ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຄອບຄົວຫຼາຍໆ ທ່ານ ທີ່ມີສະມາຊິກໃນຄອບຄົວ ມັກອອກໄປສະຜົມຕາມຮ້ານເສີມສວຍ ຫຼື ກໍ່ນອນໃຫ້ລູກຫຼານສະໃຫ້ຢູ່ເຮືອນ ໂດຍສະເພາະ ແມ່ເຮືອນ ຫຼື ລູກສາວ ມັກຈະຄຸ້ນກັບເລື່ອງແບບນີ້ດີ ແຕ່ຈະມີຈັກຄົນທີ່ຈະຮູ້ວ່າ ການນອນຫງາຍແຫງຄໍເທິງຕຽງສະຜົມເລື້ອຍໆ ອາດເຮັດ ໃຫ້ເກີດພາວະການກົດທັບຂອງເສັ້ນປະສາດໄຂສັນຫຼັງສ່ວນຄໍ ຊຶ່ງເປັນສາເຫດໃຫ້ເກີດອາການປວດຄໍລົງຫາແຂນ ຫຼື ແຂນມືນຊາໄດ້

ອາການດັ່ງກ່າວ, ທ່ານໝໍຜູ້ຊ່ຽວຊານ ອະທິບາຍໃຫ້ຮູ້ວ່າ: ກະດູກສັນຫຼັງຂອງຄໍປົກກະຕິ ຈະມີຊ່ອງດ້ານຂ້າງສອງຂ້າງ ຊຶ່ງເປັນທາງອອກ ຂອງເສັ້ນປະສາດໄປຫາສັນຫຼັງ ໂດຍເສັ້ນປະສາດເຫຼົ່ານີ້ ເມື່ອຮວມກັນເປັນເສັ້ນປະສາດໃຫຍ່ ຈະໄປລ້ຽງກ້າມເນື້ອບໍລິເວນແຂນ ແລະມື ລວມທັງຮັບຄວາມຮູ້ສຶກໃນບໍລິເວນດັ່ງກ່າວ ຊຶ່ງຊ່ອງທີ່ວ່ານັ້ນ ຈະມີຮູບຮ່າງກົມ ຫຼື ເປັນຮູບໄຂ່ ແລະຊ່ອງຈະແຄບລົງໜ້ອຍໜື່ງ ເມື່ອເຮົາ ແຫງນຄໍ

ສຳລັບບາງຄົນ ເມື່ອມີແກ່ໂຕຂື້ນ ຫຼື ມີພາວະຄວາມເສື່ອມຂອງກະດູກສັນຫຼັງຢູ່ຄໍ ຫຼືໝອນຮອງກະດູກຄໍ ຈະເຮັດໃຫ້ກະດູກ ຫຼືໝອນຮອງກະດູກ ຍື່ນໄປໃນຊ່ອງດັ່ງກ່າວ ມີຜົນເຮັດໃຫ້ຊ່ອງແຄບລົງໄດ້ງ່າຍ ເມື່ອແຫງນຄໍ ແລະຈະແຄບຍິ່ງຂື້ນ ສົ່ງຜົນໃຫ້ກະດູກ ຫຼືໝອນຮອງກະດູກທີ່ເດ່ ອອກມາ ມີໂອກາດໄປກົດທັບ ແລະບຽດກັບເສັ້ນປະສາດໄຂສັນຫຼັງໄດ້ ເຮັດໃຫ້ຄົນໆ ນັ້ນ ເກີດອາການປວດມືນຊາ ຕາມແນວເສັ້ນປະສາດ ນັ້ນເອງ

ດັ່ງນັ້ນ, ທ່ານຍິງ ບໍ່ວ່າຈະເປັນແມ່ບ້ານ ຫຼື ຜູ້ສາວ ທີ່ມັກໄປສະຜົມຢູ່ຕາມຮ້ານເສີມສວຍ ຊຶ່ງທ່ານອນສະທີ່ຕ້ອງແຫງນຄໍຢູ່ເທິງຕຽງສະ ຕຽງສະຜົມ ເປັນເວລາດົນ ອາດເຮັດໃຫ້ຊ່ອງທີ່ເສັ້ນປະສາດແຄບລົງໄດ້ ຫຼື ໃນບາງຄົນອາດຈະມີການກົດທັບເສັ້ນປະສາດເກີດຂື້ນໄດ້ ໂດຍ ອາການຈະແປໄປຕາມຄວາມນອນຂອງການສະຜົມ ເຮັດໃຫ້ບາງຄັ້ງເສັ້ນປະສາດໄຂສັນຫຼັງສ່ວນຄໍໄດ້ຮັບອາການເຈັບປວດຢ່າງຖາວອນ ຈົນເກີດອາການຂອງການກົດທັບເສັ້ນປະສາດເກີດຂື້ນ ຢ່າງໃດກໍ່ຕາມ ກໍ່ຄວນລະວັງ ເພາະມີການສຶກສາ ແລະ ຮຽກອາການໃນກຸ່ມນີ້ວ່າ: 'Salon sink syndrome'

ຜູ້ທີ່ມີຄວາມສ່ຽງ ຄື: ຜູ້ຍິງທີ່ມັກໄປສະຜົມຢູ່ຕາມຮ້ານເສີມສວຍເລື້ອຍໆ  ສ່ວນຄົນທີມີອາຍຸຫຼາຍ ກໍ່ອາດມີຄວາມສ່ຽງຫຼາຍກວ່າຜູ້ທີ່ມີອາຍຸນ້ອຍ ເນື່ອງຈາກມີພາວະກະດູກຄໍເສື່ອມ ຫຼື ໝອນຮອງກະດູກຄໍເສື່ອມຢູ່ແລ້ວ ທັງນີ້ ລວມທັງຄົນທີ່ເຄີຍມີປະຫວັດຂອງການເຈັບຄໍ ເພາະຈະມີ ຄວາມສ່ຽງຄືກັນ ຄົນທີ່ເຄີຍມີໝອນຮອງກະດູກຄໍເຄື່ອນ ຫຼື ກະດູກງອກໃນບໍລິເວັນນັ້ນຢູ່ແລ້ວ.

ດັ່ງນັ້ນ ການປ້ອງກັນທີ່ດີ ທ່ານໝໍເພິ່ນແນະນຳວ່າ: ຄວນຫຼີກລ້ຽງການໄປນອນສະຜົມ ໂດຍທ່າແຫງນຄໍ ແຕ່ຖ້າມີຄວາມຈຳເປັນອາດຈະຕ້ອງ ຍອມນອນໃຫ້ຫົວຕ່ຳລົງມາ ເຖິງວ່າຈະເຮັດໃຫ້ປຽກແນ່ກໍ່ຕາມ ໂດຍສະເພາະຜູ້ທີ່ປັດໄຈສ່ຽງ ບໍ່ວ່າຈະເຂົ້າຮ້ານເສີມສວຍດຸ ຫຼາຍໆຄັ້ງໆ ທັງທີ່ ເຮົາມີອາຍຸແກ່ ກໍ່ຄວນຫຼີກລ້ຽງໃນທ່າງການນອນສະຜົມໃນທ່ານອນຫງາຍແຫງນຄໍເທິງຕຽງສະຜົມໃຫ້ນ້ອຍລົງ ແຕ່ຫາກວ່າມີອາການປວດຄໍ ໂດຍສະເພາະອາການປວດຕາມບ່າໄຫຼ່ ຫຼື ແຂນ

ນອກຈາກນີ້ ຖ້າມີອາການມືນຊາ ຫຼືຍິບໆ ຢູ່ແຂນ ແລະມື ຫຼືຮູ້ສຶກວ່າ ກ້າມເນື້ອແຂນອ່ອນແຮງຫຼັງຈາກສະຜົມ ແລະ ເມື່ອພັກຜ່ອນແລ້ວ ອາການຍັງບໍ່ທັນດີຂື້ນ ໃຫ້ຟ້າວໄປປຶກສາກັບທ່ານໝໍທີ່ຊ່ຽວຊານດ້ານກະດູກສັນຫຼັງ ເພື່ອໄດ້ຮັບການວິນິດໄສ ແລະ ການຮັກສາທີ່ຖືກວິທີຕໍ່ໄປ ຊຶ່ງການຮັກສາຈະມີຕັ້ງແຕ່ການກິນຢາ, ເຮັດກາຍຍະພາບບຳບັດ ລື ການຜ່າຕັດ ເປັນຕົ້ນ.

 

hahaha

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ຫລາຍປະເທດ ທີ່ກໍາລັງ ພັທນາ ໃນຂົງເຂດ ເອເຊັຽ ປາຊີຝີກ ຍັງມີຄວາມ ຈໍາກັດໃນດ້ານ ດູແລຮັກສາ ຄົນປ່ວຍເປັນໂຣກ ຄວາມຈໍາເສື່ອມ ເນື່ອງຈາກຖືວ່າ ໂຣກນີ້ ເປັນໂຣກ ທໍັມມະຊາດ ທີ່ເກີດກັບ ຄົນແກ່ອາຍຸ.

ລາຍງານ ຂອງກອງປະຊຸມ 15 ປະເທດ ໃນຂົງເຂດເອເຊັຽ ປາຊີຝີກ ເມື່ອວັນທີ 21 ກັນຍາ ປີ 2006 ລະບຸວ່າ ຈໍານວນຄົນເປັນ ໂຣກຄວາມຈໍາເສື່ອມ ຫລືວ່າ Alzeimer ໃນພູມີພາກ ຈະເພີ້ມຂື້ນຈາກ 14 ລ້ານຄົນ ເປັນ 65 ລ້ານຄົນໃນປີ 2050. ການເພີ້ມຂື້ນນີ້ ແຕກຕ່າງກັນໄປ ໃນແຕ່ລະ ພູມີພາກ. ໃນປະເທດ Australia ແລະ ເກົາຫລີໃຕ້ ຣັຖບານໄດ້ ເອົາໃຈໃສ່ຫລາຍ ທີ່ສຸດໃນການ ຮັກສາສຸຂພາບ ຄົນປ່ວຍເປັນໂຣກ ຄວາມຈໍາເສື່ອມ ແຕ່ວ່າ ຫລາຍປະເທດທີ່ ກໍາລັງພັທນາ ໃນຂົງເຂດ ເອເຊັຽ ປາຊີຟິກ ຍັງມີຄວາມສາມາດ ຈໍາກັດໃນດ້ານ ການເອົາໃຈໃສ່ ກັບຜູ້ປ່ວຍ ເນື່ອງຈາກ
ຖືວ່າ ໂຣກນີ້ ເປັນໂຣກ ທໍັມມະຊາດທີ່ ເກີດກັບຄົນແກ່ອາຍຸ, ແລະເຫດຜົນນື່ງ ອີກແມ່ນຄວາມ ຈໍາກັດດ້ານການເງິນ ທີ່ຈະນໍາມາໃຊ້ ເຂົ້າໃນການເບິ່ງແຍງ ດູແລຄົນປ່ວຍ.

ສະພາບຂອງຄວາມ ຈໍາເສື່ອມ ພາສາແພດເອີ້ນວ່າ Dementia ຊື່ງໝາຍເຖິງ ສະພາບຊຸດໂຊມ ຂອງຄວາມຄິດ ຄວາມອ່ານ ແລະຄວາມຊົງຈໍາ ຊື່ງຈໍາກັດຄວາມ ສາມາດຂອງບຸກຄົນ ໃນການເຮັດ ສິ່ງໃດ ສິ່ງນື່ງ ທີ່ເຄີຽສາມາດ ເຮັດໄດ້ໃນເມື່ອກ່ອນ. ແຕ່ຖ້າເວົ້າເຖິງວ່າ ໂຣກທີ່ເປັນສາເຫດ ເຮັດໃຫ້ຄົນມີ ຄວາມຈໍາເສື່ອມແລ້ວ ກໍມີຫລາຍໂຣກ ດ້ວຍກັນ ເປັນຕົ້ນແມ່ນໂຣກ Alzeimer ແລະໂຣກອໍັມມະພາດ ຫລື stroke. ໂຣກ alzeimer ເປັນສາເຫດທີ່ເຮັດ ໃຫ້ຄົນມີຄວາມ ຈໍາເສື່ອມ. ໂຣກນີ້ ໂດຍມາກແມ່ນເກີດ ກັບຜູ້ມີອາຍຸສູງ ນັບຕັ້ງແຕ່ 65 ປີ ຫລືສູງກ່ວານັ້ນ. ຜູ້ທີ່ຈະປະເຊີນ ກັບໂຣກນີ້ຫລາຍ ກ່ວາໝູ່ໄດ້ແກ່ ຜູ້ທີ່ມີອາຍຸຍືນ. ອາການຂອງຄົນທີ່ ເປັນໂຣກຄວາມຈໍາເສື່ອມ ແຕກຕ່າງກັນ.

