ຂຽນເມື່ອ: ມ.ກ.. 7, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ເບີ່ງແຍງດູແລເສື້ອຜ້າໜ້າຜົມກັນໄປແລ້ວ ຕອນນີ້ກໍ່ເຖິງເວລາທີ່ສາວໆ ເຊັ່ນເຈົ້າຈະມາເບີ່ງແຍງດູແລແລະບໍລິຫານສະເນ່ແລ້ວລະ!! ການເບີ່ງແຍງດູແລຕົວເອງໃຫ້ມີສະເນ່ນັ້ນເປັນເລື່ອງງ່າຍໆ ທີ່ເຮັດໃຫ້ເຮົາເປັນຄົນທີ່ໜ້າສົນໃຈຫຼາຍຍິ່ງຂື້ນ ໃຜໆ ກໍ່ຢາກເຂົ້າມາເວົ້າລົມທຳຄວາມຮູ້ຈັກ ວ່າແລ້ວເຮົາກໍ່ມາເລີ່ມກັນດີກວ່າ
ໝູ່ໃຫ່ມສ້າງໄດ້
ຢ່າໄປຢ້ານທີ່ຈະເປັນຝ່າຍເລີ່ມຕົ້ນເວົ້າລົມກັບໃຜກ່ອນ ເພາະເຈົ້າອາດຈະເສຍໂອກາດໃນການຄົບຫາເພື່ອນໃຫ່ມໄປຢ່າງໜ້າເສຍດາຍ ພຽງເພາະວ່າອາຍທີ່ຈະເລີ່ມເວົ້າລົມ ເຮົາອາດຈະໄດ້ຄວາມຮູ້ຫຼືປະສົບການດີໆ ຈາກໝູ່ໃຫ່ມຄົນນີ້ກໍ່ໄດ້ໃຜຈະໄປຮູ້ ເຮັດຕົວໃຫ້ເປັນທຳມະຊາດ ແລະມີຊີວິດຊີວາເຂົ້າໄວ້ ແລະຈົ່ງຈື່ເອົາໄວ້ວ່າຢ່າເວົ້າແຕ່ເລື່ອງຂອງຕົວເອງ ພະຍາຍາມເອົາໃຈໃສ່ແກ່ບຸກຄົນທີ່ເຮົາຕິດຕໍ່ນຳ ບໍ່ເວົ້າແຕ່ເລື່ອງຂອງຕົວເອງຝ່າຍດຽວ
ຮອຍຍີ້ມພິມໃຈ
ຮອຍຍິ້ມເປັນໃບເບີກທາງຂອງມະນຸດສຳພັນທີ່ດີ ມິດຕະພາບກໍ່ສາມາດເກີດຂື້ນໄດ້ພຽງຮອຍຍີ້ມພຽງຄັ້ງດຽວ
ໝັ້ນໃຈຊະຢ່າງ
ເປັນໃນແບບທີ່ເຮົາເປັນ ເມື່ອເຮົາເບີ່ງເຫັນຄຸນຄ່າໃນຕົວເອງ ຜູ້ອື່ນກໍ່ເບີ່ງເຫັນເຊັ່ນກັນ ການເປັນຕົວຂອງຕົວເອງນັ້ນຈະເຮັດໃຫ້ເຮົາກ້າເປີດເຜີຍຕົວຕົນຂອງເຮົາຫຼາຍຂື້ນ ຜູ້ຄົນຈະຮູ້ສືກໄດ້ເຖິງຄວາມຈິງໃຈທີ່ເຮົາມີໃຫ້
ເປັນຜູ້ຟັງທີ່ດີ
ທຳຕົວເປັນຜູ້ຟັງທີ່ດີ ແລະມີຄວາມສົນໃຈໃນສີ່ງທີ່ເຂົາເວົ້າຢູ່ຕະຫຼອດເວລາ ຕາມທຳມະຊາດແລ້ວຜູ້ຄົນມັກຈະເວົ້າເລື່ອງລາວຂອງຕົວເອງ ຫົວຂໍ້ສົນທະນາອາດເປັນເລື່ອງທີ່ເຂົາມີຄວາມຮູ້ຄວາມຊຳນານ ຫຼືເລື່ອງທີ່ເຂົາກຳລັງສົນໃຈຢູ່ ແຕ່ຢ່າຟ້າວເບື່ອໄປເສຍກ່ອນ ເພາະກໍ່ເປັນໂອກາດທີ່ດີທີ່ສາວໆ ຈະໄດ້ຮູ້ຈັກເຂົາຫຼາຍຂື້ນນຳ
ລ່າເລີງເຂົ້າໄວ້
ບໍ່ມີໃຜຢາກຈະເຂົ້າມາທັກທາຍກັບຄົນທີ່ຄີ້ວຜູກໂບຢູ່ຕະຫຼອດເວລາດ໋ອກ ຢ່າໃຊ້ຊີວິດໃຫ້ເຄັ່ງຕືງເກີນໄປຫຼາຍ ລອງຫາມຸມຕະລົກເອົາມາເລົ່າໃຫ້ໝູ່ເພື່ອນ ຟັງຄາຍຄຽດກັນແດ່ ຫົວໃຫ້ງ່າຍຂື້ນ ຈະເຮັດໃຫ້ເຮົາໜ້າຄົບຫາຫຼາຍຂື້ນ ແຕ່ກໍ່ຄວນໃຫ້ຖືກກາລະເທສະນຳ
ປ່ຽນແປງຕົວເອງແດ່
ສາວໆ ອາດຈະລອງປ່ຽນສະໄຕລ໌ການແຕ່ງຕົວ ຫຼືຊົງຜົມແດ່ ໃຫ້ເໝາະສົມກັບຕົວເອງ ແລະສົ່ງເສີມບຸກຄະລິກໃຫ້ເບີ່ງມີສະເນ່ຫຼາຍຍີ່ງຂື້ນ ບໍ່ຈຳເປັນຕ້ອງແຕ່ງຕາມແຟຊັ່ນແຕ່ແຕ່ງໃຫ້ຖືກກາລະເທສະ ເບີ່ງແຍງດູແລຄວາມສະອາດຂອງຮ່າງກາຍແລະເສື້ອຜ້າກໍ່ພໍ
ແຕ່ເໜືອສີ່ງອື່ນໃດການທີ່ມີສະເນ່ທີ່ສຸດຂອງສາວໆ ກໍ່ຄືຄວາມຈິງໃຈນີ້ແລະ ທີ່ຈະເຮັດໃຫ້ໄດ້ຮັບຄວາມຈິງໃຈກັບມານຳ ແລະມິດຕະພາບທີ່ໄດ້ຮັບມາກໍ່ຈະສາມາດຢູ່ຄົງທົນໄປຕາບນານເທົ່ານານ