ຂຽນເມື່ອ: ທ.ວ.. 15, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ໂລກງອນ..
ໂລກງອນ ເປັນໂລກລະບາດທີ່ຮ້າຍແຮງ
ຕິດຕໍ່ຢ່າງໄວວາຂະຫຍາຍຕົວເປັນວົງກວ້າງ
ໃນແນວພຽງ ຍັງບໍ່ພົບ ວັກຊິນຫຼືຢາຮັກສາ
ຜູ້ປ່ວຍ...
ມີອາການໜ້າງໍ
ແລະບາງລາຍທີ່ອາການໜັກ ຈະມີອາການໜ້າດຳແຊກຊ້ອນນຳ
ຫູແຂງ (ລະວັງຢ່າໃຫ້ດຳ) ຟັງຫຍັງຂັດຫູຂັດໃຈໄປໝົດ
ຕາຂວາ ນ້ຳລາຍໄຫຼນ້ອຍໆ...
ພໍງາມ
ຍັງບໍ່ພົບຫຼັກຖານທີ່ແນ່ນອນວ່າ ຜູ້ໃດນຳເຊື້ອມາປ່ອຍ
ໂລກນີ້ ຍັງສົ່ງຜົນໃຫ້ອຸນຫະພູມຮ່າງກາຍສູງ ມືໄມ້ສັ່ນ
ຜູ້ປ່ວຍທີ່ອາການໜັກອາດເຖິງຂັ້ນຊັກດີ້ນຊັກງໍ
ການພະຍາບານເບື້ອງຕົ້ນ...
ຄວນສັງເກດອາການຜູ້ປ່ວຍວ່າ ງອນຢູ່ໃນລະດັບໃດ ຖ້າງອນນ້ອຍໆ ໃຫ້ຮີບງໍ້
ຄວນເອົາໃຈໃສ່ຕໍ່ຜູ້ຕິດເຊື້ອໃນລະຍະເລີ່ມຕົ້ນ
ຈະເຮັດໃຫ້ອາການບໍ່ລຸກລາມ ແລະສາມາດຮັກສາຫາຍໄດ້
ສຳລັບຜູ້ປ່ວຍທີ່ອາການໜັກ ຜູ້ງໍ້..
ຄວນໄດ້ຮັກການຝືກສອນ
ແລະເປັນຜູ້ຊຳນານກາານງໍ້ເປັນພິເສດ
ເພາະຜູ້ປ່ວຍຈິດໃຈອອ່ນແອ ບາງ ແຕກຫັກງ່າຍ ຕ້ອງການຄວາມເອົາໃຈໃສ່
ຫຼັງໄດ້ຮັບການຮັກສາຜູ້ປ່ວຍທີ່ຫາຍແລ້ວ
ຍັງສາມາດອາການກຳເລີບໄດ້ທຸກເວລາ
ຜູ້ໃກ້ຊິດຕ້ອງໃຫ້ຄວາມຮັກແລະຄວາມເຂົ້າໃຈ
ຖ້າຄວາມຮັກແລະຄວາມເຂົ້າໃຈລົດນ້ອຍລົງເມື່ອໃດ ອາການງອນຈະກຳເລີບ...
ໝາຍເຫດ..
ພົບຫຼາຍໃນກຸ່ມຄົນທີ່ມີຄວາມງາມ ແລະຄວາມໜ້າຮັກ
ສຳລັບຜູ້ບໍ່ງາມແລະບໍ່ໜ້າຮັກ
ຈະເອີ້ນອາການດຽວກັນນີ້ວ່າ.. ໜ້າເບື່ອ ໜ້າລຳຄານ
ຈະປ່ອຍໄປຕາມຍະຖາກຳ
ບໍ່ມີການພະຍາບານໃດໆ
ທັ້ງສີ້ນຈົນກວ່າອາການຈະດີ ຫຼືຕາຍໄປເອງ....