ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

  ປະເພນີເປັນສິ່ງທີ່ສຳຄັນອີກອັນນຶ່ງ ທີ່ເຮົາຈະຕ້ອງປະຕິບັດໃຫ້ຖືກຕ້ອງ ຖ້າຫາກວ່າເຮັດບໍ່ຖືກຕ້ອງ ຖືວ່າບໍ່ເປັນມຸງຄຸນ ໂດຍສະເພາະຢ່າງຍິ່ງສຳຫລັບປະຊາຊົນຊາດລາວເຮົາ ເມື່ອເຮັດຫຍັງມັກໃຫ້ມີພິທີເປັນກິຈລັກສະນະ ມີປະເພນີທີ່ຕ້ອງປະຕິບັດກັນຫລາຍຢ່າງ ເປັນຕົ້ນວ່າໃຫ້ຮີດສິບສອງ ເຮົາກໍພໍຈະສັງເກດເຫັນໄດ້ແລ້ວວ່າ ນັບຕັ້ງແຕ່ຕົ້ນປີເຖິງປາຍປີ ເຮົາຈະຕ້ອງມີປະເພນີທີ່ຈະຕ້ອງປະຕິບັດຫລາຍຢ່າງ ເມື່ອພວກເຮົາຫາກມີຄວາມຈຳເປັນ ເພື່ອປະຕິບັດຕາມປະເພນີດັ່ງກ່າວແລ້ວ ເພື່ອໃຫ້ການກະທຳນັ້ນເປັນໄປໂດຍຖືກຕ້ອງ ແລະໃຫ້ເກີດປະໂຍຊນ໌ ແກ່ຜູ້ສົນໃຈໃນອັນທີ່ຈະສຶກສາເຣື້ອງປະເພນີຂອງລາວເຮົານີ້ ຂ້າພະເຈົ້າຈຶ່ງໄດ້ຮີບໂຮມປະເພນີລາວ ຈາກທີ່ຕ່າງໆຕາມກຳລັງສະຕິປັນຍາມາຈັດພິມ

ເປັນເຫລັ້ມ ເພື່ອສະດວກແກ່ຜູ້ທີ່ປະສົງສຶກສາແລະຄົ້ນຄວ້າຕໍ່ໄປ.
    ຂ້າພະເຈົ້າໝັ້ນໃຈວ່າ ປື້ມປະເພນີລາວຫົວນີ້ ຄົງອຳນວຍຄວາມສະດວກແລະເປັນປະໂຍຊນ໌ແກ່ຜູ້ສຶກສາແລະຄົ້ນຄວ້າຕາມສົມຄວນ ແລະຄວາມບົກພ່ອງບາງປະການຂອງປື້ມຫົວນີ້ອາດມີ ຂ້າພະເຈົ້າຫວັງຈະໄດ້ຮັບອະໄພຈາກບັນດາທ່ານຜູ້ຮູ້ທັງຫລາຍ ແລະຫວັງຈະໄດ້ຮັບການແນະນຳຊວ່ຍຕິຊົມຈາກທ່ານຜູ້ອ່ານເພື່ອແກ້ໄຂໃນໂອກາດຕໍ່ໄປ.

                        
ພຣະມະຫາປາລ ອານັນໂທ     ໓໐ ຕູລາ ໒໕໑໑

                 (ຈາກປື້ມ ປະເພນີລາວ ໂດຍທ່ານພຣະອາຈາຣຍ໌ມະຫາປາລ ອານັນໂທ)

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2009 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມຮັກຂອງພໍ່ແມ່ທີ່ມີຕໍ່ລູກຄວນພໍເໝາະພໍດີ ບາງຄັ້ງຄວາມຮັກຄວາມຫວ່ງໄຍທີ່ຫຼາຍເກີນໄປ ເຮັດໃຫ້ລູກອຶດອັດ ຄັບຂ້ອງໃຈກໍມີຫຼາຍ ຢ່າລືມວ່າ ຄວາມຮູ້ສຶກຂອງລູກເປັນສິ່ງສຳຄັນ.

