ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເພື່ອນກໍ່ລອງອ່ານເບິ່ງວ່າແມ່ນແທ້ບໍ່!!!!

****ຮ້ານອາຫານ( ກີນເຂົ້າ)****

ເພື່ອນ: ເຂົ້າລາດໜ້າ , ເຟີ ລາຄາບໍ່ເກີນ 10-20ພັນ ກິນອີຫັຍງແພງວະເປືອງເງິນ.

ແຟນ: ແມ່ນຫັຍງກໍ່ໄດ້ທີ່ມັນບໍ່ແມ່ນ ເຂົ້າ,ເຟີ,ສະປາເກຣັດຕີ້  ສັ່ງກັນໄປມື້ລະ 50-60ພັນບໍ່ເປັນຫັຍງ.

****ສະຖານທີ່ (ບ່ອນທີ່ພົບກັນ)****

ເພື່ອນ: ສະໝາມກິລາ ແລະ ບ່ອນທີ່ສະຫວ່າງ,ກ້ວາງ, ສະນຸກສະໜານ.

ແຟນ: ໂຮງໜັງ ແລະ ບ່ອນທີ່ມືດ, ແຄບ, ໂລແມນຕິກ.

****ຂ້າມທາງ(ຕາມຖະໜົນຕ່າງໆ)****

ເພື່ອນ: ອ້າວ!!ເຮ້ຍນີ່ ຖ້າແນ່......ແມ້ງມັນຂ້າມໄປດົນແລ້ວ.

ແຟນ: ຂ້າມໄດ້ບໍ່!! ລະວັງເດີອັນຕະລາຍ ຈັບມືຂ້ອຍໄວ້.

****ຢູ່ເຮືອນ****

ເພື່ອນ: ມາເພື່ອກີນເບຍ ລົມກັນເຮຮ່າ ເວົ້າເລື້ອງຊາວບ້ານ ຮ່າປາຈິງໂກະ.

ແຟນ: ມາເພື່ອ!!!!ອຶ!!! ແບບວ້າ ໂລແມນຕິກ, ມີແຕ່ສິ່ງທີ່ບົງບອກວ່າຮັກ.

****ເວລາຢ່າງ****

ເພື່ອນ: ເຮ້ຍ!!!ໄປໄກໆແນ່ຈັກໜ໋ອຍ ຮ້ອນຊິຕາມຊັກ.

ແຟນ: ແນບຊິດ,ປານເຫຼັກດູດ ຈົນຈະລອຍຂື້ນກາງອາກາດ.

****ຂື້ນລົດເມ****

ເພື່ອນ: ຍັບໄປແນ່ດິວະ ຊິນັ່ງນຳ.

ແຟນ: ບໍ່ເປັນຫັຍງເຈົ້ານັ່ງກ່ອນ ຂ້ອຍຢືນໄດ້.

****ເລື້ອງເງິນ****

ເພື່ອນ: ບໍ່ສະເໜີອອກໄປກ່ອນແລ້ວກັນດຽວໃຫ້(ແລ້ວແມັງກໍ່ຊິງຫາຍຫົວ)

ແຟນ: ມີສະເໜີ..........ຈ່າຍບໍ່ອັ້ນ

****ມາສວຍ(ມາຊ້າ)****

ແຟນ: ບໍ່ເປັນຫັຍງຂ້ອຍຖ້າໄດ້

ເພື່ອນ: ເຮັດຫັຍງຢູ່ວະໂຄດຊ້າເລີຍ ແມັງ*********..ລ້ຽງເຂົ້າເດີ(ຄວາມຈິງແລ້ວມາກ່ອນຫ້ານາທີ)

****ຊ່ວຍໄປວຽກແທນ****

ເພື່ອນ: ບໍ່ຄ່ອຍວ່າງຂົນເຄື່ອງຍ້າຍຫ້ອງ...ທີ່ຈິງກະໄດ້ແຕ່ວ່າພໍດີ ແມ່ໃຫ້ພາໄປຫາພີ່ນ້ອງ ຄົງບໍ່ວ່າງແລ້ວລະ.

ແຟນ: ວ່າງສະເໜີ...ເອ໋!!!ວ່າງຈະໃຫ້ໄປຕອນຈັກໂມງດີ ຊິໄດ້ກຽມຕົວໄວ້ກ່ອນ.

****ກັບບ້ານເດິກ****

ເພື່ອນ: ກັບຈັງໃດເອົາລົດມາບໍ່? ໄປສົ່ງຕ້ອງຕື່ມນໍ້າມັນນະໂວ້ຍ.

ແຟນ: ດຽວຂ້ອຍຂັບລົດໄປສົ່ງດີກວ່າ ກັບຄົນດຽວອັນຕະລາຍ.

****ເວລາບໍ່ສະບາຍ****

ເພື່ອນ: ເປັນຫັຍງອີກວະ ສຳອ້ອຍລະດິ໋ ອອກມາໄວໆກິນເບຍກັນ.

ແຟນ: ເປັນຫັຍງຫຼາຍບໍ່? ກິນຢາແລ້ວບໍ ຂ້ອຍສົ່ງເຈົ້າໄປຫາໜໍ

****ສອນໜັງສື****

ແຟນ: ບໍ່ເຂົ້າໃຈບ່ອນໃດບອກນະ ຊິອະທິບາຍໃຫ້.

ເພື່ອນ: ສອນຕັ້ງ3ຮອບແລ້ວນະ....ກິນຫຍ້າແທນເຂົ້າບໍ່ນິ.

****ວາເລັນທາຍ****

ແຟນ: ຂ້ອຍໃຫ້ເຈົ້າໄດ້ທຸກຢ່າງ ຍົກເວັ້ນແຕ່ດາວ  ເດືອນ ແລະ ຂົນໜ້າເອິກ.

ເພື່ອນ: ວັນນີ້ບໍ່ມີຕົວຕົນ ຫາຍຫົວໄປໃສກະບໍ່ຮູ້.

****ໂດນຖີ້ມ****

ເພື່ອນ: ບໍ່ເປັນຫັຍງເຮ້ຍ!!!ຊ່າງແມັງມັນ ຍັງມີ***ຢູ່.

ແຟນ: ເຮົາໄປກັນບໍ່ໄດ້ ເລີກຄົບກັນດີກວ່າ ຕ່າງຄົນຕ່າງໄປ.

ເພື່ອນໆເຫັນບໍ່ວ່າເພື່ອນກັບແຟນມັນແທນກັນບໍ່ໄດ້ແທ້ໆເລີຍ!!!!!

ຈາກ: ເວັບfriend za

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2009 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກມັກຈະເວີເກີນໄປໃນຕອນແລກ ແຕ່ພໍຄົນສອງຄົນໄດ້ໄຊ້ເວລາຢູ່ດ້ວຍກັນຫຼາຍຂື້ນ ລະດັບຄວາມຕື່ນເຕັ້ນກໍ່ປັບມາຢູ່ໃນລະດັບທີ່ປົກກະຕິ

ພໍເປັນແບບນີ້ຫຼາຍໆຄົນກະເລີມມີຄຳຖາມເກີດຂື້ນໃນໃຈວ່າ ເຂົາຍັງຮັກເຮົາຢູ່ຄືເກົ່າ ຫຼື ບໍ່? ເລີ່ມຮູ້ສຶກວ່າຕົວເອງບໍ່ຄ່ອຍມີຄວາມສຳຄັນກັບເຂົາຄືກັບ

ແຕ່ກ່ອນ. ເມື່ອຄົນໆນື່ງຮູ້ສຶກວ່າຕົວເອງໄດ້ຮັບຄວາມເອົາໃຈໃສ່ຈາກຄົນຮັກນ້ອຍລົງ, ມັກຈະຄິດວ່າຕວາມຮັກທີ່ເຂົາມີຕໍ່ຕົນເອງ ນ້ອຍລົງໄປດ້ວຍ.

