ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2009 | ມີ 26 ຄຳເຫັນ ແລະ 0 trackback(s)

alt
ຮູບປະກອບ

ຜູ້ຍິງສ່ວນຫຼາຍມັກຈົ່ມວ່າຫຼາຍໆຄັ້ງທີ່ໜ້າຕາຂອງຕົນເອງເປັນສິ່ງສຸດທ້າຍທີ່ຜູ້ຊາຍຈະເບິ່ງ ແລະ ດຽວນີ້ຜົນການວິໄຈທາງ ວິທະຍາສາດໄດ້ຊີ້ຊັດແລ້ວວ່າ ບັນດາສາວໆ ບໍ່ໄດ້ຄິດກັນໄປເອງ

ນັກວິໄຈພົບວ່າ 47% ໃນການເບິ່ງແວບຜ່ານສາຍຕາຂອງຜູ້ຊາຍມີເປົ້າໝາຍທີ່ໜ້າເອິກສາວ ແລະ 1 ໃນ 3 ຂອງສິ່ງທີ່ ເອີ້ນວ່າ: "ຄວາມມົກມຸ້ນທຳອິດ" ຢູ່ທີ່ເອວ ແລະ ສະໂພກ ຂະນະທີ່ບໍ່ມີເຖິງ 20% ຢູ່ທີ່ໃບໜ້າ

ຜູ້ຊ່ຽວຊານຍັງຄົ້ນພົບວ່າ ບໍ່ແມ່ນແຕ່ພຽງແນມເບິ່ງຈະເປັນສິ່ງທຳອິດເທົ່ານັ້ນ ແຕ່ໜ້າເອິກຍັງເປັນສ່ວນທີ່ຜູ້ຊາຍທອດສາຍຕາ ແນມເບິ່ງດົນກວ່າອະໄວຍະວະສ່ວນອື່ນທີ່ມີຢູ່ເທິງຮ່າງກາຍຂອງຍິງສາວ

ເຊື່ອກັນວ່າສາເຫດແມ່ນມາຈາກປັດໄຈທາງດ້ານວິວັດທະນາການ ເນື່ອງຈາກຜູ້ຍິງທີ່ມີໜ້າເອິກໜ້າໃຈໃຫຍ່ ແຕ່ແອວຄອດ ເຊັ່ນ: ນັກຮ້ອງໂອເປຣາ ແຄທເທີລີນ ເຈນກິນສ໌ນັ້ນ ມີຮໍໂມນເອສໂຕຣເຈນຂອງເພດຍິງສູງ ບົ່ງເຖິງໂອກາດໃນການຈະ ເລີນພັນສູງຄືກັນ

ຢ່າງໃດກໍ່ຕາມ ນັກວິໄຈຍອມຮັບວ່າອາດມີຄຳອະທິບາຍທີ່ຊັບຊ້ອນນ້ອຍກວ່ານັ້ນ

"ຜູ້ຊາຍອາດແນມເບິ່ງໜ້າເອິກຂອງຜູ້ຍິງຫຼາຍກວ່າສ່ວນອື່ນໆ ເພາະແຕ່ຄວາມເພິ່ງພໍໃຈໃນຄວາມສວຍງາມຂອງຮ່າງກາຍ ຂອງຜູ້ຍິງເທົ່ານັ້ນ ໂດຍບໍ່ກ່ຽວກັບໜ້າເອິກຈະນ້ອຍ ຫຼື ໃຫຍ່"

ນັກວິໄຈຈາກມະຫາວິທະຍາໄລເວລລິງຕັນໃນນິວຊີແລນ ໄດ້ທຳການວິໄຈເລື່ອງນີ້ ໂດຍຂໍໃຫ້ອາສາສະໝັກຊາຍເບິ່ງຮູບຂອງ ຜູ້ຍິງຄົນດຽວກັນ 6 ຮູບ ແຕ່ລະຮູບຈະໃຊ້ເທັກນິກດິຈິຕອລແກ້ໄຂໃຫ້ຂະໜາດໜ້າເອິກ, ແອວ ແລະ ສະໂພກ ແຕກຕ່າງກັນ

