ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ພວກເຮົາຜູ້ມີພາລະແບກຫາບຄອບຄົວ ຈຳເປັນຕ້ອງອອກເຮືອນອອກບ້ານແຕ່ເຊົ້າໆ ກັບມາກໍຕອນແລງ ເກືອບຄ່ຳແລ້ວ ແລະ ຄົງປະຕິເສດ ບໍ່ໄດ້ວ່າ ຊີວິດທີ່ຝາກໄວ້ນຳຮ້ານຂອງກິນສຸກ ຫຼື ຮ້ານເຝີ ຮ້ານອາຫານນັ້ນ ເຮົາຕ້ອງກິນໄຂມັນຫຼາຍກວ່າຄວາມຕ້ອງການຂອງ ຮ່າງກາຍ ອາດເຮັດໃຫ້ຕຸ້ຍພີຂຶ້ນ ແລະ ກໍອາດຈະເຮັດໃຫ້ເປັນພະຍາດກ່ຽວກັບຫົວໃຈ ຫຼື ຄວາມດັນ ຕາມມາກໍອາດເປັນໄດ້ ຖ້າໃນກໍລະນີຊ່າງເລືອກ ຊ່າງກິນ ບໍ່ຟັງຄວາມຢາກ ກໍຈະພໍຜ່ານໄປໄດ້ສ່ວນໃດສ່ວນໜຶ່ງ.

ການກິນໄຂມັນກໍບໍ່ໝາຍຄວາມວ່າບໍ່ດີສະເໝີໄປ ຖ້າການກິນໄຂມັນແຕ່ພໍດີ ຄືກິນໜ້ອຍໆກໍຈະເຮັດໃຫ້ແຊນສະໝອງ ແຊນກ້າມເນື້ອ ແຊນປະສາດ ເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ສິ່ງສຳຄັນທີ່ສຸດ ຄືຕ້ອງກິນໄຂມັນ ແຕ່ພໍເໝາະສົມ ເພາະວ່າ ວິຕາມີ A D E K ໃນອຫານຈະບໍ່ເກີດປະໂຫຍດເລີຍ ຖ້າບໍ່ກິນໄຂມັນ ເພື່ອເຂົາໄປລະລາຍວິຕາມິນເຫຼົ່ານັ້ນ ແຕ່ຢ່າລືມວ່າ ຖ້າກິນໄຂມັນຫຼາຍເກີນໄປ ຫຼື ກິນປະຈຳ ໂດຍສະເພາະຈາກການຊື້ອາຫານສຸກແລ້ວທີ່ຂາຍຕາມຮ້ານທົ່ວໄປ ແມ່ນແຕ່ເຝີ ໝີ່ ຖ້າກິນຫຼາຍກໍຈະສ່ຽງຕໍ່ການເປັນພະຍາດຕຸ້ຍ ໄຂມັນໃນເສັ້ນເລືອດອັດຕັນ ເບົາຫວານ ຫົວໃຈຂາດເລືອດ ແລະ ພະຍາດອື່ນໆກໍຈະແຫ່ຕາມມາຢ່າງບໍ່ຕ້ອງສົງໃສ.

ຄວາມຈິງແລ້ວ ການເລືອກກິນອາຫານເປັນສິ່ງສຳຄັນທີ່ສຸດ ເຊັ່ນກັນບໍ່ແມ່ນຈະຟັງຄວາມ ຕາ ຟັງຄວາມປາກ ຊຶ່ງເຫັນອັນໃດກໍເປັນຕາແຊບ ເປັນຕານົວ ຢາກກິນໄປໝົດ ອັນແນ່ນອນໃນການເລືອກນັ້ນ ຄວນເລືອກກິນອາຫານທີ່ມີການປຸງແຕ່ງໃສ່ນ້ຳມັນນ້ອຍ ຫຼື ບໍ່ໃສ່ເລີຍ ເຊັ່ນ: ປີ້ງ ໜື້ງ ລວກ ຕົ້ມ ອົບ ອາຫານຈຳພວກຈືນ ຂົ້ວ ໝີ່ກະທິ ຊຶ່ງມີນ້ຳປຸງແຕ່ງຮາດໜ້ານັ້ນ ມັກຈະມີໄຂມັນຫຼາຍເກີນຄວາມຈຳເປັນຂອງຮ່າງກາຍ ໂດຍສະເພາະອາຫານປະເພດຈືນ ຫຼື ທອດ ຊຶ່ງເຮັດໃຫ້ນ້ຳມັນຊຸ່ມ ຫຼື ບາງທີພໍ່ຄ້າຫົວໃສອາດເອົານ້ຳມັນເກົ່າໆ ມາຈືນ ຍິ່ງໄປກັນໃຫຍ່ ນຳຄວາມເປັນອັນຕະລາຍມາສູ່ສຸຂະພາບອີກ.

ເວລາອາຫານຄ່ຳ ສຳຄັນຄວນເຮັດການປຸງແຕ່ງອາຫານເອົາເອງກໍຈະເປັນການດີ ແລະ ຄວນເຮັດອາຫານປະເພດບໍ່ໃສ່ນ້ຳມັນເລີຍຍິ່ງດີ ເພາະເຮົາກິນໃນຕອນສວຍຜ່ານມາແລ້ວ ດັ່ງນັ້ນ ຄວນຈະເປັນເນັ້ນເອາະ ແກງ ປົ່ນ ແຈວ ທຳມະດາ ເປັນຫານພື້ນເມືອງ ອາຫານຕອນແລງ ຄວນຈະເປັນເບົາໆ ບໍ່ຕ້ອງການພະລັງງານຫຼາຍ ຄວນເປັນຜັກ ໝາກໄມ້ ເພາະກິນແລ້ວກໍຈະເຂົ້ານອນ ການກິນຂອງໜັກໆ ນອກຈາກຈະເຮັດ ໃຫ້ອ້ວນພີແລ້ວ ຍັງອາດຈະເຮັດໃຫ້ນອນບໍ່ຫຼັບສະໜິນອີກກໍອາດເປັນໄດ້.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 8 ຄຳເຫັນ ແລະ 0 trackback(s)


(ພາບປະກອບທາງອິນເຕີເນັດ)

ໂດຍທົ່ວໄປແລ້ວ ພວກເຮົາມັກຈະໃສ່ໃຈສຸຂະພາບອະນາໄມຂອງແມ່ຍິງ ແລະເດັກນ້ອຍ ແຕ່ກັບຖືເບົາສຸຂະພາບຂອງຜູ້ຊາຍ ເພາະເຫັນວ່າ ຜູ້ຊາຍເປັນເພດທີ່ເຂັ້ມແຂງ ມີເຫື່ອແຮງຕ້ານທານຕໍ່ພະຍາດໄດ້ດີ ແຕ່ທ່ານຮູ້ບໍ່ວ່າທີ່ຈິງແລ້ວ ຜູ້ຊາຍກໍຕ້ອງປະເຊີນບັນຫາດ້ານສຸຂະພາບ ຫຼາຍພໍສົມຄວນ ຫຼື ບາງທີອາດຫຼາຍກວ່າຜູ້ຍິງກໍເປັນໄດ້ ດັ່ງນັ້ນ ຈຶ່ງຍົກເອົາບັນຫາສຸຂະພາບຂອງຜູ້ຊາຍມາເປັນຂໍ້ຄິດ ໃຫ້ທຸກຄົນມີສະຕິ ໃນການດູແລສຸຂະພາບຂອງຕົນເອງ ແລະຄົນໃນຄອບຄົວ.

ໃນຄວາມເປັນຈິງ ຄົນເຮົາເມື່ອອາຍຸ 30 ປີຂຶ້ນໄປແລ້ວ ການສົ່ງເລືອດໄປຫຼໍ່ລ້ຽງຫົວໃຈຈະຫຼຸດລົງ ປະມານ 6%-8% ຕໍ່ທຸກໆ 10 ປີ ຜົນການສຳຫຼວດສະແດງໃຫ້ເຫັນວ່າ ໃນຈຳນວນຜູ້ຊາຍທີ່ເສຍຊີວິດຢ່າງກະທັນຫັນ 60% ເສຍຊີວິດຍ້ອນພະຍາດຫົວໃຈ ດັ່ງນັ້ນ ຜູ້ຊາຍ ຈຶ່ງຄວນອອກກຳລັງກາຍ ເພື່ອໃຫ້ຫົວໃຈແຂງແຮງຂຶ້ນໂດຍສະເພາະຜູ້ຊາຍ ທີ່ຕ້ອງປະເຊີນກັບບັນຫາ ແລະ ແຮງກົດດັນຈາກສັງຄົມເກືອບທຸກໆ ວັນ ຍິ່ງຄວນໃຫ້ຄວາມສຳຄັນຕໍ່ການຮັກສາຫົວໃຈ ເຊິ່ງການອອກກຳລັງກາຍທີ່ເໝາະສົມ ສາມາດຊ່ວຍໃຫ້ກ້າມເນື້ອຫົວໃຈແຂງແຮງຂຶ້ນໄດ້.

