![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມິ.ຖ.. 17, 2009
| ມີ
4 ຄຳເຫັນ
ແລະ
0 trackback(s)
ຫຼາຍຄັ້ງຂອງການເຮັດສີຜົມ, ສີທີ່ມັກຫຼືກຳລັງນິຍົມອາດຈະ ບໍ່ເໜາະສົມກັບເຮົາລອງນຳເທັກນິກການເລືອກສີຜົມທີ່ນາ ດານຳມາຝາກໄປໄຊ້ກັນເພື່ອນໆໆຮັບຮອງວ່າຈະໄດ້ສີຜົມ ທັງງາມ ແລະ ເສີມໃບໜ້າໃຫ້ເປັ່ງປັ່ງຍິ່ງຂື້ນ.
***ຜິວຂາວອົມຊົມພູ*** ສາວໆຜິວສີນີ້ເບິ່ງມີສຸຂະພາບດີສີຜົມທີ່ເໜາະສົມກັບຜິວຄື ແດງປະກາຍໝົນ ຫຼື ໂທນນໍ້າຕານທອງ ແລະ ທອງ ແດງປະກາຍນໍ້າຕານແລ້ວເສີມດ້ວຍການເຮັດໄຮໄລສ ໂທນອ່ອນກ່ວາໜື່ງລະດັບເພື່ອຊ່ວຍໃຫ້ຜີວບໍ່ຈືດເກີນໄປ.
***ຜິວຂາວອົມເຫຼືອງ*** ຜິວສີນີ້ເຮັດໃຫ້ໃບໜ້າຈືດຊືດ ຫຼື ເມື່ອຍລ້າບໍ່ສົດໃສ ຈິ່ງ ຄວນເລືອກເຮັດສີໂທນແດງເຊັນ ປະກາຍມ່ວງເຄືອບ ແດງ, ນໍ້າຕານແດງປະກາຍມ່ວງ ຫຼື ແດງເຂັ້ມປະກາຍ ແດງ.
***ຜິວສອງສີ ຫຼື ສີນໍ້າເຜີ້ງ*** ເໜາະກັບຜົມໂທນສີທອງ ເຊັນ ສີສົ້ມ, ນໍ້າຕານທອງເຄືອບປະກາຍທອງ, ສີນໍ້າຕານອ່ອນໄປ ຈົນເຖິ່ງສີເນື້ອ ຫຼື ເຮັດໄຮໄລສສີນໍ້າຕານອ່ອນໄລ່ລະ ດັບເພື່ອຊ່ວຍໃຫ້ໃບໜ້າເບິ່ງສະຫວ່າງຂື້ນ.
***ຜິວສີແທນ*** ຜິວຄໍ້າ ຫຼື ຜິວສີເຂັ້ມ ເໜາະກັບຜົມສີນໍ້າຕານແກ່, ນໍ້າ ຕານຊ໋ອກກະແລັດ, ສີມ໋ອກຄາ ແລະ ຄວນເພີ່ມປະ ກາຍທອງແດງ ເພື່ອຄັບໃຫ້ສີຜິວບໍ່ເບິ່ງຄໍ້າຈົນເກີນໄປ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມິ.ຖ.. 17, 2009
| ມີ
8 ຄຳເຫັນ
ແລະ
0 trackback(s)
ໃຜທີ່ຢາກສົດຊື່ນຫຼັງຕື່ນນອນນາດາມີວິທີ່ມາຝາກເພື່ອນໆໆ
1.ເລີ່ມຈາກການຢ່າງໄປຈັບນໍ້າມາດື່ມຈັກແກ້ວໃຫ່ຍໃຫ້ສົດຊື່ນ. ການກິນນໍ້າເປັນການຕື່ມນໍ້າໃຫ້ຮ່າງກາຍ ຫຼັງຈາກຮ່າງກາຍພັກຜ່ອນມາທັງຄືນເຊີ່ງເປັນວິທີ່ເຮັດໃຫ້ສະໜອງປອດປົງຫຼາຍຂື້ນ.
2. ອອກກຳລັງກາຍຢືດເສັ້ນກ້າມເນື້ອຕ່າງໆ ພາຍໃນຮ່າງກາຍ 5-10 ນາທີ ເນັ້ນການຢືດໃນສ່ວນທີ່ຕ້ອງໄຊ້ງານຫຼາຍໆໃນການເຮັດວຽກ ເຊັນ ຖ້າຕ້ອງໄຊ້ຄອມພິວເຕີຊ່ວຍໃນການເຮັດວຽກທັ້ງວັນ, ຕ້ອງເນັ້ນການອອກກຳລັງກາຍກ້າມເນື້ອສ່ວນຄໍເປັນຫຼັກ.
3. ການກີນອາຫານທີ່ເປັນພືດພັກ ແລະ ອາຫານທີ່ມີໂປຣຕິນໃນມື້ເຊົ້າ ຄວນລຸດອາຫານທີ່ເປັນຈຳພວກແປ້ງ ການກິນອາຫານໃນມື້ເຊົ້າມີປະໂຫຍດຕໍ່ຮ່າງກາຍ ເປັນການກ້ຽມພ້ອມໃຫ້ຮ່າງກາຍເຮັດວຽກຢ່າງມີປະສິດທິຜົນຕະຫຼອດທັງວັນ.
4. ການປ່ຽນເຄື່ອງດື່ມ ເລີກດື່ມກາເຟແລ້ວຫັນມາດື່ມນໍ້າຊາຂີງ ເພື່ອຊ່ວຍໃນການໄຫຼວຽນຂອງເລືອດ ເຮັດໃຫ້ຮ່າງກາຍອົບອຸ່ນ ອີກທັງເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ດີອີກ.
