ່ງດີໆ ຈາກຄົນເຫຼົ່ານີ້ ເມື່ອຄົບຫາສະມາຄົມນຳ

         7. ຈົ່ງພະຍາຍາມແກ້ໄຂຄວາມເຂົ້າໃຈຜິດ

           ເຈົ້າອາດເຄີຍເບີ່ງໃຜໃນແງ່ຮ້າຍໆ ໄປແດ່ ເຈົ້າອາດເຄີຍຖືສາການກະທຳຄັ້ງນັ້ນຄັ້ງນີ້ຂອງເຂົາ ຖ້າເຈົ້າມີເວລາ

ຈົ່ງພະຍາຍາມແກ້ໄຂຄວາມເຂົ້າໃຈຜິດຫຼືຄວາມຖືສາທີ່ເຄີຍມີ ລວມທັງທີ່ກຳລັງມີຢູ່ໃຫ້ໝົດໄປ

ມິດຕະພາບບໍ່ອາດກໍ່ເກີດຫຼືງອກງາມໄດ້ ທ່າມກາງຄວາມລະແວງແຄງໃຈ ຈົ່ງກຳຈັດຄວາມຂ້ອງໝອງໃຈ ຄວາມບໍ່ມັກໃຈ

ແລະຄວາມເຈັບໃຈໃຫ້ໝົດ ແລ້ວເຈົ້າຈະເປັນຄົນໜ້າຮັກທີ່ບໍ່ມີໃຜຜູກໃຈເຈັບ

         8. ຖິ້ມມັນໄປ...ນິໄສບໍ່ດີ

           ບາງເທື່ອເຮົາກໍ່ບໍ່ຮູ້ດ໋ອກວ່າ ເຮົາມີນິໄສຫຍັງທີ່ເປັນຂໍ້ບົກພ່ອງຢູ່ໃນຕົວແດ່ ການງ່ຽງຫູຟັງຈາກຄົນຮອບຂ້າງ ຈະຊ່ວຍໃຫ້ເຮົາຮູ້

ເມື່ອເຮົາຮູ້ແລ້ວ ເຮົາມີໜ້າທີ່ຕ້ອງກຳຈັດນິໄສທີ່ເຮັດໃຫ້ຄົນອື່ນຕັ້ງເປັນຂໍ້ລັງກຽດອອກໄປ ເຖິງວ່ານິໄສບາງຢ່າງນັ້ນ

ອາດມີຢູ່ຫຼືເຮັດໄປໂດຍທີ່ເຮົາບໍ່ໄດ້ຮູ້ຕົວມາຕະຫຼອດກໍ່ຕາມ

         9. ຈົ່ງຮຽນມັກຄົນອື່ນແດ່

          ໜ້າປະຫຼາດ... ຄົນບາງຄົນຊັງໃຜຕໍ່ໃຜໄດ້ໄວຫຼາຍ ລອງຮຽນມັກຄົນອື່ນຈົນກາຍເປັນນິໄສດີບໍ່

ມັກທີ່ເຂົາເປັນແນວນັ້ນ ມັກທີ່ເຂົາຄິດແນວນີ້ ມັກໃນສີ່ງທີ່ເຂົາເວົ້າຈາ ... ຈົ່ງທ່ອງຄາຖາປະຈຳໃຈເອົາໄວ້ໃຫ້ຕະຫຼອດວ່າ

“ຂ້າພະເຈົ້າບໍ່ເຄີຍພົບກັບບຸກຄົນທີ່ຂ້າພະເຈົາບໍ່ຮູ້ສືກມັກເລີຍ“

         10. ຊົມເຊີຍໃຫ້ເປັນ

          ຢ່າລະຖິ້ມໂອກາດທີ່ຈະກ່າວຄຳຊົມເຊີຍ ເມື່ອໃຜຄົນໃດຄົນໜື່ງໃກ້ໆ ຕົວເຈົ້າ ໄດ້ເຮັດໃນສີ່ງທີ່ດີ

ເປັນແບບຢ່າງຕໍ່ຜູ້ອືນ ຫຼືເຮັດຫຍັງໄດ້ສຳເລັດຈັກຢ່າງໜື່ງ ໃນເວລາດຽວກັນ ກໍ່ຕ້ອງຮູ້ຈັກສະແດງຄວາມເຂົ້າໃຈ

ຄວາມເຫັນອົກເຫັນໃຈ ໃນຄວາມທຸກຮ້ອນແລະຄວາມຜິດຫວັງຂອງພວກເຂົານຳ ເວົ້າງ່າຍໆ ໄດ້ວ່າ ຮຽນເປັນຄົນມີຫົວໃຈແດ່!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຈົ້າເຄີຍ

ເກີດອາລົມເຊັງໆ

ກັບຄວາມຮັກແມ່ນບໍ່?

ມັນກະຕ້ອງມີແດ່ວ່ານະ

ແຕ່ຂໍບອກໄວ້

ຈົ່ງຢ່າຄຽດ

ກັບຄວາມຮັກ

ທີ່ມັນຍັງມາບໍ່ເຖິງຈັກເທື່ອ

ແລະ

ຢ່າເຝົ້າເບີ່ງຄວາມຮັກ

ຄືກັບແມວຈ້ອງຈັບໜູ

!!

ເມື່ອຮູ້ສືກຢ່າງມີອິດສະຫຼະເຕັມທີ່

ຄວາມຮັກກໍ່ຈະພັດຜ່ານເຂົ້າມາຄ່ອຍໆ

ແຕ່...

ຈົ່ງຈື່ໄວ້ວ່າ

ຄວາມຮັກຕ້ອງໝັ່ນ

ເຕີມເຕັມສະເໝີ...

ຄວາມຮັກບໍ່ໄດ້ຂື້ນຢູ່ກັບວ່າ...

