ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ການເປັນຄົນເກັ່ງ ບໍ່ແມ່ນຄວາມໂຊກດີຂອງພັນທຸກຳ ແຕ່ຢູ່ທີ່ການຝືກຝົນ ຂັດເກົາ ສະໝອງ ແລະຫົວໃຈຂອງເຈົ້າ...ແລ້ວຄວາມສະຫຼາດໃນແບບສະບັບຂອງເຈົ້າກໍ່ຈະເກີດຂື້ນໄດ້ ມື້ນີ້ເຮົາມີ 7 ວິທີຢ່າງຄົນເກັ່ງມາຝາກກັນ

1. ຄິດໃນທາງບວກ

ເບີ່ງໂລກໃນແງ່ດີ ແລະເຮັດທຸກສີ່ງຢ່າງເຕັມກຳລັງ ດ້ວຍຮອຍຍີ້ມແລະຄວາມເບີກບານ ເຮັດຕົວໃຫ້ສົດຊື່ນ ມີຊີວິດຊີວາແລະກະຕືລືລົ້ນຢູ່ສະເໝີ ພ້ອມທີ່ຈະປະເຊີນກັບທຸກສະຖານະການຈະຊ່ວຍໃຫ້ເຈົ້າສາມາດທີ່ຈະຈັດການກັບທຸກເລື່ອງ ທີ່ຜ່ານເຂົ້າມາໄດ້ຢ່າງຢູ່ມື

2. ມີສັດທາໃນຕົວເອງ

ຢາກໃຫ້ໃຜໆ ເຂົາຊື່ນຊົມແລະທື້ງໃນຕົວເຈົ້າ ເຈົ້າກໍ່ຕ້ອງໝັ້ນໃຈຕົວເອງກ່ອນ

3. ຂໍທ້າຄ້ວາຝັນ

ບໍ່ມີຫຍັງທີ່ຈະຊົງພະລັງຫຼາຍເທົ່າກັບຄວາມຕັ້ງໃຈຈິງ ແລະທຸ່ມສຸດຕົວ ຄວາມກະຫາຍອັນແຮງກ້າ ທີ່ຈະພາຕົວເອງໄປສູ່ຈຸດໝາຍ ເປັນແຮງຜັກດັນທີ່ຈະເຮັດໃຫ້ເຈົ້າສານຝັນສູ່ຄວາມຈິງໄດ້

4. ຄົ້ນຫາບຸກຄົນຕົ້ນແບບ

ໃຜກໍ່ໄດ້ທີ່ເຈົ້າຊື່ນຊົມ ເພື່ອເປັນມາດຕະຖານທີ່ດີໃນການດຳເນີນຮອຍຕາມແນວຄິດ ວິທີການເຮັດວຽກງານ ຈຸດເດັ່ນໃນຕົວເຂົາ ມາປັບໃຊ້ໃຫ້ຊີວິດກ້າວໂດດສູ່ຄວາມສຳເລັດ

5. ເລີ່ມຕົ້ນວຽກງານໃຫ່ມທຸກວັນດ້ວຍຮອຍຍີ້ມສົດໃສ

ຄົນທີ່ມີຮອຍຍີ້ມ ແຕ້ມໄວ້ໃບໜ້າ ປຽບເໝືອນປະຕະທີ່ເປີດກວ້າງໃຫ້ໃຜໆ ຢາກເຂົ້າມາຄົບຫາດ້ວຍການເຈລະຈາຕິດຕໍ່ວຽກງານ ກໍ່ມັກຈະລົງເອີຍດ້ວຍຄວາມສຳເລັດ ຮອຍຍິ້ມແລະສຽງຫົວ ສ້າງຄວາມເບີກບານແລະຄາຍທຸກ ເປັນຢາອາຍຸວັດທະນະ

6. ຮຽນຮູ້ຈາກຄວາມຜິດພາດ

ສີ່ຕີນຍັງຮູ້ພາດ ນັກປາດຍັງຮູ້ຫຼົງ ຈະເປັນຫຍັງຖ້າເຮົາຈະເຮັດຫຍັງ ແລ້ວຈະຍັງບໍ່ສຳເລັດຢ່າງທີ່ຫວັງໄວ້ພຽງແຕ່ຂໍໃຫ້ເຮັດເຕັມທີ່ ແລະເປີດໃຈໃຫ້ກວ້າງ ຍອມຮັບຄວາມຈິງ ແລ້ວລອງມາທົບທວນ ເບີ່ງວ່າຂັ້ນຕອນໃດທີ່ຜິດພາດໄປ...ເພື່ອທີ່ຈະເລີ່ມຕົ້ນໃຫ່ມໃຫ້ດີກວ່າເກົ່າ

7. ຖະນຸຖະໜອມມິດສຳພັນເກົ່າໆ

ຄວນຈະມີເວລາໃຫ້ກັບໝູ່ເພື່ອນສະນິີດທີ່ຮູ້ຈັກກັນມາດົນນານ.... ແດ່

Delicious Digg Fark Twitter