1-ໃນເວລາເລີ້ມຕົ້ນ ເປັນໂຣກ ຄວາມຈໍາເສື່ອມນັ້ນ ຄົນເຮົາມັກຈະມີ ຄວາມຫຍຸ້ງຍາກໃນ ການເຮັດວຽກ ປະຈໍາວັນທີ່ເຄີຽ ເຮັດມາຕຣອດຊີວິດ ເຊັ່ນວ່າ

•    ຫຍຸ້ງຍາກໃນການ ຂັບຣົຖ ຫຍຸ້ງຍາກໃນການ ເຮັດຢູ່ເຣັດກິນ

•    ບໍ່ມີຄວາມຊົງຈໍາດີ -ລືມໜ້າລືມຫລັງ

•    ກາຍເປັນຄົນທີ່ ບໍ່ສົນໃຈນໍາ ອີ່ຫຍັງໝົດ ຂາດຄວາມສາມາດ ຫລືຄວາມຕ້ອງການ ຢາກອອກ ຄວາມຄິດຄວາມເຫັນ ລີເລີ້ມໃນວຽກ ການງານ ຫລືຢາກເຮັດກິຈກັມ ໃດກິຈກັມນຶ່ງ

•    ບາງຄັ້ງ ບໍ່ສາມາດຈໍາໄດ້ ວ່າຕົນເອງຢູ່ບ່ອນໃດ ບໍ່ຮູ້ວ່າປີນີ້ ແມ່ນປີໃດ

•    ມີຄວາມຫຍຸ່ງຍາກ ໃນການຈື່ຖ້ອຍຄໍາ ທີ່ງ່າຍໆ

•    ມີອາຣົມປ່ຽນແປງ ຢ່າງກະທັນຫັນ ໂດຍບໍ່ມີສາເຫດ ບຸຄຂະລີປ່ຽນແປງ ຫລືມັກມີອາຣົມ ຫງຸດຫງິດເລື້ອຍໆ

•    ຄວາມສາມາດໃນການ ຈໍາແນກ ຫລືການເບິ່ງອອກ ກໍຫລຸດລົງ

•    ມັກລຶມບ່ອນໄວ້ ສິ່ງຂອງ ແລ້ວກໍຕູ່ຫາ ຜູ້ອື່ນວ່າເປັນຜູ້ ຊຸກເຊື່ອງສິ່ງຂອງ ຂອງຕົນ

2-ໃນເວລາໂຣກ ເສັ້ນປະສາດສະໝອງ ເສື່ອມແຮງຂື້ນ ພໍປານກາງ ຄົນປ່ວຍຈະມີ ອາການດັ່ງນີ້:

•    ມັກລືມເຫດການ ເລື້ອຍໆ ມີຄວາມສັບສົນ ເຣື້ອງເວລາແລະ ສະຖານທີ່ເປັນ ປະຈໍາ ຈື່ຈໍາເຫດການ ໃນອາດີດ ວ່າເປັນເຫດການ ໃນປັດຈຸບັນ

•    ຈໍາຊື່ແລະໜ້າຕາ ຄົນບໍ່ໄດ້ ຫລົງລືມສະມາຊິກ ໃນຄອບຄົວແບບວ່າ ຄົນນຶ່ງ ເປັນອີກຄົນນຶ່ງ

•    ເສັຽສະຕິ ມັກຍ່າງພະເນຈອນ ອອກນອກບ້ານໂດຍ ບໍ່ຖືກຕ້ອງກັບ ເວລາ ນຸ່ງເຄື່ອງນຸ່ງຂອງ ແບບບໍ່ຖືກຕ້ອງ

•    ຫລົງລືມກິນເຂົ້າ ແລະບໍ່ຮູ້ຈັກການ ຮັກສາສຸຂພິບານ ໃນຕົນເອງ

•    ມີອາລົມຫງຸດຫງິດ ເສັຽຫັວງ ແລະໃຈຮ້າຍເລື້ອຍໆ. ແລະ

3- ໃນເວລາໂຣກ ຄວາມຈໍາເສື່ອມແຮງຂື້ນ ຄົນປ່ວຍຈະບໍ່ ສາມາດເບິ່ງແຍງ ຕົນເອງໄດ້ ແລະຕ້ອງການມີ ຄົນເບິ່ງແຍງເປັນປະຈໍາ. ເມື່ອຕົກຢູ່ໃນຂັ້ນ ນີ້ແລ້ວ ຄົນປ່ວຍຈະບໍ່ ສາມາດຄວບຄຸມ ການເຄື່ອນ ໃຫວຂອງຮ່າງກາຍໄດ້ ບໍ່ສາມາດຮູ້ຈັກ ສິ່ງຂອງທີ່ເຄີຽເຫັນຢູ່ ໃນທຸກມື້ທຸກວັນ ບໍ່ສາມາດຫລັບ ນອນໄດ້ ບໍ່ສາມາດຈື່ຈໍາ ຄົນໃນຄອບຄົວໄດ້. ເວລາໄປຖ່າຍໜັກ ຖ່າຍເບົາ ນຸ່ງເຄື່ອງ ນຸ່ງຂອງ ກໍຕ້ອງມີຄົນ ຊ່ວຍເຫລືອ. ມີຄວາມຫຍຸ່ງຍາກ ໃນການຍ່າງ ຢາກໄດ້ແຕ່ໃຈ ຕົນເອງ ແຕ່ກໍຢ້ານຄົນ ສົ່ງສຽງນາບຂູ່.

ນັກວິທຍາສາດ ທີ່ຄົນຄວ້າກ່ຽວກັບ ການປິ່ນປົວໂຣກນີ້ ເວົ້າວ່າ ມາຮອດປັດຈຸບັນນີ້ ກໍຍັງບໍ່ມີຄວາມ ຫວັງແນວໃດໝົດ ທີ່ຈະປິ່ນປົວ ຫລືປ້ອງກັນໂຣກນີ້ ບໍ່ໃຫ້ເກີດໄດ້, ແຕ່ວ່າແພດສາມາດ ສັ່ງໃຫ້ກິນຢາ ເພື່ອຫລຸດຜ່ອນການ ຂະຫຍາຍຕົວຂອງ ໂຣກນີ້ໄດ້ ພໍສໍ່າໃດສໍ່ານື່ງ. ນັກຊ່ຽວຊານທີ່ ຄົ້ນຄວ້າກ່ຽວກັບ ໂຣກນີ້ກ່າວວ່າ ຄັນຮູ້ສຶກວ່າຕົນ ມີອາຍຸສູງແລ້ວ ກໍຕ້ອງເຮັດໃຫ້ ຕົນເອງມີຈິດໃຈ ແຂງແຮງ ປະກອບສ່ວນໃນ ກິຈກັມຕ່າງໆ ຫລີ້ນກິລາ ຫລີ້ນດົນຕຣີ ຟ້ອນ ເຕັ້ນລໍາ ຫຍິບແສ້ວ ອ່ານປື້ມ ກິນຢາໄວຕາມີນ A, C, E ແລະ ກິນນໍ້າຖອນພິດເບື່ອ ອອກຈາກຮ່າງກາຍ ອາດຊ່ວຍເຫລືອບ້າງ ເລັກນ້ອຍ.
ສາຣະຄະດີ ເຣື້ອງສຸຂພາບ ທຸກເຣື້ອງ ທີ່ສະເໜີນີ້ ມີຈຸດປະສົງ ເພື່ອປະກອບ ຄວາມເຂົ້າໃຈໃນ ເບື້ອງຕົ້ນເທົ່ານັ້ນ ບໍ່ແມ່ນເພື່ອແນະນໍາ ຕາງໜ້ານາຍແພດ ແຕ່ຢ່າງໃດ.

Copyright © 1998-2010 Radio Free Asia. All rights reserved.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

ແມ່ຕູ້ສາຜູ້ສະໝອງໃສຄົນໜື່ງ ໄດ້ໄປພະນັນກັບນັກກົດໝາຍຜູ້ສະຫຼາດຄົນໜື່ງ ຊື່ ອົງອາດ
ແມ່ຕູ້ສາ "ອົງອາດ ເຈົ້າເຊື່ອບໍ່ວ່າ ແມ່ຕູ້ຈະເຮັດໃຫ້ ນາຍທະນາຄາດເປີດຫຳໃຫ້ເຈົ້າເບີ່ງ" ຂໍໂທດເວົ້າບໍ່ສຸພາບ
ອົງອາດ "ໂອຍແມ່ຕູ້ສາ ກະຮ່າວເວົ້າໄປ ເພີ່ນເປັນຮອດນາຍທະນາຄານ ເພີ່ນຊິເປີດຫຳໃຫ້ຄົນອື່ນເບີ່ງແນວໃດ"
ແມ່ຕູ້ສາ "ຄັນບໍ່ເຊື່ອເຮົາມາພະນັນກັນເບາະ ຈັກ 20 ລ້ານກີບ" ດ້ວຍຄວາມເຊື່ອຂອງຕົນອົງອາດ ຮັບຄຳພະນັນ
ແມ່ຕູ້ສາ  "ອີກ 3 ວັນຂ້ອຍຈະພາເຈົ້າໄປເບີ່ງ"
ອົງອາດ ຕົກລົງ ເອີ້ນຄົນມາເປັນສັກຂີພິຍານຄັກແນ່
ຈາກນັ້ນ ແມ່ຕູ້ສີກໍ່ອອກຈາກບ້ານໄປ ມຸ້ງໜ້າຫາທະນາຄານແຫ່ງໜື່ງ ພໍໄປຮອດທະນາຄານ ແມ່ຕູ້ກໍ່ຖາມພະນັກງານຕ້ອນຮັບວ່າ ທ່ານນາຍທະນາຄານເພີ່ນຢູ່ບໍ່ ພວກພະນັກງານກໍ່ເຂົ້າໃຈວ່າ ແມ່ຕູ້ສາ ອາດເປັນຍາດຂອງ ທ່ານ ນາຍທະນາຄານ ດັ່ງນັ້ນຈື່ງໃຫ້ພົບນາຍທະນາຄານ ແລະແມ່ຕູ້ກໍ່ໄດ້ບອກກັບນາຍທະນາຄານວ່າ ອີກ 3 ວັນ ຫຳຂອງເຈົ້າຈະເປັນ 4 ລ່ຽມ ວ່າຊັ້ນ ທ່ານ ນາຍທະນາຄານ ເວົ້າວ່າ ໂອຍແມ່ຕູ້ກໍ່ເວົ້າໄປ ອາຍຸຂ້ອຍຕັ້ງ 40 ປາຍແລ້ວ ຫຳກໍ່ຍັງເປັນໜ່ວນມົນໆຄືເກົ່າ ແມ່ຕູ້ສາ ຖ້າບໍ່ເຊື່ອເຮົາມາພະນັນກັນເບີ່ງບໍ່ ເອົາຈັກ 18 ລ້ານກີບຊາ ຖ້າອີກ 3 ວັນຫຳຂອງເຈົ້າບໍ່ເປັນ 4 ລ່ຽມຂ້ອຍຍອມເສຍໃຫ້ເຈົ້າ 18 ລ້ານກີບ ຖ້າ ອີກ 3 ວັນ ຫຳຂອງເຈົ້າເປັນ 4 ລ່ຽມເຈົ້າຕ້ອງເສຍໃຫ້ແມ່ຕູ້ 18 ລ້ານກີບ ເອົາບໍ່ ທ່ານ ນາຍທະນາຄານ ກໍ່ໝັ້ນໃຈ ວ່າແນວໃດກໍ່ບໍ່ເປັນແນ່ນອນ ເລີຍຕອບຕົກລົງຮັບພະນັນ
ເວລາຜ່ານໄປ 3 ວັນ ທ່ານນາຍທະນາຄານ ຕື່ນເຊົ້າມາກໍ່ກວດເບີ່ງ ຂອງຕົນວ່າ ແນວໃດກໍ່ຄົງບໍ່ເປັນກັບແມ່ຕູ້ສາວ່າແນ່ນອນ ເອົາລະໄດ້ເງີນຟຣີແລ້ວບາດນີ້
ພໍຮອດຕອນເຊົ້າຂອງວັນທີ່ສາມ ແມ່ຕູ້ສີພ້ອມດ້ວຍທະນາຍຄວາມກໍ່ມາທີ່ທະນາຄານແລ້ວເຂົ້າໄປທີ່ຫ້ອງ ທ່ານ ນາຍທະນາຄານ ແລ້ວຖາມວ່າ ເປັນແນວໃດ ຫຳຂອງເຈົ້າເປັນ 4 ລ່ຽມບໍ່ ທ່ານ ນາຍທະນາຄານ ກໍ່ຕອບວ່າ ບໍ່ເປັນແນວໃດແມ່ຕູ້ກໍ່ເສຍແລ້ວ ຖ້າບໍ່ເປັນກໍ່ຕ້ອງເອົາອອກມາພີສູດເບີ່ງ ນີ້ທະນາຍຄວາມມາເປັນເປັນພິຍານ ຈຳເປັນທ່ານນາຍທະນາຄານ ກໍ່ໄດ້ເອົາອອກມາໃຫ້ແມ່ຕູ້ແລະທະນາຍຄວາມເບີ່ງ ເມື່ອເປັນແນວນັ້ນ ທະນາຍຄວາມກໍ່ເລີຍເອົາຫົວທຸບໃສ່ຝາດັງຕຸບໆ
ແມ່ຕູ້ສາ ໄດ້ເງີນ ຈາກທະນາຍຄວາມ 20 ລ້ານ ກີບ ແຕ່ໄປເສຍໃຫ້ ທ່ານ ນາຍທະນາຄານ 18 ລ້ານກີບ ສະນັ້ນຕູ້ສາ ຍັງໄດ້ກຳໄລ 2 ລ້ານກີບຟຣີ