ໂດຍ: ນາດາ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມິ.ຖ.. 7, 2009
| ມີ
8 ຄຳເຫັນ
ແລະ
0 trackback(s)
ກ.... ກ່ອນອອກຈາກລົດ ບໍ່ຕ້ອງອຸ່ນເຄື່ອງພຽງແຕ່ຂັບຊ້າໆ 1 ກິໂລທຳອິດກໍ່ອຸ່ນໄປໃນໂຕແລ້ວ ຂ..... ຂວດນ້ຳ, ຂວດຢາ, ສາລະພັດໄຮ້ປະໂຫຍດທີ່ຫນັກ ແຕ່ບໍ່ຈຳເປັນຕ້ອງຕິດລົດປະຈຳຕ້ອງເກັບອອກໄວ້ເຮືອນ ຄ..... ຄົນຂັບລົດໄປທາງໄກ ຄວນໃຊ້ຄວາມໄວສະຫມ່ຳສະເຫມີ ປະຫຍັດນ້ຳມັນໄດ້ຄືກັນ ບໍ່ອອກລົດແບບກະຊາກ ງ..... ງົດການຂັບລົດກິນລົມ ຈອດລົດກິນເຂົ້າອິ່ມກວ່າ ຈ.... ຈອດລົດກໍ່ຄວນມອດເຄື່ອງຈັກນຳພ້ອມຈຶ່ງເປັນການດີຕໍ່ລົດ, ການປະຫຍັດທັງເງິນ ແລະ ນ້ຳມັນ ສ.... ເສີມເຄື່ອງຈັກໃຫ້ແຮງ ແຮ່ງກິນນ້ຳມັນຫລາຍ ຊ..... ຊອກແລ່ນຕາມທາງລັດຮອດໄວ້ກ່ອນ ຍ..... ຍິງ-ຊາຍຍຸກໃຫມ່ ບໍ່ລ້ຽງຄາດສ໌ (ຮັບຕ້ອນປີໃໝ່ 2006) ດ..... ດີແທ້ນັ່ງບໍ່ກາຍ 7 ຄົນ (ສຳລັບລົດຈຳໂບ່) ຕ.... ຕ້ອງປະຕິບັດຕາມຄູ່ມືປະຈຳລົດ ຊ່ວຍລົດຄ່ານ້ຳມັນໄດ້ ຖ.... ຖ້າໝູ່ມາຊ້ອນທ້າຍລົດ ບໍ່ຕ້ອງຕິດຈັກຖ້າ (ໝູ່ຂຶ້ນຊ້ອນແລ້ວຈຶ່ງຕິດຈັກ) ນ.... ນ້ຳມັນຫລໍ່ລື້ນ ຄວນປ່ຽນທຸກໆ 3.000 ກມ. ສຳລັບລັດຈັກ ແລະ 5.000 ກມ ສຳລັບລົດໃຫຍ່ ທ.... ໂທໄປນັດລ່ວງຫນ້າ ຈະໄດ້ບໍ່ຂັບໄປຄອຍເກິ້ ບ.... ບັນທຸກເຄື່ອງນ້ອຍໆ ເບົາໆ ປ.... ປັບແຕ່ງເຄື່ອງຈັກປະຫຍັດນ້ຳມັນໄດ້ຮ້ອຍລະ 5-15% ດ້ວຍສານເພີ່ມການເຜົາໃໝ້ (ມີຂາຍຕາມຮ້ານຄ້າ ແລະສູນສ້ອມແປງທົ່ວໄປ) ຜ.... ຜິວພື້ນຫົນທາງບໍ່ລຽບຄວນຫລີກສາ ເພາະເປືອງນ້ຳມັນຫລາຍທີ່ສຸດຮ້ອຍລະ 45 ຖ້າທຽບໃສ່ທາງລຽບ ຝ.... ຝຶກອອກລົດຊ້າໆໃຫ້ເຄື່ອງຈັກລໍ່ລື້ນນ້ຳມັນເທື່ອລະຫນ້ອຍ ພ.... ເພື່ອນບ້ານໃກ້ກັນ ຮັກກັນອາໄສໄປນຳກັນ ຈະໄດ້ນ້ຳໃຈ ໄດ້ບຸນ ໄດ້ສະສົມເງິນທອງ (ຜັດກັນໃຊ້ລົດ) ຟ.... ຟ້າວຟັ່ງເທົ່າໃດຍິ່ງສູນເສຍນ້ຳມັນໄປເທົ່ານັ້ນ (ຂັບບໍ່ເກີນ 60 ກມ ຕໍ່ຊົ່ວໂມງ) ປະຢັດທີ່ສຸດ ມ.... ມອດເຄື່ອງຈັກລົດລະຫວ່າງຈອດຖ້າເມຍ ຍ.... ຍ່າງດີກວ່າຊອກຫາບ່ອນຈອດລົດ 3 ຮອບ ຢ.... ຢຸດລົດຕອນຄ້າງໄຟແດງ ບໍ່ຕ້ອງເບິ້ນຈັກລົດດອກ ເຖິງເວລາກໍຈະໄດ້ໄປຢູ່ດີ ລ... ລົດການນຳໃຊ້ລົດສ່ວນຕົວເທົ່າທີ່ພໍເຮັດໄດ້ ວ.... ເວລາເລັ່ງຄວາມໄວບໍ່ຄວນອອກໄປຮ່ວມຊະຕາກຳເທິງຫົນທາງ ສ.... ເສດຖະກິດຂອງຊາດຈະດີຂຶ້ນ ຖ້າປະຊາຊົນໃຊ້ນ້ຳມັນບໍ່ເປືອງ (ຕ້ອງຊ່ວຍກັນ) ຫ.... ຫັດໃຊ້ລົດໃຫ້ຄ່ອງ (ຄວນ) ສຳລັບມືໃໝ່ຈະບໍ່ເສຍດາຍນ້ຳມັນ ອ... ແອຣ໌.... ເປິດພໍເຢັນປະຫຍັດໄດ້ອີກທາງຫນື່ງ ຮ.... ຮີບປະຕິບັດຕັ້ງແຕ່ ກ ຮອດ ຮ ຈະໄດ້ຊ່ວຍຕົນເອງ, ຊ່ວຍປະເທດຊາດໄດ້ ວິທີຫານ 2 ປະຫຍັດນ້ຳມັນ ວິທີງ່າຍໆ ລຸດຄ່າໃຊ້ຈ່າຍໃຫ້ຕົວທ່ານ ແລະ ປະເທດຊາດ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມິ.ຖ.. 5, 2009
| ມີ
17 ຄຳເຫັນ
ແລະ
0 trackback(s)
ເພື່ອນເຊື່ອບໍ່ວ່າເວລາອາບນໍ້າຈະເປັນເວລາທີ່ສະບາຍທີ່ສຸດສຳລັບທຸກໆຄົນແມ່ນບໍ່
ດັ່ງນັ້ນການເລືອກຜະລິດຕະພັນເປັນສະບູ່ທາຜິວຈະຕ້ອງພິເສດຫຼັງອາບນໍ້າດ້ວຍນໍ້າ
ສະອາດແລ້ວຈະຕ້ອງເຮັດໃຫ້ຜິວແຫ້ງຕຶງໃຫ້ຄວາມຮູ້ສຶກຊຸ່ມຊືນ. 1. ຫຼີກລ້ຽງການອາບນໍ້າອຸ່ນທີ່ຮ້ອນເກີນໄປ ຫຼື ອາບດົນໆ ແຕ່ວ່າຖ້າເພື່ອນຄົນໃດ
ຫາກຫຼີກລ້ຽງບໍ່ໄດ້ ຫຼັງອາບນໍ້າໃຫ້ກະຊັບຜິວດ້ວຍນໍ້າເຢັນ.
2. ການອາບນໍ້າອຸ່ນກ່ອນນອນຈະເຮັດໃຫ້ເພື່ອນນອນສະບາຍຂື້ນອີກ.
3. ບໍ່ຄວນອາບນໍ້າຫຼັງອາຫານເລີຍທັນທີເພາະຈະເຮັດໃຫ້ຢູ່ບໍ່ສະບາຍທ້ອງ.
4.ຖ້າເປັນໄປໄດ້ກ່ອນອາບນໍ້າລອງໄຕ້ທ່ຽນກິ່ນທີ່ເພື່ອນໆມັກໃຫ້ອາຍຂອງທ່ຽນ
ລະມຸນລະມາຍຈັກ5-10ນາທີຈະຊ່ວຍຜ່ອນຄາຍຄວາມຄຽດປະຈຳວັນໄດ້ດີ.
5.ຖ້າອາບນໍ້າດ້ວຍຝັກບົວຄວນອາບນໍ້າເຢັນຫົດຕົວເປັນຄັ້ງສຸດທ້າຍເພື່ອນໆ
ຈະຮູ້ສຶກສົດຊື່ນທັນທີ ເພາະລະບົບໝູນວຽນຂອງໂລຫິດຈະຖືກກະຕຸ່ນໃຫ້ເຮັດ
ວຽກຢ່າງໄວ.
6.ຫຼັງເຊັດຕົວຄວນທາໂລຊັນທັນທີເພື່ອເກັບກັກຄວາມຊຸ່ມຊື່ນຂອງຜິວເອົາໄວ້.