ຖ້າຈະເວົ້າໄປແລ້ວ ຜູ້ຊາຍໃນສັງຄົມປັດຈຸບັນ ສ່ວນຫຼາຍເວລານອນແມ່ນບໍ່ພຽງພໍ ຫຼື ຕ້ອງນອນເດິກໆ ເຊິ່ງອັນນັ້ນແມ່ນສົ່ງຜົນໃຫ້ສານພິດ ຊະນິດຕ່າງໆຕົກຄ້າງຢູ່ໃນຮ່າງກາຍຫຼາຍຂຶ້ນ ຈົນເຮັດໃຫ້ສານພິດເຫຼົ່ານັ້ນເຂົ້າສູ່ສະໝອງໄດ້ ແລະ ທີ່ຮ້າຍແຮງໄປກວ່ານັ້ນ ເຮັດໃຫ້ບາງ ຄົນເສຍຊີວິດຢ່າງກະທັນຫັນອີກ ເພາະສະນັ້ນ ຖ້າຫາກວ່າມີວຽກຫຼາຍຕ້ອງໄດ້ເຮັດຮອດເດິກດື່ນ ບໍ່ມີເວລານອນຢ່າງພຽງພໍ ກໍຄວນນອນຫຼັບ ໃຫ້ມີຄຸນນະພາບ .(ຫຼັບແຈບດີ) ພະຍາຍາມບໍ່ດື່ມເຫຼົ້າ ຫຼື ກາເຟຍາມແລງ ແລະ ຍາມຄ່ຳ ປົກກະຕິທຸກໆວັນຄົນເຮັາຄວນນອນປະມານ 7 ຊົ່ວໂມງ ກໍຖືວ່າດີແລ້ວ.

ບັນຫາໜື່ງອີກທີ່ຜູ້ຊາຍຄວນເອົາໃຈໃສ່ ຄືບັນຫາພະຍາດຄວາມອ້ວນ ຈາກຜົນວິໄຈທາງການແພດໃຫ້ເຫັນວ່າ ຜູ້ທີ່ມີຄວາມອ້ວນເກີນໄປນັ້ນ ຫາກຫຼຸດນ້ຳໜັກໄດ້ກວ່າ 5% ຂອງນ້ຳໜັກຮ່າງກາຍ ກໍຈະສາມາດຫຼຸດນ້ຳຕານໃນເລືອດໃຫ້ໜ້ອຍລົງ ຫຼຸດຢາປິ່ນປົວພະຍາດຄວາມດັນເລືອດສູງ ທີ່ຕ້ອງກິນເປັນປະຈຳໃຫ້ໜ້ອຍລົງ ແລະ ປັດສະພາບໄຂມັນໃນເລືອດໃຫ້ດີຂຶ້ນອີກດ້ວຍ.

ເບິ່ງແລ້ວ ຜູ້ຊາຍທີ່ມີອາຍຸ 40 ປີຂຶ້ນໄປ ມີສ່ວນບໍ່ໜ້ອຍທີ່ຈະອ້ວນຂຶ້ນເລື້ອຍໆ ແລະ ມີໄຂມັນຢູ່ທ້ອງໜາຂຶ້ນອີກ ເພາະການອອກກຳລັງກາຍ ໜ້ອຍ ຕ້ອງອອກສັງຄົມໄປງານສັງສັນຢູ່ເລື້ອຍໆ ແລະ ເວລາຮັບປະທານອາຫານບໍ່ເປັນປົກກະຕິ ເປັນຕົ້ນ ຜູ້ຊ່ຽວຊານທາງການແພດ ເຕືອນວ່າ: ຜູ້ຊາຍທີ່ມີທ້ອງໃຫຍ່ເທົ່າໃດຍິ່ງມີຄວາມສ່ຽງທາງສຸຂະພາບສູງ ດັ່ງນັ້ນ ຜູ້ຊາຍຄວນພະຍາຍາມບໍ່ໃຫ້ທ້ອງ ແລະ ແອວໜາໃຫຍ່ ຈົນເກີນໄປ ວິທີແກ້ໄຂຄື ເວລາກິນເຂົ້າຄວນກິນຊ້າໆ ເພາະວ່າກະເພາະອາຫານຂອງຄົນເຮົາຈະຕ້ອງໃຊ້ເວລາປະມານ 20 ນາທີ ເພື່ອສົ່ງ ສັນຍານໄປ ເຖິງສະໝອງວ່າ ອິ່ມແລ້ວ ແລະ ເມື່ອເຫັນອາຫານເປັນຕາແຊບ ກໍຕ້ອງອົດທົນແດ່ ຢ່າກິນອິ່ມຈົນເກີນ 100% ເພາະການກິນ ໜ້ອຍຈະສາມາດຊ່ວຍໃຫ້ມະນຸດເຮົາເຖົ້າຊ້າລົງ.

ສຸຂະພາບທາງຈິດກໍເປັນອີກບັນຫາໜື່ງ ທີ່ຜູ້ຊາຍທັງຫຼາຍ ກຳລັງປະເຊີນເຊັ່ນກັນ ເພາະໂດຍທົ່ວໄປຜູ້ຊາຍຈະມີຄວາມເຄັ່ງຕຶງຈາກບັນຫາ ການເຮັດວຽກໜັກ ການແກ້ບັນຫາວຽກທີ່ຫຍຸ້ງຍາກໝົດມື້ ວິທີແກ້ຄວນຫາເວລາໄປອອກກຳລັງກາຍ ເພື່ອຜ່ອນຄາຍຄວາມເຄັ່ງຕຶງ ແລະ ໃນໄລຍະຫຼັງອາຫານທ່ຽງ ພະຍາຍາມພັກຜ່ອນນອນເວັນໃຫ້ໄດ້ຈັກ 20 ນາທີ ຈະເກີດຜົນດີຕໍ່ການເຮັກວຽກ ແລະ ການດຳລົງຊີວິດຕໍ່ໄປ.

ອີກບັນຫາໜື່ງໃນການເບິ່ງແຍງສຸຂະພາບຂອງຜູ້ຊາຍ ກໍຕ້ອງໄດ້ໄປພົບແພດ ເພື່ອກວດສຸຂະພາບເປັນປະຈຳຄືກັບແມ່ຍິງເຊັ່ນກັນ ສິ່ງທີ່ໃຫ້ຄວາມສົນໃຈຫຼາຍກວ່າ ຄື: ພະຍາດຄວາມດັນເລືອດສູງ ຄໍເລສເຕີຣໍລ ແລະ ພະຍາດນ້ຳຕານໃນເລືອດສູງ (ເບົາຫວານ).

