![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ສ.. 8, 2009
| ມີ
10 ຄຳເຫັນ
ແລະ
0 trackback(s)
ໃຜທີ່ກຳລັງຊອກຫາວິທີ່ງໍ້ຄົນຮັກ....ຫັນມາທາງນີ້ ນາດາ ມາຝາກເພື່ອນໆ![alt](http://punlao.com/include/fckeditor/editor/images/smiley/msn/heart.gif)
ສະແດງຄວາມເປັນຄົນທີ່ຈິງໃຈ:ບໍ່ຕ້ອງເວົ້າຂີ້ຕວະຫຼອກລວງອີກ ຕ້ອງຊື່ສັດ ຕ້ອງບອກກັບເຂົາວ່າ
ເປັນຫັຍງເຮົາຈິ່ງເຮັດຜິດ ແລະ ເຮົາໄດ້ຮຽນຮູ້ຈາກການກະທຳຂອງຕົວເອງແລ້ວ, ເຮັດໃຫ້ເຂົາເຊື່ອວ່າ
ເຮົາບໍ່ສາມາດຢູ່ໄດ້ຫາກບໍ່ມີເຂົາ.
ຊື້ຂອງຂັວນທີ່ພິເສດໃຫ້: ຄວນເລືອກຂອງຂັວນທີ່ມີຄວາມໜາຍພິເສດ ໂດຍສະເພາະບາງສິ່ງບາງ
ຢ່າງທີ່ຊ່ວຍກະຕຸ້ນໃຫ້ເຂົາຄິດເຖິ່ງຄວາມຮັກທີ່ລຶກຊິງຂອງເຮົາກັບເຂົາທີ່ມີຮ່ວມກັນ
ຊ່ວນເຂົາອອກເດດສແລ້ວສັງເກດຄວາມຫວານທີ່ສະແດງອອກ: ຖ້າຫຼາຍສິ່ງລົງຕົວ ແລະ ທັງສອງ
ເຂົ້າໃຈກັນຫຼາຍຂື້ນ. ເຂົາຈະສະແດງໃຫ້ເຫັນຄວາມໂລແມນຕິກໃນຕົວເຂົາ ແລະ ບັນຍາກາດທີ່ດີໆດັ່ງເກົ່າ.
ເປັນຕົວຂອງຕົວເອງໃນສາຍຕາຂອງເຂົາ.
ບອກກັບເຂົາຕົງໆເລີຍວ່າເຮົາຍັງຮັກເຂົາຢູ່
ສະກິດໃຈເຂົາວ່າຖ້າຫາກເຂົາບໍ່ກັບມາຮັກເຮົາອີກເຂົາອາດຈະເສຍໂອກາດທີ່ດີໆໄປກໍ່ໄດ້. ອາດຈະສະແດງໃຫ້
ເຂົາເກີດອາການຫຶງຫວງໃນຕົວເຮົາ
ປັບຄວາມເຂົ້າໃຈ: ເຮົາຈະຕ້ອງປັບຕົວເອງໄໝ່ ແລະ ປັບຕົວເຂົ້າຫາເຂົາ ແຕ່ຍ່າໃຈຮ້ອນ ໃຈເຢັນໆ.
ບໍ່ຕ້ອງປາກຢ່າງ ແລະ ເຮັດຢ່າງ
ສະແດງໃຫ້ເຫັນເຖິ່ງຄວາມປ່ຽນແປງຂອງຕົວເຮົາ.
![alt](http://punlao.com/include/fckeditor/editor/images/smiley/msn/kiss.gif)
ສັນຍາວ່າຈະເປັນຄົນຮັກທີ່ດີ ແລະ ຈະບໍ່ເຮັດຜິດໆອີກ.
ລອງໆໆເບິ່ງເດີເພື່ອນໆ ຖ້າງໍ້ບໍ່ສຳເລັດແນະນຳວ່າ ເລີກ![alt](http://punlao.com/include/fckeditor/editor/images/smiley/msn/cry_smile.gif)
![alt](http://punlao.com/include/fckeditor/editor/images/smiley/msn/cry_smile.gif)