ພຽງຫົກວິທີງ່າຍໆກໍ່ຈະຊ່ວຍໃຫ້ເພື່ອນໆສົດໃສຂື້ນ. ເຄັດລັບໂດຍ ນາດາ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມິ.ຖ.. 5, 2009
| ມີ
9 ຄຳເຫັນ
ແລະ
0 trackback(s)
![alt](http://www.mahasan.com/health/images/take_rest.jpg) 1. ກອນນອນເວັນ ປະມານ 20 ນາທີ ຫຼັງກິນເຂົ້າທ່ຽງ ຈະຊ່ວຍເພີ່ມພະລັງໃຫ້ຮ່າງກາຍ ແລະ ຈິດໃຈ ໄດ້ຫຼາຍ ເພາະວ່າເປັນໄລຍະຂອງການຖົດຖອຍຂອງພະລັງງານ ແລະ ສະມາທິ 2. ເມັດຖົ່ວຂຽວ ເມື່ອເກີດເປັນຖົ່ວງອກແລ້ວຈະມີວິຕາມິນ C ເພີ່ມຂື້ນ ເຖິງ 600 ເທົ່າ 3. ການຫວີຜົມເປັນປະຈຳ ອາດເຮັດໃຫ້ຜົມມັນ ແລະ ຫຼົ່ນໄດ້ 4. ການກິນຊີ້ນສັດສີແດງເປັນປະຈຳ ຈະເຮັດໃຫ້ລຳໄສ້ເຮັດວຽກໜັກ ສ່ຽງຕໍ່ການເປັນໂຣກມະເຮັງໄດ້ 5. ການກິນແກງໃບຂີ້ເຫຼັກ ຊ່ວຍບຳລຸງຮ່າງກາຍ ເຮັດໃຫ້ນອນຫຼັບດີ ແລະ ແກ້ອາການຖອກທ້ອງໄດ້ 6. ຜູ້ທີ່ກຳລັງຫຼຸດນ້ຳໜັກຄວນຫຼົບຫຼີກການກິນໄຂ່ຈືນ ແລະ ໄຂ່ດາວ ເພາະມັນມີພະລັງງານຈາກນ້ຳມັນເຖິງ 210 ແຄຣໍຣີ 7. ໝາກນາວມີວິຕາມິນສູງ ຊ່ວຍປ້ອງກັນການຕິດເຊື້ອ, ແກ້ອາການເຈັບຄໍ ແລະ ບາດແຜໃນຊ່ອງປາກໄດ້ 8. ໃນໝາກເຊີຣີມີສານທີ່ເຮັດໃຫ້ຄົນເຮົາຮູ້ສຶກມີຄວາມສຸກ ແລະ ຫຼຸດອາການໂສກເສົ້າໄດ້ອີກດ້ວຍ 9. ຄວນທຳຄວາມສະອາດອຸປະກອນຈຳພວກໂທລະສັບ ຫຼື ປຸ່ມກົດລິບ ເປັນປະຈຳ ເພາະອຸປະກອນເຫຼົ່ານີ້ ມັກເຕັມໄປດ້ວຍເຊື້ອໄວຣັດ | | | | * ຄັດຈາກ: ວາລະສານ ອັບເດດ, ວັນທີ 04-06-2009, ສະບັບທີ 7, 2009 |
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມິ.ຖ.. 5, 2009
| ມີ
12 ຄຳເຫັນ
ແລະ
0 trackback(s)
![alt](http://www.mahasan.com/health/images/esleep.jpg)
ອາການງ່ວງນອນ ຫຼືຫາວນອນ ເປັນໂຣກລະບາດຂອງໄວໜຸ່ມສາວ ທີ່ເຮັດວຽກໃນຫ້ອງລ້າຫ້ອງການ ຊຶ່ງເຮັດໃຫ້ເສຍສະມາທິໃນການເຮັດວຽກ ແລະ ເກີດອາການຂີ້ຄ້ານ ຕາມມາ. ອາການອ່ອນເພຍ ທີ່ເວົ້າເຖິງນີ້ເປັນໜື່ງໃນອາການຂອງ ໂຣກໄຮໂປໄກລຊີເມັຍ ຊຶ່ງສ່ວນໜື່ງ ເປັນເພາະການກິນອາຫານທີ່ຜິດໆ ໂດຍສະເພາະອາຫານຫວານທີ່ເຕັມໄປດ້ວຍ ນ້ຳຕານ ແລະ ແປ້ງ. ອາຫານ 4 ຢ່າງ ຕໍ່ໄປນີ້ ຊ່ວຍລົດຄວາມຢາກນອນຂອງທ່ານໄດ້: 1. ຜັກ ແລະ ໝາກໄມ້ ທີ່ອຸດົມດ້ວຍວິຕາມິນຊີ ໄດ້ແກ່: ໝາກສີດາ, ໝາກກ້ຽງ, ກະລ່ຳດອກຂຽວ. ອາຫານພວກນີ້ຈະຊ່ວຍຕ້ານ ຄວາມອ່ອນເພຍ ທີ່ມາຈາກຄວາມເຄັ່ງຕຶງ ແລະ ກັງວົນຕ່າງໆ 2. ໝາກໄມ້ທີ່ມີ ໂຄຣມຽມ (Chromium) ໄດ້ແກ່: ໝາກແອບເປີ້ນ, ໝາກກ້ວຍ, ໝາກສີດາທີ່ຈະຊ່ວຍຮັກສາລະດັບນ້ຳຕານໃນເລືອດ ແລະ ເພີ່ມພະລັງງານແກ່ຮ່າງກາຍ 3. ເມັດພືດທີ່ອຸດົມຄຸນຄ່າ ໄດ້ແກ່: ໝາກງາ, ແກ່ນໝາກຖົ່ວແຫ້ງ, ເມັດພືດພັນທີ່ບໍ່ຜ່ານການຜັດສີຈົນຫຼ້ອນ (ເຂົ້າທີ່ຕຳດ້ວຍມື) ແລະ ຈອມຂອງເມັດເຂົ້າວີດ (Wheat germ) ທີ່ມີໂພແທສຊຽມ ຊ່ວຍບຳລຸງປະສາດ ແລະ ຊ່ວຍໃຫ້ຈິດໃຈແຈ່ມໃສ 4. ໄຂມັນດີໆ ຈາກປາ ເປັນອີກທາງເລືອກໜື່ງທີ່ເສີມໂປຣຕິນ ແລະ ກົດໄຂມັນໂອເມກ້າ-3 ໃຫ້ແກ່ຮ່າງກາຍ ແລະ ຍັງຊ່ວຍໃຫ້ມີສະມາທິ ແລະ ຄວາມຈື່ຈຳໄດ້ດີຂື້ນ. * ຄັດຈາກ: ວາລະສານອັບເດດ, ສະບັບທີ 10, 2009, ໜ້າທີ 38
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ພ.. 29, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
- ຫ້າມສູບຢາ
ມີຜົນການທົດສອບທີ່ພິສູດໂດຍນັກຊ່ຽວຊານແລ້ວວ່າ ການສູບຢາຫລັງກິນອາຫານທຽບເທົ່າກັບການສູບຢາເຖິງ 10 ກອກ (ໂອກາດເປັນມະເຮັງສູງກວ່າ) - ຫ້າມກິນຫມາກໄມ້ທັນທີ
ການກິນຫມາກໄມ້ທັນທີຫລັງອາຫານຈະເຮັດໃຫ້ເກິດລົມໃນກະເພາະອາຫານໄດ້ ດັ່ງນັ້ນຄວນກິນຫມາກໄມ້ຫລັງກິນອາຫນໄປແລ້ວ 1-2 ຊົ່ວໂມງ ຫລື ກ່ອນອາຫານ 1 ຊົ່ວໂມງ. - ຫ້າມດື່ມນ້ຳຊາ
ເພາະມີຜົນເຮັດໃຫ້ການຍ່ອຍສານໂປຣຕີນໃນອາຫານທີ່ເຮົາກິນເຂົ້າໄປນັ້ນເປັນໄປໄດ້ຍາກຂື້ນ - ຫ້າມມາຍສາຍແອວ
ເພາະການມາຍສາຍແອວຫລັງຄາບອາຫານຈະເຮັດໃຫ້ລຳໄສ້ບິດໂຕ ແລະ ອັດຕັນໄດ້ - ຫ້າມອາບນ້ຳ
ການອາບນ້ຳຈະເພິ່ມແຮງດັນເລືອດໄປສູ່ມື, ແຂນຂາ ແລະ ທົ່ວໂຕ ດັ່ງນັ້ນຈຳນວນເລືອດທີ່ໄປລໍ່ເລື້ອງກະເພາະອາຫານຈຶ່ງລຸດລົງ ຊຶ່ງສົ່ງຜົນໃຫ້ລະບົບການຍ່ອຍອາຫານຂອງກະເພາະເຮົາບໍ່ດີລົງ - ຫ້າມຍ່າງໄປມາ
ຄົນທີ່ມັກບອກສະເຫມີວ່າ ການຍ່າງ 100 ກ້າວຫລັງກິນອາຫານຈະເຮັດໃຫ້ອາຍຸຍືນເຖິງ 99 ປີ, ຕາມຂໍ້ເປັນຈິງແລ້ວບໍ່ແມ່ນເລີຍ ການຍ່າງຈະສົ່ງຜົນໃຫ້ລະບົບຍ່ອຍຂອງເຮົາບໍ່ສາມາດດູດຊຶມສານອາຫານທີ່ເຮົາກິນເຂົ້າສູ່ຮ່າງກາຍໄດ້. - ຫ້າມນອນຫລັບທັນທີ
ເພາະອາຫານທີ່ເຮົາກິນເຂົ້າໄປຈະບໍ່ສາມາດຍ່ອຍໄດ້ເລີຍ ດັ່ງນັ້ນຈະເຮັດໃຫ້ເກິດໂລກຕິດເຊື້ອ ແລະ ເກິດລົມໃນກະເພາະ ແລະ ລຳໄສ້ຂອງເຮົາໄດ້.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ພ.. 29, 2009
| ມີ
8 ຄຳເຫັນ
ແລະ
0 trackback(s)
- BODY ພ້ອມ.... ສຸຂະພາບກາຍດີ, ແຂງແຮງ, ຫນ້າຕາດີ, ຫຸ່ນດີ, ມີກິ່ນຫອມ.