ເມື່ອຄັ້ງທີ່ອາຈານໄປສະແຫວງບຸນທີ່ອິນເດຍ ມີຢູ່ວັນໜຶ່ງ ພັກທີ່ໂຮງແຮມໃນນິວເດລີ ມີໜຸ່ມຊາວໄຕ້ຫວັນຄົນໜຶ່ງ ເມື່ອເຫັນພຣະກໍຮີບເຂົ້າມາຫາ ຍາກທີ່ຈະລະບາຍຄວາມອຶດອັດໃຈ ເຂົາແນະນຳຕົວກັບອາຈານວ່າ ເຂົາເປັນລູກຊາຍຄົນດຽວຂອງພໍ່ແມ່ ເຊິ່ງເປັນຄອບຄົວຄົນຈີນ ເຮັດທຸລະກິດການຄ້າໃນປະເທດໄຕ້ໄຫວ ມີຖານະດີຫຼາຍ ແຕ່ເຂົາຢາກຈະຂ້າຕົວຕາຍ ເພາະພໍ່ແມ່ຮັກເຂົາຫຼາຍ ຈົນຮູ້ສຶກອຶດອັດ ຂາດອິດສະຫຼະ ບໍ່ມີຄວາມສຸກ ເຂົາເຫຼົ່າວ່າ ພໍ່ແມ່ຈູ້ຈີ້ຈຸກຈິກ ດູແລເຂົາ ໃກ້ຊິດສ່ຳກັບວ່າເຂົາເປັນລູກສາວທີ່ຍັງນ້ອຍ ທັງໆທີ່ເຂົາອາຍຸໄດ້ ໒໗ ປີແລ້ວ ເຂົາບໍ່ເຄີຍມີອິດສະຫຼະເໝືອນເພື່ອນໆເລີຍ ຖ້າຄວາມຮັກຂອງພໍ່ແມ່ ເຮັດໃຫ້ເຂົາເປັນແບບນີ້ ເຂົາຂໍຕາຍດີກວ່າ.
alt
ຄວາມຮັກທີ່ມີອຸປະທານຢຶດໝັ້ນຖືໝັ້ນ ຈົນກາຍເປັນການເຂົ້າໄປຄອບຄອງເປັນເຈົ້າຊີວິດຂອງລູກ ກຳນົດເສັ້ນທາງໃຫ້ລູກ ຈິ່ງເປັນໂທດຫຼາຍ ການລ້ຽງດູລູກ ຈິ່ງເປັນໂທດຫຼາຍ ການລ້ຽງດູລູກ ຕ້ອງເອົາໃຈເຂົາມາໃສ່ໃຈເຮົາ ພະຍາຍາມເຂົ້າໃຈຄວາມຮູ້ສຶກຂອງເຂົາ ຮຽນຮູ້ ແລະເຂົ້າໃຈທຳມະຊາດຂອງເດັກນ້ອຍ ພະຍາຍາມໃຫ້ລູກເຊິ່ງເປັນຝ່າຍໄດ້ຮັບຄວາມຮັກຈາກເຮົາ ເກີດຄວາມຮູ້ສຶກອົບອຸ່ນ ໝັ້ນຄົງທາງອາລົມ ຮູ້ຈັກຜິດຖືກ ຊົ່ວດີ ແລະພັດທະນາຊີວິດຂອງເຂົາໃຫ້ໝັ້ນຢູ່ໃນສີນ ໕ ໄດ້ ເອີ້ນວ່າມີຈິດໃຈສົມບູນ.

