ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 30, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ເຮົາສາມາດຢູ່ກັບໜັງສືໄດ້ດົນ ແລະມິດໂດຍບໍ່ຕ້ອງເວົ້າລົມກັນ

2. ເອົາໄປໃສມາໃສໂດຍບໍ່ຕ້ອງອະທິບາຍກັບຄົນຮູ້ຈັກ...ວ່າຜູກພັນໃນຖານະຫຍັງ

3. ເຮົາຮູ້ສືກດີເມື່ອເຫັນໃຜອ່ານໜັງສືເຫຼັ້ມດຽວກັບເຮົາ

ແຕ່ຖ້າໃຜຄວງແຟນຄົນດຽວກັບເຮົາແລ້ວກໍ່?..

4. ຕ້ອງການໜັງສືແບບໃດ ເຮົາສາມາດເລືອກໄດ້ຕາມໃຈມັກ

ແຕ່ເຮົາບໍ່ອາດຈະເລືອກ( ຮັກ )ແຟນໃນແບບທີ່ຕ້ອງການໄດ້ສະເໝີໄປ

5. ໜັງສືເຮັດໃຫ້ເຮົາເສຍນ້ຳຕາໄປໂດຍທີ່ຮູ້ສືກດີ

ແຕ່ໃນຂະນະທີ່ເຮົາເສຍນ້ຳຕາໃຫ້ແຟນເພາະຮູ້ສືກບໍ່ດີ

6. ໜັງສືຢູ່ເສຍໄດ້ເມື່ອວາງໄວ້ຂ້າງໝອນ

ແຕ່ແຟນຢູ່ເສຍໄດ້ບໍ່ດົນດ໊ອກ

7. ໜັງສື ຖ້າອ່ານໄປ 2-3 ໜ້າ ເກີດບໍ່ມັກກໍ່ຢຸດອ່ານໄດ້ທັນທີ

ແຕ່ຖ້າເຮົາຄົບແຟນໄປຈັກພັກໜື່ງແລ້ວຮູ້ສືກບໍ່ມັກເຂົາ ມັນເປັນໄປໄດ້ຍາກ

ທີ່ຈະເລີກຄົບເຂົາໄປເລີຍ

8. ໜັງສືສັດ... ບອກໝົດທຸກເລື່ອງທີ່ເຮົາຢາກຮູ້

ແຕ່ແຟນບອກພຽງບາງເລື່ອງທີ່ເຂົາຄິດວ່າເຮົາຄວນຮູ້

9. ໜັງສືດີ ມີໂອກາດຕີພິມໃຫ່ມ ແຕ່ແຟນດີໆໝົດແລ້ວໝົດເລີຍ

10. ໜັງສືເຖິງມັນຈະບໍ່ມີຫົວໃຈ ແຕ່ໜັງສືບາງເຫຼັ້ມມັນກໍ່ມີຄຸນຄ່າທາງໃຈ

ເຖິງບາງຄົນເຮົາຈະມີຫົວໃຈ ແຕ່ຖ້າບໍ່ຮູ້ຈັກຄ່າຂອງມັນ ມັນກໍ່ເປັນໄດ້ແຕ່ພຽງ.. ຫົວໃຈທີ່ບໍ່ມີຄ່າ

Delicious Digg Fark Twitter