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

ມື້ນີ້ທ່ານກິນເຂົ້າເຊົ້າຫລືຍັງ ຂໍບອກວ່າມັນສຳຄັນຫລາຍ
ທ່ານຫມໍຢູ່ທີ່ໂຮງຫມໍອົບຮົມວ່າທຸກຄົນຕ້ອງກິນອາຫານເຊົ້າໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະຫລາຍໄດ້ ເພາະເມື່ອຮ່າງກາຍບໍ່ມີພະລັງງານຈາກອາຫານເຊົ້າໄປໃຊ້ ຮ່າງກາຍຈະດຶງສານອາຫານຈາກອະໄວຍະວະສ່ວນອື່ນອອກມາ (ບໍ່ແມ່ນໄຂມັນໆ ຍັງຢູ່ຄືເກົ່າ), ຊຶ່ງພາຍໃຕ້ກະບວນການນີ້ຈະເກິດທາດກົດຊະນິດຫນື່ງອອກມານຳ ຊຶ່ງການທີ່ເຮົາບອກວ່າບໍ່ກິນເຂົ້າເຊົ້າ ກໍ່ຍັງເຮັດວຽກໄດ້ເປັນປົກກະຕິມາຫລາຍປີແລ້ວ ນັ້ນຄືຮ່າງກາຍໄດ້ນຳເອົາກົດທີ່ເກິດຂື້ນມາໃຊ້ແທນພະລັງງານທຸກວັນ ເຮົາຈຶ່ງເຮັດວຽກໂດຍໃຊ້ກົດແທນພະລັງງານ ແລະ ເມື່ອຮ່າງກາຍຕ້ອງຜະລິດກົດອອກມາເລື້ອຍໆ ພໍເຖິງອາຍຸຫລາຍຂື້ນເຮົາກໍ່ຈະເປັນໂລກຫລາຍຢ່າງຕາມມາ ນອກຈາກນີ້ເຮົາຮູ້ຫລືບໍ່ວ່າ: ໂດຍປົກກະຕິແລ້ວຮ່າງກາຂອງມະນຸດເຮົາຜະລິດສານພິດຢູ່ພາຍໃນຮ່າງກາຍຕະຫລອດເວລາ ເປັນຂອງເສດ ຄືລົດທີ່ຕື່ມນ້ຳມັນເຂົ້າໄປແລ້ວກໍ່ຈະມີຄວັນອອກມາ ພາສາທາງການແພດເອີ້ນວ່າ: ຂອງເສດເຫລືອໃນຮ່າງກາຍນີ້ວ່າ ສານອະນຸມູນອິດສະ (oxidant) ເກິດຈາກການສັນດານພະລັງງານຂອງຮ່າງກາຍ ແລ້ວປ່ອຍຂອງເສຍອອກມາ (ບໍ່ແມ່ນອຸດຈາລະ ແນວລະຢ່າງກັນ), ນອກຈາກນີ້ຮ່າງກາຍຈະເລັ່ງຜະລິດສານອະນຸມູນອິດສະລະອີກກໍ່ເມື່ອເວລາທີ່ເຮົາອາລົມບໍດີ ຫລື ຕ້ອງເຮັດວຽກຫນັກໃຊ້ສະຫມອງປະກອບກັບການພົບມົນລະພາວະຕ່າງໆ ສະພາບແວດລ້ອມທີ່ເປັນພິດ ຫລື ອຸປະນິໄສການດື່ມເຫລົ້າ, ສູບຢາ, ກໍ່ແຮ່ງເປັນຕົວສ້າງໃຫ້ເກິດສານພິດນີ້ຫລາຍ, ການນອນຫລັບພັກຜ່ອນໃຫ້ພຽງພໍຕອນກາງຄືນເປັນຫົນທາງ ແລະ ເວລາສຳຄັນທີ່ຮ່າງກາຍຈະສ້າງສານຕໍ່ຕ້ານສານອະນຸມູນອິດສະລະ (anti-oxidant) ເພື່ອກຳຈັດສານອະນຸມູນອິດສະລະທີ່ເກິດຕອນກາງເວັນ ການນອນໃຫ້ພຽງພໍ ແລະ ຫລັບດີຈະເປັນປະໂຫຍດ ບໍ່ສະເພາະການກຳຈັດສິ່ງເສດເຫລືອ ແຕ່ຍັງຊ່ວຍໃຫ້ເມັດເລືອດແດງຂອງຄົນເຮົາແຂງແຮງ ສ້າງຮໍໂມນເພດເຮັດໃຫ້ຮ່າງກາຍສົມບູນ ມີນ້ຳມີນວນ ທ່ານຫມຊເອົາພາບຂະຫຍາຍເມັດເລືອດແດງຂອງຜູ້ຈັດການຊາຍອາຍຸ 35 ປີ ຄົນຫນື່ງຊຶ່ງເປັນໄຂ້ມາໃຫ້ເບິ່ງປຽບທຽບກັນ 2 ພາບ ກັບຜູ້ຊາຍຄົນນີ້ເຫມືອນມະນຸດເຮັດວຽກທົ່ວໄປ, ເຮັດວຽກຫນັກ ແລະ ອາລົມບໍ່ດີຂາດການພັກຜ່ອນທີ່ພຽງພໍ
ປະກົດວ່າຈຳນວນເມັດເລືອດແດງຂອງເຂົາມີລັກສະນະເປັນກ້ອນລຸບໂນນບໍ່ເປັນຮູບຊົງມົນ ເຫມືອນກຸ່ມເມັດເລືອດແດງທີ່ຄວນເປັນ ເກິດຄວາມຜິດປົກກະຕິຂື້ນເນື່ອງຈາກສານອະນຸມູນອິດສະລະທີ່ເກິດຂື້ນຈຳນວນຫລາຍ ໄປທຳລາຍເຊລເມັດເລືອດແດງໃນຮ່າງກາຍ ຊຶ່ງກໍ່ຈະນຳໂລກຮ້າຍຈຳນວນຫລາຍຢ່າງທີ່ຄົນລາວນິຍົມຢູ່
1. ກິນອາຫານເຊົ້າແບບລາຊາ, ອາຫານຕອນສວນພໍປະມານ ແລະ ອາຫານແລງແບບຄົນຈົນ ຫລີກລ້ຽງໄຂມັນ ແລະ ຂອງຫວານ ອອກກຳລັງກາຍໃຫ້ໄດ້ວັນລະຢ່າງຫນ້ອຍ 30-40 ນາທີ (20 ນາທີທຳອິດຮ່າງກາຍຈະເຜົາຜານຄາຣ໌ໂບໄຮເດຣດ ອີກ 10-20 ນາທີ ຕໍ່ມາຮ່າງກາຍຈຶ່ງຈະຄ່ອຍເຜົາໄຂມັນ)
2. ນອນຫລັບ ຫລື ຫລັບນອນກໍ່ໃຫ້ພຽງພໍ
3. ຮັບແສງແດດ ໄລຍະ 8.00-9.00 ຊຶ່ງມີ UV ທີ່ເປັນປະໂຫຍດ
4. ພະຍາຍາມເລິ່ມຕົ້ນມື້ໃຫມ່ດ້ວຍການຫົວ, ຍິ້ມແຍ້ມແຈ່ມໃສ ຖ້າບ້າໄດ້ກໍ່ດີ ຊີວີຈະເປັນສຸກ
* ຫມາຍເຫດ: ສະຫລຸບບາງສ່ວນຈາກການຟັງສຳມະນາ, ໂດຍ ທ່ານຫມໍ ພັນສັກ ສຸກະລິກ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
1. ຢ່າຕາມໃຈປາກ ເພາະຖ້າເຮົາກິນແລ້ວກິນອີກຕາມໃຈຂອງປາກ ໂດຍບໍ່ໄດ້ນຶກເຖິງຄຸນຄ່າທາງອາຫານແບບນີ້ ແມ່ນມີຄວາມສ່ຽງສູງ ເມື່ອຮູ້ສຶກໂຕກໍອາດຈະມີໂຄເລສເຕີຣອລສະສົມຢູ່ໃນຮ່າງກາຍຢ່າງຫລວງຫລາຍ. ລອງຫລັບຕາແລ້ວຄິດເບິ່ງດູວ່າ ມື້ນີ້ເຮົາໄດ້ກິນຫຍັງເຂົ້າໄປແດ່ ໄຂແດງ, ເຄື່ອງໃນ, ປາຫມຶກ, ຫນັງໄກ່... ອາຫານຈຳພວກຟາດຟູດ ຖ້າເຮົາຕອບໂຕເອງວ່າໄດ້ກິນ ກໍຮູ້ໄວ້ໂລດວ່ານັ້ນລະຄືອາຫານທີ່ເຕັມ
ໄປດ້ວຍປະລິມານໂຄເລສເຕີຣອລສູງ.
2. ນັດພົບແພດ ເຖິງຕາຕະລາງນັດຈະເຕັມໄປຮອດປີຫນ້າ ກໍພະຍາຍາມຫາເວລາວ່າງໂທໄປນັດກັບແພດແດ່ກໍດີ ແລະ ທີ່ສຳຄັນຍິ່ງ
ຄວນຄວບຄຸມລະດັບໂຄເລສເຕີຣອລໃນຮ່າງກາຍໃຫ້ຢູ່ໃນລະຫວ່າງ 120-200 ມິລິກະລາມຕໍ່ມື້ ໄດ້ຫລາຍເທົ່າໃດຍິ່ງຢູ່ໄກຈາກໂລກຮ້າຍຕ່າງໆ ບໍ່ວ່າຈະເປັນໂລກໄຂມັນອັດຕັນໃນເສັ້ນເລືອດ ຄວາມດັນ ມະເຮັງ ຮວມທັງໂລກຫົວໃຈທີ່ເປັນສາເຫດຂອງການເສຍຊີວິດ
3. ບຸກຄະລິກກະພາບກໍສຳຄັນ ໃຜຈະຄິດວ່າການນັ່ງ ຍ່າງ ຢືນ ຢ່າງຖືກວິທີມີຜົນຕໍ່ບຸກຄະລິກກະພາບແລ້ວກໍຍັງສົ່ງຜົນຕໍ່ສຸຂະພາບ ເປັນຕົ້ນ
ແມ່ນອາຫານເຈັບຫລັງ ປວດແອວນັ້ນ ແລະ ຍິ່ງໄປກວ່ານັ້ນ ການຮັບປະທານອາຫານແຄນຊ່ຽມມື້ຫນື່ງຕ່ຳກວ່າ 800 ມິລິກະລາມ ເຮັດໃຫ້
ມີຄວາມສ່ຽງຕໍ່ການເປັນໂລກກະດູກຜ່ອຍ ຕົ້ນເຫດສຳຄັນຂອງການເຈັບຫລັງເຂົ້າໄປອີກ ສະນັ້ນ, ເມື່ອຮູ້ແລ້ວກໍຈົ່ງໄດ້ໃຫ້ຄວາມສຳຄັນ
ກັບບຸກຄະລິກກະພາບທັງການນັ່ງ, ການຍ່າງ, ການຢືນ ແລະ ຢ່າລືມເລືອກກິນພວກນົມ ຫລື ນົມສົ້ມ ຖົ່ວ ຜຶດຜັກ ປາເລັກປານ້ອຍຕ່າງໆ.
4. ທຳໂຕເປັນຄົນເລືອກກິນແດ່ ແຕ່ຕ້ອງເລືອກແບບທີ່ມີປະໂຫຍດເດີ້ ບໍ່ວ່າຈະເປັນອາຫານ ຫລື ເຄື່ອງດື່ມປະເພດທີ່ມີປະໂຫຍດຕໍ່ຮ່າງກາຍ
ກໍອາດຈະເປັນໂຕການທີ່ເຮັດໃຫ້ປະລິມານຂອງໂຄເລສເຕີຣອລສູງນຳ ສະນັ້ນ, ທາງທີ່ດີຄວນເລືອກດື່ມນົມ ຫລື ນົມທີ່ບໍ່ມີໂຄເລສເຕີຣອລ ແຕ່ໃນຂະນະດຽວກັນກໍຕ້ອງໃຫ້ມີແຄນຊ່ຽມສູງອີກດ້ວຍ ວິທີງ່າຍໆກໍມີແຕ່ກ່ອນຈະຊື້ໃຫ້ເບິ່ງຕາມສະຫລາກຂ້າງກ໋ອງຂອງມັນສາກ່ອນ ນົມ ຫລື ນົມສົ້ມຊະນິດນັນບໍ່ມີໂຄເລສເຕີຣອລ ແລະ ມີແຄນຊ່ຽມສູງ ຫລື ບໍ່ ທີ່ສຳຄັນທີ່ສຸດແມ່ນຢ່າລືມຫາເວລາວ່າງອອກກຳລັງກາຍແດ່ ບໍ່ແມ່ນ
ກິນແລ້ວນອນນ໋ະ
5. ສຸຂະພາບຈິດດີ ຄົງຈະບໍ່ມີຜູ້ຊາຍທ່ານໃດມັກຜູ້ສາວທີ່ຫນ້າຕາຄືຢາກຮ້າຍໃຫ້ໃຜຢູ່ຕະຫລອດເວລາດອກນ໋ະ ແລ້ວມັນກໍບໍ່ໄດ້ຍາກຫຍັງ ພຽງແຕ່ພະຍາຍາມເບິ່ງໂລກໃນແງ່ທີ່ສົດໃດ ແລ້ວຫັດຍິ້ມໃຫ້ງາມໆເອົາໄວ້ໆ ຜົນທີ່ໄດ້ນອກຈາກເຮັດໃຫ້ສຸຂະພາບດີແລ້ວ ຍັງຈະເຮັດໃຫ້ຄົນ
ຫລາຍຄົນຢາກຢູ່ໃກ້ນຳອີກ.