ຜູ້ຊາຍຈະເລີ່ມຈາກ 100

ແລະຜູ້ຍິງຈະເລີ່ມຈາກ 0

ແຕ່ຂື້ນຢູ່ກັບຄົນ 2 ຄົນທີ່ຮັກກັນຕ່າງຫາກ

ແລະເມື່ອຮັກແລ້ວ ຈົ່ງຮັກໃຫ້ຊັດເຈນ

ແລະເມື່ອຮັກ ຈົ່ງຮັກໃຫ້ໝັ້ນຄົງ

ຖ້າວ່າ ຄວາມຮັກໂບກມືລາ

ຈົ່ງຢ່າປ່ອຍໃຫ້ຄວາມເຂັ້ມແຂງໂບກມືລາໄປນຳ

ຕັ້ງສະຕິໄວ້ ຢ່າໃຫ້ລອຍຕາມຄວາມຮັກໄປ...

ຄວາມຮັກໃນອາດີດ

ເປັນພຽງແຕ່ຂີ້ເຖົ່າ

ຂອງການເວລາ...

ສາຍນ້ຳບໍ່ເຄີຍໄຫຼກັບ

ໂລກບໍ່ເຄີຍຢຸດໜູນ

ຄວາມຮັກບໍ່ເຄີຍຄືເກົ່າ

ແລະໃນຄວາມຮັກ

ທຸກຢ່າງ ທຸກສີ່ງ ທຸກທີ່ ທຸກເວລາ

ເປັນໄປໄດ້ສະເໝີ

ເມື່ອຄວາມຮັກມາທັກທາຍ

ຈົ່ງຢ່າຖ້າເວລາ...

...ຈົນທຸກຢ່າງມັນຈະສາຍເກີນໄປ

ຈົ່ງຢູ່ກັບຄວາມຮັກ

ຈົ່ງຢູ່ຢ່າງມີຮັກ

ຈົ່ງຢູ່ເພື່ອທີ່ຈະໄດ້ຮັກ

ແລະຈົ່ງຍອມຮັບຄວາມຮັກທີ່ລອຍຢູ່ຮອບຕົວ

ຄວາມຮັກບໍ່ແມ່ນຈຸດສຸດທ້າຍ

ຂອງຄວາມພະຍາຍາມ

ແຕ່ຢູ່ທີ່ຈຸດເລີ່ມຕົ້ນ

ຂອງຄວາມເຂົ້າໃຈ

ເພາະຮັກແທ້ ບໍ່ໄດ້ມີເທື່ອດຽວ

...................

ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍກຳລັງຊອກຫາຄວາມຮັກ.. .. ..

ຕອນນີ້ຂ້ອຍກຳລັງຊອກຫາຄວາມຮັກ

ສີ່ງທີ່ຂ້ອຍລະເລີຍມັນມາດົນນານ ແລະບໍ່ເຄີຍເຫັນຄວາມສຳຄັນເລີຍຕະຫຼອດຫຼາຍປີທີ່ຜ່ານມາ

ຈົນຄິດວ່າບາງທີ ຂ້ອຍບໍ່ຈຳເປັນຕ້ອງມີມັນອີກກໍ່ໄດ້

ຊ່ວງເວລາທີ່ຜ່ານມາຂ້ອຍເຝົ້າເບີ່ງຄົນຮອບຂ້າງ ເຮັດຄວາມຄຸ້ນເຄີຍກັບຄວາມຮັກ

ບາງຄົນກໍ່ໃຫ້ຄວາມສະນິດສະໜົມຫຼາຍ ບາງຄົນກໍ່ພຽງຜ່ານມາແລ້ວກໍ່ຜ່ານໄປ

ບາງຄົນກໍ່ທຸ້ມເທຈົນໝົດຫົວໃຈ ບາງຄົນເຮັດຄວາມຮູ້ຈັກພຽງແຕ່ຂ້າເວລາ

ສຳຫຼັບຂ້ອຍ ຖ້າຍັງບໍ່ພ້ອມຈະມີຮັກຄັ້ງຕໍ່ໄປ

ຂ້ອຍກໍ່ຂໍຍອມຖືກເວົ້າວ່າຂີ້ຂາດ ເພາະກໍ່ອາດເປັນແນວນັ້ນແທ້ໆ

ຂ້ອຍບໍ່ຢາກໃຫ້ຄວາມຮັກຜ່ານມາແລ້ວຜ່ານໄປ ແລະບໍ່ຢາກທຸ່ມເທຈົນໝົດຫົວໃຈເຊັ່ນກັນ

ຄວາມຄິດຂອງຂ້ອຍຄືຖ້າມື້ໃດຂ້ອຍພ້ອມ ຂ້ອຍຈະເຮັດຄວາມຮູ້ຈັກຢ່າງຈິງໃຈ

ແລະຈະຜູກພັນຫຼາຍກວ່າຜູກຕິດກັບຄວາມຮັກຕະຫຼອດໄປ

ຈົນມື້ນັ້ນມາເຖິງ ມື້ທີ່ຂ້ອຍພ້ອມ ມື້ທີ່ຂ້ອຍໄດ້ເຈີະໃຜຈັກຄົນ

ຄົນທີ່ຂ້ອຍຮູ້ສືກວ່າເຂົານຳພາຄວາມຮັກມາຝາກຂ້ອຍນຳ ແຕ່ຄວາມຂີ້ຂາດໃນຕົວກໍ່ມີຫຼາຍເກີນກ່ວາ

