![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ລ.. 17, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ໂດຍສະເພາະເລື່ອງເກີບທີ່ຕ້ອງໃສ່ໃຈເປັນພິເສດ ເພາະເກີບທີ່ດີຈະຊ່ວຍປ້ອງກັນແຮງກະທົບລະຫວ່າງແລ່ນ ເຊິ່ງເປັນຕົວການຂອງອາການເຈັບຕີນ
ໝໍ ຈາກມະຫາວິທະຍາໄລເວິລ໌ຈີເນຍເຕືອນວ່າ ເກີບແລ່ນທີ່ຂາຍຢູ່ທຸກມື້ນີ້ ເຖິງຈະມີຮູບຮ່າງງາມ ແຕ່ຖ້າເລືອກຜິດກັບທຳລາຍຂໍ່ຍິ່ງກວ່າການແລ່ນບໍ່ໃສ່ເກີບຫຼືໃສ່ເກີບສົ້ນສູງຍ່າງເປັນເວລາດົນໆ
ທີ່ເປັນແນວນັ້ນເພາະວ່າການເສີມສົ້ນແລະການເພີ່ມວັດສະດຸທີ່ຮອງຮັບບໍລິເວນອົ້ງຕີນເພື່ອແກ້ຄວາມຜິດປົກກະຕິຂອງຄົນທີ່ຕີນແບນ ຈະຍິ່ງເພີ່ມແຮງບິດຂອງກະໂພກ ຫົວເຂົ່າ ແລະຂໍ່ຕີນ ໃນເວລາແລ່ນໃຫ້ຫຼາຍຂື້ນ ໂດຍສະເພາະຢ່າງຍິ່ງເປັນການເພີ່ມແຮງກົດດັນບໍລິເວນຫົວເຂົ່າຫຼາຍກວ່າການໃສ່ເກີບສົ້ນສູງຍ່າງໄປຍ່າງມາເຖິງ 10%
ດັ່ງນັ້ນ ທຸກເທື່ອທີ່ຊື້ເກີບຄວນລອງໃສ່ແລ່ນຫຼືຍ່າງເບິ່ງຈັກໜ້ອຍ ເພື່ອໃຫ້ໄດ້ຄູ່ທີ່ໃສ່ສະບາຍສຳຫຼັບການອອກກຳລັງກາຍທີ່ມີຄຸນນະພາບເດີ!