  ຄວາມສວຍງາມແມ່ນຂື້ນກັບຕົວທ່ານເອງ ວ່າຈະຮູ້ເລືອກສັນວິທີທີ່ດີນຳມາປະຕິບັດໃຫ້ສອດຄ່ອງກັບຕົນເອງ ແຕ່ສຸດທ້າຍມັນກະຂື້ນກັບຈິດໃຈ
ຂອງຄົນເຮົາຄືກັນ ຖ້າງາມພາຍນອກ ແຕ່ພາຍໃນບໍ່ງາມກະບໍ່ມີຄວາມຫມາຍຫຍັງເດີ້ ພີ່ນ້ອງ.

ຈາກ ໜັງສືພິມຜູ້ຈັດການ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ເບຍມີສານຕ່າງໆ ຫຼາຍກ່ວາ 1,000 ຊະນິດ, ມີວິຕາມິນ ແລະ ເກືອແຮ່ ຊ່ວຍໃຫ້ເສັ້ນປະສາດ ແລະ ກ້າມເນື້ອແຂງແຮງ.

ສຳລັບຄໍເບຍຄົງຈະຫູຕັ້ງເມື່ອມີຄົນບອກວ່າ ເບຍກະມີປະໂຫຍດຕໍ່ຮ່າງກາຍ. ແຕ່ເຖິ່ງຢ່າງໃດກໍ່ຄວນດື່ມພໍປະມານ ເຫດ

ຜົນກະຄື: ເບຍມີສານຕ່າງໆຫຼາຍກ່ວາ 1,000 ຊະນິດມີທັງວິຕາມິນ ແລະ ເກືອແຮ່ ເຊັນ: ສັງກະສີ, ແມັກນິຊ່ຽມ, ເຫຼັກ,

ແລະ ແຮ່ທາດຈຳເປັນ.

     ປ້ອງກັນໂລກຫົວໃຈ ນັກວິຊາການຄົ້ນພົບວ່າ: ຜູ້ທີ່ດື່ມເບຍມີຄວາມສ່ຽງຕໍ່ການເປັນໂລກຫົວໃຈນ້ອຍກວ່າຜູ້ທີ່ບໍ່ດື່ມເບຍ 40%- 60% ແຕ່ຄວນດື່ມບໍ່ເກີນນື່ງລິດຕໍ່ວັນ.

     ຊ່ວຍລົດຄວາມສ່ຽງໂລກອຳມະພຶກອຳມະພາດ ສານທີ່ມີປະໂຫຍດໃນເບຍຊ່ວຍປ້ອງກັນເສັ້ນເລືອດອຸດຕັນເຊິ່ງເປັນສາເຫດໃຫ້ເກີດເປັນອຳມະພຶກອຳມະພາດ.

     ຊ່ວຍລົດຄວາມດັນໂລຫິດ: ແພດຊາວຮອສແລນ ແລະ ຈາກມະຫາວິທະຍາໄລຮາຣ`ວາຣ`ດຄົ້ນພົບວ່າ ການດື່ມເບຍຊ່ວຍປ້ອງກັນຄວາມດັນໂລຫິດສູງໄດ້.

     ປ້ອງກັນໂລກເບົາຫວານ: ຜູ້ທີ່ດື່ມເບຍມີນ້ອຍຄົນທີ່ຈະປ່ວຍເປັນພະຍາດເບົາຫວານ ເຫດຜົນກໍ່ຄື ເບຍເຮັດໃຫ້ຮ່າງກາຍສາມາດປັບຮອກໂມນອິນຊູຣິໃຫ້ຄວາມຊົງຈຳ

ດີນັກດື່ມເບຍຈິ່ງບໍ່ຄ່ອຍເປັນໂລກອັລໄຊເມີ.

      ຊ່ວຍໃຫ້ກະດູກແຂງແຮງ: ເບຍໃຫ້ຜົນດີຕໍ່ກະດູກສາມາດຊ່ວຍປ້ອງກັນໂລກກະດູກພຸນໄດ້ແຕ່ໄດ້ຜົນສະເພາະໜຸ່ມສາວເທົ່ານັ້ນ.

      ຊ່ວຍໃຫ້ອາຍຸຢືນ: ຈາກການສຶກສາມາກ່ວາ 50 ສຳນັກງານປະກົດວ່າ ຜູ້ທີ່ດື່ມເບຍວັນລະ 1-2 ແກ້ວຈະມີອາຍຸຢຶນຍາວກ່ວາຜູ້ທີ່ບໍ່ດື່ມເບຍ.ເນື່ອງຈາກເບຍມີສານກັນຫົວໃຈ

      ຊ່ວຍປ້ອງກັນໂລກຖອກທ້ອງ: ໂມເລກຸນໃນເບຍມີສານຊະນິດດຽວກັບກົດນົມ ແລະ ນໍ້າສົ້ມສາຍຊູ ສານທີ່ວ່ານີ້ຈະຊ່ວຍຂັດຂວາງເຊື່ອໂລກໃນລຳໄສ້, ອັນເປັນສາເຫດ

ຂອງການຖອກທ້ອງບໍ່ໃຫ້ແພ້ເຊື່ອຈົນຖອກທ້ອງ.

     ຕ້ານຄວາມຄຽດ ນັກວິຊາການຂອງມະຫາວິທະຍາໄລ Montreal ພົບວ່າຄົນເຮັດວຽກທີ່ໄດ້ດື່ມເບຍບາງຄັ້ງຄາວມີຄວາມຄຽດນ້ອຍກວ່າຜູ້ທີ່ບໍ່ດື່ມເບຍ.

     ປ້ອງກັນນີ່ວໃນຖຸງນໍ້າດີ ແລະ ໃນໄຕ ນັກວິຊາການເມືອງເຮລຊິງກິ ປະເທດຟີນແລນຄົ້ນພົບວ່າ: ການດື່ມເບຍວັນລະຂວດຈະໄດ້ຮັບແມັກນິຊຽມ ເຊິ່ງຈະຊ່ວຍລົດຄວາມ

ສ່ຽງໂລກນີ່ວໄດ້ເຖິ່ງ 40%.

    ປ້ອງກັນໂລກນອນບໍ່ຫລັບ: ສານຈາກດອກ HOPS ໃນເບຍປຽບສະເໜືອນຢານອນຫລັບຊັ້ນດີຈາກທຳມະຊາດຊ່ວຍໃຫ້ປະສາດຜ່ອນຄາຍ. ດັ່ງນັ້ນການດື່ມເບຍນື່ງແກ້ວ

ໃນຕອນທ໋ຽງຈະເໜືອນກັບກິນຢານອນຫລັບ.

     ຊ່ວຍຕ້ານມະເຮັງ ເບຍມີສານໂພຣິຟີນອຍດ`ຫັຼກກໍ່ຄື XANTHOHUMOL ເຊີ່ງມີຂໍ້ດີຄືຊ່ວຍຢັບຢັ້ງໂປຣຕີນໃນການພັດທະນາການຂອງມະເຮັງ.

     ຊ່ວຍໃຫ້ຜິວງາມ ໃນເບຍມີວິຕາມິນສູງເຊັນ PANTOTHENIC ACID ວິຕາມິນບີ3 ແລະ ໄນອາຊີນເຊິ່ງຊ່ວຍກະຕຸ່ນການຜະລິດເຊວສຜິວໄໝ່, ຊ່ວຍສ້າງຄໍລາເຈນ ແລະ

ເມັດສີຜິວຈິ່ງນ່ຽນ ແລະ ອ່ອນນຸ່ມ( ແຕ່ຖ້າດື່ມຫຼາຍໆໆໆຈະຊ່ວຍໃຫ້ໜັງທ້ອງຢືນອອກມາເດີເພື່ອນໆໆໆ)

ຈາກແຫຼ່ງຂ່າວຕ່າງປະເທດ.

