ຂຽນເມື່ອ: ກ.ລ.. 6, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ໃຜໆກໍ່ຢາກໃສ່ກະໂປງ ຫຼືໂສ້ງຂາສັ້ນໂຊຂາຂາວກັນທັ້ງນັ້ນ ສຳລັບຜູ້ຍິງບາງຄົນອາດຍັງບໍ່ໜັ້ນໃຈ
ເຮົາມີວິທີໃສ່ກະໂປງສັ້ນໃຫ້ດູດີມາບອກກັນ:
ຄົນທີ່ມີໜ້າທ້ອງຫຼືຂາໂຕ້ໃຫ່ຍ ຄວນໃສ່ກະໂປງສິເຂັ້ມ ຈະເຮັດໃຫ້ເບິ່ງແລ້ວສະໂພກຄືນ້ອຍລົງ
ຄົນທີ່ສະໂພກໃຫ່ຍແລະຂາໃຫ່ຍ ຄວນໃສ່ກະໂປງບານຫຼາຍໆແດ່ ຄວາມຍາວຮອດເຂົ່າ ຈະເຮັດໃຫ້
ເບິ່ງສະໂພກແລະຂາໂຕ້ນ້ອຍໆລົງກ່ວາເດີມ
ຄົນທີ່ມີໜ້າທ້ອງ ຄວນເລືອກກະໂປງທີ່ພໍດີິຕົວ ມີລາຍຢູ່ແຖບຂ້າງ ຫຼືສະຫຼັບສີຢູ່ຂ້າງຈະເຮັດໃຫ້
ຄືຈ່ອຍລົງ
ຄົນທີ່ມີສະໂພກຄ່ອນຂ້າງໃຫ່ຍ ໃຫ້ໃສ່ກະໂປງທີ່ມີລາຍຊື່ ຈະເຮັດໃຫ້ເບິ່ງແລ້ວຄືຈ່ອຍລົງ ແຕ່ກະໂປງ
ຕ້ອງບໍ່ຍາວຫຼາຍ