ທີ່ປະເທດຍີ່ປຸ່ນ ເຄີຍມີລັດຖະມົນຕີທ່ານໜຶ່ງ ໃຫ້ສຳພາດວ່າ ຕົນເອງເມື່ອສະໄໝເປັນເດັກນ້ອຍ ມີນິໄສຂີ້ດື້ ຫົວແຂງ ແຕ່ດວ້ຍຄວາມໝັກແໜ້ນໝັ້ນຄົງຂອງແມ່ແລະຄູ ທີ່ລ້ຽງດູແລະອົບຮົມເຂົາດວ້ຍຄວາມຮັກຄວາມເຂົ້າໃຈ ເຮັດໃຫ້ເຂົາພັດທະນາຂື້ນ ຈົນສາມາດປ່ຽນນິໄສໄດ້ ເຂົາຈິ່ງເຕີບໂຕຂື້ນເປັນຜູ້ໃຫຍ່ທີ່ມີຄຸນນະພາບ ປະສົບຄວາມສຳເລັດໃນການງານ ຈົນມີໂອກາດເຮັດວຽກຮັບໃຊ້ປະເທດຊາດໃນຖະນະຂອງລັດຖະມົນຕີ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມະນຸດທຸກຄົນ ຕ່າງກໍ່ມີຄວາມສຳຄັນໃນຕົນເອງສະເໝີ ເມື່ອຕົນເອງມີລັກສະນະເດັ່ນດີກວ່າຄົນອື່ນກໍ່ ຍິ່ງມີຄວາມສຳຄັນຕົນຂື້ນໄປເລື້ອຍໆ ຍົກເວັ້ນບັນດິດຜູ້ສະຫລາດ ຜູ້ທີ່ເປັນພະຫູສູດ (ຜູ້ທີ່ໄດ້ຜ່ານການໄດ້ຍິນ,ໄດ້ຟັງ,ໄດ້ສຶກສາຮ່ຳຮຽນມາຫລາຍແລ້ວ)ຈະເຂົ້າໃຈຕົນເອງ ແລະ ຄົນອື່ນຫລາຍຂື້ນ ຍ້ອນໝັ່ນກວດສອບສັງວອນໃນກິຣິຍາອາການຂອງຕົນ.ຄວາມສຳຄັນຕົນເອງ ຈັດເຂົ້າໃນຄວາມຫລົງຫລືໂມຫະ ຄວາມຫລົງຕົນເອງນີ້ບາງຄັ້ງກໍ່ເຮັດໃຫ້ ຄົນຕາບອດ. ການປົດເປື້ອງຄວາມຫລົງອອກແລ້ວເປີດໃຈເພື່ອຄົນອື່ນ ເຫັນຄົນອື່ນກໍ່ສຳຄັນເຊັ່ນກັນ ຈະນຳມາເຊິ່ງຄວາມເຂົ້າໃຈລະຫວ່າງເພື່ອນມະນຸດດວ້ຍກັນຫລາຍຂື້ນ. ຖ້າມົວແຕ່ສຳຄັນຕົນເອງ ວ່າແຕ່ເຮົາເອງບໍ່ເປັນສອງລອງຈາກໃຜ ໂລກທີ່ເຮົາອາໄສຢູ່ເຊິ່ງໃນທັດສະນະຂອງຄົນທັງໂລກວ່າ ກວ້າງໃຫຍ່ໄພສານ ກໍ່ຈະແຄບລົງ.ຍ້ອນຄວາມຫລົງໃນອັຕຕາຫລືຕົວຕົນນີ້ເອງຈິ່ງເຮັດໃຫ້ມະນຸດກໍ່ຄວາມທຸກຫລາຍໆຢ່າງຕໍ່ຕົນເອງ ແລະ ເພື່ອນຮ່ວມໂລກ ຮ່ວມສັງຄົມ ຫລືແມ່ນແຕ່ໃນສະຖາບັນຄວາມຄົວ. ເຊັ່ນການໂຕ້ຖຽງກັນບໍ່ຍິນຍອມ ປະນີປະນອມ ແລະ ໃຫ້ອະໄພ ບໍ່ມີໃຈເມຕຕາເອື້ອອາທອນ ຍ້ອນໃຜກໍ່ວ່າຕົນເອງສຳຄັນ ສຸດທ້າຍໄຟໂທສະ ກໍ່ລຸກລາມໃໝ້ທັງສອງຝ່າຍ. ຖ້າຫາກຝ່າຍໃດໜຶ່ງຢຸດຟັງຄົນອື່ນ ດວ້ຍໃຊ້ສະຕິປັນຍາ ແລະ ຫລັກເຫດຜົນ. ຄວາມທຸກທີ່ຈະເກີດຂື້ນກໍ່ຈະຫລຸດລົງ ໄຟມະໄລກັນໃນດວງໃຈກໍ່ຈະດັບມອດ.ການປ່ອຍວາງຄືການຮັບຟັງບັນຫາດວ້ຍຫລັກປັນຍາ ແລະ ເຫດຜົນ ແຕ່ບໍ່ແມ່ນການເພີ່ມສະນວນດວ້ຍ ການອວດອ້າງທະນົງຕົນ. ເມື່ອຕົນ ຫລືອັຕຕາ ego ຖືກຮັບຮູ້ ແລະ ລະງັບໄວ້ດວ້ຍການຮູ້ເທົ່າທັນ ຂອງອາການຈິຕໃຈທີ່ອວດອົ່ງທະນົງຕົນ ຕົນທີ່ວ່າໃຫຍ່ກໍ່ຈະນ້ອຍລົງດວ້ຍອາການທີ່ເຍືອກເຢັນ.