- ບຸກຄະລິກດີ, ແຕ່ງຕົວມີລົດສະນິຍົມພໍສົມຄວນ ແຕ່ບໍ່ງານເກິນແມ່ຍິງ
- ບໍ່ເປັນໂລກຕິດຕໍ່ ຫລື ໂລກຫນ້າລັງກຽດ
- ເປັນຄົນສະອາດ ແຕ່ບໍ່ເກິດພໍດີຈົນເບິ່ງຜິດສັງເກດ
- ຈິດໃຈດີງາມ, ຊື່ສັດ, ມີນ້ຳໃຈ, ສຸຂະພາບຈິດແຂງແຮງ, ບໍ່ບ້າ, ວິປະລິດ.
- ບໍ່ມີຊື່ສຽງໃນທາງບໍ່ດີ, ບໍ່ມີປະຫວັດເປັນເສືອຜູ້ຍິງ (ນັບປະຫວັດຖອຍຫລັງໄປເຈັດຊົ່ວໂຄດ) ມີສິລະທຳ
- ເວົ້າຈາສຸພາບດີ, ເວົ້າຫນ້ອຍ, ກິລິຍາບໍ່ເບີ່ນ, ບໍ່ຝຶດ, ແຕ່ບໍ່ຕະລົກຈົນເປັນຕາຊັງ, ບໍ່ປາກເສຍມັກນິນທາຜູ້ຍິງ, ແລະ ບໍ່ປາກຫາເລື່ອງເພາະອາດຖືກນັກເລັງຟາດປາກຕາຍກ່ອນເຖົ້າ.
- ເຊ໊ກກຳລັງເຫມາະ, ບໍ່ອ່ອນ ແລະ ບໍ່ຈັດຈົນເກິນໄປ
- ຮັກດຽວໃຈດຽວສະເຫມີຕົ້ນສະເຫມີປາຍ ບໍ່ມັກຫຶງ
- ເຮັດເປັນທຸກຢ່າງ, ບໍ່ຂີ້ຄ້ານ, ຮູ້ຈັກເອົາອົກເອົາໃຈສະຫມ່ຳສະເຫມີທັງກ່ອນ ແລະ ຫລັງ
- ຖານະດີ, ມີນ້ຳໃຈ, ບໍ່ເຮັດໃຫ້ເຮົາເສຍຟອຣ໌ມຕໍ່ຫນ້າຫມູ່ເພື່ອນ ລັບຫລັງຈະປະຫຍັດແນ່ບໍ່ເປັນຫຍັງ
- ຊາດກຳເນິດພໍສືບໄດ້ ຮູ້ຄວາມເປັນມາຜົງພັນເລົ່າກໍ ໂດຍສະເພາະພໍ່ແມ່ຖ້າຍັງມີຊີວິດຢູ່ຕ້ອງບໍ່ປາກຮ້າຍ, ບໍ່ຂີ້ຖີ່, ບໍ່ຈູ້ຈີ້
- ຫນ້າທີ່ການງານດີມີອະນາຄົດ ສາມາດລ້ຽງຕົວເອງ ແລະ ຄອບຄົວໄດ້ຢ່າງສຸກສະບາຍ ຖ້າບໍ່ມີອາຊີບຄວນມີມໍລະດົກ
- ບໍ່ກົດຂີ່ທາງເພດ ບໍ່ຍາດເບິ່ງລະຄອດຫລັງຂ່າວ
- ບໍ່ເຄີຍມີປະຫວັດເສື່ອມເສຍກັບເພດດຽວກັນ ຫລື ມີແນວໂນ້ມວ່າຈະມີໃນອະນາຄົດ
- ຮັກເດັກນ້ອຍ ຫມາຍເຖິງຮັກສົງສານເດັກນ້ອຍແທ້ໆ ບໍ່ມີແນວອື່ນແອບແຝງຢູ່
- ບໍ່ສູບຢາ, ກິນເຫລົ້າເປັນແຕ່ບໍ່ເມົາ ບໍ່ຕິດການພະນັນບໍ່ເວັ້ນທັງຫວດລັດຖະບານ
- ມັກຜູ້ຍິງຫລາຍກວ່າຜູ້ຊາຍ
- ເປັນໂສດ
- ອາຍຸບໍ່ຈຳກັດ ແຕ່ຖ້າອາຍຸເກິນ 35 ປີ ຄວນມີຖານະດີເປັນພິເສດ
- ມີບ່ອນຢູ່ອາໄສ, ລົດລາພາຫະນະ ລວມທັງສັງຫາລິມະຊັບ ແລະ ອະສັງຫາລິມະຊັບເປັນຂອງຕົນເອງ ບໍ່ຢູ່ໃນລະຫວ່າງຈ່າຍຜ່ອນ
- ບໍ່ມີຫນີ້ສິນລົ້ນຫົວ
- ບໍ່ມີພີ່ນ້ອງເປັນປອບເປັນກະສື
- ບໍ່ມັກຈົ່ມ, ບໍ່ມັກເບື່ອ, ບໍ່ຂັດໃຈ.