ຄັກບໍ່ ທະນາຍຖືກຕູ້ສາຕົ້ມ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

alt

ຫຼາຍທ່ານຄົງຈະຮູ້ດີແລ້ວວ່າ: ປະເທດຍີ່ປຸ່ນ ເປັນຊົນຊາດທີ່ມີອາຍຸຍືນຍາວຫຼາຍທີ່ສຸດໃນໂລກ ຊຶ່ງນີ້ຖືເປັນການຄອງສະຕິຖິມາຫຼາຍກວ່າ 20 ປີ ໂດຍມີອາຍຸສະເລ່ຍເກີນ 100 ປີ ຫຼາຍກວ່າ 20,000 ຄົນ ແລະເມື່ອແຍກຍ່ອຍລົງໄປໃນລາຍລະອຽດຕ່າງໆ ຈະເຫັນວ່າສຸຂະພາບຮ່າງກາຍ ຂອງຄົນຍີ່ປຸ່ນ ມີຄໍເລສເຕີຣອລຕ່ຳ ບໍ່ຄ່ອຍຈະເປັນໂລກອ້ວນກັບໂລກຫົວໃຈ

ຍ້ອນເຫດນີ້ເອງ, ຈຶ່ງເຮັດໃຫ້ຫຼາຍໆຄົນທີ່ຍາກຮູ້ຄວາມລັບວ່າ: ເປັນຫຍັງ "ຄົນຍີ່ປຸ່ນຈຶ່ງມີສຸຂະພາບທີ່ດີໄດ້ ລວມທັງຜູ້ຊ່ຽວຊານເລື່ອງ ອາຫານຍີ່ປຸ່ນ ຄົນອັງກິດຜູ້ໜື່ງ ໄດ້ມີການເຮັດສຳຫຼວດຂໍ້ມູນກ່ຽວກັບອາຍຸໄຂໃນຂອບເຂດຕ່າງໆ ທົ່ວໂລກ ເພື່ອປຽບທຽບວິເຄາະຫາເຫດຜົນ ແລະ ປັດໄຈອັນກ່ຽວກັບອາຍຸໄຂທີ່ຍືນຍາວຂອງຄົນຍີ່ປຸ່ນ"

  • ດ້ວຍເຫດໃດຄົນຍີ່ປຸ່ນຈຶ່ງມີຄໍເລສເຕີຣອລຕ່ຳ?
  • ດ້ວຍເຫດໃດຄົນຍີ່ປຸ່ນຈຶ່ງມີອັດຕາການຕາຍດ້ວຍໂລກຫົວໃຈຕ່ຳ?
  • ແລະ ດ້ວຍເຫດໃດສຸຂະພາບຂອງຄົນຍີ່ປຸ່ນຈຶ່ງເປັນແບບນີ້ໄດ້?

ດັ່ງນັ້ນ, ຄວາມລັບຈຶ່ງໄດ້ເປີດເຜີຍ ທີ່ກ່ຽວເນື່ອງດ້ວຍ: ອາຫານຍີ່ປຸ່ນ ຄືຕົວຊ່ວຍເສີມສ້າງສຸຂະພາບຂອງຄົນຍີ່ປຸ່ນບໍ່ໃຫ້ມີບັນຫາຈາກໂລກໄພ ທີ່ກ່າວມາໄດ້ນັ້ນ ທັງໝົດ ແມ່ນມາຈາກ ອາຫານ ເຊັ່ນ: ປາດິບ, ຊຸບມິໂຊະ, ເຕົ້າຮູ້, ສາຫຼ່າຍຄອມບຸ (ຈາກນ້ຳອຸ່ນ), ສາຫຼ່າຍໂນຣິ (ຈາກນ້ຳເຢັນ) ເປັນຕົ້ນ, ສິ່ງເຫຼົ່ານີ້ລ້ວມແຕ່ເປັນອາຫານທີ່ມີຄໍເລສເຕີຣອລຕ່ຳ ປາດສະຈາກໄຂມັນອິ່ມຕົວ, ມີໄອໂອດີນ ແລະ ແຮ່ທາດສູງ ອີກທັງຍັງມີອະນຸມູນນ້ອຍໆ ທີ່ຊ່ວຍເສີມສ້າງສຸຂະພາບໃຫ້ດີ ແລະ ຊ່ວຍເຮັດໃຫ້ອາຫານມີຣົດຊາດແຊບຍິ່ງຂື້ນອີກດ້ວຍ

ແລະ ເມື່ອມີການເຈາະຈົງຂໍ້ມູນລຶກລົງໄປໃນພື້ນທີ່ຂອງປະເທດຍີ່ປຸ່ນ ຍັງມີສິ່ງທີ່ເປັນຕາໜ້າສົນໃຈນັ້ນຄື: ຄົນຍີ່ປຸ່ນທີ່ອາໄສຢູ່ເທິງເກາະ ໂອກິນາວາ ມີອັດຕາການເສຍຊີວິດຈາກພາວະຫົວໃຈວາຍກະທັນຫັນ ໂລກມະເຮັງ ແລະ ໂລກຫົວໃຈ ໜ້ອຍກວ່າ, ສ່ວນອື່ນໆໃນພື້ນທີ່ຂອງ ປະເທດຍີ່ປຸ່ນ ແລະ ປະເທດອື່ນໆ ທົ່ວໂລກ

ຍ້ອນວ່າ, ຊາວໂອກິນາວາ ມີການບໍລິໂພກນ້ຳຕານໃນປະລິມານ ພຽງ 25%, ເກືອ 20% ແລະ ຮັບປະທານຜັກເປັນ 3 ເທົ່າ, ຮັບປະທານປາຫຼາຍກວ່າເປັນ 2 ເທົ່າ, ໂດຍສະເພາະປາທະເລນ້ຳລຶກ ຊຶ່ງມີໂອເມກ້າ 3 ທີ່ສຳຄັນຕໍ່ໂຄງສ້າງການທຳງານຂອງສະໝອງ ເພື່ອເສີມສ້າງລະບົບປະສາດ ຊ່ວຍລົດລະດັບຄໍເລສເຕີຣອລ ແລະ ໄຕຣເອຊິລກລີເຊີຣອລໃນພລາສມາ ຄວບຄຸມລະດັບໄລໂປໂປຣຕີນ ແລະ ມີຜົນຕໍ່ການປ່ຽນແປງໜ້າອົງປະກອບຂອງເກັດເລືອດ ທີ່ຊ່ວຍລົດຄວາມສ່ຽງຂອງໂລກທາງເດີນຫາຍໃຈ ໂລກໄຂມັນໃນເສັ້ນເລືອດ ແລະ ໂລກຫົວໃຈ ແລະ ທັງຍັງຊ່ວຍປ້ອງກັນໂລກອັລໄຊເມີ (ໂລກຄວາມຈຳເຊື່ອມ) ໂລກຫົວໃຈ ທີ່ຊ່ວຍສະລໍເຊລມະເຮັງ ແລະ ໂລກໄຂຂໍ້ອັກເສບ ໄດ້ອີກດ້ວຍ.

ອາຫານທະເລ ຈຶ່ງປຽບເໝືອນເປັນຢາອາຍຸວັດທະນະ ຫຼື ອາຫານວັກຊີກ ທີ່ຊ່ວຍປ້ອງກັນໂລກຮ້າຍຕ່າງທ ຊຶ່ງເຮັດໃຫ້ຊາວໂອກິນາວາ ມີສຸຂະພາບທີ່ສົມບູນແຂງແຮງ.

* ຄັດຈາກ: kapook.com, ວັນທີ 4-06-2009

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

ສັກກະຍະພາບກັບສະຖານະພາບເປັນຂອງຄູ່ກັນ ຖ້າສັກກະຍະພາບຕ່ຳ ແຕ່ນຳຕົວເອງໄປສູ່ສະຖານະພາບທີ່ສູງ ນັ້ນຸືເປັນການຄ່ອຍໆຂ້າຕົວເອງຄາຍເທື່ອລະນ້ອຍໆ ຫາກບໍ່ຮີບພັດທະນາສັກກະຍະພາບໃຫ້ສູງເທົ່າທຽມກັບສະຖານະພາບ ຈະເມື່ອຍຈົນທົນບໍ່ໄຫວ ເພາະແບກໜັກເກີນກຳລັງ ຕ້ອງຍອມກ້າວລົງມາຈາກສະຖານະພາບນັ້ນໆໃນທີ່ສຸດ ໃນທາງກັບກັນຫາກສັກກະຍະພາບສູງ ແຕ່ສະຖານະພາບຕ່ຳ ລໍຖ້າບໍ່ດົນ ໃນທີ່ສຸດສະຖານະພາບກໍ່ຕ້ອງສູງຕາມ.
ຂ້າພະເຈົ້າຮູ້ຈັກຂ້າຣາຊະການທ່ານໜຶ່ງ ເຄີຍຢູ່ໃນຕຳແໜ່ງສູງ ແຕ່ເກີດເຫດໃຫ້ຕ້ອງຖືກຍ້າຍໄປຢູ່ຕຳແໜ່ງນ້ອຍລົງໄປເລື້ອຍໆ ແຕ່ທ່ານບໍ່ໄດ້ຫຍໍ້ທໍ້ ຍົງຄົງສະຫງົບນິ້ງ ຕັ້ງໜ້າຕັ້ງຕາ ເກັບກ່ຽວປະສົບການ ພັດທະນາສັກກະຍະພາບຂອງຕົນ ຂື້ນໄປເລື້ອຍໆ ເມື່ອມີລົງຕ້ອງມີຂື້ນ ພາຍໃນບໍ່ເຖິງສອງປີ ຈາກຕຳແໜ່ງນ້ອຍທີ່ສຸດ ດຽວນີ້ຂື້ນໄປເຖິງລະດັບຊາດແລ້ວ ເພາະວ່າສັກກະຍະພາບທີ່ພັດທະນາໄວ້ນັ້ນ ຫຼາຍເກີນກວ່າຕຳແໜ່ງນ້ອຍໆຈະຮັບໄດ້ ໃນທີ່ສຸດກົດທຳມະຊາດກໍ່ຈັດສັນໃຫ້ໄປຢູ່ໃນທີ່ທີ່ຄູ່ຄວນ
ສັກກະຍະພາບເຫຼົ່ານີ້ຖ້າພັດທະນະໃຫ້ຍິ່ງໃຫຍ່ແລ້ວ ໃນທີ່ສຸດສະຖານະພາບຕ້ອງໃຫຍ່ຕາມ ເໝືອນຕົ້ນໄມ້ໃຫຍ່ ຈະນຳໄປປູກໃນກະຖັງນ້ອຍໆ ຄົງເປັນໄປບໍ່ໄດ້ ຕ້ອງປູກໃນກະຖັງໃຫຍ່ ຫຼືໃນທີ່ກວ້າງຈິ່ງຈະເໝາະສົມ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

ເຖິງແມ່ນວ່າໄອຄີວຈະເຮັດໃຫ້ຄົນເກັ່ງແຕ່ການຈະໃຫ້ຊີວິດປະສົບຜົນສຳເລັດນັ້ນ ຕ້ອງເພິ່ງອີຄີວເປັນຕົວຫຼັກ ດຣ.ໂກແມນ ຜູ້ຊ່ຽວຊານດ້ານອີຄີວລະບຸໄວ້ວ່າ ຄົນທີ່ປະສົບຄວາມສຳເລັດໃນຊີວິດ ສວ່ນໃຫຍ່ໃຊ້ຄວາມຮູ້ອີຄີວ ທີ່ຮຽນມາເກືອບ ເປັນເກືອບຕາຍພຽງແຕ່ 20 ເປີເຊັນເທົ່ານັ້ນ ແຕ່ໃຊ້ອີຄີວເຊິ່ງບໍ່ໄດ້ມາ ຈາກການຮຽນເລີຍເຖິງ 80 ເປີເຊັນ.
ທີ່ຕ້ອງລະວັງຄື ໄອຄີວກັບອີຄີວມັກຈະປ່ຽນຜັນກັນ ຄົນທີ່ໄອຄີວສູງ ອີຄີວມັກຈະຕ່ຳ ເພາະຈິດຕົກເປັນທາດອັຕຕາ ຕ້ອງການສະແຫວງໄຂວ່ຄວ້າຫາສິ່ງຕ່າງໆ ມາປະດັບປະດາຕົວຕົນ ຫາເງິນ ຫາຄຳ ຫາອຳນາດ ມາບຳລຸງພອກຕົວໃຫ້ໂດດເດັ່ນເໝືອນຄົນອື່ນໆ ກາຍເປັນຄົນເຫັນແກ່ຕົວ ແລະຄ່ອຍໆຕົກເປັນທາດໄທເທື່ອລະນ້ອຍ ເມື່ອໄອຄີວຍິ່ງສູງ ຄວາມເປັນທາດກໍ່ຍິ່ງເພີ່ມຫຼາຍຂື້ນ ຍິ່ງຍຶດຕິດ ຕົກເປັນທາດຂອງວັດຖຸ ອຳນາດ ຕຳແໜ່ງ ຄຳອຸປະໂຫຼກ ສັນເສີນ ຍົກຍໍ ເໝືອນລີງຕິດຕັງ ເສືອຕິດຈັ່ນ ອິດສະລະພາບທາງໃຈ ຫຼຸດໜ້ອຍລົງເລື້ອຍໆ ອີຄີວຈິ່ງຕ່ຳຕາມໄປດ້ວຍ.
ຄົນໄອສູງຢ່າງດຽວຈິ່ງເຮັດວຽກໃຫ້ປະສົບຄວາມສຳເລັດບໍ່ໄດ້ ແລະມັກຈະບໍ່ມີຄວາມສຸກ.
ວິທີແກ້ ຄືຕ້ອງຫັນມາພັດທະນາຄວາມຮູ້ທາງທັມ ໃຫ້ສູງເທົ່າທຽມກັນ ໄອຄີວຍິ່ງສູງ ອີໂກ້ຍິ່ງໃຫຍ່ຂື້ນພ້ອມໆກັນກັບຄວາມຮູ້ທາງໂລກ ຄວາມຮູ້ທາງທັມຈະໄປພັດທະນາ ປັນຍາຕົວທີສາມໃຫ້ມີພະລັງມະຫາສານ ສາມາດດັບອີໂກ້ໄດ້ ຈິ່ງສາມາດເພີ່ມອີຄີວ ໃຫ້ສູງທັນໄອຄີວໄດ້.

