ຂຽນເມື່ອ: ມ.ສ.. 8, 2009
| ມີ
9 ຄຳເຫັນ
ແລະ
0 trackback(s)
ແຖວນີ້ມີຄົນທີ່ອົກຮັກແດ່ບໍ່ ຖ້າຫາກຍັງລືມຄົນຮັກບໍ່ໄດ້ຫັນມາທາງນີ້ ນາດາ ມີວິທີລືມໃຫ້ເພື່ອນໆທຸກຄົນ
ພ້ອມກັນ ຫຼື ຍັງຖາມຕົວເອງວ່າໃຈເຂັ້ມແຂງພໍແລ້ວບໍ່ມາລຸຍກັນເລີຍ
ເລີ່ມຕັ້ນຄື ຄິດວ່າຕ້ອງລືມເຂົາໃຫ້ໄດ້ແຕ່ວ່າບໍ່ແມ່ນສິ່ງທີ່ດີໆໃນຕົວເຂົາ.
ພະຍາຍາມຕ໋ອກຢຳຄວາມຄິດນັ້ນ ເພື່ອບໍ່ໃຫ້ເກີດມີຄວາມອາໄລອາວອນຫາຕົວເຂົາຫຼາຍເກີນໄປ.
ພະຍາຍາມຫຼີກລ້ຽງການພົບກັບເຂົາແບບຕົວຕໍ່ຕົວ ເພາະວ່າຖ້າຫາກເຂົາເກີດເຮັດດີກັບເຮົາ
ຂື້ນມາ, ກໍ່ຈະເຮັດໃຫ້ເຮົາຍິ່ງຫັ່ວນໄຫວ ແຕ່ຖ້າຫາກເຂົາມາກັບແຟນໄໝ່ຈະເປັນການດີຈະໄດ້ເຈັບເທື່ອດຽວແລ້ວຈຳ.
ພະຍາຍາມຫຼີກລ້ຽງການໄປສະຖານທີ່ເດີມໆເມື່ອຄັ້ງທີ່ມີຄວາມຮັກກັບເຂົາ.
ຫາກິດຈະກຳໄໝ່ໆທີ່ແຕກຕ່າງຈາກຕອນທີ່ຍັງຮັກເຂົາ ແລະ ສະນຸກກັບມັນໃຫ້ເຕັມທີ່.
ບໍ່ຕ້ອງປ່ອຍໃຫ້ຕົວເອງມີເວລາວ່າງຫຼາຍເກີນໄປ ພົບປະສ້າງສັນກັບເພື່ອນໆເຂົ້າໄວ້ ເພາະຈະເປັນ
ຊ່ວງເວລານື່ງເທົ່ານັ້ນ, ຈາກນັ້ນເຮົາຈະສາມາດຢູ່ຄົນດຽວໄດ້ບໍ່ຕ້ອງຫ່ວງ.
ເຮັດໃນສິ່ງທີ່ບໍ່ເຄີຍເຮັດຫາປະສົບການໄໝ່ໆໃຫ້ກັບຕົວເອງຖ້າບາງຄັ້ງຕ້ອງການທີ່ຈະ
ລະບາຍຄວາມໃນໃຈຂໍແນະນຳວ່າ ການໄປຮ້ອງເພງ ແລະ ເປັນໂອກາດທີ່ດີທີ່ຈະໄດ້ພົບກັບເພື່ອນໄໝ່ໆ
ຢ່ານັ່ງເບິ່ງທ້ອງຟ້າໃນຕອນທ່ຽງເພາະບັນຍາກາດມັນງຽບເຫງາສຸດໆ, ເພາະຈະເຮັດໃຫ້ເຮົາຄິດເຖິງອາດີດ
ທີ່ເຄີຍຮັກກັບເຂົາ NoNoNo
ຢ່ານັ່ງເບິ່ງເວລາຝົນຕົກເພາະຈະເຮັດໃຫ້ເຮົາຮ້ອງໄຫ້ເພາະຄິດຮອດເຂົາ.
ຢ່າຫາເລື້ອງກິນຈົນເຮັດໃຫ້ຕົວເອງອ້ວນ ເພາະມັນຈະເຮັດໃຫ້ເຮົາໝົດຄວາມໜັ້ນໃຈໄປກ່ວາເກົ່າອີກ
(ດຽວຈະຫາແຟນໄໝ່ບໍ່ໄດ້ ຮື້ ຮື້ ຮື້)