     

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
alt
 
ປະໂຫຍດຈາກໝາກມ່ວງເປັນຢາແກ້ສິວ

ຖ້າເວົ້າເຖິງໝາກມ່ວງແລ້ວໃຜໆກໍ່ຕ້ອງເຄີຍກິນແນ່ນອນ ບໍ່ວ່າຈະກີນສົ້ມໝາກມ່ວງຫຼືໝາກມ່ວງສຸກມັກເອົາມາບ່າຍເຂົ້າວາຊັ້ນເທາະ ແຕ່ໃນທີ່ນີ້ ເຮົາຍັງນຳໜາກມ່ວງມາເປັນຢາວິເສີດທີ່ສາວນ້ອຍສາວໃຫຍ່ ຫຼືບ່າວນ້ອຍ ບ່າວໄຫຍ່ມັກອຸກໃຈນຳເລື່ອງສິວຂື້ນໜ້າ ກ່ອນອື່ນຕ້ອງເຂົ້າໃຈວ່າ ສິວເກີດມາຈາກຮໍໂມນທີ່ກຳລັງຈະເລີນເຕີມໂຕຢ່າງເຕັມທີ່ນັ້ນເອັງ ດັ່ງນັ້ນມັນຄັງຈະບໍ່ເຊົາຢ່າງແນ່ນອນໃນເວລາພຽງ 1-2 ວັນ ແຕ່ວ່າທາງທິມງານລາວສະບາຍດອດຄອມພວກເຮົາມີສູດສຳຫຼັບທ່ານ ເພື່ອແກ້ໃຂບັນຫາເລື່ອງສິວດັງນີ້ ນຳເນື້ອໝາກມ່ວງທີ່ເຮົາມັກິນນີ້ແຫຼະແລະໝາກນາວ ເພາະມັນເຮັດໜ້າທີ່ຄັດແຊວຜິດ ດີນສໍພອງຊ່ວຍຫຼຸດອາການບວມອັກເສບແລະປັບສະພາບຜິວໃຫ້ດີຂື້ນ ແລະຍັງຕໍ່ທ້າຍດ້ວຍ ນ້ຳເຜີ້ງເພື່ອປ້ອງກັນເຊື້ອໂລກແລະຊ່ວຍສະໝານຮອຍແຜເທົ່ານີ້ກໍ່ຄົບສູດແລ້ວ
ແລະມາເບີ່ງຂັ້ນຕອນການປະສົມດັ່ງນີ້
ສ່ວນປະສົມ

  1. ໝາກມ່ວງສຸກ 1 ໜ່ວຍ
  2. ນ້ຳໝາກນາວ 1/2 ບ່ວງແກງ
  3. ດີນສໍພອງ 1/4 ບ່ວງກາເຟ
  4. ນ້ຳເຜີ້ງ 1 ບ່ວງກາເຟ

ເມື່ອໄດ້ຄົບສູດແລ້ວກໍ່ຄັ້ນໝາກມ່ວງສຸກພ້ອມປະສົມສ່ວນປະສົມຂ້າງເທິງນັ້ນໃຫ້ເຂົ້າກັນ
ແລ້ວນຳໄປບົດໃຫ້ເຂົ້າກັນ ຈາກນັ້ນນຳໄປຟອກໜ້າແລ້ວປະໄວ້ 15 ນາທີແລ້ວລ້າງອອກດ້ວຍນ້ຳສະອາດ ເຮັດແນວນີ້ເປັນປະຈຳ ລັບລອງວ່າສິວທີ່ເຄີຍເປັນຢູ່ໜ້າຂອງທ່ານຫາຍໄປແນ່ນ່ອນ ແລະເມື່ອໃຊ້ສູດນີ້ແລ້ວ ກໍ່ຕ້ອງມັ່ນຮັກສາໜ້າຂອງທ່ານແລະເຮັດໃຫ້ຈິດໃຈ ສົດຊື່ນຢູ່ເລື້ອຍໆ ຮັບຮອງວ່າ ສິວຈະບໍ່ກັບມາອີກເລີຍລະເພື່ອນໆໆໆ

ຄຳແນະນຳຂອງ ນາດາ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
alt

ຜັກກາດນາ ເປັນຜັກທີ່ອຸດົມສົມບູນໄປດ້ວຍ ວີຕະມີນຊີ ວິຕະມີນອີ ແຄໂຣທິນອຍ ໜ້ອຍໂຟເລດ ນອກຈາກນີ້ຍັງມີ ສານອືື່ນໆ ທີ່ສຳຄັນໃນມີຢູ່ແກ້ວຕາຂອງຄົນເຮົາ ຜົນການສຶກສາແລະຜົນງານວິໃຈ ໄດ້ພົບວ່າ ຜັກກາດນາຊ່ວຍລຸດໃຫ້ໂອກາດສ່ຽງຕໍ່ການເປັນໂລກ ຕໍ້ກະຈົກຕາໄດ້ເຖິງ 20% ເມື່ອທຽບກັບຄົນທີ່ບໍ່ໄດ້ກີນຜັກກາດນາ
ນອກຈາກນີ້ ການທີ່ເຮົາໄດ້ກີນຜັກກາດນາ ເປັນປະຈຳຍັງຊ່ວຍລຸດອັດການການເກີດໂລກມະເລັງໃນລຳໃສ້ໃຫຍ່ ກະເພາະອາຫານ ປອດ ແລະເຕົ້ານົມອີກດ້ວຍດີແນວນີ້ ໜ້າຈະລອງກີນເລື້ອຍໆເນາະ ເພື່ອນໆໆໆ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

 

ຖົ່ວຂຽວປະສົມກັບມັນຟຣັ່ງແລ້ວນຳມາຂັດຜິດຈຸດດ່າງດຳຈະຫາຍໄປ

thour.jpgຖ້າຫາກແມ່ຫຼືແມ່ຕູ້ເຄີຍເຮັດຖົ່ວຂຽນຕົ້ມນ້ຳຕານໃຫ້ກີນເຊື່ອວ່າຫຼາຍຄົນຄົງຈະຄຸ້ນເຄີຍເປັນຢ່າງດີ
ຖົ່ວຂຽວນອກຈາກເປັນອາຫານແລ້ວຍັງເປັນຢາໄປໃນຕົວ ສຳລັບໜຸ່ມສາວລຸ້ນໃໝ່ ສະໃໝນີ້ທີມັກ
ໄຊ້ໃນເດີ່ນກາງແຈ້ງ ຕ້ອງໄດ້ຕາກແດດທຸກມື້ ຈົນເກີດມີຈຸດດ່າງດຳຢູ່ນຳໃບໜ້າຫຼືການບີບສິວຈົນ
ມີຮອຍດຳໆຢູ່ນຳໃບໜ້າຫຼືມີອາການຄັນຕາມຮ່າງກາຍ ດັ່ງນັ້ນມີຈື່ງມີເຄັດລັບອັນດີມາບອກ ກ່ຽວກັບ
ການຣັກສາຜິວຂາວໃສຂື້ນ ດ້ວຍຖົ່ວຂຽວ ພຽງແຕ່ເຣັດຕາມສູດ ທີ່ພວກເຣົາມີມາຝາກທ່ານວັນນີ້ 
ສ່ວນປະສົມ
                   
           ຖົ່ວຂຽວ 3 ບວງໃຫ່ຍ
           ມັນຝຣັ່ງ 1 ຫົວ
           ນ້ຳມັນໝາກກອກ 2 ບ່ວງນ້ອຍ
ວິທີເຮັດ ໄຊ້ໝາກຖົ່ວແລະມັນຝຣັ່ງລ້າງໃຫ້ສະອາດແລ້ວນຳໄປຕົ້ມໃຫ້ສຸກແຕ່ບໍ່ໃຫ້ເປື່ອຍຈົນເກີນໄປ ຫຼັງຈາກນັ້ນເອົາຖົ່ວຂຽວແລະມັນຝຣັ່ງມາບົດເຂົ້າກັນ ໂດຍບໍ່ຕ້ອງໃຫ້ລະອຽດແລ້ວໃສ່ນ້ຳມັນໝາກກອກປະສົມລົງໄປແລ້ວຄົນໃຫ້ເຂົ້າກັນ.
ການນຳໄຊ້
ນຳມາຂັດຜິວບ່ອນທີ່ມີຈຸດດ່າງດຳໃຫ້ໄຊ້ເວລາຂັດປະມານ 5 ນາທີແລ້ວລ້າງອອກດ້ວຍສະບູປົກກະຕິເຮັດແນວນັ້ນທຸກອາທິດແລ້ວຮອຍດ່າງດຳຈະຫາຍໄປ

         ຮູ້ແບບນີ້ແລ້ວກໍ່ຢ່າລືມນຳໄປທົດລອງເບິ່ງເດີເພື່ອນ
 
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ການດື່ມເຕົ້າຮູ້ວັນລະຈອກຈະຊ່ວຍຫຼຸດໃຂມັນແລະເຮັດໃຫ້ຈ່ອຍລົງໄດ້