ເອັມຄິວ (Moral Quotient) ທີ່ຈິງແລ້ວ ເອັມຄີວ ກໍ່ຄືສ່ວນໜຶ່ງຂອງອີຄີວ ເພາະເປັນສ່ວນທີ່ກ່ຽວ ກັບຈະຣິຍະທັມ ສີລທັມ ແລະຄຸນນະທັມປະຈຳໃຈ ທີ່ພາສາອັງກິດເອີ້ນວ່າ super ego ເຊິ່ງເປັນຕົວທີ່ຄວບຄຸມການຄິດ ການເວົ້າ ການກະທຳທິ່ດີ ແລະເກັບສັ່ງສົມຢູ່ໃນຈິດໃຈນັ້ນເອງ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ເລືອດກຣຸບ A
ນິໄສພື້ນຖານຂອງຄົນເລືອດກຣຸບ A
ຄົນເລືອດກຣຸບ A ເປັນຄົນທີ່ຄອນຂ້າງຈະຮອບຄອບສຸຂຸມ ແລະ ໄວ້ໂຕຫນ້ອຍໆ ແຕ່ບໍ່ເຖິງກັບຍິ່ງ ມັກຈະເປັນຄົນໂດດເດັ່ນຫລື ເປັນຫນື່ງຢູ່ສະເຫມີ ຈົນບາງຄັ້ງເບິ່ງເປັນຄົນທີ່ຈິງຈັງເກິນໄປ ມັກວາງແຜນການກ່ອນຈະເຮັດຫຍັງ ຫລື ລ໊ອກໂປຣແກຣມເອົາໄວ້ລ່ວງຫນ້າສະເຫມີ ບໍ່ມັກຈັບນັ້ນມາຊົນນີ້ເຖິງຈະແກ້ສະເພາະຫນ້າໄດ້ເກັ່ງ
ຜູ້ຍິງເລືອດກຣຸບ A
ຂໍ້ດີຂອງລາວ ເປັນຄົນທີ່ໃຫ້ຄວາມຮ່ວມມືກັບທຸກໆຄົນເປັນຢ່າງດີ, ເປັນຫວ່ງເປັນໃຍຄົນອື່ນໆ ມີຄວາມສຳພັນທີ່ດີຕໍ່ຫມູ່ເພື່ອນ ຄວາມຮູ້ສຶກຮັບຜິດຊອບກໍ່ສູງ ເວົ້າຄຳໃດເປັນຄຳນັ້ນແລ້ວກໍ່ຈະພະຍາຍາມເຮັດຈົນເຖິງທີ່ສຸດ ເມື່ອຄາດຫວັງອັນໃດກໍ່ຈະຄ່ອຍໆເຮັດຄ່ອຍໆພະຍາຍາມເຮັດໄປ ເຖິງຈະຄ່ອຍເຮັດແຕ່ກໍ່ເຮັດແທ້ ແລະ ເຮັດຢ່າງລະມັດລະວັງ ນອກຈາກນີ້ຍັງມີຄວາມຄິດທີ່ບໍລິສຸດ ຖ້າເຊື່ອວ່າສິ່ງນັ້ນເປັນສິ່ງດີກໍ່ຈະຢືດຫມັ້ນໃນຄວາມເຊື່ອນັ້ນ ທັງບໍ່ຫັກຫລັງຄົນອື່ນໆ ຂໍ້ເສຍເລັກຫນ້ອຍອອກຈະເປັນຄົນໂລເລງ່າຍ ເພາະຄິດນັ້ນຄິດນີ້ລະມັດລະວັງເກິນໄປ ເລີຍບໍ່ເດັດຂາດ ຖ້າຄິດແຕ່ໃນແງ່ຮ້າຍ ກໍ່ອາດກາຍເປັນຄົນເສື່ອຍຊາໄດ້ ຈະຕັດສິນໃນແຕ່ລະເທື່ອກໍ່ໃຫ້ເວລາດົນ ເພາະອ່ອນໄຫວ ແລະ ຄິດເຖິງແຕ່ຜົນຮ້າຍຫລາຍເກິນໄປ ພໍຄົນອື່ນເວົ້າໃນແງ່ບໍ່ດີກໍ່ຟ້າວເຊື່ອຄົນອື່ນທັນທີ ແລະ ສະຫລຸບວ່າມັນບໍ່ດີແທ້ໆ
ຜູ້ຊາຍເລືອດກຣຸບ A
ຂໍ້ດີຂອງລາວ ເປັນຄົນບໍ່ດື້ປານໃດ ເຖິງຈະເຊື່ອຫມັ້ນໃນຕົວເອງກໍ່ຍັງຍອມຮັບຟັງຄວາມຄິດເຫັນຂໍ້ສະເຫນີແນະນຳຈາກຄົນຮອບຂ້າງ ເອົາມາໄວ້ປັບປຸງໂຕເອງ ຖ້າຄິດຈະເຮັດອັນໃດຫລີ້ນໆກັບລາວກໍ່ຄົງຄິດຜິດຂະຫນາດເລີຍ ລາວເປັນຄົນເຂົ້າໃຈອັນໃດທີ່ຍາກໆໄດ້ງ່າຍ ເຖິງເຈົ້າຈະນິນທາວ່າຮ້າຍລາວກໍ່ບໍ່ສົນໃຈ ບໍ່ໂກດ, ເປັນສຸພາບບຸລຸດ ຕໍ່ໃຫ້ບໍ່ຖືກໃຈແນວໃດກໍ່ບໍ່ຍອມສະແດງສີຫນ້າບໍ່ພໍໃຈອອກມາໃຫ້ເຫັນ ຈະຄິດໃຫ້ດີກ່ອນເວົ້າກ່ອນທຳ ຈະອາໃສອັນໃດກໍ່ເຮັດໃຫ້ ໂດຍສະເພາະເລື່ອງທີ່ກ່ຽວກັບຕົວເຈົ້າ ລາວກໍ່ຍັງບອກບໍ່ໄດ້ຊັດເຈນວ່າຮູ້ສຶກແນວໃດ ມັກຄິດແຕ່ໃນທາງຮ້າຍໆ ເປັນຄົນຂຶມ ທີ່ຮ້າຍກວ່ານັ້ນບໍ່ມັກຄິດທີ່ຈະງໍ້ ສ່ວນເລື່ອງຂອງຄວາມຮັກຄົນເລືອດກຣຸບນີ້ກໍ່ຈະບໍ່ຫລົງຮັກໃຜແບບສົ່ງເດດ ຕ້ອງພິຈາລະນາເບິ່ງຄວາມເຫມາະສົມ ແລະ ຍັງວາງຟອຣ໌ມອີກຕ່າງຫາກ.
ບາງເທື່ອຜູ້ຍິງອາດຈະຕ້ອງເປັນຝ່າຍເລິ່ມຕົ້ນຈີບລາວກ່ອນກໍ່ໄດ້ ວິທີຊະນະໃຈລາວຄື ສະແດງຄວາມຈິງໃຈ ແລະ ຈິງຈັງເຊື່ອຫມັ້ນ ລວມທັງລູກຕື້ທີ່ມີສິດເຮັດໃຫ້ລາວໃຈອ່ອນໄດ້ ແຕ່ຕ້ອງພະຍາຍາມແນ່ຈັກຫນ່ອຍ.....
ເລືອດກຣຸບ B
ນິໄສພື້ນຖານຂອງຄົນເລືອດກຣຸບ B
ເປັນຄົນທີ່ມີເອກະລັກສະເພາະຕົວ ເບິ່ງກໍ່ຮູ້ວ່າບໍ່ຄືໃຜ ຫລື ບໍ່ມັກເຮັດອັນໃດແບບຄົນອື່ນຕ້ອງໃຫ້ດີກວ່າ ຫລື ຍອດຢ້ຽມຢູ່ສະເຫມີ ເພາະມີຫົວຄິດສ້າງສັນ ຫລື ຄິດດັດແປງພິກແພງໄດ້ເກັ່ງ ການທີ່ບໍ່ມັກຄຽດຫລາຍກັບສິ່ງແວດລ້ອມທົ່ວໄປ ເຮັດໃຫ້ເບິ່ງຄືເປັນຄົນທີ່ມີອຸປະນິໄສຍິ້ມແຍ້ມແຈ່ມໃສຢູ່ສະເຫມີ ບາງເທື່ອກໍ່ຍາກເປັນອິດສະລະ ບໍ່ຫຍຸ້ງກ່ຽວກັບໃຜຄືກັນ ອາດເປັນເພາະຄວາມເບື່ອຫລື ເຊັງອັນໃດໄດ້ງ່າຍໆ
ຜູ້ຍິງເລືອດກຣຸບ B
ຂໍ້ດີຂອງລາວ ເປັນຄົນທີ່ມີພະລັງຫລາຍ ວ່ອງໄວບໍ່ສົນໃຈອຸປະສັກນ້ອຍໆ ຕັ້ງຫນ້າຕັ້ງຕາຊົນກັບມັນ ຢາກຮູ້ຢາກເຫັນໃນທາງທີ່ດີ ຈຶ່ງເປັນຄົນກະຕືລືລົ້ນ ແລະ ມີຄວາມຄິດຄວາມອ່ານ ຄິດໃນສິ່ງທີ່ຄົນອື່ນຄິດບໍ່ເຖິງ ຍິ້ມແຍ້ມແຈ່ມໃສ ເຖິງວ່າຄົນອື່ນຈະງຽບຂຶມ ແຕ່ຮັບຮອງວ່າຜູ້ຍິງເລືອດກຣຸບ B ຈະບໍ່ຊຶມຕາມໄປນຳ ຄວາມມີອາລົມ ແລະ ຄວາມສົດໃສຂອງລາວເຮັດເຮັດໃຫ້ມີຫມູ່ເພື່ອນຫລາຍ ຄົບກັບຄົນໄດ້ທຸກປະເພດ ເມື່ອຫລີ້ນກັບໃຜກໍ່ຈະຫມົກມຸ້ນໃນການຫລີ້ນບໍ່ເຮັດອັນໃດແບບເຄິ່ງໆກາງໆ ແລະ ບໍ່ຄິດວ່າຄົນເຮົາຈະເຮັດບໍ່ອັນໃດຜິດພາດ ທັງຍັງເປັນຄົນພຶ່ງພາໄດ້ ຂໍ້ເສຍຫນ້ອຍຫນຶ່ງຈະບໍ່ຄ່ອຍອົດທົນປານໃດ ເມື່ອໃຈຮ້າຍຫລືບໍ່ພໍໃຈມັກຈະຕຳຄົນອື່ນ ຫາເລື່ອງຜິດກັນ ແລະ ຕໍ່ຕ້ານຈົນໄດ້  ດັ່ງນັ້ນອາດກ່າວໄດ້ວ່າເປັນຄົນຄົບຍາກ ຊັງ..... ຖ້າໃຜມາຊີ້ມືສັ່ງແລ້ວຈັກຫນ່ອຍກໍ່ຕື່ນເຕັ້ນ ຈັກຫນ່ອຍສະຫງົບລົງ ຖ້າບໍ່ພໍໃຈອັນໃດກໍ່ຈະບໍ່ຢາກເຮັດ.
ຜູ້ຊາຍເລືອດກຣຸບ B
ຂໍ້ດີ ເປັນຄົນທີ່ໄວ້ໃຈໄດ້ ຫນ້າເຊື່ອຖືໃນທຸກໆເລື່ອງ ມັກສິ່ງແປກໆໃຫມ່ ສົນໃຈໃນສິ່ງຕ່າງໆມີຄວາມຝັນ ແລະ ຄວາມຫວັງອັນຍິ່ງໃຫຍ່, ເຂັ້ມແຂງ, ຖ້າຕັດສິນໃຈເຮັດອັນໃດແລ້ວກໍ່ຈະເຮັດໃຫ້ເຖິງທີ່ສຸດ ກ້າໄດ້ກ້າເສຍ ກ້າສ່ຽງອັນຕະລາຍ ເວົ້າໄດ້ວ່າມີຄວາມເປັນຜູ້ຊາຍເຕັມໂຕ ຂໍ້ເສຍ ຖ້າບໍ່ພໍໃຈອັນໃດຂື້ນມາກໍ່ຈະຜິດກັນໄດ້ທຸກເວລາ ທັງຍັງສະແດງອອກທັງທາງສີຫນ້າ ແລະ ຄຳເວົ້າອີກດ້ວຍ ຍິ່ງໄປກວ່ານັ້ນຍັງເປັນເຈົ້າອາລົມ ແລະ ເພາະວ່າເປັນຄົນສົນໃຈໃນສິ່ງນັ້ນສິ່ງນີ້ ບາງເທື່ອຈຶ່ງມັກເຮັດອັນໃດເຄິ່ງໆກາງໆ ບາງເທື່ອກໍ່ຂາດຄວາມຮອບຂອບໄດ້ແນ່ ແບບວ່າມັກແກ້ບັນຫາສະເພາະຫນ້າ ບໍ່ມັກກຽມການ ຫລື ລ໊ອກໂປຣແກຣມເອົາໄວ້ລ່ວງຫນ້າ ນອກຈາກນັ້ນອາລົມຍັງບໍ່ແນ່ນອນອີກນຳ ຄວາມຮັກຂອງລາວເກິດໄດ້ຍາກແນ່ ເຖິງວ່າຈະມີຄົນມາຫຸ້ມຕອມແຕ່ເມື່ອຮັກໃຜແລ້ວ ກໍ່ຈະພົວພັນບໍ່ຍົກເລິກແບບງ່າຍໆ ບາງຄັ້ງເມື່ອໃຈຮ້າຍຂື້ນມາຈະຜັກດັນໃຫ້ຫນີໄປໃຫ້ໄກ້ໆ ການເອົາຊະນະໃຈຄົນກຣຸບນີ້ຕ້ອງເບິ່ງສະຖານະການ ແລະ ຫາຂໍ້ມູນໃຫມ່ໆ ປະກອບຢູ່ສະເຫມີ.