ທີ່ຂ້ອຍຈະຍອມຮັບຄວາມຮູ້ສືກທີ່ເອີ້ນວ່າຮັກ ຈົນໃນທີ່ສຸດ ຄວາມຮັກຂອງຂ້ອຍກໍ່ຈາກໄປ

ຕອນນີ້ຂ້ອຍກຳລັງຊອກຫາຄວາມຮັກ

ເພາະເສັ້ນສາຍແຫ່ງຄວາມຫ່ວງໃຍທີ່ກໍ່ຕົວເປັນຄວາມຜູກພັນ

ກຳລັງເຕືອນໃຫ້ຂ້ອຍຮູ້ວ່າມັນມີຄວາມຍາວຊ່ຳໃດ ເພາະຄວາມຮັກໜີໄປໄກ

ແຕ່ຄວາມຫ່ວງໃຍຄອຍເຕືອນໃຫ້ຂ້ອຍຮູ້ຕົວສະເໝີ

ຕອນນີ້ຂ້ອຍຈື່ງຊອກຫາຄວາມຮັກ

ເພາະຂ້ອຍຮູ້ວ່າລະຫວ່າງຂ້ອຍກັບຄວາມຮັກຄັ້ງນີ້ ຜູກພັນກັນຊ່ຳໃດ

ຄວາມຮັກຄັ້ງນີ້ເຮັດໃຫ້ຂ້ອຍຮູ້ວ່າຄົນເຮົາກໍ່ຄືຕົ້ນໄມ້ ຄວາມຮັກກໍ່ຄືນ້ຳ

ຕົ້ນໄມ້ຈະຢູ່ໄດ້ແນວໃດຖ້າບໍ່ມີນ້ຳ ຄົນເຮົາຈະຢູ່ໄດ້ແນວໃດຖ້າບໍ່ມີຄວາມຮັກ

ຕອນນີ້ຂ້ອຍກຳລັງຊອກຫາຄວາມຮັກ

ຖ້າເຈົ້າບັງເອີນພົບເຈີະ ຄວາມຮັກທີ່ກຳລັງຫຼົງທາງ

ຊ່ວຍບອກຄວາມຮັກວ່າ ຂ້ອຍກຳລັງຊອກຫາ

ແລະຈະມາຮັບຕົວກັບໄປໃນບໍ່ດົນ

ຂອບໃຈລ່ວງໜ້າ ສຳຫຼັບຄວາມຊ່ວຍເຫຼືອຂອງເຈົ້າ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃນຊ່ວງເວລາແຫ່ງຮັກ ທຸກໆວິນາທີຂອງຊີວິດຂອງເດັກໜຸ່ມແລະເດັກສາວຄູ່ນີ້ລ້ວນເປັນຄວາມຫວານຊື່ນແລະສຸກລົ້ນ

ຕໍ່ມາ ເດັກສາວຄ່ອຍໆ ເຫີນຫ່າງເດັກໜຸ່ມ ເດັກສາວແຕ່ງງານແລ້ວ ແລະຍັງບໍ່ໄດ້ໄປຝຣັ່ງ ສະຖານທີ່ທີ່ລາວຝັນເຖິງເລື້ອຍໆ

ຕອນທີ່ເດັກສາວແລະເດັກໜຸ່ມຈະແຍກຈາກກັນ ເດັກສາວບອກກັບເດັກໜຸ່ມວ່າ

“ພວກເຮົາຕ້ອງປະເຊີນກັບຄວາມຈິງ ຂ້ອຍຈຳເປັນຕ້ອງຍືດໂອກາດທັງໝົດເອົາໄວ້ໃຫ້ໝັ້ນ ເຈົ້າທຸກຍາກເກີນໄປ

ຂ້ອຍຄິດບໍ່ອອກເລີຍວ່າວັນເວລາຫຼັງຈາກເຮົາແຕ່ງງານກັນແລ້ວຈະຢູ່ນຳກັນແນວໃດ...“

ຫຼັງຈາກເດັກສາວໄປຝຣັ່ງເສດແລ້ວ ເດັກໜຸ່ມທີ່ເປັນລູກຈ້າງຊົ່ວຄາວ ຂາຍເຄື່ອງແຄມທາງ...

ວຽກທຸກຢ່າງເຂົາລ້ວນເຮັດດ້ວຍຄວາມດຸໜັ່ນຂັນແຂງ ຫຼາຍປີຜ່ານໄປ ໃນທີ່ສຸດເຂົາມີບໍລິສັດຂອງຕົນເອງ

ເຂົາມີເງິນ ແຕ່ວ່າໃນໃຈຂອງເຂົາຍັງບໍ່ເຄີຍລືມເດັກສາວເລີຍ

ມີມື້ໜື່ງຝົນກຳລັງຕົກ ເດັກໜຸ່ມເບີ່ງອອກຈາກລົດເບັ້ນສີດຳຂອງເຂົາ ເຫັນຄົນແກ່ຄູ່ໜື່ງກຳລັງຍ່າງຢູ່ຢ່າງຊ້າໆ

ເຂົາຈື່ໄດ້ວ່ານີ້ຄືພໍ່ແມ່ຂອງເດັກສາວ ດັ່ງນັ້ນເຂົາຕັດສິນໃຈວ່າຈະພົບໜ້າກັບພວກເຂົາ ຖາມໄຖ່ເຖິງສະພາບຂອງເດັກສາວ

ແນ່ນແນ ສີ່ງສຳຄັນທີ່ສຸດກໍ່ເພື່ອໃຫ້ພວກເຂົາໄດ້ເຫັນວ່າຕົນບໍ່ພຽງແຕ່ມີລົດເທົ່ານັ້ນ ຍັງມີບໍລິສັດແລະບ້ານພັກຫຼູຫຼາ

ໃຫ້ພວກເຂົາຮັບຮູ້ວ່າເຂົາບໍ່ແມ່ນຜູ້ຊາຍກະຈອກ ເຂົາເປັນເຈົ້າຂອງທຸລະກິດໜຸ່ມ

ເຂົາຈະເຮັດໃຫ້ເດັກສາວຕ້ອງຮູ້ສືກເສຍໃຈຕໍ່ການຕັດສິນໃຈໃນຕອນນັ້ນ ເຂົາຂັບລົດນຳພວກເຂົາໄປຢ່າງຊ້າໆ

ມາເຖິງຈຸດໝາຍແລ້ວ ເດັກໜຸ່ມຕະລືງໄປ ນີ້ຄືສຸສານແຫ່ງໜື່ງ

ເຂົາເບີ່ງເຫັນຮູບພາບທີ່ປ້າຍຫຼຸມຝັງສົບຂອງເດັກສາວກຳລັງຍິ້ມຫວານໃຫ້ເຂົາ ພໍ່ແມ່ຂອງເດັກສາວບອກກັບເດັກໜຸ່ມວ່າ

ເດັກສາວປ່ວຍເປັນມະເຮັງ ລາວໄປສະຫວັນແລ້ວ ລາວຫວັງວ່າເຂົາຈະມີຄອບຄົວທີ່ອົບອຸ່ນ ເພາະສະນັ້ນລາວຈື່ງເວົ້າແນວນັ້ນ

ລາວໝັ້ນໃຈວ່າເຂົາຈະຕ້ອງປະສົບຄວາມສຳເລັດຢ່າງແນ່ນອນ ເດັກໜຸ່ມຄູ້ເຂົ່າລົງ ຄູ້ເຂົ່າຕໍ່ໜ້າຫຼຸມຝັງສົບຂອງເດັກສາວ

ນ້ຳຕາອາບແກ້ມ ເດັກໜຸ່ມຫວນຄິດເຖິງຮອຍຍີ້ມທີ່ໃບໜ້າທີ່ບໍລິສຸດຂອງເດັກສາວ

ໃນໃຈຂອງເດັກໜຸ່ມຄ້າຍຄືດັ່ງມີເລືອດໄຫຼລົງເທື່ອລະຢົດລະຢົດ

ຂະນະທີ່ຄົນຊະລາແກ່ໆ ຄູ່ນີ້ຍ່າງອອກຈາກສຸສານ ເຫັນເດັກໜຸ່ມຢືນຢູ່ບໍ່ໄກຫຼາຍ ປະຕູລົດເບັ້ນລໍຖ້າຮັບຄົນຊະລາຢູ່

ໄດ້ຍິນສຽງເພງດັງຈາກໃນລົດ “ໃຈຂອງຂ້ອຍ ບໍ່ຄິດເສຍໃຈ ແນວໃດແນວໃດກໍ່ເພື່ອເຈົ້າ.....“

       ຄວາມຮັກບໍ່ໄດ້ຫວານສະເໝີໄປ ບາງເທື່ອ ຮັກກໍ່ເຮັດໃຫ້ຄົນຕ້ອງປວດໃຈ ເຖິງແມ້ວ່າຈະເຈັບປວດ

ແຕ່ນັ້ນກໍ່ເປັນຄວາມສຸກຢ່າງໜື່ງ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຮູ້ບໍ່ວ່າເປັນຫຍັງໂລກເຮົາທຸກມື້ນີ້ ສັງຄົມເຖິງໄດ້ຫວຸ້ນວາຍ ສັບສົນກັນຫຼາຍຂື້ນ

ຢ່າໄດ້ຄິດໂທດໃຜເລີຍທີ່ເປັນແບບນີ້

ພຸດທະສາດສະໜາສອນວ່າການຈະດັບທຸກໄດ້ຕ້ອງຮູ້ເຫດແຫ່ງທຸກເສຍກ່ອນ

ເຄີຍບໍ່ຕອນເຮົາເປັນເດັກ ຜູ້ໃຫ່ຍສອນເຮົາວ່າໃຫ້ຕັ້ງໃຈຮຽນ ເພື່ອຈະໄດ້ເສັງເຂົ້າໄປ

ຮຽນໂຮງດີໆ

ສົ່ງໄປຮຽນເພີ່ມແດ່ ຈ້າງຄູມາສອນເພີ່ມແດ່ ຫວັງໃຫ້ເຮົາຮຽນເກັ່ງກວ່າຄົນອື່ນ ແລະອານາຄົດດີກວ່າເດັກຄົນອື່ນໆ

ໜັງສືທີ່ອ່ານກໍ່ເປັນພວກ ເຮັດແນວໃດຈື່ງຈະຊະນະຄົນອື່ນ ຈື່ງຈະສຳເລັດ ບໍ່ຍອມແພ້ ລ້ວນມຸ້ງແຕ່ເປົ້າໝາຍເປັນສຳຄັນ

ດຽວນີ້ການຕໍ່ສູ້ເລີ່ມຕັ້ງແຕ່ຊັ້ນອານຸບານກັນແລ້ວ ຕົວເດັກເອງຍັງບໍ່ຮູ້ເລີຍວ່າເຂົາຢູ່ໃນສະໜາມການຕໍ່ສູ້ນັ້ນແລ້ວ

ແລະເມື່ອເດັກເຮັດສຳເລັດຈະມີແຕ່ຜູ້ທີ່ໃຫ້ກຳລັງໃຈ ຊົມເຊີມ ລາງວັນຫຼາຍຢ່າງ

ບໍ່ຕ້ອງເວົ້າເຖິງຄົນທີ່ແພ້ວ່າຈະເປັນແນວໃດ

ຜູ້ໃຫ່ຍປູກຝັງໃຫ້ເຂົາເປັນຜູ້ຊະນະໂດຍບໍ່ຮູ້ຕົວ

ເດັກບາງຄົນບໍ່ເຄີຍແພ້ ແລະແພ້ບໍ່ເປັນ

ເຄີຍໄດ້ຍິນບໍ່ວ່າເດັກດີໆ ບາງຄົນເສັງຮຽນຕໍ່ບໍ່ໄດ້ຢ່າງທີ່ຫວັງ ເຖິງກັບຂ້າຕົວຕາຍ

ຜູ້ໃຫ່ຍທີ່ໃຫ່ຍແລ້ວກໍ່ຕາມ ຜິດຫວັງເລື່ອງຄວາມຮັກ ຜິດຫວັງເລື່ອງວຽກງານ ເຖິງກັບຂ້າຕົວຕາຍກໍ່ມີ

ຄົນເຫຼົ່ານີ້ແພ້ບໍ່ເປັນ ເຄີຍແຕ່ເປັນຜູ້ຊະນະ ເຮົາເອີ້ນຄົນເຫຼົ່ານີ້ວ່າເປັນໂລກຊະນິດໜື່ງ