ຍິ່ງຕົນໃຫຍ່ກໍ່ຍິ່ງໜັກ ການປ່ອຍວາງປຽບເໝືອນການຖ່ອມຕົນລົງມາ ຍິ່ງນອ້ຍກໍ່ຍິ່ງເບົາ ການຮຽນຮູ້ການປ່ອຍວາງເປັນຫົນທາງໄປສູ່ການຮູ້ແຈ້ງ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນເຮົາເກີດມາກໍ່ຍ້ອນ ອະວິຊຊາ ເປັນຕົວກຳເນີດ ພົບ ຊາດ(ຢູ່ໃນປະຕິດຈະສະມຸປປາບາດ) ເນື່ອງຈາກວ່າຍັງບໍ່ທັນໝົດກິເລດ ຕັນຫາ ຈິ່ງຕ້ອງວຽນວາຍຕາຍເກີດ ຈົນກວ່າຈະໄດ້ບຳເພັນບາຣະມີໃຫ້ຄົບບໍຣິບູນ ບຳເພັນຄວາມເປັນອະຣິຍະບຸກຄົນໄດ້ຄົບສີ່ຂັ້ນ(ຄືພຣະໂສດາບັນ, ພຣະສະກິທາຄາມີ, ພຣະອານາຄາມີ ແລະ ພຣະອໍຣະຫັນ)ຄົບບໍຣະບູນຈິ່ງຈະບໍ່ມາເກີດອີກ. ຜູ້ທີ່ຝຶກປະຕິບັດທັມໄດ້ເຖິງຂັ້ນວິປັສສນາຍານສິບຫົກ ຈະກັບຊາດມາເກີດອີກພຽງເຈັດຊາດ ເພື່ອບໍາເພັນບາຣະມີທັມ ແລ້ວກ້າວເຂົ້າສູ່ພຣະນິພພານໃນຊາດທີເຈັດ. ພວກເຮົາສາມາດເປັນພຣະໂສດາບັນໄດ້ໂດຍຝຶກປະຕິບັດວິປັສສນາກັມມະຖານໃນຊາດນີ້ ໃຫ້ໄດ້ເຖິງວິປັສສນາຍານສິບຫົກ ພໍ່ອອກ ແມ່ອອກ ກໍ່ສາມາດບັນລຸເປັນພຣະໂສດາບັນໄດ້.



ຫລາຍຄົນມັກຈະຕອບວ່າ ຄົນເຮົາເກີດມາໃຊ້ກັມ ແຕ່ຫມີຈັກຄົນຈະເຂົ້າໃຈວ່າ ການໃຊ້ກັມນັ້ນແມ່ນແນວໃດກັນແທ້ ທີ່ຈິງແລ້ວ ຍ້ອນກິເລດຍັງບໍ່ສິ້ນ ພວກເຮົາຈິ່ງເກີດມາ ສະນັ້ນ ການສ້າງບຸນ ການປະຕິບັດທັມ ກໍ່ແມ່ນການຕັດຊາດຕັດພົບເທື່ອລະນ້ອຍເພື່ອຈະບໍ່ຕອ້ງເກີດອີກ.



ຄວາມໝາຍຂອງຊີວິດຢູ່ບ່ອນວ່າ ເກີດມາແລ້ວ ບໍ່ເສຍຖ້ຽວ ມີໂອກາດໄດ້ສ້າງຄວາມດີ ຫາຍໃຈໃຫ້ເປັນປະໂຫຍດແກ່ຕົນເອງ ແລະ ສັງຄົມ. ຊີວິດນີ້ບໍ່ມີແກ່ນສານ ຄວາມດີທີ່ສ້າງໄວ້ເປັນແກ່ນສານ ບາບບຸນຈະຕິດຕາມໄປສູ່ປະຣະພົບ ຄືພົບຂ້າງໜ້າ. ມະນຸດເກີດມາພຽງແຕ່ມາເຊົ່າເຮືອນຢູ່ ຄືຮ່າງກາຍທີ່ເຮົາອາໄສຢູ່ນີ້ເປັນພຽງເຮືອນເຊົ່າ ສວ່ນເຈົ້າຂອງຮ່າງກາຍກໍ່ຄືຈິຕຂອງເຮົາ ຈິຕດວງນີ້ ຈະລ່ອງລ່ອຍໄປຈາກພົບໜຶ່ງ ໄປສູ່ອີກພົບໜຶ່ງ ຈົນກວ່າເຮົາຈະສາມາດທຳລາຍກິເລດໃຫ້*********ນ ຈິຕດວງນັ້ນກໍ່ຈະຫລຸດພົ້ນ. ບໍ່ມາເກີດອີກ ເໝືອນພຣະພຸດທະເຈົ້າໄດ້ກ່າວອຸທານອອກມາຕອນຕັດສະຮູ້ວ່າ"