ກຣຸບເລືອດ AB
ນິໄສພື້ນຖານຂອງຄົນເລືອດກຣຸບ AB
ຄົນເລືອດກຣຸບນີ້ສາມາດເຂົ້າກັບຄົນອື່ນໄດ້ດີ ບໍ່ວ່າຈະເປັນຊ້າຍຫລື ຂວາ ເພາະບໍ່ຄ່ອຍຈະເຄັ່ງຄັດຫລາຍ ແລະ ມີຄວາມເປັນມິດກັບຄົນທົ່ວໄປ ຍາກທີ່ຈະຫາຄົນທີ່ເປັນນັກເລັງ ຫລື ຫ້າວຈົນເກິນຕົວນອກຈາກຈະຖືກແຍ່ກ່ອນນັ້ນເປັນອີກເລື່ອງຫນື່ງ ຄວາມຍຸດຕິທຳຢູ່ໃນຕົວພໍສົມຄວນຈຶ່ງໄດ້ຮັບຄວາມໄວ້ວາງໃຈ ແຕ່ການຄິດຊ່ວຍເຫລືອຜູ້ອື່ນບາງເທື່ອກໍ່ບໍ່ໄດ້ຜົນເທົ່າທີ່ຄວນ ເນື່ອງຈາກບໍ່ເປັນຄົນທີ່ເດັດຂາດ ບາງເທື່ອກໍ່ເຂົ້າເນື້ອຕົວເອງນຳ.
ຜູ້ຍິງເລືອດກຣຸບ AB
ຂໍ້ດີ ຜູ້ຍິງເລືອດກຣຸບ AB ເປັນຄົນຊັບຊ້ອນ ມີລັກສະນະນິໄສຫລາຍໆຢ່າງປະປົນກັນ ມີທັງລັກສະນະພິເສດຂອງຄົນເລືອດກຣຸບ A ແລະ ເລືອດກຣຸບ B ລວມກັນ ແຕ່ເນື່ອງຈາກເປັນຄົນທີ່ມີລັກສະນະຫລາຍຢ່າງລວມກັນ ຈຶ່ງເປັນຄົນເກັ່ງໄປທຸກເລື່ອງ ແລະ ອ່ານໃຈຄົນອອກ ບາງເທື່ອຄວາມລອກເລະຂອງຕົນກໍ່ເຮັດໃຫ້ຄົນຮອບໆຂ້າງງົງງວຍໄປຄືກັນ ສະຫມອງໄວເວົ້າຈາໂຕ້ຕອບລະອຽດ ຮູ້ຈັກຈັດການກັບຄົນ ແລະ ມີຄວາມສະຫງົບເຍືອກເຢັນ ບໍ່ວ່າຈະເວົ້າລົມກັບໃຜ ກໍ່ຈັບໃຈອີກຝ່າຍຫນື່ງຖືກ ນັບວ່າເປັນສະເຫນ່ມົນຄັງອັນຫນື່ງ.
ຂໍ້ເສຍຫນ້ອຍຫນື່ງ ບາງເທື່ອຕົວເອງກໍ່ບໍ່ເຂົ້າໃຈຕົວເອງຄືກັນ ບໍ່ຮູ້ວ່າອັນໃດຄືຄວາມຕ້ອງການທີ່ແທ້ຈິງຂອງຕົນເອງ ນັ້ນເປັນເພາະວ່າໃນໃຈຂອງຄົນເລືອດກຣຸບ AB ມີອັນໃດຫລາຍຢ່າງລີ້ຢູ່ ຢາກເຮັດຫລາຍໆຢ່າງໄປພ້ອມໆກັນ ສະຫລຸບເລີຍວ່າບໍ່ເຮັດອັນໃດຈັກຢ່າງ ເລື່ອງການຄົບຫມູ່ເພື່ອນກໍ່ຄືກັນ ບໍ່ຮູ້ວ່າຈະເອົາແນວໃດດີ ເລີຍຖືກຄົນອື່ນເຂົ້າໃຈຜິດເລື້ອຍໆ
ຜູ້ຊາຍເລືອດກຣຸບ AB
ຂໍ້ດີ ຄືເປັນຄົນເກັ່ງ, ສະຫມອງກໍ່ເຂົ້າໃຈສິ່ງອື່ນໄດ້ງ່າຍໆ ຮູ້ໄປທຸກເລື່ອງ, ບໍ່ຄ່ອຍເວົ້າຫລາຍ, ແຕ່ຈະຄິດໃຫ້ດີກ່ອນແລ້ວຄ່ອຍຕອບ ເປັນຄົນສະຫລາດຫົວດີ ຕ່າງຈາກຄົນອື່ນແຕ່ກໍ່ບໍ່ມັກໂອ້ອວດ, ມີຄວາມຮັບຜິດຊອບ, ເວົ້າຄຳໃດຄຳນັ້ນ, ເມື່ອຢູ່ໃນຫ້ອງມັກເປັນຫົວຫນ້າສະເຫມີ.
ຂໍ້ເສຍ ຜູ້ບ່າວເລືອດກຣຸບ AB ຈະມີຄວາມພາກພູມໃຈໃນຕົນເອງສູງ ຈຶ່ງບໍ່ຄ່ອຍຍອມຮັບຄວາມຄິດເຫັນຂອງຄົນອື່ນຄ່ອນຂ້າງຢາກເດັ່ນ, ເລີຍເຮັດໃຫ້ຄົນອື່ນໂກດໄດ້ ຈຸດສຳຄັນຄືຕ້ອງຊົມເຊີຍໃນຄວາມມີສະເຫນ່ຂອງລາວ ກ່ຽວກັບຄວາມສະຫລາດ ເລື່ອງຄວາມຮັກຈະມີຂໍ້ດີຢູ່ທີ່ບໍ່ມັກເຈົ້າຊູ້ ຮັກດຽວໃຈດຽວ, ຈຶ່ງບໍ່ຄ່ອຍເກິດບັນຫາເປັນຄວາມຮັກທີ່ລຽບງ່າຍ ການເລິ່ມຕົ້ນອາດຕ້ອງໃຊ້ໄລຍະເວລາແນ່ ແຕ່ຫລັງຈາກນັ້ນກໍ່ຈະດຳເນີນໄປໄດ້ດ້ວຍດີ ບາງເທື່ອຄວາມເສື່ອຍຊາ, ເຢັນຊາ ອາດເຮັດໃຫ້ເສຍໂອກາດດີໆໄປໄດ້ ຫາກບໍ່ທຳໂຕໃຫ້ກະຕື້ລືລົ້ນຮູ້ຈັກສະແຫວງຫາເອົາໄວ້ແນ່  ຖ້າຢາກເອົາຊະນະໃຈ ຄືຕ້ອງເດີນຫນ້າແບບຊ້ຳໆແຕ່ຫມັ້ນຄົງ ຢ່າເຮັດເປັນນັກຮັກຕົວສະກັນ ຫລື ມາດວອກແວກໃຫ້ຜູ້ສາວເຫັນຈະບໍ່ຄ່ອຍຈົບປານໃດ.

ເລືອດກຣຸບ O
ນິໄສພື້ນຖານຂອງຄົນເລືອດກຣຸບ O
ຄົນເລືອດກຣຸບ O ບໍ່ຢ້ານອຸປະສັກບໍ່ວ່າຈະເປັນເລື່ອງອັນໃດກໍ່ຕາມ ໂດຍສະເພາະດ້ານຄວາມຮັກກໍ່ຕ້ອງສູ້ແບບເອົາຫົວຊົນຝາ ຈະເມື່ອຍແນ່ຖ້າຄົນອື່ນຄິດຈະສູ້ກັບຄົນເລືອດກຣຸບນີ້ ພວກເຂົາເປັນຄົນທີ່ມີນ້ຳໃຈມັກຊ່ວມເຫລືອຄົນອື່ນ ກ້າຄິດກ້າທຳໃນສິ່ງທີ່ຕົວເອງເຊື່ອວ່າຖືກຕ້ອງ ແຕ່ບາງເທື່ອເບິ່ງແລ້ວກໍ່ຄ້າຍຄືຄົນເອົາແຕ່ໃຈຕົວເອງຫລາຍເກິນໄປຈັກຫນ່ອຍ ຫາກຮູ້ຈັກຢັບຢັ້ງຊັ່ງໃຈຟັງຄົນອື່ນແນ່ກໍຈະດີ.
ຜູ້ຍິງເລືອດກຣຸບ O
ຂໍ້ດີ ເປັນຄົນໃຈກ້າຫລາຍ ມີຄວາມເຫັນອົກເຫັນໃຈຜູ້ອື່ນ ສັງເກດຜູ້ຄົນຮອບຂ້າງ ແລະ ເຮັດໃຫ້ຄົນອື່ນມີອາລົມດີ ຖ້າໃຜເຮັດອັນໃດທີ່ບໍ່ດີໃຫ້ກໍ່ຈະອະໄພເປັນຄົນດີ.. ຄົນດີ.. ຄົນກຣຸບ O ຖືວ່າເປັນຄົນທີ່ມີເພລງຢູ່ໃນຫົວໃຈ ດັ່ງນັ້ນຈຶ່ງໃຫ້ຄວາມສຳຄັນກັບອາລົມ ແລະ ຄວາມມີອາລົມກໍ່ຖືເປັນລັກສະນະພິເສດຂອງຄົນເລືອດກຣຸບ O , ໂດຍສະເພາະຄວາມອ່ອນນ້ອມທີ່ມີ ເປັນຄົນທີ່ຮັກຂອງຄົນທົ່ວໄປ ນັບໄດ້ວ່າຄົນເລືອດກຣຸບ O ເຫມາະທີ່ເຮົາຈະຄົບຫາເປັນຫມູ່ເພື່ອນຫລາຍທີ່ສຸດ ໃນຈຳນວນກຣຸບເລືອດທັງ 4 ຂໍ້, ເວລາຈະເຮັດອັນໃດ ບໍ່ຄ່ອຍຄິດກ່ອນມັກເຮັດໄປເລີຍ ຈຶ່ງມັກເສຍໃຈພາຍຫລັງວ່າ "ບໍ່ຄວນຈະເວົ້າແນວນັ້ນເລີຍ" ຫລືບໍ່ "ບໍ່ໄດ້ຕັ້ງໃຈຈະເຮັດແນວນັ້ນເລີຍ" ແລະ ເປັນສ່ວນທີ່ເຮັດໃຫ້ເສຍປຽບ ລວມທັງຍັງປະຕິເສດຄົນບໍ່ເປັນອີກ ອາດເປັນເພາະວ່າເປັນຄົນໃຈກວ້າງກໍ່ວ່າໄດ້.
ຜູ້ຊາຍເລືອດກຣຸບ O
ເປັນຄົນເກັ່ງທີ່ຈະເຮັດໃຫ້ທຸກຄົນເບິກບານ ສ້າງບັນຍາກາດມ່ວນຊື່ນ ຕິດຕາມຜົນງານຂອງໂຕເອງທີ່ຜູ້ຄົນຮອບຂ້າງຂໍຮ້ອງໃຫ້ເຮັດ ໃຫ້ຄວາມສຳຄັນກັບຫມູ່ເພື່ອນຫລາຍ ດົນໆ ຈຶ່ງຈະເຫັນລາວເຮັດຫນ້າເບະ ບໍ່ມັກໂກດຄົນງ່າຍໆ ນອກຈາກນີ້ຄົນເລືອດກຣຸບ O ຍັງເກັ່ງທີ່ຈະດຶງຈຸດດີຂອງຄົນອື່ນອອກມາອີກນຳ ຂໍ້ເສຍທີ່ອາດມີແນ່ ເປັນຄົນທີ່ມັກເຮັດອັນໃດຝືນໃຈຕົວເອງ ເພາະບໍ່ຢາກໃຫ້ຄົນອື່ນຊັງບາງເທື່ອ ເລີຍເບິ່ງເປັນຄົນມັກປະຈົບປະແຈງເກັ່ງ ລວມທັງຫລາຍຄັ້ງຍັງເຮັດອັນໃດລົງໄປໂດຍບໍ່ທັນຄິດຈົນເປັນຜົນເສຍຕາມມານຳຫລັງ
ຄວາມຮັກຂອງລາວບໍ່ມັກເຮັດເປັນເລື່ອງຫລີ້ນໆ ແຕ່ຕ້ອງຈິງຈັງຈິງໃຈຫມັ້ນຄົງ
ແລ້ວຖ້າມັກໃຜແລ້ວບໍ່ວ່າເຂົາຈະມີແຟນຢູ່ກໍ່ຕາມ ຫລື ຍັງ ຊຶ່ງເປັນຕາຢັບຢັ້ງໃຈໄວ້ແນ່ ເຖິງຈະມຸ້ງຫມັ້ນໃນເລື່ອງຄວາມຮັກ ແຕ່ກໍ່ໃຈ້ແຍກໄດ້ຖືກໃນເລື່ອງອື່ນ.
ຈຶ່ງບໍ່ຄິດທີ່ຈະເອົາມາປົນກັນນັບວ່າມີສະຫມອງ ແລະ ໃຊ້ມັນໄດ້ຄຸ້ມຄ່າເລີຍ ການເອົາຊະນະຢ່າໃຊ້ວິທີອື່ນ ນອກຈາກຈະເຮັດໃຫ້ລາວຍອມຮັບເຈົ້າໄປເອງ ບໍ່ຢ່າງນັ້ນຕ້ອງລຸ້ນກັນຕໍ່ໄປອີກເລື້ອຍໆ.