“ໂລກແພ້ບໍ່ເປັນ“

ເຊື່ອບໍ່ວ່າໂລກແພ້ບໍ່ເປັນນີ້ຈະເພີ່ມຄວາມຮຸນແຮງຫຼາຍຂື້ນກັບຜູ້ທີ່ມີຄວາມຮູ້ ການສືກສາທີ່ສູງກວ່າ

ມີຕຳແໜ່ງທີ່ສູງກວ່າ

ຕອນເປັນເດັກນ້ອຍເຮົາແລ່ນເຂົ້າເສັ້ນໄຊຊ້າກວ່າໝູ່ ເຮົາແພ້ ເສຍໃຈ ເທົ່ານັ້ນ

ພໍເປັນຜູ້ໃຫ່ຍເຮົາແພ້ຄືກັນ ແຕ່ນອກຈາກເສຍໃຈ ເຮົາຍັງມີເສຍໜ້າ ເສຍສັກສີ ຍິ່ງຖ້າເຮົາເຄີຍເປັນຜູ້ຊະນະ

ຫຼືມີຕຳແໜ່ງເປັນແຊ້ມຢູ່ແລ້ວກໍ່ ສັກສີທີ່ເສຍກໍ່ຈະຫຼາຍຂື້ນທະວີຄູນ

ຜູ້ທີ່ເປັນໂລກແພ້ບໍ່ເປັນ ພໍແພ້ຂື້ນມາກໍ່ຈະບໍ່ຍອມແພ້ ຈະສູ້ ຫາທາງເອົາຊະນະໃຫ້ໄດ້

ແຮງຖ້າມີການສືກສາສູງ ສັກດີນາໃຫ່ຍຂື້ນ ຍ່ອມທະເຍີທະຍານສູງທະວີຄູນ ແຮງຫາທາງເອົາຊະນະ

ແລະທົນບໍ່ໄດ້ ສຸດທ້າຍຫາທາງອອກທີ່ຮຸນແຮງ

ຊີວິດມັນຍ່ອມມີສອງດ້ານສະເໝີ ສຸກກັບທຸກ ອີ່ມກັບຫີວ ຊະນະກັບແພ້

ຮຽນຮູ້ຈັກອີກດ້ານໜື່ງແດ່ເພາະບາງເທື່ອເຮົາກໍ່ຕ້ອງເຈີະກັບມັນເຂົ້າຈັກເທື່ອ

ເມື່ອທຸກກໍ່ຕ້ອງຢູ່ກັບທຸກໃຫ້ໄດ້ແລະຫາທາງດັບທຸກນັ້ນສາ

ເມື່ອແພ້ກໍ່ຮູ້ຈັກຍອມແພ້ແດ່ ບໍ່ແມ່ນດັນທຸລັງແຕ່ຈະເອົາຊະນະຢ່າງດຽວ

ການຍອມແພ້ບໍ່ແມ່ນຈະເສຍໄປຊະທຸກຢ່າງ ບາງເທື່ອສີ່ງທີ່ໄດ້ຮັບກັບມາ

ອາດມີຄຸນຄ່າຫຼາຍກວ່າທີ່ເຮົາຈະຊະນະອີກ

ການຍອມແພ້ບາງເທື່ອເຮັດໃຫ້ເຮົາໄດ້ໝູ່ກັບມາ ເຮັດໃຫ້ເຮົາບໍ່ເສຍຄົນຮັກ ຍາດພີ່ນ້ອງ ໝູ່ຮ່ວມວຽກງານ

ເຫັນບໍ່ວ່າການຍອມແພ້ແດ່ບໍ່ເຫັນຈະບໍ່ດີບ່ອນໃດເລີຍ

ຈະດີບ່ອນໃດຖ້າຊະນະແລ້ວຕ້ອງເສຍໝູ່ ເສຍວຽກ ເສຍເຈົ້ານາຍ ຫຼືເສຍຄົນຮັກໄປ

ບາງຄົນເປັນໂລກແພ້ບໍ່ເປັນໃນບ່ອນເຮັດວຽກຍັງບໍ່ພໍ ຍັງໄປເປັນຢູ່ເຮືອນ ຄອບຄົວອີກ

ຄິດເອົາວ່າ ຖ້າໃນເຮືອນມີແຕ່ຄົນແພ້ບໍ່ເປັນ ຕ່າງເອົາຊະນະກັນ ຈະຫວຸ້ນວາຍຊ່ຳໃດ

ແຮງຮູ້ຫຼາຍ ແຮງເກັ່ງຫຼາຍ ແຮງມີອຳນາດຫຼາຍ ແຮງຈະເອົາຊະນະຫຼາຍ ແຮງບໍ່ຍອມແພ້

ຈົ່ງແພ້ຊະ ຖ້າການແພ້ນັ້ນເພື່ອໃຫ້ຄົນອື່ນໆ ຫຼືສ່ວນລວມໄດ້ຊະນະແດ່

ຮຽນຮູ້ຈັກແພ້ກັນໄວ້ແດ່ ຢ່າໃຫ້ຕົວເອງໄດ້ຊື່ວ່າເປັນ “ໂລກແພ້ບໍ່ເປັນ“

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຄວາມຮັກເປັນສີ່ງສວຍງາມ ບໍ່ວ່າຈະເພດໃດ ໄວໃດ ໃຜໆ ກໍ່ຢາກມີຄວາມຮັກກັນທັງນັ້ນ ແຕ່ບາງເທື່ອ “ຮັກ“

ທີ່ໃຜໆ ເບີ່ງວ່າເປັນສີຊົມພູສົດໃສ ກໍ່ກາຍເປັນສີເທົາອື້ມຄື້ມ ແຖມຍັງສຽບແທງໃຈໃຫ້ເຈັບປວດໄດ້ອີກຕ່າງຫາກ

ຄວາມຮັກຍັງຄົງງົດງາມສະເໝີ ຖ້າສາວໆ ບໍ່ເຮັດຕົວແບບນີ້ສາກ່ອນ... ດັ່ງນີ້

+ ຖ້າຮັກແບບບໍ່ມືນຫູມືນຕາ

 ໃນທີ່ນີ້ໝາຍເຖິງບໍ່ຮັກແບບເອົາຫູໄປນາເອົາຕາໄປໄຮ່ ຫຼືທົນຮັບສະພາບພຶດຕິກຳທຸກໆຢ່າງທີ່ເຂົາເຮັດໄດ້

ພຽງເພາະຕິດກັບຄຳເວົ້າຫວານໆ ທີ່ເຂົາເປົ່າຫູ ຫຼືທົນໄດ້ຖ້າເຂົາຈະໄປກິ໋ກກັກໄປກັບສາວອື່ນ...