ຄິດວ່າຄົນເຮົາບໍ່ຈຳເປັນຕ້ອງສະແດງອອກຕະຫຼອດເວລາວ່າຮັກຫຼາຍ ຫຼື ຮັກນ້ອຍ. ເພາະວ່າຖ້າຄວາມຮັກຍັງຢູ່ກັບເຮົາຄືເກົ່າກະບໍ່ເຫັນຈະມີຫັຍງຕ້ອງ

ໜ້າເປັນຫ່ວງລອງຄິດເບິ່ງວ່າ ຖ້າຫາກເຂົາຢຸດຊື່ໆ ບໍ່ຄ່ອຍໃສ່ໃຈ ແຕ່ເຂົາກະບໍ່ໄດ້ເຮັດຫັຍງທີ່ນອກໃຈເຮົາເລີຍແມ້ແຕ່ວິນາທີດຽວ ກັບການທີ່ເຂົາມີ

ເລື້ອງເຊີສໄພ໋ໃຫ້ເຮົາຕື່ນເຕັ້ນ ແລະ ຄ່ອຍເອົາໃຈເຮົາເປັນຢ່າງດີແຕ່ເຂົາຄົບຄົນອື່ນໄປພ້ອມໆກັນ ສາມຄົນ. ຖ້າໃຫ້ເລືອກເຮົາຈະຄົນແບບໃດລະ ກໍ່

ຕ້ອງເປັນຄົນທີ່ຮັກເຮົາຄົນດຽວຫັ໋ນລະຖືກບໍ່. ດັ່ງນັ້ນການທີ່ເຮົາໃຫ້ຄວາມສຳຄັນກັບສິ່ງທີ່ເຂົາສະແດງອອກແລ້ວຕັດສິນໃຈວ່າເຂົາຮັກນ້ອຍລົງເພາະ

ເຮັດດີກັບເຮົານ້ອຍລົງອາດທຳຮ້າຍຈິດໃຈກັນ ແລະ ກັນທັງສອງຝ່າຍ. ແຕ່ຖ້າຍອມຮັບຄວາມຈິງຈຸດນີ້ໄດ້ແຕ່ເຂົາກໍ່ຍັງເອົາໃຈໃສ່ເຮົານ້ອຍລົງຢູ່ດີກໍ່

ຕ້ອງເປັນໜ້າທີ່ຂອງເຮົາທີ່ຈະຕ້ອງກ້າເວົ້າຄວາມຈິງທີ່ຄ້າງຄາໃນໃຈ. ກ່ອນຈະເປີດໃຈລົມກັນ ຈະຕ້ອງຮູ້ເສຍກ່ອນວ່າເຮົາຕ້ອງການຫັຍງ ແລະ ຕ້ອງ

ເວົ້າໄປຕາມຄວາມຮູ້ສຶກ. ບໍ່ມີຫັຍງທີ່ຄົນຮັກກັນຈະເຮັດເພື່ອກັນບໍ່ໄດ້ ຫາກເລື້ອງທີ່ຂໍຮ້ອງ ກໍ່ບໍ່ແມ່ນເລື້ອງທີ່ເຮັດໄດ້ລຳບາກຍາກເຢັນເກີນຄວາມສາ

ມາດ ເຂົາອາດຈະໂທຫາເຮົາບ່ອຍຄັ້ງຂື້ນ ຫາກເຂົາຮູ້ວ່າເຮົາຈະບໍ່ສະບາຍໃຈ. ຖ້າເຂົາຫາຍໄປທັງວັນໂດຍບໍ່ບອກກ່າວ ຫຼື ເຂົາເລືອກທີ່ຈະຢູ່ກັບເຮົາ

ຫຼາຍຂື້ນກວ່າເກົ່າ ຫາກຮູ້ວ່າເຮົານ້ອຍໃຈທີ່ເຂົາໄຊ້ເວລາສ່ວນໃຫ່ຍຢູ່ກັບຄົນໆອື່ນທີ່ບໍ່ແມ່ນເຮົາ.

            ທຸກບັນຫາລ້ວນມີທາງອອກ ແຕ່ເຮົາຕ້ອງຄົ້ນໃຫ້ພົບກ່ອນວ່າແມ່ນຫັຍງຄືບັນຫາ ຜູ້ຍິງມັກຈະຄິດວ່າເລື້ອງເທົ່ານີ້ເປັນຫັຍງເຮັດໃຫ້ກັນບໍ່ໄດ້.

ຜູ້ຊາຍຄິດວ່າກໍ່ເຂົາກະເປັນຂອງເຂົາແບບນີ້ລະ ບາງທີ່ຜູ້ຊາຍກະເບື່ອທີ່ຈະເອົາອົກເອົາໃຈຄົນຮັກຂອງຕົວເອງເຊັ່ນກັນ ເພາະວ່າທຸກວັນກໍ່ພົບໜ້າກັນ.

ເຂົາອາດຈະຄິດວ່າທຸກຢ່າງກະດີຢູ່ແລ້ວ, ຍິ່ງເຮົາໄປໂວຍວາຍໃຫ້ເຂົາເປັນແບບນັ້ນແບບນີ້ເຂົາກໍ່ຈະເລີ່ມຮູ້ສຶກວ່າຖືກອອກຄຳສັ່ງ ເຊິ່ງຜູ້ຊາຍຈະຊັງທີ່

ສຸດທີ່ຜູ້ຍີ່ງມາອອກຄຳສັ່ງໃຫ້ເປັນຢ່າງນັ້ນຢ່າງນີ້ຕາມໃຈມັກ.

             ຕາບໃດທີ່ຄວາມຮັກມີການເຄື່ອນໄຫວຢູ່ໃນໃຈຂອງຄົນສອງຄົນ ກໍ່ບໍ່ຕ້ອງກັງວົນດອກວ່າມັນຈະຫຼາຍ ຫຼື ນ້ອຍ ແຕ່ເຮົາຄວນດີໃຈທີ່ໄດ້ຮູ້ວ່າ

ໃນໃຈຂອງເຮົາຍັງມີຄວາມຮັກໃຫ້ກັນ ແລະ ກັນຢູ່ເທົ່ານີ້ກໍ່ໜ້າຈະພຽງພໍແລ້ວ.

from : Nada

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຈົ້າໄວ້ວາງໃຈແຟນໄດ້ຊ່ຳໃດ?
    ຫາກບັງເອີນວ່າ ລາວຫນ້າຕາດີ ບໍ່ຕ້ອງເຖິງກັບຫລໍ່, ເທ້, ສະມາຣ໌ທ ແຕ່ຫນ້າທີ່ວຽກງານພໍໃຊ້ໄດ້ ດູດີມີລົດສະນິຍົມ, ເຈົ້າຄິດຫລືບໍ່ວ່າ ນອກຈາກຕົວເອງທີ່ຖືກໃຈແລ້ວ ອາດມີຜູ້ຍິງອື່ນສົນໃຈລາວດ້ວຍເຫດນີ້ ເຮົາຈະເຮັດໂຕເປັນຫມາຫວງກ້າງ ຫລື ເປິດທາງໃຫ້ລາວເລືອກເອງດີນໍ້!
    ສຳຫລັບຄົນເປັນສະມາຊິກຈົງອາງຫວງໄຂ່ ເຊີນມາບ່ອນນີ້ເລີຍ, ສະໄຫມນີ້ເຫັນວ່າເຮົາຈະເຮັດເປັນຄືຄົນໃຈບຸນໃຈພຣະບໍ່ໄດ້ແລ້ວ ບໍ່ດັ່ງນັ້ນຄົງໄດ້ຕົກລົດໄຟຖ້ຽວສຸດທ້າຍແນ່ນອນ ກົງກັນຂ້າມຖ້າບໍ່ໃສ່ໃຈກັບການເປັນໂສດ ຢູ່ຄົນດຽວກໍ່ໄດ້ບໍ່ເຫັນເປັນຫຍັງ? ທ່ານຄົງບໍ່ຕາລຸກກັບວະລີທີເດັດທີ່ວ່າ: "ເອົາມືອອກໄປ ລາວເປັນຂອງຂ້ອຍເດີ້" ຫລື Hands off, he is mine. ກ່າວເຖິງວິທີເຮັດແນວໃດ? ຈຶ່ງສາມາດດຶງລາວໄວ້ບໍ່ໃຫ້ນອກໃຈໄປມີຜູ້ຍິງອື່ນ.
    ເວົ້າກັນຕາມຈິງໃຈ ການທີ່ຝ່າຍໃດຫນື່ງ ຈະນອກໃຈ ແລະ ກາຍໄປໃຫ້ຄົນອື່ນ ບາງເທື່ອກໍ່ບໍ່ແມ່ນຄວາມຜິດຂອງລາວໂດຍກົງ ເພາະຄູ່ຮັກບາງຄົນກໍ່ເຮັດໂຕເປັນຕາຫນ້າ "ຫນີຈາກ" ບໍ່ແມ່ນຫລີ້ນ ຫລື ອີກກໍລະນີຝ່າຍໃດຫນື່ງອາດຖືກມືທີ່ສາມຍຸແຍ່ ເລຍຫລວມໂຕນອດຫລຸດກໍ່ເປັນໄດ້ ຄືກັບ "ຖອບໄປ*********ງໆ ຄົນນີ້ຂ້ອຍຈອງໄວ້ແລ້ວ" ກໍ່ເລື່ອງດຽວກັນ ແຕ່ແປຢ່າງສະໃຈຂອງຄົນຂຽນ ບໍ່ວ່າໃຜກໍ່ຄົງຢາກເປັນຄົນຖືກຈອງຫລາຍກວ່າ ຟັງແລ້ວເຂົ້າທ່າດີ
    ໃນເນື້ອຫາຂອງ Hans off, he is mine ໃສ່ເລື່ອງກວດໂທສະໄວ້ວ່າຫາກເກີດກໍລະນີ ມີສາວຄົນອື້ນຫົວຂວັນກັບອາລົມມ່ວນຂອງແຟນເຈົ້າ ທັງທີ່ບໍ່ເຫັນເປັນຕາຫນ້າຫົວຂວັນປານໃດ ຊ້ຳບໍ່ຫນຳລາວຍັງພະຍາຍາມບຽດໂຕເອງ ໃຫ້ໃກ້ຊິດສະຫນິດແນບກັບລາວຫລາຍຂື້ນ ພ້ອມສົ່ງສາຍຕາເປັນປະກາຍແວວວັບ ໄປຫາແຟນຂອງເຈົ້າຢ່າງຈົງໃຈຫາກເຈົ້າບໍ່ເຫັນຄົງບໍ່ເປັນຫຍັງ? ຖືວ່າເຮັດບຸນໃຫ້ທານໄປຊະ ໃຜຈະໄປມີເວລາມາກວດເຊັກກັນຕະຫລອດເວລາ ບໍ່ໄດ້ເປັນຝາແຝດຕົວຕິດກັນນີ້ ຈະໄດ້ໄປໃສ່ມາໃສ່ນຳກັນ ໄປເປັນນາງມານຮ້າຍຄອຍຂັດຂວາງຫູຂວາງຕາຄົນອື່ນ ບໍ່ມີຜູ້ສາວຄົນໃດຕັ້ງໃຈເຮັດແບບຫລັບດອກ ຫາກບໍ່ເກິດຂໍ້ຜິດແຄກັນ ດ້ານການຖືກຍາດຊິງຂື້ນມາກ່ອນ ແຕ່ຖ້າມີສາວຄົນອື່ນພະຍາຍາມຕາມຕື້ ແລະ ຈີບແຟນເຈົ້າລະກໍ້ ຈົ່ງຢ່າຢຸດທີ່ຈະທຳລາຍຄວາມຫວັງຂອງເຈົ້າຫລະ......