ອະເນກະຊາ ຕິສັງສາຣັງ ສັນທາວິດສັງ ອະນິພພິສັງ.....ຄືພຣະພຸດທະອົງຮູ້ວ່າ ເພິ່ນໄດ້ສ້າງເຮືອນນີ້ມາຫລາຍເປັນອະເນກະຊາດແລ້ວ ຕອນນີ້ເພິ່ນຮູ້ວິທີທຳລາຍເຮືອນແລ້ວ ຄືຕັດສິ້ນກິເລດແລ້ວ.



ຄຸນຄ່າຂອງຊີວິດ ຢູ່ທີ່ການບຳເພັນຄວາມດີ ປະຕິບັດ ສິນ ທານ ພາວະນາ ໃຫ້ບໍລິບຸນ. ສະຖານະພາບທີ່ເຮົາເປັນຢູ່ປັດຈຸບັນນີ້ ແມ່ນໄດ້ຮັບການອຳນວຍຜົນມາຈາກຊາດປາງກ່ອນ ຫລືກັມທີ່ກະທຳໃນຊາດນີ້ມາສະໜອງ ໃຫ້ຮ່າງມີ ທຸກຈົນ.... ຜູ້ທີ່ລວຍແລ້ວບໍ່ບຳເພັນບຸນຕໍ່ໄປ ເກີດໄປຊາດໜ້າ ຈະເອົາບຸນອັນໃດມາເກື້ອໜຸນອີກ. ຜູ້ທີ່ເກີດມາດີແລ້ວ ໄປເຮັດຊົ່ວຕື່ມອີກ ພົບຊາດຂ້າງໜ້າກໍ່ຈະຕົກຕ່ຳໄປອີກ ຊ້າຕໍ່ການເດີນທາງ. ສະນັ້ນ, ມະນຸດເຮົາທີ່ເກີດມາບໍ່ຄວນປະໝາດໃນການເດີນ ຄືບໍ່ເຜີຕົວໄປທຳຄວາມຊົ່ວ ອັນຈະນຳພາຕົນໄປສູ່ອະບາຍະພູມ(ນາຣົກ), ພົບສັດເດຍຣະສານ, ພົບເປດ, ພົບອະສຸຣະກາຍ. ຢ່າງນ້ອຍໃຫ້ໄດ້ມີໂອກາດກັບມາເກີດເປັນມະນຸດ ເພື່ອຈະໄດ້ສ້າງສົມບຸນອີກຕໍ່ໄປ. ຈະເກີດມາເປັນມະນຸດໄດ້ຕ້ອງຮັກສາສິນຫ້າຢູ່ເປັນນິດ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ກ່ອນອື່ນຕ້ອງຂໍອະທິບາຍຄຳສັບສາກ່ອນ. ຄຳວ່າ "ເຂົ້າປຽກ" ໃນພາສາລາວເຮົາ ໝາຍເຖິງເຂົ້າທີ່ເອົາເຂົ້າສານມາຕົ້ມ ບໍ່ໝາຍເຖິງເຂົ້າປຽກເສັ້ນທີ່ຄົນວຽງຈັນເຂົ້າໃຈ. ໃນພາສາບາລີ ເພິ່ນເອີ້ນວ່າ"ຍາຄູ" ຍາຄູອັນນີ້ ກໍບໍ່ໄດ້ໝາຍເຖິງ ຍາຄູຜູ້ເປັນຄູບາຢູ່ໃນວັດ ຄືຊາວສະຫວັນນະເຂດມັກໃຊ້ເອີ້ນຄູບາເດີ ໃນພາສາອັງກິດເອີ້ນວ່າ porridge . ແຕ່ຄົນວຽງຈັນອາດຈະເອີ້ນເຂົ້າປຽກນີ້ວ່າ "ເຂົ້າຕົ້ມ" ກໍເປັນໄດ້ ແຕ່ຢ່າໃຫ້ໄປປົນກັນກັບ " ໂຈ໋ກ". ຖ້າຈະໃຊ້ຄຳວ່າ "ເຂົ້າຕົ້ມ" ຢ້ານໄປປົນກັນກັບ " ເຂົ້າຕົ້ມຫໍ່" ທີ່ພວກເຮົາຊາວພຸດເຮັດໄປວັດຍາມບຸນຫໍ່ເຂົ້າ ຖ້າເຂົ້າຕົ້ມແນວນີ້ ໃນພາສາບາລີ ເພິ່ນເອີ້ນວ່າ "ໂມທະກະ"

