ຖ້າ “ກຳໄລ“ ຂອງແມ່ຄ້າ ຄືຈຳນວນເງິນ “ສ່ວນເກີນ“
ທີ່ໄດ້ມາຈາກການຂາຍເຄື່ອງ
ຂ້ອຍກໍ່ເບີ່ງວ່າ “ກຳໄລ“ ຂອງຄົນອົກຫັກ
ຄືຈຳນວນບົດຮຽນທີ່ໄດ້ກັບມາ
“ສ່ວນເກີນ“ ຂອງຄວາມຮັກກໍ່ຄື ສ່ວນທີ່ບໍ່ມີໃຜຢາກໃຫ້ເກີດຂື້ນ
ໃນລະຫວ່າງທີ່ຮັກກັນ ການຜິດຖຽງ ການນອກໃຈ
ການບໍ່ມີເຫດຜົນ ການເຫັນແກ່ຕົວ....
..................................
ຖ້າມົວແຕ່ຄິດວ່າ ອົກຫັກແລ້ວຂາດທືນ
ບໍ່ມີແຮງ ບໍ່ມີທືນຫົວໃຈຈະໄປຮັກໃຜອີກ
...ມັນກໍ່ຈະເປັນແນວທີ່ເຈົ້າຄິດຫັ້ນແລະ...
ຈິດໃຈບອບຊ້ຳແນວໃດ ມັນຍ່ອມສົ່ງຜົນຕໍ່ຮ່າງກາຍແບບນັ້ນເຊັ່ນກັນ
ແຕ່ຖ້າຄິດວ່າອົກຫັກແລ້ວໄດ້ກຳໄລ
ກຳລັງໃຈໃນການສູ້ຕໍ່ ມັນກໍ່ເພີ່ມຂີດຄວາມສາມາດຫຼາຍຂື້ນ
ເຊີ່ງເຂົາຕ້ອງຍອມເຂົ້າໃຈໃນເຫດຜົນທີ່ວ່າ
ບາງເທື່ອຄວາມເຈັບປວດ
ມັນກໍ່ມີເຈດຕະນາຂອງມັນຄືກັນ
ເຈດຕະນາທີ່ວ່າກໍ່ຄື ການສອນໃຫ້ເຮົາຮຽນຮູ້ບາງສີ່ງບາງຢ່າງ
ຜ່ານທາງຄວາມເຈັບປວດ ນີ້ຄືກຳໄລທີ່ເຈົ້າຄວນຮຽນຮູ້ໃຫ້ໄດ້
ຢ່າປ່ອຍໃຫ້ທັດສະນະຄະຕິດ້ານຄວາມຮັກຕິດລົບ
ດ້ວຍການຫັນຫຼັງໃຫ້ກັບສ່ວນເກີນນັ້ນໆ
ໃນເມື່ອເຈົ້າສາມາດປ່ຽນສ່ວນເກີນໃຫ້ມາເປັນກຳໄລໄດ້
ດ້ວຍການປະເຊີນໜ້າກັບເຫດຜົນ
.............................................
ແທ້ຈິງແລ້ວ ການທີ່ເຂົານອກໃຈເຮົາ...
ບໍ່ໄດ້ແປວ່າເຮົາບໍ່ດີ
ການຜິດຖຽງກັນເລື້ອຍໆ...
ບໍ່ໄດ້ແປວ່າ ເຂົາຫຼືເຮົາເອງເປັນຄົນຜິດ
ການບໍ່ມີເຫດຜົນ...
ບາງເທື່ອມັນກໍ່ອະທິບາຍບໍ່ໄດ້ວ່າເປັນຫຍັງ...
................................................
ແຕ່ທັງໝົດຄືສີ່ງທີ່ຜ່ານເຮົາໄປເພື່ອສອນໃຫ້ເຮົາຮຽນຮູ້ເຖິງຂໍ້ບົກພ່ອງຂອງຕົວເອງ
“ອະດີດ“ ເປັນບົດຮຽນອັນລ້ຳຄ່າສະເໝີ...
ອະດີດຈື່ງບໍ່ໄດ້ເປັນພຽງສ່ວນເກີນທີ່ບໍ່ມີຄ່າ
ເພາະມັນສາມາດແປຜັນເປັນ “ກຳໄລ“ ທີ່ລ້ຳຄ່າໄດ້
................................................
ຢ່າລືມເກັບກຳໄລງາມໆ ຈາກຮັກແຕ່ລະຄັ້ງໄວ້ໃຫ້ດີໆ
ເພາະວ່າຕໍ່ໄປໃນວັນຂ້າງໜ້າ
ກຳໄລຄັ້ງນີ້ຈະແປສະພາບເປັນທືນໜາໆ
ໃຫ້ກັບຮັກຄັ້ງໃໝ໋ຂອງເຈົ້າ
ເອີ້ນວ່າ ຮັກຄັ້ງໃດກໍ່ບໍ່ມີທືນຫາຍກຳໄລໝົດ