1. ຢ່າໃຊ້ໂທສະ
    ຈຸດອ່ອນຂອງຜູ້ຍິງຢ່າງຫນື່ງຄື: ການຄຸມອາລົມໂຕເອງບໍ່ໄດ້ ເມື່ອຮູ້ສຶກບໍ່ພໍໃຈອັນໃດບາງຢ່າງຂື້ນມາ ການສະແດງຄວາມໃຈຮ້າຍ ບໍ່ຊ່ວຍໃຫ້ຄວາມສຳພັນຂອງເຈົ້າທັງສອງໃຫ້ແຫນ້ນແຟ້ນຂື້ນໄດ້ດອກ ຈະແຮ່ງເຮັດໃຫ້ເກິດຄວາມແຕກລ້າວກັນຂື້ນ ສະນັ້ນຢ່າໄດ້ໃຈຮ້າຍຫຍັງແບບອອກຫນ້າ ແທນທີ່ຈະໃຈຮ້າຍ ເຈົ້າຄວນເຕືອນ "ມືທີ່ສາມ" ດ້ວຍການສະແດງວ່າ ເຈົ້າກັບຜູ້ບ່າວ ເປັນຄູ່ທີ່ເຫມາະສົມກັນຫລາຍກວ່າເຈົ້າກັບລາວ ສ່ວນຈະເຮັດແນວໃດ ເຊັ່ນການຕິດຕາມລາວໄປທຸກບ່ອນ ແລະ ທຸກເວລາ ພ້ອມກັບສະແດງອອກທາງພາສາກາຍວ່າ ລາວເປັນຂອງເຈົ້າດ້ວຍການຄວງແຂນ, ຈັບມື ຫລື ປັດຜົມໃຫ້ ວິທີເຫລົ່ານີ້ ຈະຂັດຂວາງບໍ່ໃຫ້ສາວຄົນໃດໄດ້ເຂົ້າໃກ້ລາວໄດ້ ແຕ່ຂໍກັນໄວ້ກ່ອນວ່າ: ໃຫ້ຕິດລາວສະເພາະຕອນທີ່ມານຫົວໃຈທີ່ມາກວນໃຈເທົ່ານັ້ນ ສ່ວນເວລາອື່ນຄວນປ່ອຍໃຫ້ຜູ້ບ່າວໃຊ້ເປັນເວລາສ່ວນຕົວຂອງລາວແນ່ ບໍ່ແມ່ນເອົາແຕ່ຫຶງທີ່ບໍ່ເຂົ້າທ່າ.

2. ຂັດຂວງ "ຄົນທີ່ສາມ" ອອກນອກວົງໂຄຈອນ
ບໍ່ຈຳເປັນຕ້ອງຕັ້ງທ່າລັງກຽດ ຫລື ບໍ່ຢາກຄົບຫາສະມາຄົມກັບຄົນນັ້ນເລີຍ.
    ດ້ວຍເຫດທີ່ວ່າ ລາວຈະຍາດແຟນເຈົ້າ ຊ່ຳນີ້ (ຟັງແລ້ວເປັນເລື່ອງທຳມະດາ ແຕ່ຢ່າເກິດຂື້ນກັບຂ້າພະເຈົ້າກໍ່ແລ້ວກັນ) ເຈົ້າກໍ່ຕັ້ງທ່າເປັນຄູ່ປໍລະປັກກັບຜູ້ສາວຄົນນັ້ນແລ້ວ ຫລື ມາເດີ້ຈະສອນວິທີເຮັດໃຫ້ "ຜູ້ມາໃຫມ່" ຕົກໃຈຫາກຜູ້ທີ່ມາຢ້ຽມ ຮູ້ຈັກລະອາຍຕໍ່ບາບແນ່ເຈົ້າຄວນເປິດທາງໃຫ້ລາວເຂົ້າຮ່ວມກິດຈະກຳລະຫວ່າງເຈົ້າທັງສອງ.
    * ຕົວຢ່າງ: ໃຫ້ລາວມາເຫລີ້ນກິລາກັບພວກເຈົ້າ ຫລື ຊວນລາວໄປກິນອາຫານນຳກັນສາມຄົນຄວາມໃຈກວ້າງແບບນີ້ມີລັກເລິກຄົມໃຈລີ້ຢູ່ ບໍ່ແມ່ນວ່າເຈົ້າບໍ່ມີເລ້ຫລ່ຽມ ເພາະທີ່ເປິດໃຈໃຫ້ມືໃຫມ່ມາຈອຍກັບເຮົາ ກໍ່ເພື່ອຈະສະແດງໃຫ້ລາວເຫັນວ່າ ເຈົ້າທັງສອງມີຄວາມຜູກພັນກັນແບບເລິກຊຶ້ງຂະຫນາດໃດ ແຕ່ແຜນນີ້ຕ້ອງຫມັ້ນໃຈວ່າ ຈະເຮັດໃຫ້ບຸກຄົນທີ່ສາມລະອາຍແກ່ໃຈ ແລ້ວບາຍໆໄປຈາກແຟນຂອງເຈົ້າ ກົງກັນຂ້າມຫາກບັນຍາກາດລະຫວ່າງຄູ່ຂອງເຈົ້າ ມີຊ່ອງວ່າງຢູ່ກ່ອນຄົງບໍ່ຕ້ອງອະທິບາຍວ່າ ຍັງຄວນໃຊ້ວິທີນີ້ຢູ່ຫລືບໍ່?

3. ປະເຊີນຫນ້າກັບຄູ່ແຂ່ງຢ່າງເຊິ່ງຫນ້າໄປເລີຍ
ໃນກໍລະນີທີ່ເຈົ້າເຫລືອທົນແທ້ໆ ບອກລາວວ່າ ເຈົ້າຮູ້ເດີ້ວ່າ ລາວພະຍາຍາມເຮັດອັນໃດຢູ່ ແຕ່ຢ່າເວົ້າດ້ວຍຄວາມໂກດໃຫ້ເວົ້າດ້ວຍມີສະຕິ ແລະ ຂໍໃຫ້ລາວລຸດລະການຍາດແຟນຂອງເຈົ້າໄດ້ບໍ່ ຫາກການເຈລະຈາເປັນໄປຢ່າງສັນຕິ ກໍ່ຂໍສະແດງຄວາມຍິນດີ ທີ່ເຈົ້າໃຊ້ຂັນຕິ(ອົດທົນ) ລະງັບຂໍ້ທີ່ຈະຜິດຖຽງກັນນີ້ໄດ້.