ເຕົ້າຮູ້ຊື່ງເປັນສ່ວນປະສົມຂອງນົມຖົ່ວເຫຼືອງ: ແມ່ນມີຄຸນປະໂຫຍດໃນການຫຼຸດປະລິມານໄຂມັນທີ່ສະສົມຢູ່ບໍລິເວນກະເພາະອາຫານໄດ້ ໂດຍສະເພາະໄຂມັນທີ່ສະສົມຢູ່ບໍລິເວນໜ້າທ້ອງນັ້ນມັນມີຜົນຮ້າຍຕໍ່ສຸກຂະພາບຂອງພວກ ເຮົາເພາະມັນເປັນເຫດຫຼັກຂອງໂລກຫົວໃຈວາຍ(ກະທັນຫັນ) ຫຼືໂລກເບົາຫວານ ເຊີ່ງເປັນຜົນຂ້າງຄຽງຈາກໂລກ(ຕຸ້ຍ) ຫຼາຍກ່ວາໄຂມັນທີ່ສະສົມຢູ່ບໍລິເວນອື່ນໆຮ່າງກາຍ. ຈາກການທົດລອງກັບອາສາສະໝັກແມ່ຍິງ 9 ຄົນເຊີ່ງຢູ່ໃນລະຫວ່າງອາຍຸທີ່ໝົດປະຈຳເດືອນໄປແລ້ວ. ກຸ່ມທະອິດໃຫ້ດື່ມເຕົ້າຮູ້ຫຼື ນົມຖົ່ວເຫຼືອງທີ່ໃຫ້ພະລັງງານ 120 ແຄຣໍລີ 1 ຈອກຕໍ່ມື້, ກຸ່ມທີສອງໃຫ້ດື່ມນົມຖົ່ວເຫຼືອງປະເພດ(ຮຽນແບບ) 1 ຈອກຕໍ່ມື້ເຊັ່ນດຽວກັນກ່ອນຈະເຮັດການປະເມືນຜົນໄດ້ຮັບໃນອີກ 3 ເດືອນຕໍ່ມາ ຫຼັງຈາກນັ້ນກໍ່ປະກົດວ່າ ອາສາສະໝັກກຸ່ມທຳອິດນ້ຳໜັກໂຕຫຼຸດລົງແລະມີປະລິມານໄຂມັນຢູ່ບໍລິເວນເອວໜ້ອຍກວ່າອາສາສະໝັກ ກຸ່ມທີສອງເຫັນໄດ້ຢ່າງຈະແຈ້ງ ເມື່ອຮູ້ຄຸນປະໂຫຍດຂອງເຕົາຮູ້ແບບນີ້ແລ້ວ ຖ້າຫາກທ່ານໃດຢາກມີຮ່າງກາຍທີ່ດີແລະປະສະຈາກໄຂມັນແຖມຍັງມີສຸຂະພາບດີນຳອີກທ່ານລອງໄປຊອກຫາ ເຕົາຮູ້ມາຮັບປະທານລອງເບີ່ງ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ຕຳໝາກຮຸ່ງ