- ອື່ນໆ............... (ຕື່ມໄດ້ຕາມໃຈມັກ)
ສູດເລືອກຜູ້ຊາຍທັງ 25 ຂໍ້ນີ້ແມ່ນໃຊ້ໄດ້ຜົນດີແທ້ໆ ເພາະການເລືອກຜູ້ຊາຍທີ່ຈະມາຢູ່ໃນຊີວິດຄູ່ຂອງເຮົາຕ້ອງເບິ່ງໃຫ້ລະອຽດ ແລະ ລຶກຊຶ່ງສາກ່ອນ ຖ້າເຮົາມີຄວາມພ້ອມ, ມີຄຸນສົມບັດດີ, ມີຄວາມຮູ້ຄວາມສາມາດດີ, ກໍ່ສາມາດເລືອກເອົາຄົນດີໆທີ່ຈະມາໃຊ້ກັບຊີວິດຄູ່ຂອງເຮົາໄດ້ຕາມຄວາມຫວັງ ແລະ ປາດຖະຫນາເພື່ອສ້າງຊີວິດຄອບຄົວໃຫ້ມີຄວາມສົມບູນພູນສຸກ ແລະ ເອື້ອອາທອນຕໍ່ກັນຈິງໃຈໃນການແກ້ໄຂທຸກໆອຸປະສັກທີ່ຜ່ານເຂົ້າມາໃນຊີວິດ ນີ້ແຫລະຄວາມສຸກຂອງມະນຸດເຮົາປາດຖະຫນາກັນ. (ກໍ່ລອງເອົາໄປໃຊ້ເບິ່ງໄດ້ເດີ້ສາວທັງຫລາຍທີ່ຄິດຢາກໄດ້ຄູ່ຄອງທີ່ດີ)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ພ.. 29, 2009
| ມີ
2 ຄຳເຫັນ
ແລະ
0 trackback(s)
ເມົາຄ້າງ (Hang Over) ເປັນຄວັນຫລົງຂອງຄວາມມ່ວນຊື່ນຊົ່ວຂະນະ ທີ່ຕ້ອງຍົກໃຫ້ວ່າເປັນຄວາມທໍລະມານແບບສຸດໆ ເລີຍ ເພາະທັງມືນ, ທັງວິນ, ຫມົດສະພາບ, ທີ່ແນ່ໆ ອາການພື້ນຖານທີ່ເວັ້ນບໍ່ໄດ້ ຄື: ຢາກຖ່າຍເທສິ່ງດື່ມເຂົ້າໄປເມື່ອຄືນນັ້ນ ອອກມາເສຍໃຫ້ຫມົດ ອາການເມົາເກິດຂື້ນໄດ້ ກັບຄົນທີ່ດື່ມແອລກໍຮໍຫລາຍເກິນໄປ ເມື່ອເມົາແລ້ວແຕ່ລະຄົນຈະສະແດງອອກແຕກຕ່າງກັນໄປ ບາງຄົນເມົາແລ້ວມ່ວນເປັນພິເສດ, ບາງຄົນເມົາແລ້ວແສນທຸກ ແລະ ຈະທໍລະມານຫນັກຫລາຍຂື້ນໄປອີກຖ້າເມົາຄ້າງໃນມື້ເຊົ້າຕໍ່ມາ ໂອກາດທີ່ຈະເມົາຄ້າງຕາມມາ ບໍ່ແມ່ນເປັນກັບທຸກຄົນທີ່ດື່ມຫລາຍພຽງຢ່າງດຽວ ແຕ່ການທີ່ຈະເມົາໄວ ຫລື ເມົາຄ້າງນັ້ນ ມີປັດໄຈເສິມຢູ່ຄື: ກະເພາະອາຫານວ່າງກ່ອນດື່ມ, ອົດນອນມາກ່ອນ, ມີຄວາມຄຽດເປັນທຶນເກົ່າ ຫລື ຢູ່ໃນພາວະຂາດນ້ຳ ເປັນຕົ້ນ. * ອາການເມົາເກິດຂື້ນໄດ້: ຈາກການດື່ມແອລກໍຮໍຫລາຍເກິນໄປ ຈົນເຮັດໃຫ້ເສຍດຸນຂອງຮໍໂມນ ເກິດການປ່ຽນແປງຂອງສານສົ່ງຜ່ານປະສາດ ແລະ ສານທາງຊີວະພາບອື່ນໆ ພາຍໃນຮ່າງກາຍ ຄົນເມົາຄ້າງຈຶ່ງປວດຫົວ, ປວດຮາກ, ທ້ອງລ້ວງ, ເບື່ອອາຫານ, ເຈັບກະເພາະ, ມືສັ່ນ, ເມື່ອຍ, ອ່ອນເພຍ, ຮູ້ສຶກບໍ່ສະບາຍຕ່າງໆ ການເມົາຄ້າງຍັງມີຜົນເຮັດໃຫ້ຫົວໃຈເຕັ້ນໄວຂື້ນ ເພາະເພິ່ມການເຮັດວຽກຂອງຫົວໃຈ ຈົນປະກົດວ່າຄົນທີ່ເປັນໂລກຫົວໃຈ ມີອັດຕາການຕາຍເພິ່ມຂື້ນຈາກການເມົາຄ້າງ ເຖິງວ່າທ່ານຈະເຊົາເມົາແລ້ວກໍ່ຕາມ ແຕ່ຜົນຈາກການເມົາກໍ່ຈະຍັງສົ່ງຜົນເສຍຕໍ່ລະບົບປະສາດ ໂດຍເຮັດໃຫ້ການແພ່ຂອງຄື້ນສະຫມອງຊ້າກວ່າປົກກະຕິ ເປັນເວລາຫລາຍຊົ່ວໂມງ ຫລັງຈາກຮ່າງກາຍກຳຈັດແອລກໍຮໍອອກໄປຫມົດແລ້ວ ການເຮັດວຽກຂອງກ້າມເນື້ອຮ່ວມປະສາດບົກພ່ອງເປັນເວລາດົນ ເຖິງວ່າຈະບໍ່ພົບເຫັນແອລກໍຮໍໃນເລືອດແລ້ວກໍ່ຕາມ. ແຕ່ຖ້າເມົາແລ້ວມີອາການຫນ້າເປັນຫ່ວງ ເຊັ່ນ: ປວດຫົວຮຸນແຮງ, ຄື້ນໄສ້ປວດຮາກຫລາຍ, ທ້ອງລ້ວງຮຸນແຮງຈົນເຮັດໃຫ້ເກິດພາວະຂາດນ້ຳ ແລະ ອ່ອນເພຍ ຫລື ເມົາຄ້າເກິນກວ່າ 1 ມື້, ເຫລົ່ານີ້ກໍ່ສົມຄວນແກ່ການໄປຫາທ່ານຫມໍແລ້ວ ເຄັດລັບ ການຫລີກລ້ຽງ ແລະ ປ້ອງກັນການເມົາຄ້າງ * ຄວນກິນຢາແກ້ປວດກຸ່ມ NSIDs ຫລື ໄອບູໂພຣເຟນກ່ອນດື່ມແອລກໍຮໍ ເພາະຢາຈະມີລິດຢັບຢັ້ງເອນໄຊມ໌ prostaglandin ທີ່ເຮັດໃຫ້ເກິດອາການປວດ ແຕ່ບໍ່ຄວນກິນປາຣາເຊຕາມອລໂດຍບໍ່ຈຳເປັນເວລາດື່ມ ຫລື ກ່ອນນອນຫລັງຈາກດື່ມ ເພາະທັງແອລກໍຮໍ ແລະ ພາຣາເຊຕາມອລມີອັນຕະລາຍຕໍ່ຕັບ ເມື່ອກິນພ້ອມກັນຈະອັນຕະລາຍຫລາຍຂື້ນ ຫລີກລ້ຽງການດື່ມເຄື່ອງດື່ມຕ່າງຊະນິດທີ່ປະສົມເຂົ້ານຳກັນ * ບໍ່ຄວນດື່ມແອລກໍຮໍເວລາທ້ອງວ່າງ ເພາະອາຫານໃນກະເພາະຈະຊ່ວຍປ້ອງກັນບໍ່ໃຫ້ແອລກໍຮໍ ຖືກດູດຊືມເຂົ້າສູ່ກະແສເລືອດໄວເກິນໄປ ການກິນອາຫານຫລາຍລະຫວ່າງດື່ມແອລກໍຮໍ ຈະຍິ່ງຢັບຢັ້ງການເມົາໄດ້ຫລາຍຂື້ນ * ຫລີກອາຫານປະເພດໄຂມັນແຕ່ຖ້າເມົາຄ້າງແລ້ວລອງປະຕິບັດຕາມຂໍ້ແນະນຳດ້ານລຸ່ມນີ້ ສົນໃຈແບບໃດກໍ່ລອງເບິ່ງໄດ້ເດີ້: * ດື່ມນົມອຸ່ນໆ ເທື່ອດຽວໃຫ້ຫມົດຈອກ * ດື່ມກາເຟດຳຮ້ອນໆ * ດື່ມນ້ຳຊາແກ່ໆ ອຸ່ນໆ * ດື່ມນ້ຳລ້າຫລາຍໆ * ດື່ມນ້ຳຫມາກໄມ້ສົດໆ ຫລື ຫມາກໄມ້ສົດແຊ່ເຢັນ ເຊັ່ນ: ຫມາກໂມແຊ່ເຢັນ * ດື່ມ Bloody Mary (ຄອກເທ໊ລຊະນິດຫນື່ງ) ຈັກຈອກ ຈະປ່ຽນທາງຄົດໂຄ້ງໃຫ້ເປັນເສັ້ນຊື່ * ຖ້າຍັງບໍ່ດີຂື້ນແນ່ນອນຕ້ອງເພິ່ງພາຢາຫອມປະສົມນ້ຳອຸ່ນ ຈະຢາດົມນຳກໍ່ໄດ້ * ໃຊ້ຜ້າຈຸ່ມນ້ຳເຢັນເຊັດບໍລິເວນໃບຫນ້າ ແລະ ຫົວ * ສຸດທ້າຍຖ້າບໍ່ຢາກທໍລະມານຫລາຍກໍ່ໃຫ້ຫມູ່ເພື່ອນພາໄປຫາຫມໍເດີ້ ສະໄຫມນີ້ເພິ່ນມີຢາແກ້ hang over ກັນແລ້ວ ຄິດວ່າຄົງຈະໄດ້ຜົນພໍສົມຄວນ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ພ.. 28, 2009
| ມີ
5 ຄຳເຫັນ
ແລະ
0 trackback(s)
ທ່າທີ 1 ປົກໜ່ວຍຕາ: ໂຄ້ງໂອ້ງມືທັງສອງປົກໜ່ວຍຕາໄວ້ ລະວັງບໍ່ໃຫ້ໂອ້ງມືຖືກຫນ່ວຍຕາ ໃຫ້ຄິດເຖິງແຕ່ເລື່ອງດີໆ ທີ່ຜ່ອນຄາຍ ປະມານ 10 ນາທີ. ທ່າທີ 2 ສ້າງຈິນຕະນາການ: ຕໍ່ຈາກທ່າທີ 1 ຍັງຄົງປົກຫນ່ວຍຕາຢູ່ ສ້າງຈິນຕະນາການວ່າຕົນເອງກຳລັງເຫັນບາງ ສິ່ງບາງຢ່າງທີ່ມີ ສີສັນສວຍງາມສົດໃສ ເຊັ່ນ: ເຫັນດອກຈວງຈັນ ທີ່ພວມບານແຍ້ມ, ສາຍຕາທີ່ຄົມຊັດຈາກຈິນຕະນາການ ຂອງເຮົາເອງ ຈະຊ່ວຍຮັກສາສາຍຕາແທ້ ຂອງເຮົາໄດ້ດີ. ທ່າທີ 3 ວາດສາຍຕາ ເບິ່ງແບບບໍ່ຕ້ອງຈົດຈໍ່: (ຄົນສາຍຕາສັ້ນມັກຈ້ອງ ແລະ ກຶ້ງສາຍຕາ) ແນມຮອບໆໄປຕາມ ວັດຖຸທີ່ຢູ່ໄກໆ ຢູ່ແຕ່ລະບ່ອນ ເພື່ອເຮັດໃຫ້ຕາຂອງເຮົາໄດ້ຜ່ອນຄາຍ. ທ່າທີ 4 ກະພິບຕາ ເປັນນິໄສປະມານ 1-2 ຄັ້ງ: ທຸກໆ 10 ວິນາທີ ຈະຊ່ວຍໃຫ້ແກ້ວຕາສະອາດ ແລະ ມີນ້ຳຫລໍ່ ລ້ຽງ ໂດຍສະເພາະ ຄົນທີ່ໃສ່ແວ່ນຕາ ຫລື ຄອນແທ໊ກເລນສ໌ຍິ່ງຈຳເປັນ. ທ່າທີ 5 ໂຟກັສຮູບພາບໃກ້ ແລະ ໄກ ຢຽດ ແຂນຊ້າຍໄປໃຫ້ໄກທີ່ສຸດ ຕັ້ງນິ້ວຊີ້ຊ້າຍຂື້ນ ເພື່ອເປັນຈຸດໂຟກັສ, ຂະນະດຽວກັນ ໃຫ້ຕັ້ງນິ້ວຊີ້ມືເບື້ອງຂວາໃຫ້*********ງຈາກໃບຫນ້າປະມານ 7.5 ຊມ. ໂຟກັສຮູບພາບຢູ່ທີ່ແຕ່ລະນິ້ວສະລັບກັນ ໄປມາ ເຮັດເລື້ອຍໆ ເມື່ອມີໂອກາດ. ທ່າທີ 6 ລູບໜ່ວຍຕາ ຕື່ນນອນທຸກເຊົ້າໃຫ້ໃຊ້ມືກອບນ້ຳລູບໜ່ວຍຕາດ້ວຍນ້ຳອຸ່ນ ປະມານ 20 ຄັ້ງ, ທັງນີ້ເພື່ອຊ່ວຍ ໃຫ້ເລືອດຫມູນວຽນມາລ້ຽງດວງຕາດີຂື້ນ ການລູບລ້ຽງດ້ວຍນ້ຳເຢັນ ເຮັດໃຫ້ກ້າມເນື້ອຕາ ແລະ ຫນັງຕາເຄັ່ງບໍ່ຢ່ອນຍານ ສະນັ້ນກ່ອນເຂົ້ານອນໃຫ້ກອບນ້ຳລູບດວງຕາອີກຄັ້ງໜື່ງ ແຕ່ຕອນນີ້ໃຫ້ລູບດ້ວຍນ້ຳເຢັນກ່ອນແລ້ວຕາມດ້ວຍນ້ຳອຸ່ນ ຈະເຮັດໃຫ້ກ້າມເນື້ອຕາ ແລະ ໜັງຕາໄດ້ຜ່ອນຄາຍ ກ່ອນເຂົ້ານອນ. ທ່າທີ 7 ຫມູນຕົວ ຢືນງະຕີນໃຫ້ຊ່ຳກັບຊວງບ່າໄຫລ່: ການໝູນຕົວໄປມາຈາກຊ້າຍຫາຂວາ ເພື່ອຖ່າຍເທນ້ຳຫນັກ ຕົວຂອງຂາແຕ່ລະຂ້າງສະລັບໄປມາ ສາຍຕາເບິ່ງໄປໄກໆ ແຕ່ບໍ່ຕ້ອງຈົດຈໍ່ ປ່ອຍໃຫ້ຈຸດທີ່ເຮົາເບິ່ງເຄື່ອນໄຫວຕາມການ ຫມູນຕົວ ທ່ານີ້ຈະຊ່ວຍໃຫ້ດວງຕາໄດ້ພັກ ແລະ ມີການປັບຕົວດີຂື້ນ ເຮັດປະຈຳ ເມື່ອມີໂອກາດ ແລະ ເປີດເພລງທີ່ມັກ ຟັງໄປນຳຈະເປັນການດີ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ພ.. 28, 2009
| ມີ
2 ຄຳເຫັນ
ແລະ
0 trackback(s)