ເອົາລະ ມາເວົ້າເລື່ອງເຂົ້າປຽກດີກວ່າ ຢູ່ຕາມແຖວຊົນນະບົດ ເວລາມີງັນເຮືອນກັມຫລືເຮືອນດີ ຍາມເດິກໆມາ ເຈົ້າຂອງເຮືອນຫລືເຈົ້າພາບ ມັກຕົ້ມເຂົ້າປຽກສູ່ຜູ້ມາງັນເຮືອນຕົນເອງເປັນປະຈຳ ນອກຈາກນີ້ ຍັງມີຕຳໝາກຫຸ່ງແຖມມາພ້ອມ ເພື່ອປ້ອງກັນຄວາມງ້ວງນອນ ເພິ່ນຍັງຫາໃນໝາກຂາມມາຂົ້ວສູ່ກິນອີກ ຫຍ້ຳໝົດຄືນ ເລີຍບໍ່ຢາກນອນ. ບໍ່ຢາກເວົ້າໄປຍາວ ມາຮູ້ຈັກຄຸນສົມບັດຂອງເຂົ້າປຽກກັນດີກວ່າ. ເຂົ້າປຽກມີຄຸນສົມບັດ ຫລື ມີຄຸນປະໂຫຍດຢູ່ ໑໐ ປະການ ດັ່ງນີ້:


alt

໑. ໃຫ້ອາຍຸ (ແນ່ນອນເມື່ອໄດ້ກິນເຂົ້າແລ້ວ ກໍບໍ່ຫິວ ຍ່ອມມີຊິວິດຢູ່ຕໍ່ໄປອີກ)
໒. ກຳຈັດຄວາມຫິວ (ໄດ້ກິນແລ້ວ ຄວາມຫິວກໍຫາຍໄປແນ່ນອນ ແຕ່ກິນເຂົ້າປຽກສວ່ນໃຫຍ່ຈະຫິວໄວ ຍ້ອນບໍ່ຢູ່ທ້ອງ)
໓. ໃຫ້ວັນນະ (ໝາຍເຖິງເຮັດໃຫ້ຜິວພັນດີ)
໔. ບັນເທົາຄວາມຢາກ(ເພື່ອເປັນຢາແກ້ຄວາມຫິວ ຢາກກິນເຂົ້າມາແຮງໆ ກິນເຂົ້າປຽກໃສ່ກໍອີ່ມ)
໕. ໃຫ້ສຸຂ (ເມື່ອກິນແລ້ວ ພະຍາດຄວາມຫິວກໍຫາຍໄປ ຄວາມສຸຂໃຈກໍເຂົ້າມາແທນແນ່ນອນ)
໖. ໃຫ້ລົມໃນຮ່າງກາຍແລ່ນສະດວກ (ເຮັດໃຫ້ວາໂຍທາດໃນຮ່າງກາຍແລ່ນສະດວກ )
໗. ໃຫ້ກຳລັງ (ກິນແລ້ວມີກຳລັງວັງຊາ ຫລື ມີເຫື່ອມີແຮງ)
໘. ລ້າງລຳໃສ້ (ອັນນີ້ກໍເປັນໄປໄດ້ ຕາມສັງເກດເບິ່ງ ເວລາກິນເຂົ້າປຽກຍາມໃດ ມັກຖ່າຍເທໄດ້ດີ)
໙. ໃຫ້ປະຕິພານ(ກິນແລ້ວເວົ້າຈາປາໄສໄດ້ດີ ເໝືອນຄຳເວົ້າທີ່ມັກເຄີຍໄດ້ຍິນວ່າ ກອງທັບຕ້ອງເດີນດວ້ຍທ້ອງ ເມື່ອທ້ອງອີ່ມຈະເວົ້າຫຍັງອອກມາກໍຄິດອອກ)
໑໐. ຍ່ອຍອາຫານທີ່ຕົກຄ້າງ