ຮູ້ນິໃສກັນແລ້ວຖ້າມັນຄ້າຍຄືກັນກັບຄົນຮັກຂອງຕົນກໍ່ຍັງໄຄແດ່ ແຕ່ຖ້າບໍ່ຄືກັນຈັກດີ້ກໍ່ຕ້ອງຄ່ອຍໆປັບເຂົ້າຫາກັນເອົາເອງເດີ "ຂ້ອຍຊ່ວຍບໍ່ໄດ້"

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 3 ຄຳເຫັນ ແລະ 0 trackback(s)

ຜົນການສຶກສາຂອງນັກວິໄຈຈາກຮັງກາຣີພົບວ່າໂທລະສັບມືຖື ອາດສ້າງຄວາມເສຍຫາຍໃຫ້ກັບເຊື້ອອະສຸຈິຂອງຜູ້ຊາຍໄດ້ ໂດຍຈຳນວນລຸດລົງ 1 ໃນ 3.
ຜູ້ຊ່ຽວຊານກ່ຽວກັບພາວະການຈະເລີນພັນລະບຸວ່າ ການນຳເອົາໂທລະສັບມືຖືໄປໄວ້ໃນກະເປົາໂສ້ງ ຫລື ຫ້ອຍໄວ້ກັບສາຍແອວ ເຮັດໃຫ້ຈຳນວນເຊື້ອອະສຸຈິຂອງຜູ້ຊາຍ ລຸດລົງເກືອບຮ້ອຍລະ 30, ເຊິ່ງການວິໄຈນີ້ເປັນຜົນງານການສຶກສາຂອງນັກວິໄຈຈາກມະຫາວິທະຍາໄລເຊເກດ
(Szeged)  ໄດ້ທຳການວິເຄາະເຊື້ອອະສຸຈິຂອງຜູ້ຊາຍຈຳນວນ 221 ຄົນ, ແລະ ສອບຖາມພວກເຂົາກ່ຽວກັບພຶດຕິກຳໃນການໃຊ້ໂທລະສັບມືຖື ແລະ ພົບເຫັນຄວາມກ່ຽວພັນລະຫວ່າງການໃຊ້ໂທລະສັບມືຖືກັບການຜະລິດເຊື້ອອະສຸຈິ ເພາະການໃຊ້ໂທລະສັບມືຖື ພຽງແຕ່ການເປິດເຄື່ອງເອົາໄວ້ເສີຍໆ ກໍ່ສາມາດລຸດຈຳນວນເຊື້ອ ແລະ ຄຸນນະພາບຂອງຕົວເຊື້ອລົງໄດ້, ຢ່າງໃດກໍ່ຕາມ ຜູ້ຊ່ຽວຊານກ່າວວ່າ ຄວນຈະມີການສຶກສາເພິ່ມຕຶ່ມອີກ ເພື່ອຢືນຢັນຜົນໂດຍສຶກສາໃນວົງກວ້າງຕໍ່ໄປ ເພາະວຽກງານອັນນີ້ຍັງບໍ່ໄດ້ນຳເອົາແງ່ມູມອື່ນ ໃນຊີວິດຂອງຜູ້ຊາຍມາຮ່ວມໃນການ

ສຶກສາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 3 ຄຳເຫັນ ແລະ 0 trackback(s)
 

ໃນໄລຍະນີ້ອາກາດຢູ່ບ້ານເຮົາມັກປ່ຽນແປງຕະຫລອດ ບຶດໜື່ງຝົນກະຕົກລະແດດກໍ່ອອກ ຈຶ່ງເຮັດໃຫ້ຜິວໜ້າອັນອ່ອນແອ ເປັນເຫດໃຫ້ເກີດ ສິວ ໄດ້ງ່າຍ ດັ່ງນັ້ນ ເພື່ອຜິວສວຍງາມໜ້າໃສຈະໄດ້ຢູ່ກັບເຮົາຕະຫລອດໄປ

ສາເຫດການເກີດສິວ:

1. ປັດໄຈພາຍໃນ
- ຈາກພັນທຸກຳ (ຈາກເຊື້ອສາຍ)
- ພາວະຮ່າງກາຍຜິດປົກກະຕິ ເຊັ່ນ: ຄຽດ, ອາລົມບໍ່ດີ, ພັກຜ່ອນບໍ່ພຽງພໍ, ທ້ອງຜຸກ
- ຮໍໂມນຕ່າງໆ ທັງຮໍໂມນເພດຊາຍ ທີ່ກະຕຸ້ນຕ່ອມໄຂມັນໃຫ້ຂັບໄຂມັນອັນເປັນສ່ວນເກີນອອກມາຈົນເຮັດໃຫ້ອຸດຕັນ ແລະ ຮໍໂມນເພດຍິງທີ່ປ່ຽນແປງໃນໄລຍະກ່ອນການມີປະຈຳເດືອນ

2. ປັດໄຈພາຍນອກ
ມົນລະພາວະທີ່ເຮົາຕ້ອງໄດ້ພົບໃນແຕ່ລະມື້ ທັງຂີ້ຝຸ່ນ, ຄວັນພິດ ຫລື ສານເຄມີຕ່າງໆ ທີ່ໃຊ້ໃນຊີວິດປະຈຳວັນ ເຊັ່ນ: ສະເປຍ໌ສີດຜົມ, ຢາຂ້າແມງໄມ້, ລວມທັງຄາບເຄື່ອງສຳອາງທີ່ທຳຄວາມສະອາດບໍ່ໝົດ ເຮັດໃຫ້ຮູຂຸມຂົນອຸດຕັນຈົນເກີດເປັນສິວ

ວິທີຮັກສາຜິວ:

  1. ຄວາມສະອາດເປັນສິ່ງປ້ອງກັນສິວ ດັ່ງນັ້ນ ກ່ອນລ້າງໜ້າສາວໆ ຄວນລ້າງຄາບເຄື່ອງສຳອາງ ແລະ ສິ່ງເປີະເປື້ອນທີ່ໄດ້ພົບພໍ້ໝົດມື້ ດ້ວຍນ້ຳມັນເນື້ອເຈລທີ່ມີ Bi ? Continuous ເຊິ່ງຊ່ວຍທຳຄວາມສະອາດຜິວ ແລະ ສານທີ່ຕົກຄ້າງໃນຮູຂົນໄດ້ຢ່າງດີ, ຖ້າມີສ່ວນ ປະສົມຂອງ Ac Control Oil ແລະ Tricocaban ຈະຊ່ວຍບັນເທົາອາການອັກເສບ ພ້ອມຄືນຄວາມຊຸ່ມຊື່ນໃຫ້ແກ່ຜິວໄດ້ອີກ

  2. ລ້າງໜ້າດ້ວຍສະບູທີ່ບໍ່ເຮັດໃຫ້ຜິວໜ້າແຫ້ງ ຫລື ມັນ ຈົນເກີນໄປ ດ້ວຍວິທີງ່າຍໆ ພຽງແຕ່ຖູສະບູລົງໃສ່ຝາມືໃຫ້ເກີດຟອງນຸ່ມໆ ແລ້ວ ເອົາຟອງນັ້ນມາລ້າງໜ້າແບບເບົາມື ແລະ ຄວນຈື່ໄວ້ວ່າ: ການລ້າງໜ້າແບບຮຸນແຮງຈະເຮັດໃຫ້ເກີດອາການລະຄາຍເຄືອງຈົນສິວ ລຸກລາມໄດ້ງ່າຍ

  3. ຫລັງຈາກລ້າງໜ້າ ຜິວອາດສູນເສຍຄວາມຊຸ່ມຊື່ນໄປແນ່ ຈຶ່ງຄວນເຊັດຜິວດ້ວຍໂລຊັ້ນ ເພື່ອປັບສົມດູນ ແລະ ເອີ້ນຄວາມຊຸ່ມຊື່ນກ່ອນ ການບຳລຸງຜິວໃນຂັ້ນຕອນຕໍ່ໄປ

  4. ເພີ່ມຄວາມຊຸ່ມຊື່ນ ແລະ ປ້ອງກັນສິວ ດ້ວຍການເລືອກໂລຊັ້ນບຳລຸງຜິວຊະນິດ Oil ? Free ຊ່ວຍໃຫ້ຜິວນຽນນຸ່ມ ແລະ ລຸດການທັບ ຖົມຕົວຂອງເຊລຜິວ ເສື່ອມສະພາບທີ່ຈະກໍ່ໃຫ້ເກີດການແພ່ຕົວຂອງແບ໊ກທີເຣຍ ອັນເປັນສາເຫດຂອງສິວ

  5. ສຸດທ້າຍ ເພື່ອປ້ອງກັນບໍ່ໃຫ້ສູນເສຍຄວາມຊຸ່ມຊື່ນໃນການນອນຢູ່ຫ້ອງແອ ຈຶ່ງແນະນຳໃຫ້ເກັບກັກຄວາມຊຸ່ມຊື່ນດ້ວຍ ແປ້ງຖະໜອມຜິວ ທີ່ມີ Sulfer ຊ່ວຍລຸດການກໍ່ຕົວຂອງສິວ ແລະ Hydrophobic Coating Powder ຊ່ວຍດູດຊັບເອົາສ່ວນເກີດ ແລະ ເອນໄຊມ໌ ຕ່າງໆ ທີ່ອອກມາທຳລາຍຜິວໃນຍາມນອນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
image/skype.jpg

Skype ບໍລິສັດຜູ້ໃຫ້ບໍລິການ  VoIP ທີ່ໄດ້ຮັບຄວາມນິຍົມຫລາຍໃນເຄືອຂອງ eBay  ໄດ້ເລີ່ມພະຍາຍາມຜັກດັນໃຫ້ສະມາຊິກໃຊ້ບໍລິການ SkypeOut ທີ່ຈະເປັນບໍລິການເຊື່ອມຕໍ່ເຂົ້າກັບໂທລະສັບໃນບ້ານ ຫລື ໂທລະສັບມືຖືກັນຫລາຍຂື້ນ ໂດຍໃນວັນຈັນທີ່ຜ່ານມາໄດ້ປະກາດໃຫ້ສະມາຊິກສາມາດໃຊ້ບໍລິການດັ່ງກ່າວໂທໄປຫາໂທລະສັບໃນ
ສະຫະລັດ ແລະ ແຄນາດາໄດ້ຟຣີຈົນເຖິງສິ້ນປີນີ້ ຊຶ່ງໃນປັດຈຸບັນເຖິງວ່າຈະມີຈຳນວນຜູ້ໃຊ້ບໍລິການພິເສດ
ຕ່າງໆ SkypeOut  ເຊັ່ນ: ບໍ່ຫລາຍກໍ່ຕາມ ແຕ່ຈຳນວນຜູ້ທີ່ໃຊ້ບໍລິການຂອງ Skype ນັ້ນມີຢູ່ຈຳນວນຫລາຍ
ທົ່ວໂລກ ໃນເດືອນເມສາທີ່ຜ່ານມາ Skype ມີຍອດຈຳນວນສະມາຊິກທັງຫມົດ 100 ລ້ານລາຍທົ່ວໂລກ ຫລາຍຂື້ນກວ່າຍອດສະມາຊິກໃນ
ເດືອນກັນຍາປີທີ່ຜ່ານມາຢ່າງເທົ່າຕົວ ໂດຍມີສະມາຊິກໃນສະຫະລັດປະມານ 6 ລ້ານລາຍ ຖ້າທຽບກັບສະມາຊິກໃນຈີນທີ່ມີ 13 ລ້ານລາຍ ແລະ ເຢຍລະມັນທີ່ມີຢູ່ 5 ລ້ານລາຍ ຊຶ່ງຄາດວ່າການເປີດໂປຣໂມຊັ່ນໂທຟຣີໃນສະຫະລັດ ແລະ ແຄນາດານັ້ນ ອາດຈະຊ່ວຍເພີ່ມຍອດ
ສະມາຊິກຂອງ  Skype ໃນສະຫະລັດ ແລະ ແຄນາດາໃຫ້ຫລາຍຂື້ນຢ່າງວ່ອງໄວ ໂດຍ Skype ເອງກໍ່ມີຄູ່ແຂງໃນຕະຫລາດເພີ່ມຂື້ນເລື້ອຍໆ ເຊັ່ນ: Yahoo ແລະ AOL ກໍ່ເລີ່ມເປີດບໍລິການ VoIP ໃຫ້ກັບສະມາຊິກແລ້ວຄືກັນ ເຮັດໃຫ້ Skype ຈຳເປັນຕ້ອງເສີມບໍລິການຕ່າງໆ ເພື່ອດຶງດູດລູກຄ້າໃຫ້ສະຫມັກເປັນສະມາຊິກຫລາຍຂື້ນ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 4 ຄຳເຫັນ ແລະ 0 trackback(s)
ອາການແຕກບ່າວ ແຕກສາວນີ້ແຫລະ! ທີ່ເຮັດໃຫ້ຊ່ວງໄວລຸ້ນ ມີການປ່ຽນແປງຄັ້ງຍິ່ງໃຫຍ່ ທັງຮ່າງກາຍ ແລະ ຈິດໃຈ. ຜູ້ຍິງກໍຈະເລີ້ມໄວກ່ອນຄືເລີ້ມຕັ້ງແຕ່ອາຍຸ 12-15 ປິ ສ່ວນຜູ້ຊາຍກໍເລີ້ມປະມານ 15 ປີ.