ຈາກນັ້ນ ນັກວິໄຈທຳການບັນທຶກວ່າສ່ວນໃດທີ່ຜູ້ຊາຍມັກເບິ່ງເປັນຈຸດທຳອິດ ຈຳນວນຄັ້ງ ແລະ ໄລຍະເວລາທີ່ເບິ່ງ ໂດຍໃຊ້ກ້ອງ ແລະ ແກ້ວແວ່ນຈັບການເຄື່ອນໄຫວຂອງໜ່ວຍຕາຂອງອາສາສະໝັກແຕ່ລະຄົນ

ຜົນການສຶກສາສະຫຼຸບວ່າ 80% ຂອງຄວາມມົກມຸ້ນທຳອິດແມ່ນຢູ່ທີ່ໜ້າເອິກ ແລະ ໜ້າທ້ອງ ຜູ້ຊາຍໃຊ້ເວລາແນມເບິ່ງເອິກ ດົນກວ່າສ່ວນອື່ນໆ ແລະ ຍັງເບິ່ງຊ້ຳຫຼາຍກວ່າສ່ວນອື່ນອີກດ້ວຍ

ນອກຈາກນັ້ນຍັງພົບວ່າ ຜູ້ຊາຍເລີ່ມເບິ່ງ "ສ່ວນປະກອບຂອງຊວດຊົງນາລິກາຊາຍ" ພາຍໃນ 0.2 ວິນາທີ ແຕ່ເບິ່ງໄປທີ່ແຂນ ສົ້ນນ່ອງ ແລະ ຕີນນ້ອຍ

* ຄັດຈາກ: manager.co.th, ວັນທີ 14-09-2009

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 1 ຄຳເຫັນ ແລະ 0 trackback(s)

ໄມໂຄຣຊອຟໄດ້ກ່າວໄວ້ວ່າ: ຫຼາຍໆ ບໍລິສັດທີ່ໃຊ້ວິນໂດ ທີ່ບໍ່ມີລິດຂະສິດຈະມີໂອກາດຫຼາຍກວ່າທີ່ຈະພົບກັບລະບົບລົ້ມ ແລະ ຂໍ້ມູນລູກຄ້າສູນຫາຍ

ຈາກການວິໄຈທີ່ເຮັດຂື້ນໂດຍ Harrison Group Inc.  (ແຕ່ໄມໂຄຣຊອບເປັນຜູ້ຈ່າຍ) ບອກວ່າບໍລິສັດຂະໜາດກາງ ທີ່ມີເຄື່ອງ PCs ຫຼາຍກວ່າ 24 ເຄື່ອງແຕ່ນ້ອຍກວ່າ 500 ເຄື່ອງນັ້ນ ຫາກໃຊ້ວິນໂດທີ່ຜິດລິດຂະສິດດົນເຖິງ 24 ຊົ່ວໂມງ ຈະມີເປີເຊັນການລົ້ມຂອງລະບົບຫຼາຍກວ່າ 43% ຂອງວິນໂດມີລິດຂະສິດ ທຸລະກິດເລົ່ານັ້ນຍັງມີເປີເຊັນທີ່ຈະເຮັດໃຫ້ ຂໍ້ມູນລູກຄ້າເສຍຫາຍກວ່າ 28% ແລະ ຍັງມີເປີເຊັນທີ່ຈະເສຍຂໍ້ມູນຂອງຕົນເອງຫຼາຍກວ່າ 73% ຂອງຄົນທີ່ໃຊ້ວິນໂດ ຖືກລິດຂະສິດ, ຜົນສະຫຼຸບນີ້ໄດ້ຈາກການສຳພາດຜູ້ຊ່ຽວຊານດ້ານໄອທີ ແລະ ນັກທຸລະກິດປະມານ 1,600 ບໍລິສັດ ໃນ ອະເມລິກາ, ຢູເຄນ, ຈີນ ແລະ ບຣາຊິລ

