ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ຖ້າເຈົ້າຮ້ອງດັງໆດົນເຖິງ 8 ປີ 7ເດືອນ ກັບອີກ 6 ມື້ ເຈົ້າຈະໃຊ້ພະລັງງານສຽງທີ່ໄດ້ໄປອຸ່ນກາເຟ

ໄດ້ 1ຈອກ (ເຮັດໄປເພື່ອຫຍັງ?)


        ຫົວໃຈມະນຸດມີແຮງດັນພໍທີ່ຈະສາມາດສູບຊີດເລືອດໄດ້ໄກເຖິງ 30 ຟຸດ

        ໝູຈະມີຊ່ວງຈຸດສຸດຍອດດົນເຖິງ 30 ນາທີ (ຄືຊິມີຄົນຢາກເກີດເປັນໝູເນາະ..ດົນແທ້ດົນວ່າ ee..)

        ແມງສາບຈະມີຊີວິດຢູ່ໄດ້ດົນ 9 ມື້ ໂດຍບໍ່ມີຫົວ! ກ່ອນທີ່ຈະຕາຍເພາະຂາດອາຫານ

        ຕັກແຕນຕຳເຂົ້າໂຕຜູ້ບໍ່ສາມາດຮ່ວມເພດໄດ້ໃນເວລາທີ່ຍັງມີຫົວຢູ່ ໂຕເມຍຈະເລີ່ມການມີ Sex ໂດຍ

        ຕັດຫົວໂຕຜູ້ອອກ... (ຄືຊິມີຄົນຢາກເກີດເປັນຕັກແຕນເມຍເນາະ ee..)

        ໂຕເຫັບສາມາດໂດດໄດ້ໄກເຖິງ 350 ເທົ່າຂອງຄວາມຍາວໂຕຂອງໂຕມັນເອງ ຖ້າທຽບກັບຄົນກໍ່ຕ້ອງ

ໂດດຂ້າມເດີ່ນເຕະບານຕາມຍາວເລີຍ

        ປາດຸກມີບ່ອນຮັບລົດຊາດເຖິງ 27,000 ບ່ອນ

        ໂຕສິງບາງໂຕຈະຮ່ວມເພດເຖິງ 50 ເທື່ອຕໍ່ມື້

        ແມງກະເບື້ອຮັບລົດຊາດຢູ່ປາຍຕີນ

        ກ້າມເນື້ອທີ່ແຂງແຮງທີ່ສຸດໃນຮ່າງກາຍຄືລີ້ນ

        ຄົນລື້ງໃຊ້ມືຂວາຈະມີອາຍຸໂດຍສະເລ່ຍຫຼາຍກ່ວາຄົນລື້ງໃຊ້ມືຊ້າຍຢູ່ປະມານ 9 ປີ

        ແມວຍ່ຽວຈະເຮືອງແສງໂດຍແສງ Black light

        ຕາຂອງນົກກະຈອກເທດໃຫ່ຍກ່ວາສະໝອງຂອງມັນເອງ

        ມະນຸດແລະປາໂລມາເປັນສັດກຸ່ມດຽວທີ່ມີ Sex ເພື່ອຄວາມສຸກຄວາມພໍໃຈ

        “ຢ່າຂັບລົດໄວເກີນກ່ວາທີ່ເທວະດາປະຈຳຕົວຂອງເຮົາບິນທັນເດັດຂາດ“

        “ນັກວິທະຍາສາດກ່າວວ່າ ທຸກໆ 4 ຄົນ ຈະມີຄົນໜື່ງທີ່ສະຕິບໍ່ດີ ລອງຄິດເບິ່ງໝູ່ເຈົ້າອີກ 3 ຄົນ ຖ້າທຸກຄນ

ປົກກະຕິດີ ກໍ່ເປັນເຈົ້າຫັ້ນແລ“

         “ນ້ຳຕາຈະໃຫ້ເຈົ້າກໍ່ແຕ່ຄວາມເຫັນອົກເຫັນໃຈ ແຕ່ເຫື່ອຈະເຮັດໃຫ້ເຈົ້າປະສົບຄວາມສຳເລັດ“

         “ຄົນໆໜື່ງອາດຈະເຮັດຫຍັງຜິດພາດໄດ້ຫຼາຍຢ່າງ ແຕ່ມັນຈະກາຍເປັນຄົນຂີ້ແພ້ໄປແທ້ໆ ເມື່ອເຂົາເລີ່ມ

ໂຍນຄວາມຜິດໄປໃຫ້ຄົນອື່ນ“

         “ເຮົາຮູ້ສຶກດີທີ່ມີຄວາມສຳຄັນ ແຕ່ທີ່ສຳຄັນຍິ່ງກວ່າກໍ່ຄືເປັນຄົນດີ“

         “ເງີຍໜ້າຂື້ນຮັບແສງຕາເວັນ ແລ້ວເຈົ້າຈະບໍ່ມີທາງພົບກັບເງົາມືດ“

         “ຄຳວ່າ listen ນັ້ນໃຊ້ຕົວອັກສອນດຽວກັບຄຳວ່າ silent “

         “ໃນໂລກນີ້ບໍ່ມີຄົນແປກໜ້າສຳລັບເຮົາ ມີແຕ່ໝູ່ເພື່ອນທີ່ເຮົາຍັງບໍ່ໄດ້ພົບເທື່ອເທົ່ານັ້ນ“

 

Delicious Digg Fark Twitter