4. ມີຫລາຍເທື່ອທີ່ເຮົາໄດ້ຍິນວ່າ ເລື່ອງຊູ້ສາວແບບນີ້ຕົບມືຂ້າງດຽວມັນບໍ່ດັງ
ເຫດນີ້ເຈົ້າຄວນຂໍຮ້ອງແຟນໃຫ້ລຸດຄວາມຫລໍ່ລົງແນ່ໄດ້ບໍ່.... ເວົ້າຫລີ້ນໆເດີ້. ອັນທີ່ຈິງແລ້ວ ຄວນບອກເຖິງສະຖານນະການທີ່ກຳລັງເກີດຂື້ນຕ່າງຫາກ ເບິ່ງດຸວ່າລາວພໍຈະຮູ້ແນ່ບໍ ຫລື ຖ້າຮູ້ຢູ່ແກ່ໃຈແລ້ວ ຄວນຮ່ວມມືກັນແກ້ໄຂແນວໃດ? ບໍ່ແມ່ນປ່ອຍໃຫ້ເປັນຫນ້າທີ່ຂອງເຈົ້າ ທີ່ຕ້ອງຄອຍສະກັດກັນ ແລະ ຂັດຂວາງ "ມືທີ່ສາມ" ແຕ່ໂດຍລຳພັງຫາກຮັກກັນແທ້ ຍ່ອມບໍ່ຖິ້ມກັນໄດ້ ເວັ້ນເສຍແຕ່ວ່າເຂົາຈະຮັກເຮົາຈິງຫລືບໍ່ເທົ່ານັ້ນ.
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນັກວິທະຍາສາດພົບເຫັນຫົນທາງເຮັດໃຫ້ແຟນທີ່ເຈົ້າຊູ້ ກັບໂຕເປັນຄົນລະຄົນ ປ່ຽນເປັນຄົນທີ່ຮັກບ້ານ ແລະ ລູກເມຍປານດວງໃຈໄປ ພວກເຂົາໄດ້ຮູ້ບົດຮຽນຈາການສຶກສາຫນູຕາມທົ່ງນາຊະນິດຫນື່ງ ຊຶ່ງປົກກະຕິຈະປະສົມກັບໂຕແມ່ໂດຍບໍ່ເລືອກຫນ້າ ແຕ່ເມື່ອຈັບມາປັບສ່ນປະກອບເຄມີຂອງຮໍໂມນໃນສະຫມອງໃຫມ່ ມັນກັບປ່ຽນກາຍເປັນຄົນລະໂຕໄປ ເຊົາໄປປະສົມກັບໂຕແມ່ອື່ນອີກຕໍ່ໄປ ກັບເປັນຜົວທີ່ຮັກລູກເມຍ ທັງຍັງຊ່ວຍເມຍລ້ຽງລູກອີກນຳ.
ພວກເຂົາໄດ້ພົບເຫັນວ່າຮໍໂມນວາໂສເພຣສສິນ ມີອິດທິພົນປ່ຽນຫນູພວກນັ້ນໃຫ້ມີຄວາມຮັກດຽວໃຈດຽວໄປໄດ້ ຕ່າງຈາກສັດລ້ຽງລູກດ້ວຍນົມທົ່ວໆ ໄປ ຊຶ່ງມັກຈະປະສົມພັນບໍ່ເລືອກຫນ້າ ມີສັດພວກນິຍົມຜົວດຽວເມຍດຽວພຽງບໍ່ເຖິງ 5% ເທົ່ານັ້ນ
ຢ່າງໃດກໍ່ຕາມ ສາດສະດາຈານລາຣ໌ຣີ ຍັງ ຂອງມະຫາວິທະຍາໄລອິມໍຣີ ຜູ້ຮ່ວມໃນການສຶກສາວິໄຈເວົ້າວ່າ: ແຕ່ການຈະເອົາວິທີນີ້ມາໃຊ້ກັບຄົນ ອາດຈະບໍ່ງ່າຍ ເພາະອາດຈະຂື້ນກັບຮໍໂມນຫລາຍຕົວ ແຕ່ໃຫ້ຄວາມເຫັນວ່າ "ເຮົາຮູ້ມາແລ້ວວ່າ ເມື່ອມະນຸດມີຄວາມສຳພັນທາງກາມມະລົມ ກໍ່ຂັບຮໍໂມນຊະນິດນີ້ຄືກັນ, ກາມະລົມ ອາດຈະມີສ່ວນຊ່ວຍກະຊັບຄວາມຜູກພັນລະຫວ່າງກັນໃຫ້ແຫນ້ນຫນາຍິ່ງຂື້ນ ແລະ ຮໍໂມນນີ້ອາດຈະເປັນຕົວການສຳຄັນຂອງເລື່ອງນີ້"

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ບ່ອນໃດມີຮັກ ບ່ອນນັ້ນຍ່ອມມີທຸກ ຄຳກ່າວມານີ້ຍັງຄົງໃຊ້ໄດ້ຢູ່ທຸກຍຸກ
ທຸກສະໄໝ ເພາະນັ້ນຄືຄວາມຈິງແທ້ ແລະ ແນ່ນອນ ຫາກຈະຮັກແລ້ວ
ບໍ່ໃຫ້ທຸກກໍ່ຕ້ອງຮຽນຮູ້ຄວາມຈິງໃນຮັກແທ້ໃຫ້ຊັດເຈນສະກ່ອນ...!

1. ການຮັກ ແລະບໍ່ໄດ້ຮັບຮັກຕອບ ເປັນທຸກ ແຕ່ສິ່ງທີ່ທຸກຫລາຍກວ່າ ຄື:
ການຮັກໃຜຄົນຫນື່ງ ແຕ່ບໍ່ມີຄວາມກ້າພໍທີ່ຈະບອກໃຫ້ຄົນນັ້ນຮູ້ ແລະ ຕ້ອງມາ
ເສຍໃຈພາຍຫລັງ

2. ຄວາມຮັກຄືຄວາມຮູ້ສຶກທີ່ຄົນເຮົາຍັງຫວ່ງໃຍໃຜຄົນຫນື່ງຢູ່ ເຖິງວ່າຈະແຍກ
ຄວາມຮູ້ສຶກ ຄວາມຫລົງໃຫລ ແລະຄວາມສຳພັນແບບຮັກໃຄ່ອອກໄປແລ້ວ

3. ສິ່ງທີ່ເປັນຕາເສົ້າໃຈໃນຊີວິດ ຄືການຄົບຄົນທີ່ມີຄວາມສຳຄັນຫລາຍສຳຫລັບເຮົາ ແຕ່ມາຄົ້ນພົບພາຍຫລັງວ່າເຮົາບໍ່ໄດ້ຖືກກຳນົດມາ ເພື່ອ
ສິ່ງນັ້ນ ແລະຈະຕ້ອງປ່ອຍໃຫ້ມັນຜ່ານໄປ

4. ເມື່ອປະຕູແຫ່ງຄວາມສຸກປິດລົງ ປະຕູແຫ່ງຄວາມສຸກທີ່ເບີຍແຍ້ມອື່ນກໍ່ຈະເປີດຂື້ນ ແຕ່ເຮົາພັດມາຫລົງຢູ່ກັບປະຕູທີ່ປິດລົງໄປແລ້ວແຕ່ດົນນານ ຈົນເຮັດໃຫ້ເຮົາມອງບໍ່ເຫັນປະຕູທີ່ເປີດໄວ້ລໍຖ້າເຮົາຢູ່

5. ຫມູ່ເພື່ອນທີ່ດີທີ່ສຸດຄືຄົນທີ່ເຮົາສາມາດນັ່ງຢູ່ແຄມລະບຽງນຳກັນ ໂດຍບໍ່ໄດ້ລົມຫຍັງກັນຈັກຄຳເລີຍ ແຕ່ສາມາດເດີນຈາກໄປດ້ວຍຄວາມຮູ້ສຶກ
ຄ້າຍກັບໄດ້ລົມນຳກັນ ຢ່າງຫນ້າປະທັບໃຈທີ່ສຸດເລີຍ

6. ເປັນຄວາມຈິງທີ່ເຮົາບໍ່ສາມາດຮັບຮູ້ໄດ້ເລີຍວ່າເຮົາມີຫຍັງຢູ່ໃນໃຈ ຈົນເຖິງເວລາທີ່ເຮົາຈະສູນເສຍມັນໄປ ແຕ່ກໍ່ເປັນຈິງດັ່ງນັ້ນ ທີ່ເຮົາບໍ່ຮູ້ວ່າ
ເຮົາພາດຫຍັງໄປແນ່ ຈົນກະທັງສິ່ງນັ້ນເຂົ້າມາຫາເຮົາ

7. ການມອບຄວາມຮັກ ທັງຫມົດໃຫ້ໃຜຄົນຫນື່ງ ບໍ່ໄດ້ເປັນຫລັກປະກັນວ່າເຂົາຄົນນັ້ນຈະຕອບຮັກເຮົາ ຢ່າຫວັງທີ່ຈະໄດ້ຮັກຕອບ ແຕ່ຈົງເຝົ້າ
ຄອຍໃຫ້ມັນງອກງາມຂື້ນໃນຫົວໃຈຄົນນັ້ນ ແຕ່ຖ້າມັນບໍ່ໄດ້ເປັນດັ່ງນັ້ນ ກໍ່ໃຫ້ພໍໃຈວ່າຢ່າງຫນ້ອຍມັນກໍ່ໄດ້ງອກງາມຂື້ນໃນໃຈຂອງເຮົາ

8. ມີສິ່ງທີ່ທ່ານຕ້ອງການຈະໄດ້ຍິນ ແຕ່ທ່ານຈະບໍ່ໄດ້ຍິນມັນຈາກປາກຂອງຄົນທີ່ທ່ານຢາກໄດ້ຍິນ ແຕ່ຢ່າເຮັດຄືຄົນຫູໜວກ ໂດຍບໍ່ຮັບຟັງສິ່ງນັ້ນ
ຈາກຄົນທີ່ບອກກັບທ່ານຈາກຫົວໃຈ

9. ຢ່າບອກລາ ຖ້າເຈົ້າຍັງຕ້ອງການຈະພະຍາຍາມຕໍ່ໄປ ຢ່າທໍ້ໃຈຖ້າເຈົ້າ ຍັງຮູ້ສຶກວ່າເຈົ້າໄປກັນໄດ້ ຢ່າເວົ້າວ່າເຈົ້າບໍ່ຮັກຄົນໆ ນັ້ນອີກແລ້ວ ຖ້າເຈົ້າບໍ່ສາມາດທຳໃຈໄດ້

10. ຄວາມຮັກມັນມາຢຽມຢາມຜູ້ທີ່ຍັງຄົງຫວັງ ເຖິງວ່າຈະຜິດຫວັງ ແລະມາຢ້ຽມຜູ້ທີ່ຍັງເຊື່ອຫມັ້ນ ເຖິງວ່າຈະຖືກຫັກຫລັງ ແລະຈະມາຢ້ຽມຜູ້ທີ່ຍັງ
ຄົນຮັກ ເຖິງວ່າຈະເຄີຍເຈັບປວດມາກ່ອນ

11. ການທີ່ເຮົາຈະປະທັບໃຜຄົນນັ້ນຕ້ອງໃຊ້ເວລາຊ່ຳໃດ ການທີ່ເຮົາຈະມັກໃຜຄົນຫນື່ງໃຊ້ເວລາພຽງຊົ່ວໂມງ ການທີ່ເຮົາຈະຮັກໃຜຈະໃຊ້ເວລາ
ພຽງຄ່ຳຄືນ ແຕ່ການທີ່ຈະລືມໃຜຄົນນັ້ນຕ້ອງໃຊ້ເວລາຊົ່ວຊີວິດ

12. ຢ່າເບິ່ງຄົນທີ່ຫນ້າຕາ ເພາະມັນອາດຫລອກເຮົາໄດ້ ຢ່າເບິ່ງຄົນທີ່ຄວາມຮັ່ງມີ ເພາະມັນບໍ່ຈີລັງຢັ້ງຢືນ ໃຫ້ຊອກຫາຄົນທີ່ເຮັດໃຫ້ເຮົາຍິ້ມໄດ້ ເພາະພຽງຍິ້ມດຽວ ສາມາດເຮັດໃຫ້ວັນຄືນທີ່ຫມົ່ນຫມອງກັບມາສົດໃສໄດ້ ຂໍໃຫ້ເຮົາພົບຄົນທີ່ເຮັດໃຫ້ເຮົາມີຮອຍຍິ້ມໄດ້

13. ຊ່ວງເວລາໃນຊີວິດທີ່ເຮົາຄິດຮອດໃຜຄົນຫນື່ງ ຈົນຢາກຈະດຶງເຂົາມາຈາກຄວາມຝັນ ເພື່ອກອດເອົາໄວ້ ຂໍໃຫ້ທ່ານໄດ້ຝັນເຖິງຄົນພິເສດນັ້ນ

14. ຝັນ ເຖິງສິ່ງທີ່ທ່ານຕ້ອງການຝັນ ໄປໃນບ່ອນທີ່ທ່ານຕ້ອງການໄປ ເປັນໃນສິ່ງທີ່ທ່ານຕ້ອງການເປັນ ເພາະທ່ານມີພຽງຊີວິດດຽວ ແລະ ມີໂອກາດດຽວທີ່ຈະເຮັດທຸກສິ່ງທີ່ທ່ານຕ້ອງການ

15. ຂໍໃຫ້ເຈົ້າມີຄວາມສຸກລົ້ນ ທີ່ຈະເຮັດໃຫ້ເຈົ້າກາຍເປັນຄົນອ່ອນຫວານ ຜ່ານການທົດສອບມາຫລາຍພໍທີ່ຈະເຮັດໃຫ້ເຈົ້າເຂັ້ມແຂງມີຄວາມເສົ້າ
ໂສກພໍທີ່ຈະເຮັດໃຫ້ເຈົ້າຍັງຮັກສາຄວາມເປັນມະນຸດ ແລະມີຄວາມຫວັງຫລາຍພໍທີ່ຈະເຮັດໃຫ້ເຈົ້າເປັນສຸກໄດ້

16. ເອົາໃຈເຂົາມາໃສ່ໃຈເຮົາ ຖ້າເຈົ້າຮູ້ສຶກວ່າສິ່ງນັ້ນຈະເຮັດໃຫ້ເຈົ້າເຈັບປວດ ຈົ່ງຮູ້ເລີຍວ່າຄົນອື່ນກໍ່ເຈັບປວດຈາກສິ່ງດຽວກັນ ຄືດັ່ງເຈົ້າເຈັບ

17. ຄຳເວົ້າທີ່ບໍ່ໄດ້ຢັ້ງຄິດອາດກໍ່ໃຫ້ເກີດຄວາມຂັດແຍ້ງ ຄຳເວົ້າທີ່ໂຫດຮ້າຍ ອາດທຳລາຍຊີວິດ ຄຳເວົ້າທີ່ເຫມາະສົມກັບເວລາສະຖານທີ່ອາດ
ລຸດຄວາມເຄັ່ງຄຽດ ຄຳຮັກອາດຮັກສາ ແລະ ເຮັດໃຫ້ມີຄວາມສຸກໄດ້

18. ຈຸດເລີ້ມຂອງຄວາມຮັກຄືການປ່ອຍໃຫ້ຄົນທີ່ເຮົາຮັກເປັນໂຕຂອງໂຕເອງ ຢ່າດືງເຂົາອກຈາກພາບລັກຂອງຄວາມເປັນໂຕຂອງເຂົາ

19. ຄົນທີ່ມີຄວາມສຸກທີ່ສຸດ ບໍ່ໄດ້ໝາຍຄວາມວ່າເຂົາມີສິ່ງທີ່ດີທີ່ສຸດ ພຽງແຕ່ເຂົາສາມາດເຮັດສິ່ງທີ່ເຂົາມີໃຫ້ດີທີ່ສຸດໄດ້ຕ່າງຫາກ

20. ຄວາມສຸກເຝົ້າລໍຢູ່ເບື້ອງຫນ້າຜູ້ທີ່ມີນ້ຳຕາ ຜູ້ທີ່ເຈັບປວດ ຜູ້ທີ່ຄົນຫາ ແລະ ຜູ້ທີ່ພະຍາຍາມແລ້ວ ເພາະມີພຽງພວກເຂົາເທົ່ານັ້ນ ທີ່ຮູ້ຈັກ
ຄຸນຄ່າຂອງຄົນທີ່ໄດ້ສຳຜັດຊີວິດຂອງພວກເຂົາເອງ

21. ຄວາມຮັກເລີ້ມຕົ້ນດ້ວຍຮອຍຍິ້ມ ງອກງາມດ້ວຍຮອຍຈູບ ແລະ ຈົບລົງດ້ວຍຢາດນ້ຳຕາ

22. ອະນາຄົດທີ່ສົດໃສມີຮາກຖານຢູ່ເທິງອະດີດທີ່ຖືກລືມ ເຈົ້າບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ດີ ຖ້າຫາກບໍ່ຮູ້ຈັກປ່ອຍວາງຄວາມຜິດພາດໃນອະດີດ ແລະຄວາມເຈັບປວດຂອງຫົວໃຈ

23. ເຈົ້າຮ້ອງໄຫ້ຕອນເຈົ້າເກີດໃນຂະນະທີ່ຄົນຮອບຂ້າງກຳລັງຍິ້ມ ຈົງມີຊີວິດຢູ່ ເພື່ອຕອນເຈົ້າຕາຍ ເຈົ້າຈະເປັນຄົນທີ່ຍິ້ມ ໃນຂະນະທີ່ຄົນຢູ່ອ້ອມຂ້າງຮ້ອງໄຫ້ໃຫ້ເຈົ້າ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

altaltຊີວິດຄົນເຮົາມີຫັຍງຫຼວງຫຼາຍທີ່ຜ່ານເຂົ້າມາໃຫ້ຮຽນຮູ້ ແລະ ມີຄົນຫຼວງຫຼາຍທີ່ຜ່ານເຂົ້າມາຝໃຫ້ຮູ້ຈັກມັກຄຸ້ນ.