1. ການມີໄຫວພິບພິເສດ: ບໍ່ແມ່ນຈະສະຫລາດເທົ່ານັ້ນ ແຕ່ລວມເຖິງການທີ່ເຮົາຮູ້ທັນໂລກ ຄວາມວ່ອງໄວ ແລະ ໄຫວພິບຂອງຜູ້ຍິງທີ່ເຮັດໃຫ້ສາມາດເຂົ້າໃຈ ເຖິງພຶດຕິກຳເກົ່າ ແລະ ໃຫມ່ໄດ້ງ່າຍ. 2. ຄວາມເປັນຜູ້ນຳ: ມີຄວາມສາມາດໃນການແກ້ໄຂບັນຫານ້ອຍໆ ເຖິງບັນຫາໃຫຍ່ໆ ຮູ້ວ່າເລື່ອງໃດຄວນຈັດການ ກ່ອນຫລັງ ອີກທັງມີວິທີການຈັດການກັບຜູ້ຄົນຢ່າງມີປະສິດທິພາບ ໂດຍບໍ່ໃຊ້ແຕ່ອາລົມສ່ວນຕົວມາເປັນໂຕນຳ. 3. ການກະທຳທີ່ບໍ່ໄດ້ຢູ່ພາຍໃຕ້ບັງຄັບຂອງຄົນອື່ນ: ຄວາມສາມາດພິເສດ ແລະ ຄວາມຫມັ້ນໃຈທີ່ເຮົາມີຢູ່ ຈະເປີດ ໂອກາດໃຫ້ເຮົາໄດ້ສະແດງເຖິງຄວາມເປັນຂອງຕົນເອງ ສະແດງໃຫ້ເຫັນເຖິງທາດແທ້ຂອງເຮົາ ແລະ ຖ້າເຮົາເຄົາລົບຕົວ ເຮົາເອງແລ້ວ ຄົນອື່ນກໍ່ຈະຮູ້ສຶກຄືກັນກັບເຮົາ 4. ຄວາມສາມາດພິເສດກັບໄລຍະເວລາທີ່ເຫມາະສົມ: ຄວາມສາມາດທີ່ຄືກັນ ແຕ່ຢູ່ທີ່ຜິດຈັງຫວະເວລາ ກໍ່ບໍ່ອາດ ມີໃຜເຫັນ ຈົນບໍ່ໄດ້ຮັບສິ່ງຕອບແທນ ຫລື ຖືກມອງຂ້າມໄປ ດັ່ງນັ້ນກຽມຕົວໃຫ້ພ້ອມ ເພື່ອລໍຈັງຫວະ ແລະ ໂອກາດທີ່ເຂົ້າ ມາ. 5. ຂະຫຍາຍຄວາມສາມາດທີ່ລັບຢູ່ໃຫ້ຕື່ນຂື້ນມາເພື່ອຄວາມກ້າວຫນ້າ: ຢ່າຄິດພະວົງຫລືສົງໄສ ໃຫ້ເຂົ້າຮ່ວມໃນ ງານສຳມະນາຕ່າງໆ ເພື່ອຈະຊ່ວຍຂະຫຍາຍທັດສະນະຄະຕິ ແລະ ຕໍ່ຍອດຂອງຄວາມຄິດ ເພີ່ມພູມຄວາມຮູ້ ແລະ ປັບປຸງ ຄວາມສາມາດພິເສດຂອງເຮົາໃຫ້ຫລາຍຂື້ນ ເທື່ອລະກ້າວ. 6. ຄວາມສຳນຶກເຖິງເປົ້າຫມາຍຂອງບໍລິສັດ: ຄວາມຕັ້ງໃຈ ຄວາມຮັບຜິດຊອບ ກ້າວໄປໃຫ້ເຖິງເປົ້າຫມາຍນັ້ນໆ ມີຜູ້ຍິງຫລາຍຄົນທີ່ໄປບໍ່ເຖິງ ເພາະຍັງມີທັດສະນະຄະຕິທີ່ຢູ່ໃນຂອບ ມອງໂລກແຄບ ໂດຍບໍ່ໄດ້ເບິ່ງພາບລວມຂອງບໍລິສັດ ເຮັດໃຫ້ພາດໂອກາດດີໆ ໃນຊີວິດໄປ. ບັນຫາໃຫຍ່ທີ່ສຸດຂອງຜູ້ຍິງຄື: ມີຄວາມກັງວົນທີ່ໄດ້ຮັບມອບຫມາຍວຽກງານ ຫລື ເມື່ອຕ້ອງມີການປ່ຽນແປງບາງສິ່ງ ບາງຢ່າງໃນບໍລິສັດ ແຕ່ຜູ້ຍິງທີ່ເປັນລະດັບແນວຫນ້າຮູ້ດີວ່າທຸກຄົນກຳລັງຈັບຕາເບິ່າງເຮົາຢູ່ສະເຫມີ ພ້ອມທີ່ຈະສ້າງຜົນ ງານດີເດັ່ນໃຫ້ແກ່ຕົ້ນສັງກັດ ແລະ ສັງຄົມ ຕະຫລອດໄປ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ພ.. 28, 2009
| ມີ
2 ຄຳເຫັນ
ແລະ
0 trackback(s)
ຄົນເຮົາອາດຈະສາມາດສັງເກດໄດ້ວ່າ: ຄົນຫຼາຍຄົນ ທີ່ບໍ່ຢາກເຂົ້າຫາ, ຂະນະທີ່ຍັງມີອີກຫຼາຍຄົນ ທີ່ຢາກຄົບຄ້າສະມາຄົມ ແລະ ເຮົາຈະເຮັດໄດ້ແນວໃດເພື່ອໃຫ້ເປັນຄົນທີ່ມີບຸກຄະລິກກະພາບໃນແບບທີ່ຄົນອື່ນໆ ຢາກຈະຄົບຄ້າສະມາຄົມເປັນມິດທີ່ດີຕໍ່ກັນ 1. ເປີດການສົນທະນາ: ການທັກທາຍຄົນອື່ນກ່ອນແມ່ນເປັນເລື່ອງທີ່ດີ ເພາະເຂົາຈະຮູ້ວ່າທ່ານພ້ອມທີ່ຈະໃຫ້ເຂົາເປັນຜູ້ ຮ່ວມສົນທະນາ ແລະ ການສົນທະນາກັນກໍ່ຈະເລີ່ມຂື້ນ ເຊິ່ງເລີ່ມຕົ້ນເວົ້າກ່ອນດ້ວຍຄຳສຸພາບ ນຸ້ມນວນ ມີສຳມາຄາລະວະ ຖືກຕາມກາລະເທສະ ອາດຈະເປັນການຕັ້ງຄຳຖາມ ຫຼື ຊວນລົມເລື່ອງໃກ້ຕົວ ທີ່ອາດຈະກ່ຽວຂ້ອງກັນ ເຊັ່ນ: ເບຍລົດຊາດດີເນາະ, ນ້ຳດື່ມເຢັນຊື່ນໃຈ, ເຮັດວຽກຢູ່ບ່ອນນີ້ບໍ? ຫຼື ບ້ານເຈົ້າຢູ່ແຖວນີ້ບໍ? 2. ໜ້າຕາຮັບແຂກ: ຄົນທີ່ມີບຸກຄະລິກແບບເປີດກ້ວາງ ເບິ່ງງ່າຍທີ່ສຸດຈາກສີໜ້າແວວຕາ, ຄົນບາງຄົນມັກເຮັດໜ້າຫຍຸ້ງ, ໜ້າງໍ ຄົນພວກນີ້ບໍ່ມີໃຜຢາກເຂົ້າໃກ້ ເພາະພຽງແຕ່ເຫັນສີໜ້າກໍ່ຮູ້ແລ້ວວ່າເຂົາບໍ່ເປີດປະຕູຮັບໃຜເລີຍ ຫຼື ບໍ່ຢູ່ໃນອາລົມທີ່ຈະ ສື່ສານກັບຄົນອື່ນ ດັ່ງນັ້ນ, ຄວນຍິ້ມແຍ້ມແຈ່ມໃສ ມີທ່າທີ່ຜ່ອນຄາຍ ທັງສີໜ້າ, ແວວຕາ ແລະ ອາກັບກິຣິຍາ ຊຶ່ງເປັນພາສາກາຍທີ່ຈະສື່ສານ ໃຫ້ຄົນທີ່ຢູ່ຮອບຂ້າງຮູ້ວ່າທ່ານບໍ່ປິດກັ້ນການເຂົ້າມາຂອງເຮົາ 3. ແລກປ່ຽນຄວາມຄິດເຫັນໄດ້: ຄົນເຮົາທຸກຄົນຍອມມີຄວາມຄິດເຫັນເປັນຂອງຕົນເອງ ແລະ ມັກຈະສະແດງອອກມາ ຈະເປັນການດີ ເມື່ອຄົນໜື່ງເປີດຮັບການສະແດງອອກຂອງເຮົາ ດັ່ງນັ້ນ ໃນການສານຄວາມສຳພັນທີ່ດີລະຫວ່າງ ບໍ່ພຽງແຕ່ເຮົາເປີດເຮັບເຂົາຜ່ານສີໜ້າທ່າທາງ ແລະ ຜ່ານການທັກທາຍ ສົນທະນາເທົ່ານັ້ນ ເຮົາຍັງຄວນຈະສານຕໍ່ຄວາມສຳພັນນັ້ນໃຫ້ໜຽວແໜ້ນ ແລະ ໝັ້ນຄົງຕໍ່ໄປ ໂດຍການໃຫ້ໂອກາດອີກຄົນໜື່ງເວົ້າ ແລະ ເປີດໂອກາດໃຫ້ຄົນທີ່ໄດ້ເວົ້າຮັບຟັງຄວາມຄິດເຫັນຂອງທ່ານນຳ 4. ໃສ່ໃຈ ແລະ ຈິງໃຈ: ຫຼັງຈາກທີ່ຄວາມສຳພັນຂອງຄົນເຮົາໄດ້ພັດທະນາເຖິງຂັ້ນທີ່ສາມາດເວົ້າລົມກັນໄດ້ຢ່າງສະນິດ ແລະ ເຮົາຍັງຕ້ອງມີວິທີຫຼໍ່ລ້ຽງຄວາມສຳພັນນັ້ນໄວ້ໃຫ້ດົນອີກດ້ວຍ, ຄົນທີ່ຮູ້ຈັກໃສ່ໃຈຕໍ່ກັນ ແລະ ຈິງໃຈ ມັກມີຄວາມສຳພັນທີ່ໝັ້ນຍືນ ເປັນຫມູ່ເພື່ອນມິດສະຫາຍທາງການຄ້າ ເປັນໝູ່ເພື່ອນທີ່ຄ່ອຍຊ່ວຍເຫລືອໃນເຮັດວຽກງານ ແລະ ອາດເຖິງຂັ້ນເປັນເພື່ອນຕາຍໄດ້ ຈົ່ງໃສ່ໃຈທັງສຸກ ແລະ ທຸກຂອງອີກຝ່າຍ ໃຊ້ການເປີດໃຈກວ້າງຂອງເຮົາໃຫ້ເລິກຊຶ່ງຂື້ນ ລະຫວ່າງການຄົບຫາ, ການເອົາໃຈໃສ່ຕໍ່ກັນໃນເລື່ອງຂອງຄວາມຄິດ ອຸປະສັກ ບັນຫາຊີວິດ ຄວາມສຸກ ຄວາມຍິນດີ ແລະ ອື່ນໆ, ຕ້ອງມີ ຕ້ອງເກີດ ແລະ ຕ້ອງປະຕິບັດຢ່າງຈິງໃຈ ອອກມາຈາກໃຈ ເຊັ່ນ: ຖາມເຖິງສຸກທຸກ ແບ່ງປັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມຕົກທຸກໄດ້ຍາກ 5. ບໍ່ເປັນຄົນປອກລອກ: ຄົນບາງຄົນເວົ້າແນວໜື່ງ ໃນໃຈເປັນແນວໜື່ງ, ເວົ້າອອກໄປທັງທີ່ບໍ່ໄດ້ຮູ້ສຶກແນວນັ້ນເລີຍ ແມ່ນບໍ່ດີ ການບໍ່ເປັນປອກລອກ ເຮັດໄດ້ຕັ້ງແຕ່ເລີມຕົ້ນການທັກທາຍປາໃສ ຮອຍຍິ້ມທີ່ມອບໃຫ້ກັນຕ້ອງອອກມາຈາກໃຈຈິງ ທຸກຄຳເວົ້າຜ່ານມາຈາກຄວາມຄິດ ຄວາມຮູ້ສຶກ ແລະ ການກັ່ນກອງ ການປະຕິບັດດີຕໍ່ກັນກໍ່ອອກມາຈາກຄວາມຮູ້ສຶກແທ້ໆ ບໍ່ແມ່ນເຮັດແບບຕົວະ ເພື່ອຫວັງຜົນປະໂຫຍດຕອບແທນ ການບໍ່ຫຼອກຕົ້ມ ຖືເປັນການໃຫ້ກຽດກັນທີ່ລ້ຳຄ່າຫຼາຍຂອງຄວາມເປັນຄົນ ເພາະບໍ່ແມ່ນເປັນການໃຫ້ກຽດກັບຄົນອື່ນໆ ເທົ່ານັ້ນ ແຕ່ຍັງເປັນການໃຫ້ກຽດແກ່ຕົນເອງຢ່າງສູງຊົງ ອີກດ້ວຍ. *** ຄວາມບໍ່ປະໝາດ ບໍ່ເກີດແຫ່ງຄວາມຢູ່ດີຜາສຸກ ຢູ່ແບບຄົນມີຄ່າ ***
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ພ.. 28, 2009
| ມີ
6 ຄຳເຫັນ
ແລະ
0 trackback(s)
![alt](http://punlao.com/include/fckeditor/editor/images/smiley/msn/tounge_smile.gif) ![alt](http://punlao.com/include/fckeditor/editor/images/smiley/msn/tounge_smile.gif) ຖ້າອາການຫືງແບບມີເຫດຜົນກໍ່ຍັງທົນໄດ້ ແຕ່ຖ້າຫືງແບບບໍ່ມີເຫດຜົນນີ້ຕິເພື່ອນໆຕ້ອງລະວັງແລ້ວລະ![alt](http://punlao.com/include/fckeditor/editor/images/smiley/msn/tounge_smile.gif) ![alt](http://punlao.com/include/fckeditor/editor/images/smiley/msn/tounge_smile.gif) ![alt](http://punlao.com/include/fckeditor/editor/images/smiley/msn/tounge_smile.gif)
ໂທລະສັບມາເຊັກກາງດຶກ
ຖ້າໂທມາເຈາະແຈະຫວານແວວກະບໍ່ເປັນຫັຍງດອກ ແຕ່ຖ້າໂທມາເຊັກວ່າເຮົາຢູ່ບ້ານຫຼືບໍ່ກໍ່ອີກເລື້ອງໂດນຊໍ້າໆດຽວກະຮູ້ເອງລະ ຢາກຮູ້ຢາກເຫັນ
ຕອນທຳອິດກໍ່ຄິດວ່າຈະຫຼົງຮັກເຮົາຫົວປັກຫົວປຳເລີຍຢາກຮູ້ເລື້ອງເຮົາ ແຕ່ແລ້ວກໍ່ເລີ່ມຊັກຖາມເລື້ອງຜູ້ຊາຍເກົ່າໆຂອງເຮົາ ແລະ ເລີ່ມມົກມຸ່ນກັບມັນ ຖ້າເຮົາຮູ້ສຶກອຶດອັດນັ້ນລະສັນຍານບອກລະເພື່ອນໆ ຕັ້ງຕົວເປັນສັດຕູກັບແຟນເກົ່າ
ເລືອກແລ້ວກໍ່ຄືຈົບ ແຕ່ຄົນຂີ້ຫືງຍ່ອມບໍ່ຍອມຈົບ ເຂົາຈະງຸດງິດຫາກເຮົາຍັງຕິດຕໍ່ ຫຼື ເວົ້າກັບຄົນເກົ່າໆ ຄົ້ນເຄື່ອງຂອງໆເຮົາ
ພຶດຕິກຳແບບນີ້ຄົນປະຕີບັດກັນຫຼາຍຖ້າຮູ້ສຶກບໍ່ໜັ້ນໃຈ ຫຼື ສົງໄສກຳລັງສວມເຂົາ ມີຄຳດເວົ້າທີ່ເຮັດໃຫ້ເຮົາບໍ່ສະບາຍໃຈ
ຄົນຂີ້ຫືງຈະມີຄຳເວົ້າສາລະພັດດີບໍ່ດີອາດເຖິ່ງຂັ້ນເລີກລາກັນ ແຕ່ຢ່າເບີ່ງຂ້າມການຄຳເວົ້າຂອງເຂົາເພາະມັນເປັນເລື້ອງບໍ່ຍຸດຕິທຳ ຖ້າອາການໜັກຫຼາຍກໍ່ພາໄປຫາໝໍຊະເລີຍເດີເພື່ອນໆ ເກືອບທຸກຄົນທີ່ມີຊ່ວງເວລາອ່ອນແອ ແລະ ແອບເບີ່ງພືດຕິກຳຂອງຄົນຮັກບາງເວລາ ແຕ່ຄົນຂີ້ຫືງຈະຄ່ອຍສືເສາະຢູ່ເລື້ອຍໆ ເດີເພື່ອນໆໆໆໆໆໆ
|
|
|