![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ສ.. 8, 2009
| ມີ
6 ຄຳເຫັນ
ແລະ
0 trackback(s)
ເຮົາຈະຮັກຢ່າງໃດເພື່ອໃຫ້ຮູ້ຈັກຮັກໃຫ້ເປັນ ແລະ ຈະຮັກຢ່າງໃດເພື່ອໃຫ້ທັງໃຈເຮົາ ແລະ ໃຈເຂົາມີຄວາມສຸກໄປພ້ອມກັນ
ບໍ່ວ່າຄວາມຮັກນັ້ນຈະສົມຫັວງ ຫຼື ບໍ່ກໍ່ຕາມ, ຮັກໄດ້ກໍ່ຄືການຂັບລົດໄດ້ພຽງແຕ່ໃສ່ກະແຈແລ້ວສະຕາດເຄື່ອງເຂົ້າເກຍຍຽບຄັນ
ເລັ່ງບໍ່ຕ້ອງສົນກົດຈາລະຈອນອາດເກີດອຸບັດຕິເຫດເລີ່ມຈາກບາດເຈັບຈົນເຖີງເສຍຊີວິດ. ແຕ່ຖ້າຮັກເປັນກໍ່ຄືການຮູ້ຈັກກົດຈາລະຈອນ
ມີບັງຄັບການຍຽບຄັນເລັ່ງຖ້າຕ້ອງການທີ່ຈະແຊງຂວາຈະຕ້ອງເປິດໄຟລ້ຽວຂໍທາງເມື່ອຕ້ອງການທີ່ຈະຈອດລົດກໍ່ຕ້ອງຮູ້ຈັກຜ່ອນ
ຄວາມໄວລົງເພື່ອຈອດລົດແບບປອດໄພ.
ເຊັນດຽວກັນກັບຄວາມຮັກຖ້າເຮົາຮູ້ຄວາມຮັກຄືຫັຍງ?
ຮັກແບບໃດໃຫ້ມີຄວາມສຸກຮັກແບບໃດບໍ່ໃຫ້ເປັນພິດຍ້ອນກັບມາທຳລ້າຍຕົວເຮົາເອງ, ຮັກໃຫ້ເປັນຄືຕ້ອງພິຈາລະນາວ່າຮັກແບບໃດ?
ເພາະສະໄໜນີ້ຄົນເຮົາຮັກກັນແບບທຸ່ມເທໝົດໃຈ(ສຳລັບຄົນທີ່ຈິງໃຈໃນຄວາມຮັກ)ໃຫ້ກັບຄົນທີ່ຕົນເອງຮັກໂດຍບໍ່ມີເຫດຜົນ, ໄຊ້ແຕ່ຄວາມ
ຫຼົງຮັກ, ຄວາມຮັກຂ້າງດຽວ ຈົນເຮັດໃຫ້ຕາບອດໃນບາງຄັ້ງ ລັບໄປກັບຄວາມຝັນລົມໆແລ້ງແບບບໍ່ມີຈຸດໝາຍປາຍທາງແຕ່ຢ່າງໃດ. ແຕ່ກ່ວາ
ຈະມີຄົນເອົາໄມ້ມາຕີໃຫ້ຕື່ນຈາກຝັນນັ້ນກໍ່ສາຍເກີນໄປແລ້ວ. ຄວາມຮັກບໍ່ຈຳດປັນຕ້ອງໄຊ້ເຫດຜົນ, ໄຊ້ພຽງອາລົມຄວາມຮູ້ສືກ ແລະ ສັນຊາດ
ຕະຍານເທົ່ານັ້ນ ແຕ່ເປັນເພາະສິ່ງຕ່າງໆເລົ່ານັ້ນບໍ່ແມ່ນບໍ່? ທີ່ເຮັດໃຫ້ເຮົາເລືອກທາງເດີນຂອງຄວາມຮັກຜິດພາດເລີຍຕ້ອງມານັ່ງນຳຕາເຊັດ
ຫົວເຂົ່າເພາະຫຼົງຜິດ.
ສິ່ງທີ່ເວົ້າທັງໝົດ Nada ຢາກໃຫ້ເພື່ອນທຸກຄົນ
ໄດ້ອ່ານ ແລະ ພິຈາລະນາຄວາມໝາຍ
ຂອງມັນກັບຄວາມເປັນຈິງ. ![alt](http://punlao.com/include/fckeditor/editor/images/smiley/msn/heart.gif)