ແຕ່ໃນຜູ້ຄົນຫຼວງຫຼາຍເລົ່ານັ້ນຢ່າງນ້ອຍຕ້ອງມີໃຜຈັກຄົນນື່ງທີ່ເຮັດໃຫ້ເຮົາຮູ້ສຶກ ***ບໍ່ທຳມະດາ***ທີ່ຈະນຶກເຖີ່ງເອີ້ນ

ວ່າ: **ຄວາມພິເສດ**ທີ່ເຮົາຈະຍົກເວັ້ນເອົາໄວ້ຈາກຄວາມປົກກະຕິທົ່ວໄປຂອງຈິດໃຈ. ກໍ່ໃນເມື່ອຄຳວ່າ:**ພິເສດ**

ໝາຍເຖິ່ງຄວາມຈຳສະເພາະ ຄວາມຈຳແນກ ຄວາມດີງາມ ຄວາມອົບອຸ່ນໃນຫົວໃຈ. ລະເປັນຫັຍງເຮົາບໍ່ປະຕິບັດຕໍ່

ເຂົາຄືດັ່ງໃຈຄິດ.

altaltໃຫ້ຄວາມຮູ້ສຶກດີດີ.......ຈາກຈິດໃຈທີ່ດີດີ................ໃຫ້ຄວາມຄຳນຶງເຖິ່ງ...............ຈາກຈິດໃຈທີ່ນຶກເຖີ່ງ

ໃຫ້ຄວາມຫ່ວງ......................ຈາກຈິດໃຈທີ່ເປັນຫ່ວງ... ໃຫ້ໄປເລີຍໃຫ້ໄປດີດີ ແຕ່ມີ ສະຕິ, ໃຫ້ໄປເລີຍໃຫ້ໄປເທົ່າ

ໃດກໍ່ໄດ້ແຕ່ເມື່ອໃຫ້ໄປແລ້ວຕ້ອງຮ້ອນຮົນກັງວົນ ແລະ....... ຫາກເມື່ອໃດຮູ້ສຶກຈິດໃຈກະວົນກະວາຍກໍ່ໃຫ້ຍຸດແລ້ວ

ຄິດໄຕ່ວຕ່ອງເບິ່ງກ່ອນຢ່າປ່ອຍໃຫ້ພາຍຸອາລົມພັດເອົາ **ສີ່ງດີດີ**ກະແຈກກະຈາຍເພາະການໃຫ້**ຄວາມໝາຍ**

ບໍ່ແມ່ນ**ການຕັ້ງຄວາມຫັວງ**ຄົນສອງຄົນໃຫ້ຄວາມໜາຍເຊິ່ງກັນ ແລະ ກັນ ແຕ່ຄົນສອງຄົນ**ບໍ່ຕັ້ງຄວາມຫັວງ**

ໄວ້ໃນກັນ ແລະ ກັນ.

altalt ຈົ່ງໃຫ້ຄວາມພິເສດເປັນຊີວິດຊີວາເປັນແວ່ວຕາທີ່ແຈ່ມໃສເປັນຄວາມຫ່ວງໄຍທີ່ເມື່ອໃດທີ່ນຶກເຖິ່ງກຍີ້ມໄດ້

ບໍ່ແລ່ນໜີແຕ່ບໍ່ແລ່ນຕາມບໍ່ຫັກຫ້າມ ແລະ ບໍ່ກະໂດດໃສ່ບໍ່ເປັນນໍ້າຕານທີ່ຫວານອ່ອນໄຫວ ແຕ່ເປັນຄວາມອົບອຸ່ນ

ໃນຫົວໃຈ ແລະ ເອື້ອອາທອນຈົງເປັນຄວາມແຈ່ມໃສໃນອາລົມຂອງຕົວເອງ, ເປັນຄວາມຊຸມຊື່ນສົດໃສເຊັນສາຍນໍ້າ

                    ຈະອີກດົນປານໃດ ບໍ່ວ່າຄົນພິເສດຄົນນັ້ນຈະຢູ່ໄກ້ ຫຼື ຕ້ອງຈາກກັນໄກ

                                ຄວາມພິເສດນັ້ນຈະຄົງຢູ່ຢ່າງມີຄຸນຄ່າ

                                        ທີ່ໃຈຂ້າງຊ້າຍຄືກັນ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

                                                              altalt ຄວາມຮັກກໍ່ຄືນໍ້າລ້າໆ.......ເຖິ່ງບໍ່ມີລົດຊາດແຕ່ກໍ່ຂາດບໍ່ໄດ້.

                                                              altalt ຄວາມຮັກກໍ່ຄືນໍ້າລ້າໆ.......ທີ່ເຮັດໃຫ້ເຮົາມີຊີວິດຢູ່ໄດ້.

                                                              altalt ຄວາມຮັກກໍ່ຄືນໍ້າລ້າໆ.......ບາງຄັ້ງກໍ່ຕ້ອງການຫຼາຍບາງຄັ້ງກໍ່ນ່າເບື່ອ

                                          altalt ຄວາມຮັກກໍ່ຄືນໍ້າລ້າໆ.......ມັນເຮັດໃຫ້ເຮົາສົດໃສ ແລະ ມີກຳລັງໃຈທີ່ຈະກະທຳໃນສິ່ງທີ່ຕ້ອງການຕໍ່ໄປ.

                                                              altalt ຄວາມຮັກກໍ່ຄືນໍ້າລ້າໆ.......ມັນອາດຈະເບິ່ງວ່າບໍ່ມີຫັຍງ.

                                                                           ແຕ່ມັນກັບມີອິດທິພົນຕໍ່ກັບຊີວິດເຮົາຫຼາຍ

                                                          altalt ຄວາມຮັກກໍ່ຄືນໍ້າລ້າໆ.......ນ້ອຍໄປກໍ່ບໍ່ພໍຫຼາຍໄປກໍ່ອື່ມໂພດ.

                                            altalt ຄວາມຮັກກໍ່ຄືນໍ້າລ້າໆ.......ຍິ່ງ*********ງເຫີນມັນຫຼາຍເທົ່າໃດກໍ່ຍິ່ງຕ້ອງການມັນຫຼາຍເທົ່ານັ້ນ.

                                                                    ໃຜຈະ**ຂັດຂວາງ**ຄວາມຮັກຄົງຈະບໍ່ສຳເລັດຢ່າງທີ່ຄິດ.

                                                 ໃຜຈະ**ຕັດໃຈ** ຈາກຄວາມຮັກມັນຄົງຈະເຮັດບໍ່ໄດ້ເຊັນກັນ

                                                                    ຫຼື ໃຜຄິດທີ່ຈະ**ລືມ**ຄວາມຮັກລະກໍ່ ບໍ່ມີທາງຄືກັບນໍ້າລ້າໆ

                                                                                         ເຮົາລືມນໍ້າລ້າໆໄດ້ບໍ່? ຢ່າເຂົ້າໃຈວ່າຄວາມຮັກຄືນໍ້າຫວານ ຫຼື ນໍ້າອັດລົມຊ່າໆ

                                                                                ມັນເປັນພຽງນໍ້າລ້າໆເທົ່ານັ້ນ ຖ້າມັນເປັນຮັກແທ້.