ເພາະການຮັກແບບມືນຕາຕື່ນຍອມຮັບຄວາມຈິງ ຈະເຮັດໃຫ້ພົບກັບຄວາມເປັນຈິງໃນຄວາມຮັກ

ບໍ່ແມ່ນຍືດຕິດກັບຄວາມເພີ້ຝັນລົມໆ ແລ້ງໆ ເພາະຖ້າເຈົ້າຈິງໃຈທີ່ຈະຮັກເຂົາ ເຂົາກໍ່ຕ້ອງຈິງໃຈໃນຮັກຂອງເຈົ້າ

ບໍ່ແມ່ນຂີ້ຕົວະໄປວັນໆ

+ຖ້າເລີກຫືງຫວງເກີນພໍດີ

ຫືງນະຫືງໄດ້ ແຕ່ຕ້ອງມີລິມິດກັນແດ່ ບໍ່ແມ່ນກະທັ້ງກັບໝູ່ທີ່ເປັນຜູ້ຍິງຂອງເຂົາ ເຈົ້າກໍ່ຍັງໜ້າມືດຕາມົວ

ຫຼືໂທລະສັບເຊັກຕະຫຼອດວ່າເຮັດຫຍັງ ຢູ່ໃສ ກັບໃຜ ພຽງແຕ່ເຂົາລົມນຳ ຫືງຂະໜາດນັ້ນຄົງຈະບໍ່ໄຫວ

ເພາະຄວາມຮັກຄືການໄວ້ເນື້ອເຊື່ອໃຈ ລວມເຖິງການໃຫ້ກຽດເຊີ່ງກັນແລະກັນນຳດ້ວຍ

+ຖ້າເລີກຮັກແບບເອົາແຕ່ໃຈ

ເຊີ່ງອາດເປັນເລື່ອງທຳມະດາທີ່ທຸກຄົນຕ້ອງເອົາແຕ່ໃຈຕົວເອງກັນຢູ່ແລ້ວ ພຽງແຕ່ຈະຫຼາຍຫຼືໜ້ອຍເທົ່ານັ້ນເອງ

ແຕ່ຮັກປະເພດນີ້ໜ້າລຳຄານເປັນທີ່ສຸດ ເຈົ້າອາດເປັນຕົວໜ້າລຳຄານກັບເຂົາໂດຍບໍ່ຮູ້ຕົວ ຮັກແບບນີ້ແລະທີ່ຜູ້ຊາຍ

ມັກເຫຼືອອົດ ແຖມຍັງບອກເລີກແບບທີ່ເຈົ້າບໍ່ທັນຕັ້ງຕົວ ທາງທີ່ດີງອນໄດ້ ແຕ່ເອົາພຽງພໍງາມ ພໍໜ້າຮັກ

+ຖ້າຮັກຕົວເອງໃຫ້ເປັນ

ຫຼາຍຄົນອາດຈະສົງໄສວ່າຈະມີໃຜແດ່ທີ່ຮັກຕົວເອງບໍ່ເປັນ ແທ້ຈິງແລ້ວມີຄົນປະເພດນີ້ຢູ່ຫຼາຍ ສາເຫດເພາະ “ຮັກຄົນອື່ນ“

ຈົນລືມຖາມຄວາມຕ້ອງການທີ່ແທ້ຈິງຂອງຕົວເອງ ທາງທີ່ດີເຮົາຕ້ອງຖາມຕົວເອງກ່ອນວ່າຈະຮັກເພື່ອຫຍັງ

ເຮົາເສຍຄວາມເປັນຕົວເອງໄປຊ່ຳໃດ ແລະຮັກຈະເຮັດໃຫ້ເຮົາມີຄວາມສຸກ ຫຼືຄວາມທຸກກັບມາກັນແທ້

ທີ່ສຳຄັນຄິດໄວ້ສະເໝີວ່າຖ້າເຈົ້າ “ຮັກຕົວເອງເປັນ“ ແລະເຮັດຕົວໃຫ້ສົມກັບຄຸນຄ່າໃນຕົວເອງ

ເຈົ້າກໍ່ຈະໄດ້ຮັກທີ່ສວຍງາມຈາກເຂົາກັບມາສະເໝີ

ທ້າຍທີ່ສຸດແລ້ວ...ບໍ່ມີໃຜເກີດມາແລ້ວມີຮັກຢ່າງທີ່ຕົວເອງຄິດໄວ້ທຸກຄົນ ພຽງແຕ່ສະຫຼາດຮັກໃຫ້ເປັນກໍ່ພໍ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ກ່ອນທີ່ຈະຮູ້ສືກທໍ້ແທ້ຫຼາຍເກີນໄປໂດຍບໍ່ຮູ້ຕົວ ສັນຍານເຫຼົ່ານີ້ຄືອາການເຕືອນ

ໃຫ້ຮູ້ວ່າຕອນນີ້ເຈົ້າເລີ່ມທີ່ຈະບໍ່ເຫັນຄວາມສຳຄັນຂອງຕົນເອງແລ້ວ

ລອງສັງເກດຕົວເອງ ແຕ່ກໍ່ຢ່າກັງວົນຫຼາຍເກີນໄປກັບສີ່ງເຫຼົ່ານີ້

1. ອອກຫ່າງຈາກສັງຄົມ

2. ວິຕົກກັງວົນແລະສັບສົນ

3. ຂາດທັກສະໃນການເຂົ້າສັງຄົມແລະບໍ່ໝັ້ນໃຈໃນຕົນເອງ ລວມທັງຄຽດຫຼືເກີດພາວະເສົ້າຊືມເລື້ອຍໆ