alt

ຕຳໝາກຮຸ່ງເປັນອາຫານທີ່ຄົນລາວນິຍົມຮັບປະທານ ຖ້າຈະໃຫ້ແຊບຊ້ອຍຄົບສູດ ກໍ່ຕ້ອງແມ່ນຕຳໝາກຮຸ່ງ ປີ້ງໄກ່ ກິນກັບເຂົ້າໜຽວ ເມື່ອຄົບສູດຄືແນວນັ້ນແລ້ວ ຈິ່ງເຮັດໃຫ້ມັນມີລົດຊາດທີ່ແຊບແລະເປັນທີ່ນິຍົມຂອງຄົນທົ່ວໄປ. ຊີວິດຂອງມະນຸດກໍ່ບໍ່ຕ່າງຫຍັງກັບຕຳໝາກຮຸ່ງ ຕ້ອງມີລົດຊາດເຄັມ ເຜັດ ນົວ ສົ້ມ ຫອມ ຖ້າຈືດເກີນໄປບໍ່ນົວກໍ່ບໍ່ມີສີສັນ ຖ້າເຄັມເກີນໄປກໍ່ບໍ່ແຊບ ຕ້ອງນົວພໍດີ ອາດປຽບເໝືອນຊີວິດຂອງມະນຸດທີ່ມີທັງຄວາມເສົ້າໂສກ ຜິດຫວັງ ສົມຫວັງ ດີໃຈ ເສຍໃຈ ມີສຸກ ມີທຸກ ລຳພຶງ ລຳພັນ. ຖ້າມີຄວາມສຸກຢ່າງດຽວ ມະນຸດກໍ່ບໍ່ຮູ້ຈັກຄວາມທຸກ, ຄວາມທຸກ ເປັນສິ່ງວັດແທກໃຫ້ຮູ້ຄຸນຄ່າຂອງຄວາມສຸກ. ສິ່ງທັງຫຼາຍເປັນຂອງຄູ່ກັນ ເປັນທຳມະດາຂອງໂລກ ມີໄດ້ລາບ, ເສື່ອມລາບ, ໄດ້ຍົດ,ເສື່ອມຍົດ, ມີນິນທາ, ມີສັນລະເສີນ, ມີສຸກ, ແລະມີທຸກ.ນີ້ແຫຼະ ຄືລົດຊາດຂອງຊີວິດ ບໍ່ຕ່າງຫຍັງກັບຕຳໝາກຮຸ່ງ ຕ້ອງຄົບສູດຈິ່ງຈະແຊບ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ການນອນຈະເປັນຊ່ວງເວລາທີ່ສະຫມອງໄດ້ພັກຜ່ອນ ໂດຍສະເພາະກັບຄົນທີ່ໃຊ້ສະຫມອງຫລາຍກໍ່ຈຳເປັນຕ້ອງການພັກຜ່ອນຫລາຍ ເດັກນ້ອຍອາຍຸຕ່ຳກວ່າ 1 ປີ ຈະມີເລືອດໄປລ້ຽງສະຫມອງຫລາຍກວ່າອະໄວຍະວະອື່ນໆ ຂອງຮ່າງກາຍ ສະຫມອງຂອງເດັກນ້ອຍວັຍນີ້ມີການໃຊ້ພະລັງງານຫລາຍກວ່າວັຍອື່ນ ຈຶ່ງຕ້ອງການພັກຜ່ອນຫລາຍກວ່າ ໂດຍຕອນກາງຄືຈະນອນພັກຜ່ອນປະມານ 12 ຊົ່ວໂມງ ແລະ ຕອນກາງເວັນອີກ 1-2 ຊົ່ວໂມງ, ຖ້າລູກນອນຕອນກາງເວັນ ເວລາ 15.00 - 17.00 ນາທີ, ຈະເຮັດໃຫ້ການນອນຕອນກາງຄືນເລື່ອນອອກໄປປະມານ 23.00 ນາທີ ຈຶ່ງເປັນສາເຫດໃຫຍ່ທີ່ເຮັດໃຫ້ລູກນອນຕື່ນສວຍ.
ຖ້າລູກໃຫຍ່ຂື້ນມາແນ່ ຄື: ຢູ່ຊັ້ນປະຖົມປີທີ 1 ເຖິງ 4 ລູກຕ້ອງການນອນວັນລະເທື່ອໆລະ 8 ເຄິ່ງ - 9 ຊົ່ວໂມງ, ຖ້າເລິ່ມນອນເວລາ 22.00 ນາທີ, ຈະຕື່ນປະມານ 6 ໂມງເຄິ່ງ - 7 ໂມງເຊົ້າ, ແຕ່ຖ້າຕ້ອງການໃຫ້ລູກຕື່ນນອນເວລາ 5 ໂມງເຊົ້າ ຄວນໃຫ້ລູກເຂົ້ານອນປະມານ 20.00-20.30 ນາທີ, ດັ່ງນັ້ນເວລາຕື່ນນອນຂອງລູກຈຶ່ງຂື້ນກັບເວລາທີ່ລູກເລິ່ມນອນເປັນສຳຄັນ ຖ້າລູກເຄີຍກັບເວລາທີ່ຈະນອນ ຄືເປັນຄົນນອນດຶກ ຄວນຈະຄ່ອຍໆຕັດເວລາການເຂົ້ານອນຂື້ນມາ ເຊັ່ນ: ລູກເຄີຍເຂົ້ານອນເວລາ 22.00 ນາທີ ໃຫ້ຫຍໍ້ມາເປັນເວລາ 21.30 ນາທີ ກ່ອນ ແລ້ວອີກ 1 ອາທິດຈຶ່ງຄ່ອຍລົດເວລາຂື້ນມາອີກເປັນ 21.00 ນາທີ ອີກວິທີຫນື່ງຄືປຸກລູກໃຫ້ຕື່ນກ່ອນເວລາປົກກະຕິ 1/2 ຊົ່ວໂມງ ແລ້ວຫຍໍ້ເວລາເຂົ້ານອນໄປພ້ອມໆກັນ ຢ່າລືມເດີ້! ການປ່ຽນເວລາເຂົ້ານອນ ແລະ ຕື່ນນອນຂອງລູກນັ້ນຕ້ອງຄ່ອຍໆ ເຮັດໂດຍໃຊ້ເວລາປະມານ 1-2 ອາທິດ ໃນໄລຍະເປິດພາກຮຽນບໍ່ຄວນໃຫ້ລູກເຄີຍຕົວກັບການນອນດຶກເຖິງວ່າມື້ຕໍ່ມາຈະເປັນມື້ພັກ ເຊັ່ນ: ອະນຸຍາດໃຫ້ລູກນອນດຶກໃນວັນສຸກ ແລະ ວັນເສົາ ພໍເຖິງວັນອາທິດຈະໃຫ້ລູກນອນແຕ່ຫົວຄ່ຳກໍ່ຈະເຮັດບໍ່ໄດ້ ວັນຈັນລູກຈຶ່ງງ່ວງນອນເວລາຈະໄປໂຮງຮຽນ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 3 ຄຳເຫັນ ແລະ 0 trackback(s)
ຂະນະນີ້ມີນົມສົ້ມຫລາຍຊະນິດ ທີ່ຂາຍຢູ່ຕາມຮ້ານຕ່າງໆ ນົມສົ້ມທຸກຊະນິດເຮັດມາຈາກນົມງົວ ແລ້ວຕື່ມຈຸລິນຊີຊະນິດທີ່ພົບເຫັນພາຍໃນລຳໄສ້ຂອງມະນຸດ ເຮັດໃຫ້ນົມເກິດການຫມັກທີ່ເຫມາະສົມ ນົມຈຶ່ງເກິດມີລົດສົ້ມ, ນົມສົ້ມບາງຊະນິດໄດ້ຕື່ມນ້ຳຕານຊາຍ ເພື່ອເພິ່ມລົດຫວານ ແລະ ບາງຊະນິດໄດ້ຮັບການຕື່ມນ້ຳຫມາກໄມ້ ເພື່ອເພິ່ມລົດຊາດໃຫ້ຫລາກຫລາຍ ສຳຫລັບປະໂຫຍດທີ່ຈະໄດ້ຮັບຈາກນົມສົ້ມມີດັ່ງນີ້:
ໄດ້ດື່ມນົມງົວ ຊຶ່ງມີຈຳນວນແຄລຊຽມຫລາຍ, ດູດຊຶມເຂົ້າສູ່ຮ່າງກາຍງ່າຍ ເນື່ອງຈາກນ້ຳຕານແລັກໂຕສຖືກປ່ຽນເປັນຮູບອື່ນ ເຮັດໃຫ້ຖືກດູດຊຶມເຂົ້າສູ່ຮ່າງກາຍງ່າຍຂື້ນ ໄດ້ຮັບຈຸລິນຊີຊະນິດທີ່ມີປະໂຫຍດ ແລະ ພົບເຫັນພາຍໃນລຳໄສ້ຂອງມະນຸດເພິ່ມເຕິມ
* ເປັນຫຍັງຈຶ່ງສົ້ມ
ຄວາມສົ້ມຂອງນົມສົ້ມເກິດຈາກການກະທຳຂອງເຊື້ອຈຸລິນຊີທີ່ຕື່ມລົງໄປໃນນົມ ດ້ວຍວິທີການຫມັກທີ່ເຫມາະສົມ ນ້ຳຕານແລັກໂຕສໃນນົມຈະຖືກປ່ຽນເປັນກົດອ່ອນໆ ຊຶ່ງໃຫ້ລົດສົ້ມ ສຳຫລັບນົມທີ່ຕັ້ງປະໄວ້ໃນອາກາດແລ້ວເກິດລົດສົ້ມຂື້ນມາ ກໍ່ເກິດປະຕິກິລິຍາ ເຊັ່ນດຽວກັນແຕ່ຕ່າງກັນບ່ອນທີ່ ເຊື້ອຈຸລິນຊີທີ່ເຈືອປົນນີ້ ເປັນອັນຕະລາຍຕໍ່ລຳໄສ້ ແລະ ຕໍ່ຮ່າງກາຍ ຈຶ່ງບໍ່ຄວນດື່ມນົມສົ້ມທີ່ເກິດຂື້ນເອງ ເຊື້ອຈຸລິນຊີທີ່ເຕິມລົງໄປໃນຂະບວນການ ຜະລິດນີ້ເປັນຊະນິດດຽວກັບທີ່ພົບເຫັນໃນລຳໄສ້ຂອງມະນຸດໃນຍາກປົກກະຕິ ຈຶ່ງບໍ່ເຮັດໃຫ້ເກິດອັນຕະລາຍໃດໆ ທັງສິ້ນ.
ໃນກໍລະນີທີ່ລູກດື່ມນົມງົວເປັນປະຈຳຢູ່ແລ້ວ ແລະ ບໍ່ມີບັນຫາໃດໆ ບໍ່ມີຄວາມຈຳເປັນທີ່ຈະໃຫ້ລູກດື່ມນົມສົ້ມ ເພາະໃນລຳໄສ້ຂອງລູກຈະມີເຊື້ອຈຸລິນຊີຫລາຍ ແລະ ຫລາຍຮ້ອຍຊະນິດ ນອກຈາກນີ້ນົມສົ້ມຍັງມີລາຄາແພງກວ່ານົມງົວ ພ້ອມດື່ມທົ່ວໄປປະມານ 3 ເທົ່າ ເມື່ອປຽບທຽບໃນປະລິມານທີ່ຊຳກັນ ແລະ ຄຸນຄ່າທາງອາຫານຍັງຕ່ຳກວ່ານົມງົວພ້ອມດື່ມອີກນຳ ຂະນະນີ້ມີນົມສົ້ມຈຳນວນຫລວງຫລາຍທີ່ຂາຍໃນຢູ່ ກະລຸນາສຶກສາຄຸນສົມບັດຂອງນົມສົ້ມແຕ່ລະຊະນິດກ່ອນຈະດື່ມ.
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ນັກວິໄຈຂອງມະຫາວິທະຍາໄລເຟເດຣິໂກ 2 ເມືອງເນເປິລ ຄົ້ນຄວ້າພົບວ່າ

ໝາກແອບເປິລມີສານທີ່ມີປະໂຫຍດຊ່ວຍປົກປ້ອງກະເພາະອາຫານໄດ້ຢ່າງດີ

ເພາະມັນຊ່ວຍປົວແປງຄວາມເສຍຫາຍອັນເກິດຈາກພວກອະນຸມູນອິດສະຣະ

ຊຶ່ງເປັນເຫດໃຫ້ເກິດຄວາມແກ່ຊະລາ ແລະ ເນື້ອຮ້າຍໃນກະເພາະຂື້ນໄດ້
ທີມນັກວິໄຈທີ່ມີຄາມິລໂລ ເດຊ ເວກຊິໂອ ບຣັງໂກ ເປັນຫົວໜ້າ

ພົບເຫັນວ່າສານສະກັດຈາກແອບເປິລ, ທີ່ອຸດົມໄປດ້ວຍສານທີ່ມີສັບພະຄຸນເປັນຕົວລ້າງພິດ ເຊັ່ນ: ພວກຄາເຕຊົນ ແລະ ກົດໂຄຣໂຣຈີນິກ ສານສະກັດຈາກແອບເປິລກັບກົດໂຄລໂຣຈີນິກ ໄດ້ສະແດງໃຫ້ເຫັນວ່າຂັດຂວາງການເຕິບໃຫຍ່ຂອງເຊລມະເຮັງ ກະເພາະອາຫານໄດ້.
ລາຍງານການສຶກສາຊຶ່ງສະເໜີຢູ່ໃນວາລະສານວິທະຍາສາດວ່າດ້ວຍກະເພາະອາຫານ ແລະ ລຳໄສ້ ກ່າວແຈ້ງວ່າ ຂັ້ນຕໍ່ໄປຈະໄດ້ທົດລອງກັບຄົນ ເພື່ອວັດທົດສອບລິດຄວາມແຮງຂອງສານປະກອບຂອງແອບເປິລ ທີ່ເຮັດໜ້າທີ່ເປັນສານປ້ອງກັນກະເພາະ ແລະ ລຳໄສ້ຕໍ່ໄປ

ຢ່າລືມໄປຊື້ມາກິນເດີເພື່ອນໆໆໆໆ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