                                                                          ເຖິ່ງວ່ານໍ້າລ້າໆຈະຊາບຊ່າບໍ່ເທົ່ານໍ້າຫວານ ຫຼື ນໍ້າອັດລົມ

                                                                                             ເຖິ່ງວ່ານໍ້າລ້າໆຈະບໍ່ມີນໍ້າຕານເປັນຕົວກະຕຸ້ນໃຫ້ເກີດພະລັງໃນຮັກ

                                                                                                            ແຕ່ນໍ້າລ້າໆມັນແທບຈະບໍ່ມີຜົນຂ້າງຄຽງໃດໆເລີຍມັນຮັກສາຄຸນຄ່າ

                                                                                              ໄດ້ດີກວ່ານໍ້າໃດໆນໍ້າລ້າໆເມື່ອພົບກັບເກືອມັນກໍ່ລະລາຍເກືອຄືກັບ

                                                                                   ຮັກແທ້ ຄົນທີ່ຮັກເຮົາແທ້ໆເມື່ອເຮົາພົບກັບຄວາມທຸກ ເຂົາກໍ່ຈະພະ

                                                                           ຍາຍາມຮັບຄວາມທຸກນັ້ນຈາກເຮົາໃຫ້ໄດ້ຫຼາຍທີ່ສຸດ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

altໃຜທີ່ກຳລັງຊອກຫາວິທີ່ງໍ້ຄົນຮັກ....ຫັນມາທາງນີ້ ນາດາ ມາຝາກເພື່ອນໆalt

altສະແດງຄວາມເປັນຄົນທີ່ຈິງໃຈ:ບໍ່ຕ້ອງເວົ້າຂີ້ຕວະຫຼອກລວງອີກ ຕ້ອງຊື່ສັດ ຕ້ອງບອກກັບເຂົາວ່າ

ເປັນຫັຍງເຮົາຈິ່ງເຮັດຜິດ ແລະ ເຮົາໄດ້ຮຽນຮູ້ຈາກການກະທຳຂອງຕົວເອງແລ້ວ, ເຮັດໃຫ້ເຂົາເຊື່ອວ່າ

ເຮົາບໍ່ສາມາດຢູ່ໄດ້ຫາກບໍ່ມີເຂົາ.

altຊື້ຂອງຂັວນທີ່ພິເສດໃຫ້: ຄວນເລືອກຂອງຂັວນທີ່ມີຄວາມໜາຍພິເສດ ໂດຍສະເພາະບາງສິ່ງບາງ

ຢ່າງທີ່ຊ່ວຍກະຕຸ້ນໃຫ້ເຂົາຄິດເຖິ່ງຄວາມຮັກທີ່ລຶກຊິງຂອງເຮົາກັບເຂົາທີ່ມີຮ່ວມກັນ

altຊ່ວນເຂົາອອກເດດສແລ້ວສັງເກດຄວາມຫວານທີ່ສະແດງອອກ: ຖ້າຫຼາຍສິ່ງລົງຕົວ ແລະ ທັງສອງ

ເຂົ້າໃຈກັນຫຼາຍຂື້ນ. ເຂົາຈະສະແດງໃຫ້ເຫັນຄວາມໂລແມນຕິກໃນຕົວເຂົາ ແລະ ບັນຍາກາດທີ່ດີໆດັ່ງເກົ່າ.

altເປັນຕົວຂອງຕົວເອງໃນສາຍຕາຂອງເຂົາ.

altບອກກັບເຂົາຕົງໆເລີຍວ່າເຮົາຍັງຮັກເຂົາຢູ່

altສະກິດໃຈເຂົາວ່າຖ້າຫາກເຂົາບໍ່ກັບມາຮັກເຮົາອີກເຂົາອາດຈະເສຍໂອກາດທີ່ດີໆໄປກໍ່ໄດ້. ອາດຈະສະແດງໃຫ້

ເຂົາເກີດອາການຫຶງຫວງໃນຕົວເຮົາ

altປັບຄວາມເຂົ້າໃຈ: ເຮົາຈະຕ້ອງປັບຕົວເອງໄໝ່ ແລະ ປັບຕົວເຂົ້າຫາເຂົາ ແຕ່ຍ່າໃຈຮ້ອນ ໃຈເຢັນໆ.

altບໍ່ຕ້ອງປາກຢ່າງ ແລະ ເຮັດຢ່າງ

altສະແດງໃຫ້ເຫັນເຖິ່ງຄວາມປ່ຽນແປງຂອງຕົວເຮົາ.

altaltສັນຍາວ່າຈະເປັນຄົນຮັກທີ່ດີ ແລະ ຈະບໍ່ເຮັດຜິດໆອີກ.

ລອງໆໆເບິ່ງເດີເພື່ອນໆ ຖ້າງໍ້ບໍ່ສຳເລັດແນະນຳວ່າ ເລີກaltalt

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

altແຖວນີ້ມີຄົນທີ່ອົກຮັກແດ່ບໍ່ ຖ້າຫາກຍັງລືມຄົນຮັກບໍ່ໄດ້ຫັນມາທາງນີ້ ນາດາ ມີວິທີລືມໃຫ້ເພື່ອນໆທຸກຄົນalt

ພ້ອມກັນ ຫຼື ຍັງຖາມຕົວເອງວ່າໃຈເຂັ້ມແຂງພໍແລ້ວບໍ່ມາລຸຍກັນເລີຍaltalt

altເລີ່ມຕັ້ນຄື ຄິດວ່າຕ້ອງລືມເຂົາໃຫ້ໄດ້ແຕ່ວ່າບໍ່ແມ່ນສິ່ງທີ່ດີໆໃນຕົວເຂົາ.

altaltພະຍາຍາມຕ໋ອກຢຳຄວາມຄິດນັ້ນ ເພື່ອບໍ່ໃຫ້ເກີດມີຄວາມອາໄລອາວອນຫາຕົວເຂົາຫຼາຍເກີນໄປ.

altaltaltພະຍາຍາມຫຼີກລ້ຽງການພົບກັບເຂົາແບບຕົວຕໍ່ຕົວ ເພາະວ່າຖ້າຫາກເຂົາເກີດເຮັດດີກັບເຮົາ

ຂື້ນມາ, ກໍ່ຈະເຮັດໃຫ້ເຮົາຍິ່ງຫັ່ວນໄຫວ ແຕ່ຖ້າຫາກເຂົາມາກັບແຟນໄໝ່ຈະເປັນການດີຈະໄດ້ເຈັບເທື່ອດຽວແລ້ວຈຳ.

altalt ພະຍາຍາມຫຼີກລ້ຽງການໄປສະຖານທີ່ເດີມໆເມື່ອຄັ້ງທີ່ມີຄວາມຮັກກັບເຂົາ.

altຫາກິດຈະກຳໄໝ່ໆທີ່ແຕກຕ່າງຈາກຕອນທີ່ຍັງຮັກເຂົາ ແລະ ສະນຸກກັບມັນໃຫ້ເຕັມທີ່.

alt ບໍ່ຕ້ອງປ່ອຍໃຫ້ຕົວເອງມີເວລາວ່າງຫຼາຍເກີນໄປ ພົບປະສ້າງສັນກັບເພື່ອນໆເຂົ້າໄວ້ ເພາະຈະເປັນ

ຊ່ວງເວລານື່ງເທົ່ານັ້ນ, ຈາກນັ້ນເຮົາຈະສາມາດຢູ່ຄົນດຽວໄດ້ບໍ່ຕ້ອງຫ່ວງ.

alt ເຮັດໃນສິ່ງທີ່ບໍ່ເຄີຍເຮັດຫາປະສົບການໄໝ່ໆໃຫ້ກັບຕົວເອງຖ້າບາງຄັ້ງຕ້ອງການທີ່ຈະ

ລະບາຍຄວາມໃນໃຈຂໍແນະນຳວ່າ ການໄປຮ້ອງເພງ ແລະ ເປັນໂອກາດທີ່ດີທີ່ຈະໄດ້ພົບກັບເພື່ອນໄໝ່ໆ

alt ຢ່ານັ່ງເບິ່ງທ້ອງຟ້າໃນຕອນທ່ຽງເພາະບັນຍາກາດມັນງຽບເຫງາສຸດໆ, ເພາະຈະເຮັດໃຫ້ເຮົາຄິດເຖິງອາດີດ

ທີ່ເຄີຍຮັກກັບເຂົາ NoNoNo

altຢ່ານັ່ງເບິ່ງເວລາຝົນຕົກເພາະຈະເຮັດໃຫ້ເຮົາຮ້ອງໄຫ້ເພາະຄິດຮອດເຂົາ.

altຢ່າຫາເລື້ອງກິນຈົນເຮັດໃຫ້ຕົວເອງອ້ວນ ເພາະມັນຈະເຮັດໃຫ້ເຮົາໝົດຄວາມໜັ້ນໃຈໄປກ່ວາເກົ່າອີກ