4. ປັບຕົວໃຫ້ເຂົ້າກັບສັງຄົມໄດ້ນ້ອຍ

5. ມີບັນຫາໃນການກິນອາຫານ

6. ບໍ່ຍອມຮັບໃນຄຳຊົມເຊີຍຈາກຜູ້ອື່ນ

7. ບໍ່ສາມາດທີ່ຈະພິຈາລະນາຕົນເອງຢ່າງກົງໄປກົງມາໄດ້

8. ເຮັດຕົວເດັ່ນໃນທາງທີ່ຜິດ

9. ມີຄວາມກັງວົນວ່າຈະເວົ້າໃນສີ່ງທີ່ເຈົ້າຄິດເກີນຈິງໄປກວ່າຜູ້ອື່ນຄິດ

10. ບໍ່ສົນໃຈຕົນເອງ

11. ບໍ່ຮູ້ຈັກເບີ່ງແຍງດູແລຕົວເອງ ແຕ່ສະເພາະຕົວເອງບໍ່ກ່ຽວຂ້ອງກັບຜູ້ອື່ນ

12. ມີຄວາມກັງວົນເມື່ອເບີ່ງແຍງຜູ້ອື່ນໄດ້ບໍ່ດີ

13. ບໍ່ມັກສີ່ງທ້າທາຍຕ່າງໆ

14. ບໍ່ມັກເປັນທີ່ໜື່ງ ຫຼືເຮັດຫຍັງກ່ອນໃນທຸກໆ ສະຖານະການ

15. ບໍ່ໝັ້ນໃຈໃນຄວາມຄິດເຫັນຂອງຕົນເອງ

16. ມີຄວາມຄາດຫວັງໃນອານາຄົດນ້ອຍ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

          ການໃຊ້ຊີວິດຄູ່ຢູ່ນຳກັນບາງເທື່ອກໍ່ອາດເກີດຄວາມບໍ່ແນ່ໃຈວ່າ

ຄວນຈະເກັບອາດີດບາງຢ່າງໄວ້ເປັນຄວາມລັບສ່ວນຕົວດີຫຼືບໍ່

         ໃນບົດສົນທະນາລະຫວ່າງ ສາມີພັນລະຍາມັກເລີ່ມດ້ວຍ “ເລົ່າເລື່ອງໃນອາດີດໃຫ້ຟັງແດ່“

ເຊີ່ງການເລົ່າເລື່ອງລາວໃນອາດີດມີທັງຂໍ້ດີແລະເສຍ ສາມີອາດມີຄວາມຮູ້ສືກທີ່ດີກັບເຈົ້າທີ່ໄດ້ຮູ້ຈັກ

ເຈົ້າຫຼາຍຂື້ນ ຫຼືອາດຕ້ອງຜິດກັນ ເພາະເກີດການຫຶງຫວງ

          ເມື່ອການເປີດເຜີຍອາດີດຂອງກັນແລະກັນແລ້ວເກີດບັນຫາຂື້ນມາ ຈື່ງມີຄຳຖາມວ່າ ຈຳເປັນບໍ່

ທີ່ຈະຕ້ອງເລົ່າເລື່ອງໃນອາດີດທັງໝົດໃຫ້ອີກຝ່າຍໜື່ງຮັບຮູ້ ຄຳຕອບກໍ່ຄື ຄວນເລົ່າເລື່ອງໃນອາດີດ

ຂອງກັນແລະກັນແດ່ ເພາະຄວາມຈິງໃຈເປັນສີ່ງສຳຄັນສຳຫຼັບຊີວິດຄູ່ ແຕ່ຖ້າເປັນເລື່ອງບໍ່ດີ

ໃນອາດີດທີ່ເຈົ້າເຫັນວ່າເມື່ອເລົ່າແລ້ວ ຈະເຮັດໃຫ້ເກີດຄວາມຮູ້ສືກໃນແງ່ລົບຫຼາຍກວ່າ

ເຈົ້າກໍ່ຄວນເກັບບາງສ່ວນຂອງອາດີດໄວ້ກັບຕົວເອງ ທັ້ງນີ້ ຂື້ນຢູ່ກັບເງື່ອນໄຂຕ່າງໆເຊັ່ນ

ເລື່ອງທີ່ເວົ້າເປີດເຜີຍເປັນເລື່ອງສຳຄັນທີ່ອີກຝ່າຍຄວນຮັບຮູ້ ເພື່ອບໍ່ໃຫ້ເກີດການ ເຂົ້າໃຈຜິດໃນພາຍຫຼັງ

ສ່ວນບາງເລື່ອງເຈົ້າຄວນເກັບປາກມິດອາດຈະດີກວ່າ ເພາະຖ້າເວົ້າແລ້ວອາດຕ້ອງຜິດຖຽງກັນ

ຜູ້ຍິງຄວນຮຽນຮູ້ວ່າເລື່ອງຫຍັງຄວນເປີດເຜີຍ ແລະເລື່ອງຫຍັງຄວນຊຸກເຊື່ອງໃສ່ລີ້ນຊັກໃສ່ກະແຈໄວ້