ຜົນການວິໄຈຊີ້ໃຫ້ເຫັນວ່າໝາກເຜັດຂີ້ໜູເປັນປັດໄຈຕໍ່ການເພິ່ມການລະລາຍເລືອດທີ່ກໍ່ໃຫ້ເກິດໂລກຫົວໃຈ ໂດຍພົບວ່າຊ່ວຍລຸດລະດັບນ້ຳຕານກລູໂຄສ ເພິ່ມອັດຕາການເຜົາຜານຂອງຮ່າງກາຍ ຊະລໍການຈັບກຸ່ມຂອງເລືອດ ເພິ່ມການລະລາຍລິ່ມເລືອດ ໂດຍສາລະສຳຄັນໃນໝາກເຜັດຂີ້ໜູສົດຈະອອກລິດພາຍໃນ 30 ນາທີ, ຫລັງການກິນໝາກເຜັດຂີ້ໜູສົດ
ສ.ທ່ານໝໍ ສຸລັດ ໂຄມິນ ຫົວໜ້າຝ່າຍໂພຊະນະວິທະຍາ ແລະ ຊີວະເຄມີທາງການແພດ ພາກວິຊາອາຍຸຣະສາດ, ຄະນະແພດສາດ, ໂຮງໝໍຣາມາທິບໍດີ ກ່າວວ່າ ນ.ສ ພັດຊະຣານີ ໄຊຍະທາ ນັກສຶກສາຫລັກສູດວິທະຍາສາດດຸດສະດີບັນດິດ ສາຂາໂພຊະນະສາດ ເຊິ່ງເປັນຫລັກສູດຮ່ວມລະຫວ່າງຄະນະແພດສາດ ໂຮງໝໍຣາມາທິບໍດີ ແລະ ສະຖາບັນວິໄຈໂພຊະນາການ ມະຫາວິທະຍາໄລມະຫິດົນ ເຮັດວິທະຍານິພົນເລື່ອງ: ໝາກເຜັດຂີ້ໜູຕໍ່ປັດໄຈຂອງການເກິດໂລກຫົວໃຈ ແລະ ຫລອດເລືອດ ໂດຍຕົນເປັນອາຈານທີ່ປຶກສາ ແລະ ປະທານຄະນະກຳມະການຄວບຄຸມວິທະຍານິພົນ ເພື່ອສຶກສາຜົນຂອງການບໍລິໂພກໝາກເຜັດຂີ້ໜູສົດຕໍ່ປັດໄຈສ່ຽງຂອງໂລກຫົວໃຈ ແລະ ຫລອດເລືອດຂອງແມ່ຍິງທີ່ມີໄຂມັນໃນເລືອດສູງ, ໂດຍໃນການສຶກສາຄັ້ງນີ້ໄດ້ທົດລອງກັບແມ່ຍິງໄທ 50 ຄົນ ທີ່ມີລະດັບໄຂມັນໃນເລືອດສູງ ອາຍຸ 45-64 ປີ ແລະ ໝົດປະຈຳເດືອນແລ້ວ ບໍ່ມີອາການສະແດງຂອງໂລກຊຳເຮື້ອ ເຊັ່ນ: ເບົາຫວານ, ໂລກຫົວໃຈ, ໂລກຕັບ, ໂລກກະເພາະອາຫານ, ບໍ່ສູບຢາ, ບໍ່ກິນເຫລົ້າ, ບໍ່ກິນກາເຟເກີນວັນລະ 2 ຈອກ, ບໍ່ກິນໝາກເຜັດຫລາຍກວ່າ 10 ກຣັມຕໍ່ມື້.
ຜົນການສຶກສາພົບວ່າ ການບໍລິໂພກໝາກເຜັດຂີ້ໜູຊ່ວຍລົດປັດໄຈສ່ຽງຕໍ່ການເປັນໂລກຫົວໃຈ ແລະ ຫລອດເລືອດ ໄດ້ແກ່ຊ່ວຍລົດລະດັບນ້ຳຕານກລູໂຄສ ເພິ່ມອັດຕາການເຜົາຜານຂອງຮ່າງກາຍ ຊະລໍການຈັບກຸ່ມຂອງເລືອດ, ເພິ່ມການລະລາຍລິ່ມເລືອດ ໂດຍສາລະສຳຄັນໃນໝາກເຜັດຂີ້ໜູສົດຈະອອກລິດພາຍໃນ 30 ນາທີ, ຫລັງການກິນໝາກເຜັດຂີ້ໜູສົດ.
   ສ່ວນປະກອບສຳຄັນໃນໝາກເຜັດຂີ້ໜູສົດທີ່ເຮັດໃຫ້ເກິດຄວາມເຜັດ ເພິ່ມລົດຊາດຂອງອາຫານຄື: ສານແຄບໄຊຊິນ ເຊິງສານນີ້ມີຄຸນສົມບັດທາງເພສັດວິທະຍາຄື: ຊ່ວຍລຸດຜ່ອນອາການປວດກ້າມເນື້ອ ແລະ ຂໍ່, ເພິ່ມການເຄື່ອນໄຫວຂອງລະບົບທາງເດິນອາຫານ.

ສຳລັບເພື່ອນໆຄົນໃດທີ່ມັກກິນເຜັດໆໆໆ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 2 ຄຳເຫັນ ແລະ 0 trackback(s)

ໝາກອຶເປັນພຶດທີ່ປູກໄດ້ທົ່ວທຸກຫົນແຫ່ງໃນໂລກ ຍົກເວັ້ນຢູ່ຂົ້ວໂລກໃຕ້ປູກໝາກອຶບໍ່ຄ່ອຍໃຫຍ່ ອາດຈະຍ້ອນດິນ ແລະ ອາກາດ.
  ໝາກອຶມີຫລາຍທາດທີ່ຮ່າງກາຍຕ້ອງການ ເໝາະສຳລັບຜູ້ຢ້ານຄວາມຕຸ້ຍ ໝາກອຶສຸກໜື່ງຖ້ວຍໃຫ້ພະລັງງານ 49 ແຄລໍລີ ຄາໂບໄຣເດດ 12 ກຼາມ ໜ້ອຍກວ່າຄາໂບໄຣເດດ ໃນໝີ່ສຳເລັດຮູບ 23 ເທົ່າ ແຕ່ໃຫ້ໂປຣແທສຊຽມ 15% ວິຕາມິນ A 3% ໃນໝາກອຶເກືອບວ່າຈະບໍ່ມີໄຂມັນເລີຍ
.

alt

ສ່ວນເມັດໝາກອຶເປັນທີ່ຍອມຮັບຂອງນັກໂພສະນາການ ເຊິ່ງເປັນອາຫານບຳລຸງເສັ້ນຜົມ, ໜັງຫົວ, ມີກົດໄຂມັນໂອເມກາ 3 ຊ່ວຍປັບຄວາມຊຸ່ມຊື່ນຂອງໜັງຫົວ ໃນນີ້ ບໍ່ນັບທາດເຫລັກ ແລະ ທາດສັງກະສີ.
  ສຳລັບຢູ່ບ້ານເຮົານິຍົມເອົາໝາກອຶມາຫນຶ້ງກິນ, ປຸງແຕ່ງເປັນຂອງຫວານປະສົມນ້ຳຕານ ໝາກພ້າວ .... ຕົ້ມປົນກັບແກງໝໍ່ໄມ້ແຊບອີ່ຫລີ..!

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

alt ເອົາລະພັກເລື້ອງຮັກແລ້ວມາຮູ້ຈັກເລື້ອງປ້ຽວປາກກັນດີກ່ວາalt

ເພື່ອນໆຮູ້ບໍ່ວ່າ ການກິນສົ້ມກໍ່ມີປະໂຫຍດຄືກັນ ນາດາ ຄິດວ່າມີຄົນຫຼວງຫຼາຍທີ່ບໍ່ມັກກິນສົ້ມ

ສະນັ້ນ ນາດາ ເລີຍຄົ້ນຄ້ວາປະໂຫຍດຂອງສົ້ມມາຝາກ ......

ຜົນການວິໄຈຂອງນັກວິທະຍາສາດ ຊາວ Australia ພົບວ່າ:

ການກີນໜາກໄມ້ປະເພດໜາກນາວ ຫຼື ໜາກກ້ຽງສົ້ມ ຈະຊ່ວຍປ້ອງກັນມະເຮັ່ງຮີມປາກ ຫຼອດສຽງ

ແລະ ກະເພາະລົງໄດ້ເຄິ່ງໜື່ງ. ນອກຈາກນີ້ກໍ່ຄື ພືດຜັກຈະຕ້ອງກິນໃຫ້ຄົບ 5 ມື້ເປັນປະຈຳກໍ່ຍິ່ງຊ່ວຍ

ປ້ອງກັນການເປັນອຳມະພາດໄດ້ອີກພະຍາດໜື່ງໄດ້ຕັ້ງ19% ພຸ້ນນ່າ.

ໜາກໄມ້ທັງສອງຊະນິດນີ້ຊ່ວຍປ້ອງກັນພະຍາດໃນຮ່າງກາຍເຊິ່ງມີຄຸນປະໂຫຍດຊ່ວຍສຳລະລ້າງ

ສານພິດພ້ອມທັງບຳລຸງພູມຄຸ່ມກັນພະຍາດໃຫ້ແຂງແຮງ ປ້ອງກັນບໍ່ໃຫ້ພະຍາດຕ່າງໆເຂົ້າມາໃນ

ຮ່າງກາຍ ແລະ ຍັງຊ່ວຍຮັກສາເຊວສເນື້ອຮ້າຍໃຫ້ດີຂື້ນອີກດ້ວຍເດີ ເພື່ອນໆ

ຮູ້ປະໂຫຍດຂອງສົ້ມແບບນີ້ແລ້ວຢ່າລືມກິນໆແດ່ເດີເພື່ອສຸຂະພາບ

ແຕ່ວ່າໆໆຢ່າເກີນໄປເດີ ດຽວຊິຫາຕັ່ງໄປນັ່ງເຝົ້າໜ້າຫ້ອງນຳ ຮ່າໆໆaltaltalt