* ການປ່ຽນແປງທາງຮ່າງກາຍ
  ເມື່ອກ້າວເຂົ້າສູ່ໄວລຸ້ນ ຮ່າງກາຍທີ່ເຄີຍນ້ອຍ ກໍມີຫລາຍພາກສ່ວນມີຂະຫນາດໃຫຍ່ຂື້ນ ແລະ ມີການປ່ຽນແປງຢ່າງເຫັນໄດ້ຊັດ ເລີ້ມຈາກຜູ້ຊາຍ ເມື່ອກ້າວເຂົ້າສູ່ໄວລຸ້ນ: ສຽງຈະແຕກ, ອະໄວຍະເພດໃຫຍ່ຂື້ນ, ມີຂົນຂື້ນຕາມຕົນໂຕເຊັ່ນ: ຕາມກ້ອງແຂນ ແລະ ຫວ່າງຂາ, ຂົນແຂນ, ຂາ, ໜວດ...

ເລື່ອງຄວນຮູ້ກ່ຽວກັບອະໄວຍະເພດຊາຍ:
* ການແຂງຕົວ: ເວລາມັນແຂງຕົວ ມັນຈະໃຫຍ່ ຍາວຂື້ນ ມີກ້າມຊີ້ນເຕັມໄປໝົດ ແຕ່ທີ່ແທ້ຈິງແລ້ວບໍ່ມີຫຍັງເລີຍນອກຈາກເລືອດ ທີ່ເຂົ້າໄປຄັ່ງຢູ່ ເວລາທີ່ເກີດຄວາມຕື່ນຕົວທາງເພດ ແຕ່ໄວລຸ້ນຄວນຮູ້ໄວ້ວ່າ ແອກໍຮໍ ເຮັດໃຫ້ມັນແຂງຕົວຍາກ
* ລູກອັນທະ: ເປັນຄືຫນ່ວຍໄຂ່ນ້ອຍ 2 ລູກ ມີໄວ້ສຳລັບຜະລິດເຊື້ອອະສຸຈິ ໃນເວລາທີ່ມີເພດສຳພັນ.

  ສ່ວນຜູ້ຍິງຈະເລີ້ມຈາກ ໜ້າເອິກໃຫຍ່ຂື້ນ ຈາກທີ່ເຄີຍເປັນເນື້ອຫນັງທຳມະດາ ກໍກາຍເປັນແປ້ງນົມ ແລະ ຫົວນົມກໍໃຫຍ່ຂື້ນ. ລວມໄປເຖິງອະໄວຍະເພດກໍມີຂະຫນາດໃຫຍ່ຂື້ນ, ແຕ່ທີ່ເປັນບັນຫາສຳລັບແມ່ຍິງຫລາຍທີ່ສຸດນັ້ນກໍຄື: ປະຈຳເດືອນ!
  ໃຜໆກໍມັກຈະເບິ່ງໄວລຸ້ນ ວ່າເປັນໄວ "ພາຍຸລົມແດງ" ກໍຍ້ອນອາລົມຮ້ອນຂອງໄວນີ້ແຮງເຫລືອເກີນ ຈາກເດັກນ້ອຍຊື່ໆ ໜ້າບໍ່ມີຫຍັງກໍສາມາດກາຍເປັນ ມະຫາໂຈນໄດ້! ສະແດງອອກເຕັມທີ່, ຈະຮ້າຍກໍແຮງ ຈະຮັກກໍແຮງ ເປີດເຜີຍກົງໄປກົງມາ ຈົນບໍ່ເຫລືອໃຫ້ຄາດເດົາ ແຖມຍັງຜັນແປໄດ້ງ່າຍ ມື້ນີ້ຮູ້ສຶກໂລກສົດໃສໄປຫມົດ ເຮັດອີຫຍັງກໍຫມັ້ນໃຈເຕັມຮ້ອຍ ແຕ່ມາມື້ໃຫມ່ກໍຊຶມເສົ້າ ເຫງົາຫງອຍ.
  ສະມາຊິກທີ່ຢູ່ໃນເຮືອນ ຈະບໍ່ຄ່ອຍໄດ້ເຫັນຫນ້າ ເພາະມັກເກັບຕົວຢູ່ແຕ່ໃນຫ້ອງຕາມລຳພັງຫລາຍກວ່າ ຖ້າເປັນເວລາອອກນອກບ້ານ ພົບປະກັບຫມູ່ເພື່ອນໄວດຽວກັນ ແລ້ວກໍຈະສົດໃສລ່າເລີງ, ນອກນັ້ນຍັງເລີ້ມສົນໃຈຮູບຮ່າງຫນ້າຕາ ຂອງຕົວເອງ ແລະ ເພດກົງກັນຂ້າມອີກນຳ.
  ອາການຂ້າງຄຽງອີກຢ່າງ ທີ່ພໍ່ແມ່ເກືອບທຸກເຮືອນປະສົບຢູ່ຄື ພຶດຕິກຳຕິດໂທລະສັບຂອງໄວລຸ້ນ ຫາກໍແຍກຈາກກັນບໍ່ພໍເທົ່າໃດຊົ່ວໂມງ ພໍມາຮອດເຮືອນກໍແລ່ນເຂົ້າໄປໃສ່ໂທລະສັບໂລດ ແລະ ທີ່ສຳຄັນບໍ່ໄດ້ລົມບຶດດຽວສອງບຶດຄືຄົນອື່ນ ລົມເທື່ອຫນື່ງເປັນສາມສີ່ສິບນາທີ ບໍ່ວ່າໄປສັນຫາເລື່ອງຢູ່ໃສມາລົມກັນ.
  ແນວໃດກໍດີ ໃນຖານະທີ່ຍັງເປັນໄວລຸ້ນຄົນຫນື່ງ ກໍຂໍຝາກໄປເຖິງໄວລຸ້ນຫລາຍໆຄົນ ທີ່ຍັງມີພຶດຕິກຳແບບນີ້ຢູ່ ໃຫ້ລົດລະເລີກສາ ອີ່ຕົນພໍ່ແມ່ ຫັນມາຮູ້ຈັກຊ່ວຍເຫລືອວຽກບ້ານງານເຮືອນ ຮູ້ຈັກໃຊ້ເວລາວ່າງໃຫ້ເກີດປະໂຫຍດຕໍ່ຕົນເອງ ຄອບຄົວ ແລະ ສັງຄົມ ກັນເຖີ້ນ.

"ໄວລຸ້ນ ຍຸກໃຫມ່ ໃສ່ໃຈຕໍ່ການຮ່ຳຮຽນ ສ້າງສົມປະສົບການ ພັດທະນາ ເມືອງບ້ານ *********ງໄກຢາເສບຕິດ ຄິດທຳແຕ່ຄວາມດີ"

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

altalt ຄວາມຝັນເປັນສິ່ງທີ່ສວຍງາມ...... ແຕ່ມັນຈະບໍ່ເກີດຂື້ນຖ້າມົວແຕ່ຝັນຢູ່ແບບນັ້ນ.

altalt ຄວາມຫັວງເປັນເໝືອນກຳລັງໃຈ....ແຕ່ມັນຈະບໍ່ສົມຫັວງເຊັນກັນຖ້າມົວແຕ່ຫັວງຢູ່ແບບນັ້ນ.

ແຕ່ກໍ່ແມ່ນຄວາມຈິງເມື່ອເລີ່ມຕົ້ນຕາມຝັນ ຫຼື ເຮັດຕາມຄວາມຫັວງແລ້ວ ມັນຈະສຳເລັດຕາມທີ່ໃຈຕ້ອງ

ການສະເໜີໄປ. ສຳລັບບາງຢ່າງມັນກໍ່ຕ້ອງເພື່ອໃຈໄວ້ເຊັນກັນ ມັນອາດຈະບໍ່ເປັນຢ່າງນັ້ນ ແລະ ກໍ່ອາດ

ຈະບໍ່ເປັນຢ່າງນີ້ຕາມທີ່ເຮົາຕ້ອງການໃຫ້ມັນເປັນ.

altalt ບໍ່ແມ່ນວ່າເຮົາບໍ່ດີ...... ແຕ່ເປັນເພາະວ່າເຮົາອາດດີບໍ່ພໍ.....ກໍ່ບໍ່ແມ່ນອີກຫັນລະ

ແທ້ຈິງແລ້ວກໍ່ເປັນເພາະມັນບໍ່ເໜາະສົມກັບເຮົາ...........ບໍ່ແມ່ນເຮົາບໍ່ເໝາະສົມກັບມັນ

ບາງສິ່ງບາງຢ່າງເມື່ອເຮົາເລືອກທີ່ຈະເດີນຕາມມັນ ເພື່ອໄຂ່ວຄ້ວາຫາກໍ່ຕ້ອງເຮັດໃຫ້ເຮົາພົບກັບຄວາມ

ຜິດຫັວງຢູ່ເລື້ອຍໆ....... ແຕ່ນັ້ນກໍ່ບໍ່ໄດ້ໜາຍຄວາມວ່າຈົບ ຫຼື ໝົດຫັວງທຸກສີ່ງທຸກຢ່າງ ບາງທີຄວາມ

ໝັ້ນໃຈ ຫຼື ການຕັ້ງຄວາມຫັວງໄວ້ສູງຫຼາຍ ກໍ່ອາດຈະເປັນດາບຍ້ອນກັບມາທຳຮ້າຍຕົວເຮົາເອງກໍ່ເປັນໄດ້.

altaltແຕ່ບາງຄັ້ງຕ້ອງພົບກັບຄວາມຜິດຫັວງຈາກສິ່ງໃດສີ່ງນື່ງ......ກໍ່ຢ່າເຖິງກັບຮ້ອງໄຫ້ເສຍໃຈ ກີນບໍ່ໄດ້

ນອນບໍ່ຫັລບ ຫຼື ວ່າທຳຮ້າຍຕົວເອງທາງອ້ອມເລີຍ......ເພາະແຕ່ລະສີ່ງກໍ່ບໍ່ແມ່ນທຸກຢ່າງຂອງຊີວິດ ຖ້າມັນ

ຄືທຸກຢ່າງຂອງຊີວິດເຮົາຄົງບໍ່ສາມາດຢືນໜັ້ນຈົນເຖີງທຸກມື້ນີ້......ເພາະສະນັ້ນຈົງເຮັດມື້ນີ້ໃຫ້ເປັນມື້ທີ່ດີທີ່ສຸດ

ເມື່ອລົ້ມກໍ່ລຸກຂື້ນໄໝ່ ເຖິ່ງຈະລຸກຊ້າ ແລະ ຍາກລຳບາກພຽງໃດກໍ່ຍັງດີກ່ວາບໍ່ພະຍາຍາມຈະລຸກແລະ ນັ່ງຖ້າ

ຄວາມຫັວງຢູ່ບ່ອນເກົ່າ.

altalt ເມື່ອເມື່ອຍກໍ່ຍຸດພັກແລ້ວເລີ່ມຕົ້ນໄໝ່ບາງຄັ້ງການສະແຫວງຫາສິ່ງໄໝ່ໆກໍ່ເປັນເລື້ອງທີ່ດີເພື່ອຈະໄດ້

ພົບກັບສີ່ງດີໆ ທີ່ດີກ່ວາເກົ່າແຕ່ບາງຄັ້ງ ສິ່ງເກົ່າກໍ່ອາດຈະດີກ່ວາສິ່ງໄໝ່ໆທີ່ກຳລັງຄົ້ນຫາຢູ່ກໍ່ເປັນໄປໄດ້ເດີເພື່ອນໆໆໆ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

altalt ຢ່າເບິ່ງໃຜທີ່ໜ້າຕາ ເພາະມັນອາດຫຼອກເຮົາໄດ້.