         ຄວາມສຳພັນໃນອາດີດ

          ຄູ່ສາມີພັນລະຍາເມື່ອຢູ່ນຳກັນ ກໍ່ຈະມີການຖາມເຖິງປະສົບການຮັກຂອງອີກຝ່າຍໜື່ງ

ເຊີ່ງເຂົາມີສິດທີ່ຈະຮັບຮູ້ ແລະອາດເປັນໄປໄດ້ວ່າເຄີຍມີຜູ້ຍິງຫຼອກລວງເຂົາມາກ່ອນ

ເຈົ້າຄວນເຂົ້າໃຈຄວາມຮູ້ສືກຫືງຫວງຂອງເຂົາ ດັ່ງນັ້ນ

ເຈົ້າຈື່ງຄວນເລົ່າປະສົບການທີ່ສຳຄັນໃຫ້ເຂົາຮັບຮູ້ທັງສີ່ງດີແລະບໍ່ດີ

ແຕ່ໃນເລື່ອງກ່ຽວກັບຄຸນນະພາບຄວາມຮັກຂອງອາດີດແຟນເກົ່າ ບໍ່ຈຳເປັນຕ້ອງເລົ່າໃຫ້ເຂົາຟັງ

ແຕ່ກໍ່ບໍ່ຄວນຕົວະດ້ວຍການສ້າງເລື່ອງຂື້ນມາ ເພາະເຂົາຈະຄຽດເມື່ອໄດ້ຮັບຮູ້ຄວາມຈິງໃນພາຍຫຼັງ

         ປະສົບການໃນອາດີດ

         ຖ້າເປັນປະສົບການນ້ອຍໆ ໃນອາດີດ ເຊັ່ນ ໄປທ່ຽວກັບໝູ່ເພື່ອນຊາຍ .. ເຈົ້າສາມາດເລົ່າໄດ້

ຖ້າເຈົ້າຮູ້ຈັກນິໄສສາມີຂຮອງເຈົ້າວ່າເປັນຄົນທີ່ບໍ່ຂີ້ຫຶງ ຫຼືບໍ່ມີນິໄສຄິດຫຼາຍ ແຕ່ຖ້າເຈົ້າຄິດວ່າ

ມັນຈະກໍ່ໃຫ້ເກີດຄວາມຮູ້ສືກທີ່ບໍ່ດີກໍ່ບໍ່ຈຳເປັນຕ້ອງເລົ່າໃຫ້ເຂົາຮັບຮູ້

        ຖານະທາງການເງິນ

         ເມື່ອຄົນສອງຄົນຕັດສິນໃຈທີ່ຈະຢູ່ຮ່ວມຕຽງຄຽງໝອນນຳກັນ ເລື່ອງກ່ຽວກັບການເງິນ

ກໍ່ຄວນທີ່ຈະຕ້ອງເວົ້າກັນຢ່າງເປີດເຜີຍ ວ່າໃຜມີລາຍໄດ້ເທົ່າໃດ ມີໜີ້ສິນຫຼືບໍ່

ຫຼືຕ້ອງສົ່ງເສຍຄ່າເບີ່ງແຍງໃຫ້ອາດີດພັນລະຍາຫຼືລູກ ສີ່ງເຫຼົ່ານີ້ເປັນເລື່ອງສຳຄັນ

ທີ່ທັງຄູ່ຄວນຮູ້ຖານະທາງການເງິນຂອງກັນແລະກັນ ແຕ່ຖ້າເຈົ້າເຄີຍມີໜີ້ທີ່ນຳໄປໃຊ້ໃນການ

ທ່ຽວ ແລະເຈົ້າໄຊ້ໜີ້ນັ້ນໄປໝົດແລ້ວ ເຈົ້າກໍ່ຄວນເກັບໄວ້ເປັນຄວາມລັບຂອງຕົນເອງ

          ເລື່ອງຂອງຄອບຄົວ

          ທຸກຄອບຄົວອາດມີເລື່ອງທີ່ບໍ່ຄວນເປີດເຜີຍໃຫ້ຄົນອື່ນຮັບຮູ້ ເຊັ່ນ ຊູ້ຮັກຂອງພໍ່

ຫຼືອ້າຍເປັນໂຈນ ເຫຼົ່ານີ້ເປັນຕົ້ນ ຖ້າເລົ່າໃຫ້ຄູ່ຊີວິດຟັງ ກໍ່ຄືກັບໃຫ້ຄວາມໄວ້ວາງໃຈ

ແລະເຈົ້າອາດຮູ້ສືກໂລ່ງໃຈ ແຕ່ນັ້ນກໍ່ຕາມ ມັນກໍ່ບໍ່ແມ່ນສີ່ງຜິດຖ້າເຈົ້າຈະເກັບເລື່ອງ

ດັ່ງກ່າວໄວ້ເປັນຄວາມລັບສ່ວນຕົວ ແລະລືມມັນກັບປະສົບການທີ່ຊົ່ວຮ້າຍ ຫຼືຄວາມຜິດ

ທີ່ເຮັດໄວ້ໃນບາງເທື່ອຕ້ອງໃຊ້ເວລາເປັນປີ ຈື່ງກ້າເລົ່າໃຫ້ຄູ່ຊີວິດຂອງເຈົ້າຮັບຮູ້

          ດັ່ງນັ້ນ ເຈົ້າຈື່ງບໍ່ຄວນກົດດັນຕົນເອງ ຫຼືຄູ່ຊີວິດຂອງເຈົ້າໃຫ້ເລົ່າທຸກຢ່າງ ເພາະຄົນເຮົາ

ບໍ່ຈຳເປັນຕ້ອງເລົ່າເລື່ອງຂອງຕົວເອງທຸກເລື່ອງ ເມື່ອຊີວິດຄູ່ຫາເລີ່ມຕົ້ນ ເພາະຕ່າງຝ່າຍຍັງຕ້ອງ

ສືກສານິໄສໃຈຄໍຂອງກັນແລະກັນ ເມື່ອເຈົ້າຮຽນຮູ້ນິໄສສາມີເຈົ້າແລ້ວ ເຈົ້າກໍ່ຕ້ອງໄຕ່ຕອງເອງວ່າ

ເລື່ອງໃດຄວນເລົ່າໃຫ້ສາມີຮັບຮູ້ ຫຼືເລື່ອງໃດຄວນເກັບໄວ້ເປັນຄວາມລັບສ່ວນຕົວ ເພື່ອຊີວິດຄູ່

ຂອງເຈົ້າຈະໄດ້ລາບລື່ນຕະຫຼອດໄປ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 200  |  ໜ້າຕໍ່ໄປ »