ການສຳຫຼວດນີ້ເກີດຈາກການທີ່ໄມໂຄຣຊອຟ ຖືກໂຈມຕີຈາກຜູ້ໃຊ້ເລື່ອງການເອົາ Windows Genuine Advantage (WGA) ມາໃຊ້ ເພື່ອເອື້ອປະໂຫຍດໃຫ້ກັບຜູ້ໃຊ້ວິນໂດຖືກຕ້ອງລິດຂະສິດ ເຮັດໃຫ້ຜູ້ໃຊ້ວິນໂດຜິດລິດຂະສິດພົບບັນຫາ ການປະຕິບັດງານຫຼາຍຢ່າງ ແຕ່ມາໂຍນຄວາມຜິດຂອງວິນໂດ ໃນເນື້ອຫາການບ໋ອກຂອງໄມໂຄຣຊອຟກ່ຽວກັບ WGA ເມື່ອວັນອັງຄານທີ່ຜ່ານມາ Alex Kochis ຊຶ່ງເປັນເຫດໃຫ້ senior product manager ຂອງ ໄມໂຄຣຊອຟບອກວ່າ ບໍ່ເປັນເລື່ອງທີ່ແປກໃນສິ່ງທີ່ປອມແປງມີແນວໂນມທີ່ຈະມີບັນຫາຢູ່ແລ້ວ

ນີ້ບໍ່ແມ່ນຄັ້ງທຳອິດທີ່ໄມໂຄຣຊອຟຕ້ອງກ່ຽວຂ້ອງກັບວິນໂດຜິດລິດຂະສິດໃນດ້ານລົບແບບນີ້ (ເຊັ່ນ: pirated copies ທີ່ມີ malware) ຢ່າງໃດກໍ່ຕາມ ໄມໂຄຣຊອຟ ກໍ່ຍັງຕ້ອງອອກ tweak WGA ເຊັ່ນໃນເມື່ອເດືອນທີ່ຜ່ານມາ ຊຶ່ງເປັນອັບເດດ ສຳລັບຜູ້ທີ່ໃຊ້ Windows XP Professional ຊຶ່ງຈະເຮັດໃຫ້ເກີດ  nagging more prominentສຳລັບຜູ້ທີ່ໃຊ້ຂອງປອມ

ໝາຍເຫດຂອງ natty: nagging more prominent ຄື: ເຮັດໃຫ້ຜູ້ໃຊ້ຂອງປອມຈະຕ້ອງ ຂ້າມ (skip) ທຸກໆ ການອັບ ເດດ ເຮັດໃຫ້ຈະບໍ່ສາມາດແກ້ໄຂບັນຫາບາງຢ່າງໄດ້ ສ່ວນຜູ້ໃຊ້ຂອງແທ້ຈະເຮັດໄດ້ ຫຼື ເອີ້ນງ່າຍໆວ່າ: ມັນຈະສົ່ງຂໍ້ຄວາມ ເຕືອນແບບໜ້າລຳຄານ ຫຼາຍກວ່າເກົ່າ (ເຊັ່ນ: ໜ້າຈໍສີດຳ, ຂື້ນບອລລູນເຕືອນຢູ່ມູມເບື້ອງຂວາຂ້າງລຸ່ມຂອງຈໍແບບທີ່ເຫັນ ຕອນໃຊ້ຂອງປອມ ແຕ່ຈິງໆແລ້ວ ຖືວ່າເປັນຄວາມສະຫຼາດ ທີ່ຈະເຮັດໃຫ້ຄົນໃຊ້ຂອງປອມໄດ້ປະໂຫຍດບໍ່ເທົ່າຄົນທີ່ຊື້)