          ຢ່າເບິ່ງໃຜຈາກຄວາມຮັ່ງມີ ເພາະມັນບໍ່ແມ່ນຄວາມຈິງທີ່ຢັ້ງຢືນ.

          ໃຫ້ເບິ່ງຄົນທີ່ເຮັດໃຫ້ເຮົາຍີ້ມໄດ້ ເພາະພຽງຍີ້ມດຽວສາມາດເຮັດ

          ໃຫ້ມື້ທີ່ໝົນໝອງກັບສົດໃສຂໍໃຫ້ເຮົາພົບຄົນທີ່ເຮັດໃຫ້ເຮົາຍີ້ມໄດ້.

altalt ມີຊ່ວງເວລາໃນຊີວິດທີ່ເຮົາຄິດຮອດໃຜບາງຄົນຈົນກະທັ່ງຢາກດຶງ

          ເຂົາມາຈາກຄວາມຝັນແລ້ວກອດເອົາໄວ້ຂໍໃຫ້ເຮົາຝັນເຫັນຄົນໆນັ້ນ.

altalt ຝັນ...........ຄືສິ່ງທີ່ເຮົາຕ້ອງການຝັນ

         ໄປ.............ໃນທີ່ໆເຮົາຕ້ອງການຢາກຈະໄປ

          ເປັນ...........ໃນສິ່ງທີ່ເຮົາຕ້ອງການຈະເປັນ

          ເພາະເຮົາມີພຽງຊີວິດດຽວ ແລະ ມີໂອກາດດຽວທີ່ຈະເຮັດໃນສິ່ງທີ່ເຮົາຕ້ອງການ.

altalt ຂໍໃຫ້ເຮົາມີຄວາມສຸກທີ່ພຽງພໍ.......ທີ່ຈະເຮັດໃຫ້ເຮົາເປັນຄົນທີ່ອ່ອນຫວານ

          ຜ່ານການທົດສອບມາພຽງພໍ.........ທີ່ຈະເຮັດໃຫ້ເຮົາເຂັ້ມແຂງ.

          ມີຄວາມໂສກເສົ້າເສຍໃຈພຽງພໍ.....ທີ່ຈະເຮັດໃຫ້ເຮົາຍັງຄົງເປັນມະນຸດ.

          ແລະ ມີຄວາມຫັວງພຽງພໍ............ທີ່ຈະເຮັດໃຫ້ເຮົາມີຄວາມສຸກ.

altalt ເອົາໃຈເຂົາມາໃສ່ໃຈເຮົາ ຖ້າເຮົາຮູ້ສຶກວ່າສິ່ງນັ້ນຈະເຮັດໃຫ້ເຮົາເຈັບປວດ.

           ຮູ້ໄວ້ກ່ອນວ່າຄົນອື່ນກໍ່ເຈັບປວດຈາກສິ່ງດຽວເຊັນກັນ.

altalt ຄຳເວົ້າທີ່ບໍ່ໄດ້ຢັ້ງຄິດ......ອາດເກີດຄວາມຄັດແຍ້ງ.

          ຄຳເວົ້າທີ່ໂຫດຮ້າຍ........ອາດທຳລາຍຊີວິດ

          ຄຳເວົ້າທີ່ຖືກກາລະເທສະ....ອາດລຸດຄວາມຄຽດ.

          ຄຳວ່າຮັກ......ເຮັດໃຫ້ມີສຸກໄດ້.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

altalt ຄວາມຄຽດເປັນຕົວການສຳຄັນໃນການທຳຮ້າຍສຸຂະພາບຜິວ ແລະ ພາກຄວາມງາມຈາກຜິວໄປ

ເພາະຄວາມຄຽດຈະເຮັດໃຫ້ເກີດອະນຸມູນອິດສະລະ ແຕ່ມີວິທີຄາຍຄຽດມາຝາກ

alt ຄ້ຽວມັນຝັ່ຣງ

ຈັງຫວະດຽວທີ່ສະໝໍ່າສະເໜີຊ່ວຍລຸດຄວາມຄຽດທີ່ເກີດຂື້ນໄດ້, ທາງທີ່ດີຄວນຈະເລືອກໜາກຝັ່ຣງທີ່ປາສະ

ຈາກນໍ້າຕານຍິ່ງດີ ເພາະຈະໄດ້ບໍ່ຜົນກະທົບຕໍ່ກັບແຂ້ວຂອງເຮົາ.

alt ຫາຍໃຈເລຶກໆ

ດ້ວຍການວາງມືໄວ້ເທິງໜ້າທ້ອງ ຫາຍໃຈເຂົ້າໃຫ້ທ້ອງໃຫ່ຍອອກ, ກັ້ນລົມຫາຍໃຈໄວ້ໜ໋ອຍນື່ງ ຈາກນັ້ນກໍ່

ຫາຍໃຈອອກຍາວໆໃຫ້ໜ້າທ້ອງນ້ອຍລົງ. ເຮັດຊໍ້າກັນອີກ 5-10ຄັ້ງ

alt ຢືດຕົວຊື່ໆ ແລະ ຄາຍກ້າມເນື້ອທີ່ລະສ່ວນ

ໂດຍເລີ່ມຈາກນີ້ວຕີນ ຄະນ໋ອງ ຫົວເຂົ່າ ສະໂພກ ຢືດຊື່ໆທຸກສ່ວນໄວ້ໜ໋ອຍນື່ງແລ້ວຜ່ອນຄາຍ, ຈາກນັ້ນກໍ່

ຕາມມາດ້ວຍການຢືດທ້ອງ ແຂນ ບ່າ ຄໍ ແລະ ໃບໜ້າໃຫ້ຊື່ໆປະມານ 10-15 ວິນາທີ ແລ້ວກໍ່ຜ່ອນຄາຍ ປະ

ຕິບັດແບບດຽວຊໍ້າໆກັນ5-10ຄັ້ງ ກໍ່ຈະຊ່ວຍໃຫ້ເຮົາຫາຍຄຽດ ແລະ ສົດໃສຂື້ນດ້ວຍລະເພື່ອນໆໆ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

altalt ໃຜໆກໍ່ເວົ້າກັນວ່າ ກິນຈືນມັນຝັ່ຣງຫຼາຍໆຊິເຮັດໃຫ້ອ້ວນ

           ແຕ່ຄວາມຈິງແລ້ວມັນຝັ່ຣງບໍ່ໄດ້ໄຊ້ໄວ້ກິນພຽງຢ່າງດຽວ ມັນຍັງມີປະ

ໂຫຍດອີກຫຼາຍຢ່າງ ແລະ ຍັງຊ່ວຍບຳລຸງຜິວສາວໆໃຫ້ງາມຂື້ນດ້ວຍລະເພື່ອນໆ

ບໍ່ເຊື່ອກໍ່ລອງຂູດມັນຝັ່ຣງດິບ ແລ້ວຫໍ່ໃສ່ຜ້າຂາວບາງ ຈາກນັ້ນກໍ່ນຳໄປຂັດຜິວໃຫ້

ທົ່ວ. ແປ້ງໃນມັນຝັ່ຣງມີຄຸນສົມບັດຊ່ວຍເຮັດໃຫ້ຜິວກະຈ່າງໃສ ລະອຽດອ່ອນ ແລະ

ເຮັດໃຫ້ຜິວເຮົານຸ້ມນວນ ເປັ່ງປັງສົດໃສນອກນີ້ຍັງເຮັດໃຫ້ຜິວຜ່ອນຄາຍ ແລະ ສະ

ບາຍເນື້ອສະບາຍໂຕອີກດ້ວຍລະເພື່ອນໆໆໆໆ

                  ຮູ້ຈັງຊີກໍ່ຢ່າລືມນຳໄປທົດລອງເດີ!!!!!!

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

 altalt ຊ່າງມັນເຖາະຂ້ອຍບໍ່ສົນໃຈ

         ບໍ່ແມ່ນວ່າຈະບໍ່ສົນໃຈໄປໝົດທຸກເລື້ອງແຕ່ຕ້ອງການໃຫ້ເຮົາເລີກສົນໃຈເລື້ອງບໍ່ເປັນເລື້ອງຕ່າງຫາກ

           ສົມມຸດວ່າ: ຄົນຂັບລົດຈຳໂບ້ຕວະເງິນທອນເຮົາໄປ ສອງພັນຈົນສາມມື້ຜ່ານໄປແຕ່ເຮົາຍັງຈື່ໜ້າຄົນຂັບໄດ້ຢູ່ແບບ

           ນີ້ຜູ້ຍິງນ່າຮັກບໍ່ຄວນປະຕິບັດຢ່າງຍິ່ງເລື້ອງເລັກໆນ້ອຍໆທີ່ເຮົາສາມາດເບິ່ງຂ້າມໄປໄດ້ກໍ່ປ່ອຍມັນໄປດີກວ່າບໍ່ຕ້ອງ

           ເກັບມາຄິດໃຫ້ໜົດຄວາມສົດໃສດີກວ່າ

altalt ຍຸດອາລົມໃຫ້ດີ

              ຖ້າຄົນຮອບຕົວເຮົາກຳລັງໂວຍວ້າຍ ງຸດງິດ ຫຼື ແມ່ນຫັຍງກໍ່ຊ່າງທີ່ບໍ່ກ່ຽວຂ້ອງກັບເຮົາເລີຍ, ກໍ່ບໍ່ມີປະ

            ປະໂຫຍດອັນໃດທີ່ຜູ້ຍິງນ່າຮັກໆຈະຕ້ອງສະແດງນໍ້າໃຈໄມ້ຕີໂດຍການກະໂດດເຂົ້າໄປຮ່ວມວີພາກວິຈານ ຫຼື ສະ

            ແດງອາລົມໄປກັບເຂົາ, ສູ້ເປັນຝ່າຍຢູ່ຊື່ໆຮັບຟັງຈະດີກວ່າ ນອກຈາກຈະບໍ່ທຳຮ້າຍສຸຂະພາບຈິດຂອງຕົນເອງແຕ່

            ການຮັບຟັງແບບມິດງຽບຈະເປັນວິທີ່ແກ້ໄຂບັນຫາ ແລະ ເປັນສິ່ງທີ່ຄົນຮອບຂ້າງເຮົາຕ້ອງການກໍ່ໄດ້.

altalt ນິນທາຄົນອື່ນໆຄືກັບປາໄຫຼ

                          ຍິ່ງນິນທາກໍ່ຍິ່ງມັນ ຍິ່ງນໍ້າລາຍຟົ່ງກະແຈກກະຈາຍໄປໝົດ, ດີບໍ່ດີລາມມາຮອດຕົວຜູ້ເວົ້ານຳ ການນິນ

           ທາລັບຫຼັງຄົນອື່ນຍິ່ງເປັນສິ່ງຕ້ອງຫ້າມສຳລັບຜູ້ຍິງນ່າຮັກ ເພາະເວລາທີ່ເຮົາກຳລັງນິນທາຄົນອື່ນຢູ່ນັ້ນຕົວເຮົາເອງ

           ກໍ່ອາດຈະບໍ່ແນ່ໃຈວ່າມື້ນື່ງຈະຕົກເປັນເຫື້ຍອໃຫ້ຄົນອື່ນນິນທາຕົວເຮົາກໍ່ໄດ້.

altalt ຍຸດຄິດ

                           ບໍ່ແມ່ນໃຫ້ຍຸດແລ້ວຄິດ ແຕ່ວ່າຍຸດຄວາມຄິດບາງສິ່ງບາງຢ່າງ ໂດຍສະເພາະຄວາມຄິດແບບເປີດເສິກ

           ບໍ່ວ່າຈະເປັນສົງຄາມກັບຕົວເອງ ຫຼື ຄົນຮອບຂ້າງທັນທີທີ່ເລີ່ມຄິດໃຫ້ຕິດເບກໄວ້ເລີຍ ເພາະມັນຈະທພລາຍອາລົມ

           ແລະ ຈິດໃຈ ທີ່ນ່າຮັກຂອງເຮົາຊື່ໆ.

altalt ເບື່ອຄົນເວົ້າຫຼາຍ

                            ນັບວ່າໂຊກດີຖ້າເຮົາຮູ້ໂຕວ່າເປັນຜູ້ຍິງທີ່ບໍ່ມັກການເວົ້າຫຼາຍແຕ່ບາງຄົນກໍ່ມັກຈະເວົ້າວ່າ: ເປັນຫັຍງ

           ຄົນນັ້ນຄົນນີ້ເວົ້າຫຼາຍ ເມື່ອໃດລາວຈະຍຸດເວົ້າ ເປັນຕາເບື່ອທີ່ສຸດ. ຮູ້ຕົວບໍ່ວ່າຖ້າເຮົາຍັງເວົ້າເລື່ອງທີ່ຄົນອື່ນເວົ້າບໍ່

           ເຊົ່າ ເຮົາກໍ່ຈະກາຍເປັນເວົ້າຫຼາຍເປັນຕາເບື່ອຄືກັນກັບເຂົາຫັນລະ.

            ບໍ່ຢາກເກີນຄວາມສາມາດແມ່ນບໍ່ໆໆໆໆໆໆໆ