ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີຄົນເຂົາບອກວ່າຄວາມຮັກຄືຕູ້ໂທລະສັບສາທາລະນະ

ຕູ້ທີ່ຍ່າງຊື່ເຂົ້າໄປມັກໂທໄດ້ສະເພາະໝາຍເລກສຸກເສີນ

ຕູ້ທີ່ໃຊ້ໄດ້ມັກຕ້ອງຕໍ່ຄີວຍາວ

ແຕ່ພໍເຖິງຄີວເຮົາກັບໂທບໍ່ໄດ້ຊ້ຳ

ກວ່າຈະເຈີະຕູ້ທີ່ໂທໄດ້ແທ້ໆ ກໍ່ຕ້ອງຍ່າງຫາຈົນເມື່ອຍ

ແລະເມື່ອເຈີະແລ້ວກໍ່ຕ້ອງຫາບັດສຽບໄວ້ສະໜ່ຳສະເໝີ

ບໍ່ຢ່າງນັ້ນລົມໆ ໄປສັນຍານອາດຖືກຕັດຂາດໄປ ຕໍ່ໃຫ່ມເທົ່າໃດກໍ່ບໍ່ຕິດ

ບັດສຽບໃນທີ່ນັ້ນປຽບໄດ້ກັບ ຄວາມເອົາໃຈໃສ່ ການມີເວລາໃຫ້

ເພາະຖ້າເຈົ້າບໍ່ມີທັງສອງສີ່ງຄອຍລໍ່ລ້ຽງຄວາມຮັກ

ສັນຍານຂອງຄວາມສຳພັນກໍ່ຈະຖືກຕັດຂາດໃນທີ່ສຸດ

ແລະບໍ່ສາມາດເອີ້ນສັນຍານເກົ່າກັບມາໄດ້ອີກ

ສ່ວນຄວາມເປັນໝູ່ນັ້ນຄືໂທລະສັບເຮືອນ

ລົມດົນປານໃດກໍ່ນາທີ 250ກີບ

ລົມກັນແບບໍ່ຕ້ອງລົງທືນຈົນໝົດເນື້ອໝົດຕົວ ບໍ່ຕ້ອງຕໍ່ຄີວໃຜ

ບໍ່ຕ້ອງຍ່າງຫາຈົນເມື່ອຍ

ແຕ່ຕອນໝົດເດືອນຕ້ອງຈ່າຍຄ່າບໍລິການໃຫ້ກົງເວລາກໍ່ເທົ່ານັ້ນ

ຄ່າບໍລິການໃນທີ່ນີ້ປຽບໄດ້ກັບ ຄວາມຈິງໃຈ

ທີ່ຄົນເປັນໝູ່ຕ້ອງມີໃຫ້ກັນ

ແນວໃດກໍ່ຕາມ ເຮົາຄວນບໍລິຫານ

ຄ່າໃຊ້ຈ່າຍຂອງຄວາມສຳພັນໃຫ້ດີ

ຢ່າເອົາເງີນທີ່ມີຢູ່ໄປແລກບັດ

ແລ້ວສຽບຕູ້ໂທລະສັບສາທາລະນະຈົນໝົດ

ຈົນ...ບໍ່ເຫຼືອຈ່າຍຄ່າໂທລະສັບເຮືອນ

ຈົນ...ບໍ່ເຫຼືອຈ່າຍຄ່າອາຫານຂອງຕົວເອງ

ມີຄວາມຮັກແລ້ວຢ່າລືມໝູ່

ແລະເມື່ອມີເວລາໃຫ້ກັບຄວາມຮັກ ມີເວລາໃຫ້ກັບຄວາມເປັນໝູ່ແລ້ວ

ຢ່າລືມທີ່ຈະມີເວລາໃຫ້ກັບຄອບຄົວແລະຕົວເອງນຳ...

Delicious Digg Fark Twitter