ຂຽນເມື່ອ: ມ.ສ.. 8, 2009
| ມີ
9 ຄຳເຫັນ
ແລະ
0 trackback(s)
Nada ມີເລື້ອງ ຂອງ <ຮັກໆ> ມາຝາກ
ຄຳວ່າ ຮັກ ບໍ່ມີຄຳວ່າ ເສົ້າໃຈ, ທຸກໃຈ ຫຼື ສິ່ງໃດທີ່ເຮັດໃຫ້ຮູ້ສືກບໍ່ດີ
ຮັກ ຈະຕ້ອງມີແຕ່ສິ່ງທີ່ດີໆໃຫ້ກັນ ແລະ ກັນ
ແຕ່ບາງຄັ້ງກໍ່ມີສິ່ງທີ່ບໍ່ດີເກີດຂື້ນກັບຄວາມຮັກຂອງຄົນສອງຄົນ ແລະ ອາດຈະບໍ່ເກີດຈາກຄວາມຮັກກໍ່ໄດ້
ແຕ່ເກີດຈາກຄວາມຄາດຫັວງຂອງຄົນຮັກ ເພາະຫຼາຍຄົນຄິດວ່າຖ້າເຮົາຮັກໃຜຈັກຄົນແລ້ວຈະຕ້ອງໄດ້ຮັບ
ຜົນຕອບແທນ. ແຕ່ຄວາມຈິງແລ້ວເປັນແບບນັ້ນບໍ່? ຢາກໃຫ້ເພື່ອນທຸກໆຄົນຫວນຄືນທົບທວນຄຳວ່າຮັກ
ອີກຄັ້ງພ້ອມໆກັນ.
ການຄາດຫັວງເກີດຂື້ນໄດ້ກັບທຸກໆຄົນ ແລະ ຈະເກີດຫັຍງ?ຂື້ນຖ້າຄວາມຄາດຫັວງຂອງຄົນສອງຄົນບໍ່ຕົຣງ
ກັນເຮົາຄົງຈະນືກເຫັນພາບຂອງຄວາມຮັກທີ່ກຳລັງລຸດນ້ອຍຖ້ອຍລົງ. ຈາກນັ້ນເມື່ອເຮົາເຮັດສິ່ງໃດສິ່ງນື່ງດ້ວຍ
ໃຈເພື່ອທີ່ຈະມອບໃຫ້ກັບຄົນທີ່ຮັກ ແຕ່ບໍ່ຕົງກັບຄວາມຄາດຫັວງຂອງຄົນທີ່ເຮົາຮັກຂອງຂັວນສິ່ງນັ້ນຈະໝົດຄວາມ
ໝາຍທັນທີ ແລະຕົວເຮົາເອງກໍ່ໝົດກຳລັງໃຈ. ທຸ່ມເທທຸກສິ່ງທຸກຢ່າງໃຫ້ກັບເຂົາແຕ່ກັບບໍ່ໄດ້ຮັບຜົນຕອບແທນໃດໆ
ກັບມາມີແຕ່ຄວາມເຫົງາໃຈ ກັບ ຄວາມຫັວງທີ່ເລື່ອນລາງບໍ່ມີຈຸດໝາຍປາຍທາງ.
ເພາະສະນັ້ນ
ຮັກ ໂດຍບໍ່ຄາດຫັວງ ເມື່ອທຸ່ມເທແລ້ວບໍ່ຕ້ອງຫັວງຜົນຕອບແທນ ແລະ ຕ້ອງຍອມຮັບຄວາມເປັນຈິງ.
ເມື່ອເຂົາມອບສິ່ງທີ່ດີໆບໍ່ຄວນຮຽກຮ້ອງວ່າຕ້ອງເປັນສິ່ງທີ່ຕົນຕ້ອງການ, ເປັນຕົວຂອງຕົວເອງໃນບາງ
ຄັ້ງ ແລະ ກ້າທີ່ຈະອ່ອນແອໃນບາງເວລາ.
ໃນທີ່ສຸດສິ່ງທີ່ດີໆຈະເກີດຂື້ນ ແລະ ຮັກທີ່ປາດຖະໜາກໍ່ຈະກ້າວເຂົ້າມາ
ພ້ອມກັບຄຳວ່າ ຮັກ ມີແຕ່ສິ່ງທີ່ດີໆໃຫ້ ກັນ ແລະ ກັນ.