(ດຽວຈະຫາແຟນໄໝ່ບໍ່ໄດ້ ຮື້ ຮື້ ຮື້)altaltalt

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

altNada ມີເລື້ອງ ຂອງ <ຮັກໆ> ມາຝາກalt

altaltຄຳວ່າ ຮັກ ບໍ່ມີຄຳວ່າ ເສົ້າໃຈ, ທຸກໃຈ ຫຼື ສິ່ງໃດທີ່ເຮັດໃຫ້ຮູ້ສືກບໍ່ດີaltalt

altຮັກ ຈະຕ້ອງມີແຕ່ສິ່ງທີ່ດີໆໃຫ້ກັນ ແລະ ກັນalt

ແຕ່ບາງຄັ້ງກໍ່ມີສິ່ງທີ່ບໍ່ດີເກີດຂື້ນກັບຄວາມຮັກຂອງຄົນສອງຄົນ ແລະ ອາດຈະບໍ່ເກີດຈາກຄວາມຮັກກໍ່ໄດ້

ແຕ່ເກີດຈາກຄວາມຄາດຫັວງຂອງຄົນຮັກ ເພາະຫຼາຍຄົນຄິດວ່າຖ້າເຮົາຮັກໃຜຈັກຄົນແລ້ວຈະຕ້ອງໄດ້ຮັບ

ຜົນຕອບແທນ. ແຕ່ຄວາມຈິງແລ້ວເປັນແບບນັ້ນບໍ່? ຢາກໃຫ້ເພື່ອນທຸກໆຄົນຫວນຄືນທົບທວນຄຳວ່າຮັກ

ອີກຄັ້ງພ້ອມໆກັນ.

ການຄາດຫັວງເກີດຂື້ນໄດ້ກັບທຸກໆຄົນ ແລະ ຈະເກີດຫັຍງ?ຂື້ນຖ້າຄວາມຄາດຫັວງຂອງຄົນສອງຄົນບໍ່ຕົຣງ

ກັນເຮົາຄົງຈະນືກເຫັນພາບຂອງຄວາມຮັກທີ່ກຳລັງລຸດນ້ອຍຖ້ອຍລົງ. ຈາກນັ້ນເມື່ອເຮົາເຮັດສິ່ງໃດສິ່ງນື່ງດ້ວຍ

ໃຈເພື່ອທີ່ຈະມອບໃຫ້ກັບຄົນທີ່ຮັກ ແຕ່ບໍ່ຕົງກັບຄວາມຄາດຫັວງຂອງຄົນທີ່ເຮົາຮັກຂອງຂັວນສິ່ງນັ້ນຈະໝົດຄວາມ

ໝາຍທັນທີ ແລະຕົວເຮົາເອງກໍ່ໝົດກຳລັງໃຈ. ທຸ່ມເທທຸກສິ່ງທຸກຢ່າງໃຫ້ກັບເຂົາແຕ່ກັບບໍ່ໄດ້ຮັບຜົນຕອບແທນໃດໆ

ກັບມາມີແຕ່ຄວາມເຫົງາໃຈ ກັບ ຄວາມຫັວງທີ່ເລື່ອນລາງບໍ່ມີຈຸດໝາຍປາຍທາງ.

altaltເພາະສະນັ້ນ altalt

ຮັກ ໂດຍບໍ່ຄາດຫັວງ ເມື່ອທຸ່ມເທແລ້ວບໍ່ຕ້ອງຫັວງຜົນຕອບແທນ ແລະ ຕ້ອງຍອມຮັບຄວາມເປັນຈິງ.

ເມື່ອເຂົາມອບສິ່ງທີ່ດີໆບໍ່ຄວນຮຽກຮ້ອງວ່າຕ້ອງເປັນສິ່ງທີ່ຕົນຕ້ອງການ, ເປັນຕົວຂອງຕົວເອງໃນບາງ

ຄັ້ງ ແລະ ກ້າທີ່ຈະອ່ອນແອໃນບາງເວລາ.

ໃນທີ່ສຸດສິ່ງທີ່ດີໆຈະເກີດຂື້ນ ແລະ ຮັກທີ່ປາດຖະໜາກໍ່ຈະກ້າວເຂົ້າມາ

altພ້ອມກັບຄຳວ່າ ຮັກ ມີແຕ່ສິ່ງທີ່ດີໆໃຫ້ ກັນ ແລະ ກັນ.alt

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

                         alt ເຮົາຈະຮັກຢ່າງໃດເພື່ອໃຫ້ຮູ້ຈັກຮັກໃຫ້ເປັນ ແລະ ຈະຮັກຢ່າງໃດເພື່ອໃຫ້ທັງໃຈເຮົາ ແລະ ໃຈເຂົາມີຄວາມສຸກໄປພ້ອມກັນ

                            ບໍ່ວ່າຄວາມຮັກນັ້ນຈະສົມຫັວງ ຫຼື ບໍ່ກໍ່ຕາມ, ຮັກໄດ້ກໍ່ຄືການຂັບລົດໄດ້ພຽງແຕ່ໃສ່ກະແຈແລ້ວສະຕາດເຄື່ອງເຂົ້າເກຍຍຽບຄັນ

                     ເລັ່ງບໍ່ຕ້ອງສົນກົດຈາລະຈອນອາດເກີດອຸບັດຕິເຫດເລີ່ມຈາກບາດເຈັບຈົນເຖີງເສຍຊີວິດ. ແຕ່ຖ້າຮັກເປັນກໍ່ຄືການຮູ້ຈັກກົດຈາລະຈອນ

                           ມີບັງຄັບການຍຽບຄັນເລັ່ງຖ້າຕ້ອງການທີ່ຈະແຊງຂວາຈະຕ້ອງເປິດໄຟລ້ຽວຂໍທາງເມື່ອຕ້ອງການທີ່ຈະຈອດລົດກໍ່ຕ້ອງຮູ້ຈັກຜ່ອນ

                            ຄວາມໄວລົງເພື່ອຈອດລົດແບບປອດໄພ.

          ເຊັນດຽວກັນກັບຄວາມຮັກຖ້າເຮົາຮູ້ຄວາມຮັກຄືຫັຍງ?

                   ຮັກແບບໃດໃຫ້ມີຄວາມສຸກຮັກແບບໃດບໍ່ໃຫ້ເປັນພິດຍ້ອນກັບມາທຳລ້າຍຕົວເຮົາເອງ, ຮັກໃຫ້ເປັນຄືຕ້ອງພິຈາລະນາວ່າຮັກແບບໃດ?

               ເພາະສະໄໜນີ້ຄົນເຮົາຮັກກັນແບບທຸ່ມເທໝົດໃຈ(ສຳລັບຄົນທີ່ຈິງໃຈໃນຄວາມຮັກ)ໃຫ້ກັບຄົນທີ່ຕົນເອງຮັກໂດຍບໍ່ມີເຫດຜົນ, ໄຊ້ແຕ່ຄວາມ

               ຫຼົງຮັກ, ຄວາມຮັກຂ້າງດຽວ ຈົນເຮັດໃຫ້ຕາບອດໃນບາງຄັ້ງ ລັບໄປກັບຄວາມຝັນລົມໆແລ້ງແບບບໍ່ມີຈຸດໝາຍປາຍທາງແຕ່ຢ່າງໃດ. ແຕ່ກ່ວາ

               ຈະມີຄົນເອົາໄມ້ມາຕີໃຫ້ຕື່ນຈາກຝັນນັ້ນກໍ່ສາຍເກີນໄປແລ້ວ. ຄວາມຮັກບໍ່ຈຳດປັນຕ້ອງໄຊ້ເຫດຜົນ, ໄຊ້ພຽງອາລົມຄວາມຮູ້ສືກ ແລະ ສັນຊາດ

               ຕະຍານເທົ່ານັ້ນ ແຕ່ເປັນເພາະສິ່ງຕ່າງໆເລົ່ານັ້ນບໍ່ແມ່ນບໍ່? ທີ່ເຮັດໃຫ້ເຮົາເລືອກທາງເດີນຂອງຄວາມຮັກຜິດພາດເລີຍຕ້ອງມານັ່ງນຳຕາເຊັດ

               ຫົວເຂົ່າເພາະຫຼົງຜິດ.

 

 ສິ່ງທີ່ເວົ້າທັງໝົດ Nada ຢາກໃຫ້ເພື່ອນທຸກຄົນ

ໄດ້ອ່ານ ແລະ ພິຈາລະນາຄວາມໝາຍ

ຂອງມັນກັບຄວາມເປັນຈິງ. alt